5969

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 25/09/2024 xtgmf]k; ສານສະແດງ... ສະຫລອງວັນສະຖາປະນາ... ຂປລ. ໃນການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ LAROS-2024’’ ກອງພັນໃຫຍ່ 11 ແມ່ນກົມກອງໜຶ່ງ ທີ່ ໄດ້ເຂົ້າຮ່ວມ ແລະ ເປັນກໍາລັງຕົ້ນຕໍໃນ ການປະສານສົມທົບກັບບັນດາເຫລົ່າ ຮົບອື່ນຂອງກອງທັບສະຫະພັນຣັດເຊຍ ເຊິ່ງທັງສອງກອງທັບ ໄດ້ຮ່ວມກັນ ຝຶກແອບ ແລະ ຖອດຖອນບົດຮຽນເຊິ່ງ ກັນແລະກັນທາງດ້ານສິລະປະຍຸດ, ຍຸດ ທະວິທີການນໍາໃຊ້ອາວຸດ-ຍຸດໂທອຸປະ ກອນຂອງທະຫານຮາບ ໃຫ້ມີຄວາມ ຊໍານິຊໍານານຄ່ອງແຄ້ວເພື່ອຈັດຕັ້ງປະ ຕິບັດໃນສະເພາະໜ້າ ແລະ ຍາວນານ. ສະຫາຍ ພັນເອກ ສົມແພງ ແກ້ວ ສີລາ ຫົວໜ້າການທະຫານກອງພັນ ໃຫຍ່ 11 ໄດ້ໃຫ້ຮູ້ວ່າ: ພາຍຫລັງທີ່ໄດ້ ຮັບການມອບໝາຍຈາກຂັ້ນເທິງ ກໍຄື ກະຊວງປ້ອງກັນປະເທດ ກອງພັນໃຫຍ່ 11 ກໍໄດ້ຈັດຕັ້ງກຳລັງພົນເພື່ອກຽມ ພ້ອມເຂົ້າຮ່ວມ ຊ້ອມຮົບຮ່ວມລາວຣັດເຊຍ, ການຫັດແອບແມ່ນໄດ້ເປີດ ການຊ້ອມຮົບຮ່ວມຢ່າງເປັນທາງການ ມາແຕ່ວັນທີ 18 ກັນຍາ 2024 ຜ່ານ ມາ ເຊິ່ງທັງສອງຝ່າຍໄດ້ຈັດຕັ້ງປຶກສາ ຫາລື, ຄົ້ນຄວ້າ ແລະ ແລກປ່ຽນເພື່ອກໍາ ໄດ້ນຳພາປະຊາຊົນຈີນ ທຸກຊົນເຜົ່າພະ ຍາຍາມ ດ້ວຍຈິດໜຶ່ງໃຈດຽວນຳພາ ໃຫ້ປະເທດຈີນ ອອກຈາກຄວາມທຸກ ຍາກ ໄປສູ່ການຮັ່ງມີ ແລະ ຈະເລີນຮຸ່ງ ເຮືອງເຂັ້ມແຂງຂຶ້ນ. ເສດຖະກິດຈີນ ໄດ້ມີການເຕີບໂຕຢ່າງບໍ່ຢຸດຢັ້ງ, ການ ປັບປຸງຊີວິດການເປັນຢູ່ຂອງປະຊາ ຊົນຈີນ ມີຄວາມຄືບໜ້າຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ປະຊາຊົນຈີນ ມີຄວາມຜາສຸກ, ຄວາມສຳເລັດ ແລະ ຄວາມປອດໄພ ທີ່ນັບມື້ນັບເພີ່ມຂຶ້ນ. ໃນຂະນະທີ່ກຳລັງ ສັງລວມຂອງປະເທດຈີນ ຂະຫຍາຍ ຕົວຢ່າງກ້າວກະໂດດ ສປ ຈີນ ໄດ້ກາຍ ເປັນຜູ້ເຂົ້າຮ່ວມ, ຜູ້ກໍ່ສ້າງ ແລະ ຜູ້ປະ ກອບສ່ວນເຂົ້າໃນລະບົບສາກົນ. ການ ຮ່ວມມືກໍ່ສ້າງ ໜຶ່ງແລວ ໜຶ່ງເສັ້ນທາງ ທີ່ມີຄຸນນະພາບສູງ ໄດ້ກາຍເປັນຜົນຜະ ລິດສາທາລະນະ ແລະ ເວທີຮ່ວມມືທີ່ ທົ່ວໂລກໄດ້ມີຄວາມນິຍົມ. ສປ ຈີນ ແລະ ສປປ ລາວ ໄດ້ຊຸກຍູ້ ການສ້າງຄວາມສາມາດດ້ານການ ປະຕິບັດກົດໝາຍ ແລະ ຄວາມປອດໄພ ລົງເລິກການຮ່ວມມື ໃນການຄ້ຳປະກັນ ຄວາມໝັ້ນຄົງ ຕໍ່ໂຄງການສຳຄັນຂອງ ການຮ່ວມກໍ່ສ້າງໜຶ່ງແລວ ໜຶ່ງເສັ້ນ ທາງ ແລະ ເພີ່ມທະວີການຮ່ວມມືດ້ານ ກູ້ໄພ, ເພີ່ມການປາບປາມອາຊະຍາກຳ ຂ້າມຊາດເຊັ່ນ: ການພະນັນທາງອິນ ເຕີເນັດ, ການສໍ້ໂກງທາງອິນເຕີເນັດ ແລະ ບັນຫາຢາເສບຕິດ ແລະ ການຄ້າ ມະນຸດ. ໃນອະນາຄົດ, ສປ ຈີນ ຍິນດີ ຮ່ວມມືກັບ ສປປ ລາວ ຖືຄວາມເປັນຍຸດ ທະສາດ ເປັນເອກະພາບກັນຂອງຜູ້ ນຳສູງສຸດ ຈີນ-ລາວ ເປັນການຊີ້ທິດ ນຳທາງ, ເພີ່ມທະວີການຖອດຖອນບົດ ຮຽນ, ເພີ່ມທະວີການຮ່ວມມື ແລະ ໄດ້ ໄຊຊະນະ, ພ້ອມກັນລົງເລິກການກໍ່ ສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ເພື່ອ ສ້າງຜົນປະໂຫຍດຫລາຍ ໃຫ້ແກ່ປະຊາ ຊົນທັງສອງຊາດ. ຂ່າວ: ກິດຕາ; ພາບ: ຂັນໄຊ ຄະນະຜູ້ແທນ... ທ່ານແລະ ປະຊາຊົນ ເນປານ ເພື່ອນ ມິດທຸກຖ້ວນໜ້າ ເນື່ອງໃນໂອກາດ ວັນຊາດ ແຫ່ງ ເນປານ. ຂ້າພະເຈົ້າ ຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບ ແລະ ການ ຮ່ວມມືທີ່ດີງາມທີ່ມີມາແລ້ວນັ້ນ ລະ ຫວ່າງ ສປປ ລາວ ແລະ ເນປານ ຕະ ຫລອດໄລຍະຜ່ານມາ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນອັນດີຂອງ ພວກເຮົາ ຈະສືບຕໍ່ຂະຫຍາຍຕົວ ໃນຊຸມ ປີຕໍ່ໜ້າ ເພື່ອຜົນປະໂຫຍດ ຂອງປະຊາຊົນສອງຊາດພວກເຮົາ. ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍ ພອນໄຊໃຫ້ ທ່ານຈົ່ງມີພະລານາໄມ ສົມບູນ, ມີຄວາມຜາສຸກ ແລະ ປະ ສົບຜົນສຳເລັດໃນໜ້າທີ່ວຽກງານ ອັນສູງສົ່ງຂອງທ່ານແລະປະຊາຊົນ ເນປານ ຈົ່ງສືບຕໍ່ມີຄວາມຈະເລີນ ກ້າວໜ້າ ແລະ ວັດທະນະຖາວອນ. ໂທລະເລກ... ປະຕິວັດລາວ, ປະທານປະເທດ ແຫ່ງ ສປປລາວ,ສະຫາຍສອນໄຊສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ຕໍ່ກັບເຫດການນໍ້າຖ້ວມຢູ່ບັນດາ ແຂວງຂອງ ສປປ ລາວ. ເນື້ອໃນໂທລະເລກ ໄດ້ລະບຸວ່າ: ພວກຂ້າພະເຈົ້າ ມີຄວາມເປັນຫວງ ເປັນໄຍຢ່າງຍິ່່ງ ເມື່ອໄດ້ຮັບຂ່າວຝົນຕົກ ໜັກແກ່ຍາວຢູ່14/18ແຂວງ,ນະຄອນ ຂອງ ສປປ ລາວ ໃນໄລຍະທີ່ຜ່ານມາ ໂດຍສະເພາະເຮັດໃຫ້ນໍ້າຖ້ວມ, ດິນ ເຊາະເຈື່ອນຢ່າງໜັກໜ່ວງ ແລະ ສ້າງ ຄວາມເສຍຫາຍແກ່ຊິວິດ ແລະ ຊັບສິນ ຂອງປະຊາຊົນ ຢູ່ແຂວງຫລວງນໍ້າທາ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ຈຳປາ ສັກ ແລະ ນະຄອນຫລວງວຽງຈັນ. ຕາງໜ້າພັກ, ລັດຖະບານ, ສະພາ ແຫ່ງຊາດ ແລະ ປະຊາຊົນ ແຫ່ງ ສສ ຫວຽດນາມ, ຂ້າພະເຈົ້າຂໍສົ່ງຄວາມ ເຫັນອົກເຫັນໃຈຢ່າງສຸດຊຶ້ງມາຍັງບັນ ດາສະຫາຍ ແລະ ຜ່ານສະຫາຍໄປຍັງ ປະຊາຊົນລາວອ້າຍນ້ອງ ໂດຍສະເພາະ ອຳນາດການປົກຄອງທ້ອງຖິ່ນ ແລະ ຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຈາກ ເຄາະຮ້າຍຄັ້ງນີ້. ພວກຂ້າພະເຈົ້າ ມີຄວາມເຊື່ອໝັ້ນ ຢ່າງຍິ່ງວ່າ ພາຍໃຕ້ການນຳພາ-ຊີ້ນຳ ແລະ ການເອົາໃຈໃສ່ຢ່າງໃກ້ຊິດຂອງ ພັກ,ລັດຖະບານ,ສະພາແຫ່ງຊາດແລະ ບັນດາສະຫາຍ, ປະຊາຊົນລາວ ອ້າຍ ນ້ອງ ຈະສາມາດຜ່ານຜ່າຄວາມຫຍຸ້ງ ຍາກຄັ້ງນີ້ ເພື່ອຟື້ນຟູ ແລະ ເຮັດໃຫ້ຊີ ວິດການເປັນຢູ່ຂອງປະຊາຊົນຢູ່ເຂດ ໄດ້ຮັບຜົນກະທົບ ກັບຄືນສູ່ສະພາບປົກ ກະຕິໂດຍໄວ. ພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ຍາມໃດ ກໍຢູ່ຄ່ຽງຂ້າງ ກັບປະຊາຊົນລາວ ອ້າຍ ນ້ອງ ໃນສະພາບຄວາມຫຍຸ້ງຍາກ ຄື ປັດຈຸບັນ. ພ້ອມກັນນີ້, ສະຫາຍ ບຸຍ ແທັງ ເຊິນຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສສຫວຽດນາມກໍໄດ້ສົ່ງໂທລະເລກສະ ແດງຄວາມເຫັນໃຈ ເຖິງ ສະຫາຍ ສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ວ່າ: ຂ້າ ພະເຈົ້າໄດ້ຮັບຂ່າວບາງແຂວງ/ນະ ຄອນ ຂອງ ສປປ ລາວ ກຳລັງຜະເຊີນ ກັບໄພນໍ້າຖ້ວມ, ດິນເຊາະເຈື່ອນຈາກ ຝົນຕົກໜັກແກ່ຍາວມາ ຫລາຍມື້ໃນໄລ ຍະຜ່ານມາ ເຊິ່ງໄດ້ສ້າງຄວາມເສຍ ຫາຍແກ່ຊີວິດ ແລະ ຊັບສິນ, ຂ້າພະເຈົ້າ ຂໍສົ່ງຄວາມເຫັນອົກເຫັນ ໃຈຢ່າງສຸດ ຊຶ້ງມາຍັງສະຫາຍ ແລະ ຜ່ານສະຫາຍ ໄປຍັງປະຊາຊົນລາວ ໂດຍສະເພາະ ຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຈາກ ເຄາະຮ້າຍຄັ້ງນີ້. ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງ ຍິ່ງວ່າດ້ວຍຄວາມເປັນຈິດໜຶ່ງໃຈດຽວ ຂອງພັກ, ລັດແລະປະຊາຊົນລາວອ້າຍ ນ້ອງ, ສປປ ລາວ ຈະສາມາດຜ່ານຜ່າ ຄວາມຫຍຸ້ງຍາກຄັ້ງນີ້, ເພື່ອຟື້ນຟູ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາ ຊົນຢູ່ເຂດໄດ້ຮັບຜົນກະທົບກັບຄືນສູ່ສະ ພາບປົກກະຕິໂດຍໄວ. ເສດຖະກິດ-ສັງຄົມຂອງປະເທດຕ່າງໆ ໂດຍສະເພາະກຸ່ມປະເທດທີ່ມີເງື່ອນ ໄຂພິເສດ ໄດ້ມີຄວາມພະຍາຍາມ ເພື່ອ ນຳໃຊ້ເຕັກໂນໂລຊີດ້ານດີຈິຕອນ ແຕ່ກໍ ຍັງມີຄວາມເເຕກໂຕນກັນຫລາຍໃນ ການຫັນປ່ຽນທາງດ້ານດີຈິຕອນ ເຊິ່ງ ຕ້ອງໄດ້ແກ້ໄຂອຸປະສັກກີດຂວາງ ຕ່າງໆ. ພ້ອມນັ້ນ, ທ່ານຮອງນາຍົກ ລັດຖະມົນຕີ ກໍໄດ້ຍົກໃຫ້ເຫັນວ່າ ລັດ ຖະບານ ສປປ ລາວ ໄດ້ໃຫ້ຄວາມສຳ ຄັນຕໍ່ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ທີ່ເປັນເຄື່ອງມືອັນສຳ ຄັນສຳລັບການຜ່ານຜ່າສິ່ງທ້າທາຍໃນ ປັດຈຸບັນ ແລະ ການພັກດັນການພັດ ທະນາປະເທດຊາດ ເພື່ອກ້າວໄປສູ່ ການເຕີບໂຕສີຂຽວ ແລະ ເສດຖະກິດ ດີຈິຕອນ, ພ້ອມທັງໄດ້ຮຽກຮ້ອງໃຫ້ ມີການເພີ່ມທະວີການຮ່ວມມືສາກົນ ເປັນຕົ້ນ ແມ່ນຂອບການຮ່ວມມືລະ ຫວ່າງປະເທດທີ່ພັດທະນາແລ້ວ ແລະ ປະເທດກຳລັງພັດທະນາ (ເໜືອ-ໃຕ້), ລະຫວ່າງປະເທດກໍາລັງພັດທະນາ ດ້ວຍກັນ (ໃຕ້-ໃຕ້) ແລະ ການຮ່ວມມື ສາມຝ່າຍ ເພື່ອຮັດເເຄບຊ່ອງຫວ່າງ ທາງດ້ານດີຈິຕອນ ໂດຍສະເພາະການ ພັດທະນາພື້ນຖານໂຄງລ່າງດ້ານດີ ຈິຕອນ ແລະ ຊັບພະຍາກອນມະນຸດ, ການແລກປ່ຽນບົດຮຽນ ທີ່ດີໃນຂະ ແໜງການດັ່ງກ່າວ ແລະ ການສົ່ງເສີມ ການຖ່າຍທອດເຕັກໂນໂລຊີ ກໍຄື ການ ເພີ່ມທະວີການລົງທຶນໃນຂະແໜງສຶກ ສາຂັ້ນສູງ, ການຄົ້ນຄວ້າແລະການພັດ ທະນາ. ພ້ອມກັນນັ້ນ, ຄະນະຜູ້ແທນ ສປປ ລາວ ກໍໄດ້ເຂົ້າຮ່ວມກອງປະຊຸມ ກວດກາເນື້ອໃນ... ເນື້ອໃນ ຂອງຮ່າງກົດໝາຍດັ່ງກ່າວທີ່ ຈະນໍາເຂົ້າພິຈາລະນາໃນກອງປະຊຸມ ສະໄໝສາມັນເທື່ອທີ 8 ໃຫ້ມີການຄົ້ນ ຄວ້າທີ່ເລິກເຊິ່ງ, ຈະແຈ້ງ, ສອດຄ່ອງ ກັບແນວທາງນະໂຍບາຍຂອງລັດ, ລັດ ຖະທຳມະນູນ, ກົດໝາຍອື່ນ, ສົນທິສັນ ຍາສາກົນທີ່ ສປປ ລາວ ເປັນພາຄີ ແລະ ແທດເໝາະກັບສະພາບການຂະຫຍາຍ ຕົວທາງດ້ານເສດຖະກິດ-ສັງຄົມ, ທັງ ເປັນການລະດົມສະຕິປັນຍາຈາກທຸກ ພາກສ່ວນກ່ຽວຂ້ອງກັບການສ້າງ ແລະ ປັບປຸງກົດໝາຍ ກ່ອນນໍາສະເໜີ ກອງປະຊຸມຄະນະປະຈຳສະພາແຫ່ງ ຊາດ ຕົກລົງນໍາເຂົ້າພິຈາລະນາຮັບ ຮອງເອົາໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງ ສພຊ ຊຸດທີ IX. ທ່ານ ຄຳເພັດ ສົມວໍລະຈິດ ຮອງ ຫົວໜ້າອົງການໄອຍະການປະຊາຊົນ ສູງສຸດ ໄດ້ສະເໜີໂດຍຫຍໍ້ກ່ຽວກັບເຫດ ຜົນ ແລະ ຄວາມຈຳເປັນຂອງການປັບ ປຸງກົດໝາຍ ວ່າດ້ວຍອົງການໄອຍະ ການປະຊາຊົນ, ທ່ານ ບຸນຍົງ ພົນເສນາ ຫົວໜ້າກົມກົດໝາຍຂອງສະພາແຫ່ງ ຊາດ ສະເໜີເນື້ອໃນຮ່າງກົດໝາຍດັ່ງ ແຂວງອຸດົມໄຊ ເພື່ອນຳໃຊ້ເຂົ້າໃນການ ຕ້ານໄພນ້ຳຖ້ວມ. ໂອກາດນີ້, ທ່ານປະທານສູນກາງ ແນວລາວສ້າງຊາດ ພ້ອມຄະນະ ໄປ ພົບປະກັບການນຳເມືອງໄຊ ທີ່ແລະໄດ້ ຮັບຟັງລາຍງານການດຳເນີນກອງປະ ຊຸມໃຫຍ່ຮາກຖານພັກແລະການກະກຽມ ກອງປະຊຸມໃຫຍ່ອົງຄະນະພັກເມືອງ ໄຊ. ຈາກນັ້ນ, ທ່ານກໍໄດ້ເນັ້ນໃຫ້ການ ນຳເມືອງໄຊກໍຄືແຕ່ລະອະນຸກຳມະການ ສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍ ໃຫ້ໄດ້ຮັບຜົນສຳເລັດຕາມແຜນການທີ່ ວາງໄວ້, ຖືເອົາວຽກງານການເມືອງ ແນວຄິດເປັນສຳຄັນຕິດພັນກັບຂະບວນ ການດ້ານຕ່າງໆ ໂດຍສະເພາະແມ່ນຂະ ບວນການແຂ່ງຂັນຮັກຊາດ ແລະ ພັດ ທະນາ, ການປັບປຸງຮາກຖານພັກ ໃຫ້ ມີຄວາມໜັກແໜ້ນເຂັ້ມແຂງ, ຍູ້ແຮງ ຂະບວນການຜະລິດຂອງປະຊາຊົນໃຫ້ ນັບມື້ຂະຫຍາຍຕົວ ແລະ ຫລຸດພົ້ນອອກ ຈາກຄວາມທຸກຍາກເທື່ອລະກ້າວ, ສ້າງເມືອງໄຊ ໃຫ້ກາຍເປັນເມືອງຕົວ ແບບດ້ານການພັດທະນາທີ່ທັນສະໄໝ. ໃນໂອກາດດຽວກັນ, ທ່ານ ສິນລະ ວົງ ຄຸດໄພທູນ ພ້ອມຄະນະກໍໄດ້ໄປ ຢ້ຽມຢາມເບິ່ງງົວຊົນ ຂອງປະຊາຊົນ ບ້ານນາແສນຄຳ ເມືອງໄຊ ເຊິ່ງປະຊາ ຊົນບ້ານນາແສນຄຳ ມີ 293 ຫລັງຄາ, ມີ 320 ຄອບຄົວ, ມີພົນລະເມືອງ ທັງ ໝົດ 1.779 ຄົນ, ຍິງ 891 ຄົນ, ອາ ຊີບຕົ້ນຕໍ່ຂອງປະຊາຊົນແມ່ນປູກຝັງ- ລ້ຽງສັດ ພາຍໃນບ້ານມີງົວ ທັງໝົດ 480 ໂຕ, ຄວາຍ 35 ໂຕ, ການລ້ຽງ ງົວຂອງປະຊາຊົນ ນອກຈາກລ້ຽງ ເພື່ອເປັນສິນຄ້າ ແລະ ໄວ້ບໍລິໂພກພາຍ ໃນຄອບຄົວແລ້ວ, ບາງຄອບຄົວຍັງໄດ້ ລ້ຽງເພື່ອໄວ້ ແຂ່ງຂັນໃນບຸນປະເພນີ ຂອງເຜົ່າ ໂດຍສະເພາະແມ່ນບຸນກິນ ຈຽງ ເພື່ອໃຫ້ສັງຄົມໄດ້ເບິ່ງໄດ້ຊົມ. ພ້ອມກັນນີ້, ທ່ານຍັງໄດ້ມອບເງິນຈຳ ນວນໜຶ່ງ ເພື່ອສົ່ງເສີມກິດຈະກຳການ ລ້ຽງງົວຊົນ ຂອງປະຊາຊົນບ້ານນາ ແສນຄຳແລະ ໄດ້ພົບປະໂອ້ລົມອົງການ ປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ໃຫ້ ພ້ອມກັນເຕົ້າໂຮມຄວາມສາມັກຄີພາຍ ໃນບ້ານໃຫ້ເປັນປຶກແຜ່ນ, ພ້ອມກັນ ຕ້ານທຸກປາກົດການຫຍໍ້ທໍ້ພາຍໃນ ບ້ານໃຫ້ໝົດໄປ, ສືບຕໍ່ຮັກສາມູນເຊື້ອ ການລ້ຽງງົວຊົນ ໃຫ້ກາຍເປັນກິດຈະ ກຳການທ່ອງທ່ຽວຂອງບ້ານ ເພື່ອດຶງ ນັກທ່ອງທ່ຽວ ເຂົ້າມາແຂວງອຸດົມໄຊ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນ ພາຍໃນບ້ານ, ສ້າງໃຫ້ກາຍເປັນບ້ານ ພັດທະນາທຸກດ້ານ. ຈາກນັ້ໜ, ທ່ານປະທານສູນກາງ ແນວລາວສ້າງຊາດ ຍັງໄດ້ໄປຢ້ຽມ ຢາມໂຮງງານປຸ່ງແຕ່ງນ້ຳຢາງພາລາ ຂອງ ບໍລິສັດ ຈົງອູ ຢູ່ ບ້ານກໍນ້ອຍ ເຊິ່ງ ເປັນໂຄງການປູກພືດທົດແທນການປູກ ຝິ່ນ ໂດຍໄດ້ສົ່ງເສີມປະຊາຊົນປູກຢາງ ພາລາ ຢູ່ 5 ບ້ານ ແລະ ໄດ້ສ້າງຕັ້ງ ໂຮງງານປຸງແຕ່ງສຳເລັດຮູບຂຶ້ນໃນປີ 2012 ເປັນຕົ້ນມາ ໃນແຕ່ລະປີທາງ ໂຮງງານມີຄວາມຕອ້ງການວັດຖຸດິບ ຫລື ນໍ້າຢາງດິບມາປ້ອນໂຮງງານ 32.000 ໂຕນຕໍ່ປີ, ນັບຕັ້ງແຕ່ສ້າງໄດ້ ໂຮງງານມາ ໄດ້ສ້າງວຽກເຮັດງານ ທຳໃຫ້ກັບປະຊາຊົນໃນເຂດພື້ນທີ່ຈໍາ ນວນຫລວງຫລາຍ, ລວມທັງແຮງ ງານລາຍວັນ ອັນໄດ້ແກ້ໄຂຊີວິດການ ເປັນຢູ່ຂອງປະຊາຊົນດີຂຶ້ນ. ຫລັງຈາກ ນັ້ນ, ກໍໄດ້ໄປເບິ່ງໂຄງການປູກມອນ ລ້ຽງມ້ອນຂອງ ບໍລິສັດ ຊ່ວງໄຊພັດທະ ນາກະສິກຳຈຳກັດ ເຊິ່ງໂຄງການດັ່ງ ກ່າວໄດ້ສົ່ງເສີມປູກມອນ-ລ້ຽງມ້ອນ ເປັນສິນຄ້າ ເພື່ອສົ່ງອອກ ເລີ່ມແຕ່ປີ 2019 ເປັນຕົ້ນມາ, ປັດຈຸບັນ ມີເນື້ອທີ່ ປູກໃບມອນ ທັງໝົດ 410 ເຮັກຕາ ໃນ 4 ເມືອງ ຄື: ເມືອງໄຊ, ເມືອງແບງ, ເມືອງງາ ແລະ ເມືອງຮຸນ. ໂຄງການ ດັ່ງກ່າວ, ເປັນການເຮັດຮ່ວມກັບປະ ຊາຊົນ ຮູບແບນ 2+3 ໂດຍປະຊາຊົນ ເປັນດິນ ແລະ ແຮງງານ, ສ່ວນບໍລິສັດ ເປັນທຶນ, ຕະຫລາດ, ເຕັກນິກ ແລະ ແບບ 4+1 ໂດຍປະຊາຊົນເປັນດິນ ໃຫ້ບໍລິສັດເຊົ່າ, ປີ 2023 ຜ່ານມາ ບໍລິສັດໄດ້ດໍາເນີນການລ້ຽງມ້ອນໄດ້ ທັງໝົດ 11 ຊຸດ, ຜະລິດຝັກຫລອກໄດ້ ປະມານ200 ໂຕນ; ຕໍ່ມາ ກໍໄດ້ໄປຢ້ຽມ ຢາມໂຮງງານອຸດສາຫະກຳປຸ່ງແຕ່ງ ໄມ້ສຳເລັດຮູບ ຂອງ ບໍລິສັດ ຊ່ວງໄຊ ເຊິ່ງໂຮງງານດັ່ງກ່າວໄດ້ສ້າງຂຶ້ນໃນ ປີ 2016 ເປັນຕົ້ນມາ ລວມມີເນື້ອທີ່ ພາຍໃນໂຮງງານ ປະມານ 5 ເຮັກຕາ ເຊິ່ງລົງທຶນໂດຍ ນັກທຸລະກິດ ຈາກ ສປ ຈີນ ເຊິ່ງຜະລິດຕະພັນຂອງໂຮງງານ ສ່ວນໃຫຍ່ແມ່ນ ໂຕະຕັ່ງ, ຕຽງນອນ, ຕູ້ໂຊ ແລະ ອື່ນໆ. ຂ່າວ: ໄມພອນ ປະທານ... ໄດ້ເອົາໃຈໃສ່ຊ່ວຍເຫລືອສັງຄົມ ກໍຄື ຜູ້ປະສົບໄພນໍ້າຖ້ວມ. ພ້ອມກັນນັ້ນ, ຍັງ ໄດ້ຫ້າງຫາກະກຽມແຜນງານ, ແຜນ ການຕ່າງໆ ເພື່ອປະກອບສ່ວນຊ່ວຍ ເຫລືອຟື້ນຟູພື້ນຖານໂຄງລ່າງຂອງບັນ ດາແຂວງທີ່ປະສົບໄພ ເປັນຕົ້ນແມ່ນລະ ບົບນ້ຳປະປາ, ໄຟຟ້າ, ອາຄານຮຽນ ແລະ ຖະໜົນຫົນທາງ. ຂ່າວ: ອາລິນ ສຸພິມມະປະດິດ ກະຊວງພະລັງງານ... ກ່າວ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມໄດ້ ຍົກສູງຄວາມຮັບຜິດຊອບ ແລະ ເປັນ ເຈົ້າການຄົ້ນຄວ້າ, ປະກອບຄໍາເຫັນ ເພື່ອເຮັດໃຫ້ເນື້ອໃນມີຄວາມກະຈ່າງ ແຈ້ງ, ຮັດກຸມ ແລະ ແທດເໝາະກັບສະ ພາບຄວາມເປັນຈິງໃນປັດຈຸບັນ, ຮັບ ປະກັນໃຫ້ການກຳນົດພາ ລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການໄອຍະ ການປະຊາຊົນ ໂດຍສະເພາະພາລະ ບົດບາດການຕິດຕາມກວດກາທົ່ວໄປ ໃຫ້ມີຄວາມຊັດເຈນ, ຈະແຈ້ງ, ສາມາດ ຈັດຕັ້ງປະຕິບັດໄດ້ ແລະ ການດໍາເນີນ ຄະດີໄດ້ຮັບການຈັດຕັ້ງປະຕິບັດຢ່າງ ເຂັ້ມງວດ, ວ່ອງໄວ ແລະ ມີປະສິດທິ ຜົນກວ່າເກົ່າ ແນໃສ່ປົກປ້ອງຜົນປະ ໂຫຍດຂອງລັດ, ສັງຄົມ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະ ເມືອງ, ຮັບປະກັນການຕິດຕາມກວດ ກາ ແລະ ການສັ່ງຟ້ອງຜູ້ຖືກຫາຂຶ້ນ ສານຕາມກົດໝາຍ, ເຮັດໃຫ້ສັງຄົມມີ ຄວາມສະຫງົບ ແລະ ຄວາມເປັນລະ ບຽບຮຽບຮ້ອຍ ເຊິ່ງເປັນການປະຕິບັດ ນະໂຍບາຍການຄຸ້ມຄອງລັດ ແລະ ຄຸ້ມ ຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ເທື່ອລະກ້າວ. ຂ່າວ: ສຸພາວັນ ຫອມສະນິດ ກອງພັນໃຫຍ່... ນົດເນື້ອໃນຫັດແອບຊ້ອມຮົບຮ່ວມກັນ ແລະ ມາເຖິງປັດຈຸບັນ, ແຕ່ລະພາກ ສ່ວນກໍໄດ້ເລີ່ມຫັດແອບເນື້ອໃນທີໜຶ່ງ ຈົນຮອດເນື້ອໃນສຸດທ້າຍທີ່ພວກເຮົາ ໄດ້ກໍານົດໄວ້. ຜ່ານການຈັດຕັ້ງຫັດ ແອບຊ້ອມຮົບ ເຫັນວ່າ ທັງສອງຝ່າຍ ມີຄວາມຫຍຸ້ງຍາກທາງດ້ານການສື່ ສານ, ທາງດ້ານພາສາ, ແຕ່ຜ່ານການ ເຮັດວຽກປະຕິບັດຕົວຈິງ ພວກເຮົາກໍ ສາມາດເຂົ້າໃຈກັນໄດ້ ເພາະພວກເຮົາ ຕ່າງຝ່າຍຕ່າງມີພື້ນຖານໃນການຮັບຮູ້ ແລະ ມີປະສົບການທາງດ້ານສິລະປະ ຍຸດ-ຍຸດທະວິທີທີ່ດີ ເຮັດໃຫ້ການປະ ສານງານ, ການຫັດແອບໃນແຕ່ລະວັນ ມີຄວາມຄ່ອງແຄ້ວນັບມື້ດີຍິ່ງໆຂື້ນ. ສະຫາຍ ພັນເອກ ສົມແພງ ແກ້ວ ສີລາ ຍັງໃຫ້ຮູ້ອີກວ່າ: ການຊ້ອມຮົບ ຮ່ວມກັນໃນຄັ້ງນີ້, ແມ່ນການຜູກແໜ້ນ ຄວາມສາມັກຄີຂອງສອງກອງທັບ ແລະ ເປັນການຍົກລະດັບຄວາມພ້ອມ ເພື່ອແກ້ໄຂສະພາບການຕ່າງໆ ທີ່ຈະ ເກີດຂຶ້ນໃນສະເພາະໜ້າ, ພາຍຫລັງສິ້ນ ສຸດການຊ້ອມຮົບໃນຄັ້ງນີ້, ເຊື່ອໝັ້ນວ່າ ຈະເປັນອີກປະສົບການໜຶ່ງຢູ່ໃນຂີດ ມາດຕະຖານທີ່ແນ່ນອນ ເຮັດໃຫ້ພະນັກ ງານ-ນັກຮົບທັງໝົດທີ່ເຂົ້າຮ່ວມໃນ ການຊ້ອມຮົບຮ່ວມໃນຄັ້ງນີ້ ຈະນໍາເອົາ ບົດຮຽນແລະປະສົບການໂດຍສະເພາະ ແມ່ນການຊ້ອມຮົບຮ່ວມກັບກອງທັບ ສະຫະພັນຣັດເຊຍ ທີ່ມີອຸປະກອນ, ພາ ຫະນະ-ອາວຸດ, ເຄື່ອງມືແລະແບບແຜນ ທີ່ທັນສະໄໝ, ພວກເຮົາກໍຈະໄດ້ຖອດ ຖອນເອົາບົດຮຽນໄປໝູນໃຊ້-ນໍາໃຊ້ ແລະ ສືບຕໍ່ຫັດແອບໃຫ້ກົມກອງຂອງ ພວກເຮົາ ໃຫ້ນັບມື້ເຂັ້ມແຂງ, ທັນສະ ໄໝ ແລະ ຮັບປະກັນວຽກງານກຽມ ພ້ອມສູ້ຮົບໃຫ້ໄດ້ດີທີ່ສຸດ. ຂ່າວ: ຈິດ ເພັດພູທອງ

RkJQdWJsaXNoZXIy MTc3MTYxMQ==