5989

xtgmf]k; 4 3]d c]t gsfdko 23/10/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp z6h cmo]k; g0Q kIj ;,dv'xt-5 , z6h oelt,k7q ,,y f8trk[ 9u o{vk-Po ທ່ານ ແອນເຕິນ ໂຕໂດໂຣ ສະມາຊິກ ສະພາບໍລິຫານ ບໍລິສັດ ITFI Global Co, ທ່ານ ເຫີຣົງ ( HE Rong) ປະທານບໍລິສັດ ວັນນິດາ ສຳຫລວດ- ແຮ່ທາດ ແລະ ການລົງທຶນ ຈຳກັດຜູ້ ດຽວ ແລະ ກ່າວຮັບໂດຍ ທ່ານ ໄຊສົມ ພອນ ພົມວິຫານ ປະທານສະພາ ແຫ່ງ ຊາດລາວ ປະທານໄອປາ ຄັ້ງທີ 45. ໂອກາດນີ້, ທ່ານປະທານສະພາ ແຫ່ງຊາດ ກໍໄດ້ສະແດງຄວາມຂອບ ໃຈຕໍ່ກອງທຶນ FG Foundation donates ແລະ ບໍລິສັດ ວັນນີດາ ສໍາ ຫລວດ-ແຮ່ທາດ ແລະ ການລົງທຶນ ຈຳກັດ ຜູ້ດຽວ ທີ່ໄດ້ໃຫ້ຄວາມສຳຄັນ, ສະໜັບສະໜູນ ແລະ ໃຫ້ກຳລັງໃຈແກ່ *** ຕໍ່ຈາກໜ້າ 1 *** ຫລາຍພາກສ່ວນ... ສະພາແຫ່ງຊາດລາວ ໃນການເປັນປະ ທານໄອປາ ໃນປີ 2024 ກໍຄື ເປັນເຈົ້າ ພາບກອງປະຊຸມໃຫຍ່ລັດຖະສະພາລະ ຫວ່າງຊາດ ອາຊຽນ AIPA ຄັ້ງທີ 45 ໃຫ້ສຳເລັດຜົນຢ່າງຈົບງາມ. ຂ່າວ: ກິດຕາ; ພາບ: ຂັນໄຊ ຂປລ. ໂດຍຕອບສະໜອງຕາມ ການເຊີນ ຂອງສະມາຄົມມິດຕະພາບ ປະຊາຊົນຈີນ ກັບຕ່າງປະເທດ, ຄະນະ ຜູ້ແທນສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ ນຳໂດຍ ສະຫາຍ ສີນາວາ ສຸພານຸວົງ ລັດຖະມົນຕີປະຈຳສຳນັກ ງານນາຍົກລັດຖະມົນຕີ, ຮອງປະທານ ສະມາຄົມມິດຕະພາບລາວ-ຈີນຂັ້ນສູນ ກາງ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມ ກອງປະຊຸມຜູ້ນຳສະມາຄົມມິດຕະພາບ ຈີນ-ອາຊຽນ ຄັ້ງທີ 4 ແລະ ງານສະ ເຫລີມສະຫລອງວັນສ້າງຕັ້ງສະມາຄົມ ມິດຕະພາບປະຊາຊົນຈີນ ກັບຕ່າງປະ ເທດ ຄົບຮອບ 70 ປີ ທີ່ຈັດຂຶ້ນໃນວັນທີ 10 ຕຸລາ 2024 ຜ່ານມາ ຢູ່ນະຄອນ ຫລວງປັກກິ່ງ, ສປ ຈີນ. ໂອກາດດັ່ງກ່າວ, ສະຫາຍຮອງ ປະທານສະມາຄົມມິດຕະພາບລາວ-ຈີນ ຂັ້ນສູນກາງ ໄດ້ຍົກໃຫ້ເຫັນຄຳຂວັນ “ຍັງເປັນຄວາມປາຖະໜາຕົ້ນສະບັບ ທີ່ຖືກຕ້ອງ ແລະ ການເລີ່ມຕົ້ນການເດີນ ທາງໃໝ່, ຮັດແໜ້ນມິດຕະພາບ ແລະ ການສ້າງອານາຄົດຮ່ວມກັນ” ເຊິ່ງ ຄຳຂວັນດັ່ງກ່າວ, ແມ່ນເປົ້າໝາຍອັນ ແທ້ຈິງ ຂອງວິໄສທັດທາງການທູດປະ ຊາຊົນ ທີ່ ສະຫາຍ ສີ ຈິ້ນຜິງ ໄດ້ວາງ ອອກໃນໄລຍະໃໝ່ ເພື່ອຕອບສະໜອງ ຜົນປະໂຫຍດອັນຍາວນານຂອງບັນ ດາປະຊາຊາດ. ກອງປະຊຸມໃນຄັ້ງນີ້, ໄດ້ເປັນໂອກາດອັນດີ ໃຫ້ແກ່ຄະນະຜູ້ ແທນຈາກບັນດາສະມາຄົມມິດຕະພາບ ອາຊຽນ-ຈີນ ທີ່ຮັກຫອມມິດຕະພາບ ແລະ ການສ້າງອະນາຄົດຮ່ວມກັນ ໄດ້ ແລກປ່ຽນຄວາມຄິດເຫັນ ແລະ ແບ່ງ ປັນບົດຮຽນການເຄື່ອນໄຫວວຽກງານ ມິດຕະພາບ ທາງດ້ານການທູດ ປະຊາ ຊົນ ປະກອບສ່ວນເຂົ້າໃນການເສີມສ້າງ ມິດຕະພາບ ແລະ ການສ້າງອະນາຄົດ ຮ່ວມກັນ ຖືເປັນກົນໄກແຫ່ງການຮ່ວມ ມືມິດຕະພາບ ທີ່ທຸກຝ່າຍໄດ້ຮັບຜົນປະ ໂຫຍດຢ່າງແທ້ຈິງ, ທັງເປີດກວ້າງພັດ ທະນາເສດຖະກິດ ອາຊຽນ-ຈີນ ໃນທຸກ ດ້ານໂດຍຍຶດຖືເອົາມິດຕະພາບ ຂອງ ປະຊາຊົນໃນທົ່ວ ອາຊຽນ-ຈີນ ເປັນບຸລິ ມະສິດອັນດັບໜຶ່ງ. ນອກຈາກເຂົ້າຮ່ວມກອງປະຊຸມ, ຄະນະຜູ້ແທນລາວຍັງໄດ້ເຂົ້າຮ່ວມງານ ສະເຫລີມສະຫລອງການສ້າງຕັ້ງສະ ມາຄົມມິດຕະພາບປະຊາຊົນຈີນ ກັບ ຕ່າງປະເທດ ຄົບຮອບ 70 ປີ ຕື່ມອີກ ເຊິ່ງເປັນການປະກອບສ່ວນເສີມຂະ ຫຍາຍການພົວພັນຮ່ວມມືອາຊຽນ-ຈີນ, ທັງເປັນການປະກອບຮັດແໜ້ນສາຍ ພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະ ສາດຮອບດ້ານ, ໝັ້ນຄົງຍາວນານຕາມ ທິດ 4 ດີ ແລະ ຄູ່ຮ່ວມຊາຕາກຳ ລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດ ລາວ-ຈີນ ທີ່ນັບມື້ໄດ້ ຮັບການເສີມຂະຫຍາຍ ແລະ ເພີ່ມພູນ ຄູນສ້າງນັບມື້ກ້າວເຂົ້າສູ່ລວງເລິກ ແລະ ນໍາເອົາຜົນໂຫຍດຕົວຈິງມາສູ່ປະ ຊາຊົນສອງຊາດ. ຂ່າວ-ພາບ: ຄຕພ ຂປລ. ໃນວັນທີ 19 ຕຸລາ 2024 ທີ່ນະຄອນຫລວງວຽງຈັນ, ທ່ານຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ຮາຄອບ ອາຊາກຢານ ຮອງປະທານ ສະພາແຫ່ງຊາດ ແຫ່ງ ສາທາລະນະ ລັດອາເມນີ ໃນໂອກາດເດີນທາງມາ ເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ ຄັ້ງທີ 45 (AIPA-45) ທີ່ ສປປ ລາວ ເປັນເຈົ້າພາບ. ໃນໂອກາດນີ້, ທ່ານ ຄໍາໃບ ດໍາລັດ ໄດ້ຕີລາຄາສູງຕໍ່ການພົບປະກັບ ທ່ານ ຮາຄອບ ອາຊາກຢານ ໃນໂອກາດ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ AIPA-45 ຄັ້ງນີ້, ເປັນການໃຫ້ກໍາລັງ ໃຈແລະສະໜັບສະໜູນການປະຕິບັດພັນ ທະສາກົນຂອງ ສະພາແຫ່ງຊາດລາວ ໃນການເປັນປະທານ ໄອປາ ກໍຄື ເປັນ ເຈົ້າພາບກອງປະຊຸມໄອປາ ໃຫ້ສໍາເລັດ ຜົນຢ່າງຈົບງາມ ແລະ ທັງເປັນການປະ ກອບສ່ວນເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີ ລະ ຫວ່າງ ສອງປະເທດ ກໍຄື ລະຫວ່າງ ສອງອົງການນິຕິບັນຍັດໃຫ້ນັບມື້ນັບ ຂປລ. ວັນທີ 19 ຕຸລາ 2024 ນີ້, ທ່ານ ສັນຍາ ປຣະເສີດ ປະທານກຳມາ ທິການການຕ່າງປະເທດ ຂອງສະພາ ແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະ ກັບ ທ່ານ ອາສະລາກ ເຊັມ ຈາຄັອບ ເຊັນ ສະມາຊິກລັດຖະສະພາແຫ່ງ ຣາ ຊະອານາຈັກນອກແວ ໃນໂອກາດເຂົ້າ ຮ່ວມກອງປະຊຸມສະມັດຊາໃຫຍ່ ລັດ ຖະສະພາລະຫວ່າງຊາດ ອາຊຽນ ຫລື ໄອປາ 45 ທີ່ ສປປ ລາວ ເປັນເຈົ້າພາບ. ໂອກາດນີ້, ທ່ານ ສັນຍາ ປຣະເສີດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ພົບປະເຮັດວຽກກັບ ທ່ານ ອາສະລາກ ເຊັມ ຈາຄັອບເຊັນ ພ້ອມດ້ວຍຄະນະເຊິ່ງ ເປັນການປະກອບສ່ວນສຳຄັນເຂົ້າໃນ ເສີມຂະຫຍາຍການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປລາວ ແລະ ຣາຊະອານາຈັກນອກແວ ໃຫ້ ໄດ້ຮັບການພັດທະນາ ແລະ ເສີມຂະ ຫຍາຍຢ່າງບໍ່ຢຸດຢັ້ງ ໂດຍສະເພາະ ລະ ຫວ່າງ ສອງອົງການນິຕິບັນຍັດ ຂອງ 2 ປະເທດ; ຕີລາຄາສູງຕໍ່ການພົວພັນ ຮ່ວມມື ລະຫວ່າງ ສອງປະເທດ ນັບແຕ່ ສອງຝ່າຍສ້າງສາຍພົວພັນການທູດ ນຳກັນ ໃນວັນທີ 12 ພະຈິກ 1991 ເຖິງປັດຈຸບັນຄົບຮອບ 33 ປີ, ການພົວ ພັນຮ່ວມມືລະຫວ່າ ງສອງປະເທດ ໄດ້ ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ການພົວພັນດ້ານການຄ້າ-ການລົງທຶນ ໃນຂະແໜງອຸດສາຫະກຳ ແລະ ຫັດຖະ ກຳ, ຂະແໜງໄຟຟ້ານ້ຳຕົກ; ສ່ວນດ້ານ ການຄ້າ ລະຫວ່າງ ສປປ ລາວ ແລະ ຂປລ. ໃນວັນທີ18 ຕຸລາ 2024ນີ້, ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະ ທານສະພາແຫ່ງຊາດລາວ, ປະທານ ຄະນະມິດຕະພາບລັດຖະສະພາລາວລັດເຊຍ ໄດ້ພົບປະສອງຝ່າຍກັບ ທ່ານ ໂຊລບັນ ກາຣາ-ໂອລ ຮອງປະທານ ສະພາດູມາແຫ່ງສະຫະພັນຣັດເຊຍ ເພື່ອ ເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອທີ່ດີງາມ ລະຫວ່າງສອງ ປະເທດລາວ-ຣັດເຊຍກໍຄືສອງອົງການ ນິຕິບັດຍັດ ໃຫ້ນັບມືນັບເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳ ຂຶ້ນເລື້ອຍໆ ໂດຍ ສະເພາະແມ່ນການຮ່ວມມື ແລະ ການ ສະໜັບສະໜູນ ເຊິ່ງກັນ ແລະກັນ ໃນເວ ທີລັດຖະສະພາພາກພື້ນ ແລະ ສາກົນ. ໂອກາດນີ້, ທ່ານ ພົທ ສຸວອນ ເລືອງ ບຸນມີ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດ ຕະພາບ ແລະ ການຮ່ວມມືອັນເປັນມູນ ເຊື້ອທີ່ດີງາມ ແລະ ການເປັນຄູ່ຮ່ວມຍຸດ ທະສາດ ລະຫວ່າງສອງປະເທດ ລາວ- ຣັດເຊຍ ໄດ້ສືບຕໍ່ມີບາດ ກ້າວຂະຫຍາຍ ຕົວຢ່າງຕໍ່ເນື່ອງ, ນັບມື້ເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳຫລາຍຂຶ້ນ. ສະ ແດງອອກມີການແລກປ່ຽນຄະນະຜູ້ ແທນຂັ້ນສູງ ແລະ ຂັ້ນຕ່າງໆນໍາກັນ, ການຮ່ວມມືໃນດ້ານເສດຖະກິດ-ການ ຄ້າ,ຝ່າຍລັດຖະບານກໍໄດ້ມີສັນຍາຮ່ວມ ມືກັນແຕ່ເຫັນວ່າຍັງບໍ່ໄດ້ຮັບການຂະ ຫຍາຍຕົວເທົ່າທີ່ຄວນ, ມູນຄ່າການສົ່ງ ອອກສິນຄ້າຈາກ ລາວ ໄປຍັງຣັດເຊຍ ແມ່ນຫລຸດລົງຍ້ອນຫລາຍປັດໄຈ, ການ ລົງທຶນ ຂອງຣັດເຊຍ ແມ່ນຈັດຢູ່ໃນ ອັນດັບທີ 22 ຂອງການລົງທຶນຕ່າງປະ ເທດຢູ່ ສປປ ລາວ (ມີ 53 ປະເທດ), ມີ 24 ໂຄງການ ແລະ ມີມູນຄ່າການ ລົງທຶນທັງໝົດ 52 ລ້ານໂດລາສະຫະ ລັດ ກວມເອົາຂົງເຂດພະລັງງານບໍ່ແຮ່ ເປັນຕົ້ນຕໍ, ສອງລັດຖະບານລາວ-ຣັດ ເຊຍກໍໄດ້ປຶກສາຫາລືຄວາມເປັນໄປໄດ້ ໃນການຊື້ຂາຍນໍ້າມັນເຊື້ອໄຟ ຮ່ວມກັນ ແລະ ຊຸກຍູ້ ແລະ ສົ່ງເສີມໃນການຄ້າ ຂາຍສິນຄ້າ ທີ່ສອງປະເທດມີທ່າແຮງ ນໍາກັນ ເຊິ່ງຣັດເຊຍຍັງຢືນຢັນສືບຕໍ່. ສຳລັບການພົວພັນຮ່ວມມື ລະ ຫວ່າງສະພາແຫ່ງຊາດລາວ ແລະ ສະ ພາດູມາຣັດເຊຍ ໄດ້ຮັບການເສີມຂະ ຫຍາຍຂຶ້ນເປັນກ້າວໆ ພາຍຫລັງສອງ ປະທານສະພາສອງ ປະເທດ ໄດ້ພົບປະ ແບບທາງໄກ. ຈາກນັ້ນ, ກໍມີການແລກ ປ່ຽນຢ້ຽມຢາມລະຫວ່າງຄະນະມິດຕະ ພາບລັດຖະສະພາລາວ-ຣັດເຊຍ-ລາວ, ພົບປະທາງໄກລະຫວ່າງຄະນະສະມາ ຊິກລັດຖະສະພາໜຸ່ມນຳກັນ, ແລກ ປ່ຽນຂໍ້ມູນຂ່າວສານ, ສົ່ງສານຊົມເຊີຍ, ສານອວຍພອນ ເຊິ່ງກັນ ແລະ ກັນ ໃນ ໂອກາດວັນສຳຄັນຕ່າງໆ ຂອງຊາດ, ສະແດງທັດສະນະຕໍ່ບັນຫາຕ່າງໆຮ່ວມ ກັນ, ສະໜັບສະໜູນແລະຮ່ວມມືກັນໃນ ເວທີລັດຖະສະພາພາກພື້ນ ແລະ ສາກົນ. ພ້ອມນີ້, ທ່ານ ພົທ ສຸວອນ ເລືອງ ບຸນມີ ສະເໜີໃຫ້ສືບຕໍ່ແລກປ່ຽນການ ຢ້ຽມຢາມ ລະຫວ່າງຄະນະຜູ້ແທນຂັ້ນ ສູງ, ຂັ້ນກໍາມາທິການ ແລະ ຄະນະມິດ ຕະພາບລັດຖະສະພາ ຢ່າງເປັນປົກກະ ຕິ ທີ່ຕິດພັນກັບການແລກປ່ຽນບົດຮຽນ ກ່ຽວກັບການປະຕິບັດພາລະບົດບາດ ຂອງອົງການນິຕິບັນຍັດ; ສະເໜີໃຫ້ ສອງລັດຖະບານສືບຕໍ່ຈັດຕັ້ງປະຕິ ບັດ ບັນດາສັນຍາ, ສົນທິສັນຍາ ແລະ ຂໍ້ຕົກ ລົງ ທີ່ລັດຖະບານ ຂອງສອງປະເທດ ໄດ້ລົງນາມຮ່ວມກັນ ໃຫ້ເປັນຮູບປະ ທຳຂຶ້ນກວ່າເກົ່າ ແລະ ສືບຕໍ່ຊຸກຍູ້ການ ຈັດຕັ້ງປະຕິບັດບັນດາໂຄງການຕ່າງໆ ຂອງຣັດເຊຍ ທີ່ມາລົງທຶນຢູ່ ສປປ ລາວ ໃຫ້ສໍາເລັດຕາມແຜນການ ແລະ ນໍາ ເອົາຜົນປະໂຫຍດມາສູ່ ປະຊາຊົນສອງ ຊາດພວກເຮົາຢ່າງແທ້ຈິງ; ສືບຕໍ່ຮ່ວມ ມືແລະສະໜັບສະໜູນເຊິ່ງກັນແລະກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ. ຂ່າວ: ກິດຕາ lv'vq 'dkooy 8y [a opa f ]k;{vkg,ou gruj ,mt;u dkoIj ;,,n ຂະຫຍາຍຕົວ ແລະ ເປັນຮູບປະທໍາຍິ່ງໆ ຂຶ້ນ.ການພົວພັນຮ່ວມມືລະຫວ່າງສປປ ລາວ ແລະ ອາເມນີ ນັບແຕ່ໄດ້ສ້າງຕັ້ງ ສາຍພົວພັນການທູດ ນໍາກັນໃນວັນທີ 21 ເມສາ 1998 ເປັນຕົ້ນມາ ໄດ້ຮັບ ການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ພັດທະນາດີຂຶ້ນ, ເຖິງວ່າການແລກປ່ຽນ ຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ ຍັງບໍ່ທັນຫລາຍ, ແຕ່ກໍຍັງພົບພໍ້ກັນ ໃນໂອກາດເຂົ້າຮ່ວມກອງປະຊຸມລັດ ຖະສະພາພາກພື້ນ ແລະ ສາກົນ; ການ ຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ 2 ປະເທດ ກໍຍັງ ບໍ່ທັນໄດ້ມີຫຍັງເທື່ອ ແລະ ຫວັງວ່າໃນ ອະນາຄົດ ຈະມີການພົວພັນຮ່ວມມືນໍາ ກັນຫລາຍຂຶ້ນ. ນອກຈາກນີ້, ທ່ານ ຄຳໃບ ດຳລັດ ຍັງໄດ້ສະເໜີສອງສະພາ ແຫ່ງຊາດ ຊຸກຍູ້ໃຫ້ມີການແລກປ່ຽນ ການຢ້ຽມຢາມຂອງຄະນະຜູ້ແທນຂັ້ນ ສູງ, ຂັ້ນກຳມາທິການ ແລະ ຄະນະມິດ ຕະພາບລັດຖະສະພາຂອງສອງປະເທດ ໃຫ້ເປັນປົກກະຕິນໍາກັນ, ສະເໜີ ຊຸກຍູ້ ແລະ ສົ່ງເສີມໃຫ້ລັດຖະບານຂອງສອງ ປະເທດ ເອົາໃຈໃສ່ໃນການຈັດຕັ້ງປະຕິ ບັດ ການຕົກລົງເຫັນດີນໍາກັນໃຫ້ມີປະ ສິດທິຜົນດີຂຶ້ນກວ່າເກົ່າ, ສືບຕໍ່ຮ່ວມມື, ຊ່ວຍເຫລືອ ແລະ ສະໜັບສະໜູນ ເຊິ່ງ ກັນແລະກັນໃນເວທີລັດຖະສະພາພາກ ພື້ນ ແລະ ສາກົນ. ໃນຕອນທ້າຍ ທ່ານ ຄຳໃບ ດຳລັດ ໄດ້ອວຍພອນໄຊອັນປະເສີດມາຍັງ ທ່ານ ຮາຄອບ ອາຊາກຢານ ຮອງປະ ທານສະພາແຫ່ງຊາດ ແຫ່ງ ສາທາ ລະນະລັດ ອາເມນີ ພ້ອມຄະນະຈົ່ງມີ ພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ວຽກ ງານ ອັນມີກຽດສະຫງ່າ ຂອງຕົນ ແລະ ປະສົບຜົນສຳເລັດໃນການເຂົ້າຮ່ວມ ກອງປະຊຸມໃຫຍ່ສະມັດຊາລັດຖະສະ ພາລະຫວ່າງຊາດ ອາຊຽນ ຄັ້ງທີ 45 ຢູ່ ສປປ ລາວ ໃນຄັ້ງນີ້, ອວຍພອນໃຫ້ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີງາມລະຫວ່າງສປປລາວ ແລະ ອາເມນີ ໂດຍສະເພາະ ລະຫວ່າງ 2 ອົງການນິຕິບັນຍັດ ພວກເຮົາ ຈົ່ງໄດ້ ຮັບການພັດທະນາຍິ່ງໆຂຶ້ນ. ຂ່າວ: ກິດຕາ; ພາບ: ສຸກສະຫວັນ lxx ]k; c]t ik-tvkok9a dovdc; glu ,0tspkpdkorq ;ra oIj ;,,n ຣາຊະອານາຈັກນອກແວ ແມ່ນຍັງ ໜ້ອຍຖ້າທຽບໃສ່ປະເທດອື່ນໆ. ສິນຄ້າ ຫລັກໃນການສົ່ງອອກໄປປະເທດນອກ ແວ ແມ່ນປະເພດເຄື່ອງນຸ່ງຫົ່ມ ແລະ ເກີບໜັງ. ສ່ວນສິນຄ້ານໍາເຂົ້າຫລັກປະ ກອບມີປະເພດເຄື່ອງກົນຈັກ, ເຄື່ອງ ຕາຊັງ, ຜະລິດຕະພັນ-ອຸປະກອນເຄື່ອງ ໄຟຟ້າ ແລະ ອື່ນໆ. ນອກຈາກນີ້, ນອກ ແວ ຍັງໄດ້ໃຫ້ການຊ່ວຍເຫລືອຫລາຍ ຂະແໜງການ ເປັນຕົ້ນ ການຊ່ວຍເຫລືອ ເກັບກູ້ລະເບີດທີ່ຍັງບໍ່ທັນແຕກທີ່ຕົກ ຄ້າງ ຢູ່ ສປປ ລາວ, ການພັດທະນາພະ ລັງງານໄຟຟ້າ, ການຄຸ້ມຄອງຊັບພະ ຍາກອນທຳມະຊາດ ແລະ ສົ່ງເສີມຂະ ແໜງເອກະຊົນຂອງລາວ ໃນໄລຍະ ເສດຖະກິດຂ້າມຜ່ານ, ການພັດທະນາ ຂະແໜງການສັງຄົມ, ການສຶກສາຂັ້ນ ພື້ນຖານ ແລະ ສາທາລະນະສຸກຂັ້ນພື້ນ ຖານອື່ນໆ. ໃນນັ້ນ, ຍັງໃຫ້ການຊ່ວຍ ເຫລືອໃນຂົງເຂດ ເປັນແຜນງານບຸລິ ມະສິດຂອງລັດຖະບານສະໜັບສະໜູນ ສປປ ລາວ ໃຫ້ບັນລຸເປົ້າໝາຍ ສະຫັດ ສະວັດ ແລະ ຫລຸດພົ້ນອອກຈາກ ການ ເປັນປະເທດດ້ອຍພັດທະນາໃນປີ 2026. ພ້ອມນີ້, ທ່ານ ສັນຍາ ປຣະເສີດ ຍັງແຈ້ງໃຫ້ຮູ້ວ່າ: ປັດຈຸບັນ, ສປປ ລາວ ພວມດຳເນີນການປັບປຸງລັດຖະທຳ ມະໜູນ ສະບັບປີ 2015 ຄາດວ່າຈະໄດ້ ການພິຈາລະນາ ແລະ ຮັບຮອງເອົາ ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນ ຕົ້ນ ປີ 2025 ທີ່ ຈະມາເຖິງນີ້ ແລະ ສະພາ ແຫ່ງຊາດລາວ ຊຸດທີ IX ກໍຫ້າງຫາ ກະກຽມໃຫ້ແກ່ ກອງປະຊຸມສະໄໝສາ ມັນ ເທື່ອທີ 8 ຂອງຕົນ. ສຳລັບທິດທາງຮ່ວມມືໃນຕໍ່ໜ້າ, ສະເໜີໃຫ້ຊຸກຍູ້ສອງອົງການນີຕິບັນ ຍັດລາວ-ນອກແວ ມີການແລກປ່ຽນ ການຢ້ຽມຢາມຂອງຄະນະຜູ້ແທນຂັ້ນ ສູງ, ກຳມາທິການ, ຄະນະເລຂາທິການ ແລະ ຄະນະມິດຕະພາບລັດຖະສະພາ ຂອງສອງປະເທດ ຢ່າງເປັນປົກກະຕິ ນໍາກັນ; ສະເໜີໃຫ້ຊຸກຍູ້ ແລະ ສົ່ງເສີມ ໃຫ້ລັດຖະບານຂອງສອງປະເທດ ຈົ່ງ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດການ ຕົກລົງເຫັນດີນໍາກັນໃຫ້ມີປະສິດທິຜົນ ດີ; ສືບຕໍ່ຮ່ວມມື, ຊ່ວຍເຫລືອ ແລະ ສະ ໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີ ລັດຖະສະພາພາກພື້ນ ແລະ ສາກົນ. ທ່ານ ສັນຍາ ປຣະເສີດ ໄດ້ສະແດງ ຄວາມຂອບໃຈຕໍ່ການຊ່ວຍເຫລືອຂອງ ລັດຖະບານ ແລະ ປະຊາຊົນນອກແວ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອດ້ານຕ່າງໆ ໃຫ້ແກ່ ສປປ ລາວ ຕະຫລອດໄລຍະຜ່ານມາ ໂດຍ ຜ່ານອົງການ NORAD, ອົງການ ສະຫະປະຊາຊາດ ເພື່ອການພັດທະນາ (UNDP), ອົງການຈັດຕັ້ງທີ່ບໍ່ສັງກັດ ລັດຖະບານ (NGOs) ແລະ ອື່ນໆ. ຂ່າວ: ກິດຕາ; ພາບ: ຕຸໄລເພັດ dkorq ;ra oIj ;,,n lv'vq 'dkooy 8y [a opa f ]k;{ia fg-p ln [8+ 0tspkp8q ;1j k'8+ gonj v'

RkJQdWJsaXNoZXIy MTc3MTYxMQ==