5969

xtgmf]k; 4 3]d c]t gsfdko 25/09/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp mk[mk,[5 d7t]kdvo lt\a dIa [g]n vd8A ' 7tot[= ]y sko'kora d I;zm g9Q k|h kmuj vk;5 3l rt]a ''kovk-Po sk]n s]kp[a oskle7a o *** ຕໍ່ຈາກໜ້າ 1 *** ຄະນະກຳມະການອາຊຽນ... vk-Po sk]n ra fmtokczop5 fmtlkf xt-k7q , ;a fmtotme{la '7q , vk-Po ປະກອບດ້ວຍ 10 ປະເທດສະມາຊິກ ອາຊຽນ, ກອງເລຂາອາຊຽນ ແລະ ປະເທດຕີມໍແລັດສະເຕ ໃນນາມຜູ້ສັງ ເກດການ ເປັນກອງປະຊຸມແບບ ເຊິ່ງ ໜ້າ. ສ່ວນວັນທີ 25 ກັນຍາ 2024 ພາກເຊົ້າ ເປັນວາລະເປີດຂອງກອງ ປະຊຸມຄະນະກຳມະການກ່ຽວກັບການ ຈັດຕັ້ງປະຕິບັດຖະແຫລງການອາ ຊຽນວ່າດ້ວຍການປົກປ້ອງ ແລະ ສົ່ງ ເສີມສິດທິຂອງຜູ້ອອກແຮງງານເຄື່ອນ ຍ້າຍ ຮ່ວມກັບອົງການແຮງງານສາ ກົນ(ILO),ອົງການຈັດຕັ້ງສາກົນເພື່ອ ການເຄື່ອນຍ້າຍຖິ່ນຖານ (IOM) ແລະ ຜູ້ໃຫ້ທຶນພັດທະນາ ໃນຮູບແບບ ເຊິ່ງໜ້າ ແລະ ອອນລາຍ. ໃນພາກບ່າຍ ແມ່ນການນໍາສະເໜີປື້ມຄູ່ມືແຮງງານ ເຄື່ອນຍ້າຍອາຊຽນ ສະບັບປັບປຸງຄັ້ງ ທີ 2 ຊຶ່ງຜູ້ເຂົ້າຮ່ວມປະກອບ ດ້ວຍ 10 ປະເທດສະມາຊິກອາຊຽນ, ກອງເລຂາ ອາຊຽນ ແລະ ປະເທດຕີມໍແລັດສະເຕ ໃນນາມຜູ້ສັງເກດການ, ອົງການແຮງ ງານສາກົນ, ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ ແລະ ຜູ້ ໃຫ້ທຶນພັດທະນາ ໃນຮູບແບບເຊິ່ງໜ້າ ແລະ ອອນລາຍ. ກອງປະຊຸມຄັ້ງນີ້, ໄດ້ຮ່ວມກັນ ກວດກາຜົນການຕີລາຄາກ່ຽວກັບ ການຈັດຕັ້ງປະຕິບັດຄວາມເຫັນດີເຫັນ ພ້ອມຂອງອາຊຽນ ເຊິ່ງເຫັນວ່າມີ ຄວາມຄືບໜ້າຢ່າງບໍ່ຢຸດຢັ້ງ ແລະ ເພີ່ມ ທະວີຄວາມມານະພະຍາຍາມ ເພື່ອປະ ຕິບັດ ຄຳໝັ້ນສັນຍາຂອງຄວາມເຫັນ ດີເຫັນພ້ອມຂອງອາຊຽນ; ປຶກສາຫາລື ກ່ຽວກັບຖະແຫລງການອາຊຽນກ່ຽວ ກັບການປົກປ້ອງຄົນງານເຄື່ອນຍ້າຍ ເມື່ອບໍ່ດົນມານີ້ ຄື: ຖະແຫລງການອາ ຊຽນ ວ່າດ້ວຍການຮັບປະກັນຜົນປະ ໂຫຍດປະກັນສັງຄົມຂອງຄົນງານ ເຄື່ອນຍ້າຍໃນອາຊຽນ, ຖະແຫລງ ການອາຊຽນກ່ຽວກັບການປົກປ້ອງ ຄົນງານເຄື່ອນຍ້າຍ ແລະ ສະມາຊິກ ຄອບຄົວໃນສະພາບວິກິດ, ຖະແຫລງ ການອາຊຽນກ່ຽວ ກັບການຈັດວາງ ແລະ ປົກປ້ອງຄຸ້ມຄອງຊາວປະມົງທີ່ ເຄື່ອນຍ້າຍ, ຮ່າງຖະແຫລງການວ່າ ດ້ວຍການເຄື່ອນຍ້າຍແຮງງານ, ຮັບຮູ້ ແລະ ພັດທະນາສີມື ໃນອາຊຽນ ຢູ່ ສປປ ລາວ ເປັນຜູ້ຊຸກຍູ້ ແລະ ຜັກດັນ ໃນໄລຍະທີ່ ສປປ ລາວ ເປັນປະທານ ອາຊຽນ, ພ້ອມທັງຜັນຂະຫຍາຍບັນດາ ທິດທາງທີ່ກ່ຽວຂ້ອງ ເພື່ອຫັນບັນດາ ຄຳໝັ້ນສັນຍາໃຫ້ກາຍເປັນການກະທຳ ທີ່ແທ້ຈິງ. ຄຽງຄູ່ກັນນັ້ນ, ກອງປະ ຊຸມ ຍັງໄດ້ທົບທວນການຈັດຕັ້ງປະຕິບັດ ບັນດາໂຄງການທີ່ໄດ້ກໍານົດໃນແຜນ ງານອາຊຽນ ປີ 2018-2025; ກອງ ປະຊຸມຍັງໄດ້ຫວນຄືນການເປີດເຜີຍ ບົດລາຍງານຮູບພາບສຽງ (AVP) ເມື່ອບໍ່ດົນມານີ້ ຂອງກອງປະຊຸມໂຄສະ ຂປລ. ກອງປະຊຸມເຈົ້າໜ້າທີ່ອາ ວຸໂສພະລັງງານອາຊຽນ ເພື່ອກະກຽມ ໃຫ້ແກ່ກອງປະຊຸມລັດຖະມົນຕີພະລັງ ງານອາຊຽນ ຄັ້ງທີ 42 ໄດ້ຈັດຂຶ້ນ ວັນທີ 24 ກັນຍາ 2024 ພາຍໃຕ້ການ ເປັນປະທານຂອງ ທ່ານ ອາຄົມເດດ ວົງໄຊ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງພະລັງງານ ແລະ ບໍ່ແຮ່, ຫົວໜ້າເຈົ້າໜ້າທີ່ອາວຸໂສພະລັງ ງານອາຊຽນ ແຫ່ງ ສປປ ລາວ, ມີຫົວ ໜ້າເຈົ້າໜ້າທີອາວຸໂສ ພ້ອມດ້ວຍຄະ ນະຜູ້ແທນຈາກ 10 ປະເທດອາຊຽນ ແລະ ປະເທດຕີມໍແລັດສະເຕ ໃນນາມ ປະເທດສັງເກດການ, ກອງເລຂາອາ ຊຽນ, ສູນພະລັງງານອາຊຽນ ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອກະ ກຽມບົດສະຫລຸບລາຍງານ ຂອງທຸກໆ ບັນດາກິດຈະກຳ ພາຍໃຕ້ແຜນງານ ການຮ່ວມມື ດ້ານພະລັງງານອາຊຽນ (APAEC) ທັງໝົດ 7ໜ້າວຽກຍ່ອຍ ລວມເຖິງການກະກຽມຮັບຮອງເອົາ ບັນດາ 8 ແຜນວຽກບູລິມະສິດ ພາຍໃຕ້ ການເປັນປະທານຂອງ ສປປ ລາວ. ກອງປະຊຸມສະຫລຸບໄດ້ຫລາຍບັນຫາ ສຳຄັນ ໂດຍສະເພາະຕິດພັນກັບສັນຍາ ຕະຂ່າຍໄຟຟ້າອາຊຽນ (APG); ສັນ ຍາວ່າດ້ວຍຄວາມໝັ້ນຄົງທາງດ້ານ ນໍ້າມັນເຊື້ອໄຟອາຊຽນ(APSA);ບົດ ສຶກສາການຄາດຄະເນ ແນວໂນ້ມດ້ານ ພະລັງງານອາຊຽນ ສະບັບທີ 8 ເພື່ອ ເປັນພື້ນຖານໃນການລາຍງານ ແກ່ ກອງປະຊຸມລັດຖະມົນຕີ ພະລັງງານ ອາຊຽນທີ່ຈະຈັດຂຶ້ນໃນວັນທີ 26-27 ກັນຍາ 2024 ນີ້. ສປປ ລາວ ໃນນາມເປັນປະທານ ກອງປະຊຸມ ອາຊຽນ ປະຈຳປີ 2024 ໃນຮອບ10ປີ, ໃນລະຫວ່າງວັນທີ2427 ກັນຍາ 2024 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີພະລັງ ງານອາຊຽນ ແລະ ກອງປະຊຸມທີ່ກ່ຽວ ຂ້ອງຂຶ້ນ ຢູ່ນະຄອນຫລວງວຽງຈັນ ເຊິ່ງແບ່ງອອກເປັນສອງ ກອງປະຊຸມ ຄື: ກອງປະຊຸມເຈົ້າໜ້າທີ່ອາວຸໂສພະ ລັງງານອາຊຽນຄັ້ງທີ 42 ເພື່ອກະ ກຽມໃຫ້ແກ່ກອງປະຊຸມລັດຖະມົນຕີ ພະລັງງານອາຊຽນ ຈັດຂຶ້ນໃນລະ ຫວ່າງວັນທີ24-25ກັນຍາ2024ແລະ ກອງປະຊຸມລັດຖະມົນຕີພະລັງງານ ອາຊຽນ ແມ່ນຈະຈັດຂຶ້ນໃນວັນທີ 2627 ກັນຍາ 2024. ຂ່າວ: ກິດຕາ; ພາບ: ຂັນໄຊ ຂປລ. ກອງປະຊຸມໜ່ວຍງານພັດ ທະນາແຜນຍຸດທະສາດປະຊາຄົມ ວັດ ທະນະທຳ-ສັງຄົມ ອາຊຽນ ຫລັງປີ 2025 ຄັ້ງທີ 7 ໄດ້ຈັດຂຶ້ນ ໃນວັນທີ 24 ກັນຍາ 2024 ຢູ່ນະຄອນຫລວງວຽງ ຈັນ ສປປ ລາວ ໂດຍການເປັນປະທານ ຮ່ວມຂອງ ທ່ານ ຄຳພູ ເພັຍສັກຂາ ຮອງຫົວໜ້າກົມແຜນການ ແລະ ການ ຮ່ວມມືສາກົນ ກະຊວງຖະແຫລງຂ່າວ, ວັດທະນະທຳແລະທ່ອງທ່ຽວ, ທັງເປັນ ເຈົ້າໜ້າທີ່ອາວຸໂສວັດທະນະທຳ-ສັງຄົມ ອາຊຽນ ແລະ ທ່ານນາງ ຄຣິສຕີນາ ໂຢເຄນຢິບ (CHRISTINA YEO KEO YIN) ຜູ້ຊ່ວຍລັດຖະມົນຕີ ກະຊວງທ່ອງທ່ຽວ, ສິລະປະ ວັດທະນະ ທຳມະເລເຊຍ ໂດຍມີໜ່ວຍງານພັດ ທະນາແຜນຍຸດທະສາດປະຊາຄົມວັດ ທະນະທຳ-ສັງຄົມ ອາຊຽນ, ຕີມໍແລດ ສະເຕ, ຮອງເລຂາທິການ ໃຫຍ່ອາຊຽນ ແລະ ຄະນະຜູ້ແທນຈາກປະເທດສະມາ ຊິກອາຊຽນ ເຂົ້າຮ່ວມ. ທ່ານຄຳພູ ເພັຍສັກຂາ ໄດ້ໃຫ້ຮູ້ວ່າ: ກອງປະຊຸມ ໃນຄັ້ງນີ້, ແນໃສ່ພັດທະນາ ແຜນຍຸດທະສາດປະຊາຄົມວັດທະນະ ທຳ-ສັງຄົມອາຊຽນ ຫລັງປີ 2025 ໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້ ເຊິ່ງໄດ້ສືບຕໍ່ປຶກສາຫາລື ບາງວຽກ ງານທີ່ຍັງຄົງຄ້າງເປັນຕົ້ນ ວຽກງານ ການສົ່ງເສີມ-ປົກປ້ອງສິດທິມະນຸດ ແລະ ມູມມອງອາຊຽນຕໍ່ອິນໂດ-ປາຊິ ຟິກ ລວມທັງກວດກາຄືນບັນດາຕົວຊີ້ ວັດຍຸດທະສາດ ຈຳນວນ 62 ຂໍ້ ທີ່ໄດ້ ຮັບຄຳເຫັນຈາກບັນດາປະເທດສະມາ ຊິກອາຊຽນ. ຜ່ານການປຶກສາຫາລື ແລະ ຕີລາຄາ ໃນກອງປະຊຸມສາມາດ ປະຕິບັດໄດ້ຕາມແຜນການ ແລະ ສາ ມາດເອກະພາບກັນ ໃນການສ້າງແຜນ ຍຸດທະສາດດັ່ງກ່າວ ແລະ ຄາດວ່າຈະ ສົ່ງຮ່າງແຜນຍຸດທະສາດປະຊາຄົມ ວັດທະ ນະທຳ-ສັງຄົມ ອາຊຽນ ຫລັງປີ 2025ໃຫ້ຄະນະສະເພາະກິດລະດັບສູງ ວິໄສທັດປະຊາຊົມອາຊຽນ ໃນຕົ້ນ ເດືອນພະຈິກ 2024. ສຳລັບ ກອງປະຊຸມຄັ້ງຕໍ່ໄປ ກໍຄື ຄັ້ງທີ 8 ຈະຈັດຂຶ້ນທີ່ ນະຄອນຫລວງ ມາລາກາ ປະເທດອິນໂດເນເຊຍ ເພື່ອ ພັດທະນາເອກະສານດັ່ງກ່າວນີ້ ໃຫ້ ສົມບູນ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ຂປລ. ວັນທີ 24 ກັນຍາ 2024 ນີ້, ໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບ(ຮວຜທ) ເປີດກອງປະຊຸມ ທາບທາມບຸກຄະລາກອນສະໝັກ ຮັບເລືອກຕັ້ງເຂົ້າຄະນະບໍລິຫານ ງານພັກ ສະໄໝທີ I ຮອບທີ 3 ໂດຍ ການເປັນປະທານຂອງສະຫາຍພົນ ຈັດຕະວາ ແສງມະນີວອນ ຄໍາມະນີ ກໍາມະການຄະນະພັກ ກະຊວງປ້ອງ ກັນປະເທດ, ຮອງຫົວໜ້າກົມໃຫຍ່ ການເມືອງກອງທັບ, ມີສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນ, ສະຫາຍພັນເອກ ເພັດສະ ໝອນ ວິລະວອນ ຮອງເລຂາຄະ ນະພັກ, ຫົວໜ້າການທະຫານໂຮງ ຮຽນ, ວິຊາການຈາກກົມຈັດຕັ້ງພັກ ແລະ ຜູ້ແທນສົມບູນເຂົ້າຮ່ວມ. ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວ ໜ້າການເມືອງໂຮງຮຽນ ໄດ້ຜ່ານ ບົດລາຍງານການເມືອງທັງສອງ ພາກ ແລະ ສະຫາຍພັນເອກ ເພັດສະ ໄຂ ຜູ້ທີ່ສະໝັກເລືອກຕັ້ງ ເຂົ້າໃນຄະ ນະບໍລິຫານງານພັກຊຸດໃໝ່ ຕ້ອງ ເປັນຜູ້ທີ່ມີມາດຖານເງື່ອນໄຂຄົບ ຖ້ວນຍຶດໝັ້ນອຸດົມການສັງຄົມນິ ຍົມ, ມີຄຸນສົມບັດສິນທຳປະຕິວັດ, ມີ ທັດສະນະຫລັກໝັ້ນການເມືອງໜັກ ແໜ້ນ, ມີຄວາມຈົງຮັກພັກດີຕໍ່ປະ ເທດຊາດ, ຕໍ່ປະຊາຊົນ, ເປັນແບບ ຢ່າງນຳໜ້າໃນການປະຕິບັດກົດລະ ບຽບຂອງພັກ, ກົດໝາຍຂອງລັດ, ມີຄວາມຮູ້ຄວາມສາມາດອັນແນ່ ນອນ, ມີແບບແຜນວິທີເຮັດວຽກທີ່ ຖືກຕ້ອງ, ເຄົາລົບ, ປະຕິບັດຫລັກ ການລວມສູນປະຊາ ທິປະໄຕ ແລະ ມີສຸຂະພາບສົມບູນແຂງແຮງດີ. ໂອກາດນີ້, ສະຫາຍ ພົນຈັດ ຕະວາ ແສງມະນີວອນ ຄໍາມະນີ ໄດ້ ມີຄຳເຫັນຊີ້ນໍາຕໍ່ກອງປະຊຸມ ພ້ອມ ທັງເນັ້ນໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ຈົ່ງໃຊ້ສິດຂອງຕົນໃນ ການປ່ອນບັດ ຕ້ອງມີການໄຈ້ແຍກ ເບິ່ງທັດສະນະຄວາມຮູ້, ຄວາມສາ ມາດນຳພາ-ບັນຊາກົມກອງ, ມີຄຸນ ສົມບັດສິນທຳປະຕິວັດ, ມີແບບແຜນ ວິທີເຮັດວຽກທີ່ດີ, ເຮັດວຽກເປັນໝູ່ ຄະນະບຸກຄົນຮັບຜິດຊອບບົນພື້ນ ຖານປະຕິບັດຫລັກການລວມສູນ ປະຊາທິປະໄຕ, ເຮັດສຳເລັດໜ້າທີ່ ການເມືອງຂອງຕົນທີ່ການຈັດຕັ້ງ ຂັ້ນເທິງມອບໝາຍໃຫ້ ແນໃສ່ເຮັດ ໃຫ້ການຄັດເລືອກຄະນະພັກຊຸດນີ້ ດຳເນີນ ໄປຢ່າງຖືກຕ້ອງຕາມກົດ ລະບຽບພັກວາງອອກ. ຈາກນັ້ນ, ຄະນະຜູ້ແທນສົມບູນ ກໍໄດ້ໃຊ້ສິດຂອງຕົນ ປ່ອນບັດທາບ ທາມເລືອກເອົກບຸກຄະລາກອນ ທີ່ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິ ຫານງານພັກ ໂຮງຮຽນວັດທະນະ ທຳຊົນເຜົ່າ ກອງທັບ ສະໄໝທີ I ຮອບທີ 3 ສຳເລັດຕາມແຜນການ. ຂ່າວ: ໂອລິນ ມິ່ງມີໄຊ ໝອນ ວິລະວອນ ຮອງເລຂາຄະ ນະພັກ, ຫົວໜ້າການທະຫານໂຮງ ຮຽນໄດ້ຜ່ານຮ່າງສຳຫລວດການ ນຳພາລວມ ຂອງຄະນະພັກໂຮງ ຮຽນຕະຫລອດໄລຍະຜ່ານມາ ເພື່ອ ໃຫ້ຜູ້ແທນກອງປະຊຸມມີຄຳເຫັນ ຕີລາຄາປັບປຸງຮ່າງລາຍງານການ ເມືອງແລະຮ່າງສຳຫລວດການນຳ ພາລວມ ດັ່ງກ່າວ ໃຫ້ມີຄວາມເນື້້ອ ໃນສົມບູນຂຶ້ນກວ່າເກົ່າ. ຈາກນັ້ນ, ອະນຸກຳມະການທາບທາມບຸກຄະ ລາກອນ ກໍໄດ້ຜ່ານ ມາດຖານເງື່ອນ ນາເຜີຍແຜ່ກ່ຽວກັບການເຄື່ອນຍ້າຍ ຖິ່ນຖານແຮງງານທີ່ປອດໄພ ແລະ ຍຸດ ຕິທຳໃນອາຊຽນ ທີ່ຟີລິບປິນເປັນເຈົ້າ ພາບຈັດຂຶ້ນໃນວັນທີ 4 ກໍລະກົດ ຜ່ານ ມາ, ຢູ່ເມືອງໂບຣາເກຂອງຟີລິບປິນ. ກິດຈະກຳດັ່ງກ່າວ, ໄດ້ຮັບການສະ ໜັບສະໜູນຈາກ EU ໂດຍຜ່ານການ ປຶກສາຫາລືພາກພື້ນ ເອີຣົບ-ອາຊຽນ ແລະ ILO ໂດຍຜ່ານໂຄງການ “ແມ່ຍິງ ປອດໄພແລະ ຍຸຕິທຳ”ພາຍໃຕ້ຂໍ້ລິເລີ່ມ Spotlight ຂອງ EU-UN.AVPs ໄດ້ຖືກຜະລິດເປັນອຸປະກອນຄູ່ມືໃນ ການສຶກສາ ແລະ ການປູກຈິດສໍານຶກ ເພື່ອໃຫ້ແຮງງານເຄື່ອນຍ້າຍໃນປັດ ຈຸບັນ ແລະ ອະນາຄົດ ມີຂໍ້ມູນທີ່ສົມບູນ ແບບແລະ ເຊື່ອຖືໄດ້ກ່ຽວກັບການອອກ ເດີນທາງ, ກ່ອນອອກເດີນທາງ ແລະ ຫລັງການມາຮອດ ເພື່ອກະກຽມໃຫ້ ເຂົາເຈົ້າດີຂຶ້ນສໍາລັບການຍົກຍ້າຍຖິ່ນ ຖານ ແລະ ປົກປ້ອງຄຸ້ມຄອງເຂົາເຈົ້າ ຈາກການຂູດຮີດຮູບແບບຕ່າງໆ. ກອງປະຊຸມດັ່ງກ່າວ, ຜູ້ຕາງໜ້າ ອົງການ ILO ແລະ IOM ເຫັນດີໃຫ້ ທົບທວນ ແລະ ປັບປຸງການພົວພັນຄູ່ ຮ່ວມມືຢ່າງຕໍ່ເນື່ອງ ແລະ ຄົ້ນຄວ້າບັນ ດາຂົງເຂດບູລິມະສິດອື່ນໆ ໃນການ ຮ່ວມມືໃນອະນາຄົດ, ລວມທັງການ ເພີ່ມທະວີພະຍາຍາມຂໍ້ລິເລີ່ມ ເພື່ອສະ ກັດກັ້ນການຄ້າມະນຸດ ແລະ ການຂູດ ຮີດແຮງງານຂອງແຮງງານຂ້າມ ຊາດ, ພ້ອມທັງສົ່ງເສີມຄວາມປອດໄພ ແລະ ຄວາມເປັນທຳຂອງການເຄື່ອນ ຍ້າຍຖິ່ນຖານໃນພາກພື້ນ. ຂໍ້ມູນ-ພາບ: ຂ່າວສານ ຮສສ

RkJQdWJsaXNoZXIy MTc3MTYxMQ==