xtgmf]k; 3 09/10/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me *** ອ່ານຕໍ່ສະບັບໜ້າ ***່ າໍ່ ສັ ບ້ າ ໂດຍ: ຄ້ອອ່ງໃໝ່້ ບົດສະເໜີົີ ກົມການຂ່າວ, ົ ມ່ າ ກະຊວງການຕ່າາງປະເທດ່ ຜັນຂະຫຍາຍມະຕິັ ນິ ກອງປະຊຸມໃຫຍ່ ຸ ມ່ ຄັ້ງງີທີ ັ້ XI ຂອງພັກັກ 4 |j ;pra dIkd4ko 4;m c0;'[+ cdh ; wfh gxa o|j ;pra dxvf.l xts;a f7;k,gxa o,k 0v';a odkom6 f]k; *ພິທີມອບ-ຮັບໃບຢັ້ງຢືນ 4 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຖານ ຖານ ພະແນກ ຖວທ ແຂວງບໍ່ແກ້ວ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023, ໄດ້ ຈັດຂຶ້ນວັນທີ 2 ຕຸລາ 2024, ທີ່ ຫ້ອງປະຊຸມສະຖານີວິທະຍຸ-ໂທ ລະພາບໂດຍການເປັນປະທານຂອງ ສະຫາຍຄໍາຜະຫຍາພົມປັນຍາຄະນະ ປະຈໍາພັກແຂວງ ຮອງເຈົ້າແຂວງ ບໍ່ແກ້ວຜູ້ຊີ້ນໍາວຽກງານຂົງເຂດວັດ ທະນະທໍາ-ສັງຄົມ, ມີສະຫາຍ ປອ ສົມຄິດວົງປັນຍາ ເລຂາຄະນະພັກ ຮາກຖານ ພະແນກ ຖວທ, ມີຕາງ ໜ້າຄະນະຈັດຕັ້ງແຂວງ, ຄະນະ ກວດກາພັກ-ລັດແຂວງ, ຄະນະພັກ ຮາກຖານ, ຄະນະໜ່ວຍພັກ 4 ໜ່ວຍ ແລະ ສະມາຊິກພັກເຂົ້າຮ່ວມ. ສະຫາຍ ສົມສັກ ມະຫາພົນ ຮອງເລຂາຄະນະພັກຮາກຖານຮອງ ຫົວໜ້າພະແນກ ຖວທ ໄດ້ຜ່ານມະຕິ ຕົກລົງຂອງຄະນະຈໍາພັກແຂວງ ສະ ບັບເລກທີ254/ຄປພຂ.ບກ, ລົງ ວັນທີ11 ມີນາ 2024 ວ່າດ້ວຍການ ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນປະຈໍາປີ2023, ເຊິ່ງມີ 4 ໜ່ວຍພັກ ຂຶ້ນກັບຄະນະພັກ ຮາກຖານມີ: ໜ່ວຍພັກບໍລິຫານ, ໜ່ວຍພັກຖະແຫຼງຂ່າວ, ໜ່ວຍພັກ ວັດທະນະທໍາ ແລະ ໜ່ວຍພັກທ່ອງ *ເນື່ອງໃນໂອກາດວັນການທູດ ແຫ່ງ ສປປ ລາວ ຈະຫມູນວຽນບັນ ຈົບຄົບຮອບ 79 ປີ (ວັນທີ12 ຕຸລາ 1945-ວັນທີ 12 ຕຸລາ2024) ແມ່ນເປັນວັນດຽວກັບວັນປະກາດ ເອກະລາດໂຮມລາວ ທີ່ເຮັດໃຫ້ປະ ຊາຄົມໂລກ ຮັບຮູ້ເຖິງຄວາມເປັນ ເອກະລາດ, ອະທິປະໄຕ ແລະ ຜືນ ແຜ່ນດິນອັນຄົບຖ້ວນຂອງປະເທດ ລາວ; ເປັນວັນແຫ່ງຄວາມພາກ ພູມໃຈຂອງປະຊາຊົນລາວບັນດາ ເຜົ່າ ກໍຄືວັນປະກາດເອກະລາດຄັ້ງ ທໍາອິດຂອງປະເທດລາວ, ເຊິ່ງເປັນ ການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ ສາກົນ ຮັບຮູ້ຄວາມເປັນເອກະລາດ ຂອງລາວ ທີ່ບໍ່ເຄີຍຖືກຮັບຮູ້ຈາກ ສາກົນ ມາເປັນເວລາຫຼາຍຮ້ອຍປີ, ເນື່ອງຈາກໄດ້ຕົກເປັນຫົວເມືອງຂຶ້ນ ຂອງພວກຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງກ່າວ ແມ່ນໝາກ ຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະ ກອບອາວຸດ ບວກກັບການຕໍ່ສູ້ທາງ ການເມືອງ, ຄວາມສາມັກຄີຕໍ່ສູ້ ສັດຕູໂຕດຽວກັນຂອງສາມຊາດອິນ ດູຈີນ ແມ່ນແບບຢ່າງທີ່ຫາໄດ້ຍາກ ໃນປະຫວັດສາດການພົວພັນສາກົນ ຂອງໂລກ. ເຫດການວັນທີ 12 ຕຸລາ ມັນໄດ້ສ່ອງແສງເຖິງຄວາມສະ ຫລາດສ່ອງໃສ ໃນການນໍາພາການ ຕໍ່ສູ້ຂອງການນໍາລາວເຮົາຮຸ່ນ ກ່ອນໆທີ່ມີຈິດໃຈຮັກຊາດຮັກຄວາມ ເປັນເອກະລາດ ຕໍ່ສູ້ເພື່ອປົດປ່ອຍ ປະເທດຊາດອອກຈາກແອກປົກ ຄອງຂອງພວກຮຸກຮານຕ່າງຊາດ, ເຊິ່ງ ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ແມ່ນແກນ ນໍາລາວຮຸ່ນບຸກເບີກໃຫ້ແກ່ວຽກ ງານການທູດລາວເຮົາ. ພາຍຫລັງປະກາດເອກະລາດ ໂຮມລາວ ໃນວັນທີ12ຕຸລາ 1945, ລັດຖະບານລາວອິດສະຫລະ ໄດ້ປະ ກາດນະໂຍບາຍ 12 ຂໍ້, ເຊິ່ງໃນນັ້ນ ຂໍ້ທີ 10 ແມ່ນເວົ້າເຖິງວຽກງານ ການຕ່າງປະເທດ ທີ່ກໍານົດເອົາ ນະໂຍບາຍການຕ່າງປະເທດ ອັນທໍາ ອິດຂອງລັດຖະບານລາວອິດສະຫຼະ ຄື: “ຜູກມິດກັບທຸກປະເທດ ທີ່ເຄົາ ລົບເອກະລາດ, ອະທິປະໄຕແລະ ຜືນ ແຜ່ນດິນອັນຄົບຖ້ວນຂອງລາວ ບົນ ພື້ນຖານຫລັກການສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະ ທ່ຽວ ໃຫ້ກຽດມອບໃບຢັ້ງຢືນ ໃນ ຄັ້ງນີ້ໂດຍສະຫາຍ ຄໍາຜະຫຍາ ພົມ ປັນຍາ ຄະນະປະຈໍາພັກແຂວງຮອງ ເຈົ້າແຂວງບໍ່ແກ້ວ. ໂອກາດນີ້, ສະຫາຍໄດ້ມີບາງ ຄໍາເຫັນຕໍ່ພິທີ ກ່ອນອື່ນສະຫາຍໄດ້ ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາ ໄດ້ໃນໄລຍະຜ່ານມາ ໂດຍສະເພາະ ການຊີ້ນໍາ-ນໍາພາວຽກງານພັກ ຂອງຄະນະພັກຮາກຖານ ທີ່ເຮັຫດ ໄດ້ ສາມາດຮັບຮອງ ແລະ ຢັ້ງຢືນ 4 ໜ່ວຍພັກ ພະແນກ ຖວທ ເປັນໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ສະຫາຍໄດ້ເນັ້ນໜັກບາງບັນ ຫາຂອງວຽກງານ: ຄະນະພັກທຸກ ຂັ້ນຕ້ອງເອົາໃຈໃສ່ ສືບຕໍ່ສຶກສາ ອົບຮົມການເມືອງແນວຄິດໃຫ້ສະ ມາຊິກພັກ, ເຕົ້າໂຮມຄວາມສາມັກຄີ, ໃຫ້ສະມາຊິກພັກພາຍໃນໜ່ວຍໃຫ້ມີ ຄວາມໜັກແໜ້ນ, ກໍາແໜ້ນບັນດາຂໍ້ ຫ້າມ ຂອງພັກ, ຂໍ້ຫ້າມຂອງລັດຖະ ກອນ. ຕ້ອງຖືເອົາການປັບປຸງ, ກໍ່ ສ້າງພັກຕາມ 5 ຫຼັກການ 3 ທິດນໍາ ຮັບປະກັນ 3 ລັກສະນະ ແລະ ຫັນ ວຽກງານສືໃຫ້ທັນສະໄໝ ເອົາໃຈ ໃສ່ຄຸ້ມຄອງ ແລະ ຜັນຂະຫຍາຍ ວຽກງານວັດທະນະທໍາ, ປັບປຸງຍົກ ລະດັບແຫຼ່ງທ່ອງທ່ຽວ ໃຫ້ເຂົ້າສູ່ ລວງເລິກ, ມີສີສັນ ແລະ ເປັນທີໜ້າ ສົນໃຈໃຫ້ແກ່ນັກທ່ອງທ່ຽວ ທີ່ເຂົ້າ ມາທ່ຽວພາຍໃນແຂວງບໍ່ແກ້ວ. [q f[kf0v'76 *ວັນທີ 7 ຕຸລາ ແມ່ນວັນຄູແຫ່ງ ຊາດ ເຊິ່ງມີປະຫວັດຄວາມເປັນມາ ສໍາຄັນ ພົວພັນເຖິງບົດບາດຂອງຜູ້ ມີອາຊີບສິດສອນໃຫ້ຄວາມຮູ້ ກໍ່ຄືຄູ. ພັກເຮົາ ຖືເອົາການສ້າງເສດຖະກິດ ເປັນໜ້າທີ່ໃຈກາງ ແມ່ນເພື່ອສ້າງ ເງື່ອນໄຂ ແລະ ເພີ່ມຂີດຄວາມສາ ມາດໃນການພັດທະນາຄົນ ແລະ ການພັດທະນາສັງຄົມ (ສຶກສາ, ກິລາ, ສາທາລະນະສຸກ, ວັດທະນະ ທໍາ, ແຮງງານ-ສະຫວັດດີການ, ການປະດິດສ້າງ ແລະ ການຮັກສາ ສິ່ງແວດລ້ອມ...) ເຊິ່ງເນື້ອແທ້ແມ່ນ ການສ້າງຄວາມຈະເລີນດ້ານວັດຖຸ ແລະ ການສ້າງຄວາມສີວິໄລທາງ ດ້ານຈິດໃຈ ໄປພ້ອມໆກັນ. ຕະຫຼອດໄລຍະທີ່ຜ່ານມາ ພາຍ ໃຕ້ການນໍາພາຂອງພັກ ແລະ ລັດ ຖະບານ ບວກໃສ່ກັບຄວາມເອົາໃຈ ໃສ່ພະຍາຍາມຂອງຜູ້ບໍລິຫານການ ສຶກສາ ແລະ ກິລາ, ຄູ-ອາຈານ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງ ທຸກພາກສ່ວນໃນສັງຄົມ ທັງພາກ ລັດ ແລະ ພາກເອກະຊົນ, ພາຍໃນ ແລະ ຕ່າງປະເທດ ໂດຍສະເພາະ ແມ່ນຄູ່ຮ່ວມພັດທະນາຕໍ່ການພັດ ທະນາການສຶກສາ ແລະ ກິລາກໍ່ຄື ການພັດທະນາຖັນແຖວຄູ-ອາຈານ ເຮັດໃຫ້ເຂົາເຈົ້າມີໂອກາດໄດ້ພັດທະ ນາຕົນເອງຫລາຍຂຶ້ນ ແລະ ກາຍ ເປັນກໍາລັງແຮງທີ່ສໍາຄັນໜຶ່ງໃນ ການພັດທະນາການສຶກສາ ແລະ ກິລາໃຫ້ມີການຫັນປ່ຽນໃໝ່ທີ່ດີ ຂຶ້ນເປັນລໍາດັບທີ່ເປັນຮູບປະທໍາ ນັບທັງດ້ານປະລິມານ ແລະ ຄຸນະ ພາບ, ເຊິ່ງສະແດງອອກໃນສະຖານ ການສຶກສາລະດັບຕ່າງໆໂດຍສະ ເພາະສາຍສາມັນສຶກສາທັງພາກ ລັດ ແລະ ພາກເອກະຊົນໄດ້ເພີ່ມຂຶ້ນ ໃນແຕ່ລະປີ ເປັນການສ້າງເງື່ອນ ໄຂ ແລະ ໂອກາດໃຫ້ປະຊາຊົນລາວ ບັນດາເຜົ່າ ໄດ້ເຂົ້າເຖິງການສຶກ ສາຫລາຍຂຶ້ນ. ເຖິງຢ່າງໃດກໍ່ດີ, ຕິດພັນການ ພັດທະນາຊັບພະຍາກອນມະນຸດ ສໍາຄັນອັນໜຶ່ງກໍ່ແມ່ນວຽກງານຄູ, ສະນັ້ນ ຈຶ່ງຂໍຍົກເອົາບາງເນື້ອໃນ ຈິດໃຈ ທິດຊີ້ນໍາຂອງທ່ານ ທອງ ລຸນ ສີສຸລິດ ເລຂາທິການໃຫຍ່, ປະ ທານປະເທດ ຕໍ່ກອງປະຊຸມຜູ້ບໍລິ ຫານການສຶກສາທົ່ວປະເທດ ເມື່ອ ບໍ່ດົນນີ້ ມາພ້ອມກັນທົບທວນແລກ ປ່ຽນຄໍາເຫັນນໍາກັນວ່າ ຈະເຮັດແນວ ໃດ ເພື່ອຈະເຮັດໃຫ້ແນວຄິດຊີ້ນໍາ ບັນລຸຜົນຕາມເງື່ອນໄຂຕົວຈິງໄດ້ໃນ ນັ້ນ ເພິ່ນໄດ້ເນັ້ນໜັກວ່າ: “...