5988

lt4k[a o0q '9n s];'rt[k' gxQ ks]+ s]v,rklk9u o xtgmf]k; 3 22/10/2024 0j k; c]t gsfdko ໂດຍ: ເກີດຂວັນໃຈ ມາລີຈັນສີີ ດັ ນີ ຈັນີ dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຄ້ອອ່ງໃໝ່້ ໂດຍ: ຢ່າາົ່ຕົ່ງ່ງ ບົດສະເໜີົີ g9Q kg,n v',5 o]txt3,d ,v[co;ra orn f .sh d5j ,zt]y fx6 dgxa oly o7h k 7a '0= ,6 o7n 05 ,-a [ c,j o7;k,9y ' s]n [+ ? h * ປີ2024 ນີ້ເຫັນວ່າປະເທດ ລາວເຮົາ ແຕ່ເໜືອຮອດໃຕ້ລ້ວນ ແຕ່ໄດ້ຮັບຜົນກະທົບຈາກໄພນ້ຳ ຖ້ວມ ເຊິ່ງໄດ້ສົ່ງປະທົບຕໍ່ເນື້ອທີ່ ການຜະລິດ ແລະ ປະຊາຊົນບໍ່ ໜ້ອຍ. ເຖິງຢ່າງໃດກໍ່ຕາມຜົນ ກະທົບດັ່ງກ່າວ ກໍ່ໄດ້ຮັບການ ຊ່ວຍເຫລືອດ້ານຕ່າງໆ ເພື່ອຊຸກຍູ້ ໃຫ້ແກ່ປະຊາຊົນສືບຕໍ່ຊຸກຍູ້ຜະ ລິດກະສິກຳ ເພື່ອບໍລິໂພກພາຍໃນ ຄອບຄົວ ແລະ ເປັນສິນຄ້າແກ້ ໄຂຄວາຍທຸກຍາກໃນຕໍ່ໜ້າ. ດັ່ງທີ່ເມືອງລະປາໂມກ ທ່ານ ວັນນະສັກ ຊາດຕະກູນ ເຈົ້າເມືອງ ມຸນລະປາໂມກ ພ້ອມດ້ວຍເຈົ້າ ໜ້າທີ່ກະສິກຳ ແລະ ປ່າໄມ້ ຂອງ ເມືອງໄດ້ລົງຕິດຕາມຊຸກຍູ້ຂະ ບວນການຜະລິດຂອງກຸ່ມຜະລິດ ປູກພືດເປັນສິນຄ້າຢູ່ກຸ່ມບ້ານໄໝ່ ແລະ ກຸ່ມບ້ານດອນນາງລອຍ (ຈຸດດອນພວນ), ເຊິ່ງການຜະ ລິດຂອງສອງລຸ່ມດັ່ງກ່າວ ແມ່ນ ໄດ້ຮັບກະທົບຈາກໄພນ້ຳຖ້ວມ. ແນວໃດກໍ່ດີ ເພື່ອເປັນການສ້າງ ຄວາຍເຂັ້ມແຂງ ໃຫ້ແກ່ປະຊາຊົນ ແລະ ແກ້ໄຂຄວາມທຸກຍາກໃຫ້ ນັບມື້ຫລຸດລົງ ເຈົ້າເມືອງກໍ່ໄດ້ *ຂໍ້ມູນດ້ານຕ່າງໆທັງສ່ວນ ລວມ, ບຸກຄົນ, ນິຕິບຸກຄົນ ລ້ວນແຕ່ ສໍາຄັນ, ມີຄຸນຄ່າຫາສິ່ງໃດທຽບບໍ່ ໄດ້, ຖ້າມີການສະສົມ-ບັນທຶກໄວ້ ເປັນລະບົບ-ປອດໄພ ເມື່ອຕ້ອງການ ນໍາມາໃຊ້ກໍ່ສະດວກ. ການເກັບມ້ຽນ ແມ່ນສໍາຄັນຫລາຍ, ເມື່ອກ່ອນອາດ ຈະມີວິທີການບໍ່ຫລາຍ, ແຕ່ດຽວນີ້ ຄວາມກ້າວໜ້າຂອງວິທະຍາສາດ ມີບົດບາດຫລາຍຕໍ່ການຮວບຮວມ, ຮັກສາຂໍ້ມູນ ດ້ວຍວິທີການຕ່າງໆ. ຍຸກສະໄໝໃໝ່ ຜູ້ກໍາຂໍ້ມູນຂ່າວສານ ໄດ້ຫລາຍດ້ານ, ເຮັດວຽກເຮັດງານ ກໍ່ຈະຢູ່ໃນທ່າໄດ້ປຽບ...ເປັນບັນຫາ ທີ່ຖືກຕັ້ງຂຶ້ນ, ລອງຄິດນໍາກັນວ່າ ຄວາມເປັນຈິງເປັນດັ່ງນັ້ນ? ເວົ້າເຖິງຂໍ້ມູນ, ດົນໆຈະໄດ້ຮັບ ຄໍາສົນທະນາແລກປ່ຽນຄໍາເຫັນວ່າ ຫລາຍອັນພວກເຮົາກໍ່ມີມູນເຊື້ອ ປະຕິບັດມີລັກສະນະວິທະຍາສາດ ແລະ ສາມາດຄົ້ນຫາມານໍາໃຊ້ໄດ້ດີ, ແຕ່ໃນຂະນະດຽວກັນກໍ່ຍັງເຫັນວ່າມີ ບາງອັນພວກເຮົາຍັງບໍ່ທັນເຮັດໄດ້ດີ *ສະຖາບັນຂົງຈືຢູ່ສປປ ລາວ ມີສອງແຫ່ງ ໃນນັ້ນ ແຫ່ງທີໜຶ່ງ ຕັ້ງຢູ່ນະຄອນຫລວງວຽງຈັນ, ແຫ່ງທີສອງຕັ້ງຢູ່(ມະຫາວິທະ ຍາໄລສຸພານຸວົງ)ແຂວງຫລວງ ພະບາງ. ຊຶ່ງມີຈຸດປະສົງສິດສອນ ພາສາຈີນ ແລະ ເຜີຍແຜ່ວັດທະ ນະທໍາຈີນໃຫ້ກັບຄົນລາວ, ທ່ານ ຊົ້ງ ມິງຢິງ ຜູ້ອໍານວຍການສະ ຖາບັນຂົງຈື (ມະຫາວິທະຍາໄລ ສຸພານຸວົງ)ກ່າວວ່າ:ສະຖາບັນ ຂົງຈືໄດ້ຮັບການສ້າງຕັ້ງຂື້ນໃນປີ 2018. ປັດຈຸບັນ ມີອາຈານສອນ ຄົນຈີນທັງໝົດ 16 ຄົນ, ອາຈານ ມອບແນວພັນພືດໃຫ້ແກ່ສອງ ກຸ່ມຜະລິດເປັນສິນຄ້າ. ໃນນັ້ນ, ປະກອບມີແນວພັນສາລີຂາວເຂົ້າ ໜຽວ, ສາລີເຫລືອງຫວານສາຍ ນ້ຳເຜີ້ງ, ຖົ່ວຝັກຍາວ,ໝາກແຕງ, ໝາກເຜັດ ແລະ ໝາກເຂືອ. ສຳລັບກຸ່ມຜະລິດປູກພືດເປັນ ສິນຄ້າຢູ່ບ້ານໃໝ່ແລະ ບ້ານດອນ ນາງລອຍ ມີທັງໝົດ 25 ຄອບ ຄົວ, ມີເນື້ອທີປູກ 25,70 ເຮັກຕາ, ສະເລ່ຍລາຍຮັບຂອງແຕ່ລະຄອບ ຄົວທີ່ໄດ້ຈາກການຂາຍຜົນຜະລິດ 35-40 ລ້ານກີບຕໍ່ຄອບຄົວຕໍ່ປີ. ຄົນລາວ 6 ຄົນ. ນັບແຕ່ມື້ສ້າງຕັ້ງ ຈົນມາເຖິງປັດຈຸບັນ, ສະຖາບັນ ໄດ້ຕັ້ງໜ້າປະຕິບັດບົດບາດໜ້າທີ່ ຂອງຕົນຢ່າງມີຜົນສໍາເລັດ. ຊຶ່ງ ສາມາດຮັບນັກຮຽນ, ນັກສຶກສາ ແລະ ພະນັກງານເຂົ້າມາຮຽນໄດ້ ເກືອບ 5000 ຄົນ, ໄດ້ສອບເສັງ ຍົກລະດັບນັກຮຽນທຸກໆປີ ລວມ ແລ້ວໄດ້ຫລາຍກວ່າ 2000 ຄົນ. ພ້ອມທັງຈັດກິດຈະກໍາໃນງານສໍາ ຄັນຂອງສອງປະເທດ ລາວ-ຈີນ ໄດ້ 50 ກວ່າຄັ້ງ. ສະຖາບັນຂົງຈື ບໍ່ພຽງແຕ່ສິດ ສອນພາສາຈີນຢູ່ສະຖາບັນເທົ່າ ນັ້ນ, ແຕ່ຍັງໄດ້ຂະຫຍາຍການ ຮຽນ-ການສອນຢູ່ບັນດາວິທະ ຍາໄລ ພາກເໝືອຂອງລາວ. ສໍາ ນັກງານອົງການທີ່ມີຄວາມຕ້ອງ ການຮຽນພາສາຈີນ ຜົນງານ ທີ່ຜົນເດັ່ນແມ່ນ ໄດ້ສ້າງສູນສິດ ສອນພາສາຈີນຢູ່ມະຫາວິທະຍາ ໄລກະສິກໍາ-ປ່າໄມ້ພາກເໝືອ, ວິທະຍາໄລການເງິນພາກເໝືອ, ວິທະຍາໄລສຸຂະພາບຫລວງພະ ບາງ, ໂຮງໝໍແຂວງແຂວງຫລວງ ພະບາງ, ໂຮງຮຽນພັດທະນາ ແລະ ສູນປະຕິບັດການບໍາລຸງຮັກ ສາລົດໄຟລາວ-ຈີນເປີດບໍາລຸງ ພາສາຈີນເຕັກນິກການລົດໄຟ, ຮ່ວມືກັບບໍລິສັດເຂື່ອນໄຟຟ້ານໍ້າອູ ເປີດບໍາລຸງພາສາຈີນ ວິສະວະກໍາ ໄຟຟ້າ, ຮ່ວມືກັບໂຮງໝໍແຂວງ ຫລວງພະບາງບໍາລຸງພາສາຈີນ ເຕັກນິກການແພດ, ພາສາຈີນ ບໍລິຫານການເງິນ, ການບໍລິການ ການທ່ອງທ່ຽວ-ໂຮງແຮມ ແລະ ອື່ນໆໄດ້ຫຼາຍກວ່າ 1000 ຄົນ. ໄດ້ຮ່ວມມືກັບ ມະຫາວິທະຍາ ໄລວິທະຍາສາດ-ເຕັກໂນໂລຊີ ຄຸນມິງ ສອງໂຄງການຄື: ສ້າງ ຫ້ອງທົດລອງ ເຄື່ອງແປພາສາ ອາຊີໃຕ້-ອາຊີຕາເວັນອອກສຽງ ໃຕ້, ຫ້ອງທົດລອງການປຸ່ງແຕ່ງ ອາຫານສີຂຽວ. ນອກຈາກນັ້ນ, ໃນປີ 2022 ບັນດາຄູອາຈານຢູ່ສະຖາຂົງຈື ຫລວງພະບາງຍັງໄດ້ແປປື້ມ ການຫລຸດຜ່ອນຄວາມທຸກຍາກ ຂອງທ່ານ ສີຈີ້ນຜົ່ງ ຈາກພາ ສາຈີນເປັນພາສາລາວ ແລະ ຈັດພິມໄດ້ສໍາເລັດ. ນອກຈາກ ນັ້ນແລ້ວ, ສະຖາບັນຂົງຈື ສະ ຖານນີລົດໄຟຫຼວງພະບາງ, ໄດ້ ຈັດງານສິນລະປະວັດທະນະທໍາ ຈີນເຂົ້າສຸ່ສະຖານີລົດໄຟ, ງານ ສາຍສໍາພັນນັກສຶກສາມະຫາວິ ທະຍາໄລລາວ-ຈີນ ທີ່ສະຖານນີ ລົດໄຟບໍ່ເຕັນແຂວງຫລວງນໍ້າ ທາ, ເປັນເຈົ້າພາບຈັດປະກວດ ການຖ່າຍທໍາວິດິໂອສັ້ນ ຂ້ອຍຮັກ ປະເທດຈີນ, ຈະເລົ່າເລື່ອງເລື່ອງ ທາງລົດໄຟລາວ-ຈີນໃຫ້ຟັງ ແລະ ຈັດງານແຂ່ງຂັນຮ້ອງເພງຈີນດັງ ກ່ອງທົ່ວເມືອງ ແລະ ງານເທສະ ການໄຫວ້ພະຈັນ... ຍ້ອນສະຖາບັນຂົງຈື ຫລວງ ພະບາງ ນັບມື້ນັບຂະຫຍາຍຕົວ ໄດ້ຮັບຄວາມນິຍົມຈາກສັງຄົມ ຫລາຍຂື້ນ ແລະ ເປັນການຍ່ອມ ຮັບຈາກການນໍາສອງປະເທດ ລາວ-ຈີນ ຫ້ອງຮຽນໃນປັດຈຸບັນ ບໍ່ພຽງພໍທາງສະຖາບັນຈຶ່ງໄດ້ຮັບ ທຶນຊ່ວຍເຫລືອກໍ່ສ້າງໂຮງຮຽນ ຈາກພະແນກການຄ້າແຂວງຢຸນ ນານ, ມະຫາວິທະຍາໄລວິທະຍາ ສາດ-ເຕັກໂນໂລຊີ ຄຸນມິງໄດ້ໜຶ່ງ ຫລັງໃນເນື້ອທີ່1,100 ຕາແມັດ, ມີ 6 ຫ້ອງຮຽນ, ຫ້ອງການ 2 ຫ້ອງ ແລະ ຫ້ອງປະຊຸມ 1 ຫ້ອງ ປັດຈຸບັນໄດ້ເປີດນໍາໃຊ້ແລ້ວ. ທ່ານ ຊົ້ງ ມິງຢິງ ກ່າວຕື່ມວ່າ: ໃນອະນາຄົດ, ສະຖາບັນຂົງຈືຈະ ພັດທະນາຕົນເອງໃຫ້ກາຍເປັນ ສະຖາບັນການສຶກສາແຖວໜ້າ, ຮັບປະກັນການຮຽນ-ການສອນ ມີປະສິດຕິພາບສູງ, ສ້າງຫລັກ ສູດແບບໃໝ່ທັນກັບຍຸກສະໄໝ, ຕັ້ງໜ້າບຸກຄະລາກອນໃຫ້ມີຄຸນ ນະພາບ ເພື່ອຮັບໃຊ້ການພັດທະ ນາໂຄງການຮ່ວມມືລາວ-ຈີນ ກໍ ຄືການພັດທະນາເສດຖະກິດ-ສັງ ຄົມພາຍໃນແຂວງຫລວງພະ ບາງ, ສ້າງກິດຈະກໍາຕ່າງໆເປັນ ປົກກະຕິແລະຈະດຶງດູດກໍາລັງແຮງ ຈາກສັງຄົມມາພັດທະນາການ ຮຽນ-ການສອນໃຫ້ດີຍິ່ງຂື້ນ. ສະຖາບັນຂົງຈື ຫລວງພະ ບາງຈະຕັ້ງໜ້າເປີດກວ້າງດ້ານ ວັດທະນະທໍາ, ການສຶກສາ ແລະ ການຄົ້ນຄວ້າດ້ານວິທະຍາສາດ ໃນຮູບແບຕ່າງໆ ເພື່ອສົ່ງເສີມ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ຂອງສອງຊາດ ລາວ-ຈີນ ກໍ່ຄືປະ ຕິບັດ ແລະ ຜັນຂະຫຍາຍຄູ່ຮ່ວມ ສະຕາກໍາລາວ-ຈີນໃຫ້ແຕກດອກ ອອກຜົນຍິ່ທຂື້ນ. ເທົ່າທີ່ຄວນ, ຍ້ອນຫລາຍປັດໄຈ, ໃນ ນັ້ນສໍາຄັນອັນໜຶ່ງທີ່ມີຄໍາເຫັນກົງກັນ ຫລາຍແມ່ນ ການບໍ່ທັນໄດ້ໃຫ້ຄວາມ ສໍາຄັນໃນການເກັບຮັກສາບັນດາຂໍ້ ມູນຢ່າງເປັນລະບົບ, ບາງກໍລະນີກໍ່ ປ່ອຍປະວຽກເກັບມ້ຽນ ເຮັດໃຫ້ ເອກະສານບາງອັນຊອກບໍ່ເຫັນ, ມີ ກໍລະນີຖິ້ມໃສ່ກັນໃນເວລາຕ້ອງການ ຂໍ້ມູນ. ນັ້ນແມ່ນບັນຫາທີ່ຖືກຕັ້ງຂຶ້ນ, ຄວນຈະມີລະບົບເກັບມ້ຽນຄືແນວ ໃດ? ທັງປອດໄພ ແລະ ສາມາດນໍາ ໃຊ້ສະດວກໃນເວລາຕ້ອງການ. ໃນໄລຍະວິທະຍາສາດກ້າວໜ້າ ທັນສະໄໝ, ຫລາຍຂະແໜງການ ມີລະບົບເກັບມ້ຽນຂໍ້ມູນເປັນຂອງ ຕົນເອງ, ບໍ່ວ່າສາລະດັບຊາດແມ່ນ ມີຢູ່ແລ້ວ, ຫລາຍກໍລະນີ ກໍ່ເຄີຍເຮັດ ມາໄດ້ດີ, ແຕ່ບາງກໍລະນີກໍ່ມີບັນຫາ ຫຍຸ້ງຍາກ ແມ່ນໄລຍະມີການປ່ຽນ ຖ່າຍບຸກຄະລາກອນ ຈະດ້ວຍກໍລະ ນີໃດກໍ່ຕາມ, ບັນຫານີ້ມັກຖືກລືມ (ກໍ່ມີສ່ວນຫລາຍ). ຂໍ້ມູນທີ່ເປັນເຈ້ຍ ຈໍານວນໜຶ່ຶງກໍ່ກາຍເປັນເຈ້ຍເສດທັນ ທີໃນບາງກໍລະນີ ເມື່ອມີການປ່ຽນ ແປງບຸກຄະລາກອນຮັບຜິດຊອບ. ຈໍານວນໜຶ່ງມີລະບົບທັນສະໄໝ ເກັບມ້ຽນໄວ້ທັງສອງລະບົບ ກໍ່ໄຄ ແດ່, ແຕ່ສໍາຄັນແມ່ນເລື່ອງລະຫັດ ຜ່ານນັ້ນອີກ. ສະນັ້ນ ມັນຈຶ່ງຮຽກ ຮ້ອງເຖິງຄວາມຮັບຜິດຊອບຢ່າງ ເອົາຈິງເອົາຈັງບັນຫາຂໍ້ມູນ. ໃນ ເວລາບໍ່ຕ້ອງການໃຊ້ ກໍ່ບໍ່ໄດ້ຮ້ອນ ຫຍັງ, ແຕ່ເວລາຕ້ອງການ ໂດຍສະ ເພາະໃນບັ້ນສະຫລຸບນັ້ນນີ້ ກໍ່ວົນ ກັນຂຶ້ນ ຈະຊອກຫາຢູ່ໃສ? ນໍາໃຜ? ເພາະບາງກໍລະນີຕິດພັນບຸກຄົນ ແລະ ບຸກຄົນເຮັດວຽກນັ້ນຜ່ານມາ ກໍ່ບໍ່ໄດ້ຈັດລະບົບໄວ້ ຫລື ມີລະບົບ ແລ້ວ ບໍ່ປ້ອນຂໍ້ມູນໄວ້ ແລະ ອື່່ນໆ. ສະຫລຸບວ່າ ວຽກງານຂໍ້ມູນ ຖື ເບົາບໍ່ໄດ້, ເກັບມ້ຽນໄວ້ເປັນລະບົບ ທັງປອດໄພ, ຮັບປະກັນ ແລະ ນໍາ ມາໃຊ້ສະດວກ ແມ່ນຈະເປັນຜົນດີ ຕໍ່ບັນດາໜ້າວຽກ. ຂໍ້ມູນຫລາຍອັນ ມັນຄືມູນມັງ ທີ່ສະສົມໄວ້ ສະນັ້ນ ຈະຫາວິທີຮັກສາໄວ້ຄືແນວໃດ ເປັນ ປະເດັນຂໍແລກປ່ຽນຄໍາເຫັນເດີບັນ ດາທ່ານຜູ້ອ່ານໃຈດີທັງຫລາຍ. ການລົງຕິດຕາມຊຸກຍູ້ຂະ ບວນການຜະລິດຄັ້ງນີ້, ທ່ານ ເຈົ້າເມືອງໄດ້ຮັບຟັງການລາຍ ງານຂອງຫົວໜ້າກຸ່ມຜະລິດປູກ ພືດເປັນສິນຄ້າແຕ່ລະກຸ່ມ ເຊິ່ງມີ ທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຜົນ ກະທົບ, ສິ່ງທ້າທາຍຈາກສັດຕູພືດ ແລະ ໄພທຳມະຊາດທີ່ເກີດຂຶ້ນໃນ ການຜະລິດ. ຂະນະທີ່ທ່ານພູວອນອຸດົມສຸກ ຫົວໜ້າຫ້ອງການກະສີກຳ ແລະ ປ່າໄມ້ເມືອງ ກໍ່ໄດ້ແນະນຳວິທີ ການປ້ອງກັນຈາກສັດຕູພືດ, ເຕັກ ນິກ ແລະ ການບົວລະບັດຮັກສາ, ວິທີການໃສ່ຝຸ່ນ, ພ້ອມທັງແນະນຳ ວິທີການຮັບມືກັບທຳມະຊາດທີ່ ຈະເກີດຂຶ້ນ ເພື່ອເປັນທິດທາງໃຫ້ ແກ່ເຂົາເຈົ້າກໍ່ຄືການຜະລິດເປັນ ສິນຄ້າຂອງກຸ່ມໃນຕໍ່ໜ້າ.

RkJQdWJsaXNoZXIy MTc3MTYxMQ==