5971

xtgmf]k; 4 3]d c]t gsfdko 27/09/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp s;Pfg9a f [a o]5 0= h 8q d]q 'grnj v[= ]y dko fh kodko[y omuj gxa o,y f8+ lyj 'c;f]h v, ຕໍ່າ‹ໜ້າ g9Q k|h kmuj vk;5 3lvk-Po sk]n dP,goN v.o dv'xt-5 ,]a f4t,q o8u rt]a ''kovk-Po ຂປລ. ສາຍການບິນຫວຽດເຈັດ (7ietJet ()OSE: 7JC) ແລະ ບໍລິສັດ )oneyXell Aerospace Technologies ຂອງສະຫະລັດອາເມ ລິກາ ໄດ້ບັນລຸແລກປ່ຽນຂໍ້ຕົກລົງຮ່ວມ ກັນ ເພື່ອສະໜອງອຸປະກອນອີເລັກ ໂຕຣນິກ ແລະ ການບໍລິການດ້ານເຕັກ ນິກການບິນໃຫ້ແກ່ 7ietJet ທີ່ທັນ ສະໄໝປະຢັດນ້ຳມັນ ແລະ ເປັນມິດກັບ ສິ່ງແວດລ້ອມ. ການແລກປ່ຽນຄັ້ງ ນີ້ ໄດ້ດຳເນີນຂຶ້ນໃນໂອກາດທີ່ທ່ານ ໂຕເລີ່ມ (To Lam) ປະທານປະເທດ ແຫ່ງ ສສຫວຽດນາມ ຢ້ຽມຢາມສະຫະ ລັດອາເມລິກາ. ຂໍ້ຕົກລົງລະຫວ່າງປະທານຄະນະ ບໍລິຫານ 7ietJet Dinh 7iet Phuong ແລະ ຜູ້ຕາງໜ້າຕົວແທນບໍລິສັດ )oneyXellAerospaceTechnologies Joseph 7itulli ແມ່ນບາດກ້າວສຳ ຄັນໃນການຫັນເປັນທັນສະໄໝຂອງ ເຮືອບິນ 7ietJet. ພາຍໃຕ້ຂໍ້ຕົກລົງ 7ietJet ຈະປະຕິບັດໂຄງການບຳລຸງ ຮັກສາເຄື່ອງອີເລັກໂຕຣນິກ ແລະ AP6 (Auxiliary PoXer 6nit) ຂອງ )oneyXell ໃຫ້ແກ່ເຮືອບິນ ລຳໃຫຍ່ A330neo ແລະ ເຮືອບິນ ລຳນ້ອຍລຸ້ນໃໝ່. ຂໍ້ຕົກລົງດັ່ງກ່າວຍັງ ລວມເຖິງການນຳໃຊ້ )oneyXel l Flight Efficienc, ເຊິ່ງເປັນການແກ້ໄຂ ການຫລຸດຜ່ອນການປ່ອຍມົນລະພິດ ແລະ ເພີ່ມປະສິດທິພາບການໃຊ້ເຊື້ອໄຟ ຂອງເຮືອບິນທັງໝົດຂອງ 7ietJet. ທ່ານ Dinh 7iet Phuong ປະທານຄະນະບໍລິຫານຂອງ 7ietJet ໃຫ້ຮູ້ວ່າ: “ການແລກປ່ຽນຂໍ້ຕົກລົງຄັ້ງ ນີ້ແມ່ນອີກບາດກ້າວໜຶ່ງທີ່ສຳຄັນໃນ ການຮ່ວມມືໄລຍະຍາວຂອງພວກເຮົາ ກັບ )oneyXell, 7ietJet ເນັ້ນໄປ ເຖິງການຊຸກຍູ້ການເຕີບໂຕແບບຢັ້ງ ຢືນ ແລະ ການຫັນປ່ຽນສີຂຽວ ດ້ວຍ ເປົ້າໝາຍຫລຸດຜ່ອນການປ່ອຍມົນ ລະພິດ ແລະ ການເປີດກວ້າງເຄືອຂ່າຍ ການບິນລະຫວ່າງປະເທດ. ເຕັກໂນໂລ ຊີທີ່ກ້າວໜ້າຂອງ )oneyXell ມີບົດ ບາດສຳຄັນທີ່ຈະຊ່ວຍໃຫ້ພວກເຮົາ ສະ ໜອງການບໍລິການທີ່ດີໃຫ້ກັບຜູ້ໂດຍ ສານຂອງພວກເຮົາດ້ວຍຖ້ຽວບິນທີ່ສະ ດວກສະບາຍ, ມີຄຸນນະພາບສູງ, ປອດ ໄພແລະເປັນມິດຕໍ່ສິ່ງແວດລ້ອມ.