ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 11.10.2024 ປີທີ 23 ສະບັບທີ 6.036 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັຸີີັີັຸີີັີັຸີີັີັຸີີັີັຸີີັີັຸີີັີັຸີີັີ mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf gru j ,mt;u dkog-n j v,9vf c]t 7;k,g0A ,c0'vk-Po deoq fmy fmk' za o0tspkpdkogxa o76j Ij ;, p5 fmtlkf Iv[fh ko vk-Po{9u o xtmkoxtgmf rq [xtlv'/j kp da [ xtmkokmy [= fu l gdq ks]u vk-Po{puj x5j o za o0tspkpdkoIj ;,,n Iv[fh ko grn j vIa [xtda ozq oxt3spf];, vk-Po{l gdq ks]u 8u ]k7kl6 ' 8+ dkorq ;ra oIj ;,,n 8ts]vfw]pt 35 xu d;fdkgoN v.o Iv[fh koIj k'dq f\kp muj 16j vkwl z6h oevk-Po rq [xtlv'/j kp da [z6h 8k'|h k lt,a f-k]a f4tltrk ]ts;j k' -kfvk-Po ຂປລ. ໃນວັນທີ 9 ຕຸລາ 2024 ນີ້, ທ່ານສອນໄຊ ສີພັນດອນນາຍົກລັດຖະ ມົນຕີ ໄດ້ເປັນປະທານກອງປະຊຸມພົບ ປະລະຫວ່າງ ອາຊຽນ ແລະ ຜູ້ຕາງໜ້າ ຈາກສະມັດຊາລັດຖະສະພາ ລະຫວ່າງ ຊາດອາຊຽນຫລືໄອປາ(AIPA)ເຊິ່ງ ນຳໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ໃນນາມ ]k;{s;Pfok,{dex6 g9p sk]n dkorq ;ra oIj ;,,n lk,/j kp ປະທານ ໄອປາ ຄັ້ງທີ 45. ໃນກອງປະຊຸມ, ທ່ານນາຍົກລັດຖະ ມົນຕີ ສອນໄຊ ສີພັນດອນ ໄດ້ແຈ້ງໃຫ້ ຂປລ.ກອງປະຊຸມສຸດຍອດອາຊຽນ- ຈີນຄັ້ງທີ27ຈັດຂຶ້ນໃນວັນທີ10ກັນຍາ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີແຫ່ງສປປລາວ, ມີບັນດາຜູ້ນໍາ ອາຊຽນ ແລະ ທ່ານ ຫລີ ສຽງ ນາຍົກ ລັດຖະມົນຕີ ແຫ່ງ ສປຈີນ, ທ່ານນາຍົກ ລັດຖະມົນຕີ ຕີມໍແລັດສະເຕ ເຂົ້າຮ່ວມ ຂປລ. ກອງປະຊຸມສຸດຍອດອາ ຊຽນ- ສ ເກົາຫລີ ຄັ້ງທີ 25 ຈັດຂຶ້ນ ໃນ ວັນທີ10 ຕຸລາ 2024 ຢູ່ນະຄອນຫລວງ ວຽງຈັນ, ພາຍໃຕ້ການເປັນປະທານ ຂອງ ທ່ານ ສອນໄຊ ສີພັນດອນ ນາ ຍົກລັດຖະມົນຕີແຫ່ງສປປລາວ, ໂດຍມີ ບັນດາຜູ້ນຳອາຊຽນ ແລະ ທ່ານ ຢຸນ ຊອກຢອນປະທານາທິບໍດີແຫ່ງສ ເກົາ ຂປລ. ໃນວັນທີ 10 ຕຸລາ 2024 ທີ່ ນະຄອນຫລວງວຽງຈັນ,ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ໄດ້ເປັນປະທານກອງປະຊຸມ ສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 27 ໂດຍ ມີບັນດາຜູ້ນໍາອາຊຽນ ແລະ ທ່ານ ອິຊິບະ ຊິເງະຣຸ ນາຍົກລັດຖະມົນຕີ ແຫ່ງຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ vk-Po[;dlk, mq [m;o7n o dkorq ;ra oIj ;,,n .ow]ptzj ko,k ຂປລ. ກອງປະຊຸມກວດກາເນື້ອໃນ ຮອບດ້ານຮ່າງກົດໝາຍວ່າດ້ວຍທີ່ຢູ່ ອາໄສ ຈັດຂຶ້ນໃນວັນທີ 8 ຕຸລາ 2024 ຜ່ານມາ ໂດຍການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານ ສະພາແຫ່ງຊາດ, ມີປະທານ-ຮອງປະ ທານກໍາມາທິການສະພາແຫ່ງຊາດ, ຮອງຫົວໜ້າຫ້ອງວ່າການສໍານັກງານ ປະທານປະເທດ, ຮອງຫົວໜ້າຫ້ອງວ່າ ການສຳນັກງານນາຍົກລັດຖະມົນຕີ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງ ຄະນະປະຈໍາສະພາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ໄຊສົງຄາມ ມະໂນທັມ ຮອງ ລັດຖະມົນຕີກະຊວງໂຍທາທິການ ແລະ ໃນນາມຜູ້ສັງເກດການ ເພື່ອທົບທວນ ຄືນ ແລະ ກໍານົດທິດທາງ ໃນການຜັນ ຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ ຕີມໍແລັດສະເຕ ເຂົ້າຮ່ວມໃນນາມຜູ້ສັງ ເກດການ ເພື່ອທົບທວນຄືນການພົວ ພັນຮ່ວມມືທີ່ຜ່ານມາ ແລະ ໄດ້ກໍານົດ ຫລີ, ທ່ານນາຍົກລັດຖະມົນຕີ ຕີມໍແລັດ ສະເຕ ເຂົ້າຮ່ວມໃນນາມຜູ້ສັງເກດ ການ ເຊິ່ງຈຸດປະສົງຂອງກອງປະຊຸມ ຂປລ. ກອງປະຊຸມສຸດຍອດອາຊຽນ ບວກສາມ ຄັ້ງທີ 27 ຈັດຂຶ້ນໃນ ວັນທີ 10 ຕຸລາ 2024 ຢູ່ນະຄອນຫລວງ ວຽງຈັນ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ໂດຍມີບັນດາຜູ້ນໍາ ອາຊຽນ ແລະ ຜູ້ນໍາຂອງປະເທດບວກສາມຄື: ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ, ພ້ອມ ດ້ວຍນາຍົກລັດຖະມົນຕີ ຕີມໍແລັດສະເຕ ເຂົ້າຮ່ວມ ໃນນາມຜູ້ສັງເກດການ. ກອງປະຊຸມໃນຄັ້ງນີ້, ໄດ້ທົບທວນ ຄືນການພົວພັນຮ່ວມມືອາຊຽນບວກ ສາມ ໃນໄລຍະຜ່ານມາ ແລະ ໄດ້ກໍານົດ ທິດທາງການຮ່ວມມືໃນຕໍ່ໜ້າແນໃສ່ ເສີມຂະຫຍາຍການຮ່ວມມືຜ່ານກົນໄກ ອາຊຽນບວກສາມ ເພື່ອເພີ່ມທະວີການ ເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອ ຍາດແຍ່ງເອົາກາລະໂອກາດແລະຮັບມື ກັບສິ່ງທ້າທາຍພາຍໃນພາກພື້ນຮ່ວມ ກັນ. ພ້ອມນີ້, ຍັງໄດ້ເຫັນດີໃຫ້ສືບຕໍ່ເພີ່ມ ທະວີການຮ່ວມມືກັນ ໂດຍຜ່ານບັນດາ ກົນໄກແລະຂໍ້ລິເລີ່ມຂອງອາຊຽນບວກ ສາມ ທີ່ມີຢູ່ໃນປັດຈຸບັນ ເປັນຕົ້ນ ກອງ ທຶນການຮ່ວມມືຫລາຍຝ່າຍ ພາຍໃຕ້ຂໍ້ ລິເລີ່ມຊຽງໃໝ່, ຫ້ອງການຕິດຕາມ ເສດຖະກິດມະຫາພາກອາຊຽນບວກ ສາມ, ຄັງແຮເຂົ້າສຸກເສີນອາຊຽນ ບວກສາມ, ເວທີປຶກສາຫາລືອາຊີຕາ ເວັນອອກ ແລະ ເຄືອຂ່າຍຄັງປັນຍາອາ ຊີຕາເວັນອອກ ໃຫ້ມີຄວາມເຂັ້ມແຂງ ແລະ ມີປະສິດທິພາບຫລາຍຂຶ້ນ. ພ້ອມ ກັນນັ້ນ, ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ການປະກອບສ່ວນຂອງບັນດາປະ ເທດບວກສາມ ເຂົ້າໃນຄັງແຮເຂົ້າສຸກ ເສີນອາຊຽນບວກສາມ ເພື່ອຊ່ວຍເຫລືອ F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ 4 ຂປລ. ໃນວັນທີ 10 ຕຸລາ 2024 ນີ້, ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສປປ ລາວ ໄດ້ພົບປະ ສອງຝ່າຍ ກັບ ທ່ານ ຢຸນ ຊອກ ຢອນ (Yoon Suk Yeol) ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫລີ ໃນໂອ ກາດເດີນທາງມາຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ສ ເກົາຫລີ ຄັ້ງທີ 25 ເພື່ອ ສະເຫລີມສະຫລອງຄົບຮອບ35ປີຂອງ ການພົວພັນ ອາຊຽນ-ສ ເກົາຫລີ ແລະ ກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ F ອ່ານຕໍ່ໜ້າ 2
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 11/10/2024 xtgmf]k; ປະທານປະເທດ... okpq d]a f4t,q o8u csj ' lxx ]k; 8h voIa [ xtmkomtok7kodko]q 'mb o37']j k'rN o4kovk-u ຂປລ. ໃນຕອນບ່າຍວັນທີ 9 ຕຸລາ 2024 ຢູ່ຫໍປະຊຸມແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ ພົບປະສອງຝ່າຍກັບ ທ່ານ ຊາກ ມິແຊນ ປະທານສະພາເອີຣົບ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາເຂົ້າຮ່ວມກອງປະ ຊຸມສຸດຍອດ ອາຊີຕາເວັນອອກ ຄັ້ງທີ 19, ຕາມການເຊື້ອເຊີນຂອງປະເທດ ເຈົ້າພາບ, ທີ່ໄດ້ຈັດຂຶ້ນ ໃນລະຫວ່າງ ວັນທີ 9-12 ຕຸລາ 2024 ຢູ່ນະຄອນ ຫລວງວຽງຈັນ ສປປ ລາວ. ການພົບປະຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີ ຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຄັ້ງນີ້, ຕາມການ ເຊື້ອເຊີນ ເຊິ່ງເປັນການເດີນທາງຢ້ຽມ ຢາມ ສປປ ລາວ ຄັ້ງທໍາອິດ ຂອງທ່ານ ປະທານສະພາເອີຣົບ ແລະ ຖືເປັນຂີດ ໝາຍອັນສໍາຄັນຍິ່ງ ແຫ່ງການສືບຕໍ່ຮັດ ແໜ້ນ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ທີ່ມີມາ ຍາວນານ ລະຫວ່າງ ລາວ-ອີຢູ ນັບຕັ້ງ ແຕ່ສ້າງຕັ້ງສາຍພົວພັນການທູດ ຮ່ວມ ກັນ ໃນວັນທີ 21 ພະຈິກ 1975 ແລະ ໃນປີ 2025 ທັງສອງຝ່າຍ ກໍຈະໄດ້ມີ ການສະເຫລີມສະຫລອງ ຄົບຮອບ 50 ປີຮ່ວມກັນ; ສອງຝ່າຍໄດ້ພ້ອມກັນຕີລາ ຄາສູງຕໍ່ການພົວພັນ ແລະ ການຮ່ວມມື ລະຫວ່າງ ລາວ-ອີຢູ ໃນໄລຍະຜ່ານມາ ເຊິ່ງໄດ້ມີການຂະຫຍາຍຕົວຢ່າງບໍ່ຢຸດ ຢັ້ງ ໂດຍສະເພາະມີການແລກປ່ຽນ ການຢ້ຽມຢາມນໍາກັນຢ່າງເປັນປົກກະ ຕິໃນຫລາຍລະດັບ, ມີການຮ່ວມມືນໍາ ກັນທາງດ້ານເສດຖະກິດ,ການຄ້າ,ການ ລົງທຶນ, ການປົກປັກຮັກສາສິ່ງແວດ ລ້ອມ ແລະ ການທ່ອງທ່ຽວ ແລະ ອື່ນໆ. ໃນໂອກາດນີ້, ທ່ານ ສອນໄຊ ສີພັນ ດອນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ຕໍ່ຝ່າຍອີຢູ ທີ່ໄດ້ໃຫ້ການຊ່ວຍເຫລືອ ອັນລໍ້າຄ່າແກ່ ສປປ ລາວ ໃນຕະຫລອດ ໄລຍະຜ່ານມາ ເຊິ່ງການຊ່ວຍເຫລືອ ດັ່ງກກ່າວ ແມ່ນສອດຄ່ອງກັບແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືການພັດທະນາຊົນນະບົດແລະຫລຸດ ຜ່ອນຄວາມທຸກຍາກຂອງປະຊາຊົນ ແນໃສ່ເຮັດໃຫ້ ສປປ ລາວ ຫລຸດພົ້ນ ອອກຈາກສະຖານະພາບປະເທດດ້ອຍ ພັດທະນາ ໃນຊຸມປີຕໍ່ໜ້າ ແລະ ຊ່ວຍໃຫ້ ສປປ ລາວ ບັນລຸເປົ້າໝາຍແຜນການ ພັດທະນາແບບຍືນຍົງຂອງ ອົງການ ສປຊ ໃນປີ 2030. ທ່ານ ຊາກ ມິແຊນ ກໍໄດ້ສະແດງ ຄວາມຂອບໃຈຢ່າງຈິງໃຈ ຕໍໍ່ການເຊື້ອ ເຊີນເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ແລະ ຊົມເຊີຍການເປັນປະທານອາຊຽນ ຂອງ ສປປ ລາວ. ພ້ອມດຽວກັນ, ກໍຢືນ ຢັນທີ່ຈະສືບຕໍ່ໃຫ້ການສະໜັບສະໜູນ ແກ່ ສປປ ລາວ ໃນການພັດທະນາເສດ ຖະກິດ-ສັງຄົມ ໂດຍສະເພາະໃນຂົງເຂດ ການເຊື່ອມໂຍງ-ເຊື່ອມຈອດ, ການຄ້າການລົງທຶນ, ການເຕີບໂຕສີຂຽວ ແລະ ອື່ນໆ. ທັງໄດ້ອວຍພອນໃຫ້ກອງປະຊຸມ ຄັ້ງນີ້ ປະສົບຜົນສໍາເລັດຢ່າງຈົບງາມ. ນອກຈາກການປຶກສາຫາລື ວຽກ ງານສອງຝ່າຍ, ທັງສອງຝ່າຍຍັງໄດ້ ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການ ຮ່ວມມືອາຊຽນ-ອີຢູ, ສະພາບການພາກ ພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມ ສົນໃຈຮ່ວມກັນ. ພາບ: ອ່າຍຄຳ ຂປລ. ທ່ານ ສອນໄຊ ສີພັນດອນ ນາຍົກຖະມົນຕີແຫ່ງ ສປປ ລາວ ໄດ້ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈິ່ນ ຫລີຊຸ່ນ ປະທານທະນາຄານ ການລົງທຶນໂຄງລ່າງພື້ນຖານອາຊີ (AIIB) ພ້ອມດ້ວຍຄະນະ ໃນວັນທີ 9 ທ່ານ ຈິ່ນ ຫລີຊຸ່ນ ຕໍ່ການເດີນທາງເຂົ້າ ຮ່ວມກອງປະຊຸມໃນຄັ້ງນີ້. ພ້ອມທັງສະ ແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ ທະນາຄານການລົງທຶນ ເພື່ອການພັດ ທະນາໂຄງລ່າງພື້ນຖານອາຊີ ທີ່ໄດ້ປະ ກອບສ່ວນສຳຄັນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມຂອງສປປລາວ ຕະຫລອດມາ ໂດຍສະເພາະການສະ ໜັບສະໜູນ ແລະ ຊ່ວຍເຫລືອທາງດ້ານ ການເງິນ ໃນການປັບປຸງດ້ານໂຄງລ່າງ ພື້ນຖານຕ່າງໆ. ທະນາຄານລົງທຶນໂຄ່ງລ່າງພື້ນ ຖານອາຊີຫລືເອໄອໄອບີ(AIIB)ແມ່ນ ສະຖາບັນການເງິນລະດັບສາກົນ ໂດຍ ແມ່ນຂໍ້ລິເລີ່ມຂອງ ທ່ານ ສີ ຈິ້ນຜິງ ປະ ທານປະເທດ ແຫ່ງ ສປ ຈີນ ຕາມວິໄສ ທັດການສ້າງເສດຖະກິດເສັ້ນທາງສາຍ ໄໝ ແລະ ເສັ້ນທາງສາຍໄໝທາງທະເລ ໃນສະຕະວັດທີ21(SilkRoad). ປັດ ຈຸບັນສະມາຊິກຂອງ AIIB ມີທັງໝົດ 80 ປະເທດ ແລະ ສປປ ລາວ ກໍແມ່ນ ໜຶ່ງໃນປະເທດສະມາຊິກດັ່ງກ່າວ. ]k;{vu 16 xb dlksk]n dkoIj ;,,n lv'/j kp Iv'okpq d]a f4t,q o8u 8h voIa [ Iv'z6h veo;pdko.spj vq 'dkodv'mb odkog'y olkdq o ra o]tpkz6h oevk-Po 1h P,-q ,lt4komuj mj v'mj P;fh ko;a fmtotme 16j o; ຂປລ. ໃນວັນທີ 10 ຕຸລາ 2024 ນີ້, ບັນດາພັນລະຍາຂອງຜູ້ນຳອາຊຽນ ແລະຜູ້ນໍາປະເທດອື່ນໆທີ່ເດີນທາງເຂົ້າ ຮ່ວມກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມ ທີ່ກ່ຽວຂ້ອງ ທີ່ ສປປ ລາວ ໄດ້ຮັບກຽດ ເປັນເຈົ້າພາບ ໄດ້ລົງຢ້ຽມຊົມຫໍພິພິທະ ພັນວຽງຈັນ ສິລະປະຮ່ວມສະໄໝ, ຫໍ ວາງສະແດງສິນສາຍໄໝ ແລະ ຜ້າແພ ພື້ນເມືອງຂອງຄົນລາວບັນດາເຜົ່າ ຢູ່ ນະຄອນຫລວງວຽງຈັນ, ນໍາພາຄະນະ ໂດຍ ທ່ານນາງ ວັນດາລາ ສີພັນດອນ ພັນລະຍາ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ການລົງຢ້ຽມຊົມ ຫໍພິພິຕະພັນວຽງ ຈັນສິລະປະຮ່ວມສະໄໝ ໂດຍໄດ້ຮັບ ການຕ້ອນຂອງ ທ່ານ ພິຊິດ ໄຊຍະທິດ ຜູ້ອຳນວຍການຫໍພິພິທະພັນວຽງຈັນ ສິລະປະຮ່ວມສະໄໝ ເຊິ່ງຫໍພິພິທະພັນ ແຫ່ງນີ້, ເປັນແຫລ່ງທ່ອງທ່ຽວທາງ ດ້ານວັດທະນາທຳຂອງນະຄອນຫລວງ ວຽງຈັນ, ເປັນບ່ອນເຕົ້າໂຮມສິລະປະ ການແກະສະຫລັກ, ຮູບຄວັດໂດຍໄມ້ທີ່ ໄດ້ມາຈາກທົ່ວປະເທດການຄວັດ ແລະ ແກະສະຫລັກແມ່ນເປັນສີມືຂອງຄົນ ລາວ. ນອກນີ້, ຍັງໄດ້ນຳເອົາຜົນງານ ຂອງຕ່າງປະເທດ ມາສະແດງ ຕື່ມອີກ. ຈາກນັ້ນ, ກໍໄດ້ໄປຢ້ຽມຊົມຫໍວາງ ສະແດງສິນສາຍໄໝ ຢູ່ບ້ານຊຽງຍືນ ເມືອງຈັນທະບູລີ ນະຄອນຫລວງວຽງ ຈັນ ໂດຍການຕ້ອນຮັບຂອງ ທ່ານ ນາງ ຈັນນະພາ ວົງສະໝໍລະພູມ ປະທານ ບໍລິສັດ CNP ສຳຫລວດ ແລະ ຂຸດຄົ້ນ ບໍ່ແຮ່, ເປັນອີກສະຖານໜຶ່ງທີ່ສູນກາງ ສະຫະພັນແມ່ຍິງລາວ ໄດ້ສ້າງຕັ້ງຂຶ້ນ ເພື່ອສົ່ງເສີມ ແລະ ປົກປັກຮັກສາມູນ ເຊື້ອດ້ານຫັດຖະກຳຕ່ຳຫູກ ທໍໄໝ ຂອງ ແມ່ຍິງລາວທີ່ຮູ້ປູກມອນ,ລ້ຽງມ້ອນຜະ ລິດເສັ້ນໄໝຍ້ອມສີ ແລະ ຕໍ່າເປັນລວດ ລາຍຫລາກຫລາຍມາ ຢ່າງໜ້ອຍໄດ້ 5.000 ປີແລ້ວ. ດັ່ງນັ້ນ, ປີ 1992 ສູນ ກາງສະຫະພັນແມ່ຍິງລາວ ຈຶ່ງໄດ້ດຳ ເນີນໂຄງການອະນຸລັກ ແລະ ສົ່ງເສີມ ສິນສາຍໄໝ ເພື່ອສົ່ງເສີມ ແລະ ພື້ນຟູ ການລ້ຽງມ້ອນສາວໄໝ, ອາຊີບ ເຮັດ ຫູກທໍໄໝ ແລະ ຫັດຖະກຳອື່ນໆ ຂອງ ແມ່ຍິງລາວ, ທັງເປັນບ່ອນສະສົມຜ້າ ອາພອນທີ່ມີດອກດວງລວດລາຍອັນ ປານີດ ທີ່ໄດ້ມາຈາກສີໄມ້ລາຍມືອັນ ເປັນເອກະລັກຂອງແມ່ຍິງລາວບັນດາ ເຜົ່າ. ຫລັງຈາກນັ້ນ, ກໍໄດ້ໄປຢ້ຽມຊົມ ງານວາງສະແດງຜ້າແພພື້ນເມືອງ ລາວ ຢູ່ເຮືອນຮັບແຂກຫໍຄຳ ຕື່ມອີກ. ພາບ: ທະນູທອງ ລະຫວ່າງສປປລາວແລະອົງການກອງ ທຶນການເງິນສາກົນ ໂດຍສະເພາະການ ຮ່ວມມືໃນຂົງເຂດວຽກງານການຄຸ້ມ ຄອງເສດຖະກິດມະຫາພາກໃນ ສປປ ລາວ ແລະ ພາກພື້ນ, ທັງເປັນການຕອບ ສະໜອງຕາມການເຊື້ອເຊີນຂອງ ສປປ ລາວ ໃນການເຂົ້າຮ່ວມກອງປະຊຸມສຸດ ຍອດ ອາຊຽນ ຄັ້ງທີ 44 ແລະ 45 ທີ່ ນະຄອນຫລວງວຽງຈັນ ສປປ ລາວ. ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ການພົວພັນຮ່ວມມື ລະ ຫວ່າງ ສປປ ລາວ ແລະ ອົງການກອງ ທຶນການເງິນສາກົນ, ພ້ອມທັງສະແດງ ຄວາມຂອບໃຈທີ່ອົງການກອງທຶນການ ເງິນສາກົນ ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອໃນ ໄລຍະຜ່ານມາ ລວມທັງການໃຫ້ຄຳປຶກສາ ດ້ານນະ ໂຍບາຍທີ່ເປັນປະໂຫຍດ ຕໍ່ການຈັດຕັ້ງ ປະຕິບັດ ເສດຖະກິດມະຫາພາກຂອງ ສປປ ລາວ, ທັງໄດ້ຮັບການຊ່ວຍເຫລືອ ຍົກລະດັບດ້ານວິຊາການ ຊຶ່ງລ້ວນແລ້ວ ແຕ່ປະກອບສ່ວນເຂົ້າໃນການຄຸ້ມຄອງ ເສດຖະກິດຂອງ ສປປ ລາວ ໃຫ້ມີສະ ຖຽນລະພາບ ແລະ ເຂັ້ມແຂງ. ທີ່ ສປປ ລາວ ເປັນເຈົ້າພາບຢູ່ນະຄອນ ຫລວງວຽງຈັນ, ເພື່ອເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີງາມລະຫວ່າງສປປລາວ ແລະ ສ ເກົາຫລີ ໃຫ້ໄດ້ຮັບການພັດ ທະນາສູງຂຶ້ນກວ່າເກົ່າ. ໂອກາດດັ່ງກ່າວ, ສອງຝ່າຍໄດ້ ເຫັນດີເປັນເອກະພາບ ຕີລາຄາສູງຕໍ່ ການພົວພັນຮ່ວມມືທີ່ເຕັມໄປດ້ວຍໝາກ ຜົນສູງ ຕະຫລອດໄລຍະເກືອບ 3 ທົດ ສະວັດຜ່ານມາ, ການນຳຂັ້ນສູງສອງ ປະເທດ ໄດ້ສືບຕໍ່ແລກປ່ຽນ ການຢ້ຽມ ຢາມເຊິ່ງກັນ ແລະ ກັນ ຢ່າງເປັນປົກກະ ຕິ, ບັນດາໂຄງການຊ່ວຍເຫລືອ-ໂຄງ ການຮ່ວມມື ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນ ເຊິ່ງໃນປີ 2025 ທີ່ຈະມາເຖິງນີ້, ສອງຝ່າຍ ເຫັນດີຈະ ຮ່ວມກັນສະເຫລີມສະຫລອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນ ການ ທູດ ສປປ ລາວ-ສ ເກົາຫລີ ໃຫ້ມີ ບັນຍາກາດຄືກຄື້ນ ແລະ ມີຄວາມໝາຍ ສຳຄັນ. ພ້ອມນີ້, ສອງຝ່າຍ ຍັງໄດ້ຢືນ ຢັນຄືນຄວາມໝາຍໝັ້ນທີ່ຈະຍົກລະດັບ ການພົວພັນຮ່ວມມືຂຶ້ນສູ່ລະດັບໃໝ່ ໃນອະນາຄົດອັນໃກ້ ເຊິ່ງຈະເປັນການ ເປີດສັງກາດໃໝ່ແຫ່ງການພົວພັນຮ່ວມ ມື ລະຫວ່າງສອງປະເທດ ສປປ ລາວ- ສ ເກົາຫລີ ໃຫ້ສູງເດັ່ນຂຶ້ນກວ່າເກົ່າ. ພ້ອມນີ້, ສອງຝ່າຍ ກໍໄດ້ຕີລາຄາສູງຕໍ່ ການພົວພັນຮ່ວມມືດ້ານເສດຖະກິດ- ການຄ້າ ທີ່ໄດ້ຮັບການພັດທະນາຂຶ້ນ ເປັນກ້າວໆ, ເຫັນດີຊຸກຍູ້ການແລກປ່ຽນ ຂໍ້ມູນ ລະຫວ່າງ ນັກທຸລະກິດສອງປະ ເທດ ເພື່ອດຶງດູດນັກລົງທຶນ ສ ເກົາຫລີ ໃຫ້ມາລົງທຶນຢູ່ ສປປ ລາວ ຫລາຍຂຶ້ນ, ຊຸກຍູ້ການຂົນສົ່ງສິນຄ້າຂອງລາວ ໄປ ຍັງຕະຫລາດຂອງສເກົາຫລີໃຫ້ຫລາຍ ຂຶ້ນ ໂດຍສະເພາະໃນຂົງເຂດອຸດສາຫະ ກຳການຜະລິດ, ອຸດສາຫະກໍາຜະລິດລົດ, ເຄື່ອງໃຊ້ໄຟຟ້າ, ການຜະລິດ SemiConductor, ອຸດສາຫະກໍາໜັກ, ອຸດ ສາຫະກໍາປຸງແຕ່ງຜົນຜະລິດກະສິກໍາ ແລະ ອື່ນໆ. ຝ່າຍລາວ ໄດ້ຕີລາຄາສູງຕໍ່ ຂໍ້ລິເລີ່ມການຮ່ວມມືດ້ານສິ່ງແວດລ້ອມ ພາຍໃຕ້ເປົ້າໝາຍການຫລຸດຜ່ອນທາດ ອາຍເຮືອນແກ້ວ ເພື່ອຍົກລະດັບຂີດ ຄວາມສາມາດໃນການປັບຕົວແລະຮັບ ມືກັບການປ່ຽນແປງຂອງດິນຟ້າອາ ກາດ. ພ້ອມນັ້ນ, ຍັງໄດ້ສະແດງຄວາມ ຂອບໃຈຕໍ່ໂຄງການສ້າງສວນອຸທິ ຍານດີຈິຕອນ ຂອງ ສປປ ລາວ (Lao Digital Park) ໃຫ້ເປັນເຂດນິຄົມອຸດ ສາຫະກໍາດີຈິຕອນແນໃສ່ດຶງດູດບັນດາ ບໍລິສັດເຕັກໂນໂລຊີຈາກຕ່າງປະເທດ ເຂົ້າມາລົງທຶນໃນສປປລາວຫລາຍຂຶ້ນ ໂດຍສະເພາະການສ້າງຄວາມພ້ອມໃຫ້ ສັງຄົມລາວ ກ້າວເຂົ້າສູ່ຍຸກດີຈິຕອນ, ສະແດງຄວາມຂອບໃຈຕໍ່ ການຊ່ວຍ ເຫລືອໃນການພັດທະນາຊັບພະຍາກອນ ມະນຸດ, ການສະໜອງທຶນການສຶກສາ, ການສະໜັບສະໜູນດ້ານວັດທະນະ ທຳ, ການທ່ອງທ່ຽວ ແລະ ອື່ນໆ. ພ້ອມ ນັ້ນ, ສອງຝ່າຍ ເຫັນດີສືບຕໍ່ການຮ່ວມມື ໃນລະດັບພາກພື້ນແລະສາກົນ ເປັນຕົ້ນ ການຮ່ວມມືໃນຂອບ ອາຊຽນ-ສ ເກົາ ຫລີ, ແມ່ນ້ຳຂອງ-ສ ເກົາຫລີ, ອົງການ ສປຊ ແລະ ອື່ນໆ. ພ້ອມນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດເຫັນຕໍ່ສະພາບ ການພາກພື້ນ ແລະ ສາກົນທີ່ມີຄວາມ ສົນໃຈຮ່ວມກັນ. ໃນໂອກາດດຽວກັນນີ້, ທ່ານປະ ທານປະເທດ ທອງລຸນ ສີສຸລິດ ໄດ້ຕາງ ໜ້າໃຫ້ລັດຖະບານແລະປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ ການສະໜັບສະໜູນຊ່ວຍເຫລືອອັນລ້ຳ ຄ່າຈາກ ລັດຖະບານ ແລະ ປະຊາຊົນ ສ ເກົາຫລີ ໃນໄລຍະຜ່ານມາ ເຊິ່ງໄດ້ ສຸມໃສ່ຂະແໜງການບູລິມະສິດຂອງ ສປປ ລາວ ເປັນຕົ້ນ ການພັດທະນາ ຂະແໜງສາທາລະນະສຸກ, ການເກັບກູ້ ລະເບີດບໍ່ທັນແຕກ(UXO)ແລະການ ພັດທະນາຊົນນະບົດ, ການພັດທະນາຊັບ ພະຍາກອນມະນຸດ, ການຊ່ວຍເຫລືອ ດ້ານແຮງງານ ແລະ ອື່ນໆ. ພິເສດແມ່ນ ການສະໜັບສະໜູນ ສປປ ລາວ ໃນ ການເປັນປະທານອາຊຽນ2024, ໂຄງ ການສ້າງແຜນແມ່ບົດການພັດທະນາ ເຂດອ້ອມຮອບສະໜາມບິນສາກົນ ຫລວງພະບາງແລະປະກອບສ່ວນຊ່ວຍ ເຫລືອທາງດ້ານມະນຸດສະທໍາ ໃຫ້ແກ່ ສປປ ລາວ ໂດຍສະເພາະປະຊາຊົນຜູ້ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງ ທໍາມະຊາດ. ໃນຂະນະດຽວກັນ, ທ່ານປະທານາ ທິບໍດີຢຸນຊອກຢອນກໍໄດ້ສະແດງຄວາມ ຂອບໃຈຕໍ່ລັດຖະບານສປປລາວທີ່ໃຫ້ ການຮ່ວມມື ແລະ ການສະໜັບສະໜູນ ສ ເກົາຫລີ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍໃນໄລຍະຜ່ານມາ, ພ້ອມທັງ ຈະຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງ ສອງຝ່າຍສືບຕໍ່ເຮັດວຽກຮ່ວມກັນຢ່າງ ໃກ້ຊິດ ເພື່ອເສີມຂະຫຍາຍການຮ່ວມມື ສອງປະເທດ ໃຫ້ຈະເລີນງອກງາມຍິ່ງ ຂຶ້ນ ໂດຍສະເພາະການຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງທີ່ຜູ້ນຳສອງປະເທດໄດ້ ເຫັນດີເປັນເອກະພາບແລ້ວນັ້ນ ໃຫ້ມີປະ ສິດທິພາບ ແລະ ປະກົດຜົນເປັນຈິງ, ຈະ ສືບຕໍ່ໃຫ້ການຮ່ວມມືສະໜັບສະໜູນແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີ ພາກພື້ນ-ສາກົນ ໂດຍສະເພາະວຽກງານ ການເປັນປະທານ ອາຊຽນຂອງ ສປປ ລາວ ໃນປີ 2024 ນີ້ ໃຫ້ປະສົບຜົນສໍາ ເລັດອັນງົດງາມ, ນໍາເອົາຜົນປະໂຫຍດ ຕົວຈິງມາສູ່ປະຊາຊົນສອງປະເທດ ສ ເກົາຫລີ-ສປປ ລາວ. ພ້ອມນີ້, ທ່ານ ປະທານາທິບໍດີ ຢຸນ ຊອກ ຢອນ ຍັງໄດ້ ເຊື້ອເຊີນທ່ານປະທານປະເທດທອງລຸນ ສີສຸລິດ ໄປຢ້ຽມຢາມທາງລັດຖະກິດ ທີ່ ສ ເກົາຫລີ ເພື່ອສະເຫລີມສະຫລອງ ສາຍພົວພັນຮ່ວມມື ສປປ ລາວ ແລະ ສ ເກົາຫລີ ຄົບຮອບ 30 ປີ ໃນປີ 2025 ເຊິ່ງ ທ່ານປະທານ ປະເທດ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຍິນດີ ແລະ ຕອບຮັບການເຊື້ອເຊີນດັ່ງກ່າວ. ພາຍຫລັງສຳເລັດການພົບປະ, ຜູ້ນຳ ທັງສອງປະເທດ ກໍໄດ້ເຂົ້າຮ່ວມເປັນ ສັກຂີພິຍານ ໃນພິທີລົງນາມສັນຍາ ຈຳ ນວນ 3 ສະບັບ ຄື: ສັນຍາວ່າດ້ວຍການ ຮ່ວມມືກ່ຽວກັບການປ່ຽນແປງດິນຟ້າ ອາກາດ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ; ສັນຍາຂອບການຮ່ວມມື ລະຫວ່າງລັດຖະບານແຫ່ງສປປລາວ ແລະ ສ ເກົາຫລີ ກ່ຽວກັບບັນດາໂຄງ ການຮ່ວມມືກັບກອງທຶນຮ່ວມມື ເພື່ອ ການພັດທະນາເສດຖະກິດ (EDCF) ຂອງ ສ ເກົາຫລີ ໃນໄລຍະ 20242027 ແລະ ບົດບັນທຶກ ຄວາມເຂົ້າໃຈ ກ່ຽວກັບການຮ່ວມມື ດ້ານວຽກງານ ການຫລຸດຜ່ອນທາດອາຍເຮືອນແກ້ວ ຈາກການທໍາລາຍປ່າໄມ້ ແລະ ການ ເຮັດໃຫ້ປ່າໄມ້ຊຸດໂຊມ ເຊິ່ງເປັນການ ຈັດຕັ້ງປະຕິບັດ ມາດຕາ 6 ຂອງສົນທິ ສັນຍາປາຣີ ລະຫວ່າງ ກະຊວງກະສິ ກໍາ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ກະຊວງປ່າໄມ້ ແຫ່ງ ສ ເກົາຫລີ. ພາບ: ອ່າຍຄຳ ຕຸລາ 2024 ຢູ່ຫໍປະຊຸມແຫ່ງຊາດ ໃນ ໂອກາດມາເຂົ້າຮ່ວມກອງປະຊຸມສຸດ ຍອດອາຊຽນ ແລະ ກອງປະຊຸມປິ່ນ ອ້ອມອື່ນໆ ໃນໄລຍະວັນທີ 9-11 ຕຸລາ 2024 ທີ່ ນະຄອນຫລວງວຽງຈັນ. ການເຂົ້າຢ້ຽມຂ່ຳນັບຄັ້ງນີ້, ສອງ ຝ່າຍໄດ້ປຶກສາຫາລື ກ່ຽວກັບໂອກາດ ໃນການຮ່ວມມື ລະຫວ່າງ AIIB ແລະ ສປປ ລາວ ກໍຄື ອາຊຽນ ໂດຍສະເພາະ ການເຊື່ອມໂຍງ-ເຊື່ອມຈອດໂຄງລ່າງ ພື້ນຖານ ແລະ ຂົງເຂດວຽກບຸລິມະສິດ ອື່ນໆ ທີ່ເປັນທ່າແຮງໃນການສືບຕໍ່ ຮ່ວມມືກັນໃນຕໍ່ໜ້າ. ໃນໂອກາດນີ້, ທ່ານ ສອນໄຊ ສີພັນ ດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບ ຂປລ. ໃນຕອນເຊົ້າວັນທີ 10 ຕຸລາ 2024 ນີ້, ທ່ານ ສະເຫລີມໄຊ ກົມມະ ສິດ ຮອງນາຍົກຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Kenji Okamura ຮອງຜູ້ ອຳນວຍການໃຫຍ່ ອົງການກອງທຶນ ການເງິນສາກົນ (IMF) ພ້ອມດ້ວຍຄະ ນະໃນໂອກາດເດີນທາງມາເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມທີ່ປິ່ນອ້ອມອື່ນໆ ໃນລະ ຫວ່າງ ວັນທີ 9-11 ຕຸລາ 2024 ຢູ່ ນະຄອນຫລວງວຽງຈັນ. ການຕ້ອນຮັບຮອງຜູ້ອຳນວຍການ ໃຫຍ່ ອົງການກອງທຶນການເງິນສາກົນ ຄັ້ງນີ້, ເພື່ອເສີມຂະຫຍາຍການຮ່ວມມື
xtgmf]k; 3 11/10/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me *** ອ່ານຕໍ່ສະບັບໜ້າ ***່ າໍ່ ສັ ບ້ າ ບົດສະເໜີົີ ໂດຍ:ວັນໄຊ ຕະວິນຍານັ ນິ ນ ຜັນຂະຫຍາຍມະຕິັ ນິ ກອງປະຊຸມໃຫຍ່ ຸ ມ່ ຄັ້ງງີທີ ັ້ XI ຂອງພັກັກ muj ,k;a olkdq o c]t la [xtfk csj '-kf grnj v]b []h k'7;k,m5 dpkd |;j pra d0tc|'xj kw,h leg]a f dv'xt-5 ,.spj 7A 'mu IV *ຄວາມທຸກຍາກ ໝາຍເຖິງການ ຂາດປັດໄຈພື້ນຖານ ໃນການດໍາລົງ ຊີວິດປະຈໍາວັນ ເຊັນ: ອາຫານການ ກິນພຽງພໍ, ເຄື່ອງນຸ່ງຮົ່ມ, ທີ່ຢູ່ອາໄສ, ສຸຂານາໄມ, ການຮັກສາສຸຂະພາບ, ການສຶກສາ ແລະ ການບໍລິການ ສາທາລະນະຂັ້ນພື້ນຖານ. ຄວາມທຸກຍາກ ແລະ ໄພອຶຶດ ຫິວໄດ້ຄຸກຄາມຊີວິດ ແລະ ສະ ຫວັດດີພາບ ຂອງມວນມະນຸດມາ ຕັ້ງແຕ່ໃດໆແມ່ນແຕ່ຢູ່ໃນຍຸກທີ່ມີ ຄວາມສີວິໄລຮຸ່ງເຮືອງເຫລືອງ ເຫລື້ອມທີ່ສຸດ ຂອງສັງຄົມມະນຸດ ກໍຍັງມີຄົນທີ່ທຸກຍາກລຳບາກປາກົດ ໃຫ້ເຫັນຢູ່ສະເໝີມາ, ປາກົດການດັ່ງ ກ່າວບໍ່ໄດ້ຮັບການແກ້ໄຂໃຫ້ຕົກໄປ ຈັກເທື່ອ. ກ່ອນຊຸມປີ 1960 ຄວາມ ທຸກຍາກ ໄດ້ຖືກຖືວ່າເປັນເລື່ອງ ທຳມະດາ ຂອງສັງຄົມມະນຸດ; ໃນ ເວລານັ້ນບໍ່ມີລັດຖະບານປະເທດ ໃດ, ອົງການຈັດຕັ້ງສາກົນ ກໍຄື ອົງການຈັດຕັ້ງສັງຄົມໃດຍົກຂຶ້ນ ເປັນບັນຫາ ແລະ ບໍ່ມີແຜນການ ແກ້ໄຂຄວາມທຸກຍາກຢ່າງເອົາ ຈິງເອົາຈັງເທື່ອ; ໂດຍທົ່ວໄປ ທົ່ວ ສັງຄົມໄດ້ຖືວ່າປາກົດການນີ້ແມ່ນ ເກີດມີມາພ້ອມມະນຸດ; ປະຊາຊົນ ຢູ່ຊຸມຊົນຮາກຖານ ໂດຍສະເພາະ ເຂດຊົນນະບົດຫ່າງໄກສອກຫຼີກ, ເຂດພູດອຍທຸລະກັນດານ ແລະ ເຂດທີ່ທຸກຍາກ ແມ່ນ ຖືກຄວບ ງຳໂດຍຄວາມຮັບຮູ້ເຂົ້າໃຈວ່າ: ຄວາມທຸກຍາກເປັນເລື້ອງ ຂອງ ເວນກຳມາແຕ່ຊາດປາງກ່ອນ ທີ່ *ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IVຫນ່ວຍພັກຂະແຫນງປ່າໄມ້ ທີ່ຂຶ້ນກັບຄະນະພັກຮາກຖານພະ ແນກກະສິກຳ ແລະປ່າໄມ້ (ກປຂ) ແຂວງເຊກອງ ໄດ້ໄຂຂຶ້ນ ແລະສໍາ ເລັດລົງໃນວັນທີ4ຕຸລາ2024 ໂດຍ ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ບຸນຫລາຍ ບຸດທິ ຮອງເລ ຂາພັກແຂວງ,ສະຫາຍບຸນສົ່ງລໍາມະ ຍົດ ຄະນະພັກຮາກຖານ, ຮອງຫົວ ຫນ້າພະແນກ ກປຂ, ມີຂະແໜງ ການກ່ຽວຂ້ອງ ແລະ ແຂກຖືກ ເຊີນເຂົ້າຮ່ວມ. ກອງປະຊຸມໃຫຍ່ຄັ້ງນີ້ ສະຫາຍ ເພັດສະຫມອນ ໄຊຍະວົງ ຮອງເລ ຂາຫນ່ວຍພັກ, ຫົວຫນ້າຂະແຫນງ ປ່າໄມ້ ແຂວງເຊກອງໄດ້ຂຶ້ນຜ່ານ ຮ່າງບົດລາຍງານການເມືອງທັງ 2 ພາກ ແລະ ບົດສໍາຫລວດຂອງ ຄະນະພັກຊຸດເກົ່າ ທີ່ຍົກໃຫ້ເຫັນ ສະພາບລວມ ແລະ ຜົນງານການ ເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ ການເມືອງຂອງພັກ ຕິດພັນກັບການ ປະຕິບັດວຽກງານວິຊາສະເພາະ ເຫັນວ່າ: ໄລຍະ 5 ປີຜ່ານມາ ຄະ ນະໜ່ວຍພັກ ໄດ້ສຸ່ມໃສ່ການສຶກສາ ເທວະດາຟ້າແຖນໄດ້ກຳນົດເປັນ ໂຊກຊາຕາໃຫ້ແລ້ວ; ບໍ່ແມ່ນເລື່ອງ ທີ່ຈະຕ້ອງຕໍ່ສູ້ແກ້ໄຂໃຫ້ໝົດໄປໄດ້; ໃນເງື່ອນໄຂວິທະຍາສາດ ແລະ ເຕັກ ໂນໂລຊີບໍ່ທັນຂະຫຍາຍຕົວ, ການ ຜະລິດຂອງມວນມະນຸດຍັງອ່ອນ ນ້ອຍ ແລະ ຂຶ້ນກັບທຳມະຊາດ, ການສະໜອງສະບຽງອາຫານ ແລະ ສະຫວັດດີພາບໃຫ້ແກ່ຄົນໃນສັງຄົມ ຈຶ່ງມີຂີດຈຳກັດ; ໄພທຳມະຊາດ ດິນຟ້າອາກາດ, ລວມເຖິງການລະ ບາດຂອງພະຍາດ ບວກກັບຂໍ້ຂັດ ແຍ່ງດ້ານຜົນປະໂຫຍດທາງຊັບພະ ຍາກອນ ແລະ ທາງສັງຄົມ, ຄວາມ ວຸ້ນວາຍ ຕະຫລອດຮອດເສິກສົງ ຄາມໄດ້ເຮັດໃຫ້ມະນຸດຈຳນວນ ຫລວງຫລາຍຕົກຢູ່ໃນຄວາມທຸກ ຍາກຂາດເຂີນຈາກຮຸ່ນຄົນນີ້ຕົກ ຕໍ່ໃສ່ສັງຄົມ ແລະ ຄົນຮຸ່ນຕໍ່ໆມາ; ອັນໄດ້ເຮັດໃຫ້ມະນຸດຍິ່ງເຊື່ອກັນ ວ່າ ຄວາມທຸກຍາກແມ່ນເລື່ອງ ທຳມະດາທີ່ຟ້າແຖນສາບແສ່ງແຕ່ງ ປັ້ນໃຫ້ມີມາຕິດຕົວແຕ່ກຳເນີດ ຫລື ກຳນົດເປັນລິຂິດ ຂອງຊາຕາຊີວິດ ທີ່ຈຳຕ້ອງເປັນໄປ ຂອງແຕ່ລະຄົນ ແລະ ຂອງກຸ່ມຄົນ ເປັນຕົ້ນເຜົ່າ, ວັນນະ, ຕະກູນເຊື້ອສາຍ ແລະ ອື່ນໆ; ໃນລະຫວ່າງ ສັດຕະວັດທີ 17 ຫາ ສັດຕະວັດທີ 20 ຊຶ່ງແມ່ນໄລຍະທີ່ ວິທະຍາສາດຂະຫຍາຍຕົວກ້າວໜ້າ ຂຶ້ນ, ອັນເຮັດໃຫ້ການຜະລິດມີປະ ສິດທິພາບສູງ. ເຖິງວ່າມັນໄດ້ເອື້ອ ອຳນວຍໃຫ້ມະນຸດເຮົາ ໄດ້ມີສະ ຫວັດດີພາບດີຂຶ້ນຕື່ມ ທັງດ້ານ ຈຳນວນ ແລະ ຄຸນນະພາບກໍ່ຕາມ, ແຕ່ກໍຍັງມີມວນມະນຸດນັບເປັນຕື້ໆ ຍັງຈົມຢູ່ໃນຄວາມທຸກຍາກລຳບາກ ກາກກຳ ແລະ ອຶດຫິວ. ເມື່ອມະນຸດ ສາມາດຄົ້ນພົບ ແລະ ນໍາໃຊ້ວິທະ ສາດ, ວິທະຍາການເພື່ອຄວບຄຸມທຳ ມະຊາດໄດ້ໃນລະດັບໃດໜຶ່ງແລ້ວ, ປາກົດການທຸກຍາກຈຶ່ງກາຍມາ ເປັນປາກົດການດ້ານສັງຄົມໝາຍ ຄວາມວ່າ ສັງຄົມມະນຸດເອງເປັນຜູ້ ສ້າງໃຫ້ເກີດມີຄວາມທຸກຍາກ. ອັນ ທີ່ພິເສດທີ່ສຸດ ຄືສິ່ງຊຶ່ງບໍ່ຄວນຈະ ເກີດຂຶ້ນນັ້ນແມ່ນຄວາມກ້າວໜ້າ ທາງດ້ານວິທະຍາສາດ ໄດ້ຖືກສວຍ ໃຊ້ເປັນເຄື່ອງມືໃນການກໍ່ສົງຄາມ ແລະ ກົດຂີ່ຂູດຮີດ ເຮັດໃຫ້ຄວາມ ທຸກຍາກຂອງມວນມະນຸດຍິ່ງໜັກ ໜ່ວງ ແລະ ສາຫັດຂຶ້ນ; ມະນຸດເຮົາ ໄດ້ກໍ່ສົງຄາມທໍາລາຍ, ເຂັ່ນຂ້າ, ປະຫັດປະຫານ ແລະ ລ້າງຜານກັນ ເອງ ດ້ວຍການປຸ້ນສະດົມ, ສວຍໃຊ້ ທ່າແຮງທາງດ້ານວິທະຍາສາດ ຊຶ່ງ ແມ່ນສະຕິປັນຍາ ຂອງຕົນເອງແທນ ທີ່ຈະນຳໃຊ້ທ່າແຮງດັ່ງກ່າວມາຮັບ ໃຊ້ໃນການແກ້ໄຂຄວາມທຸກຍາກ ແລະ ສົ່ງເສີມສະຫວັດດີພາບ ຂອງ ມະນຸດເອງ. ໃນບັນດາສາເຫດຂອງ ຄວາມທຸກຍາກ, ສົງຄາມໄດ້ຖືກ ຈັດວ່າ ເປັນຕົວເລັ່ງ ແລະ ເປັນຕົວ ກະຕຸ້ນ ເຮັດໃຫ້ຄວາມທຸກຍາກທະ ວີຄູນຂຶ້ນຢ່າງສາຫັດ ຮ້າຍແຮງ ກວ່າເກົ່າ. ບັນດາປະເທດເອີລົບ, ອາເມລິກາ ແລະ ບັນດາປະເທດທີ່ ພັດທະນາແລ້ວ ໄດ້ກາຍເປັນໜຶ່ງ ໃນບັນດາແຫຼ່ງສະຕິປັນຍາຕົ້ນຕໍ ທັງ ກາຍເປັນເຈົ້າຕຳລາວິທະຍາສາດ ຂອງໂລກ, ໝາກຜົນຂອງຄວາມ ກ້າວໜ້າດັ່ງກ່າວ ໄດ້ຖືກນຳໃຊ້ ເພື່ອ ກົດຂີ່ຂູດຮີດກຳມະກອນ ແລະ ຊາວ ຜູ້ອອກແຮງງານ, ການຫຼຸດໂຕນ ກັນທາງດ້ານສັງຄົມ, ເສດຖະກິດ, ການເມືອງ ໄດ້ເຮັດໃຫ້ເກີດມີຄວາມ ທຸກຍາກຢູ່ໃນກະໂຕປະເທດທີ່ຖືວ່າ ທັນສະໄໝ, ສີວິໄລ, ຈະເລີນຮຸ່ງ ເຮືອງ ແລະ ມີອະລິຍະທຳສູງ. ດ້ວຍ ເຫດນັ້ນ ຂະບວນມວນມະຫາຊົນ ຜູ້ກ້າວໜ້າ ຈຶ່ງໄດ້ເກີດມີຂຶ້ນຢ່າງ ກວ້າງໃຫຍ່ໄພສານ ແລະ ລຸກຂຶ້ນ ຕໍ່ສູ້ດ້ວຍຫຼາຍຮູບການເລັ່ງທວງໃຫ້ ບັນດາປະເທດຕ່າງໆ ກໍຄືອົງການ ລະຫວ່າງປະເທດທີ່ມີສິດອຳນາດ ຕ້ອງໄດ້ມີມາດຕາການແກ້ໄຂ ຄວາມທຸກຍາກ, ປັບປຸງສະຫວັດ ດີພາບ ຂອງຄົນໃຫ້ດີຂຶ້ນ ເປັນຕົ້ນ ວັນທີ 1 ພຶດສະພາ1886 ຊຶ່ງກາຍ ມາເປັນວັນກຳມະກອນສາກົນ, ກຳ ມະກອນຢູ່ຊີກາໂກ, ສະຫະລັດອາເມ ລິກາ ໄດ້ເດີນຂະບວນທວງໃຫ້ນາຍ ຈ້າງຂຶ້ນຄ່າແຮງງານ, ຫລຸດເວລາ ເຮັດວຽກ, ຕໍ່ສູ້ທຸກຮູບແບບ ເພື່ອ ເຮັດໃຫ້ພວກຕົນຫລຸດພົ້ນອອກ ຈາກຄວາມທຸກຍາກ ແລະ ມີສະ ຫວັດດີພາບທີ່ດີຂຶ້ນ; ເຊັ່ນດຽວກັນ ກັບວັນທີ 08 ມີນາ ປີ 1910 ຊຶ່ງ ເກີດຂະບວນການຕໍ່ສູ້ທີ່ໃຫຍ່ຫຼວງ ຂອງແມ່ຍິງ ເພື່ອທວງເອົາສິດສະ ເໝີພາບ ລະຫວ່າງ ຍິງ-ຊາຍ ວັນ ດັ່ງກ່າວ ໄ ດ້ກ າຍມ າເປັນ ວັນແ ມ່ຍິງ ສາກົນ ມາເຖິງທຸກມື້ນີ້. ເຫດການ ດັ່ງກ່າວນັ້ນ ເນື້ອແທ້ແມ່ນການເລັ່ງ ທວງໃຫ້ບັນດາລັດໄດ້ເອົາໃຈໃສ່ ຍົກລະດັບຊີວິດການເປັນຢູ່ຮັບປະ ກັນສະຫວັດດີພາບ, ແກ້ໄຂຄວາມ ທຸກຍາກໃຫ້ແກ່ກຸ່ມຄົນທີ່ດ້ອຍໂອ ກາດເຊັ່ນ: ແມ່ຍິງ, ເດັກນ້ອຍ ແລະ ຄົນພິການທີ່ບໍ່ໄດ້ຊົມໃຊ້ໝາກຜົນ ຂອງການພັດທະນາເທົ່າທຽມກັບ ຜູ້ຊາຍ. ນອກຈາກນັ້ນ, ກໍຍັງມີວັນ ສຳຄັນອື່ນໆອີກ ຊຶ່ງລ້ວນແຕ່ມີເນື້ອ ໃນຈຸດປະສົງຕິດພັນກັບການຕໍ່ສູ້ ເພື່ອແກ້ໄຂຄວາມທຸກຍາກ ແລະໃຫ້ ຫລຸດພົ້ນຈາກຄວາມຂາດແຄນຫິວ ໂຫຍ. ສິ່ງທີ່ ພົ້ ນເດັ່ນອີ ກອັ ນໜຶ່ ງແ ມ່ນ ໃນທ່າມກາງສະພາບແວດລ້ອມຄື ດັ່ງກ່າວ ໄດ້ເກີດມີກະແສແນວຄິດ “ອ່ຽງຊ້າຍ” ຫລື ສັງຄົມນິ ຍົມເກີດ ຂື້ນ ສ່ອງແສງເຖິງຄວາມມຸ້ງມາດ ປາດຖະໜາອັນແຮງກ້າ ຂອງມະ ນຸດ ໃ ນກ ານສ້ າງສັ ງຄົມສ ະເໝີພ າບ ແລະ ມີສະຫວັດດີພາບທຸກຖ້ວນ ໜ້າ ປາສະຈາກຄວາມທຸກຍາກ ໂດຍມີ “ລັດທິມາກຊິດ” ເປັນຕົວ ແທນໃຫ້ແກ່ກະແສແນວຄິດດັ່ງ ກ່າວ. ໃນຊ່ວງເວລາດຽວກັນນັ້ນ, ສຳລັບບັນດາປະເທດອາຊີ, ອາຟຣິ ກາ ແລະ ອາ ເມລິກາລາຕິນ, ບັນດາ ນັກລ່າເມືອງຂຶ້ນ ໄດ້ສວຍໃຊ້ທ່າ ໄດ້ປຽບທາງດ້ານເຕັກນິກວິທະຍາ ສາດ, ທຶນຮອນວັດຖຸປັດໄຈຕະ ຫລອດຮອດກຳລັງການທະຫານທີ່ ກ້າວໜ້າທັນສະໄໝ ລວມໄປເຖິງ ອາວຸດຍຸດທະພັນທີ່ມີພະລານຸພາບ ບຸກລຸກ, ຮຸກຮານ, ຍາດຍຶດ, ຄວບ ງຳ ແລະ ກະທຳທຸ ກວິຖີ ແລະ ຮູບ ແບບເພື່ອລ່າຫົວເມືອງຂຶ້ນ, ກົດຂີ່ ຂູດຮີດປະຊາຊົນ, ປຸ້ນສະດົມເອົາ ຄວາມຮັ່ງມີດ້ານຊັບພະຍາກອນ ທຳມະຊາດ, ຊັບພະຍາກອນມະນຸດ ເພື່ອນຳ ແລະ ຂົນໄປສ້າງຮັ່ງຄູນ ມີແກ່ປະເທດເຂົາເຈົ້າ. ອັນນີ້ ໄດ້ ເຮັດໃຫ້ປະຫວັດສາດ ຂອງມວນ ມະນຸດໄດ້ຈາລຶກ ເສັ້ນທາງການ ສະສົມທຶນ ແລະ ຄວາມຈະເລີນ ສີວິໄລ ຂອງບັນດາປະເທດຈຳນວນ ໜຶ່ງ ນັ້ນແມ່ນສ້າງຂຶ້ນບົນຄວາມ ທຸກຍາກ, ຄວາມເຈັບປວດທໍລະ ມານແ ລະການລົ້ ມຕ າຍຂອງບັນດາ ປະຊາຊາດທີ່ເປັນຫົວເມືອງຂຶ້ນ ແລະ ຖືກກົດຂີ່ຂູດຮີດ; ຈະໃຊ້ຄວາມ ເວົ້າທີ່ສຸພາບອ່ອນໂຍນພຽງໃດ ກໍຕາມ, ຕ້ອງໄດ້ຍອມຮັບວ່າ ຄວາມ ທຸກຍາກ ຂອງບັນດາປະເທດເຫຼົ່າ ນັ້ນ ລວມທັງຄວາມທຸກຍາກຂອງ ປະເທດເຮົາ ແມ່ນຜົນສະທ້ອນຢ້ອນ ຫລັງປະຫວັດສາດ ແລະ ແມ່ນມູນ ມໍລະດົກຕົກທອດທີ່ໂຫດຮ້າຍປ່າ ເຖື່ອນ ຂອງລະບອບລ່າເມືອງຂຶ້ນ ຈັກກະພັດນິຍົມໄດ້ປະຖິ້ ມໄວ້. ສາສະໜາຈຳນວນໜຶ່ງ ກໍ່ໄດ້ ສັ່ງສອນ ແລະ ປູກຝັງຄວາມເຊື່ອ ໃຫ້ມວນມະນຸດ ເພື່ອບ່ຽງເບນ ແລະ ປິດບັງຄວາມຈິງ ດ້ວຍການຊວນ ເຊື່ອວ່າ ຄວາມທຸກຍາກແມ່ນຜົນ ຂອງບາບບຸນຄຸນໂທດແຕ່ຊາດ ກ່ອນ, ເປັນຊາຕາກຳທີ່ຟ້າແຖນ ໄດ້ກຳນົດໄວ້ໃຫ້ແກ່ຄົນຊຶ່ງເກີດມາ ໃຊ້ກຳ ແລະ ເປັນປາກົດການທີ່ບໍ່ ອາດຈະແກ້ໄຂໄດ້. ປະຊາຊົນ ກໍໄ ດ້ ມີຄວາມເຊື່ອທີ່ປູກຝັງ ຈົນກ າຍເປັນ ວັດທະນະທຳຮີ ດຄອງ ທີ່ເອີ້ນເຮືອນ ເດັກນ້ອຍເກີດໃ ໝ່ວ່ າ: “ເຮືອນກ ຳ” ໝາຍຄວາມວ່າ: ຄົນເກີດມາແມ່ນ ເພື່ອໃ ຊ້ກຳໃຊ້ເວນ ແລະເອີ້ນເຮືອນ ທີ່ມີຄົນເສຍຊິວິດວ່າ: “ເຮືອນດີ” ໝາຍຄ ວາມວ່າ: ເມືອຕາຍໄປແ ມ່ນ ໝົດກຳໝົດເວນ ໄປສູ່ສຸຂະຕິ (ບ່ອນມີຄວາມສຸກ) ຄວາມເຊື່ອ ດັ່ງກ່າວ ຄອບງຳແນວຄິດຈິດໃຈ ລວມໄປເຖິງຈິນຕະນາການ ຂອງ ມະນຸດເຮົາມາເປັນເວລາຫລາຍສັດ ຕະວັດ. ນອກຈາກນັ້ນ ຍັງມີຄວາມ ງົມງວາຍ ຮີດຄອງປະເພນີ ວິຖີຊີວິດ ແບບວິທີທຳມາຫາກິນ ຄວາມນິກ ຄຶດເກົ່າແກ່ລ້າສະໄໝ ບໍ່ຍອມຮັບ ເອົາຄວາມກ້າວໜ້າທາງດ້ານວິທະ ຍາສາດ ວິທະຍາການ ກີດຂວາງ ການພັດທະນາ, ເຮັດໃຫ້ກຸ່ມຄົນ ຈຳນວນບໍ່ໜ້ອຍຢູ່ໃນສັງຄົມ ບໍ່ຍອມ ເຂົ້າເຖິງເຕັກໂນໂລຊີ ຮ້າຍແຮງ ກວ່ານັ້ນ ເຂົາເຈົ້າຍັງຄັດຄ້ານຕ້ານ ຄືນການປ່ຽນແປງອີກຊໍ້າ ຫລື ຍອມ ຮັບ ກໍ່ແມ່ນຍອມຮັບເອົາຊ້າກວ່າ ກຸ່ມຄົນອື່ນ ເຮັດໃຫ້ເຂົາເຈົ້າກາຍເປັນ ກຸ່ມດ້ອຍໂອກາດ ພັດທະນາຊ້າກວ່າ ກຸ່ມຄົນອື່ນໆ, ຕົກເປັນເຫຍື່ອ ຂອງ ຄວາມໂລບມາກໂລພາ ຂອງມະນຸດ ນຳກັນເອງ ເຊັ່ນ ການຄ້າມະນຸດ, ການເປັນສາວົກ ຂອງລັດທິຕ່າງໆ ລວມທັງລັດທິກໍ່ການຮ້າຍ. ອົບຮົມການເມືອງແນວຄິດໃຫ້ແກ່ ສະມາຊິກພັກ-ພະນັກງານພາຍໃນ ຂະແຫນງປ່າໄມ້ ໃຫ້ກຳແໜ້ນພາ ລະບົດບາດ, ສິດຫນ້າທີ່ແລະ ຂໍ້ຫ້າມ ຂອງສະມາຊິກພັກ, ຍຶດຖື ແລະ ປະ ຕິບັດຫລັກການລວມສູນປະຊາທິ ປະໄຕ ນໍາພາເປັນໝູ່ຄະນະ, ຕິດພັນ ກັບການກໍ່ສ້າງ ແລະ ຂະຫຍາຍພັກ ພ້ອມທັງນໍາພາຈັດຕັ້ງປະຕິບັດ, ເສີມ ຂະຫຍາຍມູນເຊື້ອຄວາມສາມັກຄີ ເປັນເອກະພາບພາຍໃນພັກ, ຄຽງຄູ່ ກັບການຂະຫຍາຍວຽກງາຍອົງ ການຈັດຕັ້ງມະຫາຊົນໃຫ້ເຂັ້ມແຂງ, ຕິດພັນກັບການປະຕບັດວຽກງານ ວິຊາສະເພາະໄດ້ດີຂຶ້ນ, ໂດຍໄດ້ສຸມ ໃສ່ເກັບແກ່ນໄມ້ ໄດ້ 69%, ຜະລິດ ເບ້ຍໄມ້ ໄດ້50%, ປູກໄມ້ ໄດ້ 53%, ກຳນົດເຂດຟື້ນຟູປ່າໄມ້ ໄດ້ 60% ແລະ ຂຶ້ນທະບຽນສວນປູກໄມ້ໄດ້ 119% ຂອງແຜນການ; ສໍາລັບ ທິດທາງແຜນການ 5 ປີຕໍ່ໜ້າ ສືບ ຕໍ່ຍົກສູງບົດບາດການນໍາພາຂອງ ພັກໃຫ້ເປັນແກນນໍາໃນລະບົບການ ເມືອງ, ເອົາໃຈໃສ່ວຽກງານສຶກສາ ອົບຮົມການ ເມືອງນໍາພາແນວຄິດ ໃຫ້ສະມາຊິກພັກ-ພະນັກງານໃຫ້ ໜັກແໜ້ນ, ປັບປຸງ, ກໍ່ສ້າງພັກໃຫ້ ເຂັ້ມແຂງທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບ ແຜນການນໍາພາວິທີເຮັດວຽກ ໃຫ້ ເຕີບໃຫຍ່ເຂັ້ມແຂງ, ຊຸກຍູ້ອົງການ ຈັດຕັ້ງມະຫາຊົນໃຫ້ ມີການເຄື່ອນ ໄຫວ ຢ່າງເປັນລະບົບທັງຮັບປະກັນ ທາງດ້ານຄຸນນະພາບ, ຈະສູ້ຊົນ ແຜນພັດທະນາເສດຖະກິດ-ສັງຄົມ ກໍຄືແຜນພັດທະນາວຽກງານຄຸ້ມ ຄອງປ່າໄມ້ ໃຫ້ມີລັກສະນະເພີ່ມຂຶ້ນ. ຈາກນັ້ນ, ກອງປະຊຸມກໍ່ໄດ້ດໍາ ເນີນການປ່ອນບັດຄັດເລືອກເອົາຄະ ນະໜ່ວຍພັກຊຸດໃໝ່, ຊຶ່ງມີຜູ້ລົງ ສະໝັກ 5 ສະຫາຍ ເລືອກເອົາ 3 ສະຫາຍ, ຜ່ານການປ່ອນບັດ ກອງ ປະຊຸມໄດ້ຕົກລົງເປັນເອກະສັນຮັບ ຮອງເອົາສະຫາຍ ເພັດສະຫມອນ ໄຊ ຍະວົງ ເປັນເລຂາໜ່ວຍພັກ, ສະຫາຍ ຄໍາໃບ ແກ້ວຫາວົງ ເປັນຮອງເລຂາ, ສະຫາຍ ບຸນຍໍ ພັນທະວົງ ເປັນຜູ້ ກວດກາໜ່ວຍພັກຂະແຫນງປ່າໄມ້. ໂອກາດນີ້, ສະຫາຍ ບຸນຫລາຍ ບຸດທິ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ ຄະນະໜ່ວຍພັກຊຸດເກົ່າ ທີ່ໄດ້ຊີ້ນໍາ- ນໍາພາສະມາຊິກພັກ-ພະນັກງານປະ ຕິບັດໜ້າທີ່ການເມືອງ ແລະ ຍາດໄດ້ ຜົນສໍາເລັດຫຼາຍດ້ານ, ພ້ອມນີ້ກໍ່ໄດ້ ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ສືບຕໍ່ ຊີ້ນໍາໆພາ ສຶກສາອົບຮົມການເມືອງ ແນວຄິດໃຫ້ແກ່ສະມາຊິກພາຍໃນ ໜ່ວຍພັກ, ເປັນແບບຢ່າງນໍາຫນ້າ ຮອບດ້ານໃຫ້ແກ່ສະມາຊິກພັກ, ພະ ນັກງານ, ປັບປຸງແປບແຜນວິທີນໍາ ພາແລະວິທີເຮັດວຽກໃຫ້ຫນັກແໜ້ນ ເຂັ້ມແຂງ, ນໍາເອົາມະຕິກອງປະຊຸມ ຄັ້ງທີ IV ໄປຜັນຂະຫຍາຍໃຫ້ເກີດ ຜົນ ຕິດພັນກັບການນໍາພາວຽກງານ ວິຊາສະເພາະ ກໍຄືແຜນພັດທະນາ ວຽກງານຄຸ້ມຄອງປ່າໄມ້ ໃຫ້ໃຫ້ປະ ສົບຜົນສໍາເລັດຕາມລະດັບຄາດ ໝາຍທີ່ວາງໄວ້.
RkJQdWJsaXNoZXIy MTc3MTYxMQ==