ໃນຕໍ່ ໜານີ້ຕ້ອງວາງແຜນກໍ່ສ້າງ, ບໍາລຸງ ຖັນແຖວຄູ ອາຈານ ທັງໃນໄລຍະ ສັ້ນ ແລະ ໄລຍະຍາວ ເພື່ອສູ້ຊົນ ເຮັດ ໃຫ້ໂຮງຮຽນ ມີຄູພຽງພໍຕາມເກນ ທີ່ວາງໄວ້; ຄູ ເປັນແມ່ພິມ ຂອງ ຊາດ, ເປັນຜູ້ມີບົດບາດສໍາຄັນຕໍ່ ການສຶກສາ, ຕ້ອງປັບປຸງນະໂຍບາຍ ຊຸກຍູ້, ສົ່ງເສີມ ທີ່ຖືກຕ້ອງ, ເໝາະສົມ ຕໍ່ຄູ, ສອດຄ່ອງກັບສະພາບເສດຖະ ກິດ-ສັງຄົມ (ລະບອບເງິນເດືອນ, ເງິນອຸດໜູນ, ສະຫວັດດີການ, ສິດທິ ປະໂຫຍດອື່ນໆ...); ດຶງນັກຮຽນ ເກັ່ງໄປຮຽນວິຊາຄູ ຕາມທິດ ນາຍຄູ ເກັ່ງ ລູກສິດ ຈຶ່ງເກັ່ງ; ສຸມໃສ່ສ້າງ ຖັນແຖວຄູ -ອາຈານ ໃຫ້ໄດ້ມາດຕະ ຖານດ້ານວິຊາການ ແລະ ມີຈັນຍາ ບັນໜັກແໜ້ນ ເພື່ອສະໜອງໃຫ້ ການສຶກສາທຸກລະດັບ; ເອົາໃຈໃສ່ ຄັດເລືອກ, ເລືອກເຟັ້ນ,ສອບບັນຈຸຄູທີ່ ຮັບປະກັນມາດຕະຖານ; ຄະນະພັກ, ອັງການປົກຄອງ, ຜູ້ບໍລິຫານການ ສຶກສາ, ຄູ ຕ້ອງເຂົ້າແກັບ-ເຂົ້າເກຍ ແລະ ໄປລວງດຽວໃນການປະຕິບັດ ທິດນໍາ, ນະໂຍບາຍດ້ານການສຶກສາ ໂດຍສະເພາະ: ແກ້ໄຂບັນຫາ ຄູອາ ສາ ແລະ ການຂາດແຄນຄູສອນຢູ່ ຊົນນະບົດຫ່າງໄກສອກຫລີກ, ຢູ່ ຮາກຖານບ້ານ; ປະຕິບັດນະໂຍບາຍ ນໍາໃຊ້ຄູ ຈາກຫລາຍພາກສ່ວນ ໂດຍ ສະເພາະເອົາທະຫານ, ຕໍາຫລວດ ໄປເປັນຄູ ຫລື ເອົາຄູອາສາເຂົ້າເປັນ ທະຫານ, ເປັນຕໍາຫລວດ...”. ສະຫລຸບວ່າ ຄູ ແມ່ນຜູ້ມີບົດບາດ ຕໍ່ການພັດທະນາຊັບພະຍາກອນມະ ນຸດ ເຊິ່ງເນື້ອແທ້ກໍ່ແມ່ນການພັດທະ ນາຄົນ, ພວກເຮົາບໍ່ອາດປ່ອຍປະ ເປັນໄປຕາມມີຕາມເກີດ, ແນ່ນອນ ຕ້ອງສຸມທຸກກໍາລັງແຮງ ກໍ່ຄືທ່າແຮງ ທີ່ເຮົາມີ ເພື່ອສ້າງ ແລະ ພັດທະນາ ຄູ ໃຫ້ສົມຄູກັບການພັດທະນາແຕ່ລະ ໄລຍະ. ຜູ້ທີ່ເປັນຄູແລ້ວ ກໍ່ຕ້ອງບືນ ຕົວ ຝຶກຝົນຫລໍ່ຫລອມຕົນເອງຢູ່ ສະເໝີ ເພື່ອໃຫ້ທັນສະພາບແຫ່ງ ຄວາມຕ້ອງການຕົວຈິງ. ໂຫຍດ”. ນັບແຕ່ນັ້ນມາ, ວຽກງານ ການຕ່າງປະເທດ ກໍເປັນຂະແໜງ ການໜຶ່ງທີ່ມີບົດບາດສໍາຄັນ ທີ່ຕິດ ພັນກັບຂະບວນການຕໍ່ສູ້ກູ້ຊາດ ກໍຄື ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ; ສະນັ້ນ, ໃນປີ 