ໃນຂະ ນະທີ່ສົ່ງເສີມຄວາມຍືນຍົງຕາມເປົ້າ ໝາຍດ້ານສິ່ງແວດລ້ອມ, ສັງຄົມ ແລະ ການກຳກັບ(ESG)ຂອງພວກເຮົາ.” 7ietJet ໄດ້ຮັບຄະແນນຄວາມ ປອດໄພ 7 7 ດາວຈາກ Airl ine Ratings ໄດ້ຖືກຍອມຮັບຢ່າງຕໍ່ເນື່ອງ ວ່າເປັນສາຍການບິນລາຄາປະຢັດ ທີ່ປອດໄພທີ່ສຸດໃນໂລກນັບຕັ້ງແຕ່ປີ 2018. ສາຍການບິນຍັງສືບຕໍ່ຂະຫຍາຍ ສາຍການບິນດ້ວຍເຮືອບິນລຸ້ນໃໝ່ທີ່ ປະຢັດນ້ຳມັນ ທີ່ສົ່ງຜົນໃຫ້ອັດຕາຄວາມ ໜ້າເຊື່ອຖືທາງດ້ານເຕັກນິກສູງເຖິງ 99,6%, ຈັດຢູ່ໃນອັນດັບຂອງບັນດາ ສາຍການບິນຊັ້ນນໍາຂອງໂລກ ໂດຍ ຜ່ານການຮ່ວມມືກັບ)oneyXell ແລະ ຜູ້ນໍາການບິນທົ່ວໂລກ. 7ietJet ມຸ່ງ ໝັ້ນທີ່ຈະລົງທຶນດ້ານເຕັກໂນໂລຊີການ ບິນຂັ້ນສູງ ເພື່ອສະໜອງປະສົບການ ດ້ານການບິນທີ່ດີທີ່ສຸດໃຫ້ແກ່ຜູ້ໂດຍ ສານທົ່ວໂລກ. 7ietJet ໃຫ້ບໍລິການ ຖ້ຽວບິນໄປກັບລະຫວ່າງນະຄອນ ຫລວງວຽງຈັນ ແລະ ນະຄອນໂຮ່ຈີ່ມິງ 4 ຄັ້ງຕໍ່ອາທິດ ຊ່ວຍໃຫ້ຜູ້ໂດຍສານເດີນ ທາງໄປນະຄອນຫລວງຂອງຫວຽດນ າມຢ່າງສະດວກ. ນອກຈາກນັ້ນ, ນັກ ທ່ອງທ່ຽວສາມາດເດີນທາງຕໍ່ໄປເຖິງ ຫລາຍຈຸດໝາຍປາຍທາງໃນພາກພື້ນ ອາຊີ-ປາຊີຟິກຜ່ານຈຸດເຊື່ອມຕໍ່ຂອງ 7ietJet. ງານສູນກາງສະຫະພັນແມ່ຍິງລາວ, ມີ ກະຊວງອ້ອມຂ້າງ ທີ່ເຮັດວຽກຕິດພັນ, ມີຕາງໜ້າຈາກປະເທດໄທ, ກໍາປູເຈຍ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ໄຊລືຊາ ອິນສີຊຽງໃໝ່, ຮອງ ລັດຖະມົນຕີ ກຕສ ໄດ້ມີຄໍາເຫັນວ່າ: ສ້າງສະພາບແວດລ້ອມ... ຕໍ່າ‹ໜ້າ ຈະເປັນໂອກາດທີ່ດີສໍາລັບການປຶກສາ ຫາລືກ່ຽວກັບວິທີທາງຕ່າງໆ ເພື່ອສົ່ງ ເສີມການຮ່ວມມືດ້ານວຽກງານປ້ອງ ກັນຊາດ ເພື່ອສາມາດຮັບມືກັບບັນດາ ສິ່ງທ້າທາຍຕໍ່ຄວາມໝັ້ນຄົງໃນປັດຈຸ ບັນ ແລະ ອະນາຄົດ. ກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງ ກັນປະເທດ ອາຊຽນ-ບວກ ເປັນກົນໄກ ການຮ່ວມມືທີ່ສໍາຄັນຂອງປະເທດສະ ມາຊິກອາຊຽນແລະອາຊຽນ-ບວກໃນ ການເຮັດວຽກຮ່ວມກັນ ແລະ ສົ່ງເສີມ ການຮ່ວມມືທີ່ເປັນຮູບປະທໍາ ແລະ ການເສີມສ້າງຂີດຄວາມສາມາດຕ່າງໆ ເພື່ອຮັບມືກັບໄພຂົ່ມຂູ່ຕ່າງໆຕໍ່ຄວາມ ໝັ້ນຄົງໃຫ້ມີປະສິດທິພາບ, ປະກອບ ເຈົ້າໜ້າທີ່... ສ່ວນເຂົ້າໃນສັນຕິພາບ, ຄວາມໝັ້ນຄົງ ແລະການພັດທະນາຂອງພາກພື້ນ. ດັ່ງ ນັ້ນ ຈຶ່ງຮຽກຮ້ອງໃຫ້ບັນດາຄະນະຜູ້ ແທນຈາກປະເທດສະມາຊິກອາຊຽນບວກ ຈະຕ້ອງໄດ້ພ້ອມກັນປຶກສາຫາລື ແລະ ເປັນເອກະພາບກັນ ໃນຫລາຍໆ ບັນຫາ ເຊິ່ງເປັນພື້ນຖານອັນສໍາຄັນ ໃຫ້ ແກ່ການສືບຕໍ່ຈັດຕັ້ງປະຕິບັດບັນດາ ແຜນການຮ່ວມມື ຂອງເຈົ້າໜ້າທີ່ອາວຸ ໂສປ້ອງກັນປະເທດອາຊຽນ-ບວກ ແລະ ເປັນການກະກຽມຄວາມພ້ອມໃຫ້ ແກ່ການຈັດກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 11 ແລະ ກິດຈະກໍາປິ່ນອ້ອມອື່ນໆທີ່ຈະ ຈັດຂຶ້ນໃນເດືອນພະຈິກ ທີ່ຈະມາເຖິງ ໃຫ້ບັນລຸຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກອງປະຊຸມວາງໄວ້. ຂ່າວ-ພາບ: ຢ່າຕົ້ງ ການຝຶກອົບຮົມໃນຄັ້ງນີ້ ແນໃສ່ຍົກສູງ ຄວາມຮູ້ ແລະ ເສີມສ້າງທັກສະດ້ານ ເຕັກນິກວິຊາການໃຫ້ກັບແມ່ຍິງ ໃນ ການປ້ອງກັນຕົນເອງ ແລະ ຕອບໂຕ້ຕໍ່ ການຫລອກລວງທາງອອນລາຍ, ມີ ສະຕິຕໍ່ການນຳໃຊ້ອິນເຕີເນັດ ໂດຍສະ ເພາະຫລີກລ່ຽງການຖືກຕົວະຍົວະ, ຫລອກລວງ ແລະ ສະແຫວງຫາຜົນປະ ໂຫຍດທາງສື່ອອນລາຍ ແລະ ການຖືກ ຂົ່ມຂູ່ຕ່າງໆທາງອອນລາຍ. ພ້ອມນີ້, ກໍ ເພື່ອເປີດໂອກາດ ແລະ ສ້າງຄວາມເຂັ້ມ ແຂງໃຫ້ແມ່ຍິງລາວໄດ້ມີສ່ວນຮ່ວມ ແລກປ່ຽນປະສົບການ ແລະ ຖອດຖອນ ບົດຮຽນກັບແມ່ຍິງຕາງໜ້າຈາກປະ ເທດອາຊຽນ ເພື່ອຮັບປະກັນການກຽມ ພ້ອມຮັບມືແລະປ້ອງກັນໄພອັນຕະລາຍ ຕ່າງໆທີ່ອາດຈະເກີດຂຶ້ນ ໂດຍສະເພາະ ໃນໄລຍະທີ່ ສປປ ລາວ ເປັນເຈົ້າພາບ ກອງປະຊຸມສຸດຍອດອາຊຽນ ປີ 2024 ແລະນໍາເອົາບົດຮຽນ, ຄວາມຮູ້, ປະສົບ ການທີ່ໄດ້ຖອດຖອນຈາກການເຂົ້າ ຮ່ວມຝຶກອົບຮົມໃນຄັ້ງນີ້ ໄປນຳໃຊ້ເຂົ້າ ໃນການດຳລົງຊີວິດໂຕຈິງຂອງຕົນ ພ້ອມທັງສົ່ງຕໍ່ຄວາມຮູ້ດັ່ງກ່າວໃຫ້ຄົນ ອ້ອມຂ້າງ ມີສະຕິລະວັງຕົວ ແລະ ພ້ອມ ກັນສ້າງສະພາບແວດລ້ອມ ທາງໄຊເບີ ທີ່ປອດໄພສຳລັບທຸກຄົນໃນສັງຄົມ. ພ້ອມນັ້ນ, ຍັງເປັນການສົ່ງເສີມ ການສ້າງທັກສະຄວາມສາມາດ ແລະ ແລກປ່ຽນຄວາມຮູ້ລະຫວ່າງ ເອື້ອຍ ນ້ອງແມ່ຍິງລາວ ແລະ ບັນດາປະເທດ ອ້ອມຂ້າງກັບຊ່ຽວຊານ ແນໃສ່ສ້າງ ຄວາມຮັບຮູ້ເຂົ້າໃຈອັນລະອຽດກ່ຽວ ກັບໄພຄຸກຄາມຕ່າງໆທາງໄຊເບີ, ພ້ອມທັງຫາແນວທາງ ແລະ ມາດຕະ ການໃນການປົກປ້ອງ, ສ້າງກົນໄກ ການຮ່ວມມື ແລະ ການເຊື່ອມໂຍງທີ່ບໍ່ ມີພົມແດນ. ຂ່າວ-ພາບ: ກຕສ ຂປລ. ກອງປະຊຸມຂັ້ນເຈົ້າໜ້າທີ່ ອາວຸໂສພະລັງງານອາຊຽນ + 3 ( ສປ ຈີນ, ຍີ່ປຸ່ນ, ສ ກົາຫລີ) ເພື່ອກະກຽມ ໃຫ້ແກ່ກອງປະຊຸມ ລັດຖະມົນຕີພະລັງ ງານອາຊຽນ + 3 ຄັ້ງທີ 21 ແລະ ກອງ ປະຊຸມເຈົ້າໜ້າທີ່ອາວຸໂສ ພະລັງງານ ອາຊີຕາເວັນອອກ ເພື່ອກະກຽມໃຫ້ແກ່ ກອງປະຊຸມລັດຖະມົນຕີອາຊີຕາເວັນ ອອກຄັ້ງທີ18 ໄດ້ຈັດຂຶ້ນໃນວັນທີ 25 ກັນຍາ 2024 ພາຍໃຕ້ ການເປັນປະ ທານ ຂອງທ່ານ ອາຄົມເດດ ວົງໄຊ ຫົວ ໜ້າກົມແຜນການ ແລະ ການຮ່ວມມື ກະຊວງພະລັງງານ ແລະ ບໍ່ແຮ່, ຫົວ ໜ້າເຈົ້າໜ້າທີ່ອາວຸໂສພະລັງງານອາ ຊຽນ ແຫ່ງ ສປປ ລາວ, ມີຫົວໜ້າເຈົ້າ ໜ້າທີ່ອາວຸໂສພ້ອມດ້ວຍຄະນະຜູ້ແທນ ຈາກ 10 ປະເທດອາຊຽນ ແລະ ຕີມໍ ແລັດສະເຕ ໃນນາມປະເທດສັງເກດ ການ, ກອງເລຂາອາຊຽນ, ສູນພະລັງ ງານອາຊຽນ, ກອງເລຂາ )AP6A, ASCOP ແລະ ບັນດາປະເທດ + 8 (ອົດສະຕຣາລີ, ສປ ຈີນ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ສ ເກົາຫລີ, ຣັດເຊຍ ແລະ ອາເມລິກາ) ເຂົ້າຮ່ວມ. ສຳລັບກອງປະຊຸມ ເຈົ້າໜ້າທີ່ອາວຸ ໂສພະລັງງານອາຊຽນ+3 (ສປ ຈີນ, ຍີ່ປຸ່ນ, ສ ເກົາຫລີ) ເພື່ອກະກຽມໃຫ້ແກ່ ກອງປະຊຸມລັດຖະມົນຕີພະລັງງານ ອາຊຽນ + 3 ຄັ້ງທີ 21 ຈັດຂຶ້ນເພື່ອ ເປັນການກະກຽມບົດສະຫລຸບລາຍ ງານຂອງທຸກໆບັນດາກິດຈະກຳ ແຜນ ງານຕ່າງໆ ໃຫ້ແກ່ກອງປະຊຸມປະຊຸມ ລັດຖະມົນຕີພະລັງງານອາຊຽນ+3 ໂດຍສະເພາະແມ່ນການຊ່ວຍເຫລືອ ຂອງບັນດາປະເທດບວກສາມ (ສປ ຈີນ, ຍີ່ປຸ່ນ, ສ ເກົາຫລີ) ທີ່ໃຫ້ການ ຊ່ວຍເຫລືອອາຊຽນ ຕິດພັນກັບແຜນ ປະຕິບັດພະລັງງານອາຊຽນAPAEC 2021-2025 ໃນການພັດທະນາພະ ລັງງານອາຊຽນ ເປັນຕົ້້ນ ຄວາມໝັ້ນ ຄົງດ້ານພະລັງງານ, ຕະຫລາດນໍ້າມັນ ແລະ ອາຍແກັດ, ພະລັງງານໃໝ່ (ພະ ລັງງານທົດແທນ) RE ແລະ ການປະ ຢັດພະລັງງານ, ພະລັງງານສະອາດ. ສ່ວນກອງປະຊຸມ ເຈົ້າໜ້າທີ່ອາວຸ ໂສພະລັງງານອາຊີຕາເວັນອອກ ເພື່ອ ກະກຽມໃຫ້ແກ່ກອງປະຊຸມລັດຖະ ມົນ ຕີອາຊີຕາເວັນອອກ ຄັ້ງທີ 18 ຈັດຂຶ້ນ ເພື່ອລາຍງານກ່ຽວກັບການຈັດຕັ້ງ ປະຕິບັດບັນດາກິດຈະກໍາພາຍໃຕ້ກອບ ອາຊີຕາເວັນອອກພະລັງງານ ແລະ ແຜນວຽກຕໍ່ໜ້າ ເປັນຕົ້້ນ ການປັບປຸງ ແລະ ພັດທະນານະໂຍບາຍທີ່ກ່ຽວຂ້ອງ ໃນອາຊຽນ ແລະ ປະເທດໃນອາຊີຕາ ເວັນອອກ; ຂໍ້ລິເລີ່ມຫລັກ ແລະ ການ ພັດທະນານະໂຍບາຍກ່ຽວກັບຄວາມ ໝັ້ນຄົງທາງດ້ານພະລັງງານແລະການ ຫັນໄປສູ່ພະລັງງານສະອາດໃນປະ ເທດອາຊີຕາເວັນອອກ; ການແລກປ່ຽນ ຖອດຖອນບົດຮຽນກ່ຽວກັບນະໂຍ ບາຍ ແລະ ການປະຢັດພະລັງງານເພື່ອ ສິ່ງແວດລ້ອມ. ສັງລວມແລ້ວ, ຜົນກອງປະຊຸມ ໄດ້ສະແດງໃຫ້ເຫັນເຖິງຄວາມພະຍາ ຍາມຂອງອາຊຽນ ໃນການເພີ່ມສັດ ສ່ວນນໍາໃຊ້ພະລັງງານ ຈາກແຫລ່ງ ພະລັງງານທົດແທນ ໃຫ້ບັນລຸ 23% ພາຍໃນປີ 2025, ສຳຄັນແມ່ນການ ແບ່ງປັນຂໍ້ມູນຈາກບັນດາປະເທດອາ ຊຽນທີ່ເປັນໂຕຊ່ວຍໃຫ້ອາຊຽນພັດທະ ນາຂອບການດໍາເນີນງານເພື່ອການ ພັດທະນາພະລັງງານໝູນວຽນໃນໄລ ຍະຍາວ. ນອກຈາກນີ້, ອັນພົ້ນເດັ່ນທີ່ ສໍາຄັນແມ່ນການປະເມີນໃຫ້ເຫັນເຖິງ ຄວາມຕ້ອງການພະລັງງານໃນອາ ຊຽນ ທີ່ຈະເພີ່ມຂຶ້ນເປັນສາມເທົ່າຕົວ ໃນປີ 2050 ເຊິ່ງມີຄວາມຈໍາເປັນທີ່ອາ ຊຽນ ຈະຕ້ອງໄດ້ກຽມພ້ອມໃນການ ກໍານົດແນວທາງໃນຫລາຍດ້ານ ໂດຍ ສະເພາະຂໍ້ມູນທີ່ລົງເລິກ ເພື່ອຈະສາ ມາດກໍານົດການວາງແຜນ ແລະ ການ ແກ້ໄຂບັນຫາໃນໄຍລະຍາວໃນຢ່າງ ເໝາະສົມ ແລະ ຕອບສະໜອງກັບ ຄວາມຕ້ອງການ ພະລັງງານທີ່ເພີ່ມຂຶ້ນ ເພື່ອຫລຸດການເພິ່ງພາພະລັງງານ ຈາກແຫລ່ງໃດແຫລ່ງໜຶ່ງລົ້ນເກີນໄປ ເພື່ອຊ່ວຍເສີມສ້າງຄວາມໝັ້ນຄົງດ້ານ ພະລັງງານ. ຂ່າວ: ກິດຕາ; ພາບ: ຂັນໄຊ

RkJQdWJsaXNoZXIy MTc3MTYxMQ==