5968

zq oleg]a fdv'xt-5 ,dkoIj ;,,n fh ko;y -kdko ]k;{wm 7A 'mu 25 xtgmf]k; 4 3]d c]t gsfdko 24/09/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp lkpdko[y os;Pfg9a f s]5 f7j k3fplko 50% le]a [4h P;[y omqj ;rkdrN ovk-u {xk-u 2y d ຕໍ່າ‹ໜ້າ ທົບທວນ... 7tot/b dvq [Iq ,;Pd'ko75h ,7v' lnj ,;o-q o 1h P,1k,|a 'ln ry ,g1u og1u o ຂປລ. ໃນໄລຍະນີ້ນັກທ່ອງທ່ຽວສາ ມາດວາງແຜນການເດີນທາງທີ່ໜ້າ ຕື່ນເຕັ້ນໄດ້ແລ້ວ ເນື່ອງຈາກສາຍການ ບິນຫວຽດເຈັດ (7iFU+FU) ໄດ້ອອກ ໂປຣໂມຊັນປີ້ຍົນລະດັບ DFMuYF ໂດຍ ມອບສ່ວນຫລຸດສູງສຸດ ເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນ ທຸກຖ້ຽວບິນທັງໝົດຂອງ 7iFU+FU ທົ່ວປະເທດຫວຽດນາມ ແລະ ພາກພື້ນ ອາຊີປາຊີຟິກ ໄລຍະເວລາທີ່ຈອງ ແລະ ມື້ເດີນທາງແມ່ນເລີ່ມແຕ່ມື້ນີ້ຈົນຮອດ ວັນທີ 20 ພະຈິກ 2024. ໂປຣໂມຊັນລາຄາປີ້ຍົນລະດັບ EFMuYF ລາຄາເລີ່ມຕົ້ນພຽງແຕ່ 275.000ກີບຫລື12 ໂດລາ (ບໍ່ລວມ ພາສີ ແລະ ຄ່າທຳນຽມ) ພ້ອມນີ້ຍັງ ແຖມແພັກເກດ 3-in-1 ຊຶ່ງລວມ ມີ ໂຫລດກະເປົາເຊັກອິນນໍ້າໜັກ ສູງສຸດ 40 ກິໂລ ການເລືອກບ່ອນນັ່ງຟຣີ ແລະ ການປ່ຽນແປງຕາຕະລາງການເດີນ ທາງຟຣີອີກດ້ວຍ (ເປັນໄປຕາມເງື່ອນ ໄຂ ແລະ ຂໍ້ກຳນົດຂຶ້ນກັບແຕ່ລະເສັ້ນ ທາງ). ສາມາດຈອງປີ້ໄດ້ທີ່ XXX. WiFUKFUair.Dom, ແອັບ 7iFU+FU Air ຫລື ຢູ່ຫ້ອງການຈອງປີ້ຍົນ ແລະ ຕົວແທນຢ່າງເປັນທາງການທົ່ວໂລກ. ຜູ້ໂດຍສານລະດັບ DFMuYF ທີ່ເດີນ ທາງຖ້ຽວບິນເຊື່ອມຕໍ່ຫວຽດນາມ ໄປ ເມືອງ .FMCournF, SZEnFZ ແລະ #riTCanF ໃນປະເທດອົດສະຕຣາລີ ສາມາດເພີດເພີນກັບການໂຫລດກະ ເປົາເຊັກອິນໄດ້ເຖິງ 40LH, ກະເປົາ ຂຶ້ນເຄື່ອງ 10LH ແລະ ຮັບປະທານ ອາຫານພ້ອມເຄື່ອງດື່ມ (ເປັນໄປຕາມ ເງື່ອນໄຂ ແລະ ຂໍ້ກຳນົດ, ຂຶ້ນກັບແຕ່ລະ ເສັ້ນທາງ). ສຳລັບເສັ້ນທາງອື່ນໃນ ທຸກຖ້ຽວບິນຂອງ 7iFU+FU ຂອງປີ້ລະ ດັບ DFMuYF ແມ່ນມາພ້ອມກັບການ ໂຫລດກະເປົາເຊັກອິນນໍ້າໜັກ 20 ກິ ໂລ, ກະເປົາຂຶ້ນເຄື່ອງ7 ກິໂລ, ພ້ອມກັບ ສິດທິປະໂຫຍດເພີ່ມເຕີມອີກຫລາຍ ລາຍການ(ເປັນໄປຕາມເງື່ອນໄຂແລະ ຂໍ້ກຳນົດ, ຂຶ້ນກັບແຕ່ລະເສັ້ນທາງ). ນອກຈາກນັ້ນ, ສະມາຊິກ 7iFU+FU SLZ +oZ ຍັງໄດ້ຮັບ 1.000 SLZ 1oinUT ສໍາລັບທຸລະກໍາທີ່ມີມູນຄ່າ ຫລາຍກວ່າ 950.000 ກີບ ຫລື 41 ໂດລາ ແລະ ສາມາດແລກເອົາຂອງ ຂວັນ ຈາກ 7iFU+FU ຫລາຍກວ່າ 250 ຫຍີ່ຫໍ້ທີ່ມີຊື່ສຽງ. ສາຍການບິນ 7iFU+FU ໃຫ້ບໍລິ ການຫລາຍກວ່າ 149 ເສັ້ນທາງໃນ ທົ່ວປະເທດຫວຽດນາມ ແລະ ຕ່າງປະ ເທດ, ໃນນັ້ນມີ 3 ເສັ້ນທາງພາຍໃນ ແລະຕ່າງປະເທດ111ເສັ້ນທາງ,ລວມ ທັງປະເທດລາວດ້ວຍເສັ້ນທີ່ເຊື່ອມຕໍ່ ຈາກນະຄອນຫລວງວຽງຈັນ ຫາ ນະ ຄອນໂຮ່ຈີ່ມິງ ໂດຍມີ 4 ຖ້ຽວຕໍ່ອາທິດ ໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນ ອາທິດ ເຊິ່ງໃຊ້ເວລາບິນແມ່ນ ພຽງແຕ່ 1 ຊົ່ວໂມງ 45 ນາທີ. ນອກຈາກນັ້ນ, 7iFU+FU ຍັງໄດ້ໃຫ້ນັກທ່ອງທ່ຽວຊາວ ລາວໄດ້ໄປສຳຫລວດເມືອງໃຫຍ່ທີ່ ສຸດຂອງຫວຽດນາມ ລວມເຖິງບັນດາ ຈຸດໝາຍປາຍທາງອື່ນໆໃນພາກພື້ນ ອາຊີ - ປາຊີຟິກ ໂດຍຜ່ານຈຸດເຊື່ອມ ຕໍ່ທີ່ກວ້າງຂວາງຂອງສາຍການບິນ 7iFU+FU ໄດ້ອີກດ້ວຍ. ຂປລ. ຄະນະຝຶກອົບຮົມວຽກງານ ຄຸ້ມຄອງສື່ມວນຊົນລາວ ຢ້ຽມຢາມ ໜັງສືພິມເຢິນເຢິນ ຢູ່ນະຄອນຫລວງ ຮ່າໂນ້ຍ ສສ ຫວຽດນາມ ໃນວັນທີ 20 ກັນຍາ 2024 ຜ່ານມາໂດຍການ ຕ້ອນຮັບຂອງທ່ານ ຟາມ ຊ່ອງ ຮ່າ ຄະນະບັນນາທິການ, ຫົວໜ້າພະແນກ ການເມືອງ-ສັງຄົມ ໜັງສືພິມເຢິນເຢິນ ພ້ອມດ້ວຍຄະນະ. ການຢ້ຽມຄັ້ງນີ້, ເປັນການແລກ ປ່ຽນຄວາມຮູ້ດ້ານການນຳພາ-ຄຸ້ມ ຄອງວຽກງານສື່ ຂອງໜັງສືພິມເຢິນ ເຢີນ ເປັນຕົ້ນ ຂະບວນການຫັນປ່ຽນ ຂອງໜັງສືພິມເຢິນເຢິນໄປສູ່ລະບົບ ດີຈິຕອນທີ່ທັນສະໄໝ ແລະ ສະຖາ ນະການ ຕ່າງໆຂອງການຮ່ວມມືລະ ຫວ່າງ ໜັງສືພິມເຢິນເຢິນກັບສາກົນ ເພື່ອໃຫ້ແທດເໝາະກັບສະພາບການ ປັດຈຸບັນ. ໜັງສືພິມເຢິນເຢິນ ເປັນກະບອກ ສຽງຫລັກໃຫ້ແກ່ພັກ ແລະ ລັດຖະບານ ຫວຽດນາມ. ປັດຈຸບັນ, ໜັງສືພິມເຢິນ ເຢິນ ໄດ້ມີການຕີພິມ ເປັນສະບັບລາຍ ວັນ, ລາຍອາທິດ, ລາຍປັກ ແລະ ລາຍ ເດືອນ. ນອກຈາກຜະ ລິດເປັນສື່ສິ່ງພິມ ແລ້ວ ຍັງໄດ້ອອກຂ່າວຜ່ານທາງສື່ເອ ເລັກໂຕຣນິກ ໂດຍສະເພາະເວັບໄຊ, ເຟສບຸກ, ຢູທູບ ແລະ ຕິກຕອກ ໂດຍ ໄດ້ຮັບການຕອບຮັບ ແລະ ນິຍົມຈາກ ສັງຄົມເປັນຈຳນວນຫລາຍ, ຊຶ່ງມີຜູ້ ຕິດຕາມປະມານ 3,4 ລ້ານຄົນ ໃນນີ້, ມີໄວໜຸ່ມ ທີ່ມີອາຍຸ 35 ປີລົງມາ ທີ່ເຂົ້າ ຕິດຕາມກວມ 75%, ຂ່າວທີ່ໄດ້ຮັບ ຄວາມສົນຫລາຍທີ່ສຸດແມ່ນຂ່າວການ ເມືອງ, ເສດຖະກິດ, ວັດທະນະທຳ, ຂ່າວໂລກ, ກິລາ ແລະ ເຕັກໂນໂລຊີ ຕາມລຳດັບ. ທ່ານ ໂງ ຫວຽດ ແອັງ ຮອງຫົວ ໜ້າພະແນກໜັງສືພິມເອເລັກໂຕຣນິກ ໄດ້ຍົກໃຫ້ເຫັນຂະບວນການຫັນປ່ຽນ ໃໝ່ຂອງຜະລິດຕະພັນໜັງສືພິມເຢິນ ເຢິນ ໂດຍສະເພາະ ເນັ້ນໃສ່ການປະດິດ ສ້າງສິ່ງໃໝ່ໆໃນໜັງສືພິມເອເລັກໂຕຣ ນິກເຢິນເຢິນ ທັງດ້ານຮູບການ ແລະ ເນື້ອໃນ, ປັດຈຸບັນ ມີ 5 ພາສາເຊັ່ນ: ອັງກິດ, ຝຣັ່ງ, ຈີນ, ຣັດເຊຍ, ແອັດສະ ປາຍ ແລະ ຍັງມີສຳນັກຂ່າວ ປະຈຳ ລາວ, ຈີນ, ຝຣັ່ງ, ໄທ ແລະ ຣັດເຊຍ, ພ້ອມທັງສ້າງຫ້ອງຂ່າວດີຈິຕອນແລະ ການພັດທະນາ ດ້ານເນື້ອໃນໜັງສືພິມ ປະສານສົມທົບກັບເຕັກໂນໂລຢີ. ປັດຈຸ ບັນກຳລັງສ້າງຫ້ອງຮຽບຮຽງ, ບັນ ຊາ-ບໍລິຫານປະເພດສື່ເອເລັກໂຕຣນິກ ຢູ່ໃນລະບົບເຄືອຂ່າຍອິນເຕີເນັດ ໂດຍ ການນຳໃຊ້ເຕັກໂນໂລຢີທີ່ທັນສະໄໝ ເພື່ອນຳສະເໜີ ເປັນຕົ້ນ ເຄື່ອງມືການ ຄຳນວນ, ວິເຄາະຄວາມຕ້ອງການ ຂອງຜູ້ອ່ານ (ໜັງສືພິມແບບເກົ່າ ແລະ ແບບເອເລັກໂຕຣນິກ). ນອກຈາກນີ້, ຍັງໄດ້ສ້າງຫ້ອງຂ່າວແບບເປີດກວ້າງ ເພື່ອແລກປ່ຽນບັນຫາເຊິ່ງກັນ ແລະ ກັນ, ພ້ອມທັງສ້າງບຸກຄະລາກອນ ໃຫ້ ມີຫລາຍປະເພດ ເນື່ອງຈາກ ເຂົາເຈົ້າ ມີຄວາມຮູ້ຄວາມສາມາດໃນຫລາກ ຫລາຍຂົງເຂດ. ມີປະສິດທິພາບ, ປະສິດທິຜົນ. ເຖິງ ຢ່າງໃດກໍຕາມ, ການຈັດຕັ້ງປະຕິບັດ ກົດໝາຍ ດັ່ງກ່າວ ຍັງມີຄວາມຫຍຸ້ງ ຍາກ ແລະ ພົບກັບຫລາຍບັນຫາ ເປັນ ຕົ້ນ ການຈັດຕັ້ງປະຕິບັດນະໂຍບາຍຖື ເອົາການສຶກສາພາກບັງຄັບ ເປັນການ ສຶກສາບໍ່ໄດ້ເສຍຄ່າໃນສະຖານການ ສຶກສາຂອງລັດ, ການຈັດຕັ້ງປະຕິບັດ ຕົວຈິງເຫັນວ່າ ມີໂຮງຮຽນຈໍານວນ ໜຶ່ງໄດ້ເກັບເງິນນໍານັກຮຽນ ເພື່ອຮັບໃຊ້ ວຽກງານບໍລິຫານໂຮງຮຽນ ແລະ ນໍາ ໃຊ້ເຂົ້າໃນການຮຽນ-ການສອນ; ສິດ ໄດ້ຮັບການສົ່ງເສີມສຸຂະພາບ ແລະ ການປິ່ນປົວຂັ້ນພື້ນຖານໂດຍບໍ່ເສຍ ຄ່າສໍາລັບການສຶກສາພາກບັງຄັບ, ພາກປະບັດຕົວຈິງ ຍັງປະຕິບັດບໍ່ໄດ້ ຢ່າງທົ່ວເຖິງ; ອັດຕາການປະລະຂອງ ຄູ ແລະ ນັກຮຽນຂອງການສຶກສາພາກ ບັງຄັບ ເຫັນວ່າເພີ່ມຂຶ້ນທຸກໆປີເມື່ອສົມ ທຽບໃສ່ໄລຍະປີ 2017 ເຊິ່ງສາເຫດ ມາຈາກສະພາບເສດຖະກິດ, ຄວາມຮັບ ຜິດຊອບຂອງຄອບຄົວ ແລະ ສັງຄົມ; ການລົງໂຄສະນາເຜີຍແຜ່ກົດໝາຍຍັງ ມີຂີດຈໍາກັດ; ງົບປະມານແຫ່ງລັດທີ່ ກໍານົດໃຫ້ຂະແໜງສຶກສາທິການ ແລະ ກິລາ ບັນລຸ 1 %ຂຶ້ນໄປ, ເຫັນວ່າການ ຈັດຕັ້ງປະຕິບັດຕົວຈິງ ຍັງບໍ່ທັນບັນລຸ ຕາມຄາດໝາຍທີ່ວາງໄວ້; ອາຄານ ໂຮງຮຽນ ແລະ ຫໍພັກຂອງສະ ຖານ ການສຶກສາ ຈໍານວນໜຶ່ງ ຍັງບໍ່ພຽງພໍ ແລະຫໍພັກບາງໂຮງຮຽນແມ່ນສ້າງຂຶ້ນ ຊໍາຊາບໍ່ຮັບປະກັນຄວາມປອດໄພໃຫ້ ແກ່ນັກຮຽນ. ສ່ວນກົດໝາຍວ່າດ້ວຍປ້າຍປະ ກາດໃຊ້ແລະຈັດຕັ້ງປະຕິບັດເປັນໄລຍະ ເວລາ 6 ປີກວ່າ, ຜ່ານການຈັດຕັ້ງປະຕິ ບັດເຫັນວ່າກະຊວງຖວທໄດ້ເອົາໃຈໃສ່ ຕິດຕາມກວດກາ ແລະ ຜັນຂະຫຍາຍ ອອກເປັນນິຕິກຳໃຕ້ກົດໝາຍຈຳນວນ ໜຶ່ງ ເພື່ອເຮັດໃຫ້ການຄຸ້ມຄອງວຽກ ງານປ້າຍມີປະສິດທິພາບ, ປະສິດທິ ຜົນ, ເຖິງແນວໃດກໍຕາມ, ຜ່ານການຈັດ ຕັ້ງປະຕິບັດຕົວຈິງກໍຍັງເຫັນວ່າມີ ຄວາມຫຍຸ້ງຍາກ ແລະ ພົບກັບຫລາຍ ບັນຫາເປັນຕົ້ນ ຜູ້ປະກອບການຈຳ ນວນໜຶ່ງ ຍັງບໍ່ຮັບຮູ້ ແລະ ເຂົ້າໃຈຕໍ່ ເນື້ອໃນກົດໝາຍ ໂດຍສະເພາະການດຳ ເນີນທຸລະກິດກ່ຽວກັບປ້າຍ, ການເກັບ ຄ່າທຳນຽມແລະຄ່າບໍລິການປ້າຍຍັງບໍ່ ທັນໄດ້ກຳນົດຈະແຈ້ງ ແລະ ເປັນເອກະ ພາບກັນ, ງົບປະມານ ແລະອຸປະກອນ ຮັບໃຊ້ໃນການປະຕິບັດໜ້າທີ່ວຽກ ງານໃນການລົງໂຄສະນາເຜີຍແຜ່ກົດ ໝາຍ ຍັງມີຈໍາກັດ ແລະ ບັນຫາອື່ນໆ. ທ່ານ ຄໍາໃບ ດໍາລັດ ມີຄຳເຫັນວ່າ: ຄະນະປະຈໍາສະພາແຫ່ງຊາດ ໄດ້ຕົກ ລົງໃຫ້ຄະນະຮັບຜິດຊອບປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍ ຈັດກອງ ປະຊຸມຮ່ວມກັບກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງຖະ ແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເພື່ອຮັບຟັງການລາຍງານຜົນການປະ ເມີນຜົນການຈັດຕັ້ງປະຕິບັດ 2 ກົດ ໝາຍດັ່ງກ່າວ ໃນໄລຍະຜ່ານມາ ເພື່ອ ເປັນການສະຫລຸບ, ຖອດຖອນບົດຮຽນ ໃຫ້ແກ່ການຈັດຕັ້ງປະຕິບັດ ໂດຍຍົກ ໃຫ້ເຫັນດ້ານຕັ້ງໜ້າ, ດ້ານຄົງຄ້າງ, ສາເຫດທີ່ພາໃຫ້ມີຜົນກະທົບຕໍ່ການ ຈັດຕັ້ງປະຕິບັດ ເພື່ອຍົກສູງຄຸນນະພາບ ຂອງການຈັດຕັ້ງປະຕິບັດກົດໝາຍ, ເຮັດໃຫ້ສະຕິເຄົາລົບກົດໝາຍທົ່ວສັງ ຄົມສູງຂຶ້ນເທື່ອລະກ້າວ. ພ້ອມນີ້, ກໍໃຫ້ ເຫັນໄດ້ບັນຫາທີ່ພາໃຫ້ມີດ້ານອ່ອນ, ຂໍ້ຄົງຄ້າງ, ສິ່ງທ້າທາຍ, ສາເຫດທີ່ພາ ໃຫ້ມີດ້ານອ່ອນ, ຂໍ້ຄົງຄ້າງ ແລະ ສະເໜີ ທິດທາງປັບປຸງແກ້ໄຂກົດໝາຍ 2 ສະ ບັບນີ້ໃນຕໍ່ໜ້າ ເຊິ່ງທັງໝົດນີ້, ຄະນະ ຮັບຜິດຊອບຈະໄດ້ນໍາໄປຄົ້ນຄວ້າ, ວິ ເຄາະ,ວິໄຈ ແລະສະຫລຸບລາຍງານຜົນ ຂອງການຕິດຕາມກວດກາ ການປະ ເມີນການຈັດຕັ້ງປະຕິບັດກົດໝາຍໃນ ຄັ້ງນີ້ ເພື່ອນຳເອົາໄປລາຍງານຕໍ່ກອງ ປະຊຸມຄະນະປະຈຳສະພາແຫ່ງຊາດ. ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນ ຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນ ຢ່າງກົງໄປກົງມາ, ມີລັກສະນະສ້າງ ສັນ ເພື່ອຊອກໃຫ້ເຫັນໄດ້ດ້ານດີ, ຜົນ ງານ, ຂໍ້ຄົງຄ້າງ, ສາເຫດ ແລະ ວິທີແກ້ ໄຂໃນຕໍ່ໜ້າ ເພື່ອໃຫ້ກະຊວງທີ່ກ່ຽວ ຂ້ອງນຳໄປຄົ້ນຄວ້າພິຈາລະນາປັບປຸງ ເພື່ອກະກຽມລາຍງານຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ ຂອງ ສພຊ ຊຸດ ທີ I9 ທີ່ຈະໄຂຂຶ້ນໃນທ້າຍປີນີ້. ຂ່າວ: ສອນສັກ ວັນວິໄຊ ຂປລ. ກອງປະຊຸມການຮ່ວມມື ດ້ານວິຊາການ ລາວ-ໄທ ຄັ້ງທີ 25 ຈັດ ຂຶ້ນໃນລະຫວ່າງວັນທີ 15-16 ກັນຍາ 2024, ທີ່ຈັງຫວັດສະກົນນະຄອນ, ຣາ ຊະອານາຈັກໄທ, ຊຶ່ງຄະນະຜູ້ແທນຝ່າຍ ລາວ ນຳໂດຍ ທ່ານ ວິໂຣດ ສູນດາຣາ ຫົວໜ້າກົມອາຊີ-ປາຊີຟິກ ແລະ ອາຟຣິ ກາ, ເລຂາທິການຄະນະກຳມາທິການ ຮ່ວມມື ລາວ-ໄທ, ກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ແລະ ຄະນະ ຜູ້ແທນຝ່າຍໄທ ນຳໂດຍ ທ່ານ ວັດທະ ນະວິດ ຄົດຊະເສນີ ອະທິບໍດີກົມຄວາມ ຮ່ວມມືລະຫວ່າງປະເທດ, ກະຊວງ ການຕ່າງປະເທດ ແຫ່ງຣາຊະອານາ ຈັກໄທ ໂດຍມີບັນດາຜູ້ແທນຈາກພາກ ສ່ວນຕ່າງໆທີ່ກ່ຽວຂ້ອງຂອງທັງສອງ ປະເທດ ລາວ-ໄທ ເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ເພື່ອທົບທວນ ຄືນຜົນການຈັດຕັ້ງປະຕິບັດ ເນື້ອໃນບົດ ບັນທຶກກອງປະຊຸມຮ່ວມມືດ້ານວິຊາ ການ ລາວ-ໄທ ຄັ້ງທີ 24 ທີ່ ແຂວງ ຫລວງພະບາງ ກໍຄືຜົນຂອງການຈັດ ຕັ້ງປະຕິບັດບັນດາແຜນງານແລະ ໂຄງ ການຮ່ວມມືເພື່ອການພັດທະນາ ລາວໄທ 3 ປີ (2023-2025) ໄລຍະ 2 ຈໍານວນ 35 ໂຄງການ ກວມເອົາ 7 ຂົງເຂດ ປະກອບດ້ວຍ ຂົງເຂດກະສິກໍາ ແລະ ປ່າໄມ້; ການສຶກສາ ແລະ ກິລາ; ສາທາລະນະສຸກ; ອຸດສາຫະກໍາການ ຄ້າ ແລະ ການທ່ອງທ່ຽວ; ສິ່ງແວດ ລ້ອມ; ພັດທະນາສັງຄົມ ແລະ ການບໍລິ ຫານລັດ ແລະ ການພັດທະນາຊັບພະ ຍາກອນມະນຸດ, ຊຶ່ງບັນດາໂຄງການ ຮ່ວມມືດັ່ງກ່າວ ໄດ້ຮ່ວມກັນຈັດຕັ້ງປະ ຕິບັດສໍາເລັດແລ້ວ 2 ໂຄງການ, ຈະສໍາ ເລັດໃນທ້າຍປີ 2024 ຈໍານວນ ໂຄງ ການ ແລະ ຈະສືບຕໍ່ຈັດຕັ້ງປະຕິບັດ ຮອດທ້າຍປີ 2025 ຈໍານວນ 25 ໂຄງ ການ. ນອກຈາກນີ້, ຍັງມີທຶນການສຶກ ສາລະດັບປະລິນຍາໂທ ຈໍານວນ 30 ທຶນຕໍ່ປີ ຊຶ່ງປັດຈຸບັນມີນັກສຶກສາລາວ ກໍາລັງສຶກສາຮໍ່າຮຽນໃນບັນດາສະຖາ ບັນການສຶກສາແລະມະຫາວິທະຍາໄລ ຕ່າງໆຂອງໄທ ລະດັບປະລິນຍາໂທ ໃນສາຂາວິຊາຕ່າງໆ ຈໍານວນ 42 ຄົນ ແລະ ທຶນຝຶກອົບຮົມໄລຍະສັ້ນ ຈໍານວນ 20ຫົວຂໍ້ຕໍ່ປີ, ມີຜູ້ເຂົ້າຮ່ວມຫລາຍກວ່າ 200 ຄົນຕໍ່ປີ. ກອງປະຊຸມຄັ້ງນີ້, ໄດ້ພິຈາລະນາ ທິດທາງແຜນງານການຮ່ວມມືໃນຕໍ່ ໜ້າ ໂດຍສະເພາະແມ່ນແຜນງານໂຄງ ການ 3 ປີ ໃນໄລຍະທ້າຍ ຈໍານວນ 25 ໂຄງການ ໃຫ້ສໍາເລັດພາຍໃນປີ 2025 ພ້ອມດຽວກັນນີ້ຍັງໄດ້ກໍານົດໃຫ້ມີການ ປືກສາຫາລືການກໍານົດແຜນ 3 ປີ ໄລ ຍະ 3 (2026-202 ) ເພື່ອໃຫ້ສາ ມາດຈັດຕັ້ງປະຕິບັດໄດ້ໃນປີ 2026, ຊຶ່ງເປັນປີທໍາອິດຂອງໄລຍະ 3 ຂອງ ແຜນ 3 ປີດັ່ງກ່າວ. ໃນໂອກາດດັ່ງກ່າວ, ທ່ານ ວິໂຣດ ສູນດາຣາ ໄດ້ສະແດງຄວາມຂອບໃຈ ລັດຖະບານ ແຫ່ງຣາຊະອານາຈັກໄທ ຕໍ່ການສະໜັບສະໜູນການຮ່ວມມືເພື່ອ ການພັດທະນາດ້ານຕ່າງໆ ຕະຫລອດ ໄລຍະ 30 ກວ່າປີທີ່ຜ່ານມາ, ຊຶ່ງການ ຮ່ວມມືດ້ານວິຊາການ ລາວ-ໄທ ເປັນ ກົນໄກໜຶ່ງ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການເສີມຂະຫຍາຍ ແລະ ຮັດ ແໜ້ນການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ໄທ ຖານບ້ານໃກ້ ເຮືອນຄຽງທີ່ດີທີ່ມີມາແຕ່ດົນນານແລະ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ບັນດາໂຄງການຮ່ວມມືລາວ-ໄທ ແມ່ນ ໄດ້ຮ່ວມກັນຈັດຕັ້ງປະຕິບັດເປັນແຕ່ ລະໄລຍະ ແລະ ຕອບສະໜອງຕໍ່ແຜນ ພັດທະນາເສດຖະກິດ-ສັງຄົມຂອງ ສປປລາວເປັນຕົ້ນແມ່ນການພັດທະນາ ຊັບພະຍາກອນມະນຸດ ແລະ ຮູບຂອງ ໂຄງການໃນບັນດາຂະແໜງການ ຕ່າງໆ ຊຶ່ງລ້ວນແຕ່ເປັນຂະແໜງການ ບຸລິມະສິດໃນການພັດທະນາເສດຖະ ກິດ-ສັງຄົມຂອງ ສປປ ລາວ ໃນແຕ່ລະ ໄລຍະມາໂດຍຕະຫລອດ, ຊຶ່ງຈະເປັນ ການປະກອບສ່ວນສ້າງຄວາມເຂັ້ມ ແຂງໃຫ້ແກ່ ສປປ ລາວ ໃນການຫລຸດ ພົ້ນອອກຈາກສະຖານະປະເທດດ້ອຍ ພັດທະນາ (-DC) ໃນປີ 2026 ກໍຄື ສະໜັບສະໜູນການບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ (SD() 2030.

RkJQdWJsaXNoZXIy MTc3MTYxMQ==