lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 24/09/2024 xtgmf]k; ເລຂາທິການໃຫຍ່... ແລະ ເຮັດວຽກ ຢູ່ ສປປ ລາວ. ໂອກາດດັ່ງກ່າວ, ສະຫາຍທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນ ຮັບ ແລະ ຕີລາຄາສູງ ຕໍ່ສະຫາຍພົນຈັດ ຕະວາ ຮວິ່ງ ດັກ ເຮືອງ ທີ່ໄດ້ນຳພາ ຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງ ເປັນການປະກອບສ່ວນສໍາຄັນເຂົ້າໃນ ການເສີມຂະຫຍາຍ ແລະ ເພີ່ມພູນຄູນ ສ້າງສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ພ້ອມທັງຕີລາຄາ ສູງຕໍ່ການເສຍສະຫລະຂອງບັນດາ ທະຫານ, ອະດີດທະຫານ ແລະ ຊ່ຽວ ຊານ ທີ່ໄດ້ສະຫລະເລືອດເນື້ອ, ຄວາມ ສຸກສ່ວນຕົວ, ຄຽງບ່າຄຽງໄຫລ່, ຮ່ວມ ຂຸມຄອງດຽວກັນກັບນັກຮົບ ແລະ ປະ ຊາຊົນລາວ ຕໍ່ສູ້ກູ້ຊາດຕ້ານສັດຕູຜູ້ ຮຸກຮານ ຈົນສາມາດປົດປ່ອຍປະເທດ ຊາດ ໄດ້ຢ່າງສົມບູນ, ສາມາດຍາດ ເອົາເອກະລາດມາສູ່ປະຊາຊົນຂອງ ສອງປະເທດ. ພ້ອມນີ້, ສະຫາຍ ຍັງໄດ້ ສະແດງຄວາມຊົມເຊີຍ ຕໍ່ຄະນະປະ ສານງານອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ມີ ການເຄື່ອນໄຫວຢ່າງຫ້າວຫັນຕາມ ພາລະບົດບາດຂອງຕົນ ເພື່ອສືບຕໍ່ປະ ກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີ ພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ປະທານໂຮ່ຈີ່ມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນຳທີ່ເຄົາລົບຮັກ ເປັນຜູ້ ກໍ່ຕັ້ງນັ້ນ ໃຫ້ມີການຂະຫຍາຍຕົວຢ່າງ ບໍ່ຢຸດຢັ້ງ. ພ້ອມນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ ແຈ້ງໃຫ້ບັນດາສະຫາຍຊາບວ່າ ການພົວພັນຮ່ວມມືລະຫວ່າງ ສອງປະ ເທດ ລາວ-ຫວຽດນາມ ຍັງມີຄວາມ ໜັກແໜ້ນໃນທຸກຂົງເຂດວຽກງານ, ການນຳຂັ້ນສູງຂອງພັກ, ລັດ, ໃນທຸກ ຂະແໜງການແຕ່ສູນກາງຮອດທ້ອງ ຖິ່ນຂອງ ສອງປະເທດ ລາວ-ຫວຽດ ນາມ ໄດ້ມີການແລກປ່ຽນການຢ້ຽມ ຢາມໄປມາຫາສູ່ກັນຢ່າງເປັນປົກກະ ຕິ, ສະແດງໃຫ້ເຫັນເຖິງຄວາມມີຊີວິດ ຊີວາ ຂອງສາຍພົວພັນມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ. ສະຫາຍ ພົນຈັດຕະວາ ຮວິ່ງ ດັກ ເຮືອງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ໃຫ້ ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງແຜນການເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ສະຫາຍເລຂາທິການ ໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຮັບຊາບ. ຂ່າວ: ທະນູທອງ; ພາບ: ຊຳນານ ໄລຍະທີ່ຜ່ານມາ ເຊິ່ງເປັນການປະກອບ ສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງ ສປປ ລາວ. ສໍາລັບການຮ່ວມມື ລະຫວ່າງ ສປປ ລາວ ກັບ ແຂວງຢູນນານ ໄດ້ມີ ການຮ່ວມມືກັນໃນຫລາຍຂົງເຂດວຽກ ງານເປັນຕົ້ນ ການກໍ່ສ້າງເສັ້ນທາງລົດ ໄຟລາວ-ຈີນ, ການລົງທຶນພັດທະນາ ເຂດເສດຖະກິດບໍ່ເຕ່ນ-ບໍ່ຫານ, ເຂດອຸດ ສາຫະກຳກວມ ລວມໄຊເສດຖາ ແລະ ນາຍົກລັດຖະມົນຕີ... ການພັດທະນາ ທາງດ່ວນ ລາວ-ຈີນ, ການທ່ອງທ່ຽວ, ການຄ້າ, ກະສິກໍາ, ອຸດສາຫະກໍາ, ການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນຳຂັ້ນຕ່າງໆ. ຖື ໂອກາດນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມເຫັນອົກເຫັນໃຈ ເປັນຢ່າງຍິ່ງ ຕໍ່ປະຊາຊົນຈີນ ຜູ້ທີ່ໄດ້ ຮັບຜົນກະທົບໄພພິບັດທາງທໍາມະຊາດ ໃນໄລຍະຜ່ານມາ, ພ້ອມກັນນັ້ນ ທ່ານ ນາຍົກລັດຖະມົນຕີ ກໍໄດ້ສະເໜີໃຫ້ ພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ແລະ ແຂວງຢູນນານ ສືບຕໍ່ຮ່ວມມືກັນ ທາງດ້ານຕ່າງໆ ເປັນຕົ້ນ ຖືເອົາທິດຊີ້ ນຳຂອງການຕົກລົງເປັນເອກະພາບ ຂອງສອງເລຂາທິການໃຫຍ່ ເພື່ອຜັນ ຂະຫຍາຍໃຫ້ເກີດດອກອອກຜົນເປັນ ຈິງ ໃນແຕ່ລະອັນ; ຮ່ວມກັນຄົ້ນຄວ້າ ວາງແຜນພັດທະນາ ແລະ ນໍາໃຊ້ໃຫ້ດິນ ໂຄງການທາງລົດໄຟລາວ-ຈີນ ທີ່ເປັນ ໂຄງການຮ່ວມມືລະດັບຊາດ ແລະ ປະ ຫວັດສາດຂອງສອງປະເທດ ໃຫ້ເກີດ ຜົນປະໂຫຍດສູງ; ເອົາໃຈໃສ່ຊຸກຍູ້ການ ຄ້າຂອງສອງຝ່າຍ ທັງການຄ້າສາກົນ, ການຄ້າຜ່ານລະບົບເອເລັກໂຕນິກ ແລະ ການຄ້າຊາຍແດນ; ສົ່ງເສີມນັກ ລົງທຶນຂອງແຂວງຢຸນນານ ທີ່ມີທ່າ ແຮງດ້ານທຶນຮອນ ແລະ ປະສົບການ ມາລົງທຶນຢູ່ລາວ ໃຫ້ເພີ່ມຂຶ້ນ ເປັນຕົ້ນ ດ້ານພະລັງງານທີ່ເປັນມິດກັບສິ່ງແວດ ລ້ອມ, ດ້ານການບໍລິການ, ການທ່ອງ ທ່ຽວ, ການປຸງແຕ່ງຜະລິດຕະພັນກະສິ ກໍາທີ່ຕະຫລາດຕ້ອງການ; ສ້າງເງື່ອນ ໄຂອໍານວຍຄວາມສະດວກໃນການສົ່ງ ສິນຄ້າກະສິກຳຂອງລາວ ໄປຍັງຈີນ, ລວມທັງ ສິນຄ້າກະສິກຳອື່ນໆທີ່ລາວ ມີ ທ່າແຮງ; ສືບຕໍ່ລົງທຶນກໍ່ສ້າງໂຄງລ່າງ ພື້ນຖານ ດ້ວຍຮູບແບບບີໂອທີ ເຊັ່ນ: ໂຄງການທາງດ່ວນ ເຊື່ອມຕໍ່ລະຫວ່າງ ລາວກັບຈີນ(ຫລືທາງດ່ວນວຽງຈັນບໍ່ເຕ່ນ), ທາງດ່ວນ ບໍ່ເຕ່ນ-ຫ້ວຍຊາຍ ແລະ ໂຄງການອື່ນໆ; ປີ 2024 ເປັນປີ ທ່ອງທ່ຽວລາວ ໃຫ້ຮ່ວມກັນຊຸກຍູ້ໃຫ້ ການທ່ອງທ່ຽວລະຫວ່າງ ແຂວງຢຸນ ນານກັບ ສປປ ລາວ ມີບັນຍາກາດໃໝ່; ໃຫ້ແຂວງຢຸນນານ ມີກົນໄກຮ່ວມມືກັບ ບັນດາແຂວງພາກເໜືອຂອງ ສປປ ລາວ ໃນການຮ່ວມມືກັນຮອບດ້ານ. ໂອກາດດຽວກັນ, ທ່ານຮອງເຈົ້າ ແຂວງໆຢູນນານ ກໍໄດ້ສະແດງຄວາມ ຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານນາຍົກລັດຖະມົນຕີແລະພາກ ສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ, ພ້ອມທັງ ໄດ້ລາຍງານຕໍ່ທ່ານນາຍົກ ລັດຖະມົນຕີ ໄດ້ຮັບຊາບກ່ຽວກັບສະ ພາບການຮ່ວມມື ລະຫວ່າງ ແຂວງຢູນ ນານແລະສປປລາວໃນໄລຍະຜ່ານມາ, ລວມທັງແຜນການຮ່ວມມືໃນຕໍ່ໜ້າ; ໄດ້ແຈ້ງໃຫ້ຊາບກ່ຽວກັບຈຸດປະສົງ ຂອງການມາຢ້ຽມຢາມແລະເຄື່ອນໄຫວ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ເພື່ອ ສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມື ລະ ຫວ່າງ ແຂວງຢູນນານ ສປ ຈີນ ກັບ ສປປລາວ, ທັງເປັນການສືບຕໍ່ຊຸກຍູ້ຜັນ ຂະຫຍາຍແນວຄວາມຄິດລິເລີ່ມການ ສ້າງໜຶ່ງແລວໜຶ່ງເສັ້ນທາງ ໃຫ້ໄດ້ຮັບ ໝາກຜົນຕົວຈິງນັບມື້ນັບຫລາຍຂຶ້ນ ແລະຊ່ວຍຊຸກຍູ້ໂຄງການຮ່ວມມື, ລວມ ທັງຜົນການເຮັດວຽກຮ່ວມກັບຂະແໜງ ການ ແລະ ພາກສ່ວນກ່ຽວຂ້ອງຂອງ ສປປລາວ; ໄດ້ແຈ້ງເຈດຈໍານົງການນໍາ ແຂວງຢູນນານ ແລະ ປະຊາຊົນຊາວ ແຂວງຢູນນານ ຈະໃຫ້ການຊ່ວຍເຫລືອ ປະຊາຊົນລາວ ຜູ້ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດທາງທໍາມະຊາດນໍ້າຖ້ວມ ໃນໄລຍະຜ່ານມາ ເປັນເງິນ ຈໍານວນ 300.000 ຢວນ (ສະກຸນເງິນຈີນ). ຂ່າວ-ພາບ: ກົມປະຊາສຳພັນ, ຫສນ ຜົນສຳເລັດ... ອາຊຽນ ຂອງ ສປປ ລາວ ແລະ ທ່ານ ກາວ ກິມ ຮຸນ (Kao Kim Hourn) ເລຂາທິການໃຫຍ່ອາຊຽນ, ໄດ້ຮ່ວມ ກັນຖະແຫລງຜົນສຳເລັດຂອງກອງ ປະຊຸມດັ່ງ ກ່າວ. ທ່ານ ມະໄລທອງ ກົມມະສິດ ລັດ ຖະມົນຕີ ໃຫ້ຮູ້ວ່າ: ກອງປະຊຸມລັດຖະ ມົນຕີອາຊຽນ ແມ່ນກອງປະຊຸມປະ ຈຳປີ ຂອງບັນດາລັດຖະມົນຕີເສດຖະ ກິດຂອງອາຊຽນ ເພື່ອປຶກສາຫາລື ແຜນວຽກເສດ ຖະກິດທີ່ເປັນບຸລິມະສິດ ຂອງປີນີ້, ກວດກາຄວາມຄືບຫນ້າຂອງ ບັນດາຂໍ້ລິເລີ່ມດ້ານເສດຖະກິດພ້ອມ ທັງວາງທິດທາງຍຸດທະສາດ ສຳລັບ ການເຊື່ອໂຍງເສດຖະກິດໃນພາກພື້ນ, ລັດຖະມົນຕີເສດຖະກິດອາຊຽນ ໄດ້ພົບ ກັບບັນດາຄູ່ຮ່ວມພັດທະນາ ເພື່ອທົບ ທວນຄືນແຜນວຽກການຮ່ວມມືທາງ ດ້ານເສດຖະກິດ ໃນປັດຈຸບັນ ແລະ ຈັດ ວາງບຸລິມະສິດໃຫ້ກັບຊຸມປີຕໍ່ໜ້າ. ຄວາມຄືບໜ້າຕໍ່ການຈັດຕັ້ງປະຕິ ບັດບັນດາແຜນວຽກເສດຖະກິດ ທີ່ ເປັນບຸລິມະສິດນັ້ນ, ເປັນຂໍ້ລິເລີ່ມຕົ້ນຕໍ ທາງດ້ານເສດຖະກິດອາຊຽນ ໂດຍ ການປະສົມປະສານເອົາຄຳຂັວນຂອງ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້ “ເພີ່ມທະວີການ ເຊື່ອມຈອດ ແລະ ຄວາມເຂັ້ມແຂງອາ ຊຽນ” ໂດຍສະເພາະ ລັດຖະມົນຕີເສດ ຖະກິດອາຊຽນ ໄດ້ຮັບຮອງທະແຫລງ ການອາຊຽນວ່າດ້ວຍການເຊື່ອມຈອດ ຕ່ອງໂສ້ການສະໜອງ, ນີ້ເປັນສິ່ງສຳ ຄັນໃນສະພາບທາງດ້ານສະພາບອາ ກາດໃນປັດຈຸບັນ. ທັງເປັນການກ້າວ ອອກມາຈາກການແພ່ລະບາດຂອງ ພະຍາດໂຄວິດ-19 ເຊິ່ງມັນໄດ້ສະແດງ ໃຫ້ເຫັນຄວາມສຳຄັນຂອງການເຊື່ອມ ຈອດຕ່ອງໂສ້ການສະໜອງແລະຄວາມ ເຂັ້ມແຂງຂອງຕ່ອງໂສ້ການສະໜອງ. ຖະແຫລງການນີ້, ຈະເປັນການຢືນຢັນ ຄືນຄຳໝັ້ນສັນຍາຂອງອາຊຽນ ຄືນ ໃໝ່ ເພື່ອສົ່ງເສີມນະວັດຕະກຳ, ການ ແຂ່ງຂັນ ແລະ ຄວາມເຂັ້ມແຂງຂອງ ຕ່ອງໂສ້ການສະໜອງໃນພາກພື້ນ. ບັນດາລັດຖະມົນຕີເສດຖະກິດ ໄດ້ ຮັບຮອງເອົາຄຳແນະນຳໃນການປັບ ປຸງສັນຍາແຜນວຽກຂອງອາຊຽນ ວ່າດ້ວຍ ການຮ່ວມມືທາງດ້ານຊັບສິນ ທາງປັນຍາ ໂດຍຄາດຫວັງວ່າການເຈ ລະຈາປັບປຸງສັນຍາດັ່ງກ່າວຈະສາ ມາດເລິ່ມຕົ້ນໄດ້ໃນປີ 2025; ກອງປະ ຊຸມຍັງຮູ້ສຶກຍິນດີຕໍ່ກັບຄວາມຄືບໜ້າ ອັນສຳຄັນທີ່ຈະນຳໄປສູ່ການສະຫລຸບ ການເຈລະຈາ ປັບປຸງສັນຍາເຂດການ ຄ້າເສລີອາຊຽນ-ສປ ຈີນ (ASEANChina FTA 3.0) ແລະ ເປັນການ ຢັ້ງຢືນຄືນໃໝ່ຕໍ່ກັບຄຳໝັ້ນສັນຍາ ຮ່ວມກັນກັບ ສປ ຈີນ ເພື່ອໃຫ້ສາມາດ ບັນລຸການສະຫລຸບທີ່ມີເນື້ອໃນສຳຄັນ ຂອງການເຈລະຈາພາຍໃນປີນີ້ ເຊິ່ງ ຈະເປັນການຍົກລະດັບການພົວພັນ ທາງດ້ານເສດຖະກິດ ແລະ ການຄ້າ ລະ ຫວ່າງ ອາຊຽນ ແລະ ສປ ຈີນ ໄປສູ່ລະ ດັບທີ່ສູງຂຶ້ນ. ແຜນວຽກເສດຖະກິດທີ່ ເປັນບູລິມະສິດຂອງ ສປປ ລາວ ໃນ ນາມເປັນປະທານລັດຖະມົນຕີເສດຖະ ກິດອາຊຽນ ໃນປີ 2024 ນີ້ ແມ່ນຍັງ ສືບຕໍ່ດຳເນີນການເພື່ອໃຫ້ສຳເລັດ ພາຍໃນທ້າຍປີ. ກອງປະຊຸມຄັ້ງນີ້, ຍັງໄດ້ປຶກສາຫາ ລືກັນເຖິງວິທີການທີ່ຈະປັບປຸງການຄ້າ ພາຍໃນອາຊຽນ ໂດຍສະເພາະຜ່ານ ມາດຕະການອຳນວຍຄວາມສະດວກ ທາງດ້ານການຄ້າ ແລະ ການຈັດຕັ້ງ ປະຕິບັດສັນຍາການຄ້າດ້ານສິນຄ້າ ຂອງອາຊຽນ. ຍິນດີຕໍ່ຄວາມຄືບໜ້າໃນ ການປັບປຸງສັນຍາດັ່ງກ່າວ ເຊິ່ງເປັນ ການຮັບຊາບຕໍ່ກັບບົດບາດທີ່ສຳຄັນ ຂອງສັນຍານີ້ໃນພາກພື້ນ, ກອງປະຊຸມ ຮັບປະກັນວ່າ ການປັບປຸງສັນຍາດັ່ງ ກ່າວຈະເປັນການປັບປຸງທີ່ມີລັກສະ ນະທັນສະໄໝ, ກວ້າງຂວາງ, ເປັນສັນ ຍາທີ່ກວມເອົາອົງປະກອບດັ້ງເດີມ ແລະ ອົງປະກອບທີ່ເກີດຂຶ້ນມາໃໝ່ ເຊິ່ງ ຈະເປັນການຕອບສະໜອງຕໍ່ກັບການ ພັດທະນາໃນພາກພື້ນ ແລະ ສາກົນ. ພ້ອມທັງຄາດຫວັງວ່າການເຈລະຈາ ປັບປຸງສັນຍາດັ່ງກ່າວ ຈະສາມາດສຳ ເລັດພາຍໃນປີ 2025. ຂ່າວ: ສົມຫວັງ; ພາບ: ເກດສະໜາ ປະຕິບັດບັນດາພັນທະ ແລະ ຂໍ້ຜູກພັນ ພາຍໃຕ້ສັນຍາການຄ້າເສລີອາຊຽນຈີນຢ່າງເຕັມສ່ວນແລະມີປະສິດທິຜົນ. ນອກຈາກນັ້ນ, ຍັງໄດ້ຮັບຊາບຄວາມ ຄືບໜ້າຂອງການຈັດຕັ້ງປະຕິບັດແຜນ ວຽກກ່ຽວກັບ ການເພີ່ມທະວີການຮ່ວມ ມືທາງເສດຖະກິດ ແລະ ການຄ້າ ລະ ຫວ່າງ ອາຊຽນ ແລະ ສປ ຈີນ ໂດຍສະ ເພາະການແລກປ່ຽນທັດສະນະດ້ານ ລະບຽບການ ທີ່ກ່ຽວຂ້ອງກັບການ ຮ່ວມມືເສດຖະກິດ ແລະ ການຄ້າ ລະ ຫວ່າງ ອາຊຽນ ແລະ ສປ ຈີນ ແລະ ຜ່ານການດຳເນີນກອງປະຊຸມ ໃນຄັ້ງ ນີ້, ຂ້າພະເຈົ້າຫວັງຢ່າງຍິ່ງວ່າການ ເຊື່ອມໂຍງດ້ານການຄ້າ ແລະ ການລົງ ທຶນ ຂອງພວກເຮົາ ຈະຍິ່ງແໜ້ນແຟ້ນ ຂຶ້ນຕື່ມ ພາຍຫລັງທີ່ພວກເຮົາສໍາເລັດ ການເຈລະຈາຍົກລະດັບ ແລະ ຈັດຕັ້ງ ປະຕິບັດສັນຍາການຄ້າເສລີອາຊຽນຈີນ 3.0. ອາຊຽນ ແລະ ສປ ຈີນ ເປັນຄູ່ຮ່ວມ ຍຸດທະສາດ ທີ່ມີການພົວພັນ ແລະ ຮ່ວມມືທາງດ້ານເສດຖະກິດ ທີ່ຍາວ ນານ ແລະ ມີການເຊື່ອມໂຍງທາງການ ຄ້າ ແລະ ການລົງທຶນທີ່ເຂັ້ມແຂງ. ໃນປີ 2023, ການຄ້າດ້ານສິນຄ້າ ລະຫວ່າງ ອາຊຽນ ແລະ ສປ ຈີນ ມີມູນຄ່າ 702 ຕື້ໂດລາສະຫະລັດ, ກວມເອົາ 19,7% ຂອງມູນຄ່າການຄ້າທັງໝົດຂອງອາ ຊຽນ, ເຮັດໃຫ້ ສປ ຈີນ ເປັນຄູ່ຄ້າອັນ ດັບທີໜຶ່ງຂອງອາຊຽນ. ພ້ອມກັນນັ້ນ, ມູນຄ່າການລົງທຶນໂດຍກົງ (FDI) ຂອງນັກລົງທຶນ ຈາກ ສປ ຈີນ ຢູ່ບັນດາ ປະເທດສະມາຊິກອາຊຽນ ມີປະມານ 17,3 ຕື້ໂດລາສະຫະລັດ, ກວມເອົາ 7,5% ຂອງມູນຄ່າການລົງທຶນໂດຍ ກົງຈາກຕ່າງປະເທດ ຢູ່ໃນອາຊຽນ ໃນປີ 2023, ເຮັດໃຫ້ ສປ ຈີນ ເປັນອັນ ດັບທີ 3 ຂອງບັນດາປະເທດທີ່ມີມູນຄ່າ ການລົງທຶນຫລາຍຢູ່ໃນອາຊຽນ. ຂ່າວ: ສົມຫວັງ; ພາບ: ເກດສະໜາ ທົບທວນ... ຮອງນາຍົກລັດຖະມົນຕີ... ຜັນຂະຫຍາຍການພົວພັນຮ່ວມມືກັບ ຕ່າງປະເທດ ແນໃສ່ສົ່ງເສີມການພົວ ພັນຮ່ວມມືທາງດ້ານເສດຖະກິດ, ການ ຄ້າ, ການລົງທຶນ, ການທ່ອງທ່ຽວ, ເຕັກ ໂນໂລຊີ, ການແລກປ່ຽນຂໍ້ມູນຂ່າວ ສານແລະອື່ນໆລະຫວ່າງສປຈີນແລະ ບັນດາປະເທດອາຊຽນ ເຊື່ອໝັ້ນວ່າ ການຈັດງານວາງສະແດງ ສິນຄ້າຄັ້ງນີ້ ຈະເປັນການປະກອບສ່ວນສໍາຄັນ ເຂົ້າ ໃນການຊຸກຍູ້ເສີມຂະຫຍາຍການພົວ ພັນຮ່ວມມື ລະຫວ່າງ ສປ ຈີນ ແລະ ບັນດາປະເທດໃນອາຊຽນ ໃຫ້ນັບມື້ໄດ້ ຮັບໝາກຜົນຕົວຈິງຫລາຍກວ່າເກົ່າ; ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບອັນເປັນມູນເຊື້ອ ແລະ ການພົວພັນ ຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນ ຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ, ການຮ່ວມມືຂອງສອງປະເທດເຫັນ ວ່າ ໄດ້ຮັບການສືບຕໍ່ເສີມຂະຫຍາຍ ຢ່າງບໍ່ຢຸດຢັ້ງ ແລະ ລົງເລິກສູ່ວຽກງານ ຕົວຈິງຫລາຍດ້ານ ໂດຍສະເພາະການ ສືບຕໍ່ປະຕິບັດຂໍ້ລິເລີ່ມ ໜຶ່ງແລວໜຶ່ງ ເສັ້ນທາງ ຂອງ ສປ ຈີນ ເຂົ້າກັບຍຸດ ທະສາດການຫັນປະເທດ ທີ່ບໍ່ມີຊາຍ ແດນຕິດຈອດກັບທະເລ ມາເປັນປະ ເທດເຊື່ອມໂຍງ ເຊື່ອມຈອດກັບພາກ ພື້ນ, ຕະຫລອດໄລຍະຜ່ານມາ ສປປ ລາວ ແລະ ກັບເຂດປົກຄອງຕົນເອງຊົນ ເຜົ່າຈ້ວງກວາງຊີ ໄດ້ມີການຮ່ວມມື ກັນຢ່າງໃກ້ຊິດ, ຊ່ວຍເຫລືອສະໜັບສະ ໜູນເຊິ່ງກັນ ແລະ ກັນ, ການແລກປ່ຽນ ການຢ້ຽມຢາມ ຂອງການນຳຂັ້ນສູງ ສອງຝ່າຍ ກໍ່ດຳເນີນໄປຢ່າງເປັນປົກ ກະຕິ ແລະ ໄດ້ເພີ່ມຂຶ້ນໃນ ແຕ່ລະປີລວມ ທັງການຊ່ວຍເຫລືອພັດທະນາດ້ານ ຕ່າງໆ; ໄດ້ສະແດງຄວາມຂອບໃຈ ຕໍ່ ການຊ່ວຍເຫລືອອັນລໍ້າຄ່າຂອງ ສປ ຈີນ ຕະຫລອດໄລຍະຜ່ານມາ ບໍ່ວ່າໃນ ໄລຍະການປົກປັກຮັກສາ ແລະ ສ້າງ ສາປະເທດຊາດ ໂດຍສະເພາະການ ບໍາລຸງກໍ່ສ້າງຊັບພະຍາກອນມະນຸດໃຫ້ ແກ່ ສປປ ລາວ. ໂອກາດນີ້, ສະຫາຍຮອງນາຍົກລັດ ຖະມົນຕີ ຍັງໄດ້ສະເໜີບາງຄໍາເຫັນ ເພື່ອເປັນຊຸກຍູ້ການຮ່ວມມືສອງປະ ເທດ ກໍຄື ລະຫວ່າງ ສປປ ລາວ ກັບ ເຂດປົກຄອງຕົນເອງຊົນເຜົ່າຈ້ວງ ກວາງຊີ ເປັນຕົ້ນ ໃຫ້ຖືເອົາການຕົກລົງ ເປັນເອກະພາບ ຂອງສອງເລຂາທິການ ໃຫຍ່ຂອງສອງພັກ ເພື່ອຜັນຂະຫຍາຍ ໃຫ້ເກີດດອກອອກຜົນເປັນຈິງໃນແຕ່ ລະດ້ານ; ຂຸດຄົ້ນນໍາໃຊ້ບັນດາທ່າແຮງ ບົ່ມຊ້ອນ ໂດຍນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ເພື່ອຊຸກຍູ້ການໄປມາຫາສູ່ ການເຊື່ອມໂຍງເຊື່ອມຈອດກັນ ໃນ ຫລາຍຮູບແບບ ແລະ ຫລາຍຊ່ອງ ທາງກວ່າເກົ່າ; ສືບຕໍ່ການໄປມາຫາ ສູ່ກັນໃນທຸກລະດັບ ຢ່າງເປັນປົກກະຕິ ເພື່ອເສີມສ້າງຄວາມເຂົ້າອົກເຂົ້າໃຈ, ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ຍູ້ ແຮງການຮ່ວມມືໃນລະດັບທ້ອງຖິ່ນ ຂອງສອງຝ່າຍ, ສົ່ງເສີມການແລກ ປ່ຽນທາງດ້ານວັດທະນະທໍາ-ສັງຄົມ ໂດຍສະເພາະການທ່ອງທ່ຽວ ທັງສ້າງ ເງື່ອນໄຂໃຫ້ແກ່ຊາວໜຸ່ມ-ເຍົາວະຊົນ ໄດ້ມີການໄປມາຫາສູ່ແລກປ່ຽນກັນ ເພື່ອສ້າງຈິດສໍານຶກ, ຄວາມສະໜິດສະ ໜົມຮັກແພງ ແລະ ການເປັນຄູ່ຮ່ວມ ຊະຕາກໍາ ໃຫ້ແກ່ເຂົາເຈົ້າ; ສືບຕໍ່ຈັດ ຕັ້ງປະຕິບັດແຜນການຮ່ວມມື ແລະ ບົດ ບັນທຶກຄວາມເຂົ້າໃຈຕ່າງໆທີ່ລົງນາມ ຮ່ວມກັນຜ່ານມາ ໃຫ້ເປັນຮູບປະທໍາ ຫລາຍຂຶ້ນ; ປີ 2024 ເປັນປີທ່ອງທ່ຽວ ລາວ ສະເໜີໃຫ້ເຂດປົກຄອງຕົນເອງ ຊົນເຜົ່າຈ້ວງກວາງຊີຊຸກຍູ້ພາກທຸລະ ກິດ ທີ່ມີຄວາມສົນໃຈ, ມີທ່າແຮງເພື່ອ ສົມທົບກັບພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ຮ່ວມກັນພັດທະນາ ແລະ ຮ່ວມກັນຊຸກຍູ້ການທ່ອງທ່ຽວຂອງ ສອງຝ່າຍ ໃຫ້ມີບັນຍາກາດໃໝ່ ບົນຈິດ ໃຈນໍາໃຊ້ເສັ້ນທາງຄົມມະນາຄົມ ທີ່ມີ ພື້ນຖານທີ່ດີແລ້ວນີ້ ໃຫ້ເກີດຜົນປະ ໂຫຍດສູງສຸດ; ໃຫ້ມີການສ້າງຕັ້ງກົນ ໄກການຮ່ວມມືຮ່ວມກັນຮອບດ້ານໃນ ຕໍ່ໜ້າ; ສືບຕໍ່ການຮ່ວມມືໃນຂົງເຂດ ວຽກງານກໍ່ສ້າງຊັບພະຍາກອນມະ ນຸດ, ສ້າງເງື່ອນໄຂໃຫ້ພະນັກງານລາວ ໄດ້ມາແລກປ່ຽນຖອດຖອນບົດຮຽນ ຢູ່ກວາງຊີ ໃຫ້ຫລາຍຂຶ້ນ; ສະເໜີໃຫ້ ເຂດປົກຄອງຕົນເອງຊົນເຜົ່າຈ້ວງ ກວາງຊີ ມີນະໂຍບາຍພິເສດໃຫ້ແກ່ສິນ ຄ້າກະສິກໍາມາຈາກ ສປປ ລາວ ໃຫ້ສາ ມາດເຂົ້າມາຈໍາໜ່າຍຢູ່ ສປ ຈີນ ແລະ ຊ່ວຍຍົກສູງຄຸນນະພາບການຜະລິດ ສິນຄ້າກະສິກໍາ ຂອງ ສປປ ລາວ ລວມ ທັງປັບປຸງການປູກພືດກະສິກໍາທີ່ມີທ່າ ແຮງແລະມີຜົນຕອບຮັບທີ່ສູງຂຶ້ນ; ເອົາ ໃຈໃສ່ຊຸກຍູ້ການດໍາເນີນງານຂອງສູນ ຮ່ວມມືແນວພັນພືດທີ່ດີລະຫວ່າງເຂດ ກວາງຊີ ແລະ ກະຊວງກະສິກໍາ ແລະ ປ່າໄມ້ຂອງລາວ ເພື່ອຄົ້ນຄວ້າ, ທົດ ລອງ ແລະ ຮ່ວມກັນພັດທະນາແນໃສ່ ຕອບສະໜອງແນວພັນພືດ ທີ່ດີໃຫ້ແກ່ ກະສິກອນ ກໍຄື ປະຊາຊົນລາວປູກເປັນ ສິນຄ້າ ແລະ ສົ່ງອອກມາ ສປ ຈີນ ເພີ່ມຂຶ້ນ. ໂອກາດນີ້, ສະຫາຍເລຂາພັກ, ປະທານສະພາປະຊາຊົນ ເຂດປົກຄອງ ຕົນເອງຊົນເຜົ່າຈ້ວງກວາງຊີ ໄດ້ຕີລາ ຄາສູງຕໍ່ການເສີມຂະຫຍາຍ ສາຍພົວ ພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມຍຸດທະສາດຮອບ ດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວຈີນ, ຈີນ-ລາວ ໂດຍສະເພາະການພົວ ພັນຮ່ວມມື ລະຫວ່າງເຂດປົກຄອງຕົນ ເອງຊົນເຜົ່າຈ້ວງກວາງຊີກັບ ສປປ ລາວ; ຕີລາຄາສູງທີ່ເຫັນວ່າການຮ່ວມ ມືຂອງສອງປະເທດ ນັບມື້ນັບໄດ້ຮັບ ການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ໂດຍ ສະເພາະແມ່ນການຮ່ວມມື ລະຫວ່າງ ເຂດກວາງຊີ ແລະ ສປປ ລາວ ໄດ້ຮັບ ການເພີ່ມທະວີ ແລະ ນັບມື້ນັບເຂົ້າສູ່ ລວງເລິກຕົວຈິງ ໂດຍສະເພາະການ ຮ່ວມມືທາງເສດຖະກິດ, ການຄ້າ, ການ ລົງທຶນ, ການທ່ອງທ່ຽວ ແລະ ກະສິກໍາ ລວມທັງໃນຕໍ່ໜ້າຈະສືບຕໍ່ຊ່ວຍເຫລືອ ໃນການກໍ່ສ້າງຊັບພະຍາກອນມະນຸດ ໃຫ້ແກ່ສປປ ລາວ. ພ້ອມທັງ ຢືນຢັນວ່າ ຈະຮ່ວມກັບພາກສ່ວນກ່ຽວຂ້ອງຂອງ ລາວ ສືບຕໍ່ແລກປ່ຽນການຢ້ຽມຢາມ ເຊິ່ງກັນແລະກັນເພື່ອຮັດແໜ້ນການພົວ ພັນຮ່ວມມື ແລະ ຖອດຖອນບົດຮຽນໃນ ຂົງເຂດທີ່ທັງສອງຝ່າຍມີທ່າແຮງ ແລະ ໃຫ້ຄວາມສົນໃຈນຳກັນ, ລວມທັງສ້າງ ຕັ້ງກົນໄກການຮ່ວມມືເພື່ອຄວາມສະ ດວກໃນການປະສານງານ ແລະ ຊຸກຍູ້ ການພົວພັນຮ່ວມມືໃຫ້ແໜ້ນແຟ້ນຍິ່ງ ຂຶ້ນ ແລະ ຈະສືບຕໍ່ຊຸກຍູ້ບັນດາບໍລິສັດ, ນັກລົງທຶນຂອງເຂດກວາງຊີ ໄປຢ້ຽມ ຢາມ ແລະ ສຶກສາເບິ່ງຄວາມເປັນໄປ ໄດ້ໃນການຮ່ວມມືດ້ານການລົງທຶນ ແລະ ດໍາເນີນທຸລະກິດຢູ່ ສປປ ລາວ. ໃນວັນດຽວກັນ, ສະຫາຍຮອງນາ ຍົກລັດຖະມົນຕີ ພ້ອມດ້ວຍຄະນະຍັງ ໄດ້ໄປຢ້ຽມຢາມໂຮງຮຽນນ້ອງນ້ອຍ 67 ເຊິ່ງເປັນໂຮງຮຽນທີ່ລູກຫລານ ຂອງພະນັກງານປະຕິວັດອາວຸໂສຂອງ ສປປ ລາວ ມາສຶກສາຮໍ່າຮຽນໃນເມື່ອ ກ່ອນ. ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍໍ ສະຫລອງ... ຈັດຂຶ້ນໃນວັນທີ 20 ກັນຍາ 2024 ຜ່ານມາ ຢູ່ໂຮງຮຽນມັດທະຍົມສົມບູນ ໄຊເສດຖາ ນະຄອນຫລວງວຽງຈັນ ໂດຍມີ ທ່ານນາງ ມີນາ ສີວິໄລ ກຳ ມະການສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ຫົວໜ້າກົມກວດກາ, ທ່ານ ຄຳແຫວນ ທອງສະວັນ ອຳ ນວຍການໂຮງຮຽນມັດທະຍົມສົມບູນ ໄຊເສດຖາ, ທ່ານ ປີເຕີ ເຊັງຄູນ ຜູ້ຊ່ຽວ ຊານ ປະຈຳອົງການມິດຕະພາບເມັນ ໂນນາຍປະຈຳ ລາວ, ພະນັກງານຄູ- ອາຈານ, ນັກຮຽນ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ທ່ານ ສີລິມະໂນທຳ ຫານຊະນະ ຫົວໜ້າໂຄງການໄວໜຸ່ມເພື່ອສັນຕິສຸກ ໃຫ້ຮູ້ວ່າ: ການຈັດງານຄັ້ງນີ້, ເພື່ອສົ່ງ ເສີມການສ້າງວັດທະນະທຳການຢູ່ ຮ່ວມກັນແບບສັນຕິສຸກ ເພື່ອເຮັດແນວ ໃດໃຫ້ທຸກຄົນໃນສັງຄົມຮູ້ເຖິງການໃຫ້ ກຽດ ແລະ ເຄົາລົບເຊິ່ງກັນ ແລະ ກັນ ໂດຍສະເພາະແມ່ນຊາວໜຸ່ມ, ໄວໜຸ່ມ ລາວບັນດາເຜົ່າ. ພາຍໃນກິດຈະກຳ, ນອກຈາກການ ສະແດງສິລະປະວັນນະຄະດີຂອງນ້ອງ ນັກຮຽນແລ້ວ ຍັງມີເວທີສົນທະນາ ພາຍໃຕ້ຫົວຂໍ້ “ການສ້າງວັດທະນະ ທຳໃນການຢູ່ຮ່ວມກັນແບບສັນຕິສຸກ”, ການຮັບຟັງການບັຍຍາຍທຳມະ ໃນ ຫົວຂໍ້ ການປູກຈິດສຳນືກແຫ່ງຄວາມ ຮັກສາມັກຄີ, ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ແລະ ກິດຈະກຳອື່ນໆ. ຂ່າວ: ສົມຫວັງ ; ພາບ: ເກດສະໜາ ດຳລົງຕຳແໜ່ງເປັນ ຜູ້ຕາງໜ້າອົງ ການສະຫະປະຊາຊາດສຳລັບເດັກ ຄົນໃໝ່ ປະຈຳລາວ. ທ່ານ ໄຊຊະນະ ໂຄດພູທອນ ໄດ້ ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ ທ່ານ ບິລາລ ໂອແຣັງ ເຊັບ ດູຣານິ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາ ດຳລົງຕຳແໜ່ງ ເປັນຜູ້ຕາງໜ້າອົງ ການສະຫະປະຊາຊາດສຳລັບເດັກ ຄົນໃໝ່ລາວ, ພ້ອມທັງສະແດງຄວາມ ເຊື່ອໝັ້ນວ່າ ດ້ວຍຄວາມຮູ້ຄວາມສາ ມາດຂອງທ່ານ ຈະເປັນຂົວຕໍ່ເຮັດໃຫ້ ການພົວພັນຮ່ວມມື ໂດຍສະເພາະວຽກ ງານຂົງເຂດຍຸຕິທຳ ຢູ່ ສປປ ລາວ, ພ້ອມທັງສະເໜີສືບຕໍ່ໄດ້ຮັບການຊ່ວຍ ເຫລືອ ທາງດ້ານວິຊາການ ແລະ ງົບ ປະມານຕ່າງໆ ເຂົ້າໃນວຽກງານກົດ ໝາຍ ເພື່ອຍົກລະດັບຄວາມເຂົ້າໃຈ ກ່ຽວກັບບັນຫາການປົກປ້ອງເດັກ ເພີ່ມຂຶ້ນ, ການແກ້ໄຂບັນຫາທີ່ສໍາຄັນ ໃນການໃຊ້ຄວາມຮຸນແຮງຕໍ່ເດັກ ແລະ ປັບປຸງບັນດານິຕິກຳກ່ຽວຂ້ອງ. ພ້ອມ ກັນນີ້, ທ່ານຍັງໄດ້ສະແດງຄວາມ ຫວັງວ່າ ອົງການສະຫະປະຊາຊາດສຳ ລັບເດັກ ຈະຊຸກຍູ້ສົ່ງເສີມຂະຫຍາຍກາ ນຮ່ວມມືເຂົ້າສູ່ລວງເລິກ ແລະ ຢ່າງ ມີປະສິດທິພາບ, ປະສິດທິຜົນສູງ ໃນອະ ນາຄົດຍິ່ງຂຶ້ນ. ໂອກາດດຽວກັນ, ທ່ານ ບິລາລ ໂອແຣັງ ເຊັບ ດູຣານິ ກໍໄດ້ສະແດງ ຄວາມຂອບໃຈຕໍ່ ທ່ານ ໄຊຊະນະ ໂຄດ ພູທອນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງ ອົບອຸ່ນໃນຄັ້ງນີ້, ພ້ອມທັງຢືນຢັນວ່າ ຈະສຸມທຸກເຫື່ອແຮງ, ສະຕິປັນຍາ ເຂົ້າ ໃນການປະຕິບັດໜ້າທີ່ຢ່າງຕັ້ງໜ້າ, ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ກໍຄື ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ໃນວຽກງານການປົກປ້ອງ ແລະ ສົ່ງ ເສີມສິດທິເດັກ ໃຫ້ນັບມື້ໄດ້ຮັບການ ເສີມຂະຫຍາຍຍິ່ງຂຶ້ນ ໃນອະນາຄົດ. ຂ່າວ: ກິດຕາ; ພາບ: ອ່າຍຄຳ ຫົວໜ້າ
RkJQdWJsaXNoZXIy MTc3MTYxMQ==