5984

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 16/10/2024 xtgmf]k; ຂປລ. ສູນປິ່ນປົວ ແລະ ຮັກສາສຸຂະ ພາບຕາທົ່ງປົ່ງ ນະຄອນຫລວງວຽງ ຈັນຈະໃຫ້ບໍລິການກວດຕາ, ແຈກແວ່ນ ຕາ (ສຳລັບຜູ້ສູງອາຍຸ) ແລະ ຜ່າຕັດ ພະຍາດແກ່ນຕາຂຸ້ນໂດຍບໍ່ເສຍຄ່າ ໃນ ວັນທີ 16 ຕຸລາ 2024 ໂອກາດສະ ເຫລີມສະຫລອງ ວັນສາຍຕາໂລກ ຄົບຮອບ 22 ປີ (12/10/200212/10/2024). ພະຍາດສາຍຕາຂຸ້ນ ຫລື ແກ່ນຕາ ຂຸ້ນຈະມີອາການເປັນໄປຢ່າງຊ້າໆບໍ່ ເຈັບປວດແລະ ເຮັດໃຫ້ສາຍຕາໃນການ ເບິ່ງເຫັນເລີ່ມຫຼຸດລົງ. ແກ່ນຕາຂຸ້ນ ຍັງ ເກີດຈາກສະພາບແກ່ນຕາມີການປ່ຽນ ແປງ ແລະຍັງເປັນສາເຫດເຮັດໃຫ້ຄົນ ຕາບອດໄດ້ ຖ້າບໍ່ໄດ້ຮັບການປິ່ນປົວ ດ້ວຍວິທີຜ່າຕັດ ແລະ ໃສ່ແກ່ນຕາທຽມ ແຕ່ຖ້າໄດ້ຮັບການຜ່າຕັດປິ່ນປົວໃຫ້ຖືກ ວິທີກໍຈະຫາຍດີໄດ້. ສໍາລັບ, ປັດໄຈທີ່ພາໃຫ້ເປັນພະຍາ ດແກ່ນຕາຂຸ້ນຄື: ມີພະຍາດເບົາຫວານ, ມີການອັກເສບຕາ, ມີຄອບຄົວທີ່ເປັນ ແກ່ນຕາຂຸ້ນ, ການໃກ້ຊິດກັບຄວັນໄຟ ຄະນະປະຈຳສະພາ... ຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45, ບົດລາຍງານຜົນການຄົ້ນ ຄວ້າໜັງສືສະເໜີຂອງລັດຖະບານ ກ່ ຽວກັບການສະເໜີຂໍໃຫ້ຄະນະປະຈໍາ ສະພາແຫ່ງຊາດ ພິ ຈາລະນາ ຮັບຮອ ງເອົາສັນຍາໂອນຫຸ້ນໂຄງການເຂື່ອນໄ ຟຟ້າຫີນບູນ ແລະ ບົດລາຍງານກ່ຽວກັ ບການສະເໜີແຕ່ງຕັ້ງປະທານອົງການ ກວດສອບປະຈໍາພາກເໜືອ. ຂ່າວ: ອາລິນ ສຸພິມມະປະດິດ ຖືເປັນບາດກ້າວສຳຄັນອັນໜຶ່ງ ໃນພາ ລະກິດການສະໜອງການບໍລິການປິ່ນ ປົວທີ່ມີຄຸນນະພາບ ໃຫ້ແກ່ພໍ່ແມ່ປະຊາ ຊົນທຸກຄົນ ເຊິ່ງຈະເປັນເຄື່ອງມືຊ່ວຍ ໃຫ້ລັດຖະບານ ແກ້ໄຂບັນຫາທ້າທາຍ ໃນວຽກງານສາທາລະນະສຸກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນ. ການມີນິຕິກຳດ້ານສາທາລະ ນະສຸກທີ່ມີປະສິດທິພາບ ຖືເປັນເສົາ ຫລັກອັນໜຶ່ງໃນການສ້າງລະບົບສາ ທາລະນະສຸກ ທີ່ເຂັ້ມແຂງ ແລະ ໝັ້ນຄົງ ເນື່ອງຈາກນິຕິກຳດັ່ງກ່າວ ຈະຊ່ວຍ ວາງຂອບການຈັດຕັ້ງປະຕິບັດງານ ເພື່ອຮັບປະກັນການເຂົ້າເຖິງການບໍລິ ການປິ່ນປົວທີ່ມີຄຸນນະພາບ, ປົກປ້ອງ ສຸຂະພາບ ແລະ ສົ່ງເສີມຊີວິດການເປັນ ຢູ່ທີ່ດີຂອງພໍ່ແມ່ປະຊາຊົນທຸກຄົນ. ກົດ ໝາຍທັງ 3 ສະບັບນີ້ ຖືເປັນຜົນງານ ຢັ້ງຢືນຄວາມມຸ່ງໝັ້ນ ແລະ ເອົາໃຈໃສ່ ຂອງລັດຖະບານໃນການລົງທຶນໃສ່ ວຽກງານສາທາລະນະສຸກ ເພື່ອຍົກສູງ ຊີວິດການເປັນຢູ່ຂອງປະຊາຊົນລາວ ທັງໃນປັດຈຸບັນ ແລະ ອະນາຄົດ. ກົດໝາຍ ວ່າດ້ວຍສາທາລະນະສຸກ ໄດ້ປະກາດໃຊ້ນັບແຕ່ເດືອນກໍລະກົດ 2023 ເປັນຕົ້ນມາ ເຊິ່ງໄດ້ເນັ້ນໜັກ ຄວາມມຸ່ງໝັ້ນ ແລະ ເອົາໃຈໃສ່ຂອງ ລັດຖະບານຕໍ່ກັບຂະແໜງສາທາລະນະ ສຸກ ໂດຍສະເພາະໄດ້ກຳນົດໃຫ້ມີການ ຈັດສັນງົບປະມານ ຂອງຂະແໜງສາ ທາລະນະສຸກ ໃຫ້ກວມເອົາຢ່າງໜ້ອຍ ເຜີຍແຜ່... 9% ຂຶ້ນໄປຂອງງົບປະມານແຫ່ງລັດ. ກົດໝາຍສະບັບນີ້, ມີບົດບາດໃນການ ເຊື່ອມຕໍ່ແລະຊີ້ນຳນິຕິກຳຫລາຍສະບັບ ທີ່ນອນໃນຂົງເຂດວຽກງານສາທາ ລະນະສຸກ, ພ້ອມທັງກຳນົດພາລະບົດ ບາດ, ໂຄງຮ່າງການຈັດຕັ້ງ ແລະ ການ ດຳເນີນງານໂດຍລວມຂອງກະຊວງ ສາທາລະນະສຸກ. ກົດໝາຍ ວ່າດ້ວຍການຮັກສາສຸ ຂະພາບຂັ້ນຕົ້ນ ໄດ້ປະກາດໃຊ້ນັບແຕ່ ເດືອນພະຈິກ 2023 ເປັນຕົ້ນມາ. ກົດໝາຍສະບັບນີ້, ໄດ້ຊຸກຍູ້ໃຫ້ປະຊາ ຊົນ ແລະ ອາສາສະໝັກສາທາລະນະ ສຸກຂັ້ນບ້ານ ມີສ່ວນຮ່ວມໃນການວາງ ແຜນ ແລະ ການໃຫ້ບໍລິການສຸຂະພາບ ຂັ້ນຕົ້ນ ພ້ອມທັງສ້າງຄວາມເຂັ້ມແຂງ ແລະ ເຊື່ອມສານການບໍລິການສຸຂະ ພາບ ເພື່ອໃຫ້ການ້ບໍລິການໃນຂັ້ນຊຸມ ຊົນມີປະສິດທິພາບຍິ່ງຂຶ້ນ. ກົດໝາຍວ່າດ້ວຍການປິ່ນປົວ(ສະ ບັບປັບປຸງ) ໄດ້ກຳນົດແນວທາງຈໍາ ເປັນໃນການຄຸ້ມຄອງສະຖານທີ່ບໍລິ ການປິ່ນປົວພາກເອກະຊົນທີ່ນັບມື້ນັບ ຂະຫຍາຍຕົວ ເຊິ່ງປະກອບມີການຂຶ້ນ ທະບຽນໂຮງໝໍ, ຄລີນິກ ແລະ ສູນການ ປິ່ນປົວເອກະຊົນ ແລະ ກໍານົດນິຍາມ ຂອງຜູ້ປະກອບວິຊາຊີບປິ່ນປົວ ຕ້ອງມີ ໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນ ປົວທີ່ອອກໃຫ້ໂດຍສະພາຄຸ້ມຄອງວິຊາ ຊີບສາທາລະນະສຸກ ແລະ ບັນທຶກເຂົ້າ ໃນຖານຂໍ້ມູນຂອງສະພາຄຸ້ມຄອງວິຊາ ຊີບສາທາລະນະສຸກ. ກົດໝາຍສະບັບ ນີ້, ຖ້າມີການຈັດຕັ້ງປະຕິບັດຢ່າງມີ ປະສິດທິພາບ ຈະຊ່ວຍຊຸກຍູ້ວຽກງານ ການຍົກສູງຄຸນນະພາບ ແລະ ຄວາມ ປອດໄພຂອງການບໍລິການປິ່ນປົວ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ບຸກ ຄະລາກອນການແພດຄືກັນກັບກົດ ໝາຍສະບັບອື່ນໆ. ກົດໝາຍທັງ3ສະບັບແມ່ນຮ່າງຂຶ້ນ ແລະ ປັບປຸງໂດຍ ກະຊວງສາທາລະ ນະສຸກ ຮ່ວມກັບສະພາແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ, ກະຊວງຍຸຕິທຳແລະກະຊວງ ທີ່ກ່ຽວຂ້ອງ. ຂະບວນການຮ່າງກົດ ໝາຍ ວ່າດ້ວຍ ສາທາລະນະສຸກ ແມ່ນ ສະໜັບສະໜູນ ແລະ ຮ່ວມມືໂດຍອົງ ການອະນາໄມໂລກ ແລະ ສູນຄວບຄຸມ ແລະ ປ້ອງກັນພະຍາດ ຂອງສະຫະລັດ ອາເມລິກາ (USCDC). ກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ແມ່ນສະໜັບສະໜູນ ແລະ ຮ່ວມມືອົງ ການອຸຍນີເຊບ ແລະ ອົງການອະນາ ໄມໂລກ, ການປັບປຸງກົດໝາຍວ່າດ້ວຍ ການປິ່ນປົວ ແມ່ນສະໜັບສະໜູນ ແລະ ຮ່ວມມືໂດຍອົງການອະນາໄມໂລກ. ຂ່າວ-ພາບ: ວຽງສະຫວັນ ຕະຫລອດໄລຍະຂອງໂຄງການ. ການ ຝຶກອົບຮົມຈະດໍາເນີນໄປເປັນເວລ າ 5 ວັນ ຈຶ່ງຈະສຳເລັດ, ສິດສອນໂດຍຊ່ຽວ ຊານຂອງໂຄງການ ຊຶ່ງຈະເນັ້ນໜັກທັງ ພາກທິດສະດີ, ພາກປະຕິບັດ ແລະ ດ້ານ ເຕັກນິກຕ່າງໆທີ່ກ່ຽວຂ້ອງກັບວຽກ ງານສື່ມວນຊົນ. ໂຄງການແກມຊິວ ໄດ້ຖືກອະນຸມັດ ແລະ ເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງ ຖວທ ຕາງໜ້າໂດຍ ກົມສື່ມວນຊົນ ແລະ ອົງການແຄຣ ນານາຊາດ ປະຈຳ ສປປ ລາວ ໂດຍໄດ້ ມອບໝາຍໃຫ້ສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ອົງການແຄຣ ນານາ ຊາດ ປະຈຳ ສປປ ລາວ ເປັນຜູ້ດຳເນີນ ການປະຕິບັດກິດຈະກຳຂອງໂຄງການ ຊຶ່ງມີ 2 ເປົ້າໝາຍຫລັກຄື: ສື່ມວນຊົນ ຂອງລັດ ແລະ ສື່ພາກສັງຄົມທີ່ໄດ້ລົງ ທະບຽນຖືກຕ້ອງຕາມກົດໝາຍ ສປປ ລາວ ຈະໄດ້ຮັບການຍົກລະດັບທັກສະ ດ້ານວິຊາຊີບ ລວມທັງການນຳໃຊ້ເຕັກ ໂນໂລຊີແບບດີຈິຕອນ ແລະ ສື່ແບບໃໝ່ ເພື່ອເຮັດໃຫ້ປະຊາຊົນ ໄດ້ຮັບຂໍ້ມູນ ຂ່າວສານທີ່ມີຄຸນນະພາບ ໂດຍຜ່ານ ການລາຍງານທີ່ມີຄວາມຮັບຜິດຊອບ ແລະ ເປັນມືອາຊີບກ່ຽວກັບການພັດ ທະນາສີຂຽວ; ບັນດາຜູ້ເຂົ້າຮ່ວມຈາກ ອົງການຈັດຕັ້ງທາງສັງຄົມທີ່ເຮັດວຽກ ກ່ຽວກັບການພັດທະນາສີຂຽວ ຊຶ່ງ ລະບຸຢູ່ໃນກິດຈະກຳ, ຜູ້ນໍາໃຊ້ສື່ສັງຄົມ ອອນລາຍທົ່ວໄປ, ຜູ້ສ້າງວິດີໂອ ແລະ ຮູບເງົາໄດ້ຍົກລະດັບຄວາມຮູ້ ແລະ ຄວາມສາມາດຂອງຕົນໃນການປະ ກອບສ່ວນສ້າງນະໂຍບາຍ, ຕິດຕາມ ແລະ ຊຸກຍູ້ວຽກງານການພັດທະນາ ສີຂຽວທີ່ມີຜົນກະທົບຕໍ່ຊຸມຊົນ ລວມ ທັງການນຳໃຊ້ເຕັກໂນໂລຊີດີຈິຕອນ ແລະ ສື່ແບບໃໝ່ຢ່າງສ້າງສັນ. ຝຶກອົບຮົມຄັ້ງນີ້, ຈະດໍາເນີນໄປ ເປັນເວລາ 5 ວັນຈຶ່ງຈະສຳເລັດ, ສິດ ສອນໂດຍຊ່ຽວຊານຂອງໂຄງການ ຊຶ່ງຈະເນັ້ນໜັກທັງພາກທິດສະດີ, ພາກປະຕິບັດ ແລະ ດ້ານເຕັກນິກຕ່າງໆ ທີ່ກ່ຽວຂ້ອງກັບວຽກງານສື່. ຂ່າວ-ພາບ: ພູວັນ ຝຶກອົບຮົມ... ສູນປິ່ນປົວ... ການສັງຄົມ ພ້ອມຄະນະ ໄດ້ໃຫ້ກຽດ ຕ້ອນຮັບ ແລະ ພົບປະ ຂອງ ທ່ານ ດ່າວ ຫງ໋ອກຢຸງ(H.EDaoNgocDung) ລັດຖະມົນຕີກະຊວງແຮງງານ-ເສຍ ອົງຄະ ແລະ ສັງຄົມ, ທັງເປັນລັດຖະມົນ ຕີສະພາປະຊາຄົມວັດທະນະທໍາ-ສັງຄົມ ອາຊຽນ ແຫ່ງ ສສ ຫວຽດນາມ ໃນ ຕອນບ່າຍຂອງວັນທີ10ຕຸລາຜ່ານມາ ເພື່ອຊຸກຍູ້ສົ່ງເສີມວຽກງານຂອງເສົາ ຄໍ້າວັດທະນະທໍາ-ສັງຄົມອາຊຽນ ໂດຍ ສະເພາະ ການຮວ່ມມືຂອງສອງກະຊວງ ໃຫ້ບັນລຸຕາມແຜນການທີ່ວາງໄວ້. ໂອກາດນີ້, ສອງຝ່າຍໄດ້ພ້ອມກັນ ຕີລາຄາສູງ ຕໍ່ຜົນສໍາເລັດຂອງການ ຢ້ຽມຢາມພົບປະສອງຝ່າຍ ຂອງການ ນໍາຂັ້ນສູງລະຫວ່າງສອງປະເທດ ໃນ ໄລຍະເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມກ່ຽວຂ້ອງອື່ນໆ ປະກອບ ສ່ວນຢ່າງແຂງແຮງເຂົ້າໃນການເພີ່ມ ພູມຄູນສ້າງ ສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ ທີ່ເປັນມູນເຊື້ອ ອັນດີງາມໃຫ້ນັບມື້ນັບເຂົ້າສູ່ລວງເລິກ ຢ່າງເປັນຮູບປະທໍາ. ພ້ອມນີ້, ທ່ານນາງ ໃບຄຳ ຂັດທິຍະ ຍັງໄດ້ສະແດງຄວາມຂອບໃຈ ມາຍັງ ທ່ານ ດ່າວ ຫງ໋ອກ ຢຸງ ທີ່ໄດ້ໃຫ້ການ ຮ່ວມມື ແລະ ສະໜັບສະໜູນສປປ ລາວ ໃນການເປັນເຈົ້າພາບຈັດກອງປະຊຸມ ສໍາຄັນຕ່າງໆ ລວມທັງການເຂົ້າຮ່ວມ ກອງປະຊຸມລັດຖະມົນຕີສະພາວັດທະ ນະທໍາ-ສັງຄົມອາຊຽນ ຄັ້ງທີ 31 ແລະ 32 ເຊິ່ງບັນລຸຜົນສໍາເລັດໄປດ້ວຍດີ, ພິເສດແມ່ນການສະໜັບສະໜູນວຽກ ງານແຮງງານ ແລະ ສະຫວັດດີດີການ ສັງຄົມ ເປັນຕົ້ນວຽກງານແຮງງານໄດ້ ຮັບການຄຸ້ມຄອງ ແລະ ປົກປ້ອງສິດຜົນ ປະໂຫຍດຂອງເຂົາເຈົ້າຕາມກົດໝາຍ, ການພັດທະນາສີມືແຮງງານຝຶກອົບ ຮົມວິຊາຊີບ ເພື່ອນໍາເອົາບົດຮຽນທີ່ດີ ແລະ ແທດເໝາະໜູນໃຊ້ເຂົ້າໃນຫລັກ ສູດການຮຽນ-ການສອນ ຂອງສະຖາ ບັນ ແລະ ບັນດາສູນຝຶກວິຊາຊີບ ແລະ ການສ້າງຄວາມເຂັ້ມແຂງໃຫ້ບຸກຄະ ລາກອນຄູຝຶກ, ໃຫ້ທຶນຝຶກອົບຮົມໄລ ຍະສັ້ນວຽກງານສື່ສານໂຄສະນາແກ່ ພະນັກງານ-ລັດຖະກອນ ແລະ ການ ແລກປຽນທັດສະນະສືກສາຢູ່ ສສ ຫວຽດນາມ, ຊຸກຍູ້ເພີ່ມທະວີການຮ່ວມ ມືແລກປ່ຽນວິຊາການ ແລະ ຂໍ້ມູນຂ່າວ ວິຊາການ ໂດຍການແລກປ່ຽນບົດຮຽນ ວຽກຜູ້ອາຍຸສູງ, ຜູ້ພິການ, ເດັກດ້ອຍ ໂອກາດ, ການສ້າງກອງທຶນສໍາລັບ ເດັກ, ການສ້າງລະບົບຖານຂໍ້ມູນປົກ ປ້ອງເດັກ ແລະ ການຊ່ວຍເຫລືອຜູ້ຖືກ ເຄາະຮ້າຍຈາກການຄ້າມະນຸດ; ແລກ ປ່ຽນຂໍ້ມູນຂ່າວສານ ວຽກປ້ອງກັນ ແລະຕອບໂຕ້ໄພພິບັດທໍາມະຊາດ;ການ ຫັນເປັນທັນສະໄໝ (ດີຈິຕອນ) ໃນຂົງ ເຂດວຽກແຮງງານ ແລະ ສະຫວັດດີ ການສັງຄົມ; ສືບຕໍ່ປະສານສົມທົບແລະ ໃຫ້ການຮ່ວມມືກັບກະຊວງປ້ອງກັນ ປະເທດແລະພາກສ່ວນກ່ຽວຂ້ອງຂອງ ສອງຝ່າຍ ໃນການຮ່ວມມືຊອກຫາ, ຂຸດຄົ້ນ ແລະ ເຄື່ອນຍ້າຍອັດຖິທະຫານ ແລະ ອາສາສະໝັກຫວຽດນາມ ທີ່ຕົກ ຄ້າງຢູ່ແຜ່ນດິນລາວ ໃຫ້ກັບຄືນບ້ານ ເກີດເມືອງນອນ ແລະ ກຽມເຂົ້າຮ່ວມ ກອງປະຊຸມປະຈໍາປີ 2025 ແລະ ອື່ນໆ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າ ໃນວຽກງານຂອງແຕ່ລະຂະແໜງການ ຮສສ ຢ່າງແຂງແຮງ. ຈາກນັ້ນ, ທ່ານ ດ່າວ ຫງ໋ອກ ຢຸງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການ ກະກຽມຮອບດ້ານ ຂອງ ສປປ ລາວ ໃນການເປັນປະທານອາຊຽນ 2024 ກໍຄື ການເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີສະພາວັດທະນະທໍາ-ສັງ ຄົມອາຊຽນ2ຄັ້ງຜ່ານມາແລະບັນດາ ກອງປະຊຸມປິ່ນອ້ອມອື່ນໆ ເຊິ່ງເຫັນ ວ່າໄດ້ຮັບຜົນສໍາເລັດເປັນຢ່າງດີ ແລະ ຍິນດີໃຫ້ການສະໜັບສະໜູນວຽກ ງານການຮ່ວມມືຮອບ ດ້ານຂອງສອງ ກະຊວງ ລາວ-ຫວຽດນາມ, ຫວຽດ ນາມ-ລາວ ໃຫ້ນັບມື້ນັບຫລາຍຂຶ້ນ. ຂໍ້ມູນ-ພາບ: ຂ່າວສານ ຮສສ ລາວ-ຫວຽດນາມ... ກັບລັດຖະບານລາວ ສ້າງຖານເຊື່ອມ ຕໍ່ພະລັງງານສະອາດຢູ່ພາກເໜືອ ຂອງລາວ. ໃນວາລະກອງປະຊຸມສຸດ ຍອດວິສາຫະກິດສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 3, ບໍລິສັດ CGN Energy International ແລະ ລັດ ຖະບານລາວ ໄດ້ລົງນາມໃນບົດບັນທຶກ ການຮ່ວມມືເພື່ອຮ່ວມກັນສ້າງໂຄງ ການ ຖານເຊື່ອມຕໍ່ພະລັງງານສະອາດ ຢູ່ພາກເໜືອຂອງລາວ ເຊິ່ງໂຄງການ ໄລຍະທີໜຶ່ງ ແມ່ນຕັ້ງຢູ່ແຂວງອຸດົມ ໄຊ. ນອກຈາກນີ້, ຍັງມີແຜນຈະກໍ່ສ້າງ ໂຄງການໄຟຟ້າແສງຕາເວັນ 1.000 ເມກາວັດ, ປັດຈຸບັນກຳລັງເຂົ້າສູ່ໄລຍະ ກະກຽມກໍ່ສ້າງໂຄງການ. ພາຍຫລັງ ໂຄງການດັ່ງກ່າວ, ໄດ້ເລີ່ມດຳເນີນ ການຜະລິດໄຟຟ້າ ຄາດວ່າກຳລັງຜະ ລິດໄຟຟ້າໃນແຕ່ລະປີຈະບັນລຸ 1,7 ຕື້ ກິໂລວັດໂມງ ເຊິ່ງສາມາດຕອບສະ ໜອງໄຟຟ້າໃຫ້ແກ່3ລ້ານຄົວເຮືອນໃນ ບໍລິສັດ... ອາຊີ-ປາຊີຟິກ. ໂອກາດນີ້,ທ່ານໂພສີແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ ໄດ້ສະ ແດງຄວາມຂອບໃຈມາຍັງສຳນັກຂ່າວ ສານຊິນຮວາ ທີ່ໃຫ້ການຊ່ວຍເຫລືອ ກະຊວງ ຖວທ ໃນຄັ້ງນີ້ ເຊິ່ງອຸປະກອນ ດັ່ງກ່າວເປັນການປະກອບສ່ວນສຳຄັນ ເຂົ້າໃ ນການຮັບໃຊ້ວຽກງານເປັນຕົ້ນ ວຽກງານຂ່າວສານ, ວຽກງານຫ້ອງ ການ ແລະ ວຽກງານອື່ນໆ ໂດຍຈະໄດ້ ແຈກຢາຍໃຫ້ບັນດາກົມກອງພາຍໃນ ກະຊວງ ທີ່ມີຄວາມຈຳເປັນ ເພື່ອນຳ ໃຊ້ເຂົ້າໃນວຽກງານໃຫ້ໄດ້ຮັບມີຜົນ ປະໂຫຍດສູງສຸດ ໂດຍສະເພາະແມ່ນ ໄລຍະທີ່ ສປປ ລາວ ເປັນເຈົ້າພາບຈັດ ກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45 ເຊິ່ງຕ້ອງການອຸປະກອນຮັບ ໜ້າອົງການອຸຍນິເຊັບ ຄົນໃໝ່ ປະຈຳ ສປປ ລາວ. ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນ ອົບອຸ່ນ ແລະ ຊົມ ເຊີຍທ່ານ ບິລາ ອຸລັງ ເຊບ ດູລານີ ທີ່ໄດ້ຖືກແຕ່ງຕັ້ງມາປະ ຕິບັດໜ້າທີ່ ຢູ່ ສປປ ລາວ, ພ້ອມທັງຕີ ລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມືອັນດີ ລະຫວ່າງ ສປປ ລາວ ແລະ ອົງການອຸຍນີເຊບ ໃນໄລຍະ ຜ່ານມາ. ພ້ອມນີ້, ທ່ານລັດຖະມົນຕີ ຍັງ ອາຊຽນ ແລະ ສະໜອງພະລັງງານໄຟ ຟ້າທີ່ປອດໄພ, ສະອາດ ແລະ ເຊື່ອຖືໄດ້ ໃຫ້ສອງປະເທດ ລາວ-ຈີນ. ໃນການພົບປະຂອງຜູ້ນຳສູງສຸດ ສປ ຈີນ ແລະ ສປປ ລາວ ໄດ້ສະເໜີໃຫ້ ມີການຊຸກຍູ້ການຮ່ວມມືໃນໂຄງການ ກໍ່ສ້າງພື້ນຖານໂຄງລ່າງໃໝ່ແລະ ເພີ່ມ ທະວີການເຊື່ອມໂຍງດ້ານພະລັງງານ ລະຫວ່າງຈີນ-ລາວເຊິ່ງໂຄງການຖານ ເຊື່ອມຕໍ່ພະລັງງານສະອາດ ຢູ່ພາກ ເໜືອຂອງລາວ ຈະສ້າງຖານພະລັງ ງານສະອາດຂະໜາດໃຫຍ່ແຫ່ງທຳ ອິດ ທີ່ເຊື່ອມຕໍ່ກັນລະຫວ່າງຈີນ-ບັນ ດາປະເທດບ້ານໃກ້ເຮືອນຄຽງ, ທັງ ຈະເປັນໂຄງການພະລັງງານສະອາດ ຂະໜາດໃຫຍ່ແຫ່ງທຳອິດ ທີ່ຈະສົ່ງ ໄຟຟ້າກັບຄືນຈີນ. ທ່ານ ຈ່າງ ຊາວສຸນ (Zhang