5976

xtgmf]k; 4 3]d c]t gsfdko 04/10/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp lnj ,;o-q ovk-Po pq d]tfa [7;k,I6h dj P;da [7;k,xvfwr0v'gfa d ln [8=j xa [x5 '0tc|' rt]a 'ko0v']k; dt85 h odko]q 'mb o *** ຕໍ່ຈາກໜ້າ 1 *** ຂະແໜງການທ່ອງທ່ຽວ... ຣາຊະທານີ, ມີຜູ້ປະກອບການທ່ອງ ທ່ຽວຈາກຈັງຫວັດຍະໂສທອນ, ອຸບົນ ຣາຊະທານີ, ອໍານາດຈະເລີນ, ອຸດອນ ທານີ, ໜອງຄາຍ ແລະ ຈັງຫວັດມະ ຫາສານະຄາມ ເຂົ້າຮ່ວມ. ທັງນີ້ ກໍເພື່ອ ຊຸກຍູ້, ສົ່ງເສີມທຸລະກິດການທ່ອງ ທ່ຽວລາວ-ໄທ ໄດ້ມີການແລກປ່ຽນ ຂໍ້ມູນລາຍການທ່ອງທ່ຽວ, ຮູບເເບບ ການຈັດລາຍການທ່ອງທ່ຽວ, ສ້າງ ລາຍການເຊື່ອມຕໍ່, ຮັບ-ສົ່ງນັກທ່ອງ ທ່ຽວແລະການຊື້-ຂາຍລາຍການທ່ອງ ທ່ຽວ ເຊິ່ງກັນ ເເລະ ກັນ. ພ້ອມນີ້, ຍັງ ເປັນການເພີ່ມທະວີ ສ້າງຄວາມໝັ້ນໃຈ ໃຫ້ເເກ່ຜູ້ປະກອບການທຸລະກິດທ່ອງ ທ່ຽວ, ທຸລະກິດປີ່ນອ້ອມຂອງ 2 ປະ ເທດ ໄດ້ຂຸດຄົ້ນທ່າເເຮງຜະລິດຕະພັນ ການທ່ອງທ່ຽວເຊິ່ງກັນແລະກັນ. ການ ຈັດງານດັ່ງກ່າວ ແມ່ນຮູບເເບບໜຶ່ງ ຂອງການໂຄສະນາຜະລິດຕະພັນການ ທ່ອງທ່ຽວ ໂດຍໃຊ້ເວທີການພົບປະ ແບບເຊິ່ງໜ້າ ແບບ B2B ພາກທຸລະ ກິດພົບປະພາກທຸລະກິດ ເພື່ອໃຫ້ເກີດ ການສ້າງເຄືອຂ່າຍ ຂອງ 2 ປະເທດ ນັບມື້ກວ້າງຂວາງຂຶ້ນຕື່ມ ຢູ່ໃນຕະ ສສ ຫວຽດນາມ ໄດ້ມີຄໍາເຫັນວ່າ: ຊຸດ ຝຶກອົບຮົມໃນຄັ້ງນີ້, ຈັດຂຶ້ນເພື່ອຍົກ ລະດັບຄວາມຮູ້, ຄວາມສາມາດ ໃຫ້ສື່ ມວນຊົນ ຂອງບັນດາປະເທດສະມາຊິກ ອາຊຽນ ກໍຄື ບັນດາສື່ມວນຊົນລາວ ທີ່ເຂົ້າຮ່ວມໃນຄັ້ງນີ້, ໄດ້ຮັບຮູ້ແລະ ເຂົ້າ ໃຈຢ່າງເລິກເຊິ່ງ ກ່ຽວກັບຄວາມປອດ ໄພຂອງເດັກນ້ອຍ ໃນສື່ອອນລາຍ, ທັກ ສະການຜະລິດຂ່າວ, ການສົ່ງເສີມການ ຮ່ວມມືແລະການສ້າງເຄືອຂ່າຍໃນການ ແລກປ່ຽນໃນອະນາຄົດ ແລະ ອື່ນໆ ເນື່ອງຈາກວ່າ ປັດຈຸບັນ, ສື່ສັງຄົມອອນ ລາຍ ມີຄວາມສຳຄັນຫລາຍຕໍ່ເດັກນ້ອຍ ແລະໄວໜຸ່ມເຊິ່ງມີທັງດ້ານດີແລະດ້ານ ບໍ່ດີ. ສະນັ້ນ, ສື່ມວນຊົນຈະເຮັດແນວ ໃດ ເພື່ອປົກປ້ອງເດັກນ້ອຍ ໃຫ້ມີຄວາມ ປອດໄພຈາກການໃຊ້ສື່ສັງຄົມອອນ ລາຍ, ທັງນີ້ ເພື່ອແນໃສ່ເຮັດໃຫ້ສື່ມວນ ຊົນໃນອາຊຽນ ນຳເອົາຄວາມຮູ້, ບົດ ຮຽນ ທີ່ຖອດຖອນໄດ້ໃນຄັ້ງນີ້ ໄປໝູນ ໃຊ້ເຂົ້າໃນການຈັດຕັ້ງປະຕິບັດ ວຽກ ງານວີຊາສະເພາະຂອງຕົນໃຫ້ປະສົບ ຜົນສຳເລັດຕາມການມອບໝາຍ. ພ້ອມ ນີ້, ທັງເປັນການຮັດແໜ້ນການພົວພັນ ຮ່ວມມື ວຽກງານສື່ມວນຊົນ ຂອງບັນ ດາປະເທດສະມາຊິກອາຊຽນ ໃນການ ຜະລິດຂ່າວທີ່ປອດໄພສຳລັບເດັກນ້ອຍ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນ ແຟ້ນຂຶ້ນເລື້ອຍໆ. ຊຸດຝຶກອົບຮົມໃນຄັ້ງນີ້, ສຳມະນາ ກອນ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ກັບບັນດາວິທະຍາກອນແລະ ແລກປ່ຽນ ຄຳຄິດຄຳເຫັນ, ຄວາມຮູ້ເຊິ່ງກັນ ແລະ ກັນຢ່າງກົງໄປກົງມາດ້ວຍບັນຍາກາດ ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ. ຂ່າວ-ພາບ: ກິດຕາ ຫລາດທ່ອງທ່ຽວພາກພື້ນ ອີກດ້ວຍ. ທ່ານ ຄົມ ດວງຈັນທາ ໄດ້ໃຫ້ຮູ້ວ່າ: ປີ 2024 ເປັນປີໜຶ່ງທີ່ມີຄວາມໝາຍ ຄວາມສໍາຄັນ ເຊິ່ງ ສປປ ລາວ ເປັນປະ ທານອາຊຽນຕາມຮອບໝູນວຽນແລະ ລັດຖະບານ ໄດ້ປະກາດເປັນປີທ່ອງ ທ່ຽວລາວ 2024, ກະຊວງ ຖະແຫລງ ຂ່າວ ວັດທະນະທໍາ ເເລະ ທ່ອງທ່ຽວ ໄດ້ສົມທົບກັບພະແນກ ຖວທ ນະຄອນ ຫລວງ, ພະແນກ ຖວທ ຂອບເຂດທົ່ວ ປະເທດ ກຳນົດກິດຈະກຳການທ່ອງ ທ່ຽວມີ 79 ລາຍການ. ໃນນີ້, 14 ລາຍ ການເເມ່ນລະດັບຊາດ ແລະ 65 ລາຍ ການເເມ່ນລະດັບທ້ອງຖິ່ນ. ລັດຖະບານ ສປປ ລາວ ໄດ້ລົງທືນຂະໜາດໃຫຍ່ ເຂົ້າໃນການພັດທະນາໂຄງລ່າງພື້ນ ຖານດ້ານການທ່ອງທ່ຽວ, ປັບປຸງເສັ້ນ ທາງ, ສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອຮອງຮັບໃຫ້ແກ່ ນັກທ່ອງທ່ຽວ ເຊິ່ງຕະຫລາດນັກທ່ອງທ່ຽວພາກພື້ນ ເປັນຕະຫລາດທີ່ສໍາຄັນສໍາລັບການ ທ່ອງທ່ຽວລາວ. ໃນນັ້ນ, ນັກທ່ອງທ່ຽວ ໄທມີຈຳນວນຫລວງຫລາຍເດີນທາງ ມາທ່ຽວລາວ ແລະ ໄດ້ກາຍເປັນເປົ້າ ໝາຍຕະຫລາດທ່ອງທ່ຽວຈັດໃນອັນ ດັບ 1 ທີ່ເດີນທາງມາທ່ອງທ່ຽວລາວ ແລະ ມີທ່າອ່ຽງນັບມື້ນັບເພີ່ມຂຶຶ້ນ. ໃນປີ 2020ມີນັກທ່ອງທ່ຽວໄທເຂົ້າມາທ່ອງ ທ່ຽວລາວ ຈໍານວນ 350.103 ເທື່ອ ຄົນ, ປີ 2023 ມີ 1.326.705 ເທື່ອ ຄົນ ແລະ 8 ເດືອນຕົ້ນປີ 2024 ມີຈໍາ ນວນ 855.228 ເທື່ອຄົນ, ກວມເອົາ 32,24% ຂອງນັກທ່ອງທ່ຽວສາກົນ ທັງໝົດ. ໂອກາດດຽວກັນ, ທ່ານ ນາງ ລັດດາວັນ ແສນໂຍທະກະ ໄດ້ໃຫ້ຮູ້ວ່າ: ການຈັດງານພົບປະຂອງຜູ້ປະກອບ ການທຸລະກິດການທ່ອງທ່ຽວ ໃນຄັ້ງນີ້, ເປັນການໂຄສະນາແຫລ່ງທ່ອງທ່ຽວ, ທີ່ສໍາຄັນໄດ້ເຜີຍແຜ່ຜ່ານວິດີໂອ ໃຫ້ບໍລິ ສັດທ່ອງທ່ຽວ ໄດ້ຈັດເຂົ້າໃນລາຍທ່ອງ ທ່ຽວ ລວມເຖິງຮ້ານອາຫານ, ໂຮງ ແຮມທີ່ມີຊື້ສຽງຂອງແຕ່ລະຈັງຫວັດ ເຊັ່ນ: ຈັງຫວັດຍະໂສທອນ, ອຸບົນຣາຊະ ທານີ, ອໍານາດຈະເລີນ ແລະ ຈັງຫວັດ ມະຫາສານະຄາມ ເພື່ອສ້າງຄວາມ ໝັ້ນໃຈໃຫ້ເເກ່ຜູ້ປະກອບການທຸລະກິດ ທ່ອງທ່ຽວແລະທຸລະກິດປີ່ນອ້ອມຂອງ 2 ປະເທດ. ຂ່າວ-ພາບ: ວີລະວັນ າດແຫ່ງສສຫວຽດນາມ(VOV) ຈັດຝຶກອົບຮົມຍົກລະດັບຄວາມຮູ້ ໃນກ ານເພີ່ມທະວີທັກສະການລາຍງານຂ່ າວ ໃຫ້ສື່ມວນຊົນພາກພື້ນອາຊຽນ ກ່ຽວກັບຄວາມປອດໄພຂອງເດັກນ້ອຍ ຈາກສື່ອອນລາຍ ໃນວັນທີ 3-5 ຕຸລາ 2024 ຢູ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໂດຍມີສື່ມວນຊົນຈາກ 10 ປະເທດອາຊຽນເຂົ້າຮ່ວມ. ໂອກາດນີ້, ທ່ານ ໂງ ມິນ ຫຽນ (Ngo Minh Hien) ຮອງຜູ້ອຳນວຍ ການວິທະຍຸກະຈາຍສຽງແຫ່ງຊາດ ,l g,n v'\= lts]v' ;a o76 csj '-kf 7 85 ]k ຂປລ.ແຫລ່ງຂ່າວຈາກເມືອງແກ່ນ ທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໂຮງ ຮຽນມັດທະຍົມສົມບູນເມືອງໜໍ ເມືອງ ແກ່ນທ້າວ ຈັດພິທີສະເຫລີມສະຫລອງ ວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 30 ປີ ໃນວັນທີ 1 ຕຸລາ 2024 ເພື່ອທົບທວນ ຄືນຄຸນງາມຄວາມດີ ຂອງຄູ-ອາຈານ ທີ່ມີຕໍ່ປະເທດຊາດ ກໍຄື ມວນມະນຸດ, ທັງເປັນການສ້າງເງື່ອນໄຂ ໃຫ້ທຸກຄົນ ໃນສັງຄົມ ໄດ້ສະແດງຄວາມກະຕັນຍູ, ກະຕະເວທີ ຕໍ່ຄູທີ່ພວມສິດສອນ ແລະ ຄູອາວຸໂສບຳນານດ້ວຍຮູບການຕ່າງໆ ເຊັ່ນ: ໄປຢ້ຽມຢາມຖາມຂ່າວ, ປະກອບ ສ່ວນວັດຖຸປັດໄຈ, ປະກອບຄໍາເຫັນ ເພື່ອ ພັດທະນາ ໂຮງຮຽນທີ່ຕົນເອງ ເຄີຍສຶກ ສາຮໍ່າຮຽນຕາມເງື່ອນໄຂຕົວຈິງ ແຕ່ ລະບຸກຄົນ ແລະ ແຕ່ລະພາກສ່ວນ. ດັ່ງນັ້ນ, ພັກ ແລະ ລັດຖະບານແຫ່ງ ສປປ ລາວ ຈຶ່ງກຳນົດໃຫ້ມີວັນຄູແຫ່ງ ຊາດລາວ ໂດຍກໍານົດເອົາວັນເຂົ້າຮັບ ລັດຖະການຂອງນາຍຄູຄໍາ ຊຶ່ງແມ່ນ ຄູຜູ້ມີສັນຊາດລາວ ຄົນທໍາອິດໃນປີ 1907ແລະຈັດຕັ້ງສະເຫລີມສະຫລອງ ນັບແຕ່ວັນທີ 7 ຕຸລາ 1994 ເປັນ ຕົ້ນມາ. ການສະເຫລີມສະຫລອງວັນຄູ ແຫ່ງຊາດ 7 ຕຸລາ ໃນຄັ້ງນີ້, ມີທ່ານ ດຣ ບຸນຍັງ ພັນທະວົງ ຮອງເຈົ້າເມືອງແກ່ນ ທ້າວ, ຜູ້ຊີ້ນໍາວຽກງານວັດທະນະທໍາ- ສັງຄົມ, ທ່ານ ສຸລິຍາສັກ ລັດຖະຫວັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ອານຸເດດ ພິທັກ ຜູ້ ອໍານວຍການໂຮງຮຽນມັດທະຍົມສົມ ບູນເມືອງໝໍ, ມີຮອງອໍານວຍການໂຮງ ຮຽນ, ຄູອາວຸໂສບໍານານ, ອົງການປົກ ຄອງບ້ານເມືອງໝໍ, ປະທານສະມາຄົມ ພໍ່ແມ່ນັກຮຽນ, ຜູ້ປົກຄອງນັກຮຽນ, ຄູ- ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ. ຂ່າວ: ແກ່ນທ້າວ ຂປລ. ເມື່ອບໍ່ດົນມານີ້, ທະນາ ຄານພັດທະນາອາຊີ (ADB) ໄດ້ ອະນຸມັດທຶນຊ່ວຍເຫລືອທາງດ້ານ ວິຊາການສຳລັບໂຄງການມູນຄ່າ 3,25 ລ້ານໂດລາສະຫະລັດ ເພື່ອ ເພີ່ມທະວີການປັບປຸງຂະແໜງພະ ລັງງານໄຟຟ້າຢູ່ສປປລາວ ເຊິ່ງທຶນ ຊ່ວຍເຫລືອດັ່ງກ່າວ ຈະເນັ້ນໃສ່ ການປັບປຸງການປົກຄອງບໍລິຫານ ແລະ ການປັບປຸງນະໂຍບາຍ ເພື່ອ ສ້າງເງື່ອນໄຂໃຫ້ແກ່ການສະໜອງ ໄຟຟ້າສະອາດທີ່ຍືນຍົງ ແລະ ເຊື່ອ ຖືໄດ້ໃນຂົງເຂດອະນຸພາກພື້ນແມ່ ນໍ້າຂອງ (GMS). ໂຄງການຍັງ ຈະຊ່ວຍວາງແນວທາງໃຫ້ແກ່ການ ເພີ່ມທະວີການລົງທຶນ ແລະ ການ ເຂົ້າຮ່ວມຂອງພາກເອກະຊົນໃນ ດ້ານພະລັງງານທົດແທນ. ທ່ານ ນາງໂຊໂນມິ ທະນາກະ ຫົວໜ້າສຳນັກງານ ADB ປະຈຳ ສປປ ລາວ ໄດ້ໃຫ້ຮູ້ວ່າ: ສປປ ລາວ ມີທ່າແຮງຢ່າງຫລວງຫລາຍທີ່ຈະ ຂະຫຍາຍພະລັງງານທົດແທນ ເພື່ອ ສ້າງລາຍຮັບ ແລະ ຫລຸດຜ່ອນຜົນ ກະທົບຈາກການປ່ຽນແປງດິນຟ້າ ອາກາດ, ແຕ່ຕ້ອງສົ່ງເສີມການລົງ ທຶນຂອງພາກເອກະຊົນ ຜ່ານການ ປັບປຸງໂຄງສ້າງແລະການຄຸ້ມຄອງ ເສດຖະກິດມະຫາພາກ. ສິ່ງເຫລົ່ານີ້ ແມ່ນຈຳເປັນເພື່ອສ້າງຄວາມໜ້າ ເຊື່ອຖືຂອງປະເທດ ແລະ ເລັ່ງລັດ ການຄຸ້ມຄອງການເງິນພາກລັດໃຫ້ ຍືນຍົງ. ລັດຖະບານ ຕັ້ງເປົ້າໃຫ້ປະເທດ ກາຍເປັນ “ສູນກາງພະລັງງານສີ ຂຽວ” ໃນຂົງເຂດອະນຸພາກພື້ນ ແມ່ນໍ້າຂອງ. ເຖິງຢ່າງໃດກໍຕາມ, ຂະແໜງການພະລັງງານຂອງ ປະເທດ ພວມຈັດການກັບຊ່ອງວ່າງ ການປະຕິຮູບແລະບັນຫາທາງດ້ານ ການເງິນ ເຊິ່ງກຳລັງກີດຂວາງການ ລົງທຶນໃນພື້ນຖານໂຄງລ່າງທາງ ດ້ານສາຍສົ່ງ ແລະ ການຈຳໜ່າຍ, ພ້ອມທັງຄວາມອາດສາມາດຂອງ ປະເທດ ເພື່ອໃຫ້ບັນລຸເປົ້າໝາຍການ ຫັນປ່ຽນພະລັງງານໃນພາກພື້ນ. ທຶນຊ່ວຍເຫລືອທາງດ້ານວິຊາ ການພາຍໃຕ້ ໂຄງການປັບປຸງຂະ ແໜງພະລັງງານເພື່ອຄວາມຍືນ ຍົງດ້ານງົບປະມານ ຈະຊ່ວຍລັດຖະ ບານ ສປປ ລາວ ໃນການປັບປຸງລະ ບຽບການຂະແໜງພະລັງງານ, ການປັບປຸງອັດຕາຄ່າໄຟຟ້າ ແລະ ການຈັດການຄຸ້ມຄອງບໍລິຫານ; ປັບ ປຸງການເຂົ້າເຖິງຕະຫລາດສໍາລັບ ການເຂົ້າຮ່ວມຂອງພາກເອກະຊົນ ໃນການຂະຫຍາຍພະລັງງານສະ ອາດ; ປັບປຸງລະບົບການຄຸ້ມຄອງ ການປົກປ້ອງທາງດ້ານສັງຄົມແລະ ສິ່ງແວກລ້ອມຂອງສາທາລະນູປະ ໂພກດ້ານໄຟຟ້າ ແລະ ສ້າງຄວາມ ເຂັ້ມແຂງແກ່ການພັດທະນາຄວາມ ສາມາດດ້ານຊັບພະຍາກອນມະນຸດ ເພື່ອການຈັດຕັ້ງປະຕິບັດການປັບ ປຸງຂະແໜງພະລັງງານ. ADB ມີຄວາມມຸ່ງໝັ້ນເພື່ອບັນ ລຸໃຫ້ພາກພື້ນອາຊີ ແລະ ປາຊີຟິກ ຈະເລີນຮຸ່ງເຮືອງ, ພັດທະນາຢ່າງ ທົ່ວເຖິງ, ພ້ອມຮັບການປ່ຽນປ່ຽນ ແລະ ຍືນຍົງ, ພ້ອມທັງມີຄວາມພະ ຍາຍາມໃນການລົບລ້າງຄວາມທຸກ ຍາກ. ADB ສ້າງຕັ້ງຂຶ້ນໃນປີ 1966, ມີ68ປະເທດສະມາຊິກຊຶ່ງ ໃນ ນັ້ນມີ 49 ປະເທດມາຈາກພາກ ພື້ນອາຊີ ແລະ ປາຊີິຟິກ.

RkJQdWJsaXNoZXIy MTc3MTYxMQ==