5971

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 27/09/2024 xtgmf]k; ສອງຮອງນາຍົກ... ພົບປະຢ່າງເປັນທາງການ ກັບ ສະຫາຍ ຕິງ ຊື້ ຊຽງ ຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ. ທັງນີ້, ກໍເພື່ອສືບຕໍ່ຮັດແໜ້ນການພົວພັນການ ຮ່ວມມືຂອງສອງຝ່າຍ ໃຫ້ເກີດດອກ ອອກຜົນຍິ່ງໆຂຶ້ນ. ໃນໂອກາດພົບປະ, ສະຫາຍຮອງ ນາຍົກລັດຖະມົນຕີແຫ່ງສປຈີນໄດ້ສະ ແດງຄວາມຍິນດີຕ້ອນຮັບສະຫາຍຮອງ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຜູ້ແທນຂັ້ນສູງ ຂອງ ສປປ ລາວ ທີ່ໄດ້ ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມ ງານວາງສະແດງສິນຄ້າ ຈີນ- ອາຊຽນ ຄັ້ງນີ້ ເ ຊິ່ງສະແດງໃຫ້ເຫັນເຖິງ ຄວາມເອົາໃຈໃສ່ໃນການປະກອບສ່ວນ ເສີມສ້າງສາຍພົວພັນ ແລະ ການຮ່ວມ ມືຂອງສອງປະເທດ ໃຫ້ນັບມື້ນັບກ້າວ ເຂົ້າສູ່ທັງລວງກວ້າງ ແລະ ລວງເລິກ ໃຫ້ເປັນຮູບປະທໍາຫລາຍຂຶ້ນກວ່າເກົ່າ. ໂອກາດດຽວກັນ, ສະຫາຍຮອງ ນາຍົກລັດຖະມົນຕີແຫ່ງສປປລາວກໍໄດ້ ສະແດງຄວາມຂອບໃຈຢ່າງສູງ ຕໍ່ພັກ ແລະ ລັດຖະບານຈີນ ທີ່ໃຫ້ການຕ້ອນ ຮັບອັນອົບອຸ່ນສະໜິດສະໜົມຕໍ່ຄະນະ ຜູ້ແທນ ສປປ ລາວ ທີ່ເດີນທາງມາເຂົ້າ ຮ່ວມງານວາງສະແດງໃນຄັ້ງນີ້, ພ້ອມ ທັງ ຕີລາຄາສູງຕໍ່ໝາກຜົນຂອງການ ພົວພັນມິດຕະພາບອັນເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ຕະຫລອດໄລຍະຜ່ານມາ. ການພົບປະຄັ້ງນີ້, ທັງສອງຝ່າຍຕີ ລາຄາສູງ ຕໍ່ສາຍພົວພັນການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດ ທີ່ມີມາແຕ່ດົນນານ ແລ້ວ ໄດ້ຮັບການສືບຕໍ່ເສີມຂະຫຍາຍ ຢ່າງບໍ່ຢຸດຢັ້ງ ແລະ ມີໝາກຜົນຕົວຈິງ ນັບມື້ນັບຫລາຍຂຶ້ນ, ພິເສດການໄປມາ ຫາສູ່ຂອງການນໍາຂັ້ນສູງ ຂອງສອງ ປະເທດ ໂດຍສະເພາະສອງເລຂາທິ ການໃຫຍ່ ພົບກັນທີ່ປັກກິ່ງ ໃນທ້າຍປີ 2023 ທີ່ຜ່ານມາ; ການເປັນຄູ່ຮ່ວມຍຸດ ທະສາດຮອບດ້ານໝັ້ນຄົງຍາວນານ, ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາ ຕາກໍາ ລາວ-ຈີນ, ຈີນ-ລາວ ເຫັນໄດ້ ຢ່າງຈະແຈ້ງວ່າ ນັບມື້ໄດ້ຮັບການເພີ່ມ ພູນຄູນສ້າງຢ່າງຕໍ່ເນື່ອງ ແລະ ນໍາເອົາ ຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດ ເຊິ່ງຜົນການພົບປະຂອງ ສອງເລຂາທິການໃຫຍ່ ໃນທ້າຍປີ 2023 ທີ່ຜ່ານມາ ໄດ້ຕົກລົງເປັນເອ ກະພາບ ພ້ອມກັນຍົກລະດັບການສ້າງ ຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ມີມາດ ຖານສູງ, ຄຸນນະພາບສູງ ແລະ ລະດັບ ສູງ ເພື່ອເປັນຕົວແບບ ແລະ ປະກອບ ສ່ວນຢ່າງຕັ້ງໜ້າ ໃນການສ້າງປະຊາ ຄົມຮ່ວມຊາຕາກໍາຂອງມວນມະນຸດ, ການຕົກລົງເປັນເອກະພາບຂອງການ ນໍາສູງສຸດ ໄດ້ເປັນເຂັມຊີ້ທິດເຍືອງທາງ ໃຫ້ແກ່ການຮ່ວມມືສອງຝ່າຍ ຢ່າງ ຮອບດ້ານໃນຍຸກໃໝ່. ສໍາລັບການຮ່ວມກັນຈັດຕັ້ງປະຕິ ບັດຕົວຈິງ, ທ່ານຮອງນາຍົກລັດຖະມົນ ຕີ ແຫ່ງ ສປປ ລາວ ໄດ້ຕີລາຄາສູງ ແລະ ປິຕິຍິນດີທີ່ເຫັນວ່າ ນັບແຕ່ຕົ້ນປີ 2023 ເປັນຕົ້ນມາ ການຜັນຂະຫຍາຍ ຈັດຕັ້ງປະຕິບັດຕົວຈິງໄດ້ມີຫລາຍອັນ ພົ້ນເດັ່ນ, ໄດ້ຟື້ນຟູການໄປມາຫາສູ່ກັນ ໂດຍກົງຂອງການນໍາຂັ້ນຕ່າງໆ, ມີ ການຟື້ນຟູການຝຶກອົບຮົມ, ການແລກ ປ່ຽນນັກສຶກສາ ແລະ ອື່ນໆ ໄດ້ສະແດງ ໃຫ້ພາກພື້ນ ແລະ ສາກົນ ເຫັນເຖິງສາຍ ພົວພັນມິດຕະພາບ ແລະ ການຮ່ວມມື ອັນແໜ້ນແຟ້ນຂອງສອງຝ່າຍ ນັບມື້ ນັບກ້າວສູ່ລວງເລິກກວ່າເກົ່າ, ພ້ອມທັງ ເປັນການໂຄສະນາ ແລະ ສົ່ງເສີມການ ໄປມາຫາສູ່ກັນ ລະຫວ່າງ ປະຊາຊົນ ສອງຊາດລາວ-ຈີນ, ຊຸກຍູ້ດ້ານ ວັດທະ ນາທໍາ, ການທ່ອງທ່ຽວ, ການຄ້າຊາຍ ແດນ, ການພົວພັນຮ່ວມມື ແລະ ດ້ານ ອື່ນໆຕື່ມອີກ. ໃນໂອກາດນີ້, ສະຫາຍຮອງນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ ຕາງໜ້າໃຫ້ແກ່ພັກ-ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບ ໃຈເປັນຢ່າງສູງ ມາຍັງ ພັກ-ລັດຖະ ບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການ ສະໜັບສະໜູນຢ່າງຕໍ່ເນື່ອງໃຫ້ແກ່ລັດ ຖະບານລາວ ໃນການປະກອບສ່ວນ ພັດທະນາພື້ນຖານໂຄງລ່າງ, ການກໍ່ ສ້າງຊັບພະຍາກອນມະນຸດ ແລະ ວຽກ ງານດ້ານອື່ນໆ ໃນໄລຍະຜ່ານມາ, ລວມທັງໃຫ້ການສະໜັບສະໜູນ ເເລະ ຊ່ວຍເຫລືອ ໃນການເປັນເຈົ້າພາບຈັດ ກອງປະຊຸມອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ຈະມາເຖິງນີ້ ໂດຍ ຫວັງຢ່າງຍິ່ງວ່າ ສອງຝ່າຍຈະຮ່ວມ ກັນຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ອາຊຽນ-ຈີນ ກໍຄື ອາຊຽນ ກັບຄູ່ຮ່ວມ ເຈລະຈາ ໃຫ້ກາຍເປັນການຮ່ວມມືຍຸດ ທະສາດຮອບດ້ານ. ໃນຕອນທ້າຍ ສະຫາຍຮອງນາຍົກ ລັດຖະມົນຕີ ແຫ່ງ ສປ ຈີນ ກໍໄດ້ອວຍ ພອນໃຫ້ສະຫາຍຮອງນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະ ນະຈົ່ງປະສົບຜົນສໍາເລັດໃນການເຂົ້າ ຮ່ວມງານວາງສະແດງສິນຄ້າ ຈີນ-ອາ ຊຽນ ແລະ ເຄື່ອນໄຫວຢ້ຽມຢາມເຮັດ ວຽກ ຢູ່ ສປ ຈີນ ຄັ້ງນີ້, ພ້ອມທັງເດີນ ທາງກັບ ສປປ ລາວ ດ້ວຍຄວາມສະ ຫວັດດີພາບ. ຈາກນັ້ນ, ສະຫາຍຮອງນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ໃຫ້ ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງບໍລິສັດຫຸ້ນສ່ວນການສ້າງສາພະ ລັງງານຈີນ ຈຳກັດ; ໄດ້ນຳພາຄະນະ ໄປຢ້ຽມຢາມທັດສະນະສຶກສາຢູ່ໝູ່ ບ້ານຫລຸດພົ້ນອອກຈາກຄວາມທຸກ ຍາກ ດ້ວຍການພັດທະນາການທ່ອງ ທ່ຽວ; ຢ້ຽມຢາມສະຖານີວິທະຍຸກະ ຈາຍສຽງ ແລະ ໂທລະພາບກວາງຊີ ແລະ ຢ້ຽມຢາມສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນໜານ ໜິງ ຕື່ມອີກ. ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ ປະດັບຫລຽນ... ຄະນະພັກ, ຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ ປະດັບຫລຽນໄຊອິດ ສະຫລະ ຊັ້ນ III ໃຫ້ ສະຫາຍ ລ້າຍ ຊວັນ ໂມນແລະທັງເປັນຜູ້ຕາງໜ້າຮັບຫລຽນ ໄຊອິດສະຫລະ ຊັ້ນ III ໃຫ້ການນໍາ 3 ສະຫາຍ ຂອງຄະນະໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດນາມ ທີ່ບໍ່ ໄດ້ມາຮ່ວມ. ພ້ອມນີ້, ສະຫາຍຫງວຽນ ເຄ່ວ ເລິມ ຫົວໜ້າກົມຂໍ້ມູນຂ່າວສານ ແລະຮ່ວມມືສາກົນຄະນະໂຄສະນາສຶກ ສາສູນກາງພັກກອມມູນິດຫວຽດນາມ ໄດ້ຕາງໜ້າຮັບໃບຍ້ອງຍໍ ຂອງກົມກອງ ແລະ ບຸກຄົນ ໃຫ້ຄະນະໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດນາມ. ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາ ຊິກ ຈົ່ງມີຄວາມຮັບຜິດຊອບຕໍ່ການລະ ເມີດກົດໝາຍສາກົນ ເພື່ອຫລີກລ່ຽງບໍ່ ໃຫ້ເກີດວິກິດການໃໝ່ ດັ່ງທີ່ກໍາລັງເກີດ ຂຶ້ນທີ່ ອູແກຣນ ແລະ ກາຊາ; ຮຽກຮ້ອງ ໃຫ້ຍຶດໝັ້ນບັນດາຫລັກການຂອງກົດ ບັດສປຊ, ເພີ່ມທະວີການຮ່ວມມືສາກົນ ເພື່ອຮັບມືກັບວິກິດການດ້ານມະນຸດສະ ທໍາ, ການແກ້ໄຂບັນຫາການປ່ຽນແປງ ດິນຟ້າອາກາດແລະການພັດທະນາດ້ານ ເຕັກໂນໂລຊີ ເປັນຕົ້ນເເມ່ນປັນຍາປະດິດ. ໃນໂອກາດດຽວກັນ, ທ່ານ ຟິເລ ມອນ ຢາງ ປະທານສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 79 ກໍໄດ້ມີ ຄໍາເຫັນວ່າ: ການຈັດຕັ້ງປະຕິບັດເປົ້າ ໝາຍການພັດທະນາແບບຍືນຍົງ ໃນ ປັດຈຸບັນສາມາດບັນລຸໄດ້ບໍ່ຮອດ18% ຂອງບັນດາເປົ້າໝາຍທັງໝົດ ໃນຂະນະ ທີ່ຍັງເຫລືອເວລາພຽງແຕ່ 5 ປີປາຍ. ພ້ອມນັ້ນ, ວົງຄະນາຍາດສາກົນກຳລັງ ຜະເຊີນໜ້າກັບສິ່ງທ້າທາຍ ເປັນຕົ້ນ ການປ່ຽນແປງດິນຟ້າອາກາດ, ຂໍ້ຂັດ ແຍ່ງຕ່າງໆຢູ່ຊູດັງໃຕ້, ເຂດກາຊາ ແລະ ອິດສະຣາແອນເຮັດໃຫ້ມີຜູ້ເສຍຊີວິດ ຫລວງຫລາຍ ແລະ ສ້າງຄວາມເສຍ ຫາຍ ແລະ ຄວາມທຸກທໍລະມານ. ພ້ອມ ນີ້, ທ່ານຍັງໄດ້ຮຽກ ຮ້ອງໃຫ້ຫັນປ່ຽນ ຈາກການລົງທຶນໃສ່ການທະຫານ ແລະການສະສົມອາວຸດໄປສຸມໃສ່ການ ສ້າງສັນຕິພາບ ແລະ ຊີວິດການເປັນຢູ່ ທີ່ດີຂອງປະຊາຊົນແທນ ເພາະເຫັນວ່າ ປະຊາຊົນຫລາຍລ້ານຄົນ ຍັງຕົກຢູ່ໃນ ຄວາມທຸກຍາກ, ຖືກບັງຄັບໃຊ້ແຮງ ງານ ແລະ ຖືກຂູດຮີດແຮງງານໃນຮູບ ແບບໃໝ່. ດ້ວຍເຫດນີ້, ຈຶ່ງມີຄວາມຈຳ ເປັນຕ້ອງປະຕິຮູບລະບົບການເງິນສາ ກົນ, ຍ້ອນຫລາຍປະເທດກຳລັງແບກ ຫາບພາລະໜີ້ສິນ ເຊິ່ງຈະຕ້ອງເລືອກ ວ່າຈະນຳໃຊ້ທຶນຮອນເພື່ອຊໍາລະໜີ້ຫລື ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ຂອງຕົນ. ນອກນັ້ນ, ເຄື່ອງມືອັນສຳຄັນ ໜຶ່ງໃນການແກ້ໄຂບັນດາສິ່ງທ້າທາຍ ເຫລົ່ານັ້ນ ກໍແມ່ນການຮ່ວມມືສາກົນ ໂດຍສະເພາະແມ່ນການຈັດຕັ້ງປະຕິ ບັດເອກະສານ ຜົນຂອງກອງປະຊຸມສຸດ ຍອດວ່າດ້ວຍອະນາຄົດ ເຊິ່ງຈະຊ່ວຍ ສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາສະ ຖາບັນຫລາຍຝ່າຍ ເພື່ອສ້າງໂລກທີ່ ຫັນປ່ຽນຢ່າງໄວວາ ພ້ອມທັງຮັບປະ ກັນວ່າຈະບໍ່ມີຜູ້ໃດ, ບຸກຄົນໃດ, ຊຸມຊົນ ໃດຖືກປະປ່ອຍໄວ້ທາງຫລັງ. ໃນວັນດຽວກັນ, ທ່ານຮອງນາຍົກ ລັດຖະມົນຕີ ສະເຫລີມໄຊ ກົມມະສິດ ຍັງໄດ້ພົບປະສອງຝ່າຍກັບທ່ານຢີວານ ກິລ ພິນໂຕ (Yvan Gil Pinto) ລັດ ຖະມົນຕີກະຊວງການຕ່າງປະເທດ ແຫ່ງ ເວເນຊູເອລາ ແລະ ທ່ານ ມູຣັດ ເບັກ ອາຊິມບາກຽບ (Muratbek Azymbakiev) ຜູ້ຕາງໜ້າພິເສດ ຂອງປະທານາທິບໍດີ ກຽກກິດສະຖານ ເພື່ອປຶກສາຫາລືກ່ຽວກັບການພົວພັນ ຮ່ວມມືສອງຝ່າຍ ແລະ ແລກປ່ຽນທັດ ສະນະຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ ສອງຝ່າຍມີຄວາມສົນໃຈຮ່ວມກັນລວມ ທັງທິດທາງການຮ່ວມມືໃນຕໍ່ໜ້າ. ນອກ ຈາກນັ້ນ, ທ່ານຮອງນາຍົກລັດຖະມົນ ຕີ ຍັງໄດ້ເຂົ້າຮ່ວມງານສະເຫລີມສະ ຫລອງການເຂົ້າເປັນສະມາຊິກອົງການ ສປຊ ຄົບຮອບ 40 ປີ ຂອງປະເທດບຣູ ຫົວໜ້າຄະນະຜູ້ແທນທີ່ເຂົ້າຮ່ວມກອງ ປະຊຸມຄັ້ງນີ້. ສຳລັບການເຄື່ອນໄຫວຂອງຄະນະ ຕິດຕາມໃນວັນທີ 25 ກັນຍາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການ ຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມ ປິ່ນອ້ອມລະດັບສູງພາຍໃຕ້ຫົວຂໍ້: “ການ ສະໜັບສະໜູນຂອງຂໍ້ລິເລີ່ມວ່າດ້ວຍ ການພັດທະນາສາກົນ (GDI) ສໍາລັບ ບັນດາປະເທດກໍາລັງພັດທະນາ: ພວກ ເຮົາພ້ອມກັນຈັດຕັ້ງປະຕິບັດ” ໂດຍ ການເປັນປະທານຂອງ ທ່ານ ວາງ ອີ້ (Wang Yi) ລັດຖະມົນຕີກະຊວງ ການຕ່າງປະເທດ ສປ ຈີນ, ມີປະທານ ສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 79 ເຂົ້າຮ່ວມປະກອບຄຳເຫັນ. ໃນນັ້ນ, ກອງປະຊຸມໄດ້ຮັບຟັງການນຳສະເໜີ ບົດລາຍງານກ່ຽວກັບຜົນການຈັດຕັ້ງ ປະຕິບັດການຮ່ວມມື ໃນຂອບຂໍ້ລິເລີ່ມ GDI ເເລະ ເເຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະຜົນສໍາເລັດຂອງກອງປະ ຊຸມລະດັບສູງ ຄັ້ງທີ 2 ຂອງເວທີປຶກ ສາຫາລືກ່ຽວກັບການປະຕິບັດງານສາ ກົນ ເພື່ອການພັດທະນາຮ່ວມກັນ ເຊິ່ງ ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 11-14 ກໍລະກົດ 2024, ທີ່ນະຄອນຫລວງ ປັກກິ່ງ ສປ ຈີນ. ນອກຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ພົບປະ ກັບ ທ່ານ ນາງ ຈູເລຍ ບິຊອບ (Julie Bishop), ຜູ້ຕາງໜ້າພິເສດຂອງເລ ຂາທິການໃຫຍ່ອົງການສປຊກ່ຽວກັບ ວຽກງານມຽນມາ ເພື່ອເເລກປ່ຽນທັດ ສະນະ ແລະ ປຶກສາຫາລືກ່ຽວກັບການ ແກ້ໄຂບັນຫາມຽນມາ ທັງໃນຂອບ ສປຊ ແລະ ຂອບອາຊຽນ. ໃນວັນດຽວກັນ, ທ່ານນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະລະ ດັບສູງ ວ່າດ້ວຍການແກ້ໄຂໄພຂົ່ມຂູ່ທີ່ ເກີດຈາກການເພີ່ມຂຶ້ນຂອງລະດັບນໍ້າ ທະເລແລະ ໄດ້ປະກອບຄໍາເຫັນໃນພາກ ເວທີສົນທະນາຂອງບັນດາຜູ້ມີສ່ວນ ຮ່ວມຫລາຍຝ່າຍກ່ຽວກັບການປັບຕົວ, ການເງິນ ແລະ ຄວາມເຂັ້ມແຂງ ໃນ ການຮັບມືກັບການເພີ່ມຂຶ້ນຂອງລະດັບ ນ້ຳທະເລ. ກອງປະຊຸມຄັ້ງນີ້, ຈັດຂຶ້ນ ເພື່ອສ້າງຄວາມເຂົ້າໃຈກ່ຽວກັບໄພຂົ່ມ ຂູ່ທີ່ເກີດຈາກການເພີ່ມຂຶ້ນຂອງລະດັບ ນໍ້າທະເລ ແລະ ສົ່ງເສີມການຮ່ວມມືລະ ຫວ່າງບັນດາປະເທດສະມາຊິກອົງ ການ ສປຊ ແລະ ອົງການຈັດຕັ້ງສາກົນ ໃນການວາງມາດຕະການ ເພື່ອຮັບມື ກັບການເພີ່ມຂຶ້ນຂອງລະດັບນໍ້າທະເລ. ພ້ອມກັນນັ້ນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ກະ ຊວງການຕ່າງປະເທດ ກໍໄດ້ເຂົ້າຮ່ວມ ປະກອບຄໍາເຫັນ ໃນກອງປະຊຸມລະ ຫວ່າງ ອາຊຽນ ເເລະ ພັນທະມິດປາຊີ ຟິກ (ASEAN-Pacific Alliance) ໂດຍການເປັນປະທານຮ່ວມ ຂອງລັດ ຖະມົນຕີກະຊວງການຕ່າງປະເທດ ຟິລິບປິນ ເເລະ ຊີເລ. ກອງປະຊຸມຄັ້ງນີ້, ໄດ້ທົບທວນຄືນການພົວພັນຮ່ວມມື ລະຫວ່າງ ບັນດາປະເທດສະມາຊິກ ອາຊຽນ ແລະ ພັນທະມິດປາຊີຟິກ ລວມ ທັງການກໍານົດທິດທາງການຮ່ວມມື ໃນອະນາຄົດ. ນອກຈາກນັ້ນ, ຄະນະຜູ້ເເທນ ສປປ ລາວ ກໍໄດ້ສືບຕໍ່ຕິດຕາມກອງປະຊຸມ ອະພິປາຍທົ່ວໄປຂອງສະມັດຊາໃຫຍ່ ອົງການ ສປຊ, ເຂົ້າຮ່ວມກອງປະຊຸມ ອາວຸໂສ ກຸ່ມ 77 ແລະ ສປ ຈີນ, ກອງ ປະຊຸມລະດັບສູງ ວ່າດ້ວຍການຮ່ວມມື ສາກົນ ເພື່ອສ້າງຂີດຄວາມສາມາດ ກ່ຽວກັບປັນຍາປະດິດ ໂດຍການເປັນ ປະທານຮ່ວມຂອງ ທ່ານ ວາງ ອີ້ (Wang Yi) ລັດຖະມົນຕີກະຊວງ ການຕ່າງປະເທດ ສປ ຈີນ ເເລະ ທ່ານ ຟີລິກ ມີຕາຕິ (Felix Mutati) ລັດ ຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຊໍາບີ. ນາຍົກລັດຖະມົນຕີ... ຮອງນາຍົກ... ໄນ ດາຣູຊາລາມ ໂດຍການເປັນເຈົ້າ ພາບຂອງ ສົມເດັດ ຊຸນຕານ ຮາຈິ ຮັດ ຊານານ ໂບນເກຍ ເເຫ່ງ ບຣູໄນ. ກອງປະຊຸມອະພິປາຍທົ່ວໄປຂອງ ສະມັດຊາໃຫຍ່ ອົງການສະຫະປະຊາ ຊາດ ສະໄໝທີ 79 ຈະສືບຕໍ່ດຳເນີນໄປ ຈົນເຖິງວັນທີ 30 ກັນຍາ 2024. ສຳ ລັບສປປລາວ,ທ່ານສອນໄຊສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີແຜນຈະຂຶ້ນກ່າວປາໄສ ໃນວັນທີ 27 ກັນຍາ 2024. ນອກຈາກນີ້, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ໄດ້ຕາງໜ້າ ສປປລາວເປັນປະທານຮ່ວມກັບສາທາ ລະນະລັດ ໂດມິນີກັນ ໃນກອງປະຊຸມ ລັດຖະມົນຕີຕ່າງປະເທດສາມຝ່າຍ ເວທີປຶກສາຫາລືຂອບການຮ່ວມມື ລະຫວ່າງ ອາຊີຕາເວັນອອກ ແລະ ອາ ເມລິກາລາຕິນ ຄັ້ງທີ 6 (The 6th FEALACTroika) ເຊິ່ງໄດ້ທົບທວນ ຄືນຄວາມຄືບໜ້າການຈັດຕັ້ງປະຕິບັດ ບັນດາໜ້າວຽກ ແລະ ກິດຈະກຳ ຂອງ ປະເທດສະມາຊິກ ລວມທັງການຄັດ ເລືອກປະເທດປະສານງານພາກພື້ນຕໍ່ ຈາກ ສປປ ລາວ ແລະ ສ ໂດມິນິກັນ. ພ້ອມນີ້, ກອງປະຊຸມ ໄດ້ຮັບຟັງການ ລາຍງານກ່ຽວກັບສະຖານະຂອງກອງ ທຶນ FEALAC Trust Fund ແລະ ປຶກສາຫາລືທິດທາງແຜນການຮ່ວມມື ໃນຕໍ່ໜ້າ. ຂ່າວ-ພາບ: ກຕທ ຈາກນັ້ນ, ສະຫາຍ ລ້າຍ ຊວັນ ໂມນ ກໍໄດ້ປະດັບຫລຽນໄຊເອກະລາດ ຊັ້ນ II ໃຫ້ ສະຫາຍ ລາວປາວຊົງ ນະວົງໄຊ ກໍາມະການສູນກາງພັກ ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວ. ພ້ອມນີ້, ຍັງ ໄດ້ປະດັບຫລຽນໄຊເອກະລາດ ຊັ້ນ III ຈໍານວນ 3 ສະຫາຍ, ສະຫາຍ ຄໍາວິສັນ ແກ້ວສຸວັນ ອະດີດຫົວໜ້າ ກົມ (ຜູ້ຊ່ວຍວຽກຄະນະ ຄອສພ) ພະນັກງານບໍານານ ໄດ້ຮັບການປະດັບ ຫລຽນໄ ຊເອກະລາດ ຊັ້ນ III, ປະດັບ ຫລຽນໄຊມິດຕະພາບ ຈໍານວນ 12 ສະຫາຍ, ແລະ ຫລຽນກາມິດຕະພາບ ຈໍານວນ 11 ສະຫາຍ. ຂປລ. ວັນທີ 25 ກັນຍາ 2024 ນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງ ທັບປະຊາຊົນລາວ, ຫົວໜ້າຄະນະຊີ້ ນຳການຊ້ອມຮົບຮ່ວມ ລາວ-ຣັດເຊຍ (LAROS-2024) ພ້ອມດ້ວຍຄະນະ ຊີ້ນຳຝ່າຍກອງທັບສະຫະພັນຣັດເຊຍ ໄດ້ເຄື່ອນໄຫວຊີ້ນຳ ແລະ ສັງເກດການ ສະແດງຊ້ອມຮົບຮ່ວມລາວ-ຣັດເຊຍຢູ່ ສະໜາມຫັດແອບປະສານເຫລົ່າ 249 ເຊຍເຣີເກເປ້ຍ ແຂວງປຣີມໍຣສະກີໂກບ ປະເທດຣັດເຊຍ. ຮອງຫົວໜ້າກົມໃຫຍ່... ການຊ້ອມຮົບຮ່ວມລາວ-ຣັດເຊຍ ໃນຄັ້ງນີ້, ດໍາເນີນພາຍໃຕ້ຫົວຂໍ້ “ກະ ກຽມແລະດໍາເນີນການສູ້ຮົບຮ່ວມ ເພື່ອ ດັບສູນກຸ່ມຕິດອາວຸດຜິດກົດໝາຍ ໃນ ກໍລະນີທີ່ສັດຕູນໍາໃຊ້ຍົນບໍ່ມີຄົນຂັບ ແບບສືບຂ່າວ ແລະ ຍົນບໍ່ມີຄົນຂັບແບບ ໂຈມຕີ” ໂດຍແບ່ງເນື້ອໃນອອກ ເປັນ 2 ພາກຄື: ຈັດຕັ້ງຝຶກອົບຮົມແລກປ່ຽນ ບົດຮຽນຈາກປະຕິບັດການພິເສດ ແລະ ປະຕິບັດຊ້ອມຮົບຮ່ວມຕົວຈິງ. ພາຍຫລັງຕິດຕາມການຊ້ອມຮົບ ຮ່ວມ, ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດ ຊອບທຸກພາກ ສ່ວນທີ່ໄດ້ຕັ້ງໜ້າສຸມ ໃສ່ການອົບຮົມ-ຫັດແອບເປັນສໍາຄັນ, ພ້ອມກັນອົດທົນຜ່ານຜ່າຂໍ້ຫຍຸ້ງຍາກ ທຸກປະການ ເຮັດໃຫ້ການຫັດແອບຝຶກ ຊ້ອມຄັ້ງນີ້ ສໍາເລັດຕາມແຜນການທີ່ ວາງໄວ້. ພ້ອມນີ້, ສະຫາຍຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບປະຊາ ຊົນລາວ ຍັງຮຽກຮ້ອງໃຫ້ແຕ່ລະພາກ ສ່ວນຍົກສູງຄວາມຮັບຜິດຊອບຕໍ່ໜ້າ ທີ່ ການເມືອງຂອງຕົນທີ່ໄດ້ຮັບມອບ ໝາຍແລະມີຄວາມມານະອົດທົນ,ກະຕື ລືລົ້ນ ປະກອບສ່ວນເຂົ້າໃນການຊ້ອມ ຮົບ, ພ້ອມທັງຖອດຖອນບົດຮຽນນໍາ ກອງທັບສະຫະພັນຣັດເຊຍ ທາງດ້ານ ສິລະປະຍຸດ-ຍຸດທະວິທີ, ການບຸກຕີຊ່ວຍ ເຫລືອເອົາຕົວປະກັນ ແລະ ການນໍາໃຊ້ ພາຫະນະ-ອາວຸດທີ່ທັນສະໄໝ ເພື່ອມາ ປັບປຸງເຫລົ່າຮົບຂອງຕົນ ໃຫ້ມີຄວາມ ໜັກແໜ້ນເຂັ້ມແຂງ ແລະ ທັນສະໄໝ. ຂ່າວ: ຈິດ ເພັດພູທອງ ປະເທດສັງເກດການ, ກອງເລຂາອາ ຊຽນ, ສູນພະລັງງານອາຊຽນ ແລະ ບັນດາປະເທດ + 8 (ອົດສະຕຣາລີ, ສປ ຈີນ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ສ ເກົາຫລີ, ລັດເຊຍ ແລະ ອາເມລິກາ) ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ໂພໄຊ ໄຊຍະສອນ ກ່າວເປີດ ກອງປະຊຸມວ່າ: ສປປ ລາວ ໃນຖານະ ປະທານອາຊຽນ ປີ 2024 ໄດ້ກຳນົດ ຫົວຂໍ້ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ທີ່ເນັ້ນ ໃຫ້ເຫັນບົດບາດສໍາຄັນຂອງການ ເຊື່ອມໂຍງພະລັງງານອາຊຽນ ແນໃສ່ ເພື່ອວາງຮາກຖານສໍາຄັນຂອງການ ພັດທະນາເສດຖະກິດແລະສັງຄົມຂອງ ພາກພື້ນ. ໃນຂະນະດຽວກັນ, ການກຽມ ຄວາມພ້ອມເພື່ອຮັບມືກັບການປ່ຽນ ແປງດິນຟ້າອາກາດ ແລະ ການປ່ຽນ ຜ່ານສູ່ພະລັງງານທີ່ສະອາດກວ່າ, ພ້ອມນີ້ ເຮົາກໍາລັງຢູ່ໃນໄລຍະສຸດທ້າຍ ຂອງການຈັດຕັ້ງປະຕິບັດແຜນວຽກ ອາປາເອັກ (APAEC) ໄລຍະທີ 2 ໃນປີ 2025 ສິ່ງສໍາຄັນແມ່ນເຮົາຕ້ອງ ທົບທວນຜົນສໍາເລັດທີ່ເຮົາໄດ້ຈັດຕັ້ງ ປະຕິບັດ ແລະ ທິດທາງທີ່ອາຊຽນຈະ ກ້າວເດີນຕໍ່ໄປຂ້າງໜ້າ ເພື່ອບັນລຸເປົ້າ ໝາຍລວມອາຊຽນ. ພ້ອມກັນນີ້, ຍັງມີກອງປະຊຸມອາ ຊຽນດ້ານທຸລະກິດພະລັງງານຄັ້ງທີ24 (AEBF-24) ທີ່ຈັດໂດຍສູນພະລັງ ງານອາຊຽນ ເຊິ່ງມີຄວາມຄາດຫວັງ ວ່າ ໃຫ້ເປັນອີກເວທີໜຶ່ງທີ່ສຳຄັນ ເພື່ອ ເຊື່ອມໂຍງລະຫວ່າງຜູ້ກຳນົດນະໂຍ ບາຍລະດັບສູງແລະຜູ້ມີສ່ວນຮ່ວມພາກ ທຸລະກິດ ເພື່ອແລກປ່ຽນຂໍ້ມູນ ແລະ ກາ ລະໂອກາດຂອງການຮ່ວມມື ເຊິ່ງກອງ ປະຊຸມດັ່ງກ່າວຈະໄດ້ເພີ່ມທະວີການ ຮ່ວມມືໃນພາກພື້ນຂອງພວກເຮົາເພື່ອ ສ້າງຄວາມຮັບປະກັນດ້ານພະລັງງານ ສະພາປະຊາຄົມ ວັດທະນະທຳ-ສັງ ຄົມ ອາຊຽນ, ຫົວໜ້າຄະນະຜູ້ແທນອາ ຊຽນ, ຮອງເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີກະຊວງສາມັກຄີ ແລະ ການມີສ່ວນຮ່ວມທາງສັງຄົມແຫ່ງຕີມໍ ແລັດສະເຕ ແລະ ບັນດາລັດຖະມົນຕີ, ຮອງລັດຖະມົນຕີຂະແໜງການປະຊາ ຄົມ ວັດທະນະທຳ-ສັງຄົມ ອາຊຽນ, ພ້ອມດ້ວຍເອກະອັກຄະລັດ ຖະທູດອາ ຊຽນ ແລະ ຕີມໍແລັດສະເຕ ປະຈໍາ ສປປ ລາວ ເຂົ້າຮ່ວມ. ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ມີຄໍາເຫັນວ່າ: ກອງປະຊຸມໃນ ຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າ, ແລກປ່ຽນຄໍາຄິດ ຄໍາເຫັນ ແລະ ປຶກສາຫາລື ເພື່ອຄວາມ ເປັນເອກະພາບກັນໃນການຮັບຮອງ ເອົາບັນດາເອກະສານສໍາຄັນຂອງອາ ຊຽນ ຈຳນວນ 29 ສະບັບ ລວມທັງບົດ ລາຍງານກອງປະຊຸມລັດຖະມົນຕີ ປະ ຊາຄົມວັດທະນະທໍາ-ສັງຄົມ ອາຊຽນ ເພື່ອສະເໜີຕໍ່ຜູ້ນຳອາຊຽນ ພິຈາລະ ນາຮັບຮອງ ແລະ ຮັບຊາບ ໃນກອງປະ ຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ຈະຈັດຂຶ້ນໃນຕົ້ນເດືອນຕຸລາ 2024 ທີ່ຈະມາເຖິງນີ້, ບັນດາເອກະ ສານສຳຄັນດັ່ງກ່າວ, ຈະກາຍເປັນນິຕິ ກຳທີ່ມີຄວາມໝາຍຄວາມສຳຄັນ ແລະ ເປັນບ່ອນອີງທີ່ໜັກແໜ້ນ ໃຫ້ແກ່ທຸກ ພາກສ່ວນກ່ຽວຂ້ອງ ເພື່ອນຳໄປຈັດຕັ້ງ ຜັນຂະຫຍາຍເຂົ້າໃນວຽກ ງານແຕ່ລະ ຂະແໜງການ ພາຍໃຕ້ເສົາຄ້ຳວັດທະ ນະທຳ-ສັງຄົມອາຊຽນ ໃຫ້ປາກົດຜົນ ເປັນຈິງໃນຕໍ່ໜ້າ ແນໃສ່ຮັບປະກັນຜົນ ປະໂຫຍດລວມຂອງປະຊາຊົນພວກ ເຮົາໃນອະນາຄົດ ກໍຄື ການສ້າງປະຊາ ຄົມອາຊຽນ ໃຫ້ຈະເລີນຮຸ່ງເຮືອງ, ສັງ ຄົມມີຄວາມປອງດອງ, ປະຊາຊົນມີວິ ຖີຊີວິດທີ່ດີ, ມີການພັດທະນາແບບຍືນ ຍົງ, ມີຄວາມເຄົາລົບ, ຮັບຮູ້ ແລະ ເຂົ້າ ໃຈ ເຊິ່ງກັນ ແລະ ກັນ ດ້ວຍການໂຄສະ ນາສົ່ງເສີມວັດທະນະທໍາທີ່ຫລາກ ຫລາຍ ແລະ ເປັນເອກະລັກຂອງອາ ຊຽນ, ສາມາດເຂົ້າເຖິງການສຶກສາ ແລະ ຮັບຮູ້ຂໍ້ມູນຂ່າວສານຢ່າງເທົ່າ ທຽມກັນ, ສ້າງຄວາມປອດໄພທາງ ດ້ານສຸຂະພາບ, ຮັກສາສິ່ງແວດລ້ອມ ໃຫ້ຍືນຍົງ ແລະ ພ້ອມກັນຮັບມືກັບການ ປ່ຽນແປງຂອງດິນຟ້າອາກາດ, ພັດທະ ນາສີມືແຮງງານໃຫ້ມີຄຸນນະພາບ ທັງ ຮັບປະກັນແຮງງານເຄື່ອນຍ້າຍທີ່ຖືກ ຕ້ອງ, ສົ່ງເສີມຄວາມສະເໝີພາບຍິງຊາຍ ແລະ ເປີດກວ້າງໂອກາດໃນການ ປະກອບອາຊີບສຳລັບໄວໜຸ່ມ, ຜູ້ດ້ອຍ ໂອກາດ ແລະ ຜູ້ເສຍອົງຄະໃຫ້ນັບມື້ ຫລາຍຂຶ້ນ. ພ້ອມນີ້, ໃນກອງປະຊຸມ ຍັງໄດ້ປຶກ ສາຫາລື ແລະ ໃຫ້ຄໍາເຫັນຊີ້ແນະ ຕໍ່ກັບ ວາລະລວມທີ່ສໍາຄັນຕ່າງໆ ຂອງແຜນ ຍຸດທະສາດປະຊາຄົມ ວັດທະນະທຳສັງຄົມ ອາຊຽນ ຫລັງປີ 2025 ເຊິ່ງໄດ້ ສໍາເລັດລຸລ່ວງໄປດ້ວຍດີ ໃນເດືອນສິງ ຫາ ຜ່ານມາ ຢູ່ນະຄອນຫລວງວຽງຈັນ. ພ້ອມນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ຄວາມຫ້າວຫັນ ແລະ ເອົາໃຈໃສ່ດ້ວຍ ຄວາມຮັບຜິດຊອບສູງ ຂອງທຸກພາກ ສ່ວນທີ່ກ່ຽວຂ້ອງໃນການກະກຽມປະ ເມີນທ້າຍສະໄໝແຜນແມ່ບົດປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ 2025 ໃຫ້ປະສົບຜົນສໍາເລັດ ຕາມຄາດໝາຍ ທີ່ວາງໄວ້ ກໍຄື ໜ່ວຍງານພັດທະນາ ແຜນຍຸດທະສາດ ປະຊາຄົມວັດທະນະ ທຳ-ສັງຄົມອາຊຽນ ຫລັງປີ 2025 ແລະທຸກພາກສ່ວນກ່ຽວຂ້ອງທີ່ໄດ້ເອົາ ໃຈໃສ່ປະກອບສ່ວນໃນການພັດທະນາ ຮ່າງແຜນຍຸດທະສາດດັ່ງກ່າວ, ເຫັນວ່າ ມີຄວາມຄືບໜ້າໄປຕາມແຜນທີ່ກໍາ ນົດໄວ້ຢ່າງໜ້າເພິ່ງພໍໃຈ ເຊິ່ງປະກອບ ສ່ວນສໍາຄັນຕໍ່ການສ້າງວິໄສທັດຂອງ ປະຊາຄົມອາຊຽນ 2045 ແລະ ເອກະ ສານສຳຄັນກ່ຽວຂ້ອງ ທີ່ຈະຮັບຮອງ ເອົາໃນປີ 2025 ໃຫ້ສໍາເລັດຢ່າງເປັນ ຮູບປະທໍາ. ຂ່າວ: ທະນູທອງ; ພາບ: ເກດສະໜາ ລາວ ເປັນເຈົ້າພາບ... ທີ່ໝັ້ນຄົງ ແລະ ອານາຄົດ ທີ່ຍືນຍົງສຳ ລັບປະຊາຊົນທຸກຄົນໃນປະຊາຄົມ . ຂ່າວ: ວຽງສະຫວັນ; ພາບ: ຂັນໄຊ ເຊື່ອມໂຍງພະລັງງານ...

RkJQdWJsaXNoZXIy MTc3MTYxMQ==