lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 09/10/2024 xtgmf]k; 8u ]k7k7;k,7n [|h kdkoxt8y [a f czoc,j [q fglq k7Edkog,n v'{7;k,\A o7q 'vk-Po ສາມາດຮັບມືໄດ້ກັບສິ່ງທ້າທາຍຕ່າງໆ ແລະ ນຳໃຊ້ກາລະໂອກາດ ເພື່ອນຳຜົນ ປະໂຫຍດມາສູ່ປະຊາຊົນອາຊຽນ ໃນ ທ່າມກາງສະພາບ ພູມສາດ-ການເມືອງ ແລະພູມສາດ-ເສດຖະກິດທີ່ພວມຜັນແປ ຢ່າງສະຫລັບສັບຊ້ອນ. ກອງປະຊຸມໄດ້ ຍິນດີຕໍ່ຄວາມຄືບໜ້າຂອງການສ້າງ ບັນດາແຜນຍຸດທະສາດ ເພື່ອຜັນຂະ ຫຍາຍວິໄສທັດປະຊາຄົມອາຊຽນ2045 ແລະ ຊຸກຍູ້ໃຫ້ໜ່ວຍງານກ່ຽວຂ້ອງ ສຳ ເລັດການສ້າງບັນດາແຜນຍຸດທະສາດ ດັ່ງກ່າວ ໃຫ້ສຳເລັດ ແລະ ສາມາດຮັບ ຮອງເອົາ ພ້ອມກັບວິໄສທັດປະຊາຄົມ ອາຊຽນ 2045 ໃນປີໜ້າ ພາຍໃຕ້ການ ເປັນປະທານຂອງມາເລເຊຍ. ພ້ອມນີ້, ກອງປະຊຸມ ຍັງໄດ້ປຶກສາ ຫາລື ແລະ ພິຈາລະນາ ກ່ຽວກັບການ ສະໜັກເຂົ້າເປັນພາຄີຂອງສົນທິສັນຍາ ໄມຕີຈິດ ແລະ ການຮ່ວມມືໃນອາຊີຕ າ ເວັນອອກສຽງໃຕ້(TAC)ໂດຍບັນດາ ປະເທດນອກພາກພື້ນ. ໃນນີ້, ກອງປະ ຊຸມເຫັນດີຕໍ່ການສະໝັກເຂົ້າເປັນພາຄີ TAC ຂອງຮົງກາລີ ແລະ ໄດ້ມອບໃຫ້ ກອງເລຂາອາຊຽນດຳເນີນການປະເມີນ ການສະໜັກເຂົ້າເປັນພາຄີ TAC ຂອງ ໂປໂລຍ, ຣູມານີ ແລະ ອູຣູກວາຍ. ພ້ອມ ນັ້ນ, ກອງປະຊຸມຍັງໄດ້ສະແດງຄວາມ ຍິນດີທີ່ລຸກຊໍາບວກ ຈະໄດ້ລົງນາມເຂົ້າ ເປັນພາຄີສົນທິສັນຍາດັ່ງກ່າວ ໃນໂອ ກາດກອງປະຊຸມສຸດຍອດ ອາຊຽນ ຄັ້ງ ທີ 44 ແລະ 45 ແລະ ບັນດາກອງປະ ຊຸມສຸດຍອດທີ່ກ່ຽວຂ້ອງ ຄັ້ງນີ້ ແລະ ຫວັງວ່າ ອານເຊຣີ, ແຟງລັງ, ແອັດສະ ປາຍ, ເມັກຊິກ ແລະ ຮົງກາລີ ຈະເຂົ້າ ເປັນພາຄີ TAC ໃນເວລາອັນໃກ້ນີ້. ພ້ອມກັນນີ້, ຍັງໄດ້ປຶກສາຫາລືກ່ຽວ ກັບການພົວພັນລະຫວ່າງອາຊຽນແລະ ຄູ່ຮ່ວມມືພາຍນອກ ເຊິ່ງກອງປະຊຸມ ໄດ້ຢໍ້າຄືນຄວາມສໍາຄັນໃນການຮັດ ແໜ້ນການຮ່ວມມືແລະຄວາມເປັນແກນ ກາງ ຂອງອາຊຽນ ໃນໂຄງສ້າງການ ຮ່ວມມືພາກພື້ນທີ່ພວມຜັນແປໄປ. ຢ່າງໃດກໍຕາມ ສປປ ລາວ ໃນນາມປະ ເທດປະສານງານການພົວພັນຮ່ວມມື ອາຊຽນ-ການາດາ ໄດ້ສະແດງຄວາມ ຂອບໃຈຕໍ່ການສະໜັບສະໜູນການ ຈັດກອງປະຊຸມສຸດຍອດພິເສດ ອາ ຊຽນ-ການາດາ ວ່າດ້ວຍການເພີ່ມທະ ວີການເຊື່ອມຈອດ ແລະ ຄວາມເຂັ້ມ ແຂງອາຊຽນ. ກອງປະຊຸມ, ໄດ້ຮັບຮອງ 3 ເອກະ ສານ ເພື່ອສືບຕໍ່ສະເໜີໃຫ້ຜູ້ນຳອາຊຽນ ພິຈາລະນາເອົາໃນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44 ແລະ 45 ຄື: ຖະ ແຫລງການຜູ້ນຳອາຊຽນ ກ່ຽວກັບ ການສ້າງບັນດາແຜນຍຸດທະສາດ ເພື່ອ ຈັດຕັ້ງປະຕິບັດວິໄສທັດປະຊາຄົມອາ ຊຽນ 2045; ຖະແຫລງການຜູ້ນຳອາ ຊຽນ ວ່າດ້ວຍ ແນວຄວາມຄິດອາຊຽນ ກ່ຽວກັບ ອິນໂດ-ປາຊີຟິກ ໃນໂຄງສ້າງ ພາກພື້ນທີ່ມີອາຊຽນເປັນແກນກາງ ແລະ ມີຄວາມກຽມພ້ອມສຳລັບອະນາ ຄົດ ແລະ ເອກະສານທົບທວນຄຳຕົກ ລົງຂອງຜູ້ນຳອາຊຽນ ກ່ຽວກັບການ ຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳ ອາຊຽນ. ພາບ: ເກດສະໜາ ລັດຖະມົນຕີາການຕ່າງປະເທດ... ຂປລ. ກອງປະຊຸມ ສະພາປະຊາ ຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ28ໄຂຂຶ້ນໃນວັນທີ8ຕຸລາ2024 ຢູ່ນະຄອນຫລວງວຽງຈັນ ພາຍໃຕ້ການ ເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພາຍໃຕ້ຄຳຂວັນ “ເພີ່ມທະວີການ ເຊື່ອມຈອດ ແລະ ຄວາມເຂັ້ມແຂງອາ ຊຽນ” ໂດຍມີບັນດາລັດຖະມົນຕີຕ່າງ ປະເທດອາຊຽນ, ເລຂາທິການໃຫຍ່ ອາຊຽນ, ລັດຖະມົນຕີຕ່າງປະເທດ ຕີມໍແລັດ ສະເຕ ແລະ ບັນດາຜູ້ແທນເຂົ້າ ຮ່ວມ ເພື່ອທົບທວນຄືນ ແລະ ຕີລາຄາ ສູງຕໍ່ຄວາມຄືບໜ້າ ໃນການຈັດຕັ້ງປະ ຕິບັດແຜນແມ່ບົດເສົາຄໍ້າການເມືອງ- ຄວາມໜັ້ນຄົງອາຊຽນ2025,ມາຮອດ ປັດຈຸບັນ ໄດ້ສຳເລັດແລ້ວ 99,6% ແລະ ຍັງເຫລືອພຽງບາງກິດຈະກຳ ທີ່ ອາຊຽນ ຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດ ໃຫ້ສໍາເລັດພາຍໃນປີ 2025. ນອກຈາກນີ້, ກອງປະຊຸມຍັງໄດ້ຮັບ ຊາບການຈັດຕັ້ງປະຕິບັດບັນດາໜ້າ ວຽກຂອງຂະແໜງການຕ່າງໆພາຍໃຕ້ ເສົາຄໍ້າປະຊາຄົມການເມືອງ-ຄວາມ ໝັ້ນຄົງອາຊຽນ ສຳລັບປີ 2024 ທີ່ ສປປ ລາວ ເປັນປະທານ ເປັນຕົ້ນແມ່ນ ບັນດາຜົນ ແລະ ກິດຈະກຳຕ່າງໆ ຂອງ ກອງປະຊຸມລັດຖະມົນຕີປ້ອງກັນປະ ເທດອາຊຽນ(ADMM); ກອງປະຊຸມ ລັດຖະມົນຕີປ້ອງກັນປະ ເທດອາ ຊຽນ ບວກສາມ (ADMM Plus); ກອງປະຊຸມລັດຖະມົນຕີອາຊຽນ ວ່າ ດ້ວຍການຕ້ານອາຊະຍາກຳຂ້າມຊາດ (AMMTC); ເວທີພາກພື້ນອາຊຽນ (ARF) ແລະ ກອງປະຊຸມໜ່ວຍງານ ຄຸ້ມຄອງພະລັງງານປະລະມານູ ຂອງ ອາຊຽນ (ASEANTOM); ຄະນະ ກຳມາທິການລະຫວ່າງລັດຖະບານອາ ຊຽນ ວ່າດ້ວຍສິດທິມະນຸດ (AICHR) ແລະ ບັນດາກົນໄກອື່ນໆ ຂອງເສົາຄໍ້າ ປະຊາຄົມການເມືອງ-ຄວາມໝັ້ນຄົງ ອາຊຽນ. ພ້ອມນີ້, ກອງປະຊຸມ ໄດ້ຮັບ ຊາບບົດລາຍງານປະຈຳ 2023 ຂອງ ສະຖາບັນເພື່ອສັນຕິພາບ ແລະ ຄວາມ ປອງດອງອາຊຽນ (ASEANIPR). ພາບ: ເກດສະໜາ ທີ່ ສປປ ລາວ ລວມທັງພະບໍລົມວົງສາ ນຸວົງພະອົງ ອື່ນໆ ໂດຍສະເພາະກົມສົມ ເດັດພະເທບ ສະເດັດຢ້ຽມຢາມ ສປປ ລາວ. ທ່ານປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດ ຂອງການພົບປະສອງ ຝ່າຍຢ່າງເປັນທາງການ ລະຫວ່າງ ສອງນາຍົກລັດຖະມົນຕີ ລາວ ແລະ ໄທ ທີ່ໄດ້ຮ່ວມກັນຕີລາຄາຄືນການຮ່ວມມື ສອງຝ່າຍໄລຍະຜ່ານມາ ແລະ ປຶກສາ ຫາລືການຮ່ວມມືໃນຕໍ່ໜ້າ ໂດຍສະ ເພາະແມ່ນການຮ່ວມມືທາງດ້ານເສດ ຖະກິດ ແລະ ການເຊື່ອມໂຍງ ເພື່ອເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານ ໃກ້ເຮືອນຄຽງທີ່ດີ ແລະ ມີມາແຕ່ດົນ ນານຂອງສອງປະເທດ ກໍຄື ການເປັນ ຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນ ເຕີບໂຕ ແລະ ການພັດທະນາແບບຍືນ ຍົງ. ພ້ອມນີ້, ກໍໄດ້ຊຸກຍູ້ໃຫ້ນາຍົກລັດ ຖະມົນຕີທັງສອງປະເທດ ສືບຕໍ່ຮ່ວມມື ກັນຢ່າງໃກ້ຊິດ ເພື່ອສົ່ງເສີມການຮ່ວມ ມືທາງດ້ານເສດຖະກິດ, ການຄ້າ, ການ ລົງທຶນ, ການເຊື່ອມໂຍງເຊື່ອມຈອດ ລະຫວ່າງສອງປະເທດກັບອະນຸພາກ ພື້ນ ແລະ ໃນໂລກ ເປັນຕົ້ນ ແມ່ນການ ເຊື່ອມຕໍ່ເສັ້ນທາງລົດໄຟ, ການກໍ່ສ້າງ ຂົວ, ການພັດທະນາເສັ້ນທາງຕ່າງໆ ຕາມແລວເສດຖະກິດທີ່ມີທ່າແຮງ, ລວມທັງສືບຕໍ່ຈັດຕັ້ງປະຕິບັດວຽກ ງານການສໍາຫລວດ ແລະ ປັກຫລັກ ໝາຍຊາຍແດນ ເພື່ອສ້າງເສັ້ນຊາຍ ແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື. ໃນຂະນະດຽວກັນ, ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດ ຖະມົນຕີ ແຫ່ງ ຣາຊະອານາຈັກໄທ ກໍໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງຜົນ ການພົບປະກັບ ນາຍົກລັດຖະມົນຕີ ແຫ່ງສປປລາວໂດຍຫຍໍ້ໃຫ້ຊາບ,ພ້ອມ ທັງໄດ້ຢືນຢັນວ່າ ຈະສືບຕໍ່ເຮັດວຽກ ຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອ ເສີມຂະຫຍາຍສາຍພົວພັນ ແລະ ການ ຮ່ວມມືຂອງສອງປະເທດ ໃຫ້ນັບມື້ນັບ ຈະເລີນງອກງາມຍິ່ງໆຂຶ້ນ. ພາບ: ເກດສະໜາ ປະທານປະເທດ... ລັດຖະມົນຕີ ແຫ່ງ ຣາຊະອານາຈັກ ໄທ ຄົນທີ 31, ພ້ອມທັງໄດ້ຕີລາຄາສູງຕໍ່ ລາວ-ໄທ ຮັດແໜ້ນ... ການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າ ໃນການເສີມຂະຫຍາຍສາຍພົວພັນມິດ ຕະພາບແລະການຮ່ວມມືຖານບ້ານໃກ້ ເຮືອນຄຽງທີ່ດີ ທີ່ມີແຕ່ດົນນານບົນພື້ນ ຖານການເປັນຄູ່ຮ່ວມຍຸດທະສາດ ລະ ຫວ່າງ ສອງປະເທດລາວ-ໄທ ໃຫ້ສືບ ຕໍ່ຂະຫຍາຍຕົວ ແລະ ແຕກດອກອອກ ຜົນຍິ່ງໆຂຶ້ນ, ທັງເປັນການສະໜັບສະ ໜູນ ສປປ ລາວ ແລະ ສະພາແຫ່ງຊາດ ລາວ ເຮັດສໍາເລັດພັນທະສາກົນ ໃນ ການເປັນປະທານອາຊຽນກໍຄື ເປັນເຈົ້າ ພາບຈັດກອງປະຊຸມໃຫຍ່ສະມັດຊາ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ທີ່ຈະມີຂຶ້ນໃນໄວໆ ນີ້ ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ. ພ້ອມນີ້, ທ່ານ ໄຊສົມພອນ ພົມວິຫານ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວອັນ ອົບອຸ່ນ ແລະ ໄມຕີຈິດມິດຕະພາບຜ່ານ ທ່ານ ນາງ ແພທອງທານ ຊິນນະວັດ ໄປຍັງ ທ່ານ ວັນມູຮໍາມັດ ນໍມະທາ ປະ ທານສະພາຜູ້ແທນຣາດຊະດອນ ແຫ່ງ ຣາຊະອານາຈັກໄທ. ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ກໍ ຄືການພົວພັນຮ່ວມມື ລະຫວ່າງ ສະພາ ແຫ່ງຊາດລາວ ແລະ ລັດຖະສະພາໄທ ໄດ້ຮັບການພັດທະນາ ແລະ ເສີມຂະ ຫຍາຍຢ່າງຕໍ່ເນື່ອງຕະຫລອດໄລຍະ ຜ່ານມາຈົນໄດ້ຮັບການຍົກລະດັບການ ພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດ ເພື່ອ ຄວາມຈະເລີນເຕີບໂຕ ແລະ ການພັດ ທະນາແບບຍືນຍົງ ໃນປີ 2022 ຜ່ານ ມາ. ສອງຝ່າຍຍັງໄດ້ສະແດງຄວາມປີ ຕິຍິນດີທີ່ເຫັນວ່າ ການຈັດຕັ້ງປະຕິບັດ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການ ຮ່ວມມື ລະຫວ່າງ ສະພາແຫ່ງຊາດ ລາວແລະລັດຖະສະພາໄທເຊິ່ງເປັນສະ ບັບທໍາອິດ ທີ່ໄດ້ລົງນາມຮ່ວມກັນໃນ ເດືອນຕຸລາ 2022 ຜ່ານມາ ໄດ້ມີໝາກ ຜົນສໍາເລັດອັນຈົບງາມ ເປັນຕົ້ນສອງ ຝ່າຍໄດ້ແລກປ່ຽນການຢ້ຽມຢາມຂອງ ຄະນະຜູ້ແທນຂັ້ນຕ່າງໆ, ແລກປ່ຽນ ບົດຮຽນ, ປະສົບການ ແລະ ຂໍ້ມູນຂ່າວ ສານ ໃນການຈັດຕັ້ງປະຕິບັດພາລະບົດ ບາດອົງການນິຕິບັນຍັດ ເປັນແຕ່ລະໄລ ຍະ, ຮ່ວມມື ແລະ ສະໜັບສະໜູນ ເຊິ່ງ ກັນ ແລະ ກັນ ໃນເວທີລັດຖະສະພາ ພາກພື້ນ ແລະ ສາກົນ ເປັນຕົ້ນ AIPA, IPU, APPF ແລະ ອື່ນໆ. ໂອກາດດຽວກັນນີ້, ທ່ານ ນາງ ແພທອງທານ ຊິນນະວັດ ກໍໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນອົບ ອຸ່ນ ແລະ ໄດ້ແຈ້ງໃຫ້ຊາບຜົນເລັດຂອງ ການພົບປະຢ່າງເປັນທາງການ ກັບ ທ່ານນາຍົກ ລັດຖະມົນຕີ ສອນໄຊ ສີພັນດອນ ແລະ ການລົງນາມເອກະ ສານຮ່ວມມືຫລາຍສະບັບ ຂອງສອງ ລັດຖະບານ ໄທ-ລາວ ເຊິ່ງເປັນການສະ ແດງເຖິງຄວາມມຸ່ງມາດປາຖະໜາ ຂອງລັດຖະບານສອງປະເທດທີ່ມີຄວາມ ໝາຍໝັ້ນໃນການສືບຕໍ່ເສີມຂະຫຍາຍ ການພົວພັນຮ່ວມມື ທາງດ້ານເສດຖະ ກິດ,ການເຊື່ອມໂຍງ-ເຊີື່ອມຈອດ,ການ ຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ການຮ່ວມມືເພື່ອການພັດທະນາ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນພາກພື້ນ ແລະ ສາກົນ, ພ້ອມທັງໄດ້ ສະແດງຄວາມຍິນດີຈະສືບຕໍ່ຊຸກຍູ້ ການ ພົວພັນຮ່ວມມືສອງຝ່າຍ ໂດຍສະ ເພາະ ການຮ່ວມມືຂອງສອງອົງການນິ ຕິບັນຍັດ ລາວ-ໄທ ໃຫ້ໄດ້ຮັບໝາກຜົນ ແລະ ກ້າວເຂົ້າສູ່ລວງເລິກຍິ່ງໆຂຶ້ນ. ພາບ: ຂັນໄຊ ໄດ້ຮ່ວມກັນປຶກສາຫາລືທິດທາງ ໃນ ການເສີມຂະຫຍາຍການຮ່ວມມື ໃນ ຕໍ່ໜ້າ; ສອງຝ່າຍໄດ້ຕີລາຄາສູງ ຕໍ່ສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງສອງພັກ, ສອງລັດແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ນັບມື້ນັບຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດວຽກງານ ເຊິ່ງເຫັນໄດ້ ຈາກການແລກປ່ຽນການຢ້ຽມຢາມ ແລະ ພົບປະຂອງການນໍາຂັ້ນສູງ ຂອງ ສອງປະເທດຢ່າງເປັນປົກກະຕິ, ຫລ້າ ສຸດສອງເລຂາທິການໃຫຍ່, ປະທານ ປະເທດ ລາວ-ຫວຽດນາມ ກໍໄດ້ພົບປະ ກັນ ໃນໄລຍະເຂົ້າຮ່ວມກອງປະຊຸມສຸດ ຍອດ ບັນດາປະເທດນໍາໃຊ້ພາສາຝຣັ່ງ ຢູ່ນະຄອນຫລວງປາຣີ ໃນວັນທີ5 ຕຸລາ 2024 ທີ່ຜ່ານມາ ເຊິ່ງເປັນການສະ ແດງເຖິງຄວາມມີຊີວິດຊີວາ ຂອງສາຍ ພົວພັນພິເສດຂອງສອງປະເທດ ທີ່ມີ ໜຶ່ງບໍ່ມີສອງໃນໂລກນີ້. ພ້ອມນັ້ນ, ສອງ ຝ່າຍໄດ້ເຫັນດີເປັນເອກະພາບນໍາກັນ ໃນການສືບຕໍ່ຊີ້ນໍາບັນດາກະຊວງແລະ ຂະແໜງການທີ່ກ່ຽວຂ້ອງຂອງສອງ ປະເທດ ໃຫ້ປະສານສົມທົບກັນຢ່າງ ແໜ້ນແຟ້ນ ເພື່ອຈັດຕັ້ງຜັນຂະຫຍາຍ ໄອຜົນການຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ຂອງສະຫາຍເລຂາທິ ການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ຜົນການພົບປະສອງກົມ ການເມືອງ ໃນລະຫວ່າງວັນທີ 10-13 ກັນຍາ 2024 ຜ່ານມາ ໂດຍສະເພາະ ບັນດາບຸລິມະສິດຕົ້ນຕໍ ທີ່ສອງຝ່າຍ ໄດ້ ເປັນເອກະພາບກັນ ເປັນຕົ້ນການເຊື່ອມ ຈອດພື້ນຖານເສດຖະ ກິດສອງປະເທດ ລາວ-ຫວຽດນາມ ແລະ ພື້ນຖານເສດ ຖະກິດສາມປະເທດ ລາວ-ຫວຽດນາມ- ກໍາປູເຈຍ ໂດຍສະເພາະແມ່ນການເຊື່ອມ ໂຍງພື້ນຖານໂຄງລ່າງທາງດ້ານຄົມ ມະນາຄົມ, ລະບົບລະບຽບ, ການເງິນ, ດ້ານພະລັງງານ, ການທ່ອງທ່ຽວ, ການ ຄ້າ-ການລົງທຶນ ແລະ ດ້ານອື່ນໆ. ໃນໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບ ໃຈຕໍ່ພັກ, ລັດ ແລະ ປະຊາຊົນຫວຽດ ນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບ ສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ຕະຫລອດມາກໍຄືການເປັນປະທານອາ ຊຽນຂອງ ສປປ ລາວ ໃນປີ 2024 ນີ້, ລວມທັງການຊ່ວຍເຫລືອບັນເທົາທຸກ ຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກ ໄພນໍ້າຖ້ວມ ຢູ່ ສປປ ລາວ. ໃນຂະນະດຽວກັນ, ສະຫາຍ ຟ້າມ ມິງ ຈິງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະ ແດງຄວາມຊົມເຊີຍຕໍ່ການເປັນເຈົ້າ ພາບ ແລະ ປະທານອາຊຽນ ປີ 2024 ຂອງສປປລາວພ້ອມທັງໄດ້ອວຍພອນ ໃຫ້ການເປັນປະທານອາຊຽນຄັ້ງນີ້, ປະສົບຜົນສໍາເລັດຢ່າງຈົບງາມ. ພາບ: ອ່າຍຄຳ ລາວ-ຫວຽດນາມ ສືບຕໍ່... ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ທີ່ສໍານັກງານນາຍົກລັດຖະມົນຕີ ໃນ ຕອນບ່າຍຂອງວັນທີ 8 ຕຸລາ 2024. ຫລັງຈາກນັ້ນ, ສອງນາຍົກລັດຖະມົນ ຕີລາວ-ໄທພ້ອມດ້ວຍຄະນະຜູ້ແທນຂັ້ນ ສູງຂອງສອງປະເທດ ກໍໄດ້ພົບປະສອງ ຝ່າຍຢ່າງເປັນທາງການ ເພື່ອຕີລາຄາ ສະພາບການ ພົວພັນຮ່ວມມື ລາວ-ໄທ ໃນດ້ານຕ່າງໆ ພ້ອມທັງກໍານົດທິດ ທາງແຜນການຮ່ວມມືໃນຕໍ່ໜ້າ ເປັນຕົ້ນ ການຮ່ວມມືດ້ານການເມືອງ-ຄວາມ ໝັ້ນຄົງ, ການແກ້ໄຂບັນຫາຢາເສບຕິດ ແລະ ການໂຈນລະກໍາທາງໄຊເບີ, ການສໍາຫລວດ ແລະ ປັກຫລັກໝາຍ ຊາຍແດນ, ການແກ້ໄຂບັນຫາໝອກ ຄວັນຂ້າມແດນ. ການຮ່ວມມືດ້ານເສດ ຖະກິດ, ການຄ້າ, ການລົງທຶນ, ການ ເຊື່ອມໂຍງທາງດ້ານພື້ນຖານໂຄງ ລ່າງ, ການຮ່ວມມືເພື່ອການພັດທະນາ, ການຮ່ວມມືດ້ານແຮງງານແລະອື່ນໆ; ສອງຝ່າຍໄດ້ແຈ້ງສະພາບການພົ້ນ ເດັ່ນພາຍໃນປະເທດໃຫ້ກັນຊາບ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບ ແລະ ການຮ່ວມມືທີ່ດີ ໄດ້ຮັບການ ພັດທະນາຢ່າງຕໍ່ເນື່ອງ ໂດຍກວມເອົາ ທຸກຂົງເຂດວຽກງານ ນັບແຕ່ຂັ້ນສູນ ກາງຮອດທ້ອງຖິ່ນ ເຊິ່ງມີລັກສະນະ ກ່ຽວພັນກັນ, ເພິ່ງພາອາໄສ ເຊິ່ງກັນ ແລະ ກັນແລະ ມີຜົນສໍາເລັດເປັນກ້າວໆ ມາ ໂດຍເຫັນໄດ້ຈາກການແລກປ່ຽນ ການຢ້ຽມຢາມເຊິ່ງກັນແລະກັນໃນທຸກ ລະດັບລະຫວ່າງສອງປະເທດຢ່າງ ເປັນປົກກະຕິ ແລະ ຕໍ່ເນື່ອງ; ສອງຝ່າຍ ເຫັນດີຈະສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນແລະ ສາກົນ, ພ້ອມທັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ. ໂອກາດນີ້,ທ່ານສອນໄຊສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນ ອົບອຸ່ນແລະ ໄດ້ສະແດງຄວາມຊົມເຊີຍ ທ່ານ ນາງ ແພທອງທານ ຊິນນະວັດ ທີ່ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກໄທ ຄົນທີ 31, ພ້ອມທັງໄດ້ຕີ ລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ເຊິ່ງ ສປປ ລາວ ເປັນປະເທດທໍາອິດໃນ ການຢ້ຽມຢາມຕ່າງປະເທດ ຢ່າງເປັນ ທາງການຂອງ ທ່ານ ນາຍົກລັດຖະ ມົນຕີ ນາງ ແພທອງທານ ຊິນນະວັດ ເຊິ່ງສະແດງເຖິງຄວາມໃກ້ຊິດສະໜິດ ສະໜົມ ແລະ ການພົວພັນທີ່ເປັນມູນ ເຊື້ອລະຫວ່າງສອງປະເທດ ລາວ-ໄທ, ທັງເປັນໜຶ່ງໃນກິດຈະກໍາ ເພື່ອສະ ເຫລີມສະຫລອງ ຄົບຮອບ 75 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະ ຫວ່າງ ສປປ ລາວ ແລະ ຣາຊະອາ ນາຈັກໄທ ໃນປີ 2025 ທີ່ຈະມາເຖິງ ນີ້. ພ້ອມນີ້, ທ່ານ ສອນໄຊ ສີພັນດອນ ກໍໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະ ຊາຊົນລາວ ສະແດງຄວາມເສົ້າສະ ຫລົດໃຈ ຕໍ່ກໍລະນີອຸບັດຕິເຫດທາງ ລົດ ຍົນຂອງ ຄະນະຄູອາຈານ ແລະ ນັກ ຮຽນ ໃນວັນທີ 1 ຕຸລາ 2024 ຜ່ານ ມາ. ນອກນັ້ນ, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ສະແດງຄວາມ ຂອບໃຈຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອຂອງຝ່າຍໄທ ທີ່ມີຕໍ່ຝ່າຍ ລາວ ໃນຕະຫລອດໄລຍະຜ່ານມາ ໂດຍສະເພາະການເປັນປະທານອາ ຊຽນຂອງ ສປປ ລາວ ໃນປີ 2024 ນີ້. ໃນຂະນະດຽວກັນ, ທ່ານ ນາງ ແພທອງທານ ຊິນນະວັດ ກໍໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນ ແລະ ໄດ້ສະແດງຄວາມໝາຍ ໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍ ລາວຢ່າງໃກ້ຊິດ ໂດຍສະເພາະກັບ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ເພື່ອຊຸກຍູ້ຂະແໜງການ ກ່ຽວຂ້ອງຂອງສອງຝ່າຍ ນໍາເອົາຜົນ ຂອງການພົບປະໃນຄັ້ງນີ້ ໄປຈັດຕັ້ງປະ ຕິບັດ ແລະ ຜັນຂະຫຍາຍ ໃຫ້ເປັນຮູບ ປະທໍາຍິ່ງໆຂຶ້ນ. ນອກນັ້ນ, ທ່ານນາ ຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ໄທ ກໍໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນໃຫ້ການເປັນປະທານອາ ຊຽນ ປີ 2024 ຂອງ ສປປ ລາວ ປະ ສົບຜົນສໍາເລັດຢ່າງຈົບງາມ. ພາຍຫລັງສໍາເລັດການພົບປະ, ສອງນາຍົກລັດຖະມົນຕີ ລາວ ແລະ ໄທ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິ ທີລົງນາມເອກະສານຮ່ວມມືສອງຝ່າຍ ຈໍານວນ6 ສະບັບຄື: ບົດບັນທຶກຄວາມ ເຂົ້າໃຈ ວ່າດ້ວຍ ການຮ່ວມມືທາງດ້ານ ການບໍລິຫານຈັດການຊັບພະຍາກອນ ນໍ້າແບບບູລະນາການ ລະຫວ່າງ ກະ ຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ແລະ ສໍານັກງານຊັບພະຍາກອນແຫ່ງຊາດ ຣາຊະອານາຈັກໄທ; ບົດບັນທຶກຄວາມ ເຂົ້າໃຈ ວ່າດ້ວຍການສ້າງຕັ້ງແຂວງ ມິດຕະພາບ ລະຫວ່າງ ນະຄອນຫລວງ ວຽງຈັນ,ສປປລາວແລະຈັງຫວັດຂອນ ແກ່ນ, ຣາຊະອານາຈັກໄທ; 3 ບົດບັນ ທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ຂົງເຂດວຽກງານຄຸ້ມຄອງລັດຖະກອນ ລະຫວ່າງ ກະຊວງພາຍໃນ ແຫ່ງ ສປປ ລາວ ແລະ ສໍານັກງານຄະນະກໍາມະ ການຂ້າຣາຊະການພົນລະເຮືອນ ແຫ່ງ ຣາຊະອານາຈັກໄທ; ບົດບັນທຶກ ຄວາມເຂົ້າໃຈ ລະຫວ່າງ ກົມມາດຕະ ຖານ ແລະ ວັດແທກ, ກະຊວງອຸດສາ ຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ກົມການຄ້າພາຍໃນ, ກະຊວງ ການຄ້າແຫ່ງຣາຊະອານາຈັກໄທພາຍ ໃຕ້ ໂຄງການຮ່ວມມືການຊ່ວຍເຫລືອ ທາງດ້ານວິຊາການດ້ານເຕັກນິກ ລະ ຫວ່າງໜ່ວຍງານວັດແທກທາງດ້ານ ກົດໝາຍ ສປປ ລາວ ກັບ ຣາຊະອານາ ຈັກໄທ; ສັນຍາກ່ຽວກັບການດໍາເນີນ ການທາງດ້ານເຕັກນິກ ສໍາລັບການຂົນ ສົ່ງສິນຄ້າທາງລົດໄຟ ລະຫວ່າງ ລັດ ວິສາຫະກິດລົດໄຟແຫ່ງຊາດລາວ ແລະ ການລົດໄຟແຫ່ງປະເທດໄທ; ໜັງ ສືສະແດງເຈດຈໍານົງ ວ່າດ້ວຍການເສີມ ແຮງຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ລະຫວ່າງ ກົມຂົວທາງ, ກະຊວງ ໂຍທາທິການ ແລະ ຂົນສົ່ງ, ສປປ ລາວ ແລະ ກົມທາງຫລວງ, ກະຊວງຄົມ ມະນາຄົມ, ຣາຊະອານາຈັກໄທ. ຫລັງ ຈາກນັ້ນ, ກໍໄດ້ມີພິທີມອບ-ຮັບຜົນການ ສຶກສາ ແລະ ລາຍລະອຽດການອອກ ແບບ ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ຊຽງແມນ-ຫລວງພະບາງ ເຊິ່ງເປັນ ກຽດມອບໂດຍ ທ່ານ ນາງ ແພທອງ ທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ແລະ ເປັນ ກຽດຮັບໂດຍທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ໃນຕອນບ່າຍວັນດຽວກັນ, ທ່ານ ນາງ ແພທອງທານ ຊິນນະວັດ ແລະ ຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແລະ ພົບປະກັບ ທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ພ້ອມທັງໄດ້ເຂົ້າ ຮ່ວມງານລ້ຽງອາຫານຄໍ່າ ເປັນກຽດ ຈັດໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ພາບ: ອ່າຍຄຳ ລາວ-ໄທ ລົງນາມ...
RkJQdWJsaXNoZXIy MTc3MTYxMQ==