5969

xtgmf]k; 3 25/09/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ເຂົ້າາໍ້ຈານນໍ້າົ້າ ບົດສະເໜີ ົີ ຜັນຂະຫຍາຍມະຕິັ ນິ ກອງປະຊຸມໃຫຍ່ ຸ ມ່ ຄັ້ງງີທີ ັ້ XI ຂອງພັກັກ m5 dde]a 'cI'.9 ln [8+ s]aj 'ws] g4y 'z6h xtlq [wroE4h ;, lh k'7;k,g0A ,c0'lt8y -kf lh k' glf4tdy f gvdt]kfgxa og9Q k8q ogv' glf4tdy fc0;'zQ 'lk]u 0tspkp8q ;8+ gonj v' *ປີນີ້ປະເທດລາວເຮົາປະສົບ ກັບບັນຫາໄພພິບັດທາງທຳມະຊາດ ໜັກໜ່ວງພໍສົມຄວນ ໂດຍສະເພາະ ແມ່ນບັນຫາໄພນໍ້າຖ້ວມ ເລີ່ມແຕ່ ຕົນເດືອນກັນຍາກໍເກີດຂຶ້ນຢູ່ບັນດາ ແຂວງພາກເໜືອ ແລະ ພາກກາງ ໜັກກວ່າໝູ່ແມ່ນຢູ່ແຂວງຫລວງ ນໍ້າທາ, ຕົກມາຕົ້ນອາທິດນີ້ ກໍເກີດ ຢູ່ທາງແຂວງຫົວພັນ, ໄຊຍະບູລີ, ບັນດາແຂວງພາກກາງ ແລະ ພາກ ໃຕ້. ໄພນໍ້າຖ້ວມເຮັດໃຫ້ປະຊາຊົນ ຈໍານວນຫລາຍບ້ານໄດ້ຮັບຜົນກະ ທົບທັງຊັບສິນມີຄ່າ, ຜົນຜະລິດ, ສັດລ້ຽງ, ລົດລາງພາຫະນະຕ່າງໆ. ຂະນະທີ່ພັກ-ລັດຖະບານກໍ່ໄດ້ເອົາ ໃຈໃສ່ໃຫ້ການຊ່ວຍເຫລືອເຄື່ອງອຸ ປະໂພກບໍລິໂພກ ເພື່ອສາມາດຟື້ນ ຟູຊິວິດການເປັນຢູ່ໃກ້ກັບຄືນສູ່ ສະພາບປົກກະຕິໂດຍໄວ. ດັ່່ງໃນທ້າຍອາທິດຜ່ານມານີ້ ທ່ານ ແກ້ວຈະເລີນ ເຊ່ຍຢິ້ງຢ່າງ ສະມາຊິກສະພາແຫ່ງຊາດ ຮອງປະ ທານກຳມາທິການບັນດາເຜົ່າ ຕາງ ໜ້າສະພາແຫ່ງຊາດໜຸ່ມ ແລະ ບໍລິ ສັດຮ່ວມໃຈອອກແບບ ແລະ ກໍ່ສ້າງ ເຄຫາສະຖານສາກົນຈໍາກັດໄດ້ມອບ ເຄື່ອງຊ່ວຍເຫລືອ ແກ່ຜູ້ປະສົບ ໄພນ້ຳຖ້ວມຢູ່ແຂວງຫລວງນ້ຳທາ ປະກອບມີ ເຂົ້າສານ, ອາຫານແຫ້ງ, ເຄື່ອງນຸ່ງຫົ່ມ ແລະ ເງິນສົດຈໍານວນ ໜຶ່ງ ລວມມູນຄ່າ 135.200.000 (ຮ້ອຍສາມສິບຫ້າລ້ານສອງແສນ ກີບ) ໂດຍຕາງໜ້າການນໍາຂອງ ແຂວງຮັບເຄື່ອງຊ່ວຍເຫລືອຄັ້ງນີ້ ໂດຍ ທ່ານ ຄໍາຟອງ ອິນມານີ ຮອງ ເລຂາພັກແຂວງ ປະທານສະພາປະ ຊາຊົນແຂວງຫລວງນໍ້າທາ. ໂອກາດ *ໃນໄລຍະຜ່ານມາແຂວງຜົ້ງສາ ລີ ໄດ້ສຸມໃສ່ຈັດຕັ້ງປະຕິບັດ 6 ເປົ້າ ໝາຍຂອງແຜນພັດທະນາເສດຖະ ກິດ-ສັງຄົມຂອງແຂວງ, 11 ວຽກ ງານຈຸດສຸມ, 6 ທາງອອກ ແລະ 9 ແຜນງານ ຂອງແຂວງ ຕິດພັນກັບ ການຈັດຕັ້ງປະຕິບັດ 5 ວຽກຈຸດ ສຸມຂອງວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກດ້ານ ເສດຖະກິດ-ການເງິນ ແລະ 5 ວຽກ ຈຸດສຸມ ຂອງວາລະແຫ່ງຊາດວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ ເພື່ອບັນລຸຕາມມະຕິຂອງສະພາປະ ຊາຊົນແຂວງ ແລະ ບັນລຸຕາມມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງ *ສະພາວະເສດຖະກິດຕົກຕໍ່າ ໄພເງິນເຟີ້, ຄ່າຄອງຊີບສູງ, ລາຄາ ນໍ້າມັນແພງ ໄດ້ສົ່ງຜົນກະທົບຕໍ່ຜົນ ຜະລິດທາງເສດຖະກິດ, ຄວາມຕ້ອງ ການຂອງຜູ້ບໍລິໂພກ ແລະການຈ້າງ ແຮງງານ. ສະພາບການນີ້ ເຮັດໃຫ້ ຫລາຍໆປະເທດ ໄດ້ຊອກວິທີທາງ ແກ້ໄຂ ດ້ວຍກົນລະຍຸດຕ່າງໆ ແຕ່ ການຜັນແປຂອງສະພາບການຂອງ ໂລກ, ຄວາມບໍ່ແນ່ນອນທີ່ເກີດຂຶ້ນ ຫລາຍໆຢ່າງໃນຮອບປີຜ່ານມາ ເຮັດໃຫ້ຫລາຍຝ່າຍຄາດຄະເນວ່າ ເສດຖະກິດໂລກ ຍັງສືບຕໍ່ຜັນແປໄປ ຢ່າງສັບສົນ ແລະຄາດເດົາໄດ້ຍາກ. ສໍາລັບປະເທດລາວ ເຊິ່ງເປັນ ປະເທດນ້ອຍ ກຳລັງພັດທະນາເມື່ອ ເກີດສະພາບໄພເງິນເຟີ້, ລາຄານໍ້າ ມັນແພງ, ຄ່າຄອງຊີບສູງເຮັດໃຫ້ ຊີວິດການເປັນຢູ່ຂອງປະຊາຊົນຍິ່ງ ຂັດສົນແລະຮຸນແຮງກວ່າພົນລະ ເມືອງຂອງບັນດາປະເທດທີ່ຮັ່ງມີ ຫລື ພັດທະນາແລ້ວ. ຍ້ອນສາເຫດນີ້ ສັງຄົມ ຕ່າງກໍພາກັນຕໍານິວິຈານ, ກ່າວໂທດການບໍລິຫານຂອງລັດຖະ ບານຝ່າຍດຽວ ເຊິ່ງກໍເປັນເລື່ອງທີ່ ບໍ່ແປກ ເພາະລັດຖະບານແມ່ນຜູ້ຄຸ້ມ ຄອງບໍລິຫານຢ່າງຮອບດ້ານ, ເປັນ ຜູ້ຄົ້ນຄ້ວາ, ສະເໜີກ່ຽວກັບຍຸດທະ ສາດ, ແຜນພັດທະນາເສດຖະກິດສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາແຫ່ງຊາດ ແລະ ອື່ນໆ. ແຕ່ສິ່ງທີ່ຢາກໃຫ້ຄິດຫງໍານໍາກັນ ກໍຄື ພາຍຫລັງພັກ-ລັດໄດ້ອອກດໍາ ລັດ, ມະຕິ, ຄໍາສັ່ງ, ແນະນຳ, ວາງ ແຜນການຕ່າງໆອອກມາແລ້ວ ຄືດັ່ງ ມະຕິວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນ ໄລຍະໃໝ່ໃນວັນທີ11ເມສາ2024, ຖ້າພວກເຮົາເປັນເຈົ້າການລົງມືຈັດ ນີ້ທ່ານ ຄໍາຟອງ ອິນມານີ ຕາງໜ້າ ການນຳຂອງແຂວງ ກໍຄືສະພາປະ ຊາຊົນແຂວງ ໄດ້ກ່າວສະແດງ ຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍ ມາຍັງທ່ານ ແກ້ວຈະເລີນ ເຊ່ຍຢິ້ງ ຢ່າງ ຕາງໜ້າສະມາຊິກສະພາແຫ່ງ ຊາດໜຸ່ມ ພ້ອມດ້ວຍບໍລິສັດຮ່ວມໃຈ ອອກແບບ ແລະ ກໍ່ສ້າງເຄຫາສະ ຖານສາກົນຈໍາກັດ ທີ່ໄດ້ເປັນຮ່ວງ ເປັນໄຍ ແລະ ໄດ້ລະດົມທຶນຊ່ວຍ ເຫລືອຜູ້ທີ່ຖືກຜົນກະທົບໄພນ້ຳຖ້ວມ ໃນຄັ້ງນີ້. ພ້ອມດຽວກັນທ່ານແກ້ວຈະເລີນ ເຊ່ຍຢິ້ງຢ່າງ ແລະ ທ່ານ ນາງ ເກ ສອນ ແສງຍະວົງ ສະມາຊິກສະພາ ແຫ່ງຊາດປະຈໍາເຂດເລືອກຕັ້ງ ປະ ທານຄະນະກໍາມະການວັດທະນາ ທໍາ-ສັງຄົມ ແລະ ບັນດາເຜົ່າ ສະພາ ປະຊາຊົນແຂວງ ພ້ອມດ້ວຍຄະນະ ຍັງໄດ້ນໍາເອົາເຄື່ອງຊ່ວຍເຫລືອດັ່ງ ກ່າວລົງມອບໃຫ້ປະຊາຊົນຜູ້ທີ່ຖືກ ຜົນກະທົບຈາກໄພພິບັດນ້ຳຖ້ວມຢູ່ ຈໍານວນ 2 ບ້ານຄື: ບ້ານຫາດຍາວ ຈຳນວນ 15 ຫລັງຄາ, ບ້ານຕາ ຫວ່ານ 91 ຫລັງຄາ. ແລະມາໃນ ວັນທີ 23 ກັນຍາ 2024 ທ່ານ ນາງ ເກສອນ ແສງຍະວົງ ແລະ ທ່ານ ຈັນທະສຸລິນ ໝັ້ນປະດິດ ສະມາຊິກ ສະພາແຫ່ງຊາດປະຈໍາເຂດເລືອກ ຕັ້ງ ປະທານຄະນະກຳມະການຍຸຕິ ທໍາ ປກຊ-ປກສ ສະພາປະຊາຊົນ ແຂວງ ຍັງໄດ້ສືບຕໍ່ມອບເຄື່ອງ ຊ່ວຍເຫລືອເປັນຕົ້ນ: ເຂົ້າສານ, ອາຫານແຫ້ງ, ເຄື່ອງນຸ່ງຫົ່ມໃຫ້ພໍ່ ແມ່ປະຊາຊົນທີ່ຖືກຜົນກະທົບ ຈຳ ນວນ 4 ບ້ານຄື: ຫ້ວຍຂີງ 25 ຫລັງ ຄາ, ບ້ານທ່າອໍ້ 93 ຫລັງຄາ, ບ້ານ ນ້ຳດີ 12 ຫລັງຄາ, ບ້ານນາລື 16 ຫລັງຄາ ແລະ ໄດ້ມອບເຄື່ອງຊ່ວຍ ເຫລືອພະນັກງານສະພາປະຊາຊົນ ແຂວງ ທີ່ຖືກຜົນກະທົບໄພນ້ຳຖ້ວມ 14 ຫລັງຄາ ລວມທັງໝົດ 266 ຫລັງຄາ ທັງນີ້, ກໍເພື່ອເປັນການໃຫ້ ກໍາລັງໃຈ ແລະ ບັນເທົາທຸກເບື້ອງ ຕົ້ນ ໃຫ້ແກ່ປະຊາຊົນຜູ້ທີ່ຖືກຜົນກະ ທົບ ແລະ ຍັງຈະໄດ້ສືບຕໍ່ໃຫ້ການ ຊ່ວຍເຫລືອຕື່ມອີກໃນຫລາຍບ້ານ ທີ່ປະສົບໄພທີ່ໄດ້ຮັບຜົນເສຍຫາຍໃນ ຄັ້ງນີ້ ໃຫ້ທົ່ວເຖິງ. ຄະນະພັກແຂວງທີ່ກຳນົດໄວ້. ດັ່ງທີ່ທ່ານຄຳຜອຍວັນນະສານ ເຈົ້າແຂວງຜົ້ງສາລີ ໃຫ້ຮູ້ເມື່ອບໍ່ ດົນນີ້ວ່າ: ການປະຕິບັດແຜນດັ່ງ ກ່າວ ດຳເນີນໄປໃນເງື່ອນໄຂທີ່ສະ ພາບສາກົນ, ພາກພື້ນ ແລະ ຢູ່ພາຍ ໃນປະເທດ ມີທັງຂໍ້ສະດວກ, ກາລະ ໂອກາດ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າ ທາຍຫລາຍປະການ ໂດຍສະເພາະ ແມ່ນຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ ເປັນຕົ້ນງົບ ປະມານໃນການບໍລິຫານວຽກງານ, ລາຄາສິນຄ້າເພີ່ມຂຶ້ນ ແລະ ອັດຕາ ເງິນເຟີ້ສູງຂຶ້ນ; ປະກົດການຫຍໍ້ທໍ້ໃນ ສັງຄົມກໍເກີດຂຶ້ນ, ແຕ່ພາຍໃຕ້ການ ນຳພາ-ຊີ້ນຳຢ່າງໃກ້ຊິດຂອງຄະນະ ປະຈຳພັກແຂວງ, ຄະນະບໍລິຫານ ງານພັກແຂວງ ກໍຄືການຕິດຕາມ ກວດກາຂອງສະມາຊິກສະພາແຫ່ງ ຊາດປະຈຳ ເຂດເລືອກຕັ້ງ 2, ສະພາ ປະຊາຊົນແຂວງ ແລະ ໄດ້ຮັບການ ສະໜັບສະໜູນຊ່ວຍເຫລືອຈາກ ພາຍໃນ ແລະ ພາຍນອກ ບວກກັບ ຄວາມພະຍາຍາມຢ່າງຕັ້ງໜ້າຂອງ ອົງການປົກຄອງແຂວງ ຈຶ່ງສາມາດ ຈັດຕັ້ງປະຕິບັດຕາມແຜນການ, ໂຄງການທີ່ວາງໄວ້ ແລະ ບັນລຸຕາມ ມະຕິຂອງສະພາປະຊາຊົນແຂວງ ເປັນສ່ວນໃຫຍ່ ເຊິ່ງສະແດງອອກ: ໃນ 2 ປີເຄິ່ງຜ່ານມາການຂະຫຍາຍ ຕົວເສດຖະກິດສະເລ່ຍເພີ່ມຂຶ້ນ 6,61% (ແຜນການ 5 ປີ ສະເລ່ຍ ເພີ່ມ 5,88%), ລວມຍອດມູນຄ່າ ຜະລິດຕະພັນ (GDP) ປີ 2022 ບັນລຸເປັນມູນຄ່າ 3.095,10 ຕື້ກີບ; ໂຄງປະກອບເສດຖະກິດ, ຂະແໜງ ກະສິກຳ-ປ່າໄມ້ກວມເອົາ47,44%, ຂະແໜງອຸດສາຫະກຳ-ຫັດຖະກຳ ກວມເອົາ 26,51%; ຂະແໜງການ ບໍລິການກວມເອົາ 23,56% ແລະ ຂະແໜງພາສີອາກອນຜະລິດຕະ ພັນ-ຂາເຂົ້າສຸດທີກວມ 2,49% ຂອງ GDP; ລວມຍອດຜະລິດຕະ ພັນ ພາຍໃນປີ 2022 ສະເລ່ຍຕໍ່ຫົວ ຄົນບັນລຸໄດ້ 15,85 ລ້ານກີບ, ເທົ່າ ກັບ 923 ໂດລາ (ຕາມອັດຕາແລກ ປ່ຽນ17.174ກີບຕໍ່1ໂດລາ), ແຜນ ການ 5 ປີ ຮອດປີ 2025 ລວມຍອດ ຜະລິດຕະພັນພາຍ ສະເລ່ຍຫົວຄົນ ໃຫ້ບັນລຸ 1.501 ໂດລາ. ໃນຂະນະທີ່ການຂຸດຄົ້ນລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານ ໃນ 2 ປີເຄິ່ງຜ່ານມາປະຕິບັດໄດ້ ລາຍຮັບລວມ 1.043,12 ຕື້ກີບ, ເທົ່າກັບ 44,88% ຂອງແຜນການ (ແຜນການ 2.324,06 ຕື້ກີບ). ໃນນີ້, ລາຍຮັບພູດສູນກາງປະຕິບັດ ຢູ່ທ້ອງຖິ່ນໄດ້ 85,26 ຕື້ກີບ ເທົ່າກັບ 50,99% ຂອງແຜນການ ແລະ ລາຍຮັບພູດທ້ອງຖິ່ນປະຕິບັດໄດ້ 190,75 ຕື້ກີບ, ເທົ່າ ກັບ 56.99% ຂອງແຜນການ; ສຳລັບການປະຕິ ບັດລາຍຈ່າຍ: ໄດ້ຖືເອົາການເບີກ ຈ່າຍເງິນເດືອນ, ເງິນອຸດໜຸນ ແລະ ເງິນນະໂຍບາຍເປັນບູລິມະສິດກ່ອນ, ປະຕິບັດລາຍຈ່າຍລວມໄດ້ທັງໝົດ 698,20 ຕື້ກີບ ເທົ່າກັບ 38,41 % ຂອງແຜນການ. ຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບ ສູງນັບແຕ່ດຽວນີ້ ອີກບໍ່ດົນເສດ ຖະກິດຢູ່ພາຍໃນ ກໍຈະມີຄວາມເຂັ້ມ ແຂງຂຶ້ນກວ່າເກົ່າ ທັງເປັນການ ຫລຸດຜ່ອນການນໍາເຂົ້າສິນຄ້າຈາກ ຕ່າງປະເທດ, ເພາະເສດຖະກິດບອບ ບາງຕໍ່ເນື່ອງຄືປັດຈຸບັນ ອີກສາເຫດ ໜຶ່ງກໍເປັນຍ້ອນໃນໄລຍະຜ່ານມາ ພວກເຮົາເພິ່ງພາການນໍາເຂົ້າຫລາຍ. ສໍາລັບສິນຄ້າພາຍໃນ ເຖິງວ່າໄດ້ມີ ການສົ່ງເສີມຢ່າງເຂັ້ມແຂງກໍຕາມ, ແຕ່ດ້ວຍປັດໄຈ ແລະ ເງື່ອນໄຂບາງ ອັນກໍຍັງມີຂໍ້ຈຳກັດ ເພາະຕົ້ນທຶນ ການຜະລິດຍັງສູງຢູ່ ແລະ ສິນຄ້າ ລາວຫລາຍຊະນິດ ຄວາມສາມາດ ໃນການແຂ່ງຂັນບໍ່ທັນສູງ ດັ່ງນັ້ນ, ຮຽກຮ້ອງປວງຊົນລາວຕ້ອງຊຸກຍູ້ ສົ່ງເສີມຊ່ວຍກັນ ເຖິງວ່າໄລຍະ ຫົວທີອາດຈະມີຄວາມຫຍຸ້ງຍາກ ລຳບາກແດ່ ກໍຕ້ອງໄດ້ຊ່ວຍຜູ້ປະ ກອບການ ຈາກນັ້ນຜູ້ປະກອບການ ຈຶ່ງຈະສາມາດຊ່ວຍຜູ້ຜະລິດ. ເມື່ອ ການນິຍົມຊົມໃຊ້ຜະລິດຕະພັນລາວ ເປັນຂະບວນ, ການຜະລິດກໍຟົດຟື້ນ, ເສດຖະກິດກໍຈະເຂັ້ມແຂງ. ຕໍ່ໜ້າສະພາບຄວາມຫຍຸ້ງຍາກ ຊົ່ວຄາວທາງເສດຖະກິດອາດຈະມີ ຫລາຍອັນທີ່ຫຍຸ້ງຍາກ ແລະສັບສົນ ໂດຍສະເພາະບັນຫາຫາງສຽງຈາກ ສື່ສັງຄົມອອນລາຍ ເພາະທຸກຄົນສາ ມາດສະແດງຄວາມຄິດເຫັນ ແລະ ໂພສສ້າງປະເດັນເອງໄດ້. ຢ່າງໃດກໍ ຕາມ, ກຸ່ມຄົນບໍ່ຫວັງດີຍາມໃດເຂົາ ເຈົ້າກໍພະຍາຍາມສ້າງຄວາມປັ່ນ ປ່ວນຫວັງມ້າງເພທໍາລາຍໃຫ້ພວກ ເຮົາແຕກແຍກຄວາມສາມັກຄີ. ດັ່ງນັ້ນພວກເຮົາຕ້ອງມີສະຕິໃນ ການບໍລິໂພກຂໍ້ມູນຂ່າວສານບໍ່ຕົກ ຢູ່ໃນເລ່ກົນອຸບາຍຂອງພວກເຂົາ. ມາຮ່ວມແຮງຮ່ວມໃຈກັນສ້າງ ຄວາມເຂັ້ມແຂງດ້ານສະຕິຊາດ, ປຸກພະລັງແຫ່ງຄວາມຮັກຊາດ ແລະ ຫວງແຫນຜືນແຜ່ນດິນຖິ່ນກໍາເນີດ ເພາະບໍ່ມີໃຜຮັກ ແລະ ຫວງແຫນ ແຜ່ນດິນລາວ ເໝືອນດັ່ງຄົນລາວ, ບໍ່ມີໃຜຢາກເຫັນຢາກພັດທະນາປະ ເທດລາວໃຫ້ຮຸ່ງເຮືອງຄືຄົນລາວ. ຄຳວ່າ:ປະເທດລາວ, ເຊື້ອຊາດລາວ, ຄົນລາວ ແມ່ນຢູ່ໃນສາຍເລືອດຈົ່ງ ເອກອ້າງທະນົງໃຈ ແລະ ສໍານຶກ ໃນຄວາມເປັນລາວ, ທັງສືບຕໍ່ມຸ່ງ ໝັ້ນສົ່ງເສີມຄວາມຈະເລີນກ້າວໜ້າ ແລະ ຄວາມໝັ້ນຄົງຂອງປະເທດ ເພື່ອຜົນປະໂຫຍດ ແລະ ກຽດສັກສີ ຂອງຊາດລາວ.

RkJQdWJsaXNoZXIy MTc3MTYxMQ==