xtgmf]k; 3 24/09/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me dko8eczj ocr gIa f.sh ,u ]kpIa [ \A o7q ' 7v[7q ;s]5 frQ o7;k,m5 dpkd ໂດຍ: ຄ້ອງໃໝ່ ໂດຍ: ນາງ ເພັດ ເພັດມະນີຈັນ g0Q k.9ltrk[ *ເລີ່ມແຕ່ຕົ້ນເດືອນກັນຍາມານີ້, ບັນຫາພາຍຸ ໄດ້ເຮັດໃຫ້ເກີດນໍ້າຖ້ວມ ຢູ່ຫລາຍບ່ອນ, ບໍ່ວ່າແຕ່ປະເທດລາວ ພວກເຮົາ, ບັນດາປະເທດອ້ອມຂ້າງ ໃກ້ຄຽງ, ນັບທາງຫລາຍປະເທດໄກ ອອກໄປ ກໍ່ປະເຊີນໜ້າບັນຫາໄພພິ ບັດທາງທໍາມະຊາດ ໜັກ-ເບົາຕ່າງ ກັນໄປ. ການປ້ອງກັນແລະຮັບມືກັບ ໄພພິບັດ ພວມກາຍເປັນວຽກງານ ສໍາຄັນທີ່ໂລກຄໍານຶງ ແລະ ຮ່ວມມື ກັນ. ບັນຫາການປ່ຽນແປງຂອງ ສະພາບດິນຟ້າອາກາດ ໄດ້ສົ່ງຜົນ ກະທົບຕໍ່ການດໍາລົງຊີວິດ ແລະ ການພັດທະນາ ທີ່ຈໍາເປັນຕ້ອງຮັບຮູ້ ແລະ ເຂົ້າໃຈຕໍ່ສະພາບທີ່ເກີດຂຶ້ນ, ຊອກຫາວິທີປ້ອງກັນ-ຮັບມື ທັງໃນ ໄລຍະສັ້ນ ແລະ ຍາວ. ຫລັງຈາກພາຍຸ ຢາກິ ທີ່ສ້າງ ຄວາມເສຍຫາຍໃຫ້ຫລາຍປະເທດ ໃນພາກພື້ນພວກເຮົາ, ພັດມາຕໍ່ໃສ່ ພາຍຸອີກຫົວໃໝ່ ເຊິ່ງສົ່ງຜົນກະທົບ ເຮັດໃຫ້ນໍ້າຖ້ວມຫລາຍບ່ອນ, ສໍາ *ຄືດັ່ງທີ່ພວກເຮົາຮູ້ນໍາກັນແລ້ວ ວ່າ ການຕໍ່າຫູກທໍ່ໄໝ ຂອງເອື້ອຍ ນ້ອງແມ່ຍິງລາວບັນດາເຜົ່າແມ່ນໄດ້ ຮັບຄວາມນິຍົມສູງໃນສັງຄົມປັດ ຈຸບັນ ກໍ່ຄືໃນໄລຍະທີ່ຜ່ານມາ ເພາະ ມີລວດລາຍທີ່ສວຍງາມ, ມີຄວາມ ປານີດ, ມີເອກະລັກສະເພາະຂອງ ແຕ່ລະທ້ອງຖິ່ນ ແລະ ສາມາດພັດທະ ນາຜະລິດຕະພັນໃຫ້ມີຫລາກຫລາຍ ຮູບແບບ ເພື່ອເປັນທາງເລືອກໃຫ້ກັບ ລູກຄ້າ ດັ່ງຄອບຄົວຂອງ ນາງ ໂນ ແສງມະໂນ ເປັນຄອບຄົວໜຶ່ງທີ່ມີສີ ໄມ້ລາຍມື ແລະ ຍຶດຖືເອົາການຕໍ່າ ແຜ່ນແພເປັນອາຊີບຫລັກ ຈົນກາຍ ເປັນຄອບຄົວຕົວແບບໃນການຕໍ່າ ແຜ່ນແພ ທີ່ສາມາດສ້າງລາຍຮັບ ສະເລ່ຍ 80-100 ລ້ານກີບຕໍ່ປີ. ນາງ ໂນ ແສງມະໂນ ອາຍຸ 60 ປີ ປັດຈຸບັນຢູ່ບ້ານ ວຽງຄຳ ເມືອງຫລາ ແຂວງ ອຸດົມໄຊໄດ້ເລົ່າສູ່ຟັງວ່າ: ໃນເມື່ອກ່ອນຄອບຄົວແມ່ນຍືດຖືເອົາ ອາຊີບການເຮັດນາປູກເຂົ້າພໍແຕ່ກຸ້ມ ກິນ ເຮັດໃຫ້ຊີວິດການເປັນຢູ່ຂອງ ຄອບຄົວພົບຄວາມຫຍຸ້ງຍາກຫລາຍ ເພາະອາໄສການເຮັດນາປູກເຂົ້າພໍ ກຸ້ມກິນແລະ ບໍ່ມີລາຍຮັບທີ່ແນ່ນອນ. ຈາກຄວາມຫຍຸ້ງຍາກດັ່ງກ່າວບວກ ໃສ່ແນວທາງນະໂຍບາຍຂອງພັກ- ລັດ ໃນການຊຸກຍູ້ສົ່ງເສີ່ມໃຫ້ປະຊາ ຊົນສ້າງເສດຖະກິດຄອບຄົວຕາມ ທ່າແຮງ, ເງື່ອນໄຂຂອງແຕ່ລະ ຄອບຄົວ ແລະ ທ້ອງຖິ່ນ. ໃນນັ້ນ ການຕໍ່າຫູກທໍ່ໄໝກໍ່ແມ່ນອາຊີບໝຶ່ງ ທີ່ຈະພາໃຫ້ຄອບຄົວມີຢູ່ມີກິນ, ມີ ລາຍຮັບເຂົ້າຄອບຄົວ ແລະ ອີກຢ່າງ ໜຶ່ງສະມາຊິກໃນຄອບຄົວກໍ່ມີພື້ນ ຖານໃນການຕໍ່າຫູກທໍ່ໄໝທີ່ສືບທອດ ມາແຕ່ລຸ້ນປູ່ຍ່າຕາຍາຍ ໂດຍສະ ເພາະເພິ່ນເລີ່ມຮຽນຕໍ່າຫູກມາຕັ້ງແຕ່ ອາຍຸໄດ້ 13 ປີ ດັ່ງນັ້ນຈຶ່ງໄດ້ປຶກສາ ຫາລືກັນໃນຄອບຄົວ ແລະ ຕັດສິນ ໃຈ ມາເລີ່ມທົດລອງຕໍ່າແຜ່ນແພ ໃນປີ 2013 ທໍາອິດແມ່ນແມ່ໄດ້ນໍາ ເອົາເງິນເກັບອອມຂອງແມ່ ຈໍານວນ 1 ລ້ານກີບ ມາລົງທຶນໃຫ້ລູກຕໍ່າຕີນ ສິ້ນນັກຮຽນ ແລ້ວນໍາໄປຂາຍຢູ່ ຕະຫລາດເມືອງໄຊ ເຊິ່ງຕອນນັ້ນ ຂາຍໃນລາຄາ 8 ພັນກີບຕໍ່ຕີນ ແລະ ມີລາຍຮັບຈາກການຂາຍຕີນສິ້ນສະ ເລ່ຍ 5 ລ້ານກີບຕໍ່ປີ ເຊິ່ງສາມາດແກ້ ຊີວິດການເປັນຢູ່ຂອງຄອບຄົວໄດ້ ພໍສົມຄວນ ແລະ ອີກຢ່າງໜຶ່ງເມືອງ ຫລາ ກໍ່ເປັນເມືອງໜຶ່ງທີ່ມີແຂກທັງ ພາຍໃນ ແລະ ຕ່າງປະເທດເຂົ້າມາ ທ່ອງທ່ຽວຊົມວັດທະນະທຳ ໂດຍ ສະເພາະກໍ່ແມ່ນວັດພະເຈົ້້າສິງຄຳ ໄຊຍະຮາມ ເຊິ່ງເປັນວັດທີ່ສັກສິດ, ມີຊື່ສຽງໂດ່ງດັງ ຜູ້ຄົນມາຊັກກາລະ ບູຊາກາບໄຫ້ວຂໍພອນ ແລະ ທ່ຽວ ຊົມຢ່າງຫລວງຫລາຍໃນທຸກໆປີ ຈຶ່ງໄດ້ນໍາເອົາຜະລິດຕະພັນຂອງ ຕົນເອງໄປວາງຂາຍຢູ່ທີ່ວັດພະເຈົ້າ ສິງຄໍາ, ໃນເບື້ອງຕົ້ນແມ່ນພາກັນຕໍ່າ ແຜ່ນເປັນແບບຄອບຄົວ ໂດຍມີແຮງ ງານຕົ້ນຕໍ 3 ແຮງງານ, ມີ 3 ກີ່ ແລະ ຕໍ່າແຜ່ນປະເພດ ແຜ່ນແພ, ຜ້າ ປູໂຕະ, ຜ້າບ່ຽງ ແລ້ວນໍາໄປວາງ ຂາຍເຫັນວ່າເປັນທີ່ສົນໃຈ ແລະ ໄດ້ຮັບຄວາມນິຍົມລູກຄ້າຫລາຍ ເຮັດໃຫ້ຜະລິດຕະພັນທີ່ຕໍ່າອອກມາ ບໍ່ພຽງພໍກັບຄວາມຕ້ອງການຂອງ ແຂກ. ມາຮອດປີ 2019 ຈຶ່ງຕັດສິນ ໃຈ ລົງທຶນເພີ່ມຈຳນວນ 8 ລ້ານກີບ ເພື່ອຊື້ຝ້າຍມາປ່ອຍໃຫ້ຊາວບ້ານຕ່ຳ ແຜ່ນເພີ່ມ ພ້ອມທັງສ້າງເປັນກຸ່ມຫັດ ຖະກໍາຕໍາແຜ່ນແພ ເຊິ່ງມີທັງໝົດ 7 ຄອບຄົວ ລວມມີ 15 ກີ່ ພ້ອມທັງ ເກັບຊື້ຄືນ ແລະ ຄິດໄລ່ເປັນຜືນໃນ ລາຄາສະເລ່ຍຕໍ່າສຸດ 60 ພັນກີບ ຫາ 5 ລ້ານກີບ. ນອກຈາກຈະນໍາຜະລິດຕະພັນ ສິນຄ້າໄປວາງຂາຍຢູ່ວັດພະເຈົ້າສິງ ຄໍາແລ້ວຍັງໄດ້ນໍາໄປວາງຂາຍຕາມ ຕະຫລາດນັດຂອງແຂວງ ແລະ ໄດ້ ຮັບເຊີນຈາກພາກສ່ວນຕ່າງໆເພື່ອ ໄປວາງຂາຍສິນຄ້າຫັດຖະກໍາຢູ່ຕ່າງ ເມືອງ, ຕ່າງແຂວງ ໂດຍສະເພາະ ນະຄອນຫລວງວຽງຈັນ (ໄອເຕັກ) ແລະຍັງໄດ້ໂຄສະນາຂາຍທາງອອນ ລາຍ(ມີທັງຂາຍສົ່ງ ແລະ ຂາຍ ຍ່ອຍ) ຕື່ມອີກ ເຊິ່ງມາຮອດປັດຈຸບັນ ຜະລິດຕະພັນສິນຄ້າຂອງພວກເຮົາ ປະກອບມີ: ແພຝ້າຍ, ຜ້າປູໂຕະ, ຜ້າ ບ່ຽງ, ຜ້າລົບລາຍ, ຜ້າພັນຄໍ, ຜ້າເຊັດ ມື. ນອກຈາກນັ້ນ, ຍັງໄດ້ນໍາຜະລິດ ຕະພັນຈາກຜ້າຝ້າຍທຳມະດານັ້ນ ນຳມາແປຮູບເປັນກະເປົາ, ຖົງຜ້າ, ຊຸດຊົນເຜົ່າແບບປະຍຸກ. ປັດຈຸບັນ ຜະລິດຕະພັນສິນຄ້າຂອງກຸ່ມຫັດ ຖະກໍາແມ່ນໄດ້ຮັບການຢັ້ງຢືນ ແລະ ລັບປະເທດເຮົາສອງສາມມື້ມານີ້ ມີທັງເຂດພາກກາງ ແລະ ແຂວງ ຕາເວັນອອກສຽງເໜືອ. ຕົວເມືອງ ຊໍາເໜືອ ແຂວງຫົວພັນ ປີນີ້ຖືວ່າໜັກ ໜ່ວງຫລາຍ, ຄືກັບບັນດາເມືອງ ພາກກາງ ຄື ຄໍາເກີດ ແຂວງບໍລິຄໍາ ໄຊ ແລະ ອື່ນໆ. ໃນສະພາບຫຍຸ້ງ ຍາກຄືແນວນີ້ ພວກເຮົາໄດ້ເຫັນ ຄວາມເປັນຫ່ວງເປັນໄຍ ແລະ ສາມັກຄີຊ່ວຍເຫລືອຂອງຄົນລາວ ເພື່ອບັນເທົາຄວາມລໍາບາກຂອງຜູ້ ຖືກຜົນກະທົບ ດ້ວຍຫລາຍຮູບແບບ ທັງພາກລັດ ແລະ ເອກະຊົນ ສຸມ ໃສ່, ແມ່ນແຕ່ຝ່າຍສົງກໍ່ບໍ່ໄດ້ລົດລະ ໃນການລະດົມອອກຕົນຍາດໂຍມ ແຜ່ປັດໄຈ ນໍາໄປຊ່ວຍເຫລືອ ຕາມ ເງື່ອນໄຂແຕ່ລະບ່ອນ ເພື່ອຜ່ອນໜັກ ໃຫ່ເປັນເບົາ ບັນເທົາຄວາມລໍາບາກ ທີ່ທຸກຄົນບໍ່ເພິ່ງປາຖະໜາ. ເຖິງຢ່າງໃດກໍ່ຕາມ, ບົນຄວາມ ລໍາບາກ ອັນເກີດຈາກໄພທໍາມະ ຊາດ, ນອກຈາກຄວາມເອົາໃຈສາ ມັກຄີຊ່ວຍເຫລືອກັນຢ່າງແຂງແຮງ ນັ້ນ, ບັນຫາທີ່ຫລາຍຄົນນໍາມາຖົກ ຖຽງແລກປ່ຽນຄໍາເຫັນອັນໜຶ່ງແມ່ນ ການສ້າງຮັບຮູ້ ແລະ ເຂົ້າໃຈຕໍ່ສະ ພາບທີ່ເປັນຢູ່ຢ່າງພາວິໄສເລື່ອງ ຂອງທໍາມະຊາດທີ່ເກີດຂຶ້ນທົ່ວໂລກ. ໃນຍຸກຂໍ້ມູນຂ່າວສານຜ່ານລະບົບ ອິນເຕີເນັດທີ່ຫລາກຫລາຍນີ້, ມັນ ຮຽກຮ້ອງໃຫ້ທຸກຄົນ ຮັບເອົາຂໍ້ມູນ ຂ່າວສານເຫລົ່ານັ້ນ ດ້ວຍສະຕິແລະ ທໍາຄວາມເຂົ້າໃຈໃນແຕ່ລະບັນຫາ ຢ່າງເລິກເຊິ່ງ ໂດຍບໍ່ຄວນແຊ ແລະ ມີຄໍາເຫັນເປັນການຊໍ້າຕື່ມບັນຫາ ຕ່າງໆນາໆ. ການຕໍາໜິວິຈານ, ການປັ່ນແຕ່ງໃຫ້ເກີດຄວາມເຂົ້າໃຈ ທີ່ບໍ່ຖືກຕ້ອງຕໍ່ອົງການຈັດຕັ້ງ, ບຸກຄົນ, ນິຕິບຸກຄົນ ແມ່ນບໍ່ຄວນ. ບັນຫາບໍ່ແມ່ນເກີດຍ້ອນໃຜຜູ້ໃດ, ມັນ ເປັນເລື່ອງທໍາມະຊາດ ເຊິ່ງທາງທີ່ ດີແມ່ນພ້ອມກັນຫາວິທີປ້ອງກັນຮັບມື ໂດຍອີງໃສ່ຄວາມສາມັກຄີ ຊ່ວຍເຫລືອກັນອັນເປັນມູນເຊື້ອດີ ງາມນັ້ນ ແມ່ນຖືກຕ້ອງທີ່ສຸດ. ສະຫລຸບວ່າ ການສ້າງຄວາມ ຮັບຮູ້ ແລະ ເຂົ້າໃຈໃນສະພາບທີ່ ເກີດຂຶ້ນເປັນຢ່າງດີ ມີຈຸດຍືນວິທະ ຍາສາດ-ພາວະວິໄສ ບົນຈິດໃຈສາ ມັກຄີຮັກແພງຊ່ວຍເຫລືອກັນ ຈະ ເຮັດໃຫ້ພວກເຮົາສາມາດຜ່ານຜ່າ ອຸປະສັກ ຄວາມລໍາບາກໄປໄດ້ຢ່າງ ແນ່ນອນ. ພວກເຮົາພ້ອມກັນມີສະຕິ ເຂົ້າໃຈສະພາບ-ບັນຫາ, ບໍ່ຕົກເປັນ ເຍື່ອພວກຄົນບໍ່ດີທີ່ມັກໃສ່ຮ້າຍປ້າຍ ສີອົງການ, ບຸກຄົນ, ນິຕິບຸກຄົນສ້າງ ຄວາມແຕກແຍກພາຍໃນພວກເຮົາ ຕ່າງໆນາໆໃນໂລກອອນລາຍ. ພວກ ເຮົາບໍ່ຕ້ອງໃສ່ໃຈຄົນພວກນັ້ນ, ສໍາ ຄັນແມ່ນຕ້ອງສາມັກຄີກັນເປັນປຶກ ແຜ່ນ ພ້ອມກັນຜ່ານຜ່າ. ຮັບຮອງເປັນສິນຄ້າໜຶ່ງເມືອງໜຶ່ງ ຜະລິດຕະພັນ ແຫ່ງຊາດ (ສິນຄ້າ ໂອດັອບ) ໃນທ້າຍປີ 2023 ທີ່ຜ່ານ ມາ ແລະ ສາມາດສ້າງລາຍຮັບເຂົ້າ ສູ່ຄອບຄົວສະເລ່ຍ 80-100 ລ້ານ ກີບຕໍ່ປີ. ທັງໝົດນີ້ກໍຍ້ອນມີແນວ ທາງນະໂຍບາຍອັນຖືກຕ້ອງຂອງ ພັກ-ລັດ ທີ່ໄດ້ເອົາໃຈໃສ່ຊຸກຍູ້, ສົ່ງ ເສີມໃຫ້ປະຊາຊົນໃນການສ້າງເສດ ຖະກິດຄອບຄົວ ເພື່ອແກ້ໄຂຊີວິດ ການເປັນຢູ່ຂອງປະຊາຊົນແລະພ້ອມ ກັນລຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ ບວກກັບຄວາມພະຍາ ຍາມບຸກບືນຂອງຕົນເອງ ແລະ ການ ຊຸກຍຸກສົ່ງເສີມຂອງຫ້ອງການອຸດ ສາຫະກຳ - ການຄ້າ ໃນການສ້າງ ເສດຖະກິດພາຍໃນຄອບຄົວຂອງ ນາງໂນ ຕະຫລອດມາ ພ້ອມທັງເປັນ ການຊຸກຍູ້, ສົ່ງເສີມແມ່ຍິງບັນດາ ເຜົ່າ ຜູ້ທີ່ບໍ່ມີວຽກເຮັດງານທຳພາຍ ໃນບ້ານ ໃຫ້ຫັນມາເຮັດກິດຈະການ ດັ່ງກ່າວເພື່ອສ້າງລາຍຮັບເຂົ້າຄອບ ຄົວ. ຈາກຄວາມດຸໜັ້ນ, ອົດທົນ, ບຸກ ບືນ, ສູ້ຊົນ ຜ່ານຜ່າອຸປະສັກຕ່າງໆ ຈຶ່ງເຮັດໃຫ້ຊີວິດການເປັນຢູ່ຂອງ ຄອບຄົວມີການພັດທະນາດີຂຶ້ນເປັນ ກ້າວໆ ແລະ ເຮັດໃຫ້ຄອບຄົວມີລາຍ ຮັບທີ່ໝັ້ນຄົງ ສາມາດຊື້ລົດຈັກໄດ້ 2 ຄັນ, ໂຮງສີເຂົ້າ 1 ເຄື່ອງ, ລົດໄຖ 1 ຄັນ, ມີທຶນສົ່ງລູກຮໍ່າຮຽນ, ມີທຶນ ໝູນວຽນ, ມີເງິນເກັບໄວ້ໃຊ້ຈ່າຍໃນ ຍາມສຸກເສີນອື່ນໆອີກຈຳນວນໜຶ່ງ. ສໍາລັບທິດທາງແຜນການໃນ ຕໍ່ໜ້າແມ່ນຍັງຈະສືບຕໍ່ນຳພາສະມາ ຊິກພາຍໃນຄອບຄົວ ແລະ ສະມາຊິກ ພາຍໃນກຸ່ມຂະຫຍາຍເພີ່ມກີ່ຈາກ ປັດຈຸບັນທີ່ມີຢູ່ 15 ກີ່ ເພີ່ມເປັນ 30 ກີ່ ແລະ ຈະພະຍາຍາມສ້າງໃຫ້ເປັນ ສູນຕໍ່າຫູກທີ່ມີຈຸດເຕົ້າໂຮມຢູ່ບ່ອນ ດຽວກັນ ເພື່ອສະດວກໃນການຕິດ ຕາມ ແລະ ປຶກສາຫາລືໃນການຄົ້ນ ຄິດລວດລາຍໃໝ່ໆ ເພື່ອໃຫ້ສາມາດ ຕອບສະໜອງກັບຄວາມຮຽກຮ້ອງ ຕ້ອງການຂອງລູກຄ້າ ແລະ ສັງຄົມ ໃນປັດຈຸບັນ ພ້ອມທັງຈະຖືເອົາກິດ ຈະການການຕໍ່າຫູກທໍ່ໄໝດັ່ງກ່າວ ສືບທອດໃຫ້ລູກຫລານຕໍ່ໄປ.
RkJQdWJsaXNoZXIy MTc3MTYxMQ==