5988

xtgmf]k; 4 3]d c]t gsfdko 22/10/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ລາວ-ສິງກະໂປ... *** ຕໍ່ຈາກໜ້າ 1 *** ບໍລິສັດ... *** ຕໍ່ຈາກໜ້າ 1 *** ຂປລ. ໃນໂອກາດດໍາເນີນກອງປະ ຊຸມສະມັດຊາໃຫຍ່ ລັດຖະສະພາ ລະ ຫວ່າງຊາດອາຊຽນ ຫລື ໄອປາ ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບຈັດ ຂຶ້ນໃນລະຫວ່າງວັນທີ 17-23 ຕຸລາ 2024 ຢູ່ຫໍປະຊຸມແຫ່ງຊາດ ນະຄອນ ຫລວງວຽງຈັນ, ພາກສ່ວນຕ່າງໆ ທັງ ພາກລັດ ແລະ ເອກະຊົນ ໄດ້ນໍາຜະລິດ ຕະພັນມາເຂົ້າຮ່ວມວາງສະແດງເປັນ ຕົ້ນລາຍການທ່ອງທ່ຽວ, ຮ້ານຫັດຖະ ກໍາ, ເຄື່ອງປະດັບ. ພ້ອມນີ້, ຍັງມີໂຄງ ການກໍ່ສ້າງຣີສອດລາວຄົບວົງຈອນ ຢູ່ຫລັກ 62 ແຂວງວຽງຈັນ ລະຫວ່າງ ກົມໃຫຍ່ ກະຊວງປ້ອງກັນຄວາມສະ ຫງົບ ແລະ ບໍລິສັດທີ່ປຶກສາໄຂ່ມຸກຕາ ເປັນເຈົ້າພາບ. ໃນໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງ ຕໍ່ການເດີນ ທາງມາເຂົ້າຮ່ວມກອງປະຊຸມ AIPA ຄັ້ງທີ 45 ຂອງທ່ານປະທານລັດຖະສະ ພາສິງກະໂປ ແລະ ຄະນະ ເຊິ່ງປີນີ້ແມ່ນ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງ ສາຍພົວພັນການທູດ ລາວ-ສິງກະໂປ ເປັນການປະກອບສ່ວນເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ 2 ປະເທດ ລາວ-ສິງກະໂປ ກໍຄື ລະຫວ່າງ 2 ອົງການນິຕິບັນຍັດ ໃຫ້ໄດ້ຮັບການ ພັດທະນາໃຫ້ຍິ່ງໆຂຶ້ນ. ການພົວພັນຮ່ວມມືລະຫວ່າງສອງ ປະເທດ ລາວ-ສິງກະໂປ ຕະຫລອດ ໄລຍະ 5 ທົດສະວັດ ທີ່ຜ່ານມາເຫັນ ວ່າສາຍພົວພັນມິດຕະພາບ ແລະ ການ ຮ່ວມມື ໄດ້ຮັບການພັດທະນາ ແລະ ຂະ ຫຍາຍຕົວເປັນກ້າວໆ, ມີການແລກ ປ່ຽນການຢ້ຽມຢາມຢ່າງເປັນປົກກະຕິ ລະຫວ່າງການນຳຂັ້ນສູງ ແລະ ຂັ້ນ ຕ່າງໆ, ສອງຝ່າຍມີການພົວພັນຮ່ວມມື ທາງດ້ານເສດຖະກິດ, ການຄ້າ, ການ ລົງທຶນ, ສຶກສາ, ທ່ອງທ່ຽວແລະ ອື່ນໆ. ການຄ້າສອງຝ່າຍ ນັບແຕ່ປີ 20182023 ມີມູນຄ່າ 451,4 ລ້ານໂດລາ ສະຫະລັດ, ມີນັກທ່ອງທ່ຽວ ສິງກະໂປ ເດີນທາງເຂົ້າມາ ສປປ ລາວ 5.824 ເທື່ອຄົນ, ໃນປີ 2023 ຈໍານວນນັກສາ ສຶກລາວ ທີ່ກໍາລັງສຶກສາຢູ່ສິງກະໂປ 18 ຄົນ, ມາເຖິງປີ 2023 ການລົງທຶນ ຂອງ ສິງກະໂປ ຢູ່ ສປປ ລາວ ມີມູນຄ່າ 362 ລ້ານໂດລາສະຫະລັດ ລວມມີ 83 ໂຄງການ ຈັດເປັນອັນດັບທີ 10 ຂອງ ການລົງທຶນຕ່າງປະເທດຢູ່ສປປລາວ. ນອກຈາກນີ້, ສິງກະໂປ ຍັງໄດ້ໃຫ້ການ ຊ່ວຍເຫລືອແກ່ ສປປ ລາວ ເປັນຕົ້ນຈັດ ຝຶກອົບຮົມ, ສໍາມະນາໃຫ້ແກ່ພະນັກ ງານ,ຝຶກອົບຮົມສີມືແຮງງານ,ຊ່ວຍໄພ ພິບັດ, ໂຄວິດ-19ແລະອື່ນໆ;ປັດຈຸບັນ, ສປປລາວໄດ້ເອົາໃຈໃສ່ປະຕິບັດນະໂຍ ບາຍເຊື່ອມໂຍງເຊື່ອມຈອດ ເພື່ອຫັນ ປ່ຽນຈາກເປັນປະເທດ ບໍ່ມີທາງອອກ ສູ່ທະເລ ເປັນປະເທດເຊື່ອມຈອດໃນ ພາກພື້ນ ແລະ ສາກົນ ໂດຍຖືເອົາເສັ້ນ ທາງລົດໄຟ ລາວ- ຈີນ ເປັນທ່າແຮງໃນ ການຂົນສົ່ງສິນຄ້າ ແລະ ການທ່ອງ ທ່ຽວຈາກບັນດາປະເທດອາຊຽນ ໄປ ສູ່ ສປ ຈີນ ແລະ ປະເທດອື່ນໆ. ສະພາແຫ່ງຊາດລາວ ແລະ ລັດຖະ ສະພາສິງກະໂປ ໄດ້ມີການພົວພັນ ຮ່ວມມື ແລກປ່ຽນຂໍ້ມູນ-ຂ່າວສານ, ແລກປ່ຽນບົດຮຽນກ່ຽວກັບການຈັດ ຕັ້ງປະຕິບັດບົດບາດດ້ານນິຕິບັນຍັດ, ການພັດທະນາເສດຖະກິດ, ການລົງ ທຶນ, ການຄຸ້ມຄອງສະພາບແວດລ້ອມ. ສອງປະທານຂອງອົງການນິຕິບັນຍັດ ໄດ້ມີການສົ່ງສານຊົມເຊີຍ-ສານອວຍ ພອນ ເຊິ່ງກັນ ແລະ ກັນ ໃນໂອກາດວັນ ສໍາຄັນຕ່າງໆຂອງ2ປະເທດ, ພ້ອມທັງ ຮ່ວມມືສະໜັບສະໜູນແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາ ພາກພື້ນແລະສາກົນ ເປັນຕົ້ນແມ່ນເວທີ AIPA, IPUAPPF ແລະ ອົງການອື່ນໆ. ສຳລັບ ທິດທາງການພົວພັນ ແລະ ຮ່ວມມືໃນຕໍ່ໜ້າ ລະຫວ່າງ ສອງອົງ ການນິຕິບັນຍັດ ທ່ານ ໄຊສົມພອນ ພົມວິຫານ ໄດ້ສະເໜີສືບຕໍ່ແລກປ່ຽນ ຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ ລະຫວ່າງສະພາແຫ່ງຊາດລາວ ແລະ ລັດຖະສະພາສິງກະໂປ ແລກປ່ຽນບົດ ຮຽນ, ຂໍ້ມູນຂ່າວສານ ແລະ ຮ່ວມກັນ ສຳມະນາ-ຝຶກອົບຮົມໃນຫົວຂໍ້ຕ່າງໆ ທີ່ສອງຝ່າຍມີຄວາມສົນໃຈ, ຮ່ວມກັນ ຊຸກຍູ້ໃຫ້ລັດຖະ ບານຂອງ 2 ປະເທດ ສືບຕໍ່ຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ, ບັນດາໂຄງການຮ່ວມມື ແລະໂຄງການລົງທຶນຕ່າງໆທີ່ສອງປະ ເທດໄດ້ລົງນາມຮ່ວມກັນໃຫ້ມີປະສິດ ຕິພາບ ແລະ ປະສິດຕິຜົນ, ສືບຕໍ່ຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ. ຂ່າວ:ກິດຕາ; ພາບ: ສຸກສະຫວັນ ໄອປາແລະບັນດາຫົວໜ້າຄະນະຜູ້ແທນ ລັດຖະສະພາສັງເກດການຂອງໄອປາ, ສະມາຊິກລັດຖະສະພາ ແລະພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງ ຊາດ ແຫ່ງ ສປປ ລາວ ໄດ້ກ່າວວ່າ: ຂະ ບວນການສ້າງປະຊາຄົມອາຊຽນ ໃຫ້ມີ ຄວາມເຂັ້ມແຂງ,ໄອປາຈະຕ້ອງເພີ່ມທະ ວີການຮ່ວມມື ໂດຍຜ່ານການເຊື່ອມ ໂຍງ-ເຊື່ອມຈອດ ແລະ ການເຕີບໂຕ ແບບກວມລວມ, ນໍາໃຊ້ດີຈິຕອນແບບ ກວມລວມ ເຂົ້າໃນການສ້າງຄວາມ ເຂັ້ມແຂງ ໃຫ້ແກ່ປະຊາຊາດໃນພາກ ພື້ນ, ສົ່ງເສີມການມີສ່ວນຮ່ວມຂອງ ປະຊາຊົນ ໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ, ສົ່ງເສີມການລະດົມທຶນ ເພື່ອພັດທະ ນາການເຊື່ອມຈອດດ້ານພື້ນຖານໂຄງ ລ່າງ, ສົ່ງເສີມການເຊື່ອມໂຍງດ້ານ ເຕັກໂນໂລຊີດີຈິຕອນ ແລະ ດ້ານອື່ນໆ, ປະກອບສ່ວນສ້າງປະຊາຄົມອາຊຽນ ທີ່ປອດໄພ, ເຂັ້ມແຂງ ແລະ ກວມລວມ ແນໃສ່ຮັບປະກັນການປົກປັກຮັກສາສັນ ຕິພາບ,ສະຖຽນລະພາບ,ຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງ, ພ້ອມ ທັງຮັບປະກັນໃຫ້ສາມາດ ບັນລຸໄດ້ ຕາມແຜນແມ່ບົດປະຊາຄົມອາຊຽນ 2025 ແລະ ຕໍ່ໜ້າ. ພ້ອມນີ້, ທ່ານຍັງ ເຊື່ອໝັ້ນວ່າ ລັດຖະສະພາສະມາຊິກ ໄອປາ ຈະສືບຕໍ່ເພີ່ມທະວີຍົກສູງກົນໄກ ການຮ່ວມມືເຊິ່ງກັນ ແລະ ກັນ ໃນການ ສ້າງຄວາມກົມກຽວທາງດ້ານກົດໝາຍ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ ການເຊື່ອມໂຍງ-ເຊື່ອມຈອດຂອງອາ ຊຽນ ໃຫ້ກາຍເປັນຮູບປະທຳຫລາຍ ຂຶ້ນ; ຊຸກຍູ້ລັດຖະບານໃຫ້ຍົກສູງວິທີ ການ ແລະ ກົນໄກການພົວພັນຮ່ວມມືທີ່ ເໝາະສົມກັບພາຍນອກ ເພື່ອສົ່ງເສີມ ການລົງທຶນດ້ານການກໍ່ສ້າງພື້ນຖານ ໂຄງລ່າງອາຊຽນ ທີ່ອຳນວຍຄວາມ ສະດວກໃຫ້ແກ່ການຂົນສົ່ງ, ການຄ້າ, ການລົງທຶນ, ອຸດສາຫະກຳການທ່ອງ ທ່ຽວແລະອື່ນໆເພື່ອບັນລຸໄດ້ຕາມວິໄສ ທັດປະຊາຄົມອາຊຽນ 2025 ແລະ ເປົ້າໝາຍການພັດທະນາແບບຍືນຍົງ 2030 ຕາມທີ່ອົງການສະຫະປະຊາ ຊາດໄດ້ກຳນົດໄວ້.ພ້ອມກັນນັ້ນ,ລັດຖະ ສະພາສະມາຊິກໄອປາ ຕ້ອງໃຫ້ຄວາມ ສຳຄັນຕໍ່ການຄຸ້ມຄອງລັດ-ຄຸ້ມຄອງ ສັງຄົມ ດ້ວຍລະບຽບກົດໝາຍ, ສືບຕໍ່ ປັບປຸງຂອບກົດໝາຍ ແລະ ນະໂຍບາຍ ໃຫ້ມີຄວາມສອດຄ່ອງ ພາຍໃນປະເທດ ສະມາຊິກອາຊຽນ, ຊຸກຍູ້ການໃຫ້ສັດ ຕະຍາບັນແກ່ສັນຍາ ແລະ ສົນທິສັນຍາ ໃນກອບການຮ່ວມມືດ້ານຕ່າງໆຂອງ ອາຊຽນ, ຕິດຕາມກວດກາການຈັດຕັ້ງ ປະຕິບັດນິຕິກຳທີ່ກ່ຽວຂ້ອງໃນຂົງ ເຂດວຽກງານຕ່າງໆຂອງອາຊຽນ ລວມທັງກົດບັດອາຊຽນ ໃຫ້ມີປະສິດ ທິພາບ ແລະ ມີປະສິດທິຜົນ ເພື່ອນໍາເອົາ ຜົນປະໂຫຍດສູງສຸດມາສູ່ປະຊາຊົນ ຢ່າງທົ່ວເຖິງ; ພວກເຮົາຕ້ອງສືບຕໍ່ຊຸກຍູ້ ແລະ ຮັດແໜ້ນການຮ່ວມມື ກັບຄູ່ຮ່ວມ ມືພາຍນອກຂອງອາຊຽນ ເພື່ອປະກອບ ສ່ວນ ເຂົ້າໃນຂະບວນການສ້າງປະຊ າ ຄົມອາຊຽນ ກໍຄື ການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະ ພາບ ແລະ ການພັດທະນາ ໃນພາກພື້ນ ກໍຄື ໃນໂລກ. ທ່ານ ນາງ ສູນທອນ ໄຊຍະຈັກ ຍັງ ໃຫ້ຮູ້ອີກວ່າ: ສປປ ລາວ ໄດ້ເອົາໃຈໃສ່ ຈັດຕັ້ງປະຕິບັດ ວິໄສທັດປະຊາຄົມ ອາຊຽນ 2025 ແລະ ແຜນແມ່ບົດທັງ 3 ເສົາຄໍ້າປະຊາຄົມອາຊຽນ ລວມທັງ ແຜນວຽກຂໍ້ລິເລີ່ມ ເພື່ອການເຊື່ອມ ໂຍງອາຊຽນ ແລະ ແຜນແມ່ບົດເພື່ອ ການເຊື່ອມ ຈອດອາຊຽນ 2025 ດ້ວຍ ການພັດທະນາພື້ນຖານໂຄງລ່າງ ທີ່ຈຳ ເປັນໃຫ້ແກ່ການເຊື່ອມຈອດ ເຂົ້າສູ່ ແລວທາງເສດຖະກິດຂອງປະເທດ ຕ່າງໆ ເຊັ່ນ: ການສ້າງເສັ້ນທາງລົດໄຟ ຄວາມໄວສູງ; ສ້າງເສັ້ນທາງດ່ວນຢູ່ ພາຍໃນປະເທດ ແລະ ກັບປະເທດໃກ້ ຄຽງ; ປັບປຸງ, ບູລະນະສ້ອມແປງທາງ ຫລວງ ແລະ ສ້າງລະບົບສາຍສົ່ງໄຟຟ້າ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ ການຂົນສົ່ງ,ການຄ້າ,ການລົງທຶນແລະ ການທ່ອງທ່ຽວ ກໍຄື ການພັດທະນາ ເສດຖະກິດ-ສັງຄົມ ພາຍໃນປະເທດ ໃຫ້ສາມາດເຊື່ອມຈອດ ກັບບັນດາປະ ເທດໃກ້ຄຽງ ກໍຄື ປະເທດອາຊຽນ ແລະ ເຊື່ອມໂຍງລະຫວ່າງອາຊຽນກັບ ພາກພື້ນອື່ນ ໃຫ້ນັບມື້ນັບດີຂຶ້ນເລື້ອຍໆ. ຂ່າວ: ກິດຕາ; ພາບ: ອ່າຍຄໍາ ໂຊອິພຣາບໂຕ ຮອງເລຂາທິການໃຫຍ່ ອາຊຽນ ພ້ອມດ້ວຍບັນດາສະມາຊິກ ລັດຖະສະພາໄອປາ ເຂົ້າຮ່ວມ ເພື່ອປຶກ ສາຫາລື ແລະ ຮັບຟັງຄຳຄິດຄຳເຫັນ ເຊິ່ງກັນແລະກັນກ່ຽວກັບການປະສານ ງານ ແລະ ການປະຕິບັດໜ້າທີ່ ຕາມ ພາລະບົດບາດຂອງຕົນໃນການຊຸກຍູ້ ແລະ ອຳນວຍຄວາມສະດວກໃຫ້ແກ່ ການຈັດຕັ້ງປະຕິບັດ ແຜນງານຕ່າງໆ ຂອງອາຊຽນ ກໍຄື ບັນດາມະຕິຂອງ ໄອປາ ໃຫ້ມີປະສິດທິພາບ ແລະ ບັນລຸ ຕາມຈຸດປະສົງຄາດໝາຍ. ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ໃຫ້ຮູ້ວ່າ: ກອງປະຊຸມປຶກສາຫາລື ລະຫວ່າງໄອປາ ແລະ ອາຊຽນ ຄັ້ງນີ້, ຈະໄດ້ລົງເລິກກ່ຽວກັບການເພີ່ມທະວີ ການປະສານງານ, ການປຶກສາຫາລື ລະຫວ່າງ ກອງເລຂາໄອປາ ແລະ ອາ ຊຽນ ເພື່ອຮັບປະກັນການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມ ໃນ ພາກພື້ນ, ເຊື່ອໜັັ້ນວ່າ ການປຶກສາຫາລື ລັດຖະສະພາ... *** ຕໍ່ຈາກໜ້າ 1 *** ພາຍໃຕ້ຫົວຂໍ້ດັ່ງກ່າວ, ຈະເປັນປະໂຫຍດ ຫລາຍໃນການເສີມຂະຫຍາຍບົດບາດ ແລະ ໜ້າທີ່ ຂອງສອງອົງການ ໃຫ້ມີ ປະສິດທິພາບກວ່າເກົ່າ, ປະກອບສ່ວນ ເຂົ້າໃນການຊຸກຍູ້ບົດບາດການເປັນ ແກນກາງຂອງອາຊຽນ, ສົ່ງເສີມການ ມີສ່ວນຮ່ວມ ຂອງປະຊາຊົນໃຫ້ຫລາຍ ຂຶ້ນ ເພື່ອບັນລຸວິໄສທັດການສ້າງປະ ຊາຄົມອາຊຽນ 2025 ແລະ ໄລຍະຕໍ່ ໜ້າ. ໃນໄລຍະຜ່ານມາອາຊຽນ-ໄອປາ ໄດ້ມີການຮ່ວມມື, ຕິດຕໍ່ພົວພັນແລະປະ ສານງານ ເຊິ່ງກັນ ແລະ ກັນ ໃນຖານະ ເປັນຄູ່ຮ່ວມມືຜ່ານກົົນໄກການຈັດກອງ ປະຊຸມ ລະຫວ່າງ ຜູ້ນຳອາຊຽນ-ໄອປາ ແລະກອງປະຊຸມປຶກສາຫາລືລະຫວ່າງ ເລຂາທິການໃຫຍ່ຂອງ ອາຊຽນ ແລະ ໄອປາ ໄດ້ປະສົບຜົນສໍາເລັດຫລາຍ ດ້ານ. ຢ່າງໃດກໍຕາມ, ເພື່ອຕອບສະ ໜອງກັບຄວາມຮຽກຮ້ອງຕ້ອງການ ແລະ ຮັບມືກັບສິ່ງທ້າທາຍຕ່າງໆທີ່ບັນ ດາປະເທດພວກເຮົາພວມຜະເຊີນໜ້າ ຢູ່ໃນປັດຈຸບັນ ກໍຄື ໃນອະນາຄົດ ແລະ ເພື່ອເຮັດໃຫ້ວຽກງານຂອງລັດຖະ ບານ ມີການເກາະກ່າຍກະທົບ ເຊິ່ງກັນ ແລະ ກັນ ກໍຄື ການປະສານງານກັບ ວຽກງານນິຕິບັນຍັດໃຫ້ກົມກຽວນັ້ນ, ພວກເຮົາຍິ່ງຕ້ອງເພີ່ມທະວີການພົວ ພັນຮ່ວມມື ແລະ ການປຶກສາຫາລື ໃຫ້ ຫລາຍຂຶ້ນ ເພື່ອຮັບປະກັນໃຫ້ແກ່ການ ພົວພັນຮ່ວມມືລະຫວ່າງລັດຖະບານ ແລະ ລັດຖະສະພາຂອງປະເທດອາ ຊຽນກໍຄືຄູ່ຮ່ວມມືຂອງອາຊຽນ-ໄອປາ ມີປະສິດທິພາບ ແລະ ປະສິດທິຜົນສູງ ຂຶ້ນແນໃສ່ປະຕິບັດຕາມທິດການເຊື່ອມ ຈອດແລະການເຕີບໂຕແບບກວມລວມ ຂອງອາຊຽນ. ກອງປະຊຸມຄັ້ງນີ້, ຈະເປັນໂອກາດ ອັນດີໃຫ້ແກ່ບັນດາກອງເລຂາໄອປາ, ກອງເລຂາອາຊຽນ ແລະ ລັດຖະສະພາ ສະມາຊິກໄອປາ ໄດ້ຮ່ວມກັນຕີລາຄາ ຄືນກ່ຽວກັບກົນໄກແລະວິທີການຕ່າງໆ ໃນການພົວພັນປະສານງານ ໃຫ້ມີປະ ສິດທິພາບສູງກວ່າເກົ່າ, ພ້ອມກັນຈັດ ຕັ້ງປະຕິບັດ ວິໄສທັດປະຊາຄົມອາຊຽນ 2025ແລະຫລັງປີ2025ກໍຄືສົ່ງເສີມ ປະຊາຄົມອາຊຽນ ໃຫ້ມີການເຊື່ອມ ໂຍງ ແລະ ເຊື່ອມຈອດ ຢ່າງເປັນຮູບປະ ທຳ. ຂ່າວ: ກິດຕາ; ພາບ: ເກດສະໜາ ກອງປະຊຸມຄັ້ງນີ້, ສະມາຊິກລັດຖະ ສະພາ ຈາກບັນດາປະເທດສະມາຊິກ ອາຊຽນ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາ ຫາລື ແລະ ພິຈາລະນະ ຮ່າງມະຕິ ຈຳ ນວນ 8 ສະບັບ ໃນຂົງເຂດວຽກງານ ເສດຖະກິດຄື: ຮ່າງມະຕິວ່າດ້ວຍການ ເສີມສ້າງຄວາມສາມາດໃນການຮັບ ມືໄຊເບີ ຜ່ານການຮ່ວມມືຂອງ ລັດຖະ ສະພາອາຊຽນ ກ້າວໄປສູ່ເສດຖະກິດ ດີຈິຕອນ ທີ່ປອດໄພ ແລະ ມີຊີວິດຊີວາ; ຮ່າງມະຕິວ່າດ້ວຍບົດບາດ ຂອງລັດ ຖະສະພາໃນການສະໜັບສະໜູນ ການ ປະຕິບັດຄໍາແນະນໍາ ຂອງອາຊຽນ ໃນ ກຳມາທິການ *** ຕໍ່ຈາກໜ້າ 1 *** ຫາລື... *** ຕໍ່ຈາກໜ້າ 1 *** ເວັນອອກ ຈໍາກັດ ກໍໄດ້ເຂົ້າຮ່ວມວາງ ສະແດງ. ທ່ານນາງ ລັດດາວອນ ພູນສະ ຫວັດ ຮອງປະທານ ບໍລິສັດທີ່ປຶກສາ ໄຂ່ມຸກ ຕາເວັນອອກ ຈໍາກັດ ໄດ້ໃຫ້ສໍາ ພາດຕໍ່ນັກຂ່າວສໍານັກຂ່າວສານປະ ເທດລາວ ໃນວັນທີ 19 ຕຸລາ 2024 ນີ້ ວ່າ: ໂຄງການກໍ່ສ້າງ ຣີສອດລາວ ຄົບ ວົງຈອນ ເປັນໂຄງການສ້າງຕົວເມືອງ ທັນສະໄໝ ທີ່ເນັ້ນໃສ່ຮັກສາສິ່ງແວດ ລ້ອມ ແລະ ວັດທະນາທໍາລາວ ເຊິ່ງຕັ້ງ ຢູ່ ເສັ້ນທາງເລກທີ 13 ເໜືອ ລະຫວ່າງ ບ້ານໜອງຂອນ ແລະ ບ້ານໂນນສົມບູນ ເມືອງໂພນໂຮງແຂວງວຽງຈັນ, ມີເນື້ອ ທີ່ 1.200 ເຮັກຕາ ເຊິ່ງປະກອບ ມີ 24 ກິດຈະກໍາເຊັ່ນ: ໂຮງແຮມ, ໂຮງຮຽນ, ໂຮງໝໍ, ສະໜາມກ໊ອຟ 36 ຫລຸມ ສາ ມາດແຂງຂັນລະດັບນາໆຊາດໄດ້, ສູນ ຮຽນຮູ້, ໂຮງຈັກ-ໂຮງງານນໍາໃຊ້ໃນ ໂຄງການ, ກະສິກໍາ, ສ້າງບ້ານຈໍາລອງ ເປັນສະຖານທີ່ຖ່າຍທໍາໜັງ, ສ້າງບ້ານ ວັດທະນະທໍາ ແລະ ກິດຈະກຳອື່ນທີ່ ກ່ຽວຂ້ອງ ໂດຍໂຄງການຂອງພວກ ເຮົາ ໄດ້ເປີດກ້ວາງໃຫ້ ນັກລົງທຶນຈາກ ຕ່າງເທດທີ່ສົນໃຈ ສາມາດມາຮ່ວມລົງ ທຶນໄດ້. ໃນນັ້ນ, ໄລຍະທີໜຶ່ງ ຈະພັດທະ ນາ 500 ເຮັກຕາ ໂດຍຜູ້ທີ່ມາຮ່ວມລົງ ທຶນໃນເບື້ອງຕົ້ນແມ່ນ ສ ເກົາຫລີ. ທ່ານ ນາງ ລັດດາວອນ ພູນສະ ຫວັດ ຍັງໄດ້ກ່າວຕື່ມວ່າ: ຖ້າໂຄງການ ດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດສໍາ ເລັດຈະສາມາດດຶງດູດນັກລົງທຶນຈາກ ຕ່າງປະເທດເຂົ້າມາລົງທຶນ ຢູ່ ສປປ ລາວ ຫລາຍຂຶ້ນ, ພ້ອມທັງສ້າງວຽກ ເຮັດງານທໍາໃຫ້ປະຊາຊົນລາວ ເປັນ ຈໍານວນຫລວງຫລາຍ ໂດຍສະເພາະ ປະຊາຊົນຢູ່ອ້ອມ ຮອບເຂດໂຄງການ. ພ້ອມກັນນີ້, ພາຍໃນໂຄງການຍັງຈະ ມີສູນຮຽນຮູ້, ສົ່ງເສີມຜູ້ບໍ່ມີທຶນການ ສຶກສາ ສາມາດເຂົ້າມາສຶກສາຮຽນຮູ້ຢູ່ ໂຄງການຂອງພວກເຮົາໄດ້ ແລະ ນັກ ລົງທັງພາຍໃນ ແລະ ຕ່າງປະເທດຫາກ ມີຄວາມສົນໃຈ ຈະເຂົ້າມາສຶກສາ ຫລື ຢາກລົງມາສໍາຫລວດພື້ນທີ່ໂຄງການ ແລະ ລາຍລະອຽດຕ່າງໆ ສາມາດເຂົ້າ ມາພົວພັນນໍາບໍລິສັດໂດຍກົງ ຢູ່ບ້ານສີ ສະຫວາດ ເມືອງຈັນທະບູລີ ນະຄອນ ຫລວງວຽງຈັນ ເບີໂທ: +856 20 5515 5596 ຂ່າວ: ວີລະວັນ; ພາບ: ຂັນໄຊ ການສົ່ງເສີມການລົງທຶນຢ່າງມີຄວາມ ຮັບຜິດຊອບໃນຂະແໜງການກະສິກຳ, ອາຫານແລະປ່າໄມ້; ຮ່າງມະຕິວ່າດ້ວຍ ບົດບາດຂອງລັດຖະສະພາ ໃນການສົ່ງ ເສີມໃນການລະດົມທຶນ ເພື່ອພັດທະນາ ການເຊື່ອມຈອດພື້ນຖານໂຄງລ່າງ ຂອງ ພາກພື້ນແນໃສ່ບັນລຸແຜນແມ່ບົດການ ເຊື່ອມຈອດອາຊຽນ ໃນປີ 2025 ແລະ ໃນຕໍ່ໜ້າ; ຮ່າງມະຕິວ່າດ້ວຍບົດບາດ ລັດຖະສະພາໃນການຊຸກຍູ້ການເຊື່ອມ ໂຍງທາງ ດ້ານເຕັກໂນໂລຊີດີຈິຕອນ ອາຊຽນກ້າວໄປສູ່ການບັນລຸແຜນແມ່ ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025 ແລະ ໃນຕໍ່ໜ້າ. ນອກຈາກນີ້, ຍັງໄດ້ໄດ້ພ້ອມກັນ ຄົ້ນຄວ້າ, ປຶກສາຫາລືແລະ ພິຈາລະນະ ຮ່າງມະຕິວ່າດ້ວຍການເສີມຂະຫຍາຍ ສ້າງລະບົບການຄ້າກາກບອນຂອງ ອາຊຽນ ເພື່ອເຕີບໂຕແບບຍືນຍົງ ແລະ ຄວາມຍືດຍຸນທາງດ້ານສິ່ງແວດລ້ອມ ໃຫ້ເປັນອັນໜຶ່ງອັນດຽວກັນ; ຮ່າງມະຕິ ວ່າດ້ວຍການໝູນໃຊ້ທ່າແຮງທາງ ດ້ານການທ່ອງທ່ຽວ ເຂົ້າໃນການຟື້ນຟູ ເສດຖະກິດຂອງອາຊຽນ ໃຫ້ມີຄວາມ ຍືນຍົງ; ຮ່າງມະຕິວ່າດ້ວຍການຍົກລະ ດັບຂີດຄວາມສາມາດ ຂອງສະຖາບັນ ເພື່ອເຊື່ອມຈອດດ້ານການຂົນສົ່ງ, ການບິນ ແລະ ທ່າເຮືອທາງທະເລ ຢູ່ໃນ ພາກພື້ນອາຊຽນ; ຮ່າງມະຕິວ່າດ້ວຍ ການສ້າງຕັ້ງສູນຄົ້ນຄວ້າປັນຍາປະ ດິດ ຂອງອາຊຽນ. ຂ່າວ: ກິດຕາ; ພາບ: ອ່າຍຄຳ

RkJQdWJsaXNoZXIy MTc3MTYxMQ==