xtgmf]k; 4 3]d c]t gsfdko 09/10/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ]kpdko[y o Vietjet Ij ;,,n da [ Castle Lake ,6 o7j k 560 ]h ko3f]k ຕັ້ງໜ້າປະຕິບັດ... *** ຕໍ່ຈາກໜ້າ 1 *** ໂດຍສະເພາະນັບແຕ່ຍຸກສະໄໝໃໝ່, ສະຫາຍເລຂາທິການໃຫຍ່ປະທານປະ ເທດ ສີ ຈິ້ນຜິງ ໄດ້ສະເໜີສ້າງປະຊາ ຄົມຮ່ວມຊາຕາກໍາຂອງມວນມະນຸດ ຢ່າງເປັນປະດິດສ້າງ, ຮຽກຮ້ອງໃຫ້ ປະຊາຊົນທຸກປະເທດຮ່ວມກັນ, ສ້າງ ໂລກທີ່ມີສັນຕິພາບຍາວນານຄວາມ ໝັ້ນຄົງທົ່ວເຖິງວັດທະນາຖາວອນຮ່ວມ ກັນ ເປີດກວ້າງ ແລະ ເປັນເອກະພາບ ກັນ ແລະ ມີຄວາມສະອາດສວຍງາມ . ນີ້ແມ່ນແຜນການຈີນ ຂອງສະຫາຍ ເລຂາທິການໃຫຍ່ ສີ ຈິ້ນຜິງ ເພຶ່ອຕອບ ຄໍາຖາມໃນຍຸກສະໄໝທີ່ວ່າ “ເຮົາຄວນ ສ້າງໂລກແບບໃດ ແລະ ຈະສ້າງໂລກ ນີ້ແນວໃດ?” ສະຫາຍເລຂາທິການ ໃຫຍ່ ສີ ຈິ້ນຜິງ ຍັງສະເໜີການຫັນເປັນ ຫລາຍຂົ້ວໃນໂລກທີ່ມີຄວາມສະເໝີ ພາບ ແລະ ມີສະຖຽນລະພາບ, ການ ຫັນເປັນໂລກາພິວັດຂອງເສດຖະກິດ ທີ່ມີຜົນປະໂຫຍດຮ່ວມກັນ, ອັນນີ້ສອດ ຄ່ອງກັບຄວາມປາຖະໜາຮ່ວມຂອງ ປະເທດສ່ວນຫລາຍໃນໂລກປັດຈຸບັນ. ປະເທດຈີນ ແລະ ປະເທດລາວ ມີພູ ຜາ ແລະ ແມ່ນ້ຳຕິດຈອດກັນ, ທັງຍຶດ ໝັ້ນການນຳພາຂອງພັກແລະ ເດີນຕາມ ເສັ້ນທາງສັງຄົມນິຍົມ, ເປັນຄູ່ຮ່ວມ ຊາຕາກໍາ ທີມີຄວາມໝາຍຍຸດທະສາດ. ສະຫາຍເລຂາທິການໃຫຍ່ ສີ ຈິ້ນ ຜິງ ຊີ້ໃຫ້ເຫັນວ່າ: ນໍ້າໃຈຄູ່ຮ່ວມຊາຕາກໍາ ຈີນ-ລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນ ໄລຍະການຕໍ່ສູ້ກູ້ຊາດ ແລະ ປົດປ່ອຍ ປະເທດຊາດ. ລູກຫລານນັກປະຕິວັດ 1.074 ຄົນ ໄດ້ໄປອາໄສ ແລະ ສຶກສາ ຮໍ່າຮຽນຢູ່ໂຮງຮຽນ “67” ທີ່ນະຄອນ ໜານໜິງ, ເຂດປົກຄອງຕົນເອງເຜົ່າ ຈວ້າງກວາງຊີ, ຄະນະຊ່ຽວຊານທະ ຫານຈີນ ໄດ້ແບ່ງປັນຄວາມທຸກຍາກ ກັບທະຫານ ແລະ ພົນລະເຮືອນລາວ ຢູ່ “ຖ້ຳ” ແຂວງຫົວພັນ, ນີ້ແມ່ນປະ ຫວັດສາດທີ່ຈີນ ແລະ ລາວ ຕໍ່ສູ້ແບບຄຽງບ່າຄຽງໄຫລ່ກັນ ແລະ ມີໂຊກຊາຕາ ຮ່ວມກັນ. ຫລັງຈາກ ສະຫາຍ ສີຈິ້ນຜິງ, ເລຂາທິການໃຫຍ່ ໄດ້ສະເໜີຂໍ້ລິເລີ່ມສ້າງປະຊາ ຄົມຮ່ວມຊາຕາກໍາຂອງມວນມະນຸດ, ລາວ ແລະ ຈີນ ໄດ້ມີຄວາມເຫັນເປັນເອ ກະ ພາບດ້ານການເມືອງ ກ່ຽວກັບການສ້າງຄູ່ຮ່ວມຊະຕາກໍາ, ທັງໄດ້ເດີນຢູ່ແຖວໜ້າ ໃນການສ້າງປະຊາຄົນຮ່ວມຊາຕາກໍາມວນມະນຸດ. ປີ 2019, ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ກັບການນໍາຝ່າຍລາວ ໄດ້ຮ່ວມກັນລົງນາມໃນແຜນແມ່ບົດ ວ່າ ດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ນີ້ແມ່ນເອກະສານຮ່ວມມື ວ່າດ້ວຍ ຄູ່ຮ່ວມຊາຕາກໍາສະບັບທໍາອິດທີ່ລົງນາມດ້ວຍການນໍາຂອງສອງຝ່າຍ, ເປັນການ ນໍາພາການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ ຍາດໄດ້ໝາກຜົນຢ່າງໃຫຍ່ຫລວງ. ໃນປີ 2022 ແລະ 2023, ສະຫາຍ ສີຈິ້ນຜິງ, ເລຂາທິການໃຫຍ່ໄດ້ພົບປະກັບ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ເປັນເວລາສອງຄັ້ງ, ໄດ້ພ້ອມກັນກຳນົດການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ ມີມາດຕະຖານສູງ, ມີຄຸນນະພາບສູງ, ມີລະດັບສູງ. ສືບຕໍ່ລົງນາມແຜນແມ່ບົດ ສະບັບໃໝ່ທີ່ມີການກໍານົດ 5 ປີ, ເຊິ່ງໄດ້ກາຍເປັນການຊີ້ນໍາໃຫ້ແກ່ການຮ່ວມມື ຍຸດທະສາດຮອບດ້ານ ລາວ-ຈີນ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃນ ຍຸກໃໝ່. ຜ່ານການລົງເລິກການຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ການ ຮ່ວມມື ລາວ-ຈີນ ກໍໄດ້ຮັບໝາກຜົນແບບບຸກທະລຸຢ່າງຕໍ່ເນື່ອງ. ຈີນ ໄດ້ກາຍເປັນ ປະເທດທີ່ລົງທຶນອັນດັບໜຶ່ງຢູ່ລາວ ແລະ ເປັນຄູ່ຄ້າຕົ້ນຕໍມາຫລາຍປີ. ສິນຄ້າ ກະສິກຳຂອງລາວ ຫລາຍກວ່າ 80% ແມ່ນສົ່ງອອກໄປຈີນ ພ້ອມທັງ ໄດ້ລົງນາມ ໃນອະນຸສັນຍາ ສຳລັບຜະລິດຕະພັນກະສິກໍາ ຈໍານວນ 33 ປະເພດ ເພື່ອສົ່ງອອກ ໄປຈີນ. ປີ 2023, ມູນຄ່າການຄ້າລະຫວ່າງ ຈີນ-ລາວ ໄດ້ບັນລຸ 7,1 ຕື້ໂດລາ, ເພີ່ມຂຶ້ນ 26,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ລາວ ໄດ້ກາຍເປັນ ໜຶ່ງໃນປະເທດອາຊຽນທີ່ມູນຄ່າການຄ້າສອງຝ່າຍກັບຈີນມີການເຕີບໂຕໄວທີ່ສຸດ. ເສັ້ນທາງລົດໄຟ ລາວ-ຈີນ ຖືເປັນເສັ້ນທາງແຫ່ງການເຊື່ອມຕໍ່ກັນ, ເສັ້ນທາງ ແຫ່ງໄຊຊະນະ ແລະ ເສັ້ນທາງແຫ່ງມິດຕະພາບ, ເຮັດໃຫ້ລາວມີອີກທາງເລືອກໜຶ່ງ ໃນການຂົນສົ່ງທີ່ສຳຄັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລໂດຍກົງ ກາຍເປັນ ປະເທດທີ່ສາມາດເຊື່ອມຈອດກັບທະເລ, “ເສັ້ນທາງຄໍາ” ທາງດ້ານການຂົນສົ່ງ ສາກົນທີ່ມີປະສິດທິພາບ ແລະ ສະດວກວ່ອງໄວຖືກສ້າງຂຶ້ນລະຫວ່າງ ລາວ-ຈີນ ແລະ ທົ່ວພາກພື້ນອາຊີຕາເວັນອອກສຽງໃຕ້. ໃນແຕ່ລະມື້, ລົດໄຟໂດຍສານ ສາກົນ “ຟູຊິງ” ຈາກຄຸນໝິງ ແລະ “ລ້ານຊ້າງ” ຈາກນະຄອນຫລວງວຽງຈັນ “ແລ່ນທັງສອງທິດ”, ໄປມາບໍ່ຂາດສາຍ, ໄດ້ຕິດພັນກັບຊີວິດປະຈຳວັນຂອງ ປະຊາຊົນສອງປະເທດຢ່າງເລິກເຊິ່ງ, ກາຍເປັນສັນຍະລັກສໍາຄັນແຫ່ງຄູ່ຮ່ວມ ຊະຕາກໍາ ລາວ-ຈີນ. ເສັ້ນທາງດ່ວນ ລາວ-ຈີນ ຈາກວຽງຈັນໄປຫາວັງວຽງ ໄດ້ເປີດໃຊ້ເປັນທາງການ, ຂົງເຂດການຮ່ວມມືດ້ານໄຟຟ້າ, ພະລັງງານ ແລະ ບໍ່ແຮ່ ໄດ້ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ລົງເລິກ, ໂຮງໝໍມິດຕະພາບ ຫລວງພະບາງ, ໂຮງໝໍມະໂຫສົດ ແລະ ວິທະຍາໄລວິຊາຊີບລົດໄຟ ເຊິ່ງເປັນໂຄງ ການດັ່ງກ່າວໄດ້ນໍາໃຊ້ເປັນທາງການ ແລະ ກໍໄດ້ມີບົດບາດອັນຕັ້ງໜ້າໃນການ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຈີນ-ລາວ ໃຫ້ ເລິກເຊິ່ງ ແລະ ມີຜົນດີຕໍ່ປະຊາຊົນສອງປະເທດ. ພ້ອມດຽວກັນ, ການແລກປ່ຽນວັດທະນະທໍາ ແລະ ສັງຄົມກໍ່ໄດ້ໃກ້ຊິດກວ່າ ເກົ່າ, ໂດຍສະເພາະພາຍຫລັງເສັ້ນທາງລົດໄຟ ລາວ-ຈີນ ໄດ້ເປີດບໍລິການແລ້ວ, ຜູ້ໂດຍສານສາມາດໄປຄຸນໝິງ ກິນເຂົ້າປຸ້ນໃນຕອນເຊົ້າແລ້ວອອກເດີນທາງ, ຕອນ ບ່າຍ ກໍສາມາດໄປຫລວງພະບາງ ຊົມຫໍພິພິທະພັນພະລາດຊະວັງ, ໄປວຽງຈັນ ດື່ມນໍ້າເຢັນໃນຕອນແລງ. ໃນ 6 ເດືອນຕົ້ນປີນີ້, ນັກທ່ອງທ່ຽວຈີນ ທີ່ເຂົ້າມາລາວ ມີ 560.000 ຄົນ, ຫລາຍກວ່າກ່ອນການເກີດໂລກລະບາດຂອງພະຍາດໂຄວິດ19. ຊາວໜຸ່ມຂອງສອງປະເທດກໍ່ມີຄວາມໃກ້ຊິດກັນຫລາຍຂຶ້ນ, ຝ່າຍຈີນ ໄດ້ສົ່ງ ຊາວໜຸ່ມອາສາສະໝັກ12ຊຸດມາລາວ, ນັກສຶກສາຈີນຫລາຍຮ້ອຍຄົນຮຽນຢູ່ລາວ ແລະ ນັກສຶກສາລາວ ຫລາຍພັນຄົນໄດ້ໄປຮຽນຢູ່ຈີນ. ພາສາຈີນ ແມ່ນສາຂາວິຊາ ໜຶ່ງທີ່ໄດ້ຮັບຄວາມນິຍົມຫລາຍທີ່ສຸດໃນການສຶກສາຮ່ຳຮຽນຢູ່ມະຫາວິທະຍາໄລ ແຫ່ງຊາດລາວ. ຄອບຄົວຄົນຈີນ ແລະ ຄົນລາວ ສ່ວນຫລາຍໄດ້ນຳໃຊ້ຕິກຕ໋ອກ (TIKTOK) ແລະ ໄດ້ກາຍເປັນຂົວເຊື່ອມຕໍ່່ລະຫວ່າງ ຈີນກັບລາວ. ສປປ ລາວ ເປັນປະທານໝູນວຽນ ຂອງອາຊຽນໃນປີ2024 ນີ້ ແລະ ມີບົດ ບາດສຳຄັນໃນການຊຸກຍູ້ການຮ່ວມມື ຈີນ-ອາຊຽນ. ຝ່າຍຈີນ ຈະສືບຕໍ່ສະໜັບ ສະ ໜູນລາວຢ່າງເຕັມທີ່ໃນການປະຕິບັດໜ້າທີ່ປະທານໝູນວຽນຂອງອາຊຽນ ແລະ ຈັດກອງປະຊຸມຜູ້ນຳໃຫ້ໄດ້ດີ, ຈີນ ແລະ ອາຊຽນ ເປັນບ້ານໃກ້ເຮືອນຄຽງ ແລະ ຄູ່ ຮ່ວມມືສະໜິດແໜ້ນທີ່ຊ່ວຍເຫລືອເຊິ່ງກັນ ແລະ ກັນ. ຈີນແມ່ນປະເທດລ່ວງ ໜ້າທີ່ ໄດ້ເຊັນສັນຍາ TAC, ເຈລະຈາກັບອາຊຽນ ເພື່ອສ້າງເຂດການຄ້າເສລີ, ສ້າງ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບອາຊຽນ, ສະໜັບສະໜູນຖານະ ໃຈກາງຂອງອາຊຽນໃນການຮ່ວມມືພາກພື້ນ ແລະ ໄດ້ສະແດງຄວາມສົນໃຈ ໃນ ເຊັນບົດສັນຍາ SEANWFZ. ໃນປີ 2021, ສະຫາຍ ສີຈິ້ນຜິງ, ປະທານປະເທດ ແຫ່ງ ສປ ຈີນ ແລະ ສະຫາຍ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສປປ ລາວ ກັບການນຳບັນດາປະເທດ ອາຊຽນ ພ້ອມກັນປະກາດສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະ ຫວ່າງ ຈີນ-ອາຊຽນ, ສະເໜີຮ່ວມກັນສ້າງວົງຄະນາຍາດທີ່ມີຄວາມສັນຕິພາບ, ຄວາມສະຫງົບ, ຄວາມຈະເລີນຮຸ່ງເຮືອງ, ຄວາມສວຍງາມ ແລະ ມິດຕະພາບ, ໄດ້ຊີ້ທິດເຍືອງທາງໃຫ້ແກ່ການພັດທະນາສາຍພົວພັນລະຫວ່າງຈີນ-ອາຊຽນ ໃນອະນາຄົດ. ມາຮອດປັດຈຸບັນ, ປະເທດຈີນກັບຫລາຍປະເທດອາຊຽນ ໄດ້ມີຄວາມຮັບຮູ້ ເປັນເອກະພາບກັນ ກ່ຽວກັບການສ້າງປະຊາຄົມຮ່ວມຊາຕາກຳລະຫວ່າງ ຈີນ- ອາຊຽນ, ການໄວ້ເນື້ອເຊື່ອໃຈທາງດ້ານການເມືອງລະຫວ່າງສອງຝ່າຍ ນັບມື້ນັບ ແໜ້ນ ແຟ້ນຂຶ້ນ. ປະເທດຈີນ ເປັນຄູ່ຮ່ວມການຄ້າໃຫຍ່ອັນດັບໜຶ່ງຂອງອາຊຽນ 15 ປີລຽນຕິດ, ອາຊຽນ ເປັນເປັນຄູ່ຮ່ວມການຄ້າໃຫຍ່ອັນດັບໜຶ່ງຂອງຈີນ 4 ປີ ລຽນຕິດ, ການເຈລະຈາສ້າງເຂດການຄ້າເສລີ ຈີນ-ອາຊຽນ ສະບັບ 3,0 ໄດ້ ຮັບຄວາມຄືບໜ້າຢ່າງຕັ້ງໜ້າ. ທາງລົດໄຟ ຈີນ-ລາວ, ທາງລົດໄຟຄວາມໄວສູງ ຈາກາຕາ-ບັນດຸງ, ຂະບວນລົດຂ້າມຊາດຈີນ-ລາວ-ໄທ-ມາເລເຊຍ, ຊ່ອງທາງໃໝ່ ການຄ້າທາງບົກແລະທາງທະເລສາກົນແລະໝາກຜົນຂອງການສ້າງ“ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ເສີມຂະຫຍາຍບົດບາດນັບມື້ນັບຫລາຍຂຶ້ນ. ປີນີ້ແມ່ນປີແລກ ປ່ຽນວັດທະນະທຳລະຫວ່າງ ຈີນ-ອາຊຽນ, ສອງຝ່າຍ ໄດ້ຈັດ 100 ກວ່າກິດຈະ ກຳ ເພື່ອສະເຫລີມສະຫລອງ, ໂດຍມີກິດຈະກຳໃນທຸກອາທິດ ແລະ ມີຈຸດເດັ່ນໃນ ທຸກເດືອນ, ໄດ້ຊຸກຍູ້ການໄປມາຫາສູ່ກັນລະຫວ່າງປະຊາຊົນ ແລະ ການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດຕ່າງໆ. ສາມາດເວົ້າໄດ້ວ່າ ຈີນ ກັບອາຊຽນ ໄດ້ກາຍ ເປັນຕົວແບບທີ່ມີຜົນສຳເລັດ ແລະ ມີຊີວິດຊີວາຫລາຍກວ່າໝູ່ໃນການຮ່ວມມື ອາຊີປາຊິຟິກ ແລະ ຕົວແບບຕົວຈິງໃນແກ່ການສ້າງປະຊາຄົມຮ່ວມຊາຕາກຳ ຂອງມວນມະນຸດ. ການຈັດຕັ້ງປະຕິບັດກໍ່ສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ແລະ ຈີນ-ອາຊຽນ ໄດ້ຢືນຢັນໃຫ້ໂລກວ່າ: ການກໍ່ສ້າງຄູ່ຮ່ວມຊາຕາກຳມີຄວາມເປັນໄປໄດ້ມີຄວາມ ເຊື່ອໃຈ ແລະ ມີອະນາຄົດຢ່າງໃຫຍ່ຫລວງ. ຖ້າປະຊາຊົນທຸກ ປະເທດຮ່ວມມືກັນ, ຍຶດໝັ້ນການກໍ່ສ້າງຮ່ວມກັນ ແລະ ໄດ້ຮັບຜົນປະໂຫຍດ ຮ່ວມກັນ, ແນ່ນອນຈະ ສ້າງອະນາຄົດທີ່ມີຄວາມສິວິໄລໃຫ້ແກ່ສັງຄົມຂອງມວນມະນຸດໄດ້. ໃນປັດຈຸບັນ ນີ້, ປະຊາຊົນຈີນ ກຳລັງຊຸກຍູ້ການສ້າງສາປະເທດທີ່ເຂັ້ມແຂງ ແລະ ພາລະກິດອັນ ຍິ່ງໃຫຍ່ແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊົນຊາດຢ່າງຮອບດ້ານ ດ້ວຍຄວາມທັນສະໄໝແບບຈີນ. ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳ ມະການສູນກາງພັກກອມມູນິດຈີນ ສະໄໝທີ XX ໄດ້ກຳນົດມາດຕະການດ້ານ ການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ເພື່ອຊຸກຍູ້ຄວາມທັນສະໄໝແບບ ຈີນ. ຝ່າຍຈີນ ຍິນດີຖືເອົາກາລະໂອກາດໃໝ່ກັບປະເທດລາວ ແລະ ປະເທດອາຊຽນ ອື່ນ, ເປີດກວ້າງການຮ່ວມມືກັນໃນຂະແໜງການໃໝ່, ເພີ່ມກຳລັງແຮງເຂົ້າໃນ ການພັດທະນາຂອງຕົນເອງ ແລະ ການກໍ່ສ້າງຄູ່ຮ່ວມຊາຕາກຳຮ່ວມກັນ, ສ້າງ ຜົນປະໂຫຍດຕົວຈິງໃໝ່ໃຫ້ແກ່ປະຊາຊົນຂອງພາກພື້ນນີ້. ໃນເມື່ອການລົງນາມແຜນແມ່ບົດກໍ່ສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ສະບັບ ໃໝ່ ຄົບຮອບ 1 ປີນັ້ນ, ອີງຕາມການເຊື້ອເຊີນຂອງ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ຫລີ ສຽງ ຈະເດີນທາງມາເຂົ້າຮ່ວມກ ອງປະຊຸມສຸດຍອດ ຈີນ-ອາຊຽນ ຄັ້ງທີ 27, ກອງປະຊຸມສຸດຍອດ ອາຊຽນ-ຈີນຍິ່ປຸ່ນ ແລະ ສ ເກົາຫລີ ຄັ້ງທີ 27 ແລະ ກອງປະຊຸມສຸດຍອດອາຊີຕະເວັນອອກຄັ້ງ ທີ 19 ແລະ ຖືໂອກາດນີ້ ດໍາເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ. ເຊິ່ງນີ້ ເປັນການມາເຂົ້າຮ່ວມກອງປະຊຸມ ແລະ ຢ້ຽມຢາມທາງການອີກຄັ້ງໜຶ່ງ ຂອງນາຍົກລັດຖະມົນຕີຈີນ ພາຍຫລັງ ປີ 2016, ມີຄວາມໝາຍສໍາຄັນຕໍ່ ຈີນລາວ ຮ່ວມປົກປັກຮັກສາທິດທາງທີ່ຖືກຕ້ອງ ຂອງການຮ່ວມມືອາຊີຕາເວັນອອກ ແລະ ລົງເລິກການກໍ່ສ້າງຄູ່ຮ່ວມຊາຕາກຳ. ໃນກອງປະຊຸມສຸດຍອດການຮ່ວມມືອາຊີຕາເວັນອອກຄັ້ງນີ້, ນາຍົກລັດຖະ ມົນຕີ ຫລີ ສຽງ ຈະແລກປ່ຽນຄຳຄິດເຫັນໃນຫົວຂໍ້ສຳຄັນຂອງການຮ່ວມມື ພາກພື້ນ, ເພີ່ມທະວີຄວາມສາມັກຄີ ແລະ ປະສານງານກັນ, ຮ່ວມນຳໃຊ້ໂອກາດ ການພັດທະນາ, ຮ່ວມຮັບມືຕໍ່ສິ່ງທ້າທາຍ, ສົມທົບກຳລັງແຮງເຂົ້າໃນການກໍ່ສ້າງ ປະຊາຄົມອາຊຽນ ເພື່ອປະກອບສ່ວນອັນຍິ່ງໃຫຍ່ກ່ວາເກົ່າ ເຂົ້າໃນການກໍ່ສ້າງ ຄູ່ຮ່ວມຊາຕາກຳ ຈີນ-ອາຊຽນ ທີ່ແໜັ້ນແຟ້ນຍິ່ງໆຂຶ້ນ ແລະ ຊຸກຍູ້ສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ. ໃນໄລຍະຢ້ຽມຢາມລາວ ຢ່າງເປັນ ທາງການ, ນາຍົກລັດຖະມົນຕີ ຫລີ ສຽງ ຈະແລກປ່ຽນຄໍາຄິດເຫັນຢ່າງເລິກເຊິ່ງ ກັບຜູ້ນໍາຝ່າຍລາວ ກ່ຽວກັບການສືບຕໍ່ຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງເປັນ ເອກະພາບກັນຂອງຜູ້ນຳສູງສຸດ ຈີນ-ລາວ ລາວ-ຈີນ ໃນໄລຍະຜ່ານມາ, ລົງເລິກ ການຮ່ວມມືຍຸດທະສາດຮອບດ້ານ ແລະ ກໍ່ສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ແລະ ເປັນຜູ້ສັກຂີພິຍານຕໍ່ການລົງນາມເອກະສານຮ່ວມມືສອງຝ່າຍ. ຝ່າຍຈີນເຊື່ອວ່າ: ພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງສອງຝ່າຍ, ການມາເຂົ້າຮ່ວມກອງປະຊຸມ ແລະ ຢ້ຽມຢາມຂອງນາຍົກລັດຖະມົນຕີ ຫລີ ສຽງ ຄັ້ງນີ້, ແນ່ນອນຈະໄດ້ຮັບຜົນ ປະໂຫຍດຢ່າງຈົບງາມ, ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ຈີນ-ລາວ ລາວ-ຈີນ ແລະ ການກໍ່ສ້າງຄູ່ຮ່ວມຊາຕາກຳ ຈີນ-ອາຊຽນ. ຂປລ. ສາຍການບິນຫວຽດເຈັດ (Vietjet) ໄດ້ແລກປ່ຽນບົດບັນທຶກ ຄວາມເຂົ້າໃຈ ກັບ Castle Lake ທີ່ມີ ປະສົບການດ້ານການລົງທຶນລະດັບ ໂລກ, ຊ່ຽວຊານໃນການລົງທຶນຊັບສິນ ເກືອບ 20 ປີ, ການເຊົ່າ ແລະ ການໃຫ້ ບໍລິການເຮືອບິນ ເພື່ອສະໜອງທຶນສຳ ຫລັບເຮືອບີນ4ລໍາມີມູນຄ່າ560ລ້ານ ໂດລາສະຫະລັດ. Castle lake ມີ ຄວາມຕັ້ງໃຈສະໜອງທຶນໃຫ້ແກ່ເຮືອ ບິນ Airbus A321neo 4 ລໍາໃໝ່ ທີ່ທັນສະໄໝ ພາຍໃຕ້ຄໍາສັ່ງຊື້ ຂອງ Vietjet ກັບ Airbus. ເຮືອບິນເຫລົ່າ ນີ້ຈະສົ່ງມອບພາຍໃນປີ 2024 ເຊິ່ງ ຂໍ້ຕົກລົງດ້ານການເງິນໄດ້ສໍາເລັດໃນ ປີ 2023 ສໍາລັບເຮືອບິນ Airbus A321neo 3 ລໍາ ແລະ ວາງພື້ນຖານ ສໍາລັບການຮ່ວມມືໃນອະນາຄົດ ກ່ຽວ ກັບຂໍ້ຕົກລົງດ້ານການເງິນທີ່ກ່ຽວຂ້ອງ ກັບການຂະຫຍາຍເຄືອຂ່າຍການບິນ ຂອງ Vietjet ທ່ານ Chris Buckley ຫົວໜ້າ ຝ່າຍການບິນຂອງCastleLakeກ່າວ ວ່າ: “Castle lake ຍິນດີສືບຕໍ່ການ ຮ່ວມມື ກັບ VietJet ແລະ ສະໜັບສະ ໜູນພາລະກິດຂອງ Vietjet ໃນການ ໃຫ້ບໍລິການການບິນ ໂດຍຜ່ານການສະ ໜອງທຶນຂອງພວກເຮົາແລະພວກເຮົາ ຫວັງວ່າຈະສືບຕໍ່ດຳເນີນທຸລະກິດນີ້ ແລະ ຊອກຫາໂອກາດເພີ່ມທະວີການ ດຳເນີນທຸລະກິດກັບ Vietjet ໃນອາ ນາຄົດ’’ ທ່ານ Dinh Viet Phuong ປະທານຜູ້ບໍລິຫານຂອງ Vietjet ໃຫ້ ຮູ້ວ່າ: ສັນຍາທີ່ໄດ້ຮັບການລົງນາມ ຄັ້ງນີ້ ສອດຄ່ອງກັບນະໂຍບາຍ ຂອງ Vietjet ໃນການຂະຫຍາຍສາຍການ ບິນ ແລະ ເຄືອຂ່າຍການບິນທົ່ວໂລກ, ການເຊື່ອມຕໍ່ນັກທ່ອງທ່ຽວກັບຈຸດໝາຍ ປາຍທາງຂອງໂລກ, ທັງເປັນການສົ່ງ ເສີມຂະຫຍາຍການທ່ອງທ່ຽວ, ຊຸກຍູ້ ການຂະຫຍາຍຕົວທາງເສດຖະກິດ ແລະ ການແລກປ່ຽນວັດທະນະທໍາລະ ຫວ່າງປະເທດ ແລະ ທະວີບຕ່າງໆ. ປັດຈຸບັນVietjet ມີເຮືອບິນຫລາຍ ກວ່າ 100 ລຳ, ລວມທັງເຮືອບິນລຸ້ນ ທີ່ທັນສະໄໝ, ປະຢັດນ້ຳມັນ ແລະ ປອດໄພທີ່ສຸດໃນໂລກ ເຊັ່ນ: A320, A321ceo, A321neo A321neo ACF ແລະ A330. ສາຍການບິນຍຶດ ໝັ້ນການປົກປັກຮັກສາສິ່ງແວດລ້ອມ ແລະ ປະສິດທິຜົນດ້ານນ້ຳມັນເຊື້ອໄຟ, ໂດຍມີເປົ້າໝາຍບັນລຸການປ່ອຍອາຍ ພິດເປັນສູນພາຍໃນປີ 2050. VietJet ໄດ້ຂົນສົ່ງຜູ້ໂດຍສານກວ່າ 200 ລ້ານ ຄົນ. ປັດຈູບັນເຮືອບິນລຳໃໝ່, Vietjet ຈະເປີດກວ້າງເຄືອຂ່າຍທັງຢູ່ຫວຽດ ນາມແລະສາກົນ.ສຳລັບນັກທ່ອງທ່ຽວ ຈາກລາວ ສາຍການບິນ Vietjet ບໍລິ ການຖ້ຽວບິນໄປ-ກັບ 4 ຖ້ຽວຕໍ່ອາທິດ ໃນເສັ້ນທາງນະຄອນຫລວງວຽງຈັນນະຄອນໂຮ່ຈີ່ມິງ, ຊ່ວຍໃຫ້ເຂົ້າເຖິງຕົວ ເມືອງໃຫຍ່ທີ່ສຸດຂອງຫວຽດນາມໄດ້ ສະດວກ. ຈາກນັ້ນ, ນັກທ່ອງທ່ຽວຍັງ ສາມາດເຊື່ອມຕໍ່ຈຸດໝາຍປາຍທາງ ຕ່າງໆໃນພາກພື້ນອາຊີ - ປາຊີຟິກ. Castle lake ສ້າງຕັ້ງຂຶ້ນໃນປີ 2005 ໄດ້ລົງທຶນໂດຍກົງ ແລະ ທາງ ອ້ອມໃນຫລາຍກ່ວາ 650 ເຮືອບິນປະ ເພດຕ່າງໆ ແລະ ໄດ້ຮ່ວມມືກັບສາຍ ການບິນປະມານ 200 ສາຍການບິນ ກວມ ເອົາຫລາຍກ່ວາ 60 ປະເທດ ທົ່ວໂລກ. ຂປລ. ກອງປະຊຸມສຸດຍອດທຸລະ ກິດ ແລະ ການລົງທຶນອາຊຽນ ປະຈໍາ ປີ 2024 ພາຍໃຕ້ຄຳຂວັນ “ເພີ່ມທະ ວີການເຊື່ອມຈອດ ແລະ ຄວາມເຂັ້ມ ແຂງອາຊຽນ” ຈັດຂຶ້ນໃນວັນທີ 8 ຕຸລາ 2024 ຢູ່ນະຄອນຫລວງວຽງຈັນ, ໃຫ້ ກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາຜູ້ຕາງໜ້າຈາກ ສະພາທີ່ປຶກສາທຸລະກິດອາຊຽນ, ທູ ຕານຸທູດ ແລະ ບັນດາຜູ້ນໍາທຸລະກິດ ທັງ ຈາກພາຍໃນ ສປປ ລາວ, ອາຊຽນ ແລະ ພາກພື້ນອື່ນໆ ເຂົ້າຮ່ວມ. ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ແມ່ນກອງປະຊຸມ ສຸດຍອດຂອງພາກທຸລະກິດອາຊຽນ ເຊິ່ງໄດ້ຈັດຂຶ້ນທຸກໆປີຄຽງຄູ່ກັບ ກອງ ປະຊຸມສຸດຍອດອາຊຽນຂອງພາກລັດ ຖະບານ, ເປັນເວທີທີ່ສໍາຄັນ ເພື່ອແລກ ປ່ຽນຄໍາຄິດເຫັນ ໃນການຊອກຫາຊ່ອງ ທາງເພີ່ມທະວີການຮ່ວມມືດ້ານເສດ ຖະກິດໃນອາຊຽນ ແລະ ໃນໂລກ ກໍຄື ການເສີມຂະຫຍາຍການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ຈາກ ພາກລັດຖະບານ ແລະ ພາກທຸລະກິດ. ໂອກາດດັ່ງກ່າວ, ທ່ານນາຍົກລັດ ຖະມົນຕີ ໄດ້ຍົກໃຫ້ເຫັນການຮ່ວມ ມືຢ່າງເລິກເຊິ່ງ ລະຫວ່າງພາກລັດ ແລະ ພາກເອກະຊົນ ແມ່ນມີຄວາມສຳ ຄັນຢ່າງຍິ່ງ ໃນການປະກອບສ່ວນເຂົ້າ ການພັດທະນາແບບຍືນຍົງ ກໍຄື ການ ແກ້ໄຂສິ່ງທ້າທາຍທີ່ເກີດຂຶ້ນທັງໃນປັດ ຈຸບັນ ແລະ ອະນາຄົດ. ການຮ່ວມມືລະ ຫວ່າງທັງສອງພາກສ່ວນ ຈະຊ່ວຍດຶງ ດູດເອົາການຄ້າ ແລະ ການລົງທຶນໃໝ່ ເຂົ້າໃນການພັດທະນາດ້ານພື້ນຖານ ໂຄງລ່າງ, ການຫັນເປັນດີຈິຕອນ, ການນໍາໃຊ້ພະລັງງານສະອາດ ແລະ ການເບິ່ງແຍງສຸຂະພາບ ແນໃສ່ສ້າງ ເສດຖະກິດໃຫ້ມີຄວາມເຂັ້ມແຂງ ສາ ມາດຕ້ານທານ ແລະ ສາມາດຮັບມືກັບ ສິ່ງທ້າທາຍຕ່າງໆ ເຊັ່ນ: ບັນຫາເສດ ຖະກິດຖົດຖອຍ ແລະ ການປ່ຽນແປງ ຂອງສະພາບດິນຟ້າອາກາດ. ພ້ອມນີ້, ທ່ານ ນາຍົກລັດຖະມົນຕີ ຍັງຍົກ ໃຫ້ ເຫັນວ່າການຮ່ວມມື ແລະ ສະໜັບສະ ໜູນເຊິ່ງກັນ ແລະ ກັນ ຂອງບັນດາລັດ ຖະບານ ປະເທດອາຊຽນ ແລະ ພາກທຸ ລະກິດ ຈະປະກອບສ່ວນສໍາຄັນເຂົ້າ ໃນການພັດທະນາທີ່ຍືນຍົງ ເຊິ່ງບໍ່ພຽງ ແຕ່ຈະເປັນການປົກປັກຮັກສາສິ່ງ ແວດລ້ອມເທົ່ານັ້ນ, ແຕ່ຍັງເປັນການ ເປີດຕະຫລາດໃໝ່ ແລະ ສ້າງໂອກາດ ໃໝ່ໃຫ້ແກ່ການພັດທະນານະວັດຕະ ກໍາໃໝ່ໆ. ທ່ານນາຍົກລັດຖະມົນຕີ ຍັງໄດ້ ແຈ້ງໃຫ້ກອງປະຊຸມຊາບ ກ່ຽວກັບ ການດໍາເນີນນະໂຍບາຍການ ພັດທະ ນາເສດຖະກິດສະອາດ, ສີຂຽວ ແລະ ຍືນຍົງ ຂອງ ສປປ ລາວ ໂດຍ ສະເພາະ ແມ່ນການລົງທຶນດ້ານພະລັງງານສະ ອາດ ຢູ່ ສປປ ລາວ ແມ່ນມີທ່າແຮງ ມະຫາສານ ໂດຍໃນປັດຈຸບັນ 97% ຂອງພະລັງ ງານທີ່ຜະລິດຢູ່ ສປປ ລາວ ລ້ວນແລ້ວແຕ່ເປັນມິດຕໍ່ສິ່ງແວດ ລ້ອມ ເຊັ່ນ: ພະລັງງານໄຟຟ້ານໍ້າຕົກ, ພະ ລັງງານແສງຕາເວັນ ແລະ ພະລັງ ງານລົມ. ໂອກາດດັ່ງກ່າວ, ທ່ານນາຍົກລັດ ຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ຕໍ່ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃນຖານະປະທານ ສະພາທີ່ປຶກສາທີ່ລະກິດອາຊຽນ ປີ 2024 ໃນການກະກຽມທີ່ດີໃຫ້ແກ່ ກອງປະຊຸມສຸດຍອດທ ຸລະກິດ ແລະ ການລົງທຶນອາຊຽນ ປີ 2024 ນີ້. ເປີດກອງປະຊຸມ... *** ຕໍ່ຈາກໜ້າ 1 ***
RkJQdWJsaXNoZXIy MTc3MTYxMQ==