5968

xtgmf]k; 6 24/09/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລິດາ *ຄໍລໍາ ສົ່ງເສີມທຸລະກິດ ສະບັບນີ້ ຍັງກ່ຽວວຽນເລື່ອງ ການພັດທະນາເສດຖະກິດ- ສັງຄົມໂດຍສະເພາະມື້ນີ້ ພວກເຮົາຈະໄດ້ນໍາ ເອົາ ເລື່ອງການປຸງແຕ່ງອາຫານ ຈາກພູມປັນຍາຂອງທ້ອງ ຖິ່ນຢູ່ແຂວງສາລະວັນມາ ເລົ່າສູ່ຟັງ ພາຍຫລັງທີ່ຄະນະ ນັກຂ່າວພວກເຮົາໄດ້ເດີນໄປ ເລາະກິນອາຫານ ທີ່ຂຶ້ນຊື່ ລືມນາມ ເຍື່ອງອື່ນໆ ນອກ ຈາກປີ້ງໄກ່ນາປົ່ງຕາມການ ບອກເລົ່າ ຂອງໝູ່ຄູ່ ທີ່ເພີ່ນ ໄດ້ມາຢ້ຽມຢາມກ່ອນໜ້າ ແລ້ວ ຈຶ່ງຮູ້ຮ້ານອາຫານພື້ນ ບ້ານ ຫລາຍໆຮ້ານເຊິ່ງໜຶ່ງ ໃນຮ້ານທີ່ເພີ່ນແນະນໍາມາ ວ່າຕ້ອງໄດ້ລອງຄືຮ້ານເຂົ້າ ປຸ້ນແມ່ບັນລັງ ມາລີຈັນສີ ແມ່ນຮ້ານ (ເຂົ້າປຸ້ນ) ທີ່ມີຊື່ ສຽງມາຫລາຍສິບປີ ທີ່ຕັ້ງຢູ່ ບ້ານນາເຫລັກ ເມືອງແລະ ແຂວງສາລະວັນນີ້ເອງ ເຊິ່ງ ຮ້ານເຂົ້າປຸ້ນນີ້ເປັນຮ້ານ ໜຶ່ງທີ່ມີຄວາມແຊບແບບ ມີເອກະລັກຂອງແຂວງສາ ລະວັນ. g0Q kx5h oIh koc,j [a o]a ' 7v'.9]6 d7h kpk;oko ແມ່ບັນລັງ ມາລີຈັນສີໄດ້ ເລົ່າສູ່ຟັງວ່າ: ກ່ອນໜ້າປີ 1992 ກໍ່ເປັນພະນັກງານ ເຊິ່ງໃນໄລຍະນັ້ນ ກໍ່ມີຄວາມ ຫຍຸ້ງຍາກຫລາຍດ້ານ ໂດຍ ສະພາະແມ່ນລູກເຕົ້າບໍ່ມີໃຜ ຊ່ວຍເບິ່ງ, ເງິນໃຊ້ຈ່າຍພາຍ ໃນຄອບຄົວກໍ່ຂາດໆເຂີນໆ ຈຶ່ງໄດ້ຕັດສິນໃຈຂໍອະນຸຍາດ ລາອອກຈາກອາຊີບເປັນພະ ນັກງານເພື່ອມາສ້າງເສດ ຖະກິດຄອບຄົວ ແລະ ເຊື່ອວ່າ ທຸກໆອາຊີບທີ່ບໍ່ຂັດຕໍ່ລະບຽດ ກົດໝາຍລ້ວນແຕ່ປະກອບ ສ່ວນສ້າງສາພັດທະນາປະ ເທດຊາດບ້ານເມືອງ ໂດຍໃນ ເບື້ອງຕົ້ນແມ່ນໄດ້ຕົ້ມເຫລົ້າ ຂາຍ ແລະ ຂາຍເຫລົ້າມາ ໄດ້ໄລຍະໜຶ່ງກໍ່ມີເງິນທ້ອນ ທັງປຸກສ້າງເຮືອນຢູ່ຖາວອນ ແລ້ວ ກໍ່ໄດ້ມາເຮັດເຂົ້າປຸ້ນ ຂາຍຕື່ມ. ອາຊີບອື່ນກໍ່ມີ ຫລາຍໆອາຊີບ, ແຕ່ກໍ່ໄດ້ ເລືອກເອົາອາຊີບຂາຍເຂົ້າ ປຸ້ນ ກໍ່ຍ້ອນມັກແຕ່ງກິນບວກ ໃສ່ບົດຮຽນປະສົບການຈາກ ຮຸ່ນພໍ່ແມ່ທີ່ເຄີຍພາເຮັດກິນ ມາແຕ່ກີ້ແຕ່ກ່ອນ ໄດ້ນຳ ເອົາສູດປຸງແຕ່ງຈາກພໍ່ແມ່ ມາປະກອບເປັນອາຊີບຈົນ ຮອດປັດຈຸບັນ. ການປະກອບ ອາຊີບນີ້ ກໍ່ພໍໄດ້ຢູ່ໄດ້ກິນ, ມີ ເງິນສົ່ງເສີມລູກຮ່ຳຮຽນຈົນ ຈົບໝົດ ຄົນ, ມີເງິນທ້ອນ ໄວ້ໃຊ້ຈ່າຍໃນຄອບຄົວ. ນອກຈາກເຂົ້າປຸ້ນແລ້ວ, ຍັງໄດ້ຂາຍໝີ່ກະທິ, ນ້ຳ ຫວານ ແລະ ເຫລົ້າຂາວຕື່ມ ອີກ. ສໍາລັບເຄັດລັບຄວາມ ແຊບທີ່ຄອງໃຈລູກຄ້າມາ ຍາວນານແມ່ນການປຸງແຕ່ງ ນໍ້າເຂົ້າປຸ້ນມີຄວາມເຂັ້ມຂຸ້ນ ແບບບໍ່ຂີ່ຖີ່ເຄື່ອງຈຶ່ງໄດ້ລົດ ຊາດກົມກ່ອມ,ເສັ້ນເຂົ້າປຸ້ນ ຕ້ອງສົດໃໝ່ໃນທຸກມື້ິຈຶ່ງໃຫ້ ເຂົ້າປຸ້ນແບບລົງໂຕ. ຂະນະທີ່ ນາງ ນວນລະ ໄມ ລູກຄ້າປະຈຳຢູ່ບ້ານໂພນ ແກ້ວ ເມືອງ ແລະ ແຂວງສາ ລະວັນໃຫ້ຮູ້ວ່າ: ຕົນກໍ່ແມ່ນ ລູກຄ້າປະຈຳຮ້ານເຂົ້າປຸ້ນ ແມ່ບັນລັງ ເພາະວ່າຮ້ານນີ້ມີ ເອກະລັກສະເພາະຂອງເພິ່ນ ເອງ ໂດຍສະເພາະແມ່ນການ ປຸງແຕ່ງນ້ຳເຂົ້າປຸ້ນແມ່ນເຮັດ ພື້ນບ້ານ ແບບລາວໆເຮົາ ທັງແຊບແບບພື້ນບ້ານເຮົາ ໂດຍເພິ່ນບໍ່ໄດ້ເນັ້ນເລື່ອງ ກະທິຄືກັບຮ້ານທົ່ວໄປ, ຖ້າ ໃຜໄດ້ມາກິນກໍ່ຮູ້ສຶກປະທັບ ໃຈ ແລະ ແຊບຊ້ອຍໄປນຳ. ພ້ອມນີ້, ນອກຈາກກິນເຂົ້າ ປຸ້ນແລ້ວ, ຍັງມີນ້ຳຫວານຕື່ມ ອີກ. ແນວໃດກໍ່ດີ ຖ້າທ່ານໃດ ໄດ້ມາຢ້ຽມຢາມແຂວງສາ ລະວັນ ກໍ່ເຊີນຊວນມາແວ່ ກິນເຂົ້າປຸ້ນຮ້ານນີ້ ເຊິ່ງຕັ້ງຢູ່ ຂ້າງຕະຫລາດແຂວງ (ບ້ານ ນາເຫລັກ) ຮັບຮອງວ່າຕ້ອງ ຖືກໃຈທ່ານແນນອນ. ເຖິງວ່າ ຮ້ານເຂົ້າປຸ້ນແມ່ ບັນລັງ ເປັນຮ້ານນ້ອຍໆ, ບໍ່ລູ ລາພໍເທົ່າໃດ ແຕ່ສີມືໃນການ ປຸງແຕ່ງນ້ຳເຂົ້າປຸ້ນກໍ່ບໍ່ໜ້ອຍ ໜ້າ ເພາະມີປະສົບການດ້ານ ປຸງແຕ່ງມາຫລາຍສິບປີເຊິ່ງ ສູດການປຸງແຕ່ງນ້ຳເຂົ້າ ປຸ້ນຂອງຮ້ານນີ້, ແມ່ນໄດ້ ມາຈາກການມັກຮັກໃນການ ປຸງແຕ່ງອາຫານບວກໃສ່ ການຮຽນຮູ້ສືບທອດມູນເຊື້ອ ປຸງແຕ່ງຂອງຮຸ່ນພໍ່ແມ່ທີ່ມີ ມາແຕ່ກ່ອນ ຫລື ເອີ້ນວ່າ ສູດ ປຸງແຕ່ງນ້ຳເຂົ້າປຸ້ນແບບບູ ຮານທີ່ມີຄວາມແຕກຕ່າງ ກັບສູດຂອງຜູ້ອື່ນໆ ໂດຍວັດ ຖຸດິີບໃນການປຸງແຕ່ງກໍ່ມີປາ, ໝາກພ້າວ ແລະ ອື່ນໆ ເຊິ່ງ ປຸງແຕ່ງອອກມາກໍ່ມີຄວາມ ແຊບຊ້ອຍ, ເຂັ້ມຂຸ້ນຕິດໃຈ ລູກຄ້າທັງຫລາຍພາຍໃນ ເມືອງນີ້ໃນແຕ່ລະມື້.

RkJQdWJsaXNoZXIy MTc3MTYxMQ==