5983

xtgmf]k; 4 3]d c]t gsfdko 15/10/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ນາຍົກລັດຖະມົນຕີ... ປະຊຸມສຸດຍອດໃນໄລຍະ 3 ວັນ ຜ່ານ ມາດັ່ງນີ້: ພວກເຮົາໄດ້ຈັດບັນດາກອງ ປະຊຸມສຸດຍອດທັງໝົດມີ 16 ກອງປະ ຊຸມສຸດຍອດ ຄື: ພາຍໃນອາຊຽນ, ພວກ ເຮົາໄດ້ຈັດ 2 ກອງປະຊຸມສຸດຍອດອາ ຊຽນຄັ້ງທີ44ແລະ 45ແບບຕິດຕໍ່ກັນ. ໃນໂອກາດນີ້, ບັນດາຜູ້ນໍາອາຊຽນ ກໍ ໄດ້ພົບປະກັບບັນດາຜູ້ຕາງໜ້າຈາກສະ ມັດຊາລັດຖະສະພາ ລະຫວ່າງຊາດ ອາຊຽນ, ຊາວໜຸ່ມ ອາຊຽນ ແລະ ສະ ພາທີ່ປຶກສາທຸລະກິດອາຊຽນ. ນອກ ຈາກນີ້, ໃນໄລຍະກ່ອນກອງປະຊຸມສຸດ ຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ກໍໄດ້ມີກອງປະຊຸມສຸດຍອດພາກທຸລະ ກິດ ແລະ ການລົງທຶນ (ABIS) ແລະ ກິດຈະກໍາປິ່ນອ້ອມອື່ນໆ. ສຳລັບ ອາຊຽນກັບພາຍນອກ, ບັນ ດາຜູ້ນໍາອາຊຽນ ໄດ້ຈັດ 10 ກອງປະ ຊຸມສຸດຍອດ ກັບບັນດາຜູ້ນໍາຂອງຄູ່ ເຈລະຈາ ພາຍໃຕ້ຂອບການຮ່ວມມື ອາຊຽນ ບວກໜຶ່ງ, ອາຊຽນບວກສາມ ແລະ ກອງປະຊຸມສຸດຍອດອາຊີຕາເວັນ ອອກ. ພ້ອມກັນນີ້, ກໍມີກອງປະຊຸມຜູ້ນໍາ ປະຊາຄົມອາຊີ ເພື່ອຫລຸດຜ່ອນອາຍພິດ ໃຫ້ເຫລືອສູນ ຄັ້ງທີ 2 ແລະ ການພົບ ປະສອງຝ່າຍຢ່າງຫລວງຫລາຍ. ໃນ ທຸກໆກອງປະຊຸມ, ພວກເຮົາ ໄດ້ມີການ ປຶກສາຫາລືກັນຢ່າງກວ້າງຂວາງ, ກົງ ໄປກົງມາ, ສ້າງສັນ ແລະ ມີໝາກຜົນ. ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ໄດ້ປຶກສາຫາລື ຫົວ ຂໍ້ຕ່າງໆດັ່ງນີ້: ໄດ້ທົບທວນຄືນການຈັດ ຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025, ການສ້າງວິໄສທັດປະຊາຄົມ ອາຊຽນ 2045 ແລະ ການຮັດແໜ້ນ ການຮ່ວມມືກັບພາຍນອກ. ບັນດາຜູ້ນໍາ ອາຊຽນ ມີຄວາມຍິນດີຕໍ່ຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດ9ຂົງເຂດບູລິ ມະສິດຂອງການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ທີ່ສຸມໃສ່ ການເພີ່ມທະວີການເຊື່ອມໂຍງ-ເຊື່ອມ ຈອດ ໃນຂົງເຂດເສດຖະກິດ, ສ້າງອະ ນາຄົດແບບທົ່ວເຖິງ ແລະ ຍືນຍົງ, ການ ຫັນປ່ຽນສູ່ຍຸກດີຈິຕອນ; ການສ້າງ ແຜນຍຸດທະສາດເພື່ອຈັດຕັ້ງປະຕິບັດ ວິໄສທັດປະຊາຄົມອາຊຽນ 2045 ກໍຄື ແຜນຍຸດທະສາດ 3 ເສົາຄ້ຳ: ການ ເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ວັດ ທະນະທຳ-ສັງຄົມແລະ ຍຸດທະສາດວ່າ ດ້ວຍການເຊື່ອມຈອດ, ການຮັດແໜ້ນ ຄວາມເປັນແກນກາງຂອງອາຊຽນ, ສົ່ງ ເສີມການຮ່ວມມືດ້ານສິ່ງແວດລ້ອມ, ການສົ່ງເສີມດ້ານ ວັດທະນະທໍາ ແລະ ສິລະປະ, ສົ່ງເສີມບົດບາດແມ່ຍິງ ແລະ ເດັກແລະການສົ່ງເສີມຄວາມເຂັ້ມແຂງ ດ້ານສາທາລະນະສຸກ. ພວກເຮົາເຫັນດີ ເລັ່ງດໍາເນີນການປະເມີນຜົນການຈັດ ຕັ້ງປະຕິບັດ ແຜນແມ່ບົດເສົາຄໍ້າປະ ຊາຄົມການເມືອງ-ຄວາມໝັ້ນຄົງອາ ຊຽນ, ເສົາຄໍ້າເສດຖະກິດ ແລະ ເສົາຄໍ້າ ວັດທະນະທໍາ-ສັງຄົມ ກໍຄື ການເຊື່ອມ ຈອດແລະເຊື່ອມໂຍງອາຊຽນເພື່ອຖອດ ຖອນບົດຮຽນ ແລະ ນໍາໃຊ້ເປັນພື້ນຖານ ໃຫ້ແກ່ການສ້າງບັນດາແຜນຍຸດທະ ສາດຂອງອາຊຽນ ເພື່ອຈັດຕັ້ງປະຕິບັດ ວິໄສທັດປະຊາຄົມອາຊຽນ 2045 ເຊິ່ງ ຈະຮັບຮອງເອົາໃນປີ 2025 ແນໃສ່ ສ້າງປະຊາຄົມອາຊຽນທີ່ເຂັ້ມແຂງ, ມີນະວັດຕະກໍາ, ຄ່ອງແຄ້ວ ແລະ ມີປະ ຊາຊົນເປັນແກນກາງ. ພວກເຮົາ ມີຄວາມຍິນດີ ຕໍ່ຄວາມ ຄືບໜ້າໃນການຈັດຕັ້ງປະຕິບັດ ແຜນ ດໍາເນີນງານສໍາລັບການເປັນສະມາ ຊິກສົມບູນອາຊຽນ ຂອງຕີມໍແລັດສະ ເຕ; ພວກເຮົາ ໄດ້ຢໍ້າຄືນຄວາມສໍາຄັນ ໃນການສືບຕໍ່ຮັດແໜ້ນການພົວພັນ ກັບພາຍນອກກໍຄື ເສີມຂະຫຍາຍຄວາມ ເປັນເອກະພາບ ແລະ ຄວາມເປັນແກນ ກາງຂອງອາຊຽນໃນໂຄງສ້າງພາກພື້ນ ທີ່ພວມຜັນແປ ໂດຍຜ່ານບັນດາກົນໄກ ທີ່ອາຊຽນເປັນຜູ້ນໍາພາ. ພວກເຮົາ ຍິນ ດີຕໍ່ການສະໜັບສະໜູນຂອງຄູ່ຮ່ວມ ພາຍນອກ ໃນການສ້າງຄວາມເຂັ້ມ ແຂງຂອງປະຊາຄົມອາຊຽນ ກໍຄື ບຸລິ ມະສິດສຳລັບປະທານອາຊຽນ ຂອງ ສປປ ລາວ; ໄດ້ທົບທວນຄືນການຈັດ ຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາ ອາ ຊຽນ ກ່ຽວກັບມຽນມາ ແລະ ເຫັນດີໃຫ້ ສືບຕໍ່ຍຶດໝັ້ນ ໃນຄວາມໝາຍໝັ້ນຂອງ ອາຊຽນເພື່ອຊ່ວຍເຫລືອມຽນມາຊອກ ວິທີການແກ້ໄຂດ້ານການເມືອງ ໂດຍ ສັນຕິວິທີ, ຍືນຍົງ, ມຽນມາ-ເປັນເຈົ້າ ການ ແລະ ມຽນມາ-ເປັນຜູ້ນຳພາ ໂດຍ ຜ່ານການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງ ຂອງຜູ້ນໍາອາຊຽນ. ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ໄດ້ຮັບຮອງ ແລະ ຮັບ ຊາບ ເອກະສານຈໍານວນ 56 ສະບັບ ເຊິ່ງເອກະສານສຳຄັນມີດັ່ງນີ້: ຖະ ແຫລງການຜູ້ນໍາອາຊຽນວ່າດ້ວຍ ການສ້າງແຜນຍຸດທະສາດ ເພື່ອຈັດຕັ້ງ ປະຕິບັດ ວິໄສທັດປະຊາ ຄົມ ອາຊຽນ 2045; ຖະແຫລງການ ຜູ້ນໍາອາຊຽນ ວ່າດ້ວຍແນວຄວາມ ຄິດອາຊຽນ ກ່ຽວ ກັບອິນໂດ-ປາຊີຟິກ ໃນໂຄງສ້າງພາກ ພື້ນທີ່ມີອາຊຽນເປັນໃຈກາງ ແລະ ມີຄວາມກຽມພ້ອມສໍາລັບອະນາຄົດ; ຖະແຫລງການຜູ້ນໍາອາຊຽນ ວ່າດ້ວຍ ການເພີ່ມທະວີການເຊື່ອມຈອດຕ່ອງ ໂສ້ການສະໜອງ; ຖະແຫລງການຜູ້ນໍາ ອາຊຽນ ວ່າດ້ວຍການສົ່ງເສີມກະສິກໍາ ແບບຍືນຍົງ; ຖະແຫລງການຜູ້ນໍາອາ ຊຽນ ວ່າດ້ວຍການຮັດແໜ້ນຄວາມ ປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະ ພາບໃນພາກພື້ນ; ຖະແຫລງການວັງ ວຽງ ວ່າດ້ວຍການສົ່ງເສີມຜະລິດຕະ ພັນວັດທະນະທຳຂະໜາດນ້ອຍ ແລະ ຂະໜາດກາງ ຄຽງຄູ່ກັບການເຕີບໂຕ ສີຂຽວ ແລະ ການພັດທະນາແບບຍືນ ຍົງ; ເອກະສານການທົບທວນ ແລະ ຄໍາຕົກລົງຂອງຜູ້ນໍາອາຊຽນ ກ່ຽວກັບ ການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງ ຂອງ ຜູ້ນໍາປີ 2024 ເພືື່ອສືບຕໍ່ເປັນເອກະ ສານອ້າງອີງສຳຄັນສຳລັບການແກ້ໄຂ ບັນຫາພາຍໃນຂອງມຽນມາໃນຕໍ່ໜ້າ. ບັນດາສື່ມວນຊົນ ທີ່ຮັກແພງ, ສຳລັບກອງປະຊຸມສຸດຍອດອາ ຊຽນກັບພາຍນອກ, ບັນດາຜູ້ນໍາອາ ຊຽນ ໄດ້ມີກອງປະຊຸມສຸດຍອດກັບແຕ່ ລະຄູ່ເຈລະຈາ ແລະ ຄູ່ຮ່ວມມື ເຊັ່ນ: ສປ ຈີນ, ສ ເກົາຫລີ, ຍີ່ປຸ່ນ, ອິນເດຍ, ອົດ ສະຕຣາລີ, ສະຫະລັດ ອາເມລິກາ, ກາ ນາດາ ແລະ ອົງການສະຫະປະຊາຊາດ (ສປຊ) ເຊິ່ງຜູ້ນໍາອາຊຽນ ແລະ ຄູ່ເຈ ລະຈາ ໄດ້ທົບທວນຄືນການພົວພັນ ຮ່ວມມືໃນໄລຍະຜ່ານມາ ແລະ ຕ່າງກໍ ເຫັນດີສືບຕໍ່ຮັດແໜ້ນການຮ່ວມມືໃນ ທຸກຂົງເຂດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ ບົນພື້ນຖານຕ່າງ ຝ່າຍຕ່າງມີຜົນປະໂຫຍດ. ພ້ອມນີ້, ກໍໄດ້ ມີກອງປະຊຸມສຸດຍອດອາຊຽນ ບວກສາມ ແລະ ກອງປະຊຸມສຸດ ຍອດ ອາຊີຕາເວັນອອກ. ເນື້ອໃນສໍາຄັນສໍາ ລັບກອງປະຊຸມສຸດຍອດອາຊຽນ ກັບ ພາຍນອກ ມີດັ່ງນີ້: ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 27: ຜູ້ນໍາອາຊຽນ-ຈີນ ໄດ້ປະ ກາດການສຳເລັດການເຈລະຈາ ເພື່ອ ຍົກລະດັບສັນຍາເຂດການຄ້າເສລີອາ ຊຽນ-ຈີນ 3.0 ທີ່ເປັນເອກະສານພື້ນ ຖານທີ່ສໍາຄັນໃນການສົ່ງເສີມ ແລະ ເພີ່ມທະວີການຮ່ວມມືດ້ານເສດຖະກິດ ອາຊຽນ-ຈີນ ແລະ ໄດ້ຮັບຮອງເອົາ 5 ເອກະສານຜົນກອງ ປະຊຸມ ຄື: ຖະ ແຫລງການຮ່ວມອາຊຽນ-ຈີນ ວ່າ ດ້ວຍການຕ້ານການສໍ້ໂກງດ້ານເຄືອ ຂ່າຍໂທລະຄົມ ແລະ ການພະ ນັນອອນ ລາຍ; ຖະແຫລງການຮ່ວມອາຊຽນຈີນວ່າດ້ວຍການຮັດແໜ້ນການຮ່ວມມື ດ້ານໄປມາຫາສູ່ລະຫວ່າງ ປະຊາຊົນ ກັບປະຊາຊົນ; ຖະແຫລງການຮ່ວມ ອາຊຽນ-ຈີນ ວ່າດ້ວຍການສົ່ງເສີມ ການພັດທະນາກະສິກໍາທັນສະໄໝ; ຖະແຫລງການຮ່ວມອາຊຽນ-ຈີນ ວ່າ ດ້ວຍ ການຮ່ວມມືເພື່ອອໍານວຍຄວາມ ສະດວກ ໃນການສ້າງລະບົບນິເວດ ດິຈີຕອນທີ່ກວມລວມ ແລະ ຍືນຍົງ ຖະແຫລງການຮ່ວມ ວ່າດ້ວຍການສະ ຫລຸບເນື້ອໃນສໍາຄັນຂອງການເຈລະ ຈາຍົກລະດັບສັນຍາການຄ້າເສລີ ອາ ຊຽນ-ຈີນ ສະບັບທີ 3.0 ແລະ ອື່ນໆ. ກອງປະຊຸມສຸດຍອດອາຊຽນ-ສ. ເກົາຫລີຄັ້ງທີ25:ພວກເຮົາໄດ້ຮ່ວມກັນ ສະເຫລີມສະຫລອງ ຄົບຮອບ 35 ປີ ການພົວພັນຮ່ວມມືອາຊຽນ-ສ ເກົາ ຫລີ ແລະ ໄດ້ຍົກລະດັບການພົວພັນອາ ຊຽນ-ສ ເກົາຫລີ ຂຶ້ນເປັນຄູ່ຮ່ວມຍຸດ ທະສາດຮອບດ້ານ ໂດຍການຮັບຮອງ ເອົາຖະແຫລງການຮ່ວມຂອງຜູ້ນໍາ ອາຊຽນ-ສ ເກົາຫລີ ວ່າດ້ວຍການສ້າງ ຕັ້ງການເປັນຄູ່ຮ່ວມຍຸດທະສາດຮອບ ດ້ານອາຊຽນ-ສ ເກົາຫລີ; ກອງປະຊຸມ ສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 27: ພວກເຮົາ ໄດ້ຢໍ້າຄືນຄວາມໝາຍໝັ້ນ ເພື່ອຈັດຕັ້ງຜັນຂະຫຍາຍບັນດາຂໍ້ລິ ເລີ່ມ ແລະ ແຜນປະຕິບັດງານອາຊຽນຍີ່ປຸ່ນ ເພື່ອຮັດແໜ້ນການພົວພັນ ອາ ຊຽນ-ຍີ່ປຸ່ນ ທີ່ໄດ້ຖືກຍົກລະດັບຂຶ້ນເປັນ ຄູ່ຮ່ວມຍຸດທະສາດຮອບດ້ານໃນປີ 2023; ກອງປະຊຸມສຸດຍອດອາຊຽນອົດສະຕຣາລີ ຄັ້ງທີ 4: ພວກເຮົາ ໄດ້ຢໍ້າ ຄືນຄວາມໝາຍໝັ້ນ ເພື່ອຮັດແໜ້ນການ ເປັນຄູ່ຮ່ວມຍຸດທະສາດຮອບດ້ານອາ ຊຽນ-ອົດສະຕຣາລີ ໃນຊຸມປີຕໍ່ໜ້າ ແລະສືບຕໍ່ຈັດຕັ້ງປະຕິບັດ2 ເອກະສານ ຜົນຂອງກອງປະຊຸມສຸດຍອດສະເຫລີມ ສະຫລອງການພົວພັນຮ່ວມມືອາຊຽນອົດສະຕຣາລີ ທີ່ ເມວເບີນ, ອົດສະຕຣາ ລີ ໃນເດືອນມີນາ ປີ 2024 ແລະ ບັນ ດາແຜນວຽກ ໃຫ້ມີປະສິດທິຜົນ; ກອງ ປະຊຸມສຸດຍອດ ອາຊຽນ-ອິນເດຍ ຄັ້ງ ທີ 21: ພວກເຮົາ ໄດ້ຮັບຮອງເອົາ 2 ເອ ກະສານ ຄື: ຖະແຫລງການຮ່ວມວ່າ ດ້ວຍການຮັດແໜ້ນ ການເປັນຄູ່ຮ່ວມ ຍຸດທະສາດຮອບດ້ານອາຊຽນ-ອິນ ເດຍ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນ ພູນສຸກໃນພາກພື້ນ ພາຍໃຕ້ແນວຄວາມຄິດອາຊຽນ ກ່ຽວ ກັບອິນໂດ-ປາຊີຟິກ ໂດຍການສະໜັບ ສະໜູນຂອງ ນະໂຍບາຍຫັນສູ່ຕາເວັນ ອອກຂອງອິນເດຍແລະຖະແຫລງການ ຮ່ວມວ່າດ້ວຍການພັດທະນາການຫັນ ປ່ຽນທາງດີຈິຕອນ. ພວກເຮົາ ໄດ້ຍິນດີ ຕໍ່ການກໍານົດເອົາປີ 2025 ເປັນປີສະ ເຫລີມສະຫລອງການທ່ອງທ່ຽວອາ ຊຽນ-ອິນເດຍ; ກອງປະຊຸມສຸດຍອດ ອາຊຽນ-ສະຫະລັດ ອາເມລິກາ ຄັ້ງທີ 12: ຜູ້ນໍາອາຊຽນ-ສະຫະລັດ ໄດ້ຮັບ ຮອງເອົາຖະແຫລງການ ຮ່ວມຜູ້ນໍາອາ ຊຽນ-ສະຫະລັດ ວ່າດ້ວຍປັນຍາປະດິດ ທີ່ປອດໄພ, ໝັ້ນຄົງ ແລະ ເຊື່ອຖືໄດ້; ກອງປະຊຸມສຸດຍອດ ອາຊຽນ- ສປຊ ຄັ້ງທີ 14: ພວກເຮົາ ໄດ້ຢໍ້າຄືນຄວາມ ສໍາຄັນໃນການຮັດແໜ້ນຫລັກການ ຮ່ວມມືຫລາຍຝ່າຍ ລວມທັງຄວາມ ໝາຍໝັ້ນໃນການຈັດຕັ້ງ ຜັນຂະຫຍາຍ ການເປັນຄູ່ຮ່ວມມືຮອບດ້ານອາຊຽນສປຊ. ພວກເຮົາ ເຫັນວ່າ ອາຊຽນແລະ ສປຊຄວນສືບຕໍ່ຊຸກຍູ້ຄວາມພະຍາຍາມ ແນໃສ່ສົ່ງເສີມການເຊື່ອມສານ ລະ ຫວ່າງ ວິໄສທັດປະຊາຄົມອາຊຽນ 2025 ກໍຄື ວິໄສທັດປະຊາຄົມອາຊຽນ 2045ແລະວາລະ2030ເພື່ອການພັດ ທະນາແບບຍືນຍົງ; ກອງປະຊຸມສຸດ ຍອດອາຊຽນ-ການາດາ ສະໄໝພິເສດ ວ່າດ້ວຍການເພີ່ມທະວີການເຊື່ອມ ຈອດ ແລະ ຄວາມເຂັ້ມແຂງອາຊຽນ: ຜູ້ນໍາອາຊຽນ-ການາດາ ໄດ້ຮັບຮອງ ເອົາຖະແຫລງການຮ່ວມຜູ້ນໍາອາຊຽນ- ການາດາ ວ່າດ້ວຍການເພີ່ມທະວີການ ເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ ເພື່ອສືບຕໍ່ຮັດແໜ້ນຄູ່ຮ່ວມ ຍຸດທະສາດອາຊຽນ-ການາດາ; ກອງ ປະຊຸມຍຸດຍອດອາຊຽນບວກສາມ ຄັ້ງທີ 27: ພວກເຮົາ ໄດ້ຢໍ້າຄືນຄວາມ ສໍາຄັນຂອງກົນໄກ ອາຊຽນບວກສາມ ໃນການສົ່ງເສີມການຮ່ວມມືພາກພື້ນອາ ຊີຕາເວັນອອກ ແລະ ໄດ້ຢໍ້າຄືນຄວາມ ໝາຍໝັ້ນໃນການຈັດຕັ້ງປະຕິບັດບັນ ດາແຜນວຽກແລະກິດຈະກໍາການຮ່ວມ ມືໃຫ້ມີປະສິດທິຜົນ. ກອງປະຊຸມ ໄດ້ຮັບ ຮອງເອົາ ຖະແຫລງການຜູ້ນໍາອາຊຽນ ບວກສາມວ່າດ້ວຍການຮັດແໜ້ນການ ເຊື່ອມຈອດຕ່ອງໂສ້ການສະໜອງພາກ ພື້ນ; ກອງປະຊຸມສຸດຍອດອາຊີຕາເວັນ ອອກ(ອີເອເອສ) ຄັ້ງທີ 19: ກອງປະ ຊຸມໄດ້ຢໍ້າຄືນຄວາມສຳຄັນ ຂອງອີເອ ເອສ ໃນການເປັນເວທີທີ່ສໍາຄັນຂອງຜູ້ ນໍາ ເພື່ອປຶກສາຫາລື ແລະ ສົ່ງເສີມການ ຮ່ວມມືທີ່ສ້າງສັນ ໃນຂົງເຂດຕ່າງໆ ເປັນຕົ້ນການປຶກສາຫາລືບັນຫາຍຸດທະ ສາດ, ການເມືອງ ແລະ ເສດຖະກິດທີ່ມີ ຄວາມສົນໃຈ ແລະ ມີຄວາມເປັນຫ່ວງ ຮ່ວມກັນ ແລະ ໄດ້ຢໍ້າຄືນຄວາມໝາຍ ໝັ້ນໃນການເສີມຂະ ຫຍາຍກົນໄກການ ຮ່ວມມື ອີເອເອສ ໃຫ້ເຂັ້ມແຂງ. ລາຍລະອຽດຂອງຜົນກອງປະຊຸມ ສຸດຍອດທັງໝົດ ສາມາດເບິ່ງໄດ້ໃນ ເອກະສານທີ່ຖືກຮັບຮອງເອົາ ແລະ ໃນຖະ ແຫລງການປະທານ. ບັນດາທ່ານຜູ້ຕາງໜ້າສື່ມວນຊົນ, ທ່ານຍິງ ແລະ ທ່ານຊາຍ, ໃນໂອກາດກອງປະຊຸມສຸດຍອດ ອາຊຽນຄັ້ງທີ 44 ແລະ 45 ແລະ ບັນ ດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຄັ້ງນີ້, ພວກເຮົາໄດ້ຮັບຮອງ ແລະ ຮັບ ຊາບເອກະສານຫລາຍກວ່າ90ສະບັບ, ພວກເຮົາ ໄດ້ແລກປ່ຽນຄໍາຄິດຄໍາເຫັນ ຢ່າງຈິງໃຈ,ກົງໄປກົງມາແລະສ້າງສັນ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈ ແລະ ເປັນ ຫ່ວງຮ່ວມກັນ. ສະຫລຸບລວມແລ້ວ, ກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດ ທີ່ ກ່ຽວຂ້ອງ ໄດ້ສໍາເລັດລົງດ້ວຍຜົນສໍາ ເລັດອັນຈົບງາມ. ຜົນສໍາເລັດຂອງກອງປະຊຸມສຸດ ຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວ ຂ້ອງໃນຄັ້ງນີ້ ກໍຄື ການເປັນປະທານ ອາຊຽນຂອງ ສປປ ລາວ ແມ່ນຍ້ອນ ພວກເຮົາ ໄດ້ຮັບການສະໜັບສະໜູນ ອັນລໍ້າຄ່າແລະການຮ່ວມມືຢ່າງໃກ້ຊິດ ຈາກບັນດາປະເທດສະມາຊິກອາຊຽນ, ຄູ່ເຈລະຈາອາຊຽນ ກໍຄື ບັນດາຄູ່ຮ່ວມ ມືພາຍນອກ ແລະ ປະເທດເພື່ອນມິດ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາ ກົນ ແລະ ກອງເລຂາອາຊຽນ. ຂ້າພະເຈົ້າ ຂໍຕາງໜ້າໜ້າໃຫ້ລັດ ຖະບານ, ເຈົ້າໜ້າທີ່ກ່ຽວຂ້ອງໃນການ ຮັບຜິດຊອບຈັດກອງປະຊຸມສຸດຍອດ ຄັ້ງນີ້ກໍຄືປະຊາຊົນລາວບັນດາເຜົ່າ ໃນ ຂອບເຂດທົ່ວປະເທດ ສະແດງຄວາມ ຮູ້ບຸນຄຸນຢ່າງຈິງໃຈ ສໍາລັບການຮ່ວມ ມື ແລະ ສະໜັບສະໜູນດັ່ງກ່າວ ແລະ ຫວັງຢ່າງຍິ່ງວ່າ ຈະສືບຕໍ່ໄດ້ຮັບການ ຮ່ວມມື ແລະ ການຊ່ວຍເຫລືອດັ່ງກ່າວ ຈົນສຳເລັດການເປັນປະທານ ອາຊຽນ ຂອງ ສປປ ລາວ ໃນປີ 2024 ແລະ ໃນ ຊຸມປີຂ້າງໜ້າ. ຂ້າພະເຈົ້າ ຂໍຕາງໜ້າໃຫ້ລັດຖະ ບານ ຂໍສະແດງຄວາມຊົມເຊີຍ ແລະ ຂອບໃຈຢ່າງຈິງໃຈມາຍັງພະນັກງານ, ທະຫານ, ຕຳຫລວດ, ນັກທຸລະກິດ, ພໍ່ ຄ້າຊາວຂາຍ ແລະ ພໍ່ແມ່ພີ່ນ້ອງຊາວ ລາວບັນດາເຜົ່າທຸກຖ້ວນໜ້າທີ່ໄດ້ ປະ ກອບສ່ວນຢ່າງຫ້າວຫັນ ຕາມພາລະ ໜ້າທີ່ແລະ ຄວາມຮັບຜິດຊອບຂອງຕົນ ເຂົ້າໃນການເປັນເຈົ້າພາບທີ່ດີອັນໄດ້ ເຮັດໃຫ້ບັນດາກອງປະຊຸມສຸດຍອດໃນ ຄັ້ງນີ້ ປະສົບຜົນສໍາເລັດອັນຈົບງາມ. ສປປລາວຈະສືບຕໍ່ເປັນປະທານອາ ຊຽນຈົນຮອດວັນທີ 31 ທັນວາ 2024. ໃນພິທີປິດ ທີ່ຫາກໍສໍາເລັດໄປ, ສປປ ລາວ ໄດ້ມອບປະທານອາຊຽນ 2025 ໃຫ້ແກ່ມາເລເຊຍ ເຊິ່ງຈະເລີ່ມແຕ່ວັນທີ 1 ມັງກອນ 2025 ເປັນຕົ້ນໄປ. ທ້າຍສຸດນີ້, ຂ້າພະເຈົ້າ ຂໍສະແດງ ຄວາມຂອບໃຈ ມາຍັງບັນດາສື່ມວນຊົນ ທີ່ໄດ້ໃຫ້ຄວາມສົນໃຈແລະຕິດຕາມການ ເຄື່ອນໄຫວຂອງບັນດາກອງປະຊຸມສຸດ ຍອດ ແລະ ກອງປະຊຸມອື່ນໆກໍຄືບັນດາ ກິດຈະກໍາທີ່ກ່ຽວຂ້ອງຕະຫລອດໄລ ຍະການເປັນປະທານອາຊຽນ ຂອງ ສປປລາວໃນປີ2024ເຊິ່ງເປັນປີທ່ອງ ທ່ຽວ ອີກດ້ວຍ. ພາບ: ສຸກສະຫວັນ *** ຕໍ່ຈາກໜ້າ 1 *** ຂປລ. ໃນໂອກາດເດີນທາງມາ ເຂົ້າ ຮ່ວມກອງປະຊຸມສຸດຍອດອາຊຽນ-ກາ ນາດາ ສະໄໝພິເສດ ວ່າດ້ວຍການເພີ່ມ ທະວີການເຊື່ອມຈອດ ແລະ ຄວາມເຂັ້ມ ແຂງອາຊຽນ ແລະ ກອງປະຊຸມທີ່ກ່ຽວ ຂ້ອງອື່ນໆ ຢູ່ ສປປ ລາວ, ໃນວັນທີ 11 ຕຸລາ 2024 ຜ່ານມາ, ທ່ານ ຈັດສຕິນ ທຣູໂດ ນາຍົກລັດຖະມົນຕີການາດາ ໄດ້ຢ້ຽມຢາມສໍານັກງານໃຫຍ່ ຄະນະ ກໍາມາທິການແມ່ນໍ້າຂອງສາກົນ ຢູ່ນະ ຄອນຫລວງວຽງຈັນ ສປປ ລາວ ເຊິ່ງ ຖືວ່າເປັນຫົວໜ້າລັດຖະບານຜູ້ທໍາອິດ ຈາກຄູ່ຮ່ວມພັດທະນາ ຂອງຄະນະກໍາ ມາທິການແມ່ນໍ້າຂອງສາກົນ ທີ່ໄດ້ມາ ຢ້ຽມຢາມສຳນັກງານດັ່ງກ່າວ. ການລົງຢ້ຽມຢາມສໍານັກງານໃຫຍ່ ຂອງຄະນະກໍາມາທິການແມ່ນໍ້າຂອງ ສາກົນ ຄັ້ງນີ້ ເນັ້ນຢ້ຳເຖິງ ຄໍາໝາຍໝັ້ນ ທີ່ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ ຂອງປະເທດ ການາດາ ຕໍ່ກັບການຄຸ້ມ ຄອງແມ່ນໍ້າຂອງແບບຍືນຍົງ ເຊິ່ງເປັນ ການສະໜັບສະໜູນການຫາລ້ຽງຊີບ ຂອງປະຊາຊົນຫລາຍລ້ານຄົນ ໃນພາກ ພື້ນອາຊີຕາເວັນອອກສຽງໃຕ້. ໃນລະຫວ່າງການຢ້ຽມຢາມ ທ່ານ ນາຍົກລັດຖະມົນຕີ ຈັດສຕິນ ທຣູໂດ, ພ້ອມດ້ວຍ ທ່ານ ນາງ ແມຣີ ອິງ ລັດຖະ ມົນຕີວ່າການກະຊວງສົ່ງເສີມການສົ່ງ ອອກ, ການຄ້າສາກົນ ແລະ ການພັດ ທະນາເສດຖະກິດ, ແລະ ທ່ານ ອານຸລັກ ກິດຕິຄຸນ ຫົວໜ້າກອງເລຂາຄະນະກໍາ ມາທິການແມ່ນໍ້າຂອງສາກົນ. ໄດ້ພົບ ປະ, ສົນທະນາ ແລະ ແລກປ່ຽນໂດຍກົງ ກັບຊາວປະມົງ ແລະ ຊາວກະສິກອນ, ພ້ອມທັງຮັບຟັງເລື່ອງລາວ ກ່ຽວກັບ ແມ່ນໍ້າຂອງທີ່ຫລໍ່ລ້ຽງຊີວິດປະຈໍາ ວັນຂອງເຂົາເຈົ້າ ໂດຍທ່ານນາຍົກລັດ ຖະມົນຕີ ຮັບຊາບໂດຍກົງຈາກຊາວປະ ມົງ ແລະ ຊາວກະສິກອນ ກ່ຽວກັບສິ່ງ ທ້າທາຍທີ່ເຂົາເຈົ້າຜະເຊີນ ຍ້ອນການ ປ່ຽນແປງຂອງດິນຟ້າອາກາດ ແລະ ສິ່ງແວດລ້ອມ ລວມທັງບັນຫາການຄຸ້ມ ຄອງນໍ້າຂ້າມຊາຍແດນ. ໂອກາດນີ້,ທ່ານນາຍົກລັດຖະມົນຕີ ຈັດສຕິນ ທຣູໂດ ໄດ້ຍ້ອງຍໍບົດບາດ ຂອງຄະນະກໍາມາທິການແມ່ນໍ້າຂອງ ສາກົນ ໃນການຊຸກຍູ້ການປະສານສົມ ທົບກັນລະຫວ່າງບັນດາປະເທດແມ່ນ້ຳ ຂອງ- ກຳປູເຈຍ, ສປປ ລາວ, ໄທ ແລະ ຫວຽດນາມ ແລະ ຄວາມພະຍາຍາມ ຂອງຄະນະກໍາມາທິການແມ່ນໍ້າຂອງ ສາກົນ ໃນການຮັບປະກັນໃຫ້ບັນດາຊຸ ມຊົນທີ່ດຳລົງຊີວິດຢູ່ລຽບຕາມແມ່ນ້ຳ ຂອງ ສືບຕໍ່ໄດ້ຮັບຜົນປະໂຫຍດ ຈາກ ຊັບພະຍາກອນທີ່ອຸດົມສົມບູນຂອງ ແມ່ນໍ້າຂອງ. ທ່ານ ຈັດສຕິນ ທຣູໂດ ໄດ້ກ່າວວ່າ: ການາດາ ຮັບຮູ້ເຖິງຄວາມສຳຄັນອັນ ຈໍາເປັນຂອງແມ່ນ້ຳຂອງ ເຊິ່ງບໍ່ເປັນ ພຽງແຕ່ເປັນແຫລ່ງກໍາເນີດຂອງການ ພັດທະນາເທົ່ານັ້ນ, ແຕ່ຍັງເປັນເໝືອນ ສາຍເລືອດທີ່ຫລໍ່ລ້ຽງຊີວິດຂອງປະຊາ ຊົນນັບລ້ານຄົນ, ຄະນະກຳມາທິການ ແມ່ນ້ຳຂອງສາກົນ ກໍາລັງໄດ້ເຮັດວຽກ ງານທີ່ສຳຄັນ ໂດຍການເຕົ້າໂຮມເອົາ ບັນດາປະເທດຕ່າງໆ ເຂົ້າມາຮ່ວມກັນ ຄຸ້ມຄອງ ແລະ ປົກປັກຮັກ ສາຊັບພະຍາ ກອນທີ່ໃຊ້ຮ່ວມກັນນີ້. ການາດາມີ ຄວາມຍິນດີສະໜັບສະໜູນພາລະກິດ ດັ່ງກ່າວ ແລະ ພວກເຮົາພ້ອມທີ່ຈະສືບ ຕໍ່ຮ່ວມມືກັບ ຄະນະກຳມາທິການແມ່ ນ້ຳຂອງສາກົນ ເພື່ອປົກປັກຮັກສາແ ມ່ນ້ຳຂອງໃຫ້ແກ່ຄົນຮຸ່ນຫລັງ. ໃນໄລຍະຜ່ານມາ ການາດາ ເປັນຄູ່ ຮ່ວມມືພັດທະນາຢ່າງເປັນທາງການ ກັບຄະນະກຳມາທິການແມ່ນ້ຳຂອງ ສາກົນ ໂດຍການປະກອບສ່ວນເປັນ ເງິນຈຳນວນ 2 ລ້ານໂດລາການາດາ (ປະມານ 1,5 ລ້ານໂດລາສະຫະລັດ) ໂດຍຜ່ານກະຊວງການຕ່າງ ປະເທດ ການາດາ ເຊິ່ງເປັນກະຊວງທີ່ຮັບຜິດ ຊອບວຽກງານພົວພັນທາງການທູດ, ການຄ້າລະຫວ່າງປະເທດ ແລະ ການ ຊ່ວຍເຫລືອເພື່ອການພັດທະນາ. ເງິນ ສະໜັບສະໜູນດັ່ງກ່າວ, ມີເປົ້າໝາຍນໍາ ໃຊ້ກັບບັນດາຂໍ້ລິເລີ່ມທີ່ສຳຄັນຕ່າງໆ ຂອງ ຄະນະກຳມາທິການແມ່ນ້ຳຂອງ ສາກົນ ລວມທັງການຄຸ້ມຄອງນ້ຳຜ່ານ ຊາຍແດນ, ການຕິດຕາມ ແລະ ການພະ ຍາກອນແມ່ນໍ້າ ໂດຍມີຈຸດສຸມພິເສດ ໃນການເພີ່ມທະວີຄວາມທົນທານຂອງ ຊຸມຊົນ ຕໍ່ກັບສິ່ງທ້າທາຍທີ່ກ່ຽວຂ້ອງ ກັບແມ່ນ້ຳ. ທ່ານ ອານຸລັກ ກິດຕິຄຸນ ຫົວໜ້າ ກອງເລຂາ ຄະນະກໍາມາທິການແມ່ນໍ້າ ຂອງສາກົນ ໄດ້ໃຫ້ຮູ້ວ່າ: ການຊ່ວຍ ເຫລືອຂອງການາດາ ເກີດຂຶ້ນໃນໄລ ຍະທີ່ພວກເຮົາເພີ່ມທະວີຄວາມພະຍາ ຍາມ ໃນການຄຸ້ມຄອງຊັບພະຍາກອນ ນ້ຳຂອງແມ່ນໍ້າຂອງ ເພື່ອຜົນປະໂຫຍດ ສູງສຸດ ຂອງປະຊາຊົນທັງໝົດໃນພາກ ພື້ນ. ພວກເຮົາຕັ້ງໜ້າສືບຕໍ່ການເປັນຄູ່ ຮ່ວມມືທີ່ມີຄຸນຄ່າດັ່ງກ່າວນີ້ ໃນໄລຍະ ທີ່ພວກເຮົາພວມຮັບມືກັບສິ່ງທ້າທາຍ ໃນການຄຸ້ມຄອງຊັບພະຍາກອນນ້ຳ ແບບຍືນຍົງຮ່ວມກັນ. ຄະນະກໍາມາທິການແມ່ ນໍ້າຂອງ ສາກົນ ແມ່ນອົງການຈັດຕັ້ງລະຫວ່າງ ລັດຖະບານ ທີ່ສ້າງຕັ້ງຂຶ້ນໃນປີ 1995 ເພື່ອຊຸກຍູ້ການເຈລະຈາແລະການຮ່ວມ ມືໃນພາກພື້ນໃນເຂດອ່າງແມ່ນໍ້າຂອງ ຕອນລຸ່ມ. ອີງຕາມສັນຍາແມ່ນ້ຳຂອງ ລະຫວ່າງກຳປູເຈຍ, ສປປ ລາວ, ໄທ ແລະ ຫວຽດນາມ, ຄະນະກໍາມາທິການ ແມ່ນໍ້າຂອງສາກົນ ຖືເປັນທັງເວທີການ ທູດດ້ານນ້ຳຂອງພາກພື້ນ ແລະ ເປັນ ສູນລວມຂໍ້ມູນຄວາມຮູ້ຂອງພາກພື້ນ ເພື່ອຄຸ້ມຄອງຊັບພະຍາກອນນ້ຳ ແລະ ສະໜັບສະໜູນການພັດທະນາແບບຍືນ ຍົງຂອງພາກພື້ນ. ຂ່າວ: MRC okpq d]a f4t,q o8u dkokfk 1h P,1k, dv'g]0k7totde,kmy dkoc,j oE0v'lkdq o ລັດຖະມົນຕີ *** ຕໍ່ຈາກໜ້າ 1 *** ພັດທະນາຊັບພະຍາກອນມະນຸດຢູ່ ໃນ ສປປ ລາວ ໂດຍສະເພາະແມ່ນການ ພັດທະນາໄວຫນຸ່ມເພື່ອໃຫ້ເຂົາເຈົ້າມີ ທັກສະທີ່ຕ້ອງການໃຫ້ປະສົບຜົນສໍາ ເລັດປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມ, ສ້າງວຽກ ເຮັດງານທໍາ ແລະ ແກ້ໄຂຄວາມທຸກໃຫ້ ດີຂຶ້ນເປັນກ້າວໆໂດຍສະເພາະວຽກ ງານທີ່ພວກເຮົາຈະເຮັດໂດຍຜ່ານການ ຮ່ວມມືໃນສິ່ງຕ່າງໆເຊັ່ນ: ການຍົກລະ ດັບເພີ່ມທັກສະໃໝ່ແມ່ນມີຄວາມຈໍາ ເປັນຈະກວມເອົາຢູ່ໃນຫລາຍຂົງເຂດ. ສຳລັບວຽກງານການແກ້ໄຂລະເບີດທີ່ ບໍ່ທັນແຕກUXOກໍເປັນອີກວຽກກງານ ທີ່ມີຄວາມສຳຄັນ ແລະ ຈໍາເປັນຢ່າງ ຕໍ່ເນື່ອງ ເຊິ່ງເປັນສິ່ງທີ່ພວກເຮົາມີຄວາມ ມຸ່ງໝັ້ນຢ່າງແທ້ຈິງຕໍ່ກັບວຽກງານ ນີ້ ໃນຊຸມປີທີ່ຜ່ານມາພວກເຮົາໄດ້ສະ ໜອງທຶນຈຳນວນເກືອບ 400 ລ້ານໂດ ລາ ເຂົ້າໃນການຊ່ວຍຮັບມືກັບລະເບີດ ທີ່ຍັງບໍ່ທັນແຕກ ເພື່ອໃຫ້ພວກເຮົາສາ ມາດເກັບກູ້ລະເບີດທີ່ບໍ່ທັນແຕກໃຫ້ໄດ້ ຫລາຍຂຶ້ນແລະແນ່ນອນໃນໄລຍະເວລາ ດັ່ງກ່າວນັ້ນໝາຍຄວາມວ່າຈະມີຄົນ ໄດ້ຮັບບາດເຈັບໜ້ອຍລົງ ແລະ ເຮັດໃຫ້ ປະຊາຊົນເຂົ້າເຖິງການພັດທະນາຫລາຍ ຂຶ້ນກວ່າເກົ່າໂດຍສະເພາະເຂດຜະລິດ ກະສິກໍາ ແລະ ອື່ນໆ, ນີ້ແມ່ນຄວາມຈຳ ເປັນຢ່າງຕໍ່ເນື່ອງທີ່ຕ້ອງສືບຕໍ່ແລະ ເປັນ ຄວາມຮັບຜິດຊອບຢ່າງຕໍ່ເນື່ອງທີ່ພວກ ເຮົາປະຕິບັດຢ່າງຈິງຈັງ. ໃນໂອກາດທີ່ໄດ້ເດີນທາງມາຄັ້ງນີ້ ທ່ານ ແອນໂທນີ ບຣິງເກນຍັງໄດ້ຍາດ ເວລາສໍາຄັນເຂົ້າຮ່ວມເພື່ອສະເຫລີມ ສະຫລອງ ແລະ ຍິນດີກັບການໄດ້ເປັນ ປະທານອາຊຽນຂອງປະເທດລາວ ເພື່ອ ຮັດແໜ້ນສາຍພົວພັນການຮ່ວມມື ແບບ ກວມລວມລະຫວ່າງສະຫະລັດອາເມ ລິກາແລະສປປລາວພ້ອມຍັງໄດ້ພົບປະ ກັບ ນາຍົກລັດຖະມົນຕີແຫ່ງຣາຊະອາ ນາຈັກໄທ ທ່ານ ນາງ ແພທອງທານ ຊິນນະວັດ ເຊິ່ງໄດ້ເນັ້ນຢ້ຳເຖິງປະຫວັດ ສາດຂອງສອງຊາດ, ການຮ່ວມມືລະ ຫວ່າງສະຫະລັດອາເມລິກາ ແລະ ໄທ, ໄດ້ຈັດ ປະຊຸມຮ່ວມກັບນາຍົກລັດຖະ ມົນຕີຂອງປະເທດມາເລເຊຍ ທ່ານ Anwar Ibrahim ແລະ ສະແດງ ຄວາມດີໃຈສຳລັບການນຳພາປະເທດ ມາເລເຊຍ ແລະ ຮັດແໜ້ນສາຍພົວພັນ ການຮ່ວມມືແບບກວມລວມລະຫວ່າງ ສະຫະລັດອາເມລິກາ ແລະ ມາເລເຊຍ.

RkJQdWJsaXNoZXIy MTc3MTYxMQ==