5989

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 23/10/2024 xtgmf]k; ສອງອົງການ... ຂປລ. ວັນທີ 19 ຕຸລາ 2024 ຜ່ານ ມາ, ຄະນະຜູ້ແທນສູນກາງແນ ວລາວ ສ້າງຊາດ ນຳໂດຍ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງ ສູນກາງພັກ, ປະທານສູນກາງແນວ ລາວສ້າງຊາດ ໄດ້ເຂົ້າຢ້ຽມຂ່ຳນັບ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ພະມະ ຫາກະສັດ ແຫ່ງຣາຊະອານາຈັກ ກໍາປູເຈຍ ທີ່ ພະລາດຊະວັງ. ພະມະຫາກະສັດ ແຫ່ງຣາຊະອາ ນາຈັກກໍາປູເຈຍ ໄດ້ສະແດງຄວາມ ຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາ ຢ້ຽມຢາມ ແລະ ເຮັດວຽກ ຢູ່ຣາຊະ ອານາຈັກກຳປູເຈຍ ໃນຄັ້ງນີ້, ພ້ອມ ທັງສະແດງຄວາມປິຕິຊົມເຊີຍຕໍ່ສະພາ ແນວໂຮມສາມັກຄີພັດທະນາມາຕຸພູມ ຣາຊະອານາຈັກກຳປູເຈຍ ແລະ ສູນ ກາງແນວລາວສ້າງຊາດ ທີ່ໄດ້ຮ່ວມ ກັນລົງນາມໃນບົດບັນທຶກຄວາມເຂົ້າ ໃຈສອງຝ່າຍ ຊຶ່ງເປັນການປະກອບ ສ່ວນຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ຣາຊະອາ ນາຈັກກຳປູເຈຍ ແລະ ສປປ ລາວ ກໍຄື ປະຊາຊົນສອງປະເທດ ໃຫ້ມີຄວາມ ແໜ້ນແຟ້ນ ຍິ່ງໆຂຶ້ນ. ໂອກາດດັ່ງກ່າວ, ປະທານສູນກາງ ແນວລາວສ້າງຊາດ ໄດ້ຕາງໜ້າຄະ ນະສະແດງຄວາມຂອບໃຈເປັນຢ່າງ ສູງ ຕໍ່ການຕ້ອນຮັບອັນອົບອຸ່ນທີ່ເຕັມ ໄປດ້ວຍໄມຕີຈິດມິດຕະພາບ ຂອງ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ກໍຄື ລັດຖະບານ ແລະ ປະຊາຊົນກໍາປູເຈຍ, ທັງສ່ອງ ແສງເຖິງຄວາມຜູກພັນ, ຮັກແພງ ຂອງພະຣາດສະວົງ ກໍາປູເຈຍ ຕໍ່ ສປປ ລາວ. ພ້ອມນີ້, ທ່ານໄດ້ນໍາເອົາຄວາມ ຢ້ຽມຢາມຖາມຂ່າວ ຂອງທ່ານເລຂາ ທິການໃຫຍ່, ປະທານປະເທດ ສປປ ລາວ ມາຍັງພະບາດສົມເດັດ ພະບໍຣົມ ມະນຽດ ໂນໂຣດົມ ສີຫາໂມນີ. ພ້ອມ ທັງໄດ້ຕີລາຄາສູງຕໍ່ພະບາດສົມເດັດ ໂນໂຣດົມ ສີຫານຸ ພະບິດາຂອງພະອົງ ແລະ ພະບາດສົມເດັດ ພະບໍຣົມມະ ນຽດ ໂນໂຣດົມ ສີຫາໂມນີ ທີ່ໄດ້ປະ ກອບສ່ວນອັນໃຫຍ່ຫລວງ ເຂົ້າໃນການ ເສີມຂະຫຍາຍສາຍພົວພັນສອງຝ່າຍ ກໍາປູເຈຍ-ລາວ, ຍ້ອນຄວາມເອົາໃຈ ໃສ່ຂອງທັງສອງພະອົງ ຈຶ່ງເຮັດໃຫ້ ສອງປະເທດ ມີມິດຕະພາບ ແລະ ການ ພົວພັນທີ່ດູດດື່ມຕະຫລອດມາ, ທັງໄດ້ ເພິ່ງພາອາໄສເຊິ່ງກັນ ແລະ ກັນສະເໝີ ໂຕ ເເລະ ການພັດທະນາແບບຍືນຍົງ ຂອງສອງປະເທດ ລາວ-ໄທ, ໄທ-ລາວ ໂດຍສະເພາະລະຫວ່າງສະພາແຫ່ງ ຊາດລາວ ກັບ ລັດຖະສະພາໄທ ໃຫ້ນັບ ມື້ຈະເລີນງອກງາມຍິ່ງໆຂຶ້ນ. ສອງຝ່າຍໄດ້ແຈ້ງສະພາບການທີ່ ພົ້ນເດັ່ນຂອງປະເທດ ແລະ ການຈັດຕັ້ງ ປະຕິບັດວຽກງານຂອງອົງການນິຕິ ບັນຍັດໃຫ້ກັນ ແລະ ກັນຊາບໂດຍຫຍໍ້ ແລະ ຮ່ວມກັນຕີລາຄາສູງຕໍ່ການພົວ ພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດ ລາວກັບສະພາຜູ້ແທນລາດສະດອນໄທ ໃນໄລຍະຜ່ານມາ ເຊິ່ງໄດ້ຮັບການເສີມ ຂະຫຍາຍຢ່າງຕັ້ງໜ້າ, ສະແດງອອກມີ ການແລກປ່ຽນຢ້ຽມຢາມຂອງຄະນະ ຜູ້ແທນລະດັບສູງ, ກຳມາທິການ, ຄະ ນະເລຂາທິການແລະຄະນະມິດຕະພາບ ລັດຖະສະພາ, ແລກປ່ຽນຂໍ້ມູນຂ່າວ ສານກ່ຽວກັບການຈັດຕັ້ງປະຕິບັດພາ ລະບົດບາດນິຕິບັນຍັດ, ຈັດຕັ້ງປະຕິ ບັດບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການຮ່ວມມືທີ່ໄດ້ລົງນາມ ຮ່ວມກັນໃນ ເດືອນທັນວາ 2022 ເຊິ່ງເປັນນິມິດ ໝາຍສໍາຄັນທາງປະຫວັດສາດແຫ່ງ ການພົວພັນຮ່ວມມືລະຫວ່າງສອງອົງ ການນິຕິບັນຍັດ, ທັງເປັນການປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງ ປະຕິບັດແຜນປະຕິບັດງານການເປັນ ຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນ ເຕີບໂຕ ແລະ ການພັດທະນາແບບຍືນ ຍົງຂອງສອງປະເທດ ໃຫ້ມີປະສິດທິ ພາບສູງຂຶ້ນ. ພ້ອມນີ້, ສອງອົງການນິຕິ ບັນຍັດ ຍັງໄດ້ມີການພົວພັນຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາ ກົນ ຕື່ມອີກ. ສຳລັບທິດທາງການພົວພັນຮ່ວມມື ໃນຕໍ່ໜ້າ, ສອງຝ່າຍຈະສືບຕໍ່ຈັດຕັ້ງ ປະຕິບັດເນື້ອໃນຈິດໃຈຂອງບົດບັນທຶກ ຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືລະ ຫວ່າງສະພາແຫ່ງຊາດລາວ ແລະ ລັດ ຖະສະພາໄທ ໃຫ້ເປັນຮູບປະທໍາ ໂດຍ ສະເພາະສືບຕໍ່ແລກປ່ຽນຄະນະຜູ້ແທນ ຂັ້ນສູງ, ກຳມາທິການ, ຄະນະເລຂາທິ ການ ແລະ ຄະນະມິດຕະພາບລັດຖະສະ ພາ; ແລກປ່ຽນຂໍ້ມູນຂ່າວສານໃນການ ປະຕິບັດພາລະບົດບາດຂອງອົງການ ນິຕິບັນຍັດ; ຕິດຕາມກວດກາການຈັດ ຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ ແລະຂໍ້ຕົກລົງຕ່າງໆທີ່ສອງລັດຖະບານ ຂອງສອງປະເທດ ລົງນາມຮ່ວມກັນ ໃນດ້ານເສດຖະກິດ, ການຄ້າ-ການລົງ ທຶນ, ດ້ານພະລັງງານ, ການທ່ອງທ່ຽວ ແລະ ອື່ນໆ ກໍຄື ການຈັດຕັ້ງປະຕິບັດ ແຜນປະຕິບັດງານວ່າດ້ວຍການເປັນ ຄູ່ຮ່ວມຍຸດທະສາດເພື່ອການຈະເລີນ ເຕີບໂຕ ແລະ ການພັດທະນາແບບຍືນ ຍົງ ໄລຍະ 5 ປີ (2022-2026); ສະ ໜັບສະໜູນເຊິ່ງກັນ ແລະ ກັນໃນເວທີ ລັດຖະສະພາພາກພື້ນ ແລະ ສາກົນ ແນ ໃສ່ປົກປັກຮັກສາສັນຕິພາບ, ສະຖຽນ ລະພາບ ແລະ ການຮ່ວມມືເພື່ອການ ພັດທະນາໃນພາກພື້ນ ແລະ ໃນໂລກ. ໂອກາດດຽວກັນ, ປະທານສະພາຜູ້ ແທນລາດສະດອນໄທ ພ້ອມດ້ວຍຄະ ນະຍັງໄດ້ຢ້ຽມຊົມ ຫ້ອງມູນເຊື້ອ ແລະ ຫ້ອງປະຊຸມສະພາແຫ່ງຊາດ ຕື່ມອີກ. ຂ່າວ: ໄຊໂສພາພອນ ມິ່ງມຸງຄຸນ ນາຍົກ... ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົົມ ເຊີຍ ແລະ ຕີລາຄາສູງ ຕໍ່ທ່ານ ອູ ມິນ ນອງ ທີ່ໄດ້ນຳພາຄະນະເດີນທາງມາ ຢ້ຽມຢາມແລະ ເຮັດວຽກຢູ່ສປປລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນ ສໍາຄັນໃນການຮັດແໜ້ນ ແລະ ເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຖານບ້ານໃກ້ເຮືອນ ຄຽງທີ່ດີລະຫວ່າງສອງປະເທດລາວມຽນມາ ແລະ ມຽນມາ-ລາວ ໃຫ້ນັບ ມື້ແໜ້ນແຟ້ນຍິ່ງໆຂຶ້ນ ໂດຍສະເພາະ ແມ່ນການພົວພັນຮ່ວມມືຂອງສອງກະ ຊວງແຮງງານ ແລະ ສະຫວັດດີການ ສັງຄົມ ແຫ່ງ ສປປ ລາວ ແລະ ກະຊວງ ແຮງງານ ແຫ່ງ ສ ມຽນມາ ໃຫ້ສືບຕໍ່ ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນ ຂຶ້ນໄປເລື້ອຍໆ ເຊິ່ງໄລຍະຜ່ານມາເຫັນ ວ່າການນໍາຂອງສອງປະເທດ ກໍໄດ້ມີ ການພົວພັນແລກປ່ຽນເຊິ່ງກັນແລະກັນ, ຍົກສູງການພົວພັນຮ່ວມມື