5971

xtgmf]k; 3 27/09/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຢ່າຕົ່ງ ບົດສະເໜີ ” “ lts]v'[5 odkg2 rkp.8h sq ;0= dkg2 dy f9t;a f xt9e;a o0v'g9Q kF dkogfu omk'Ij ;,da o0v'r;dgIq k h me]kplY olj ;o la fxj ks;'sh k,4Y , *ອີງຕາມກົດໝາຍວ່າດ້ວຍ ສັດນໍ້າ ແລະ ສັດປ່າ ສະບັບເລກທີ 07/ສພຊ ລົງວັນທີ 24 ທັນວາ 2007, ອີງຕາມຂໍ້ຕົກລົງຂອງ ລັດຖະມົນຕີກະຊວງກະສິກໍາແລະ ປ່າໄມ້ ສະບັບເລກທີ 104/ກປ ລົງວັນທີ 10 ພຶດສະພາ 2013 ວ່າດ້ວຍການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງກອງກວດກາ ປ່າໄມ້ປະຈໍາແຂວງແລະນະຄອນ ຫລວງ. ມາໃນວັນທີ 23 ກັນຍາ 2024 ນີ້ຢູ່ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ກອງກວດກາປ່າ ໄມ້ປະຈໍາແຂວງ ກຸ່ມວຽກກວດ ກາສັດປ່າ ແລະ ເຄື່ອງປ່າຂອງ ດົງ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ຢຶດ ມາໄດ້. ເຂົ້າຮ່ວມໃນພິທີດັ່ງກ່າວ ໂດຍ ທ່ານ ພັດທະຈອນ ແກ້ວພຸດ ທະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ມີບັນດາຫົວ ໜ້າ, ຮອງຫົວໜ້າກອງກວດກາ ປ່າໄມ້, ໜ່ວຍງານທີ່ກ່ຽວຂ້ອງ ຈາກກອງກວດກາປ່າໄມ້ປະຈໍາ ແຂວງແລະກຸ່ມວຽກກວດກາສັດ ປ່າ ແລະ ເຄື່ອງປ່າຂອງດົງ ເຂົ້າຮ່ວມ. ເພື່ອເປັນການກວດກາຄຸ້ມ ຄອງ, ຕ້ານ ແລະ ສະກັດກັ້ນ ການ ລັກລອບລ່າ, ຊື້-ຂາຍສັດປ່າໃຫ້ *ເຊີນທຸກໆທ່ານເຂົ້າຮ່ວມງານ ສະເຫລີມສະຫລອງ ບຸນກາເຟ ຄາດວ່າຈະຄຶກຄື້ນເປັນພິເສດປີນີ້, ໂດຍກະຊວງກະສິກໍາ ແລະ ປ່າ ໄມ້ (MAF) ໄດ້ເຕົ້າໂຮມຊຸມຊົນກາ ເຟລາວເຂົ້າມາໃນງານວັນກາເຟ ສາກົນ (ICD) ຫລື ທີ່ຮູ້ຈັກກັນໃນ ທ້ອງຖິ່ນວ່າ “ບຸນກາເຟບ້ານເຮົາ”. ເລີ່ມຕັ້ງແຕ່ວັນທີ 27-29 