ChaoQun)ປະທານບໍລິຫານບໍລິສັດ CGN_Energy International ໄດ້ກ່າວໃນພິທີລົງນາມສັນຍາສຳປະ ທານ ວ່າ: ຈະພັດທະນາ, ກໍ່ສ້າງ ແລະ ດຳເນີນງານ ໂຄງການຖານເຊື່ອມຕໍ່ ພະລັງງານສະອາດຢູ່ພາກເໜືອຂອງ ລາວເປັນຢ່າງດີ ແລະ ບໍ່ຢຸດຢັ້ງ, ຈະສືບ ສຳນັກຂ່າວ... ເຊື່ອໝັ້ນວ່າ ໃນໄລຍະທີ່ທ່ານມາປະຕິ ບັດໜ້າທີ່ຢູ່ ສປປ ລາວ ຈະມີການຮ່ວມ ມືຢ່າງໃກ້ຊິດ ໃນຂະແໜງຖະແຫລງ ຂ່າວ ເພື່ອສົ່ງເສີມການຮ່ວມມືຂອງ ສອງຝ່າຍ ໃຫ້ນັບມື້ກວ້າງຂວາງ ແລະ ເປັນຮູບປະທຳຫລາຍຂຶ້ນ. ທ່ານ ບິລາ ອຸລັງ ເຊບ ດູລານີ ໄດ້ ສະແດງຄວາມຂອບໃຈຕໍ່ ທ່ານລັດຖະ ມົນຕີ ກະຊວງ ຖວທ ພ້ອມຄະນະທີ່ໄດ້ ຕ້ອນຮັບຢ່າງໃນຄັ້ງນີ້, ພ້ອມທັງໃຫ້ຄໍາ ໝັ້ນສັນຍາວ່າຈະພະຍາຍາມຢ່າງສຸດ ຄວາມສາມາດ ເພື່ອຊຸກຍູ້ການພົວພັນ ຮ່ວມມື ລາວ-ອຸຍນີເຊບ ກໍຄື ຊຸກຍູ້ການ ພົວພັນຮ່ວມມື ໃນຂະແໜງຖະແຫລງ ຂ່າວ ໃຫ້ສືບຕໍ່ໄດ້ຮັບການເສີມຂະຫຍາຍ ຍິ່ງໆຂຶ້ນໃນຕໍ່ໜ້າ. ຂ່າວ: ສົມຫວັງ ; ພາບ: ອ່າຍຄໍາ ລັດຖະມົນຕີ... ໃຊ້ທີ່ທັນສະໄໝເພື່ອນໍາໃຊ້ເຂົ້າໃນວຽກ ງານໂຄສະນາຂໍ້ມູນຂ່າວສານ ແລະ ອື່ນໆ. ຂ່າວ-ພາບ: ສົມຫວັງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຕາງໜ້າຮັບໂດຍ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະ ມົນຕີກະຊວງຖວທແລະຕາງໜ້າມອບ ໂດຍ ທ່ານ ຈາງ ຊົງຟາງ (Zhang chongfang) ຮອງຜູ້ອຳນວຍການ ສຳນັກຂ່າວຊິນຮວາ ປະຈໍາພາກພື້ນ ຕໍ່ຊຸກຍູ້ການພັດທະນາແບບສີຂຽວ ເຂົ້າສູ່ພາກພື້ນແມ່ນໍ້າຂອງ-ແມ່ນ້ຳ ລ້ານຊ້າງ, ປະຕິບັດໜ້າທີ່ຮັບຜິດຊອບ ດ້ານສັງຄົມຢ່າງຈິງໃຈ, ເພີ່ມທະວີມິດ ຕະພາບລະຫວ່າງປະຊາຊົນສອງປະ ເທດ, ສືບຕໍ່ສ້າງບົດໃໝ່ ອັນສະຫງ່າ ງາມຂອງ ໜຶ່ງແລວ ໜຶ່ງເສັ້ນທາງ. ຫລາຍເກີນໄປ, ການສຳຜັດກັບແສງ ແດດທີ່ກ້າ, ບໍ່ໃສ່ແວ່ນປ້ອງກັນ ແລະ ອື່ນໆ. ຂ່າວ: ວຽງຈັນທາມ

RkJQdWJsaXNoZXIy MTc3MTYxMQ==