xtgmf]k; 6 08/10/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ : ສິດຕາ ເພັດວົງສາ.ິ ດັ ດົ ງ -u ;y f{;a fmtotme u y a rtmkfdtgfq kmb d [6 Iko lt4komu j |h k7Q osk *ປັດຈຸບັນ ພໍ່ແມ່ ຜູ້ປົກຄອງ ກໍາລັງກັງວົນ ແລະ ເຝົ້າລະວັງ ໄວຣັດ RSV( Respiratory Syncytial Virus) ເພາະເປັນໄວ ຣັສຊະນິດໜຶ່ງທີ່ຕິດເຊື້ອທາງເດີນ ຫາຍໃຈ ເຊິ່ງມັກພົບຫລາຍທີ່ສຸດ ແມ່ນໃນເດັກນ້ອຍທີ່ອາຍຸນ້ອຍກວ່າ 3ປີ ໂດຍໄວຣັສRSVສາມາດຕິດຕໍ່ ໄດ້ຊ່ອງທາງການໄອ, ນ້ຳເມືອກ, ການຈາມ ແລະ ຂີ້ກະເທີ. ໂດຍອາການຂອງພະຍາດ ແມ່ນ ມີໄຂ້ສູງ ,ຖອກທ້ອງຖ່າຍ ເປັນນໍ້າ, ເຈັບຄໍ, ຫາຍໃຈຫອບ, ລະບົບ ທາງເດີນຫາຍໃຈອັກເສບ ປອດ, ຫລອດລົມຝອຍ. ສໍາລັບ ການປິ່ນປົວສາມາດໃຫ້ຢາຕາມ ອາການຢ່າງເຊັ່ນ: ການໃຫ້ຢາຫລຸດ ໄຂ້, ການໃຫ້ຢາແກ້ໄອ, ການໃຫ້ຢາ ແກ້ ເສມຫະ, ການດື່ມນ້ຳໃຫ້ພຽງພໍ *ພະທາດກະເດົາທຶກ ເປັນອີກ ສະຖານບູຮານໜຶ່ງທີ່ເກົ່າແກ່ທີ່ ຫລາຍທ່ານອາດຍັງບໍ່ຮູ້ ທີ່ຕັ້ງຢູ່ ບ້ານນາໂຄກ, ເມືອງຄົງເຊໂດນ, ແຂວງ ສາລະວັນເນື່ອງຈາກວ່າ ພະທາດອົງນີ້ ກ່ຽວພັນກັບພົງສາ ວະດານລາວຈຶ່ງເຮັດໃຫ້ແຂກຄົນ ທັງພາຍໃນ ແລະ ຕ່າງປະເທດມີ ຄວາມສົນໃຈ, ທາດກະເດົາທຶກ ເປັນທາດທີ່ເກົ່າແກ່ ຜ່ານແດດ, ຜ່ານຝົນມາຈົນບໍ່ຈັກວ່າເທົ່າໃດ ເຊັ່ນຄົນແລ້ວເຊິ່ງທາດອົງນີ້ ຖືກ ກໍ່ສ້າງດ້ວຍຫີນດຳ ລຽງກັນ ແລະ ກໍ່ຂຶ້ນຢ່າງປານີດເປັນ 4 ຫລ່ຽມ ກໍ່ຂຶ້ນເປັນຈອມແຫລມຄືກັບປິລະ ມິດ (ປະເທດອີຢີບ), ຕີນທາດກ້ ວາງ 17ແມັດ, ສູງ 15ແມັດ, ແຕ່ ທີ່ໂດດເດັ່ນທາງດ້ານສິລະປະ ກໍຄືອົງພະທາດໄດ້ກໍ່ຂຶ້ນເປັນ ຖ້ານໆ ເຖິງເຈັດຖ້ານ ມີແຕ່ແກະ ສະຫລັກຫິນ ໃຫ້ເປັນນົກຫົງ ຕັ້ງ ຢູ່ທັງ 4 ແຈ ຂອງແຕ່ລະຖ້ານຈົນ ຮອດຈອມ, ແຕ່ສິ່ງດັ່ງກ່າວມາ ນັ້ນ ໄດ້ຖືກທຳລາຍຢ່າງໝົດກ້ຽງ ມີແຕ່ຫົວນົກຫົງຕົວດຽວທີ່ເຫລືອ ໄວ້ໃຫ້ເຫັນເປັນຂວັນຕາ. ໃນຊຸມປີ ພຸດທະສັງກາດ 1290 ຫລື ຊຸມປີ ຄສ 