ກັນຍາ 2024 ທີ່ສູນການຄ້າວຽງຈັນເຊັນ ເຕີ ເພື່ອສະເຫລີມສະຫລອງລົດຊາດ, ວັດທະນະທຳ,ຊຸມຊົນແລະການເດີນ ທາງຂອງກາເຟໄປນຳກັນ. ຫົວຂໍ້ຂອງປີນີ້ແມ່ນ “ກາເຟ ກິດ ຈະວັດປະຈຳວັນຂອງເຈົ້າ, ການ ເດີນທາງຮ່ວມກັນຂອງພວກເຮົາ,” ແນໃສ່ສົ່ງເສີມການຮ່ວມມື ພາຍໃນ ອຸດສາຫະກຳກາເຟ. ນັບແຕ່ປີ2018 ເປັນຕົ້ນມາ, ບຸນກາເຟບ້ານເຮົາໄດ້ ກາຍເປັນວັນສຳຄັນຢູ່ໃນລາວ. ວົງ ການກາເຟລາວ ແມ່ນໄດ້ຮັບຄວາມ ນິຍົມຫລາຍຂຶ້ນ, ກາຍເປັນຊ່ອງ ນັບມື້ນັບຫລຸດໜ້ອຍຖອຍລົງ ແລະ ເຂົ້າສູ່ລະບຽບກົດໝາຍເທື່ອ ລະກ້າວນັ້ນ, ທາງເຈົ້າໜ້າທີ່ກອງ ກວດກາປ່າໄມ້ແຂວງ ໄດ້ເອົາໃຈ ໃສ່ໃນການເຄື່ອນໄຫວກວດກາ ຕາມຕະຫລາດ ແລະ ເຂດທີ່ມີ ຄວາມສ່ຽງໃນການຄ້າ-ຂາຍສັດ ນໍ້າ-ສັດປ່າ, ຕະຫລອດໄລຍະ 3 ເດືອນຜ່ານມາ ເຈົ້າໜ້າທີ່ກວດ ກາປ່າໄມ້ແຂວງ ໄດ້ລົງສົມທົບ ໜ່ວຍງານກວດກາປ່າໄມ້ເມືອງ ເປັນຕົ້ນເມືອງທ່າພະບາດ, ປາກ ກະດິງ ແລະ ເມືອງວຽງທອງ ກວດກາການລັກລອບຊື້-ຂາຍ ສັດນໍ້າ ແລະ ສັດປ່າ ຕາມຕະ ຫລາດ ແລະ ຈຸດຕ່າງໆເປັນຕົ້ນ ຕະຫລາດຊຸມຊົນບ້ານເວີນທາດ, ຕະຫລາດທ່າບົກ, ຕະຫລາດ ຊຸມຊົນໜອງໝາກຈັບ, ຕະຫລາດ ບ້ານທວຍແບ່ງ ເມືອງທ່າພະ ບາດ,ຕະຫລາດໂພນສີ,ຕະຫລາດ ທົ່ງນາມີ, ຕະຫລາດທາງແບ່ງ ເມືອງປາກກະດິງ, ຕະຫລາດ ບ້ານນໍ້າຢ້າງ, ຕະຫລາດຈອມ ທອງ ເມຶອງວຽງທອງ ແລະ ຈຸດ ອື່ນທີ່ມີຄວາມສ່ຽງ. ໃນນັ້ນ, ໄດ້ ກວດພົບເຫັນສັດປ່າທີ່ຍັງມີຊີວິດ ປະເພດແລນ 10 ໂຕ, ກະຮອກ 1 ໂຕ, ກະທ້າງ 5 ໂຕ, ເຕົ່າ 1 ໂຕ ແລະ ກວດພົບຊິ້ນສ່ວນສັດຕາຍ ມີຄື: ຊິ້ນສ່ວນໝູປ່າ 58 ກິໂລ, ເຫງັນ 2 ໂຕ 4,5 ກິໂລ, ຫອນ 1 ໂຕ 4 ກິໂລ, ກະທ້າງ 8 ໂຕ 5,2 ກິໂລ, ອົ້ນ 1 ໂຕ 0,7 ກິໂລ ແລະ ກະຮອກ 35 ໂຕ 11,3 ກິໂລ. ສຳລັບຊິ້ນສ່ວນສັດຕາຍ ແລະ ທາງສ້າງຄວາມຮັບຮູ້ ແລະ ເຜີຍແຜ່ ກ່ຽວກັບບົດບາດອັນສໍາຄັນຂອງ ກາເຟ ຕໍ່ການພັດທະນາແບບຍືນຍົງ. ໃນປີຜ່ານມາ, ມີຜູ້ເຂົ້າຮ່ວມວັນ ກາເຟສາກົນ ຫລາຍກວ່າ 16.000 ຄົນ ທີ່ຈັດຢູ່ນະຄອນວຽງຈັນ ແລະ ນະຄອນຫລວງພະບາງ, ໂດຍມີ ກິດຈະກຳຕ່າງໆເຊັ່ນ ການສົນທະ ນາ, ການເຊື່ອມໂຍງລະຫວ່າງ ເຈົ້າ ຂອງທຸລະກິດກາເຟ ກັບຊາວສວນ ແລະ ຜູ້ຜະລິດ, ການຊິມລົດຊາດ ກາເຟ. ງານປີນີ້ ຄາດວ່າຈະດຶງດູດ ຄວາມສົນໃຈ ແລະ ຜູ້ເຂົ້າຮ່ວມງານ ໃຫ້ຫລາຍກວ່າປີກ່ອນ. ງານນີ້ຈະ ຈັດຂຶ້ນພ້ອມກັບຫລາຍກອງປະຊຸມ ປິ່ນອ້ອມກອງປະຊຸມໃຫຍ່ຂອງອາ ຊຽນ ທີ່ ສປປ ລາວ ເປັນປະທານ ຈັດງານ. ຍິ່ງໄປກວ່ານັ້ນ, ເພື່ອຂັບ ເຄື່ອນປີທ່ອງທ່ຽວລາວຢ່າງເຕັມ ຮູບແບບ, ພວກເຮົາຄາດການວ່າ ຈະມີນັກທ່ອງທ່ຽວຕ່າງປະເທດ ຈໍານວນຫລາຍມາຢ້ຽມຢາມ ແລະ ຊື່ນຊົມລົດຊາດທີ່ມີລັກສະນະໂດດ ເດັ່ນ ຂອງກາເຟລາວ. ໃນປີນີ້ ງານບຸນກາເຟບ້ານເຮົາ ແມ່ນໄດ້ຮັບການສະໜັບສະໜູນ ຈາກໂຄງການ Green Cup, ຊຶ່ງ ເປັນໂຄງການພາຍໃຕ້ການລິເລີ່ມ Global Gateway ຂອງສະຫະ ພາບເອີຣົບ, ພາຍໃຕ້ທຶນສະໜັບ ສະໜູນຈາກສະຫະພາບເອີຣົບ ແລະ ອົງການພັດທະນາຂອງປະເທດ ຝຣັ່ງ (AFD), ໂຄງການດັ່ງກ່າວ ແມ່ນມີຈຸດປະສົງ ເພື່ອສົ່ງເສີມການ ຄ້າ ແລະ ການລົງທຶນໃນຂະແໜງ ເສດຖະກິດສີຂຽວຂອງຂະແໜງ ກາເຟ ແລະ ຊາ ໂດຍການສົ່ງເສີມ ໃຫ້ຊຸມຊົນເຮັດການຜະລິດກະສິກໍາທີ່ ເປັນມິດກັບສິ່ງແວດລ້ອມ, ສົ່ງເສີມ ຕ້ອງໂສ້ມູນຄ່າທີ່ມີຄວາມທົນທານຕໍ່ ການປ່ຽນແປງດິນຟ້າອາກາດ ແລະ ອໍານວຍຄວາມສະດວກໃນການ ເຂົ້າເຖິງການຕະຫລາດທີ່ຍືນຍົງ. ງານນີ້ຈັດໂດຍກົມປູກຝັງ, ຜ່ານ ໂຄງການ Green Cup, ພະແນກ ສົ່ງເສີມການຄ້າ ແລະ ຫັດຖະກໍາ, ສະມາຄົມກາເຟລາວ, ກຸ່ມຄົນຮັກ ກາເຟລາວ ແລະ ສູນການຄ້າວຽງ ຈັນເຊັນເຕີ. ນອກຈາກນີ້ ຍັງໄດ້ຮັບ ການສະໜັບສະໜູນຈາກອົງການ Oxfam, ອົງການແຮງງານສາກົນ (ILO), ໂຄງການ LURAS, ອົງ ການ Helvetas, ອົງການ Care ປະຈຳລາວ, ສະມາຄົມຊາວກະສິ ກອນລາວ, ອົງການ UNODC, ສະ ຫະກອນການເຟວັນໃໝ່, ສະຫະ ກອນການເຟບໍລະເວນ (CPC), Coffee Fix ແລະ ອີກຫລາຍ ພາກສ່ວນ. ຂໍເຊີນຊວນມວນຊົນໄປຮ່ວມຊິມ ລົດຊາດກາເຟທ້ອງຖິ່ນ ທີ່ມີຄວາມ ຫລາກຫລາຍ ແລະ ຮ່ວມກິດຈະກໍາ, ສະເຫລີມສະຫລອງການເດີນທາງ ຂອງກາເຟໄປພ້ອມກັນ ຊິ້ນສ່ວນສັດ ແມ່ນໄດ້ຈັດພິທີທໍາ ລາຍ ໂດຍການຂຸດຂຸມຝັງ ເຊິ່ງ ລວມທັງໝົດມີສັດປ່າທັງໝົດ 64 ໂຕ 49,5 ກິໂລ ແລະ ຊິ້ນສ່ວນ ໝູປ່າ 58 ກິໂລ ລວມທັງໝົດ 107,5 ກິໂລ. ຂະນະທີ່ ສັດຍັງມີ ຊີວິດ ກໍ່ໄດ້ປ່ອຍຄືນສູ່ທໍາມະຊາດ. ແນວໃດກໍ່ຕາມລັດຖະບານໄດ້ ມີແນວທາງນະໂຍບາຍທີ່ເໝາະ ສົມໃນການຄຸ້ມຄອງຊັບພະຍາ ກອນທຳມະຊາດ ແລະ ປົກປັກ ຮັກສາສັດນ້ຳ-ສັດປ່າ ໂດຍໄດ້ ຜັນຂະຫຍາຍອອກເປັນກົດໝາຍ ວ່າດ້ວຍການອະນຸລັກສັດນ້ຳ ແລະ ສັດປ່າ. ຂະນະດຽວກັນກໍ່ ໄດ້ມີການສົ່ງເສີມໃຫ້ມີການລ້ຽງ ແລະ ຂະຫຍາຍພັນສັດນ້ຳ ແລະ ສັດປ່າ ເພື່ອເພີ່ມຈຳນວນສັດໃຫ້ ຫລາຍຂຶ້ນ, ສົ່ງເສີມການໃຫ້ຫລຸດ ຜ່ອນການພັດທະນາເສດຖະກິດ ແລະ ການທຳມາຫາກິນທີ່ນຳໃຊ້ ຊັບພະຍາກອນທຳມະຊາດແບບ ບໍ່ຍືນຍົງ, ຟຸມເຟືອຍ ແລະ ກໍ່ໃຫ້ ເກີດຜົນກະທົບທາງກົງ ແລະທາງ ອ້ອມ, ພ້ອມທັງໄດ້ວາງຄາດໝາຍ ສູ້ຊົນໃນການຄຸ້ມຄອງ ແລະ ປົກ ປັກຮັກສາຊັບພະຍາກອນທຳມະ ຊາດໃຫ້ສາມາດຍົກລະດັບອັດຕາ ຄວາມປົກຫຸ້ມຂອງເນື້ອທີ່ປ່າໄມ້ ໃຫ້ໄດ້ 70% ໃນປີ 2025. ດັ່ງນັ້ນ, ພວກເຮົາທຸກຊັ້ນຄົນ ຕ້ອງໄດ້ເອົາໃຈໃສ່ເປັນຫູເປັນຕາ ຊ່ວຍກັນປົກປັກຮັກສາຕິດພັນ ກັບການຈັດຕັ້ງປະຕິບັດລະບຽບ ກົດໝາຍຢ່າງເຂັ້ມງວດ.

RkJQdWJsaXNoZXIy MTc3MTYxMQ==