ໃນຫລາຍ ຂົງເຂດເຊັ່ນ: ການຮ່ວມມືດ້ານແຮງ ງານ, ວຽກງານປ້ອງກັນຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນ, ການຄ້າ, ການລົງທຶນ ແລະ ອື່ນໆ. ໃນໂອກາດດຽວກັນນີ້, ທ່ານ ອູ ມິນ ນອງ ພ້ອມດ້ວຍຄະນະ ກໍໄດ້ສະແດງ ຄວາມຂອບໃຈຢ່າງຈິງໃຈມາຍັງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງ, ຖືໂອກາດນີ້ແຈ້ງຈຸດປະສົງ ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃຫ້ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຮັບຊາບຕື່ມອີກ. ຂ່າວ: ກິດຕາ; ພາບ: ເກດສະໜາ ປະທານສູນກາງແນວ... ມາ. ພ້ອມນີ້, ກໍໄດ້ລາຍງານໃຫ້ຊາບ ຫຍໍ້ກ່ຽວກັບຈຸດປະສົງຂອງການມາ ຢ້ຽມຢາມ ແລະ ເຮັດວຽກ ຢູ່ຣາຊະອາ ນາຈັກກຳປູເຈຍ ຄັ້ງນີ້ ຊຶ່ງເປັນການ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາ ແຕ່ດົນນານ ແລະ ການເປັນຄູ່ຮ່ວມມືຍຸດ ທະສາດຮອບດ້ານ ແລະ ໝັ້ນຄົງຍາວ ນານ ລະຫວ່າງ ລາວ-ກໍາປູເຈຍ ໃຫ້ຈະ ເລີນງອກງາມ ແລະ ແຕກດອກອອກ ຜົນຍິ່ງໆຂຶ້ນ. ຂ່າວ-ພາບ: ຈິດຕະພົງ ພັດທະນາອາຊີ (ADB) ປະຈໍາ ສປປ ລາວ ຄົນໃໝ່ ໃນໂອກາດທີ່ຖືກແຕ່ງ ຕັ້ງໃຫ້ມາປະຕິບັດໜ້າທີ່ ຢູ່ ສປປ ລາວ ປ່ຽນແທນທ່ານນາງໂຊໂນມິທະນະກະ ທີ່ໄດ້ຈົບວາລະການປະຕິບັດໜ້າທີ່ ໃນ ວັນທີ18ຕຸລາ2024ທີ່ຜ່ານມາ.ທັງນີ້, ກໍເພື່ອແນະນຳຕົວ ແລະ ຍື່ນສານແຕ່ງ ຕັ້ງໃຫ້ທ່ານລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ເພື່ອດຳ ລົງຕໍາແໜ່ງເປັນຜູ້ອຳນວຍການ ຫ້ອງ ການທະນາຄານພັດທະນາອາຊີ ປະຈຳ ສປປ ລາວ ຢ່າງເປັນທາງການ. ໂອກາດນີ້, ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສະແດງ ຄວາມຍິນດີຕ້ອນຮັບແລະຊົມເຊີຍທ່ານ ນາງ ແຊນນີ ແຄມເບວ ທີ່ໄດ້ຖືກແຕ່ງ ຕັ້ງໃຫ້ມາປະຕິບັດໜ້າທີ່ຢູ່ ສປປ ລາວ, ພ້ອມທັງໄດ້ສະແດງຄວາມຂອບໃຈ ມາຍັງທະນາຄານພັດທະນາອາຊີ ທີ່ໄດ້ ປະກອບສ່ວນສຳຄັນ ເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຕະຫລອດໄລຍະຜ່ານມາ. ຫວັງ ຢ່າງຍິ່ງວ່າພາຍໃຕ້ການນຳພາຂອງ ທ່ານ ນາງ ແຊນນີ ແຄມເບວ ທະນາ ຄານພັດທະນາອາຊີ ຈະສືບຕໍ່ໃຫ້ການ ສະໜັບສະໜູນສປປລາວກໍຄືການຈັດ ຕັ້ງປະຕິບັດບັນດາໂຄງການຕ່າງໆ ຢູ່ ສປປລາວໃນອະນາຄົດ,ພ້ອມທັງອວຍ ພອນໃຫ້ ທ່ານ ນາງ ແຊນນີ ແຄມເບວ ຈົ່ງປະສົບຜົນສຳເລັດ ໃນໜ້າທີ່ວຽກ ງານຕະຫລອດໄລຍະການປະຕິບັດ ໜ້າທີ່ ຢູ່ ສປປ ລາວ. ທ່ານ ແຊນນີ ແຄມເບວ ເຄີຍດຳ ລົງຕໍາແໜ່ງເປັນຜູ້ອຳນວຍການ ຫ້ອງ ການທະນາຄານພັດທະນາອາຊີ ປະຈຳ ຕັດຈິກກິດສະຖານ ກ່ອນຖືກແຕ່ງຕັ້ງ ມາປະຕິບັດໜ້າທີ່ ຢູ່ ສປປ ລາວ ແລະ ມີໄລຍະການປະຕິບັດໜ້າທີຢູ່ ສປປ ລາວ ເປັນເວລາ 3 ປີ ນັບແຕ່ເດືອນຕຸລາ 2024 ຈົນເຖິງ 2027. ຂ່າວ-ພາບ: ກຕທ ຜູ້ອຳນວຍການ... ແຫ່ງຊາດລາວ, ປະທານໄອປາ 45. ພາຍຫລັງເຂົ້າຮ່ວມພິທີເປີດ ກອງ ປະຊຸມສະມັດຊາໃຫຍ່ລັດຖະສະພາ ລະຫວ່າງຊາດອາຊຽນ ຄັ້ງທີ 45 ຢ່າງ ເປັນທາງການ, ບັນດາພັນລະຍາຫົວ ໜ້າຄະນະຜູ້ແທນໄອປາ ໄດ້ໄປຢ້ຽມຊົມ ຫ້ອງມູນເຊື້ອ ແລະ ຫ້ອງປະຊຸມສະພາ ແຫ່ງຊາດ, ສະຖາປັດຕະຍະກຳ ເກົ່າແກ່ ພະທາດຫລວງວຽງຈັນ, ສູນວາງສະ ແດງຫັດຖະກຳສິນຄ້າໂອດັອບ ຈໍາປາ ລ້ານຊ້າງ, ສູນວາງສະແດງແຜ່ນແພ ພື້ນເມືອງລາວ(ເຮືອນຂາວຂ້າງຫໍຄໍາ). ຈາກນັ້ນ, ໄປຢ້ຽມຊົມຫໍວາງສະແດງ ສິນສາຍໄໝ ຢູ່ບ້ານຊຽງຍືນ ເມືອງຈັນ ທະບູລີ ເຊິ່ງເປັນອີກສະຖານທີ່ໜຶ່ງທີ່ ສູນກາງສະຫະພັນແມ່ຍິງລາວ ໄດ້ສ້າງ ຕັ້ງຂຶ້ນເພື່ອສົ່ງເສີມ ແລະ ປົກປັກຮັກສາ ມູນເຊື້ອດ້ານຫັດຖະກຳຕ່ຳຫູກ-ທໍໄໝ ຂອງແມ່ຍິງລາວ ທີ່ຮູ້ປູກມອນ, ລ້ຽງ ມ້ອນຜະລິດເສັ້ນໄໝຍ້ອມສີທຳມະຊາດ ແລະ ຕໍ່າເປັນລວດລາຍຫລາກຫລາຍ ມາເປັນເວລາຢ່າງໜ້ອຍ 5 ພັນປີ. ດັ່ງ ນັ້ນ, ໃນປີ 1992 ສູນກາງສະຫະພັນ ແມ່ຍິງລາວ ຈຶ່ງໄດ້ດຳເນີນໂຄງການ ອະນຸລັກ ແລະ ສົ່ງເສີມສິນສາຍໄໝ ເພື່ອສົ່ງເສີມ ແລະ ພື້ນຟູການລ້ຽງມ້ອນ ສາວໄໝ, ອາຊີບເຮັດຫູກທໍໄໝ ແລະ ຫັດຖະກຳອື່ນໆຂອງແມ່ຍິງລາວ, ທັງ ເປັນບ່ອນສະສົມຜ້າອາພອນທີ່ມີດອກ ດວງລວດລາຍອັນປານີດ ທີ່ໄດ້ມາ ຈາກສີໄມ້ລາຍມືອັນເປັນເອກະລັກ ຂອງແມ່ຍິງລາວບັນ ດາເຜົ່າ. ໃນໂອກາດນີ້, ທ່ານ ນາງ ວິພາວັນ ພົມວິຫານ ພ້ອມດ້ວຍຄະນະພັນລະ ຍາການນຳສະພາແຫ່ງຊາດ ແຫ່ງ ສປປ ລາວ ຍັງໄດ້ຈັດພິທີບາສີສູ່ຂວັນ ຕາມຮີດຄອງປະເພນີລາວ ແລະ ງານ ລ້ຽງອາຫານທ່ຽງ ຢູ່ໂຮງແຮມ ດັບ ເບິນທຣີ ບາຍ ຮິວຕັນ ເພື່ອເປັນສິລິມຸງ ຄຸນແກ່ຄະນະພັນລະຍາຜູ້ແທນຕ່າງປະ ເທດນໍາອີກ. ຂ່າວ: ໄຊໂສພາພອນ ມິ່ງມຸງຄຸນ ພັນລະຍາ... ຄະນະສະມາຊິກ ລັດຖະສະພາໜຸ່ມ ໄອ ປາ ໃນການຈັດຕັ້ງປະຕິບັດຖະແຫລງ ການກອງປະຊຸມສະມາຊິກ ລັດຖະສະ ພາໜຸ່ມສາກົນ ຄັ້ງທີ 9 ກ່ຽວກັບບົດ ບາດຂອງຊາວໜຸ່ມ ໃນການເລັ່ງລັດ ການບັນລຸເປົ້າໝາຍການພັດທະນາ ແບບຍືນຍົງ ໂດຍຜ່ານການຫັນເປັນ ດິຈິຕອນ ແລະ ນະວັດຕະກໍາ. ສ່ວນກອງປະຊຸມກໍາມາທິການສັງ ຄົມ ຈັດຂຶ້ນພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນຕາ ເທບພະວົງ ປະທານ ກອງປະຊຸມກຳມາທິການວຽກງານ ສັງຄົມ, ບັນດາຄະນະຜູ້ແທນສະມາຊິກ ລັດຖະສະພາອາຊຽນ ໄດ້ພິຈາລະນາ ແລະ ຮັບຮອງເອົາ 5 ຮ່າງມະຕິຄື: ຮ່າງມະຕິວ່າດ້ວຍການເພີ່ມທະວີບົດ ບາດ ຂອງລັດຖະສະພາ ໃນການຮ່ວມ ມື ເພື່ອການແກ້ໄຂບັນຫາຢາເສບຕິດ ເຮັດໃຫ້ອາຊຽນປອດຢາເສບຕິດ ຢ່າງ ເປັນຮູບປະທໍາ; ຮ່າງມະຕິວ່າດ້ວຍການ ດຳເນີນການຮ່ວມກັນ ຜ່ານຂໍ້ລິເລີ່ມສົນ ທິສັນຍາໂລກວ່າດ້ວຍພລາສຕິກໃນອາ ຊຽນ; ຮ່າງມະຕິວ່າດ້ວຍການສົ່ງເສີມ ບົດບາດ ຂອງລັດຖະສະພາດ້ານນະວັດ ຕະກຳການຮັກສາສຸຂະພາບແບບອັດ ສະລິຍະ; ຮ່າງມະຕິວ່າດ້ວຍການສົ່ງ ເສີມສິດ, ສະຫວັດດີການສັງຄົມ ແລະ ໂອກາດໃນການຈ້າງງານ ສຳລັບຜູ້ອາ ຍຸສູງໃນອາຊຽນ; ຮ່າງມະຕິວ່າດ້ວຍ ການເພີ່ມທະວີການຮ່ວມມື ໃນການ ເພີ່ມການຄວບຄຸມຢາສູບ ແລະ ສານນີ ໂຄຕິນ ໃນອາຊຽນ. ຂ່າວ: ກິດຕາ; ພາບ: ອ່າຍຄຳ ສະມາຊິກ... ອາຊຽນ... ຫົວໜ້າສູນບໍລິຫານລັດດີຈິຕອນ ໂດຍຜູ້ ເຂົ້າຮ່ວມໄດ້ສຸມໃສ່ປຶກສາຫາລືກ່ຽວ ກັບການປະຕິບັດຫລັກການປົກຂໍ້ມູນ ແລະ ເພື່ອອຳນວຍຄວາມສະດວກໃຫ້ ແກ່ການແລກປ່ຽນຄວາມຮູ້ ແລະ ການ ປະຕິບັດທີ່ດີທີ່ສຸດສຳລັບວຽກງານ ປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ຂໍ້ ມູນສ່ວນບຸກຄົນ ລະຫວ່າງ ບັນດາປະ ເທດສະມາຊິກອາຊຽນ. ກອງປະຊຸມຄັ້ງນີ້, ໄດ້ປຶກສາຫາລື ແລະ ລາຍງານຄວາມຄືບໜ້າຂອງ ການຈັດຕັ້ງປະຕິບັດວຽກງານປົກ ປ້ອງຂໍ້ມູນຂອງແຕ່ລະປະເທດສະມາ ຊິກອາຊຽນ ທັງດ້ານນິຕິກຳ, ເຫດການ ຕ່າງໆ ແລະ ການແກ້ໄຂສິ່ງທ້າທາຍໃນ ວຽກງານປົກປ້ອງຂໍ້ມູນ. ໃນນີ້, ທ່ານ ສຸເນດໂຕ ຊາພັກດີ, ຮອງຫົວໜ້າກົມ ຄວາມປອດໄພໄຊເບີ, ກະຊວງເຕັກໂນ ໂລຊີ ແລະ ການສື່ສານ ລາຍງານວຽກ ງານປົກປ້ອງຂໍ້ມູນ ຂອງ ສປປ ລາວ, ຈາກນັ້ນ ປະເທດສິງປະໂປ ໄດ້ລາຍ ງານເພີ່ມຕື່ມກ່ຽວກັບແຜນຈັດຕັ້ງປະ ຕິບັດ ຂອບການຮ່ວມມືອາຊຽນທາງ ດ້ານຂໍ້ມູນລັດຖະບານ, ຂອບຮ່ວມມືສໍາ ລັບການໂອນຍ້າຍຂໍ້ມູນສ່ວນບຸກຄົນ ຂ້າມແດນ. ນອກຈາກນັ້ນ, ຜູ້ແທນຈາກ ປະເທດກໍາປູເຈຍ ໃນນາມປະທານ ຂອງກອງປະຊຸມໄດ້ລາຍງານບັນດາ ຂໍ້ລິເລີ່ມ ພາຍໃຕ້ແຜນງານທີ່ຈະຕ້ອງ ໄດ້ຈັດຕັ້ງປະຕິບັດໃນຕໍ່ໜ້າ. ໃນຕອນບ່າຍວັນດຽວກັນ ກໍໄດ້ມີ ການຈັດສຳມະນາພາຍໃນຫົວຂໍ້ “ເຕັກ ໂນໂລຊີໃໝ່ ໃນການປົກປ້ອງຂໍ້ມູນເອ ເລັກໂຕຣນິກ ແລະ ຂໍ້ມູນສ່ວນບຸກຄົນ” ໂດຍມີການນໍາສະເໜີຈາກອົງການປົກ ປ້ອງຂໍ້ມູນເອເລັກໂຕຣນິກ ຂອງປະເທດ ຍີ່ປຸ່ນ, ພາກສ່ວນທຸລະກິດຈາກບັນດາ ປະເທດອາຊຽນ. ນອກຈາກນັ້ນ, ກໍມີ ການແລກປ່ຽນຄຳເຫັນກ່ຽວກັບຄວາມ ກັງວົນຕໍ່ກັບມາດຕະຖານປົກປ້ອງຂໍ້ ມູນສ່ວນບຸກຄົນຂອງພາກທຸລະກິດ, ການແບ່ງປັນຂໍ້ມູນຂອງພາກລັດ ໃນ ແບບຂໍ້ມູນເປີດ, ລວມທັງການນຳໃຊ້ຂໍ້ ມູນເພື່ອຕໍ່ຍອດໃຫ້ແກ່ເຕັກໂນໂລຊີໃໝ່. ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ ສະແດງຄວາມຫວັງໃນອະນາຄົດຂອງ ການປົກປ້ອງຂໍ້ມູນ ໃນພາກພື້ນອາ ຊຽນ ຊຶ່ງໄດ້ຍົກໃຫ້ເຫັນເຖິງຄວາມມຸ້ງ ໝັ້ນ ລວມຂອງບັນດາປະເທດສະມາ ຊິກ ເພື່ອເສີມສ້າງກົນໄກການປົກປ້ອງ ຂໍ້ມູນສ່ວນບຸກຄົນ ແລະ ສົ່ງເສີມວັດ ທະນະທໍາຄວາມເປັນສ່ວນຕົວ ທີ່ສອດ ຄ່ອງກັບຄວາມຕ້ອງການຂອງພົນລະ ເມືອງ ແລະ ທຸລະກິດ. ຂໍ້ມູນ: ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ ຝຶກອົບຮົມ... ດຶງຂໍ້ມູນຕ່າງໆ ອອກມານໍາໃຊ້ ຊຶ່ງໄລ ຍະຜ່ານມາ ໄດ້ມີຖານກັ່ນຕອງຄວາມ ບົກຜ່ອງໜ້າທີ່ການຂອງເດັກອາຍຸ 3-5 ປີໃນເບື້ອງຕົ້ນແລ້ວ ແລະ ກິດຈະ ກໍາຂອງພວກເຮົາກໍຍັງມີການກັ່ນຕອງ ທາງດ້ານການແພດ ໂດຍມີບ້ານເປົ້າ ໝາຍທັງໝົດ ໃນ 9 ແຂວງ 9 ເມືອງ 250 ບ້ານ ເພື່ອຮັບປະກັນໃຫ້ຂໍ້ມູນເປັນ ລະບົບ, ແມ່ນຍຳແລະມີຄວາມສະດວກ ສະບາຍໃນການນຳໃຊ້ຕໍ່ໜ້າ. ສະນັ້ນ, ເພື່ອໃຫ້ຂໍ້ມູນດັ່ງກ່າວໄດ້ ຖືກນຳໃຊ້ເຂົ້າໃນການປະຕິບັດວຽກ ງານແລະມີຄວາມໜ້າເຊື່ອຖື, ສາມາດ ວິເຄາະໃຫ້ເຫັນໄດ້ວ່າ ໃນຈຳນວນເດັກ ທີ່ສົງໄສວ່າມີຄວາມບົກຜ່ອງໜ້າທີ່ ການ ຈະໄດ້ຖືກນຳສົ່ງຫາແພດໝໍເພື່ອ ຊ່ວຍເຫລືອແກ້ໄຂແຕ່ເບື້ອງຕົ້ນ ແລະ ສາມາດເປັນຂໍ້ມູນໃນການເຜີຍແຜ່ຜົນ ການຈັດຕັ້ງປະຕິບັດວຽກງານກວດ ກາຄວາມບົກຜ່ອງໜ້າທີ່ການໃຫ້ພາກ ສ່ວນທີ່ກ່ຽວຂ້ອງຮັບຊາບ ແລະ ຫາ ທາງຊ່ວຍເຫລືອເດັກໃນຂະບວນການ ຕໍ່ໄປ. ດ້ວຍເຫດນັ້ນ, ໜ່ວຍປະຕິບັດງານ ກວດກາຄວາມບົກຜ່ອງໜ້າທີ່ການ ຂອງເດັກ ຈຶ່ງມີຈຸດປະສົງ ເພື່ອຈັດຝຶກ ອົບຮົມການນຳໃຊ້ຖານຂໍ້ມູນການກວດ ກາຄວາມບົກຜ່ອງໜ້າທີ່ການຂອງ ເດັກ ອາຍຸ 3-5 ປີ ແນໃສ່ເຮັດໃຫ້ຄະນະ ຮັບ ຜິດຊອບຂັ້ນສູນກາງ, ຂັ້ນແຂວງ ສາມາດປ້ອນຂໍ້ມູນເຂົ້າຖານຂໍ້ມູນ ແລະ ສາມາດວິເຄາະຂໍ້ມູນທີ່ເປັນເອກະພາບ ກັນ; ເພື່ອໃຫ້ຜູ້ເຂົ້າຮ່ວມສາມາດວິ ເຄາະຂໍ້ມູນເດັກອາຍຸ3-5ປີທີ່ມີຄວາມ ບົກຜ່ອງດ້ານໜ້າທີ່ການດ້ານການ ເບິ່ງເຫັນ, ການໄດ້ຍິນ, ການເຄື່ອນ ໄຫວ, ສະຕິປັນຍາ ແລະ ເຫັນໄດ້ລະດັບ ຄວາມຫຍຸ້ງຍາກຂອງແຕ່ລະປະເພດ ຂອງຄວາມບົກຜ່ອງໜ້າທີ່ການ ແລະ ທັງເປັນຂໍ້ມູນໃຫ້ທີມແພດສະເພາະ ດ້ານໃນການຕິດຕາມ, ຊຸກຍູ້ໃນການ ຊ່ວຍເຫລືອ ການປີ່ນປົວແກ່ເດັກທີ່ມີ ຄວາມບົກຜ່ອງໜ້າທີ່ການ. ຂໍ້ມູນ-ພາບ: ໜັງສືພິມສຶກສາທິການ ແລະ ກິລາ

RkJQdWJsaXNoZXIy MTc3MTYxMQ==