750 ພາຍ ຫລັງ ພະເຈົ້າຂຸນບູລົມລາຊາທິ ລາດຜູ້ຟຶ້ນຟູອານາຈັກລາວໜອງ ແສ ໄດ້ສະຫວັນນະຄົດແລ້ວຊາດ ລາວກໍຖືກຮຸກຮານຈາກຊາດອື່ນ ຢ່າງໜັກໜ່ວງ, ຂຸນລໍ ຜູ້ຂຶ້ນ ແທນບັນລັງໄດ້ເຫັນວ່າຂ້າເສິກມີ ກຳລັງພົນທີ່ເຂັ້ມແຂງເກີນກວ່າ ຕ້ານທານໄດ້, ພະອົງຈຶ່ງສົ່ງລາ ຊະທູດ ໄປຈະເລີນສຳພັນທະໄມຕີ ກັບເຂົາເຈົ້າ ເພື່ອຢຸດຕິສົງຄາມໄປ ຊົ່ວຄາວ ແລະ ຖືໂອກາດນີ້ຮີບ ໂຮມຈຳນວນພົນ ບຸກເບີກດິນ ແດນຕາມລຳແມ່ນ້ຳຂອງ ລົງສູ່ ພາກໃຕ້ ສຸວັນນະພູມ ໂດຍເມື່ອ ກ່ອນນັ້ນຊົນຊາດຂອມ ຜູ້ເປັນ ເຈົ້າຂອງຖິ່ນເດີມ ໃຫ້ຖອຍຫ່າງ ເລື້ອຍໆ. ກ່ຽວກັບເລື້ອງນີ້ ໃນ ພົງສາວະດານລາວ ແຕ່ບໍ່ໄດ້ເວົ້າ ແຈ່ມແຈ້ງ ໃນປະຫວັດເຈົ້າຟ້າງໍ້ ແລະ ປະຫວັດເມືອງ ທອງຄຳ ຫລວງ ໄດ້ກ່າວເຖິງຂ້ອນຂ້າງ ໂດຍ: ມາລີດາ ດ ;y mu xh v'da ow;ia l ( RSV ) co;.fL ເພື່ອປ້ອງກັນພາວະ ການຂາດນ້ຳ, ເບິ່ງແຍງຮ່າງກາຍໃຫ້ອົບອຸ່ນ, ໃຫ້ ດົມ 02 , ຮົມນໍ້າເກືອ / Ventolin. ວິທີການປ້ອງກັນ ແມ່ນ ຫລີກລ່ຽງ ການສຳຜັດໃຫ້ຊິດກັບຜູ່ທີ່ມີອາການ ເຈັບ, ລ້າງມືຕະຫລອດດ້ວຍສະບູ ແລະ ນ້ຳສະອາດກ່ອນກິນເຂົ້າທຸກ ເທື່ອ, ສອນໃຫ້ເດັກລ້າງມືຢ່າງ ຖືກຕ້ອງຕາມສຸຂະອະນາໄມ, ຫລີກ ລ່ຽງການໄປສະຖານທີ່ແອອັດ, ຫລີກລ່ຽງການພາເດັກໄປ ບ່ອນ ຫລິ້ນຂອງເດັກນ້ອຍ ສາທາລະນະ, ຫລີກລ່ຽງຄວັນຢາສູບ ແລະ ຝຸ່ນ ຕ່າງໆ, ກິນອາຫານຍ່ອຍງ່າຍ ແລະ ກິນອາຫານໃຫ້ຄົບ 5 ໝູ່, ໃສ່ຜ້າ ປິດປາກທຸກເທື່ອທີ່ອອກຈາກບ້ານ, ຖ້າຕິດເຊື້ອ RSV ແລ້ວບໍ່ຄວນ ອອກຈາກບ້ານ ເພື່ອຫລຸດການແຜ່ ກະຈາຍຂອງເຊື້ອ. ” ຊັດເຈນ ກ່ຽວກັບການຍົກພົນ ໄປຕີຫົວເມືອງ ຂອງແມ່ທັບລາວ ສົງຄາມຂະຫຍາຍ ຜູ້ນຳພາໃນ ການບຸກເບີກດິນແດນຕອນນັ້ນ ກໍຄື: ເຈົ້າຟ້າງໍ້ ເຊິ່ງເປັນລາດຊະ ໂອລົດຂອງ ພະນາງເຈົ້າ ເກດບຸນ ເຮືອງ ອະນຸເທພີທີ 5 ຂອງ ພະ ເຈົ້າຂຸນບລົມ ລາຊາທິລາດ ຈະ ບໍ່ເລົ່າເຖິງໄຊຊະນະ ແຕ່ສະໜາມ ຮົບທີ່ພຣ“ະອົງເຂົ້າຕີ ໃນແຕ່ລະ ຫົວເມືອງ, ແຕ່ຈະເວົ້າເຖີງບັ້ນຮົບ ສຸດທ້າຍທີ່ຍິ່ງໃຫຍ່ ແລະ ດຸເດືອດ ທີ່ສຸດໃນຊີວິດຂອງພະອົງ ນັ້ນກໍຄື ບັ້ນຮົບທະຫລົ່ມນະຄອນກະເດົາ ທຶກ. ໃນຕຳນານເດີມຂຽນໄວ້ວ່າ ຄັ້ງນີ້ຂ້ຽວຂາດເປັນທີ່ສຸດ ເນື່ອງ ຈາກວ່າຝ່າຍ ນະຄອນກະເດົາທຶກ ໄດ້ຮ້ອງຂໍຄວາມຊ່ວຍເຫລືອຈາກ ນະຄອນຈຳປາ ເຮັດໃຫ້ເຂົາເຈົ້າ ມີກຳລັງພົນທີ່ເຂັ້ມແຂງກ່ວາເກົ່າ ແລະ ຕອບໂຕ້ຄືນແບບຫົວຂາດ ຄາ ຈົນເຮັດໃຫ້ເຈົ້າຟ້າງໍ້ ສູນເສຍ ແມ່ທັບຄົນສຳຄັນ ແລະ ພົນທະ ຫານຜູ້ເກັ່ງກ້ານັບໝື່ນຄົນ, ຕອນ ນັ້ນພະອົງຮູ້ສຶກເມື່ອຍລ້າ ໝົດ ກຳລັງ ແຕ່ດ້ວຍຈິດວິນຍານຂອງ ຜູ້ເກັ່ງກ້າ ພະອົງຈຶ່ງຮີບໂຮມສະ ມາທິ ແລະ ວາງຍຸດໂທບາຍຄືນ ໃໝ່ ໂດຍໄດ້ຂຽນສານເຖິງ ພະ ເຈົ້າພະງ້ຽວ ເຈັດເຈືອງ ໃຫ້ຍົກ ທັບມາຊ່ວຍ ເຊິ່ງເນື້ອໃນຂອງ ສານ ຕາມຕຳນານເດີມໄດ້ຂຽນ ໄວ້ວ່າ: (ສີສຸພະມັດສະດູ ພະ ພຸດທະສາສະໜາ ຍຸການນັບວັນ ປານິລິພານ ມາເຖິງປີນີ້ເປັນປີ ເສັດໄດ້ແຖວສຸພະ 25 ອະນຸຊາ ຊົນຈາຣຶກ ເປັນອັກສອນຖວາຍ ແດ່ພະບໍວອນ ເສດຖາພະງ້ຽວ ເຈັດເຈືອງ ຊົງໂທມະນັດ ເຖິງ ຄວາມຂັດເຄືອງພະໄທ ໃນການ ຈະເຂົ້າຢັບຢັ້ງ ນະຄອນກະເດົາ ທຶກ, ພິລິກລ້ຳຄົນຫານຂອງເລົ່າ ພານ ເປັນຈານມິດທິດລ້ອມໄປ ທາງທຸກຂໍພະວາງອະທິບາຍຊ່ວຍ ອ່ວຍຢັບຢັ້ງ ນະຄອນຈຳປາ ໃຫ້ ຈາມມາອ່ວຍນ້ອມພ້ອມກັບ ນະ ຄອນກະເດົາທຶກ ແຕ່ຮຸ່ງເຊົ້າເງີຍ ເງີນກຸນສະໂລນັ້ນເຖີ້ນ). ໃນພະ ຣາຊະສານນີ້ ບໍ່ຊັດເຈນດີ ບໍ່ຮູ້ວ່າ ພຸດທະສັກກະຣາຊເທົ່າໃດ ຮູ້ໄດ້ ແຕ່ພຽງເລກທີ 25 – ຫາປີເສັດ ໄດ້ເວລາດາວຊ້າງອອກ ຫລື ປະ ມານ 4 ໂມງເຊົ້າ ໃຫ້ທາງ ພະເຈົ້າ ພະງໍ້ ເຈັດເຈືອງ ເຂົ້າຕີ ນະຄອນ ຈໍາປາ, ສ່ວນພະອົງຈະຖະຫລົ່ມ ນະຄອນກະເດົາທຶກ ພ້ອມໆກັນ, ເມືອງ ກະເດົາທຶກ ໄດ້ແຕກກະ ຈັດກະຈາຍກາຍເປັນເມືອງຮ້າງ ເຫລືອພຽງພະທາດຫິນ ທີ່ຕັ້ງ ສະຫງ່າງາມ ໃຫ້ລູກຫລານໄດ້ ເຫັນ ເປັນຮ່ອງຮອຍເທົ່າທຸກ ວັນນີ້. ຕໍ່ຄຳຖາມທີ່ວ່າ ພະທາດກະ ເດົາທຶກ ສ້າງຂຶ້ນເມຶ່ອປີໃດ? ໃຜ ເປັນຜູ້ສ້າງ? ແລະ ສ້າງຂຶ້ນເພື່ອ ຫຍັງນັ້ນ? ແມ່ນຍັງຄົງເປັນຄຳ ຖາມປິດສະໜາມາຕະຫລອດ, ເປັນຄຳຖາມທີ່ບໍ່ອາດຫາຄຳຕອບ ອັນແນ່ນອນໄດ້ ເຖົ້າແກ່ເຈົ້າກົກ ເຈົ້າເຫລົ່າບາງຄົນເວົ້າວ່າ : ພຣະ ທາດອົງນີ້ ເພິ່ນສ້າງຂຶ້ນເພື່ອໃຫ້ ເປັນຫລັກບ້ານຫລັກເມືອງ, ໃຫ້ ເປັນບ່ອນສັກສິດ, ເປັນບ່ອນ ບູຊາ ຍັນ ຕາມສາສະໜາພາມຂອງ ພວກຂອມ ທີ່ປົກຄອງນະຄອນ ກະເດົາທຶກ ໃນສະໄໝນັ້ນ, ບາງ ຄົນພັດເວົ້າວ່າ ສ້າງຂຶ້ນເພື່ອເປັນ ບ່ອນເກັບມ້ຽນຊັບສົມບັດ ອັນ ມະຫາສານ ກ່ອນທີ່ເຂົາເຈົ້າຈະ ແຕກບ້ານ ແຕກເມືອງ, ຜູ້ເວົ້າຍັງ ໄດ້ຢ້ຳຕື່ມອີກວ່າ: ຢູ່ໃນທາດນັ້ນ ຍັງມີຄຳເຖິງ 7 ເຫລັ້ມກວຽນ ບໍ່ ນັບເຄື່ອງສັງວານຕ່າງໆ ວ່າຊັ້ນ ແລະ ກໍຍ້ອນວ່າ ຄຳເວົ້າເລົ່ານີ້ ເອງ ຈຶ່ງເຮັດໃຫ້ ພະທາດກະເດົາ ທຶກ ທີ່ງົດງາມແບບພິດສະດານ ນັ້ນ ຖືກພວມນັກລ່າສົມບັດມາ ຂຸດເພື່ອຫວັງເອົາເງິນ, ເອົາຄຳ ເຖິງ 4 ຄັ້ງ ເຮັດໃຫ້ພະທາດດັ່ງ ກ່າວ ຖືກທຳລາຍຈົນກາຍເປັນ ຊາກສະຫລັກຫັກພັງ, ທີ່ເປັນ ກອງຫິນລ້າໆ ທີ່ບໍ່ມີຄວາມໝາຍ. ຊາວບ້ານໃກ້ຄຽງ ໄດ້ພະຍາຍາມ ຈັດລຽງກ້ອນຫິນ ເພື່ອຕໍ່ເຕີມ ແລະ ປະຕິບັດສັງຂອນຄືນໃໝ່ ແຕ່ກໍໄດ້ພຽງແຕ່ຮູບຈວາຍ 4 ຫລ່ຽມ ເຊິ່ງສຸດວິໄສທີ່ຈະພື້ນຄືນ ສິລະປະດັ້ງເດີມຂອງ ພະທາດ ນີ້ໄດ້ອີກ ແລະ ຫ່າງຈາກພະ ທາດຫີນອົງນີ້ພຽງ 200 ແມັດ ກໍມີທາດດິນຈີ່ອີກທາດ ເຊິ່ງມີ ປະຫວັດບໍ່ຈະແຈ້ງ ສັນນິຖານ ວ່າສ້າງຂຶ້ນລຸ້ນຫລັງການສູນເສຍ ນະຄອນກະເດົາທຶກ ຂອງພວກ ຂອມ. ດັ່ງນັ້ນ, ທັງ 2 ພະທາດ ນີ້ ຈຶ່ງເປັນທີ່ສົນໃຈຫລາຍຂອງ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ມາທ່ຽວຊົມ ໃນປີ 1998 ແຂວງ ສາລະວັນ ໄດ້ໃຊ້ ງົບປະມານສໍາລັບເຮັດຮົ້ວອ້ອມ ບໍລິເວນທາດດັ່ງກ່າວ ພ້ອມນັ້ນ ກໍໄດ້ຖືກບັນທຶກເຂົ້າບັນຊີມໍລະດົກ ທາງດ້ານວັດທະນາທຳຂອງ ແຂວງ ສາລະວັນ ເພື່ອສືບຕໍ່ ບູລະນະ-ປະຕິສັງຂອນ ໃນຂັ້ນ ຕໍ່ໄປ.
RkJQdWJsaXNoZXIy MTc3MTYxMQ==