5969

08 xtgmf]k; 37ltok c]t [= ]y = dy ko 25/09/2024 fdg *ວັນທີ 20 ກັນຍາ 2024, ອາສາສະໝັກກວ່າ 30 ຄົນ ຈາກ ບໍລິສັດ ລາວຊໍາຊຸງ ຈຳກັດ ຜູ້ດຽວ (Lao Samsung Electronics Sole Company Limited) ໄດ້ ລົງເຄື່ອນໄຫວຢ້ຽມຢາມ ແຂວງວຽງຈັນ ເພື່ອມອບ ໂທລະພາບSamsung 65” Crystal UHD ຈໍານວນ 15 ໜ່ວຍ ໃຫ້ແກ່ໂຮງຮຽນ 8 ແຫ່ງ ຢູ່ແຂວງວຽງຈັນ. ນອກຈາກນັ້ນ,ຍັງໄດ້ມອບ ອຸປະກອນການຮຽນໃຫ້ແກ່ ນັກຮຽນ ໂຮງຮຽນມັດທະ ຍົມສົມບູນໂພນໝີ, ເມືອງ ວຽງຄຳແຂວງວຽງຈັນ ເຊິ່ງ ທ່ານ ພູວົງ ບຸນຊູ ຮອງເຈົ້າ ແຂວງ ແຂວງວຽງຈັນ, ຜູ້ຊີ້ນໍາວຽກງານການສຶກສາ ໄດ້ໃຫ້ກຽດເປັນປະທານ ແລະ ເຂົ້າຮ່ວມໃນຄັ້ງນີ້. ນີ້ ແມ່ນສ່ວນໜຶ່ງຂອງຄວາມ ມຸ່ງໝັ້ນຢ່າງຕໍ່ເນື່ອງຂອງ ບໍລິສັດ ລາວຊໍາຊຸງ ໃນການ ສະໜັບສະໜູນພື້ນຖານໂຄງ ລ່າງດ້ານການສຶກສາແລະ ປັບປຸງສະພາບແວດລ້ອມ ການສຶກສາໃຫ້ແກ່ຊາວ ໜຸ່ມ-ເຍົາວະຊົນ. Samsung Love & Care ເປັນໂຄງການອາສາ ສະໝັກປະຈຳປີຂອງ ບໍລິສັດ ຊຳຊຸງ ໂດຍມີຈຸດປະສົງ ເພື່ອ ສະໜັບສະໜູນຊາວໜຸ່ມເຍົາວະຊົນທີ່ດ້ອຍໂອກາດໃນ ຂົງເຂດ ອາຊີຕາເວັນອອກ Samsung Love & Care: ຮ່ວມສົ່ງເສີມການສຶກສາ່ ວົ່ ງີ ມຶ ກ ໃນ ສ ປປ ລາວ ຜ່ານໂຄງການຂອງ Smart School່ າ ສຽງໃຕ້ ແລະ ໂອເຊຍເນຍ ທາງ ບໍລິສັດ ໃຫ້ຄວາມສຳ ຄັນໃນການພັດທະນາການ ສຶກສາ ດ້ວຍການສົ່ງເສີມ ນັກຮຽນດ້ວຍນະວັດຕະກຳ ເຕັກໂນ ໂລຊີທີ່ທັນສະໄໝເພື່ອ ຄວາມສາມາດໃນການຮຽນ ຮູ້ການປັບຕົວ ແລະ ການຈະ ເລີນເຕີບໂຕໃນໂລກທີ່ມີການ ປ່ຽນ ແປງທີ່ໄວໃນປັດຈຸບັນ. ໃນໂຄງການ Samsung Love & Care, ບໍລິສັດ ລາວຊໍາຊຸງ ໄດ້ຮ່ວມມືກັບ ໂຄງການ Smart School ເພື່ອພັດທະນາການສຶກສາ ໂດຍໃຫ້ນັກຮຽນ ທີ່ຢູ່ເຂດ ຫ່າງໄກໄດ້ຮັບຄວາມຮູ້ເພີ່ມ ເຕີມ ຜ່ານເຕັກໂນໂລຊີ ທີ່ທັນ ສະໄໝ, ຊ່ວຍໃຫ້ນັກຮຽນສາ ມາດກ້າວທັນກັບການພັດ ທະນາໃນອະນາຄົດ. ການ ຮ່ວມມືຄັ້ງນີ້ ຖືເປັນໂອກາດ ທີ່ດີໃນການເປີດກວ້າງຂອບ ເຂດການຮຽນຮູ້ຂອງນັກ ຮຽນ ໃຫ້ກ້າວໜ້າໄປຍິ່ງຂຶ້ນ ນອກເໜືອຈາກການຮຽນ ແບບເກົ່າ. ຈາກທີ່ໄດ້ກ່າວໄປ ໃນເບື້ອງຕົ້ນ, ອາສາສະໝັກ ຈາກ ບໍລິສັດ ລາວຊໍາຊຸງ ໄດ້ ລົງຢ້ຽມຢາມໂຮງຮຽນ ເພື່ອ ມອບອຸປະກອນການສຶກສາ ໃຫ້ແກ່ນັກຮຽນ ໂຮງຮຽນ ມັດທະຍົມສົມບູນໂພນໝີ. ນອກຈາກນີ້ແລ້ວ, ທາງ ທີມງານ ຂອງບໍລິສັດຍັງໄດ້ ມີການຮ່ວມກິດຈະກໍາແລກ ປ່ຽນຄວາມຮູ້ ແລະ ຈັດກິດ ຈະກຳຫລິ້ນເກມ ເພື່ອສ້າງ ຄວາມສາມັກຄີ. ນີ້ເປັນເລື່ອງ ທີ່ໜ້າປະທັບໃຈ ທີ່ໄດ້ເຫັນ ເຖິງຄວາມມຸ່ງໝັ້ນອຸທິດຕົນ ໃນການເຮັດວຽກ ຂອງພະ ນັກງານທຸກຄົນ ແລະ ຄວາມ ປາຖະໜາ ໃນການປະກອບ ສ່ວນສ້າງປະໂຫຍດໃຫ້ແກ່ ຊຸມຊົນເຫລົ່ານີ້ອີກດ້ວຍ. ທ່ານ ນາງ ວໍລະວັນ ຕັ້ງ ກະມົນສະຖາພອນ ຜູ້ຈັດການ ການຕະຫລາດ ບໍລິສັດ ລາວ ຊໍາຊຸງ ຈຳກັດ ຜູ້ດຽວ ໄດ້ ກ່າວເຖິງໂຄງການ Samsung Love & Care ໃນ ພິທີມອບ-ຮັບໂທລະພາບດັ່ງ ກ່າວວ່າ: ບໍລິສັດ ລາວ ຊໍາຊຸງ ພວກເຮົາຍຶດໝັ້ນໃນຄຳເວົ້າ ທີ່ວ່າ “ການແກ້ໄຂບັນຫາ ເພື່ອອະນາຄົດ” (Solving forTomorrow)ແລະພວກ ເຮົາຍັງເຫັນເຖິງຄວາມຈຳ ເປັນໃນການສົ່ງມອບຄວາມ ຊ່ວຍເຫລືອໃຫ້ຄົນອື່ນໆ ມີ ຊີວິດທີ່ດີຂຶ້ນ ລວມເຖິງການ ເປັນ ຢູ່ທີ່ດີໃນສັງຄົມນັ້ນໆ ເຊັ່ນກັນ. ພວກເຮົາມຸ່ງຫວັງ ທີ່ຈະໃຊ້ໂຄງການ Smart School ເປັນຊ່ອງທາງໃນ ການສ້າງແຮງບັນດານໃຈ, ກະຕຸ້ນ ແລະ ຄົ້ນຫາຊາວໜຸ່ມ ເຍົາວະຊົນຮຸ່ນໃໝ່ທີ່ມີສັກກາ ຍະພາບທີ່ຈະສ້າງການປ່ຽນ ແປງໃນອະນາຄົດ. ພວກເຮົາ ເຊື່ອໝັ້ນວ່າ ການສື່ສານຜ່ານ ການສື່ຫລາຍຮູບແບບ ແລະ ອຸປະກອນການຮຽນການ ສອນທີ່ທັນສະໄໝ ນັກຮຽນ ຈະໄດ້ຮັບປະໂຫຍດໃນການ ຮຽນທີ່ຫລາຍຂຶ້ນ ລວມເຖິງ ໄດ້ຮັບແຮງບັນດານໃຈໃນ ການສຶກສາຄົ້ນຄວ້າອີກດ້ວຍ ທ່ານ ນາງ ອາມອນທິບ ທັນ ທະນາວົງ ຜູ້ອໍານວຍການ ໂຮງຮຽນມັດທະຍົມສົມບູນ ໂພນໝີ ໄດ້ກ່າວວ່າ: “ພວກ ເຮົາກໍາລັງຊອກຫາວິທີໃນ ການປັບປຸງຄຸນນະພາບ ການສຶກສາແລະ ເຮັດໃຫ້ນັກ ຮຽນມີສ່ວນຮ່ວມທີ່ຫລາຍ ຂຶ້ນ, ພວກເຮົາມີຄວາມຮັບ ຜິດຊອບໃນການສ້າງອະນາ ຄົດຂອງຄົນຮຸ່ນຕໍ່ໄປ ແລະ ດ້ວຍການສະໜັບສະໜູນ ຈາກບໍລິສັດ ລະດັບໂລກ ເຊັ່ນ: ຊຳຊຸງ ຈະເຮັດໃຫ້ນັກ ຮຽນຮູ້ສຶກວ່າ ພວກເຮົາກໍ ເປັນສ່ວນໜຶ່ງຂອງຄວາມ ພະຍາຍາມຮ່ວມກັນໃນການ ສ້າງອະນາຄົດທີ່ດີຂຶ້ນ, ພວກ ເຮົາຫວັງທີ່ຈະໄດ້ເຫັນນັກ ຮຽນທຸກໆຄົນ ປະສົບຜົນສຳ ເລັດ ແລະ ສ້າງຄວາມແຕກ ຕ່າງໃຫ້ກັບໂລກທັງໃນຕອນ ນີ້ ແລະ ອະນາຄົດ. ບໍລິສັດ ຊໍາຊຸງ ຍັງມຸ່ງໝັ້ນ ໃນການຂະຫຍາຍໂຄງການ ອາສາສະໝັກດັ່ງກ່າວໃຫ້ ທົ່ວໃນຂົງເຂດອາຊີຕາເວັນ ອອກສຽງໃຕ້ ແລະ ໂອເຊຍ ເນຍ. ໃນປີນີ້, ໂຄງການດັ່ງ ກ່າວມີຈຸດປະສົງທີ່ຈະສ້າງ ການປ່ຽນແປງແລະສົ່ງເສີມ ຄຸນນະພາບຊີວິດທີ່ດີຂຶ້ນໃຫ້ ແກ່ປະຊາຊົນກວ່າ 3.500 ຄົນ ໃນຂົງເຂດດັ່ງກ່າວ. Hashtag: #Samsung Love&Care_Laos_ 2024 #SamsungLaos

RkJQdWJsaXNoZXIy MTc3MTYxMQ==