2013, ລັດຖະບານ ຈຶ່ງໄດ້ຕົກ ລົງເຫັນດີກໍານົດເອົາ ວັນທີ 12 ຕຸລາ ເປັນວັນການທູດລາວ ຢ່າງເປັນ ທາງການ. ນັບຕັ້ງແຕ່ອະດີດເຖິງປັດຈຸບັນ, ນະໂຍບາຍການຕ່າງປະເທດຂອງ ລາວເຮົາ ແມ່ນຖືກກໍານົດອອກ ຢ່າງ ຖືກຕ້ອງ ແລະ ສອດຄ່ອງ ໃນແຕ່ລະ ຍຸກແຕ່ລະສະໄໝ ເພື່ອຮັບໃຊ້ການ ເຄື່ອນໄຫວການທູດແບບພາວະວິ ໄສ ກໍຄືຖືກກັບສະພາບພາຍໃນປະ ເທດ, ພາກພື້ນແລະສາກົນ ເພື່ອຍາດ ແຍ່ງເອົາຜົນປະໂຫຍດສູງສູດມາໃຫ້ ປະເທດຊາດ. ໃນໄລຍະຕໍ່ສູ້ກູ້ຊາດ, ວຽກງານການທູດ ແມ່ນຕິດພັນກັບ ປະຊາຊົນ ຫລື ເອີ້ນວ່າ ການທູດປະ ຊາຊົນ, ເຊິ່ງການນໍາຮຸ່ນກ່ອນໄດ້ນໍາ ໃຊ້ ເພື່ອຂົນຂວາຍ ແລະ ປຸກລະດົມ ນໍ້າໃຈຮັກຊາດຂອງປະຊາຊົນລາວ ບັນດາເຜົ່າ ບົນພື້ນຖານການຕິດ ພັນກັບປະຊາຊົນຢ່າງແທ້ຈິງ ຈົນ ເຮັດໃຫ້ສາມາດເຕົ້າໂຮມປະຊາຊົນ ເພື່ອລຸກຮື້ຂຶ້ນຕໍ່ສູ້ຕ້ານຈັກກະພັດຜູ້ ຮຸກຮານ ແລະ ຈົນໃນທີ່ສຸດ ກໍສາ ມາດສະຖາປະນາ ເປັນປະເທດ ສາ ທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງເປັນທາງການ ແລະ ເຮັດໃຫ້ ທົ່ວໂລກໄດ້ຮັບຮູ້ສປປລາວມາເຖິງ ປັດຈຸບັນ. ການປະຕິບັດນະໂຍບາຍ ການຕ່າງປະເທດ ໄດ້ແບ່ງອອກ ເປັນ 4 ໄລຍະສໍາຄັນ ຄື: ໄລຍະປີ 1945-1975 (ໄລຍະຕໍ່ສູ້ກູ້ຊາດ): ໄລຍະທໍາອິດ ແມ່ນພາຍຫຼັງລາວ ເຮົາໄດ້ປະກາດເອກະລາດຄັ້ງທໍາ ອິດ ໃນປີ 1945, ເຊິ່ງເປັນໄລຍະ ຕໍ່ສູ້ກູ້ຊາດ. ນະໂຍບາຍການຕ່າງປະ ເທດຂອງລາວ ແມ່ນ “ຜູກມິດກັບ ທຸກປະເທດທີ່ເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບ ຖ້ວນຂອງລາວ ບົນພື້ນຖານຫລັກ ການສະເໝີພາບ ແລະ ຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ”. ຈຸດປະສົງແມ່ນເພື່ອຍາດແຍ່ງ ການສະໜັບສະໜູນຊ່ວຍເຫລືອທາງ ດ້ານວັດຖຸ ແລະ ຈິດໃຈ ຈາກບັນດາ ປະເທດສັງຄົມນິຍົມ ແລະ ຂະບວນ ການກ້າວໜ້າໃນໂລກ ເພື່ອສົ່ງເສີມ ຂະບວນການຕໍ່ສູ້ເພື່ອສັນຕິພາບ, ເອກະລາດແຫ່ງຊາດ,ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ. ໄລຍະປີ1975-1982(ໄລຍະແຫ່ງ ການຮໍາບາດແຜສົງຄາມ): ພາຍ ຫລັງປະເທດຊາດໄດ້ຮັບການປົດ ປ່ອຍ, ພັກ ແລະ ລັດຖະບານເຮົາ ໄດ້ ປະກາດນະໂຍບາຍການຕ່າງປະ ເທດ “ສັນຕິພາບ, ເອກະລາດ, ມິດ ຕະພາບ ແລະ ບໍ່ຮ່ວມກຸ່ມ”, ເພື່ອ ສະແດງຈຸດຢືນເປັນກາງໃນໄລຍະ ສົງຄາມເຢັນ, ເຊິ່ງມີການສູ້ຢັນ ກັນ ລະຫວ່າງ 2 ຂົ້ວອໍານາດ ຄື: ສັງຄົມນິຍົມ ແລະ ທຶນນິຍົມ. ການ ວາງນະໂຍບາຍດັ່ງກ່າວ ແມ່ນເພື່ອ ສ້າງຄວາມເຊື່ອໝັ້ນ ແລະ ຍາດແຍ່ງ ເອົາຄວາມເຫັນອົກເຫັນໃຈຈາກ ປະຊາຄົມໂລກ; ເພື່ອສ້າງເງື່ອນໄຂ ອັນດີໃນການປົວແປງບາດແຜຈາກ ສົງຄາມ; ແລະ ເພື່ອສ້າງເງື່ອນ ໄຂອັນສະເພາະ ໃນການສ້າງສາ ພັດທະນາປະເທດຊາດ ຕາມເສັ້ນ ທາງສັງຄົມນິຍົມແລະ ແນໃສ່ຮັກສາ ສາຍພົວພັນກັບຂະບວນການບໍ່ຮ່ວມ ກຸ່ມ, ເຊິ່ງເປັນກຸ່ມປະເທດທີ່ກ້າວໜ້າ ຢູ່ໃນໂລກ ທີ່ມີເປົ້າໝາຍຕ້ານລັດທິ ຈັກກະພັດ ແລະ ລ່າເມືອງຂຶ້ນ ທັງ ນັບຖືບັນດາປະເທດສັງຄົມນິຍົມ ເປັນພັນທະມິດຂອງຕົນ. ໄລຍະປີ 1982-1986 (ໄລຍະ ເລີ່ມຕົ້ນຂອງການປົກປັກຮັກສາ ແລະ ສ້າງສາປະເທດຊາດ): ໃນໄລ ຍະນີ້, ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ III ໄດ້ວາງແນວທາງການ ຕ່າງປະເທດອອກຄື: “ຢຶດໝັ້ນໃນ ແນວທາງສັນຕິພາບ, ເອກະລາດ, ມິດຕະພາບແລະສັງຄົມນິຍົມ”, ເພີ່ມ ທະວີຢ່າງບໍ່ຢຸດຢັ້ງຄວາມສາມັກຄີ ແບບພິເສດ ການຮ່ວມສໍາພັນສູ້ຮົບ ແລະ ການຮ່ວມມືຮອບດ້ານກັບ ຫວຽດນາມ ແລະ ກໍາປູເຈຍ ອ້າຍ ນ້ອງ, ສາມັກຄີແຫນ້ນແຟ້ນ ແລະ ຮ່ວມມືຮອບດ້ານກັບສະຫະພາບ ໂຊວຽດ ແລະ ບັນດາປະເທດສັງ ຄົມນິຍົມ.
RkJQdWJsaXNoZXIy MTc3MTYxMQ==