5976

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 04/10/2024 xtgmf]k; ທາບທາມເນື້ອໃນເອກະສານ... ໂທລະສານ... ຄູອາຈານເສຍຊີວິດ ແລະ ໄດ້ຮັບບາດເຈັບ ຈາກເຫດການໃນຄັ້ງນີ້. ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແລະໃນນາມສ່ວນຕົວ,ຂ້າພະເຈົ້າຂໍສະແດງຄວາມເສົ້າສະຫລົດໃຈ ແລະ ສຸດທີ່ເຫັນອົກເຫັນໃຈ ມາຍັງ ທ່ານ ແລະ ຜ່ານທ່ານ ໄປຍັງລັດຖະບານ ແລະ ປະຊາຊົນໄທ ໂດຍສະເພາະ ຕໍ່ຄອບ ຄົວຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກເຫດການເສົ້າ ສະຫລົດໃຈໃນຄັ້ງນີ້. ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳ-ນຳພາ ຢ່າງໃກ້ຊິດຂອງທ່ານ ກໍຄື ລັດຖະບານ ຈະສາມາດຜ່ານຜ່າຄວາມທຸກໂສກ ແລະ ຄວາມຫຍຸ້ງຍາກຕ່າງໆ ທີ່ເກີດຂຶ້ນໃນຄັ້ງນີ້. ແຈ້ງປິດການສັນຈອນ... ຈະເຂົ້າ-ອອກ ຕົວເມືອງ ແມ່ນຫ້າມຜ່ານແຕ່ວົງວຽນສະຖານີໂທລະພາບແຫ່ງ ຊາດລາວ ຫາ ສີ່ແຍກໄຟອຳນາດຫໍປະຊຸມແຫ່ງຊາດ, ກໍລະນີຈະໄປໜອງໜ່ຽງ ໃຫ້ໄປໃຊ້ຖະໜົນດົງໂດກ ຫາ ຖະໜົນ 450 ປີ ແລະ ລົດຈາກໜອງໜ່ຽງ ຈະເຂົ້າ ຕົວເມືອງ ກໍສາມາດນຳໃຊ້ເສັ້ນທາງຫົວຂົວ-ທາດ ຫລວງ. ໃຫ້ງົດການສັນຈອນພາຫະນະທຸກປະເພດຊົ່ວຄາວ ເປັນບາງເວລາຕາມຖະ ໜົນ ດັ່ງນີ້: ຖະໜົນສຸພານຸວົງ ແຕ່ ສາມແຍກສີໄຄ ຫາ ສີ່ແຍກໄຟອໍານາດສີຫອມ (ຫລັກ 1); ຖະໜົນເສດຖາທິລາດ ແຕ່ ສີ່ແຍກໄຟອຳນາດສີຫອມ (ຫລັກ 1) ຫາ ສີ່ແຍກໄຟອຳນາດທາດຂາວ; ຖະໜົນສາມແສນໄທ ແຕ່ສີ່ແຍກໄຟອຳນາດທາດ ຂາວ ຫາ ສາມແຍກສວນເຈົ້າຟ້າງຸ່ມ (ຫລັກ 2); ຖະໜົນເຈົ້າຟ້າງຸ່ມ ແຕ່ ສາມ ແຍກທາດຂາວ ຫາ ສາມແຍກປາກປ່າສັກ; ຖະໜົນລ້ານຊ້າງ ແຕ່ ສາມແຍກ ຫໍຄຳ ຫາ ປະຕູໄຊ. ພ້ອມນີ້, ແມ່ນຫ້າມຈອດພາຫະນະທຸກປະເພດຕາມແຄມທາງ, ທາງຄົນຍ່າງ (ຟຸດບາດ) ຢ່າງເດັດຂາດ ຢູ່ຕາມເສັ້ນທາງທີ່ ໄດ້ລະບຸໄວ້ໃນຂ້າງເທິງ. ໃຫ້ນັກຂັບຂີ່ທຸກປະເພດ ປະຕິບັດຕາມການສັນຍານຂອງເຈົ້າໜ້າທີ່ຕໍາຫລວດ ຈະລາຈອນ ທີ່ປະຈຳຢູ່ແຕ່ລະຈຸດຢູ່ຕາມເສັ້ນທາງ. ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃຫ້ມີເນື້ອໃນເລິກ ເຊິ່ງ, ຄົບຖ້ວນ, ຖືກຕ້ອງສອດຄ່ອງ ແລະ ແທດຕົວຈິງ, ທັງສອງແສງໄດ້ສະ ຕິປັນຍາລວມໝູ່ ແລະ ການເສີມຂະ ຫຍາຍປະຊາທິປະໄຕພາຍໃນພັກຢ່າງ ກວ້າງຂວາງ, ສ້າງຄວາມເປັນເອກະ ພາບທາງດ້ານທັດສະນະ, ຄວາມຮັບ ຮູ້, ຄວາມເຂົ້າໃຈແຕ່ຫົວທີ ຂອງບັນດາ ຄະນະພັກ, ພະນັກງານຫລັກແຫລ່ງ ຂອງທ້ອງຖິ່ນ ຕໍ່ຮ່າງເອກະສານຕົ້ນຕໍ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ທາບທາມເນື້ອໃນກອງປະຊຸມ... ພັກ. ຈາກນັ້ນ, ຖືເປັນເນື້ອໃນພື້ນຖານ ເພື່ອໃຫ້ບັນດາອົງຄະນະພັກ ນຳໄປປັບ ປຸງການກະກຽມເນື້ອໃນກອງປະຊຸມ ໃຫຍ່ຂອງຕົນ ໃຫ້ສອດຄ່ອງ, ກົມກຽວ ກັນ ແລະ ສາມາດຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ. ໃນໂອກາດນີ້ສະຫາຍນາງສູນທອນ ໄຊຍະຈັກ ປະທານກອງປະຊຸມໄດ້ຮຽກ ຮ້ອງໃຫ້ຜູ້ແທນເຂົ້າຮ່ວມກອງປະຊຸມ ຍົກສູງຄວາມຮັບຜິດຊອບການເມືອງ, ປະກອບຄໍາຄິດຄໍາເຫັນ ຕໍ່ສອງເອກະ ສານດັ່ງກ່າວ ຢ່າງກົງໄປກົງມາ, ສ້າງ ສັນ, ມີປະຊາທິປະໄຕ ແລະ ຕີລາຄາ ບັນຫາຕ່າງໆ ຢ່າງຈະແຈ້ງ, ຊັດເຈນ ແລະ ແທດກັບຕົວຈິງ, ມີການອະທິບາຍ ບັນຫາໃຫ້ຈະແຈ້ງ, ຊັດເຈນ ເພື່ອເປັນ ພື້ນຖານໃຫ້ອະນຸກຳມະການເນື້ອໃນ ນໍາເອົາໄປສືບຕໍ່ຄົ້ນຄວ້າ, ປັບປຸງຮ່າງ ເອກະສານຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໃຫ້ຈະແຈ້ງ, ຄົບຖ້ວນ, ຮັດກຸມ ແລະ ສົມບູນຂຶ້ນກວ່າເກົ່າ. ຫລັກແຫລ່ງ ຂອງແຕ່ລະອົງຄະນະພັກ ແຂວງ ເຂົ້າໃສ່ຮ່າງເອກະສານກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃຫ້ມີເນື້ອໃນເລິກເຊິ່ງ, ຄົບ ຖ້ວນ, ຖືກຕ້ອງສອດຄ່ອງ ແລະ ແທດ ຕົວຈິງ, ທັງສ່ອງແສງໄດ້ໝົດສະຕິປັນ ຍາລວມໝູ່ ແລະ ການເສີມຂະຫຍາຍ ປະຊາທິປະໄຕພາຍໃນພັກ ຢ່າງກວ້າງ ຂວາງ; ສ້າງຄວາມເປັນເອກະພາບທາງ ດ້ານທັດສະນະ, ຄວາມຮັບຮູ້, ຄວາມເຂົ້າ ໃຈແຕ່ຫົວທີ ຂອງບັນດາສະຫາຍຄະ ນະພັກ, ພະນັກງານຫລັກແຫລ່ງຂອງ ທ້ອງຖິ່ນ ຕໍ່ຮ່າງເອກະສານຕົ້ນຕໍຂອງ ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ. ຈາກນັ້ນ, ຖືເປັນເນື້ອໃນພື້ນຖານ ເພື່ອໃຫ້ ບັນດາອົງຄະນະພັກແຂວງ ນໍາໄປປັບ ປຸງການກະກຽມເນື້ອໃນກອງປະຊຸມ ໃຫຍ່ຂອງຕົນໃຫ້ສອດຄ່ອງ, ກົມກຽວ ກັນແລະສາມາດຜັນຂະຫຍາຍແລະຈັດ ຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ. ໂອກາດນີ້ ສະຫາຍ ດາວສະຫວັນ ເຄືອມີໄຊ ຮອງຫົວໜ້າສະຖາບັນການ ເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ສະເໜີກ່ຽວກັບຮ່າງລາຍງານການ ເມືອງ ແລະ ສະຫາຍ ເພັດ ພົມພິພັກ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ ໄດ້ສະເໜີຮ່າງແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ຄັ້ງທີ X. ຮ່າງລາຍງານການເມືອງ ປະກອບ ດ້ວຍ 10 ຫົວຂໍ້ໃຫຍ່ ເຊິ່ງໄດ້ຕີລາຄາ ການຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ ໃນ 5 ປີ ຜ່ານ ມາ, ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ, ບັນຫາທີ່ຕັ້ງຂຶ້ນ, ສາເຫດແລະບົດຮຽນ ທີ່ຖອດຖອນໄດ້, ພ້ອມທັງໄດ້ປະເມີນ ຜົນແບບກວມ ລວມ 40 ປີ ແຫ່ງການ ປະຕິບັດແນວທາງປ່ຽນແປງໃໝ່ຮອບ ດ້ານ ທີ່ມີຫລັກການ ຂອງພັກເຮົາ ແລະ ໄດ້ກໍານົດບັນດາເນື້ອໃນທິດທາງ, ໜ້າ ທີ່, ແຜນນະໂຍບາຍໃຫຍ່ ເພື່ອສືບຕໍ່ ຍູ້ແຮງພາລະກິດປ່ຽນແປງໃໝ່ຮອບ ດ້ານ ມີຫລັກການຂອງພັກ ໃນແຕ່ລະ ຂົງເຂດວຽກງານ ໃນຊຸມປີຕໍ່ໜ້າ. ສໍາ ລັບຮ່າງແຜນພັດທະນາເສດຖະກິດ- ສັງຄົມ 5 ປີ ຄັ້ງທີ X ກໍໄດ້ສະຫລຸບຕີ ລາຄາໝາກຜົນ ຂອງການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ກໍານົດ 6 ເປົ້າໝາຍ ແລະ ແຜນວຽກຈຸດ ສຸມ ຂອງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ5ປີຄັ້ງທີX(20262030) ໂດຍຄົ້ນຄວ້າ, ວາງແຜນ ໃຫ້ ສອດຄ່ອງກັບສະພາບການແລະຄວາມ ຮຽກຮ້ອງຕ້ອງການຂອງການພັດທະ ນາ, ຖືກກັບຈຸດພິເສດ, ທ່າແຮງ ແລະ ການຂະຫຍາຍຕົວດ້ານເສດຖະກິດສັງຄົມ ຂອງປະເທດເຮົາ ກໍຄື ທ່າອ່ຽງ ລວມ ຂອງຍຸກສະໄໝ. ຈາກນັ້ນ,ຜູ້ເຂົ້າຮ່ວມກອງປະຊຸມໄດ້ ຍົກສູງຄວາມຮັບຜິດຊອບການເມືອງ ປະກອບຄໍາຄິດຄໍາເຫັນຕໍ່ສອງເອກະ ສານດັ່ງກ່າວ ຢ່າງກົງໄປກົງມາ, ສ້າງ ສັນ, ມີປະຊາທິປະໄຕ ແລະ ເບິ່ງບັນຫາ, ຕີລາຄາບັນຫາຕ່າງໆຢ່າງຈະແຈ້ງ, ຊັດເຈນ ແລະ ແທດກັບຕົວຈິງ, ມີການ ສະເໜີບັນຫາ ໃນຫລາຍແງ່ມູມ, ຍົກ ເຫດຍົກຜົນເພື່ອອະທິບາຍບັນຫາ ເພື່ອ ໃຫ້ອະນຸກໍາມະການເນື້ອໃນ ນໍາເອົາໄປ ສືບຕໍ່ຄົ້ນຄວ້າ, ປັບປຸງ ຮ່າງເອກະສານ ຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງ ພັກ ໃຫ້ຈະແຈ້ງ, ຄົບຖ້ວນ, ຮັດກຸມ ແລະ ສົມ ບູນຂຶ້ນກວ່າເກົ່າ. ຂ່າວ: ຫ້ອງວ່າການສູນກາງພັກ. ທາບທາມເນື້ອໃນກອງປະຊຸມ... ມາດອອກສູ່ສັງຄົມ ເພື່ອສ້າງສາພັດທະ ນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ. ທ່ານ ນາງ ສີສົມພອນ ນວນຜາລີ ຜູ້ອຳນວຍການໂຮງຮຽນອະນຸບານ ກະຊວງສາທາລະນະສຸກ ໃຫ້ສຳພາດ ໃນວັນທີ 2 ຕຸລາ 2024 ເນື່ອງໃນໂອ ກາດວັນຄູແຫ່ງຊາດ ຄົບຮອບ 30 ປີ (7/10/1994-7/10/2024) ໂດຍ ທ່ານໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມ ສຳຄັນຂອງຄູ ເຊິ່ງຄູຄືຜູ້ທີ່ມີຄວາມສຳ ຄັນ ຫລາຍໃນການພັດທະນາຊັບພະຍາ ກອນມະນຸດ, ເປັນຜູ້ຖ່າຍທອດຄວາມຮູ້, ຄວາມສາມາດໃຫ້ແກ່ສັງຄົມ ກໍຄື ທຸກ ຄົນ ນັບແຕ່ຍັງນ້ອຍ ຈົນເທົ້າໃຫຍ່ ໃຫ້ ເປັນຄົນຮູ້ຜູ້ດີ, ມີຄວາມຮູ້, ຄວາມສາ ມາດໃນດ້ານຕ່າງໆກ່າວໄປສູ່ການພັດ ທະນາປະເທດຊາດ ໃຫ້ໄດ້ຮັບການພັດ ທະນາຈົນຮອດປັດຈຸບັນ. ພ້ອມນີ້, ທ່ານ ຍັງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ ໃນໄລຍະ 1 ປີ ຜ່ານມາ ເຊິ່ງໂຮງຮຽນ ອະນຸບານ ກະຊວງສາທາລະນະສຸກ ສາມາດຍາດໄດ້ຜົນສຳເລັດໃນຫລາຍ ດ້ານ ເປັນຕົ້ນ ວຽກງານການສິດສອນ ໄດ້ເອົາໃຈໃສ່ຕໍ່ວຽກງານການເບິ່ງແຍງ, ລ້ຽງດູ, ສິດສອນເດັກ, ເດັກກ່ອນໄວ ຮຽນແລະຈັດການຮຽນ-ການສອນໃຫ້ ໄປຕາມ 3 ລັກສະນະ ແລະ 5 ຫລັກມູນ ຂອງການສຶກສາ, ສອນຕາມແຜນການ ຂອງໂຮງຮຽນວາງອອກໂດຍຖືເອົາເດັກ ເປັນໃຈກາງ. ນອກນັ້ນ, ຍັງໄດ້ເອົາໃຈ ໃສ່ຕໍ່ວຽກງານອະນາໄມ, ປະດັບປະດາ ຫ້ອງໃຫ້ສະອາດສວຍງາມ, ນໍາພາເດັກ ອອກຫລິ້ນກາງແຈ້ງ, ພ້ອມທັງເຂົ້າ ຮ່ວມໂມງສອນຖອດຖອນບົດຮຽນພາຍ ໃນໂຮງຮຽນ ເພື່ອເປັນການຍົກສູງຄຸນ ນະພາບຂອງຄູສອນ. ນອກຈາກການ ສິດສອນໃນຫ້ອງແລ້ວ, ຄູຍັງໄດ້ນໍາພາ ເດັກອອກສອນນອກຫ້ອງ, ເຂົ້າຫ້ອງ ສະໝຸດ ເພື່ອເຮັດໃຫ້ເດັກໄດ້ພັດທະນາ ຄວາມພ້ອມໃນດ້ານຕ່າງໆຕາມໄວອາຍຸ ແລະ ໄດ້ປະເມີນຜົນການຮຽນຮູ້ຂອງ ເດັກ ຫລັງຈາກຈັດກິດຈະກໍາແລ້ວ. ສຳລັບ ວຽກງານໂພຊະນາການ ທາງໂຮງຮຽນໄດ້ເອົາໃຈໃສ່ປຸງແຕ່ງ ອາຫານກາງເວັນ ໃຫ້ເດັກໄດ້ກິນທັນເວ ລາ, ມື້ໜຶ່ງ 2 ຄາບ ໂດຍຖືເອົາອາຫານ ຫລັກ6ໝູ່ໃນການປຸງແຕ່ງ, ເຖິງວ່າລາ ຄາອາຫານໃນທ້ອງຕະຫລາດຈະມີ ການເໜັງຕີງກໍຕາມ ແຕ່ພວກເຮົາກໍສູ້ ຊົນໃຫ້ເດັກ ໄດ້ຮັບສານອາຫານຕາມ ຄວາມຕ້ອງການ. ຂ່າວ:ທະນູທອງ; ພາບ: ວັນເພັງ ໂອກາດນີ້, ທ່ານຮອງປະທານສະ ພາແຫ່ງຊາດ ແລະ ຄະນະໄດ້ລົງເຄື່ອນ ໄຫວຕິດຕາມກວດກາ ແລະ ເກັບກໍາ ຂໍ້ມູນ ຢູ່ກຸ່ມບ້ານມັນຈີ ເມືອງເຊໂປນ ແລະ ກຸ່ມບ້ານພັດທະນາອາສິງ ເມືອງ ນອງ ໂດຍການຕ້ອນຮັບຂອງຄະນະ ນຳຂອງເມືອງ, ສສຂ ປະຈຳເຂດເລືອກ ຕັ້ງເມືອງ ຕະຫລອດຮອດອຳນາດ ການປົກຄອງຂອງທັງ 2 ເມືອງ, ທັງນີ້ ກໍເພື່ອຮັບຟັງການລາຍງານສະພາບ ລວມໂດຍຫຍໍ້ ໃນການຈັດຕັ້ງປະຕິບັດ ການເຄື່ອນໄຫວວຽກງານໃນໄລຍະ ຜ່ານມາ ຕໍ່ກັບຂໍ້ສະດວກ ແລະ ຂໍ້ຫຍຸ້ງ ຍາກ. ພ້ອມທັລໄດ້ມີການປຶກສາຫາລື ແລະ ປະກອບຄໍາຄິດ-ຄໍາເຫັນຢ່າງກົງ ໄປກົງມາ ໃນແຕ່ລະບັນຫາ ເຊິ່ງເປັນ ຂໍ້ມູນອັນສຳຄັນໃຫ້ແກ່ການລົງຕິດ ຕາມກວດກາໃນຄັ້ງນີ້. ພ້ອມນີ້, ທ່ານ ສົມມາດ ພົນເສນາ ແລະ ທ່ານ ກົງແກ້ວ ມີວໍລະຈັກ ກໍມອບເຄື່ອງນຸ່ງຫົ່ມ, ອຸປະ ກອນການຮຽນ ໃຫ້ກຸ່ມບ້ານມັນຈີ ແລະ ກຸ່ມບ້ານພັດທະນາອາສີງ ຕື່ມອີກ ຈາກນັ້ນ, ສະພາແຫ່ງຊາດ ກໍໄດ້ ຮ່ວມກັບ ສະພາປະຊາຊົນແຂວງສະ ຫວັນນະເຂດ ຈັດກອງປະຊຸມຕິດຕາມ ກວດກາການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຂອງຄະນະປະຈໍາສະພາແຫ່ງ ຊາດ ປະຈໍາປີ 2024 ພາຍໃຕ້ການ ເປັນປະທານຮ່ວມໂດຍ ທ່ານ ສົມມາດ ພົນເສນາແລະທ່ານກົງແກ້ວມີວໍລະຈັກ ເຊິ່ງກອງປະຊຸມ ໄດ້ລາຍງານກ່ຽວກັບ ການຈັດຕັ້ງປະຕິບັດການແບ່ງຂັ້ນຄຸ້ມ ຄອງ ແລະ ການຈັດຕັ້ງປະຕິບັດວຽກ ງານ 3 ສ້າງໃນໄລຍະຜ່ານມາ ແຕ່ປີ 2011 ເປັນຕົ້ນມາ, ໃນຕະຫລອດໄລ ຍະຈັດຕັ້ງປະຕິບັດ ການເຮັດທົດລອງ ວຽກງານ 3 ສ້າງ, ແຂວງສະຫວັນນະ ເຂດ ໄດ້ກຳນົດເອົາເປົ້າໝາຍ 9 ບ້ານ ທີ່ນອນໃນ 3 ເມືອງເປັນເປົ້າໝາຍໃນ ການເຮັດທົດລອງ 3 ສ້າງ. ດ້ວຍທິດ ທາງເປົ້າໝາຍສ້າງແຂວງເປັນຫົວ ໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວ ໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານ ເປັນຫົວໜ່ວຍພັດທະນາ ແລະ ຄໍາສັ່ງ 34/ນຍ, ລົງວັນທີ 23 ສິງຫາ 2016 ໃຫ້ເຂົ້າສູ່ລວງເລິກຕິດພັນກັບວຽກ ງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ; ໃນ ປີ 2020 ແຂວງໄດ້ຈັດຕັ້ງປະຕິບັດດໍາເນີນການ ປະເມີນໃຫຍ່ເປັນຄັ້ງທໍາອິດ 5 ປີ ແຕ່ປີ 2016-2020 ເຊິ່ງຜົນການປະເມີນ ໄດ້ສະແດງໃຫ້ພວກເຮົາເຫັນວ່າ ສາ ມາດບັນລຸມາດຕະຖານສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ ໃນ 7 ດ້ານ; ບັນລຸການສ້າງເມືອງເປັນຫົວໜ່ວຍ ເຂັ້ມແຂງຮອບດ້ານ ໃນ 5 ດ້ານ ມີ: ນະ ຟູຈ້ຽນ ສປ ຈີນ ໃນຄັ້ງນີ້ ຊຶ່ງເປັນການ ສືບຕໍ່ເສີມຂະຫຍາຍສາຍພົວພັນ ລະ ຫວ່າງ ສປປ ລາວ ແລະ ສປ ຈີນ ໃຫ້ນັບ ມື້ນັບເຂົ້າສູ່ລວງເລິກ. ພ້ອມທັງໄດ້ ສະແດງຄວາມຂອບໃຈມາຍັງ ທ່ານ ຊຸຍ ຈີ້ນກົງ ທີ່ໄດ້ແຈ້ງໃຫ້ຊາບກ່ຽວກັບ ສະພາບການພົ້ນເດັ່ນໃນການພັດທະ ນາເສດຖະກິດ-ສັງຄົມ, ການຄຸ້ມຄອງ ພັກຢ່າງຮອບດ້ານ ກໍຄື ການກວດກາ ລັດ ແລະ ຕ້ານການສໍ້ລາດບັງຫລວງ ແຂວງຟູຈ້ຽນສປຈີນ, ພາຍໃຕ້ການນໍາ ພາຂອງພັກກອມມູນິດຈີນ ທີ່ມີສະຫາຍ ເລຂາທິການໃຫຍ່ ສີ ຈິນຜິ້ງ ເປັນແກນ ກາງຊຶ່ງພັກ-ລັດແລະປະຊາຊົນຈີນສາ ມາດຍາດໄດ້ຜົນງານອັນໃຫຍ່ຫລວງ ໃນທຸກດ້ານຕະຫລອດໄລຍະທີ່ຜ່ານ ມາ.ທັງໝົດນັ້ນ,ໄດ້ກາຍເປັນພະລັງຊຸກ ຍູ້ ແລະ ເປັນບົດຮຽນອັນລໍ້າຄ່າສໍາລັບ ການພັດທະນາເສດຖະກິດ-ສັງຄົມ, ການຄຸ້ມຄອງພັກ, ຄຸ້ມຄອງລັດ, ການ ກວດກາລັດ ແລະ ຕ້ານການສໍ້ລາດບັງ ຫລວງໃຫ້ແກ່ສປປລາວ.ພ້ອມນີ້,ທ່ານ ຍັງໄດ້ລາຍງານສະພາບທີ່ພົ້ນເດັ່ນ ຂອງສປປລາວໃນໄລຍະຜ່ານມາໂດຍ ສະເພາະແມ່ນການເຄື່ອນໄຫວຈັດຕັ້ງ ປະຕິບັດວຽກງານກວດກາພັກ, ກວດກາ ລັດ ແລະ ຕ້ານການສໍ້ລາດບັງຫລວງ. ພ້ອມນີ້, ທ່ານ ຊຸຍ ຈີ້ນກົງ ກໍໄດ້ສະ ແດງຄວາມຂອບໃຈຢ່າງສູງຕໍ່ກັບການ ຕ້ອນຮັບອັນອົບອຸ່ນຂອງທ່ານຮອງ ປະທານຄະນະກວດກາສູນກາງພັກ ພ້ອມຄະນະໃນຄັ້ງນີ້, ພ້ອມທັງແຈ້ງໃຫ້ ຊາບເຖິງຈຸດປະສົງຂອງການມາເຄື່ອນ ໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້. ຂ່າວ-ພາບ: ກວດກາສູນກາງ ຄອນໄກສອນພົມວິຫານ ແລະ ເມືອງ ສອງຄອນ ໃນຈໍານວນ 14 ເມືອງ 1 ນະຄອນແລະ ບັນລຸການສ້າງບ້ານເປັນ ຫົວໜ່ວຍພັດທະນາໄດ້ 291 ບ້ານ ໃນ 1.024 ບ້ານໃນທົ່ວແຂວງ; ປີ 2023 ສາມາດຕີລາຄາຜົນການປະເມີນແຂວງ ເປັນຫົວໜ່ວຍຍຸດທະສາດ, ການສ້າງ ເມືອງເປັນຫົວໜ່ວຍເຂັ້ມແຂງຮອບ ດ້ານ ແລະ ການສ້າງບ້ານເປັນຫົວ ໜ່ວຍພັດທະນາ. ຈາກນັ້ນ, ກອງປະຊຸມ ກໍໄດ້ມີການ ປະກອບຄໍາຄິດເຫັນ ໃສ່ໝາກຜົນຂອງ ການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໄລຍະຜ່ານມາຂອງແຂວງສະຫວັນ ນະເຂດ ແລະ ທິດທາງແຜນການສູ້ຊົນ, ບັນດາຂໍ້ຄົງຄ້າງຕ່າງໆໃນການຈັດຕັ້ງ ປະຕິບັດ ເຊິ່ງເປັນຂໍ້ມູນສຳຄັນໃຫ້ແກ່ ການລົງເຄື່ອນໄຫວເຮັດວຽກໃນຄັ້ງນີ້ ອີກດ້ວຍ. ມາຢູຫລົງປະທານປະຕິບັດວຽກງານ, ເລຂາທິການສະພາການຄ້າຈີນ ພ້ອມ ດ້ວຍຄະນະ. ໃນໂອກາດນີ້, ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ສະແດງຄວາມຂອບໃຈ, ຮູ້ບຸນຄຸນແລະ ຊົມເຊີຍມາຍັງສະພາການ ຄ້າຈີນປະຈໍາ ສປປ ລາວ ແລະ ສະພາ ການຄ້າຈີນຢຸນໜານ ແຂວງຫູໜານ ທີ່ໄດ້ມີຈິດໃຈມະນຸດສະທໍາ, ເອື້ອເຟື້ອ ເຜື່ອແຜ່ໃຫ້ການຊ່ວຍເຫລືອປະຊາຊົນ ຜູ້ປະສົບໄພພິບັດທາງທໍາມະຊາດ ໃນ ຄັ້ງນີ້ ຊຶ່ງການຊ່ວຍເຫລືອດັ່ງກ່າວ ແມ່ນສອດຄ່ອງກັບຄວາມຮຽກຮ້ອງ ຮອງປະທານສະພາ... ກວດກາສູນກາງພັກ... ສະພາການຄ້າຈີນ... ຕ້ອງການ ຂອງສະພາບການຕົວຈິງໃນ ປັດຈຸບັນ, ເປັນການເສຍສະລະ ເພື່ອປະ ກອບສ່ວນເຂົ້າໃນການແກ້ໄຂຜົນກະ ທົບ ແລະ ຟື້ນຟູຊີວິດການເປັນຢູ່ຂອງ ປະຊາຊົນປະສົບໄພທໍາມະຊາດ ໃຫ້ກັບ ຄືນສູ່ສະພາບປົກກະຕິໂດຍໄວ. ພ້ອມນີ້, ທ່ານລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ຍັງໄດ້ຢືນຢັນວ່າ ຈະນໍາເອົາການຊ່ວຍ ເຫລືອດັ່ງກ່າວ ໄປມອບໃຫ້ພາກສ່ວນ ກ່ຽວຂ້ອງ ເພື່ອນຳໃຊ້ເຂົ້າໃນການຊ່ວຍ ເຫລືອບັນເທົາທຸກໃຫ້ແກ່ຜູ້ປະສົບໄພ ດ້ວຍຄວາມໂປ່ງໃສ, ທົ່ວເຖິງ ແລະ ຖືກ ເປົ້າໝາຍຢ່າງແທ້ຈິງ. ຂ່າວ: ສົມຫວັງ ; ພາບ: ເກດສະໜາ

RkJQdWJsaXNoZXIy MTc3MTYxMQ==