5984

xtgmf]k; 4 3]d c]t gsfdko 16/10/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp g9Q k|h kmu j vk;5 3l cva dc,a d mq [m;ozq odkoxt8y [a fczoc,j [q f ຂປລ. ພິທີປະກາດຍົກລະດັບດ່ານ ທ້ອງຖິ່ນບ້ານວັງເປັນດ່ານສາກົນຈັດ ຂຶ້ນຢ່າງເປັນທາງການ ໃນວັນທີ 15 ຕຸລານີ້ ໂດຍມີທ່ານຄໍາພັນສິດທິດຳພາ ເຈົ້າແຂວງວຽງຈັນ, ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ; ທ່ານ ກິດຕິຄຸນ ບຸດຄຸນ ຮອງຜູ້ວ່າ ຣາຊະການຈັງຫວັດເລີຍ, ທ່ານນາງ ມໍລະກົດ ສີສະຫວັດ ເອກອັກຄະຣາ ຊະທູດວິສາມັນຜູ້ມີອຳນາດ ເຕັມ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ. ທ່ານ ຄໍາພັນ ສິດທິດຳພາ ໄດ້ມີ ຄໍາ ເຫັນວ່າ: ການເປີດດ່ານສາກົນບ້ານວັງ ຈະສ້າງໂອກາດອັນດີເພື່ອບໍລິການ ຮັບໃຊ້ນັກທຸລະກິດຜູ້ປະກອບການ, ປະ ຊາຊົນ ຂອງສອງປະເທດລາວ-ໄທ, ໄທ-ລາວ ເວົ້າສະເພາະແຂວງວຽງຈັນ ກັບຈັງຫວັດເລີຍ ໃຫ້ມີຄວາມໃກ້ຊິດ, ມີຄວາມສໍາພັນຮ່ວມມືກັນຢ່າງແໜ້ນ ແຟ້ນຍິ່ງຂຶ້ນ, ສ້າງຄວາມສະດວກສະ ບາຍກວ່າເກົ່າ ໃນການໄປມາຫາສູ່ ພົບ ປະຢ້ຽມຢາມທ້ອງທ່ຽວແລກປ່ຽນຊື້- ຂາຍສິນຄ້ານາໆພັນ, ກາຍເປັນທ່າແຮງ ບົ່ມຊ້ອນ ແລະ ສ້າງຜົນປະໂຫຍດ ອັນ ໃຫຍ່ຫລວງຫລາຍດ້ານ ປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດສັງ ຄົມຂອງແຂວງວຽງຈັນ, ເມືອງຫມື່ນ ໂດຍທາງກົງ ແລະ ທາງອ້ອມ ມີບາດ ກ້າວຂະຫຍາຍຕົວໃໝ່ທີ່ດີກວ່າເກົ່າ ຊຶ່ງບໍ່ພຽງແຕ່ນໍາຜົນປະໂຫຍດທາງ ດ້ານເສດຖະກິດມາສູ່ແຂວງວຽງຈັນ, ແຕ່ຍັງຈະປະກອບສ່ວນສໍາຄັນເຂົ້າໃນ ການພັດທະນາລວມຂອງຊາດ ໃນການ ລຶບລ້າງຄວາມທຸກຍາກ ແລະ ຫລຸດພົ້ນ ອອກຈາກປະເທດດ້ອຍພັດທະນາໃນ ອານາຄົດ. ນອກຈາກນັ້ນ, ດ່ານສາກົນແຫ່ງນີ້ ຍັງຈະປະກອບສ່ວນສໍາຄັນ ສ້າງໃຫ້ເຂດ ຊາຍແດນລາວ-ໄທ ມີຄວາມສະຫງົບ, ມີຄວາມ ເປັນລະບຽບຮຽບຮ້ອຍ, ສັນຕິ ພາບ, ມິດຕະພາບ, ມີການພົວພັນຮ່ວມ ມືທີ່ດີປອດໄພຮອບດ້ານຕາມກົດໝາຍ ແລະ ລະບຽບການຂອງສອງປະເທດ. ລັດຖະບານ ສປປ ລາວ ໄດ້ເຫັນດີ ອະນຸມັດການຍົກລະດັບດ່ານທ້ອງຖິ່ນ ບ້ານວັງ ເມືອງໝື່ນ ແຂວງວຽງຈັນ ຂຶ້ນເປັນ ດ່ານສາກົນຢ່າງເປັນທາງ ການ ເພື່ອສ້າງຂີດຄວາມສາມາດໃນ ການອໍານວຍຄວາມສະດວກ, ຊ່ວຍກະ ຕຸກຊຸກຍູ້ການພັດທະນາເສດຖະສິດສັງຄົມຂອງປະເທດຊາດ ແລະ ຊຸກຍູ້ ການເປີດປີທ່ອງທ່ຽວ 2024 ຕາມຄໍາ ຂວັນທີ່ວ່າ “ທ່ອງທ່ຽວລາວ-ທ່ອງ ທ່ຽວ ແຂວງວຽງຈັນ ປອດໄພ, ຊື່ນໃຈ ວັດທະນະທໍາ, ທໍາມະຊາດ ແລະ ປະ ຫວັດສາດ”ຊຶ່ງແຂວງວຽງຈັນເປັນຈຸດ ເຊື່ອມຕໍ່ທ່ອງທ່ຽວຫລວງພະບາງ ເມືອງມໍລະດົກໂລກ, ທ່ອງທ່ຽວພູເບ້ຍ ແຂວງໄຊສົມບູນ, ທ່ອງທ່ຽວທົ່ງໄຫ ຫີນມໍລະດົກໂລກ ແຂວງຊຽງຂວາງ, ເຊື່ອມຕໍ່ແຂວງພາກເໜືອ, ເຊື່ອມຕໍ່ ນະຄອນຫລວງວຽງຈັນ, ແຂວງພາກ ກາງ ລົງສູ່ແຂວງພາກ ໃຕ້ຂອງລາວ. ໃນໂອກາດນີ້, ທ່ານ ຄໍາພັນ ສິດທິ ດຳພາ ຍັງໄດ້ຮຽກຮ້ອງມາຍັງບັນດາ ພະແນກການ, ອົງການ, ເມືອງໝື່ນ ເວົ້າ ສະເພາະຄະນະຮັບຜິດຊອບດ່ານ ພ້ອມ ທັງເຈົ້າໜ້າທີ່ທຸກພາກສ່ວນທີ່ກ່ຽວ ຂ້ອງຈົ່ງເປັນເຈົ້າການບໍລິການ, ຄຸ້ມ ຄອງ, ບໍລິຫານຈັດການດ່ານ, ບໍລິການ ຮັບໃຊ້ ວ່ອງໄວ ໂປ່ງໃສ ຖືກຕ້ອງຕາມ ກົດຫມາຍ ແລະ ລະບຽບການ, ພ້ອມ ກັນສືບຕໍ່ ບາງໜ້າວຽກທີ່ກ່ຽວຂ້ອງໃຫ້ ມີຜົນສໍາເລັດເປັນຕົ້ນ: ສືບຕໍ່ພົວພັນ ປະສານສົມທົບ ດ່ານສາກົນບ້ານວັງ ແລະ ຈຸດຜ່ານແດນຖາວອນຄົກໄຜ່ ຂອງຣາຊະອານາຈັກໄທ ໃຫ້ມີການ ພົວພັນຮ່ວມມື ແລະ ແລກປ່ຽນຂໍ້ມູນ ຂ່າວສານດ້ານຕ່າງໆໃຫ້ແໜ້ນແຟ້ນ ຂຶ້ນກວ່າເກົ່າ ແລະ ອື່ນໆ. ສໍາລັບດ່ານທ້ອງຖິ່ນບ້ານວັງ ເປັນ ດ່ານຊາຍແດນທາງແມ່ນໍ້າຂອງ, ໄດ້ ຮັບການສ້າງຕັ້ງຂຶ້ນ ໃນວັນທີ 23 ກັນຍາ 1993, ຕັ້ງຢູ່ເຊິ່ງໜ້າກັບຈຸດ ຜ່ານແດນຖາວອນ(ດ່ານສາກົນ)ບ້ານ ໂຄກໄຜ່ ອໍາເພີປາກຊົມ ຈັງຫວັດເລີຍ. ດ່ານທ້ອງຖິ່ນບ້ານວັງ ຕັ້ງຢູ່ຫ່າງຈາກ ເທສະບານເມືອງໝື່ນປະມານ39ກິໂລ ແມັດ ແລະ ຫ່າງຈາກເທສະບານແຂວງ ວຽງຈັນ 170 ກິໂລແມັດ ເປັນຈຸດດຽວ ກັນກັບບໍລິເວນ ທີ່ຄາດຄະເນຈະສ້າງ ຂົວມິດຕະພາບ ລະຫວ່າງ ແຂວງວຽງ ຈັນ - ຈັງຫວັດເລີຍ ໃນຕໍ່ໜ້າ. pq d]tfa [fj komh v'4y j o[h ko;a ' gxa ofj kolkdq o ຂປລ. ສປປ ລາວ ໄດ້ເປັນເຈົ້າ ພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸ ໂສຂອບຍຸດທະສາດການຮ່ວມມືດ້ານ ເສດຖະກິດ ແມ່ນໍ້າອິຣະວະດີ-ແມ່ນໍ້າ ເຈົ້າພະຍາ-ແມ່ນໍ້າຂອງ ຫລື ແອັກແມັກ (ACMECS) ໃນວັນທີ 14 ຕຸລາ 2024 ໂດຍການເປັນປະທານຂອງ ທ່ານ ສົມບູນ ສີຫານາດ ຫົວໜ້າກົມ ເສດຖະກິດ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ ACMECS ຂອງ ສປປ ລາວ ໂດຍມີ ເຈົ້າໜ້າທີ່ອາວຸໂສ ACMECS ຈາກ ກໍາປູເຈຍ, ມຽນມາ, ໄທ, ສສ ຫວຽດ ນາມ ແລະ ຄະນະຕິດຕາມເຂົ້າຮ່ວມ. ກອງປະຊຸມ, ໄດ້ທົບທວນຄືນ ຜົນການຈັດຕັ້ງປະຕິບັດແຜນແມ່ບົດ ACMECS (2019-2023) ແລະ ວາງທິດທາງເພື່ອກະກຽມຮ່າງແຜນ ແມ່ບົດ ACMECS ໃນຕໍ່ໜ້າຂອງ ຂອບການຮ່ວມມື ACMECS. ພ້ອມ ດຽວກັນ, ກໍໄດ້ປຶກສາຫາລື ແລະ ຮັບ ຟັງການລາຍງານການຈັດຕັ້ງປະຕິບັດ ວຽກງານຂອງບັນດາ 3 ເສົາຄໍ້າຂອງ ACMECS ຄື: ເສົາຄໍ້າການເຊື່ອມ ຈອດດ້ານພື້ນຖານໂຄງລ່າງທີ່ໂລ່ງ ລ່ຽນ; ເສົາຄໍ້າການປະສານສົມທົບກັນ ດ້ານພື້ນຖານໂຄງບົນ ທີ່ມີຄວາມກົມ ກຽວ; ເສົາຄໍ້າການພັດທະນາທີ່ຍືນຍົງ ແລະ ທັນສະໄໝ. ນອກນັ້ນ, ຍັງໄດ້ປຶກ ສາຫາລືກ່ຽວກັບການກະກຽມຄວາມ ພ້ອມໃນການຈັດກອງປະຊຸມສຸດຍອດ ACMECS ຄັ້ງທີ 10 ທີ່ ສປປ ລາວ ຈະເປັນປະທານໃນເດືອນພະຈິກ2024 ນີ້ ໂດຍສະເພາະແມ່ນການກະກຽມ ດ້ານພະລາທິການ, ວາລະກອງປະຊຸມ ແລະ ທາງດ້ານເນື້ອໃນ ເປັນຕົ້ນ ຮ່າງ ຖະແຫລງການວຽງຈັນ ທີ່ບັນດາການ ນໍາຂັ້ນສູງຂອງປະເທດສະມາຊິກ ທີ່ຈະ ຮັບຮອງເອົາໃນກອງປະຊຸມສຸດຍອດ ດັ່ງກ່າວ. ໃນຕອນບ່າຍວັນດຽວກັນ, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດ ຖະກິດ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ ກຳ ປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຂອງ ສປປ ລາວ ໄດ້ສືບ ຕໍ່ນໍາພາຄະນະຜູ້ແທນຈາກຂະ ແໜງ ການກ່ຽວຂ້ອງຂອງ ສປປ ລາວ ເຂົ້າ ຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ກຳປູເຈຍ-ລາວ-ມຽນມາ-ຫວຽດ ນາມ ພາຍໃຕ້ການເປັນປະທານຂອງ ສສ ມຽນມາ ໂດຍມີບັນດາເຈົ້າໜ້າທີ່ ອາວຸໂສ CLMV ແລະ ບັນດາກະຊວງ ຂະແໜງການກ່ຽວຂ້ອງຂອງປະເທດ ສະມາຊິກ CLMV ເຂົ້າຮ່ວມ. ກອງປະຊຸມ ໄດ້ທົບທວນຄືນການ ຈັດຕັ້ງຜັນຂະຫຍາຍ ຜົນຂອງກອງປະ ຊຸມສຸດຍອດ CLMV ຄັ້ງທີ 10 ຜ່ານ ມາ ໂດຍສະເພາະການຈັດຕັ້ງປະຕິບັດ ແຜນວຽກເພື່ອການພັດທະນາ ກຳປູ ເຈຍ-ລາວ-ມຽນມາ-ຫວຽດນາມ (Fr amewor k for CLMV Development), ພ້ອມທັງໄດ້ຮັບຟັງ ລາຍງານການຈັດຕັ້ງປະຕິບັດຂອງ ບັນດາ 8 ໜ່ວຍງານພາຍໃຕ້ຂອບ ການຮ່ວມມືCLMVໃນໄລຍະຜ່ານມາ ກໍຄື ຂໍ້ສະດວກ, ຂໍ້ຄົງຄ້າງ ແລະ ຂໍ້ສະ ເໜີໃນການແກ້ໄຂສິ່ງທ້າທາຍຮ່ວມ ກັນໃນຕໍ່ໜ້າ ເຊິ່ງບັນດາ 8 ໜ່ວຍງານ ປະກອບມີ: ການຮ່ວມມືດ້ານການຄ້າ ແລະ ການລົງທຶນ; ການຮ່ວມມືດ້ານ ການຂົນສົ່ງ; ການຮ່ວມມືດ້ານອຸດສາ ຫະກໍາ; ການຮ່ວມມືດ້ານການທ່ອງ ທ່ຽວ; ການຮ່ວມມືດ້ານພະລັງງານ; ການຮ່ວມມືດ້ານການພັດທະນາຊັບ ພະຍາກອນມະນຸດ; ການຮ່ວມມືດ້ານ ກະສິກໍາ ແລະ ການຮ່ວມມືດ້ານເຕັກ ໂນໂລຊີ, ຂໍ້ມູນຂ່າວສານ ແລະ ການຕິດ ຕໍ່ສື່ສານ (ICT). ພ້ອມດຽວກັັນ, ກອງ ປະຊຸມຍັງໄດ້ປຶກສາຫາລື ແລະ ປະ ກອບຄໍາເຫັນໃສ່ບັນດາເອກກະສານ ທີ່ຈະຮັບຮອງໃນກອງປະຊຸມສຸດຍອດ CLMV ຄັ້ງທີ 11. ການເປັນປະທານກອງປະຊຸມ ACMECSແລະ ເຂົ້າຮ່ວມກອງປະຊຸມ CLMV ຄັ້ງນີ້ ໄດ້ຮັບຜົນສໍາເລັດຢ່າງ ຈົບງາມ ບົນພື້ນຖານໄມຕີຈິດມິດຕະ ພາບແລະສາມາດບັນລຸຕາມຈຸດປະສົງ ເປົ້າໝາຍທີ່ວາງໄວ້ ເພື່ອກະກຽມໃຫ້ ແກ່ກອງປະຊຸມສຸດຍອດ ACMECS ຄັ້ງທີ 10 ພາຍໃຕ້ການເປັນປະທານ ຂອງ ສປປ ລາວ ແລະ ກອງປະຊຸມສຸດ ຍອດ CLMV ຄັ້ງທີ 11 ພາຍໃຕ້ ການ ເປັນປະທານ ຂອງ ສສ ມຽນມາ ໃນຕົ້ນ ເດືອນພະຈິກ 2024 ທີ່ຈະມາເຖິງ. ຂ່າວ-ພາບ: ກຕທ ຂປລ. ກາເຟພູເບ້ຍລາວ ເປັນລິດ ຕະພັນຂອງຄົນລາວ ທີ່ໄດ້ເຂົ້າມາເປັນ ສ່ວນໜຶ່ງ ໃນການປະກອບສ່ວນ ຮັບໃຊ້ ກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດ ກ່ຽວຂ້ອງອື່ນໆ ທີ່ ສປປ ລາວ ໄດ້ຮັບ ກຽດເປັນເຈົ້າພາບ ໃນລະຫວ່າງວັນ ທີ 8-11 ຕຸລາ 2024 ໂດຍໄດ້ນຳ ເອົາຜະລິດຕະພັນຂອງຕົນເອງ ມາສະ ໜັບສະໜູນ, ໃຫ້ບໍລິການຢູ່ສູນຂ່າວ ໄອຊີທີຊີ ນະຄອນຫລວງວຽງຈັນ ເພື່ອ ໃຫ້ນັກຂ່າວ ທັງພາຍໃນ-ຕ່າງປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ດື່ມ, ໄດ້ຊີມ ລົດຊາດກະເຟລາວ ທີ່ມີຄຸນນະ ພາບຕະຫລອດທັງຕອນເຊົ້າ ແລະ ຕອນແລງ ໂດຍບໍ່ໄດ້ເສຍຄ່າ. ທ່ານ ນາງ ສຸນັດຕາ ລິດປັນຍາ ປະທານບໍລິສັດ ກາເຟພູເບ້ຍ ຈໍາກັດ ໄດ້ ໃຫ້ສຳພາດ ໃນວັນທີ 10 ຕຸລາ 2024 ນີ້ ໂດຍທ່ານໄດ້ສະແດງຄວາມຮູ້ສຶກດີ ໃຈແລະ ພາກພູມໃຈທີ່ໄດ້ມີໂອກາດນໍາ ເອົາກາເຟພູເບ້ຍລາວ ມາເປັນສ່ວນ ໜຶ່ງ ຊຸກຍູ້ໃຫ້ບໍລິການແກ່ກອງປະຊຸມ ສຸດຍອດອາຊຽນ ໃນຄັ້ງນີ້ ໂດຍໄດ້ເລີ່ມ ຂປລ. ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບອົງການສະຫະປະ ຊາຊາດກອງທຶນສຳລັບ ປະຊາກອນ (UNFPA), ບັນດາຄູ່ຮ່ວມງານທັງ ພາຍໃນແລະຕ່າງປະເທດຈັດສະເຫລີມ ສະຫລອງວັນເດັກຍິງສາກົນ ແລະ ວັນ ສ້າງຕັ້ງແຜນງານນາງນ້ອຍ ຄັ້ງທີ 8 ຄົບຮອບ 18 ປີ ພາຍໃຕ້ຫົວຂໍ້: “ວິໄສ ທັດຂອງເດັກຍິງເພື່ອອະນາຄົດ ໃນວັນ ທີ 15 ຕຸລາ 2024. ສະມັດຊາ ໃຫຍ່ອົງການສະຫະປະ ຊາຊາດ ໄດ້ປະກາດເອົາວັນທີ 11 ຕຸລາ ເປັນວັນເດັກຍິງສາກົນ ນັບແຕ່ນັ້ນມາ, ວັນທີ 11 ຕຸລາ ຂອງທຸກໆປີ ຈຶ່ງໄດ້ສະ ເຫລີມສະຫລອງເປັນວັນເດັກຍິງສາ ກົນ ເພື່ອຮັບຮູ້ສິດທິ ແລະ ສິ່ງທ້າທາຍ ທີ່ເດັກຍິງໃນທົ່ວໂລກໄດ້ພົບພໍ້. ໃນປີ 2016 ສປປ ລາວ ໄດ້ເປີດແຜນງານ ນາງນ້ອຍແລະສ້າງນາງນ້ອຍ(ຂະນະ ນັ້ນນາງນ້ອຍມີອາຍຸ 10 ປີ) ໃຫ້ເປັນ ຕົວແທນຂອງເດັກຍິງໄວໜຸ່ມທັງໝົດ 700.000 ກວ່າຄົນ ໃນທົ່ວປະເທດ. ຮູບແບບດັ່ງກ່າວ, ໄດ້ຖືກສ້າງຂຶ້ນ ເພື່ອ ເປັນຈຸດເລີ່ມຕົ້ນໃນການສົນທະນາ ແລະ ດຶງດູດຄວາມສົນໃຈກັບຄວາມ ຕ້ອງການທີ່ສໍາຄັນຂອງເດັກຍິງໄວ ໜຸ່ມເຊັ່ນດຽວກັນກັບເດັກຊາຍ. ນັບແຕ່ ນັ້ນມາ, ວັນທີ 11 ຕຸລາ ກໍເປັນວັນຄົບ ຮອບວັນເກີດຂອງນາງນ້ອຍ ແລະ ໄດ້ ຈັດງານຂຶ້ນໃນທຸກໆປີ ເພື່ອສະຫລອງ ຄວາມຄືບໜ້າກ່ຽວກັບໂຄງການໄວ ໜຸ່ມ ແລະ ການສ້າງຄູ່ຮ່ວມງານ ແລະ ເສີມຂະຫຍາຍຄຳໝັ້ນສັນຍາ ໃນການ ຊຸກຍູ້ການສ້າງຄວາມເຂັ້ມແຂງໃຫ້ແກ່ ໄວໜຸ່ມຍິງ ແລະ ຊາຍ ດ້ວຍວິໄສທັດ “ບໍ່ປ່ອຍປະໃຜໄວ້ຂ້າງຫລັງ”. ໂອກາດນີ້, ທ່ານ ກິ່ງມະໂນ ພົມ ມະຫາໄຊ ຮອງລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: ແມ່ຍິງໃນຊຸມຊົນມີຄວາມດ້ອຍໂອກາດ ຫລາຍກວ່າຜູ້ຊາຍ. ສະນັ້ນ, ພວກເຮົາ ຕ້ອງມີນະໂຍບາຍ ແລະ ມີແຜນງານ ທີ່ຊັດເຈນ ເພື່ອຊ່ວຍເຫລືອເຂົາເຈົ້າ, ນອກຈາກນີ້ ພວກເຂົາຍັງຕ້ອງໄດ້ຮັບ ໂອກາດໃນການມີສ່ວນຮ່ວມ, ການຕັດ ສິນໃຈໃນຂັ້ນນະໂຍບາຍ ຫລື ມີສ່ວນ ຮ່ວມໃນການຈັດຕັ້ງປະຕິບັດແຜນ ງານ. ລວມເຖິງການສະໜັບສະໜູນໃນ ການສ້າງຄວາມເຂັ້ມແຂງ, ມີສຸຂະພາບ ທີ່ດີ, ໄດ້ຮັບການສຶກສາ, ມີວຽກເຮັດ ງານທໍາ, ໄດ້ຮັບການປົກປ້ອງທາງສັງ ຄົມ ແລະ ມີສ່ວນຮ່ວມ ເພື່ອບັນລຸຄວາມ ຝັນຂອງເຂົາເຈົ້າ. ປັດຈຸບັນ, ສປປລາວ ປະເຊີນກັບອັດຕາການຖືພາໃນໄວໜຸ່ມ ສູງທີ່ສຸດໃນພາກພື້ນ, ໂດຍອັດຕາການ ເກີດລູກຂອງໄວໜຸ່ມ ເພີ່ມຂຶ້ນຈາກ 83 ຄົນ ຕໍ່ 1.000 ຄົນ ໃນປີ 2017 ເພີ່ມ ຂຶ້ນເປັນ 89 ຄົນຕໍ່ 1.000 ຄົນໃນປີ 2023. ນອກນັ້ນ, ອັດຕາສ່ວນຂອງ ເດັກຍິງອາຍຸ 15-19 ປີ ທີ່ແຕ່ງງານ ແລ້ວ ຫລື ຢູ່ນຳກັນໂດຍບໍ່ໄດ້ແຕ່ງງານ ເພີ່ມຂຶ້ນຈາກ23,5%ໃນປີ2017 ເປັນ 26,5% ໃນປີ 2023. ການໃຫ້ຄວາມ ສຳຄັນເຖິງການຖືພາຂອງໄວໜຸ່ມ ເປັນ ຫົວຂໍ້ສຳຄັນຂອງວັນເດັກສາກົນໃນປີ ນີ້ຊ່ວຍໃຫ້ເຂົ້າໃຈເຖິງ ສິ່ງທ້າທາຍລະ ດັບຊາດທີ່ຍັງຄົງຄ້າງ ໂດຍເກີດຈາກ ບັນທັດຖານທາງສັງຄົມ, ຊ່ອງວ່າງ ຂອງຂໍ້ມູນ, ຄວາມສາມາດແລະຜົນກະ ທົບທາງດ້ານເສດຖະກິດ-ສັງຄົມຂອງ ການລະບາດຂອງພະຍາດ COVID- 19. ການຖືພາໃນໄວໜຸ່ມບໍ່ພຽງແຕ່ ເປັນອັນຕະລາຍຕໍ່ສຸຂະພາບ, ສະຫວັດ ດີການຂອງແມ່ໃນໄວເດັກ ແລະ ລູກ ນ້ອຍເທົ່ານັ້ນ ແຕ່ຍັງເປັນການລ່ວງລະ ເມີດສິດທິມະນຸດ, ຂັດຂວາງການພັດ ທະນາຂອງບຸກຄົນ, ການສຶກສາ ແລະ ເສດຖະກິດອີກດ້ວຍ. ໂອກາດດຽວກັນ, ທ່ານ ດຣ ບາກ ຕິຢໍ ກາດີເຣີບ ຜູ້ຕາງໜ້າອົງການສະ ຫະປະຊາຊາດກອງທຶນສຳລັບປະຊາ ກອນ ປະຈຳ ສປປ ລາວ ກໍໄດ້ເນັ້ນເຖິງ ຄວາມສຳຄັນຂອງການລົງທຶນໃສ່ໄວ ໜຸ່ມ ເພື່ອໝູນໃຊ້ສິດທິ ແລະ ການເຂົ້າ ເຖິງໂອກາດທີ່ຫລາກຫລາຍ, ການສະ ຫລອງວັນເກີດຄົບຮອບ 18 ປີຂອງ ນາງ ນ້ອຍ ຄັ້ງນີ້, ເປັນການສືບຕໍ່ເພື່ອ ສ້າງຄວາມເຂັ້ມແຂງ ໃຫ້ແກ່ເດັກຍິງ ໃຫ້ມີທັກສະທີ່ສໍາຄັນໃນຊີວິດ ແລະ ສິດໃນການເລືອກ; ວິໄສທັດ ແລະ ທ່າ ແຮງຂອງໄວໜຸ່ມຍິງ 700.000 ຄົນ ໃນ ສປປ ລາວ ສະແດງໃຫ້ເຫັນເຖິງ ຄວາມເປັນໄປໄດ້ອັນມະຫາສານໃນ ປັດຈຸບັນ ແລະ ອະນາຄົດຂອງປະເທດ; ການລົງທຶນໃສ່ສຸຂະພາບ, ສະຫວັດດີ ພາບ ແລະ ຄວາມສາມາດຂອງເດັກຍິງ lts]v';a ogfa dpy 'lkdq o c]t ;a ogdu f ok' oh vp 7q [Iv[ 18 xu ແລະ ໄວໜຸ່ມບໍ່ພຽງແຕ່ຈະສ້າງຄວາມ ເຂັ້ມແຂງໃຫ້ເຂົາເຈົ້າ, ແຕ່ຍັງເປັນປະ ໂຫຍດຕໍ່ຄອບຄົວ ແລະ ຄົນຮຸ່ນຕໍ່ໄປ ນຳອີກ; ການສ້າງຄວາມເຂັ້ມແຂງໃຫ້ ແກ່ເດັກຍິງຈະຊ່ວຍເພີ່ມສັກກາຍະພາບ ໃຫ້ແກ່ປະຊາກອນ ເຊິ່ງຈໍາເປັນເພື່ອ ການພັດທະນາປະເທດແບບຍືນຍົງ. ຂ່າວ: ກິດຕາ dkg2r6 g[h p]k; xtdv[lj ;o-5 dp6h dv'xt-5 ,l5 fpvfvk-Po ເອົາຜະລິດຕະພັນ ເຂົ້າມາໃຫ້ບໍລິການ ໃນວັນທີ 8 ຕຸລາ ເປັນຕົ້ນມາ, ຈົນເຖິງ ວັນທີ 11 ຕຸລາ 2024 ເຊິ່ງເຫັນໄດ້ວ່າ ນັກຂ່າວທັງພາຍໃນ ແລະ ຕ່າງປະເທດ ກໍຄື ຜູ້ທີ່ມາປະຕິບັດໜ້າທີ່ວຽກງານ ຮັບໃຊ້ກອງປະຊຸມຄັ້ງນີ້ ໃຫ້ຄວາມສົນ ໃຈ ແລະ ໃຫ້ການຕອບຮັບເປັນຢ່າງດີ, ມີທັງກະເຟຮ້ອນ, ກະເຟເຢັນ ແລະ ອື່ນໆ. ຈຸດພິເສດຂອງກາເຟພູເບ້ຍລາວ ເປັນກາເຟທໍາມະຊາດຂອງຄົນລາວ ປູກຢູ່ທາງພາກເໜືອຂອງ ສປປ ລາວ ໂດຍມີຄຳຂວັນທີ່ວ່າ: ກາເຟພູເບ້ຍລາວ ຫອມຫວນຊວນສົດຊື່ນ ດີຕໍ່ສຸຂະພາບ. ທ່ານ ນາງ ສຸນັດຕາ ລິດປັນຍາ ຍັງ ໃຫ້ຮູ້ອີກວ່າ: ໃນໄລຍະຜ່ານມາກາເຟ ພູເບ້ຍລາວ ກໍໄດ້ປະກອບສ່ວນໃຫ້ການ ສະໜັບສະໜູນຫລາຍກອງປະຊຸມ ໂດຍ ສະເພາະກອງປະຊຸມອາຊຽນຕ່າງໆ ທີ່ ສປປ ລາວ ໄດ້ຮັບກຽດ ເປັນເຈົ້າພາບ ຈັດຂຶ້ນໂດຍເລີ່ມແຕ່ຕົ້ນປີ 2024 ເປັນ ຕົ້ນມາ ເຊິ່ງເຫັນໄດ້ວ່າ ມວນຊົນທັງ ພາຍໃນ ແລະ ຕ່າງປະເທດ ໃຫ້ຄວາມ ສົນໃຈເປັນຢ່າງດີ ແລະ ເປັນທີ່ຮູ້ຈັກ ຢ່າງກວ້າງຂວາງ. ໃນທ້ານປີ 2024 ນີ້, ບໍລິສັດ ກາເຟພູເບ້ຍຈໍາກັດ ຈະເປີດ ສາຂາ ຢູ່ຫໍວັດທະນະທໍາແຫ່ງຊາດ ນະ ຄອນຫລວງວຽງຈັນ ຢ່າງເປັນທາງ ການ. ຂ່າວ: ກິດຕາ

RkJQdWJsaXNoZXIy MTc3MTYxMQ==