5965

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 20/09/2024 xtgmf]k; ພິຈາລະນາ... ຂປລ. ກອງປະຊຸມເຈົ້າຄອງນະ ຄອນຫລວງອາຊຽນ (MGMAC), ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ແລະ ກອງປະຊຸມເຄືອຂ່າຍ ບັນດານະຄອນອາຊີຕາເວັນອອກສ່ຽງ ໃຕ້ ຂອງສະມາຄົມບັນດາເຈົ້າຄອງ ນະຄອນທີ່ນໍາໃຊ້ພາສາຝຣັ່ງ ທີ່ໄດ້ດຳ ເນີນມາແຕ່ວັນທີ 17-19 ກັນຍາ 2024 ໄດ້ປິດລົງດ້ວຍຜົນສຳເລັດ ຢ່າງຈົບງາມ ໃນວັນທີ 19 ກັນຍາ 2024 ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ມີ ຄະນະແທນນະຄອນຫລວງອາຊຽນ ແລະ ນະຄອນອາຊຽນ ແລະ ພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ອາດສະພັງທອງ ສີພັນດອນ ໄດ້ມີຄຳເຫັນວ່າ: ເພື່ອແບ່ງປັນບົດຮຽນ ໃນການປະຕິບັດຕົວຈິງ ຂອງແຕ່ລະ ກອງປະຊຸມໃນຄັ້ງນີ້, ໂດຍລວມແລ້ວ ການປຶກສາຫາລືການແລກປ່ຽນປະ ສົບການ ແລະ ການສະໜອງຂໍ້ມູນຕາມ ຄໍາຂວັນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດ ທະນາແບບຍືນຍົງຂອງບັນດານະ ຄອນ ອາຊຽນ ແລະ 5 ຫົວຂໍ້ ຄື: ຕົວ ເມືອງທີ່ໜ້າຢູ່ ແລະ ຍືນຍົງ; ການທ່ອງ ທ່ຽວສີຂຽວ; ການພັດທະນາເສດຖະ ກິດແບບຍືນຍົງ; ຕົວເມືອງທີ່ມີຄວາມ ຍືນຍົງດ້ານສິ່ງແວດລ້ອມ ແລະ ຄວາມ ເຂັ້ມແຂງທົນທານຕໍ່ການປ່ຽນແປງ ສະພາບອາກາດ ທີ່ໄດ້ຍົກຂຶ້ນມາປຶກ ສາຫາລື ເຊິ່ງຫົວຂໍ້ດັ່ງກ່າວແມ່ນມີ ຄວາມໝາຍສໍາຄັນ ທີ່ສ່ອງແສງເຖິງ ຄວາມຈໍາເປັນ ທີ່ຕ້ອງໄດ້ມີການເພີ່ມ ທະວີການຕໍ່ການເຊື່ອມຈອດ ຂອງບັນ ດານະຄອນອາຊຽນ ເພື່ອສ້າງຄວາມ ເຂັ້ມແຂງຮ່ວມກັນໃນອານາຄົດ. ພ້ອມ ນີ້, ກໍໄດ້ສະແດງຄວາມຂອບໃຈ ຕໍ່ແນວ ຄວາມຄິດ, ຂໍ້ສະເໜີຂອງຄະນະຜູ້ແທນ ເປັນຕົ້ນແມ່ນຂອງບັນດານະຄອນພັດ ທະນາແລ້ວ ທີ່ມີປະສົບການຫລາຍ ໃນການພັດທະນາຕົວເມືອງ ແລະ ຊົມ ເຊີຍທຸກນະຄອນທີ່ໄດ້ຮ່ວມກັນປະກອບ ຄໍາເຫັນໃນກອງປະຊຸມຄັ້ງນີ້, ຫວັງວ່າ ບັນດານະຄອນດັ່ງກ່າວ, ຈະຫາຊ່ອງ ທາງຊ່ວຍເຫລືອເຊິ່ງກັນ ແລະ ກັນ ເຮັດ ແນວໃດເພື່ອຮັດແຄບຄວາມແຕກໂຕນ ກັນດ້ານຄຸນນະພາບຊິວິດຂອງຊາວ ເມືອງ ແລະ ຊາວນະຄອນອາຊຽນ ໃຫ້ ດີຂຶ້ນຢ່າງບໍ່ຢຸດຢັ້ງ; ການເຊື່ອມຈອດ ອາຊຽນ ແມ່ນຄວາມຮຽກຮ້ອງຕ້ອງ ການບໍ່ພຽງແຕ່ແມ່ນພາກລັດຖະບານ ຂັ້ນສູນກາງ, ຫາກຍັງແມ່ນຂັ້ນທ້ອງ ຖິ່ນ ແລະ ປະຊາຊົນອາຊຽນ ອີກດ້ວຍ. ສະນັ້ນ, ນະຄອນຫລວງວຽງຈັນ ຈຶ່ງ ເຫັນແຈ້ງຄວາມຮັບຜິດຊອບ ແລະ ພັນ ທະໜ້າທີ່ຂອງຕົນໃນພາລະກິດການ ເຊື່ອມຈອດອາຊຽນ ເຊິ່ງພັນທະໜ້າທີ່ ສຳຄັນ ບໍ່ພຽງແຕ່ຈະສ້າງນະຄອນໃຫ້ ເປັນນະຄອນທີ່ມີຄວາມຍືນຍົງ, ຫາກ ຍັງຕ້ອງເປັນນະຄອນທີ່ໜ້າຢູ່, ທັງຮັບ ປະກັນຄວາມປອດໄພ ຈາກການປ່ຽນ ແປງສະພາບອາກາດ, ສີຂຽວ ແລະ ມີຄວາມສີວິໄລ ອີກດ້ວຍ. ທ່ານ ອາດສະພັງທອງ ສີພັນດອນ ຍັງມີຄວາມຍິນດີຕໍ່ບັນດາຄະນະຜູ້ ແທນຂອງນະຄອນຫລວງອາຊຽນ ແລະ ນັກວິຊາການ ໂດຍສະເພາະນະ ຄອນຫລວງກົວລາລໍາເປີ ປະເທດມາ ເລເຊຍ ທີ່ຈະເປັນເຈົ້າພາບກອງປະຊຸມ ເຈົ້າຄອງນະຄອນຫລວງອາຊຽນ ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ ໃນປີ 2025. ຂ່າວ: ກິດຕາ; ພາບ: ອ່າຍຄຳ ປ້ອງກັນຄວາມສະຫງົບ, ທັງເປັນປະ ທານຄະນະກຳມະການອະໄພຍະໂທດ ລະດັບຊາດ, ມີບັນດາຮອງປະທານ, ຄະນະກຳມະການ ແລະ ຄະນະກອງ ເລຂາ ຄະນະກຳມະການອະໄພຍະໂທດ ລະດັບຊາດ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະ ການປະຊາຊົນສູງສຸດ, ຮອງປະທານ ຄະນະກຳມະການອະໄພຍະໂທດລະ ດັບຊາດ (ຜູ້ປະຈຳການ) ໄດ້ຜ່ານບົດ ລາຍງານການຄົ້ນຄວ້າການສະເໜີ ຂໍອະໄພຍະໂທດດ້ວຍການຫລຸດຜ່ອນ ໂທດ,ການປ່ອຍຕົວແລະອະໄພຍະໂທດ ໃຫ້ແກ່ນັກໂທດປະຫານຊີວິດ ປະຈໍາປີ 2024. ຈາກນັ້ນ, ຜູ້ເຂົ້າຍັງໄດ້ປະກອບ ຄໍາເຫັນຢ່າງກົງໄປກົງມາ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດຕາມລັດຖະ ບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ໃຫ້ຖືກຕ້ອງ, ຄົບຖ້ວນ, ຊັດເຈນ ຕາມ ກົດໝາຍ ແລະ ລະບຽບການທີ່ກ່ຽວ ຂ້ອງກໍານົດໄວ້ ເພື່ອນຳສະເໜີຕໍ່ປະທານ ປະເທດ ໃຫ້ອະໄພຍະໂທດ ປະຈຳປີ 2024 ເນື່ອງໃນໂອກາດວັນຊາດ ຂອງ ສປປ ລາວ ທີ 2 ທັນວາ ທີ່ຈະມາເຖິງນີ້. ໂອກາດດຽວກັນ, ທ່ານພົນເອກ ວິໄລ ຫລ້າຄໍາຟອງ ໄດ້ສະແດງຄວາມ ຊົມເຊີຍ ແລະ ຕີລາຄາສູງ ຕໍ່ຄະນະກຳ ມະການອະໄພຍະໂທດທຸກຂັ້ນຕະຫລອດ ຮອດກອງເລຂາຄະນະກໍາມະການອະ ໄພຍະໂທດ ທີ່ໄດ້ມີຄວາມຮັບຜິດຊອບ ສູງ ໃນການປະຕິບັດລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍການໃຫ້ ອະໄພຍະໂທດ ທີ່ໄດ້ເປັນເຈົ້າການໃນ ການຄົ້ນຄວ້າ, ກວດກາຄວາມຖືກຕ້ອງ ແລະ ສອດຄ່ອງກັບແນວທາງນະໂຍ ບາຍຂອງພັກ-ລັດຖະບານ ທີ່ມີຕໍ່ນັກ ໂທດທີ່ມີຄວາມກ້າວໜ້າ. ນອກນີ້, ທ່ານ ຍັງໄດ້ເນັ້ນໜັກມາຍັງບັນດາທ່ານທີ່ ເຂົ້າຮ່ວມ ຈົ່ງໄດ້ສືບຕໍ່ຍົກສູງຄວາມຮັບ ຜິດຊອບ ແລະ ເອົາໃຈໃສ່ບາງບັນຫາທີ່ ສຳຄັນ ຄື: ເພີ່ມທະວີຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ວຽກງານຂອງ ຕົນໃຫ້ທັນຕາມກໍານົດເວລາ, ເຫັນໄດ້ ເຖິງຄວາມສໍາຄັນຂອງການປະຕິບັດ ນະໂຍບາຍອະໄພຍະໂທດ ໃຫ້ແກ່ນັກ ໂທດ; ເອົາໃຈໃສ່ຄົ້ນຄວ້າກໍາແໜ້ນເນື້ອ ໃນຂອງກົດໝາຍ, ລັດຖະບັນຍັດວ່າ ດ້ວຍການໃຫ້ອະໄພຍະໂທດ ແລະ ນິຕິ ກໍາຕ່າງໆທີ່ກ່ຽວຂ້ອງກັບວຽກງານ ອະໄພຍະໂທດໃຫ້ເລິກເຊິ່ງ ແລະ ຈັດ ຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ຄົບຖ້ວນ; ຍົກສູງຄວາມຮັບຜິດຊອບໃນການຄົ້ນ ຄວ້າພິຈາລະນານັກໂທດຜູ້ທີ່ມີເງື່ອນ ໄຂສະເໜີໃຫ້ອະໄພຍະໂທດ ຕ້ອງຮັບ ປະກັນຄວາມຖືກຕ້ອງ, ໂປ່ງໃສ, ຍຸຕິ ທໍາ, ຄັດເລືອກເອົານັກໂທດຜູ້ທີ່ປະພຶດ ຕົວດີ ແລະ ຮູ້ສຶກກິນແໜງຕໍ່ການກະທໍາ ຜິດຂອງຕົນແທ້ ເພື່ອສະເໜີຂໍອະໄພ ຍະໂທດຈາກປະທານປະເທດ; ເອົາໃຈ ໃສ່ກໍ່ສ້າງບຳລຸງພະນັກງານວິຊາການ ທີ່ເຮັດວຽກງານຄົ້ນຄວ້າກວດກາການ ໃຫ້ອະໄພຍະໂທດ ໃຫ້ມີຄວາມຮູ້ຄວາມ ສາມາດ, ມີຄວາມຊຳນິຊຳນານຫລາຍ ຂຶ້ນ ນັບທັງຢູ່ສູນກາງ ແລະ ທ້ອງຖິ່ນ; ວຽກງານຄົ້ນຄວ້າການສະເໜີໃຫ້ອະ ໄພຍະໂທດ ແມ່ນວຽກງານທີ່ສຳຄັນ ຂອງຄະນະກຳມະ ການອະໄພຍະໂທດ ແຕ່ລະຂັ້ນ. ສະນັ້ນ, ຈຶ່ງຕ້ອງໄດ້ເອົາໃຈ ໃສ່ໃນການປະຕິບັດໃຫ້ສຳເລັດຕາມ ແຜນການ ແລະ ຂັ້ນຕອນ ທີ່ກຳນົດໄວ້ ໃນມາດຕາ 44 ຂອງລັດຖະບັນຍັດ ຂອງປະທານປະເທດ ສະບັບເລກ 001/ປປທ, ລົງວັນທີ 20 ມີນາ 2018 ວ່າດ້ວຍການໃຫ້ອະໄພຍະໂທດຢ່າງ ເຂັ້ມງວດ ເພື່ອເຮັດໃຫ້ການຄົ້ນຄວ້າ ພິຈາລະນາໃຫ້ອະໄພຍະໂທດແກ່ນັກ ໂທດ ທັນກັບວັນສະຖາປານາ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ວັນທີ 2 ທັນວາ ທີ່ຈະມາເຖິງນີ້. ຂ່າວ-ພາບ: ອອປສ ກອງປະຊຸມເຈົ້າຄອງ... ໂດຍມີທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫລວງນໍ້າທາ ແລະ ພາກ ສ່ວນກ່ຽວຂ້ອງຂອງແຂວງ ຮ່ວມເຄື່ອນ ໄຫວວຽກງານຢູ່ພື້ນທີ່ຕົວຈິງ ເຂດ ບ້ານຕ່າງໆ ທີ່ໄດ້ຮັບຜົນກະທົບ. ຈຸດປະສົງ ເພື່ອຕິດຕາມຊຸກຍູ້ການ ຟື້ນຟູ ແລະ ແກ້ໄຂຜົນກະທົບຈາກໄພພິ ບັດນໍ້າຖ້ວມ ຢູ່ແຂວງຫລວງນໍ້າທາ ໂດຍສະເພາະການຊ່ວຍເຫລືອປະຊາ ຊົນດ້ານຕ່າງໆເປັນຕົ້ນການຊ່ວຍເຫລືອ ເຄື່ອງອຸປະໂພກ-ບໍລິໂພກ, ການຕິດຕາມ ເບິ່ງແຍງດູແລສຸຂະພາບ ແລະ ສຸຂະອະ ນາໄມຂອງປະຊາຊົນ ກໍຄື ຜູ້ປະສົບໄພ; ການປັບປຸງ-ສ້ອມແປງໂຄງລ່າງພື້ນ ຖານເສັ້ນທາງ, ຂົວ, ລະບົບຊົນລະປະ ທານ, ລະບົບນໍ້າປະປາ, ສຳນັກງານ ຫ້ອງການ, ໂຮງຮຽນ, ໂຮງໝໍ ແລະ ອື່ນໆ ທີ່ເປ່ເພເສຍຫາຍ ໃຫ້ສາມາດກັບ ມານໍາໃຊ້ໄດ້ເປັນປົກກະຕິໂດຍໄວ. ຜົນເສຍຫາຍຈາກໄພນໍ້າຖ້ວມ, ເນື່ອງຈາກພະຍຸໄຕ້ຝຸ່ນຢາກິ ພັດຜ່ານ ເຂດແຂວງຫລວງນໍ້າທາ ໄດ້ເຮັດໃຫ້ ປະຊາຊົນໄດ້ຮັບຜົນກະທົບຫລາຍກວ່າ 40.255ຄົນ, ເຮືອນພັດໄຫລນໍ້າຫລາຍ ກວ່າ 115 ຫລັງ, ປະຊາຊົນຂາດທີ່ຢູ່ ອາໄສ, ສູນເສຍຊັບສິນ(ບໍ່ເຫລືອຫຍັງ) ຫລາຍກວ່າ 2.765 ຄົນ ແລະ ມີຄົນ ເສຍຊິວິດ 2 ຄົນ. ໃນນີ້, ເມືອງຫລວງ ນໍ້າທາ ແມ່ນເຂດເທສະບານແຂວງ ໄດ້ ຮັບຜົນກະທົບໜັກໜ່ວງ ກວ່າໝູ່: ມີ 46 ບ້ານ, 4.231 ຄອບຄົວ, 3.519 ຫລັງຄາເຮືອນ, 18,859 ຄົນ; ເມືອງ ສິງ: ມີ 7 ບ້ານ, 261 ຄອບຄົວ; ເມືອງ ນາແລ: ມີ 14 ບ້ານ, 1.751 ຄອບຄົວ, 7.188 ຄົນ. ລະບົບພື້ນຖານໂຄງລ່າງ ເຊັ່ນ: ຖະໜົນຫົນທາງ, ລະບົບໄຟຟ້າ, ນໍ້າປະປາ, ໂທລະຄົມມະນາຄົມ, ຕຶກ ອາຄານ, ສຳນັກງານຫ້ອງການ, ໂຮງ ຮຽນ, ໂຮງໝໍ, ຊັບສິນຂອງລັດ, ໂຮງ ງານ, ຮ້ານຄ້າ, ເຮືອນຊານ, ພາຫະນະ, ເຄື່ອງມືທໍາການຜະລິດ, ເຂດການຜະ ລິດກະສິກໍາ ແລະ ຊັບສິນຂອງປະຊາ ຊົນ ເປ່ເພເສຍຫາຍເປັນຈຳນວນຫລວງ ຫລາຍ, ປັດຈຸບັນ ຍັງບໍ່ທັນສາມາດປະ ເມີນມູນຄ່າໄດ້. ໃນໂອກາດນີ້, ທ່ານນາຍົກລັດຖະ ມົນຕີ ໄດ້ໄປຢ້ຽມຢາມ, ພົບປະໂອ້ລົມ ແລະ ມອບເຄື່ອງຊ່ວຍເຫລືອ ໃຫ້ແກ່ ປະຊາຊົນທີ່ຖືກຜົນກະທົບຈາກໄພພິ ບັດຄັ້ງນີ້ ຢູ່ເທສະບານແຂວງດັ່ງກ່າວ ໂດຍໄດ້ນຳເອົາຄວາມຢ້ຽມຢາມຖາມ ຂ່າວ, ຄວາມເປັນຫ່ວງເປັນໄຍ ແລະ ເຫັນອົກເຫັນໃຈ ຈາກສູນກາງພັກ, ລັດ ຖະບານ ແລະ ສະພາແຫ່ງຊາດ ມາຍັງ ປະຊາຊົນບັນດາເຜົ່າ ພາຍໃນແຂວງ ຫລວງນໍ້າທາ ໂດຍສະເພາະຜູ້ປະສົບ ໄພນໍ້າຖ້ວມ; ໄດ້ຖາມເຖິງສະພາບຊີວິດ ການເປັນຢູ່ຂອງຜູ້ປະສົບໄພ, ສະພາບ ຜົນເສຍຫາຍ, ການຊ່ວຍເຫລືອ, ການ ແກ້ໄຂບັນຫາຕ່າງໆ, ຄວາມຕ້ອງການ ອັນຈຳເປັນ ແລະ ອື່ນໆ. ອັນສຳຄັນ, ທ່ານນາຍົກລັດຖະມົນຕີ ໄດ້ມີຄໍາເຫັນ ໂອ້ລົມ ເປັນຕົ້ນ ໃຫ້ປະຊາຊົນສືບຕໍ່ຮັກ ສາມູນເຊື້ອຄວາມສາມັກຄີ ຊ່ວຍເຫລືອ ເຊິ່ງກັນແລະກັນ, ພ້ອມກັນອົດທົນຜ່ານ ຜ່າຄວາມຫຍຸ້ງຍາກຕ່າງໆ ໃນຄັ້ງນີ້; ສືບຕໍ່ໃຫ້ການຮ່ວມມືກັບອົງການປົກ ຄອງທ້ອງຖິ່ນ ແລະ ຄະນະຄຸ້ມຄອງໄພ ພິບັດທຸກຂັ້ນ ໃນການເກັບກຳຂໍ້ມູນຜົນ ເສຍຫາຍ, ລວມທັງ ການກຳນົດແຜນ ຟື້ນຟູດ້ານຕ່າງໆ; ໃຫ້ອົງການປົກຄອງ ແຂວງ ສົມທົບກັບພາກສ່ວນທີ່ກ່ຽວ ຂ້ອງສືບຕໍ່ເກັບກຳຂໍ້ມູນຜົນເສຍຫາຍ, ສ້າງແຜນການຟື້ນຟູຜົນກະທົບດ້ານ ຕ່າງໆໂດຍໄວ; ສືບຕໍ່ໃຫ້ການຊ່ວຍເຫລືອ ສິ່ງຈຳເປັນຕ່າງໆ ໃຫ້ແກ່ປະຊາຊົນທີ່ ຖືກຜົນກະທົບ ໂດຍສະເພາະ ຜູ້ທີ່ຖືກຜົນ ກະທົບໜັກໜ່ວງທີ່ບໍ່ເຫລືອຫຍັງ ໃຫ້ສາ ສະຫວັດດີການສັງຄົມ ເປັນຮອງປະ ທານ, ຜູ້ປະຈຳການແລະມີບັນດາຮອງ ລັດຖະມົນຕີຈາກບັນດາກະຊວງ ເປັນ ຄະນະ ເມື່ອເກີດມີໄພນ້ຳຖ້ວມ, ຄະນະ ດັ່ງກ່າວ ກໍໄດ້ເປັນເຈົ້າການຈັດຕັ້ງປະ ຕິບັດຕາມຄວາມຮັບຜິດຊອບຂອງຕົນ ແລະ ປະສານສົມທົບກັບແຂວງທີ່ໄດ້ຮັບ ຜົນກະທົບ ເພື່ອແກ້ໄຂຢູ່ພື້ນທີ່ຕົວຈິງ. ສ່ວນການລະດົມ ແລະ ຮັບການຊ່ວຍ ເຫລືອຈາກພາກສ່ວນຕ່າງໆ ທັງພາຍ ໃນ ແລະ ຕ່າງປະເທດ ແມ່ນທ່ານຮອງ ນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານ ຂົງເຂດການປົກຄອງ ແລະ ວັດທະນະ ທຳ-ສັງຄົມ ເປັນຜູ້ຮັບຜິດຊອບຊີ້ນຳ. ສຳລັບ ທ່ານນາຍົກລັດຖະມົນຕີ ພາຍຫລັງສໍາເລັດການຊີ້ນຳວຽກງານ ພັດທະນາເສດຖະກິດ-ສັງຄົມ ແລະ ຊຸກ ຍູ້ການຜະລິດ ລວມທັງການກຽມຮັບ ມືກັບໄພນ້ຳຖ້ວມທີ່ອາດຈະເກີດຂຶ້ນຢູ່ ແຂວງສະຫວັນນະເຂດ ແລະ ຈໍາປາ ສັກ ແລ້ວ, ໃນວັນທີ 15 ກັນຍາ 2024 ກໍໄດ້ຮີບຮ້ອນລົງຕິດຕາມສະພາບ ນໍ້າຖ້ວມ, ມອບເຄື່ອງຊ່ວຍເຫລືອ ແລະ ຊີ້ນຳການແກ້ໄຂຢູ່ພື້ນທີ່ຕົວຈິງໂດຍສະ ເພາະລຽບຕາມແຄມແມ່ນໍ້າຂອງ ຢູ່ ເຂດເມືອງປາກງື່ມ, ເມືອງຫາດຊາຍ ຟອງແລະ ເມືອງສີສັດຕະນາກນະຄອນ ຫລວງວຽງຈັນ. ພ້ອມທັງຊີ້ນໍາໃຫ້ອົງ ການປົກຄອງທ້ອງຖິ່ນ ແລະ ພໍ່ແມ່ປະ ຊາຊົນ ຈົ່ງມີສະຕິ, ລະມັດລະວັງ, ຕິດ ຕາມຂ່າວສານກ່ຽວກັບສະພາບອາ ກາດຜ່ານທາງສື່ອອນລາຍ ແລະ ເຝົ້າ ລະວັງລະດັບນ້ຳຢ່າງໃກ້ຊິດ ເປັນແຕ່ ລະໄລຍະ ເພື່ອກຽມຮັບມືໃຫ້ທັນເວລາ. ໃນການແກ້ໄຂໄພພິບັດນໍ້າຖ້ວມ ຢູ່ ແຂວງຫລວງນໍ້າທາ ຂັ້ນເທິງ ໄດ້ມອບ ໃຫ້ ທ່ານນາງ ປານີ ຢາທໍ່ຕູ້ ຮອງ ປະ ທານປະເທດ ລົງໄປຊີ້ນຳການແກ້ໄຂ ແລະ ຊ່ວຍເຫລືອຜູ້ປະສົບໄພ ເຊິ່ງມີຄະ ນະຄຸ້ມຄອງໄພພິບັດຂັ້ນສູນກາງ ນຳ ໂດຍທ່ານລັດຖະມົນຕີກະຊວງແຮງ ງານ ແລະ ສະຫວັດດີການສັງຄົມ ປະ ຈຳການຢູ່ພື້ນທີ່ຕົວຈິງ. ພ້ອມກັນນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ຊີ້ນຳ ໃຫ້ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າ ການສຳນັກງານນາຍົກລັດຖະມົນຕີ ລົງສົມທົບກັບແຂວງ ແລະ ພາກສ່ວນ ກ່ຽວຂ້ອງແກ້ໄຂ ແລະ ມອບທຶນຊ່ວຍ ເຫລືອຜູ້ປະສົບໄພ. ຄຽງຄູ່ກັນນີ້, ກໍໄດ້ ນາຍົກລັດຖະມົນຕີ... ມາດຮັບປະກັນໃນການດໍາລົງຊີວິດ ຢ່າງປອດໄພ ໂດຍພື້ນຖານ; ກະກຽມ ແນວພັນພືດ-ສັດ, ພາຫະນະ ແລະ ອຸປະ ກອນສຳລັບການປູກ-ການລ້ຽງທົດ ແທນ, ລວມທັງ ປູກພືດລະດູແລ້ງ ທີ່ຈະ ມາເຖິງໃຫ້ພຽງພໍແລະທັນສະພາບການ. ໃນໂອກາດດຽວກັນ, ທ່ານນາຍົກ ລັດຖະມົນຕີ ຍັງໄດ້ລົງໄປເບິ່ງສະພາບ ຜົນເສຍຫາຍຈາກໄພນໍ້າຖ້ວມ ໃນອາ ທິດທີ່ຜ່ານມາ ຢູ່ບ້ານຕ່າງໆພາຍໃນເທ ສະບານແຂວງເປັນຕົ້ນ ບ້ານຫລວງ, ບ້ານຂອນ, ບ້ານປ່າສັກ, ບ້ານປຸ່ງ, ບ້ານ ໃໝ່, ບ້ານບວມພຽງ, ບ້ານທົ່ງໃຈ້ໃຕ້ ແລະ ບ້ານອື່ນໆ ລວມທັງ ຂົວຂ້າມນໍ້າ ທຸງ, ຂົວຂ້າມນໍ້າທາ, ເຂື່ອນໄຟຟ້າ ແລະ ຊົນລະປະທານ ນໍ້າທາ 3. ຕິດພັນ ກັບການເຄື່ອນໄຫວວຽກງານຢູ່ແຂວງ ຫລວງນໍ້າທາ ໃນຄັ້ງນີ້, ມີແຂວງ ແລະ ພາກທຸລະກິດຈຳນວນໜຶ່ງ ກໍໄດ້ມອບ ເງິນ ແລະ ເຄື່ອງຊ່ວຍເຫລືອໃຫ້ແກ່ອົງ ການປົກຄອງແຂວງ ຫລວງນໍ້າທາ ເພື່ອນຳໄປຊ່ວຍເຫລືອປະຊາຊົນທີ່ຖືກ ຜົນກະທົບ ແລະ ຟື້ນຟູຜົນເສຍຫາຍ ຕ່າງໆລວມມູນຄ່າທັງໝົດ2ຕື້ກວ່າກີບ ໂດຍການເຂົ້າຮ່ວມເປັນສັກຂີພິຍານ ຂອງທ່ານນາຍົກລັດຖະມົນຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ. ຂ່າວ: ກົມປະຊາສຳພັນຫສນຍ; ພາບ: ຂັນໄຊ ຕິດຕາມຊີ້ນຳການປ້ອງກັນ ແລະ ແກ້ ໄຂໄພພິບັດນໍ້າຖ້ວມ ຢູ່ທ້ອງຖິ່ນຕ່າງໆ ຢ່າງໃກ້ຊິດ. ສຳລັບການແກ້ໄຂໄພນໍ້າຖ້ວມຢູ່ ນະຄອນຫລວງວຽງຈັນ ໃນລະຫວ່າງ ວັນທີ 13-15 ກັນຍາ 2024 ໄດ້ມີການ ນໍາຂັ້ນສູງຂອງພັກ-ລັດ ຫລາຍທ່ານ ລົງຊີ້ນໍາຢູ່ພື້ນທີ່ຕ່າງໆ ທີ່ໄດ້ຮັບຜົນກະ ທົບເປັນຕົ້ນ ທ່ານປະທານປະເທດ, ທ່ານຮອງປະທານປະເທດ, ບັນດາ ທ່ານຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງກ່ຽວຂ້ອງ. ໃນການຊ່ວຍເຫລືອແກ້ໄຂຜົນກະ ທົບຈາກໄພນ້ຳຖ້ວມ ແລະ ຜູ້ປະສົບໄພ ໃນຄັ້ງນີ້, ນອກຈາກພາກສ່ວນທຸລະ ກິດພາຍໃນ ໄດ້ມອບເງິນຊ່ວຍເຫລືອ ຜູ້ປະສົບໄພ, ບໍລິສັດທາງລົດໄຟ ລາວ- ຈີນ ໄດ້ໃຫ້ບໍລິການຂົນສົ່ງເຄື່ອງຊ່ວຍ ເຫລືອໂດຍບໍ່ເສຍຄ່າແລ້ວ, ບັນດາ ປະເທດເພື່ອນມິດ ກໍໄດ້ໃຫ້ການຊ່ວຍ ເຫລືອດ້ານຕ່າງໆ ທັງເປັນວັດຖຸສິ່ງ ຂອງທີ່ຈຳເປັນ ແລະ ທຶນຮອນ ເປັນຕົ້ນ ສສ ຫວຽດນາມ, ສປ ຈີນ, ອົດສະຕຣາ ລີ, ອິນເດຍ ແລະ ອື່ນໆ. ເຖິງແມ່ນວ່າ ຜົນກະທົບຈາກພາຍຸຢາກິ ໃນຄັ້ງນີ້, ປະ ເທດເຮົາ ແລະ ປະເທດໃກ້ຄຽງ ໄດ້ຮັບ ຄວາມເສຍຫາຍຢ່າງໜັກໜ່ວງ ແລະ ຫລີກລ່ຽງບໍ່ໄດ້ ແຕ່ພວກເຮົາກໍຍັງ ໃຫ້ ການສະໜັບສະໜູນຊ່ວຍເຫລືອເຊິ່ງ ກັນ ແລະ ກັນ, ໃຫ້ກຳລັງໃຈກັນເພື່ອ ຜ່ານຜ່າວິກິດຄັ້ງນີ້. ສະນັ້ນ, ເພື່ອສືບຕໍ່ຮ່ວມແຮງຮ່ວມ ໃຈກັນປ້ອງກັນ ແລະ ແກ້ໄຂຜົນກະທົບ ຈາກໄພພິບັດນ້ຳຖ້ວມ ຈຶ່ງຮຽກຮ້ອງ ມາຍັງທຸກພາກສ່ວນໃນສັງຄົມສາມັກ ຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ ທາງ ດ້ານກຳລັງແຮງ, ທຶນຮອນ ແລະ ວັດຖຸ ສິ່ງຂອງ ຕາມຄວາມສາມາດຂອງຕົນ ເພື່ອຊ່ວຍເຫລືອບັນເທົາທຸກແກ່ຜູ້ປະ ສົບໄພພິບັດທັງເປັນການໃຫ້ກຳລັງ ໃຈເຊິ່ງກັນ ແລະ ກັນ ໃນເວລາທີ່ພົບກັບ ຄວາມຫຍຸ້ງຍາກ ເພື່ອໃຫ້ເຂົາເຈົ້າກັບ ຄືນມາດໍາລົງຊີວິດປົກກະຕິໂດຍໄວ, ໃຫ້ທຸກຄົນ ເອົາໃຈໃສ່ຕິດຕາມຂ່າວສະ ພາບດິນຟ້າອາກາດ, ການແຈ້ງເຕືອນ ຈາກພາກສ່ວນກ່ຽວຂ້ອງ ແລະ ອົງ ການປົກຄອງທ້ອງຖິ່ນຕົນ, ລວມທັງ ຈາກແຫລ່ງຂ່າວທາງການ ເພື່ອຫລີ ກລ່ຽງການຮັບຂໍ້ມູນທີ່ບໍ່ຖືກຕ້ອງກັບ ຄວາມເປັນຈິງ ກໍຄື ຂ່າວທີ່ສ້າງຄວາມ ປັ່ນປ່ວນໃນສັງຄົມ. ທຸກພາກສ່ວນເອົາໃຈໃສ່... ໃນການສ້າງນິຕິກຳດັ່ງກ່າວ ໂດຍອີງ ສະພາບເງື່ອນໄຂເສດຖະກິດ ແລະ ສັງ ຄົມ ກໍຄື ປັດໄຈພາຍໃນປະເທດທີ່ຍັງ ເຫັນວ່າປະຊາຊົນ, ທຸລະກິດ, ຜູ້ປະກອບ ການສ່ວນໜຶ່ງແມ່ນຍັງມີການຊົມໃຊ້ ຫລື ຖືຄອງເງິນຕາຕ່າງປະເທດທີ່ເປັນ ຄວາມຊິນເຄີຍ ມາເປັນເວລາດົນນານ, ລັດຖະບານກໍມີຄວາມພະຍາຍາມທີ່ຈະ ກໍານົດອອກມາເປັນກົດໝາຍຄຸ້ມຄອງ ໃຫ້ມີຄວາມຮັດກຸມ ແລະ ຕາມສະພາບ ຕົວຈິງຂອງສັງຄົມ ທີ່ມີເງິນຕາຕ່າງ ປະເທດຢູ່ແລ້ວນັ້ນ, ເຂົ້າສູ່ລະບຽບກົດ ໝາຍຫລາຍຂຶ້ນ, ດັັ່ງທີ່ໄດ້ກຳນົດໄວ້ ໃນກົດໝາຍວ່າດ້ວຍການຄຸ້ມຄອງເງິນ ຕາຕ່າງປະເທດ (ສະບັບປັບປຸງ) ໄດ້ ອະນຸຍາດໃຫ້ຜູ້ມີ ແລະ ບໍ່ມີພູມລໍາເນົາ ຢູ່ ສປປ ລາວ ສາມາດຄອບຄອງເງິນ ຕາຕ່າງປະເທດ ທີ່ໄດ້ມາຢ່າງຖືກຕ້ອງ ຕາມກົດໝາຍ ດ້ວຍການເປີດບັນຊີເງິນ ຝາກໄວ້ນໍາທະນາຄານທຸລະກິດ ຢູ່ ສປປ ລາວ ແລະ ຖືຄອງເປັນເງິນສົດ ຕາມລະບຽບການ. ເຖິງຢ່າງໃດກໍຕາມ ກ່ອນຈະນໍາໃຊ້ເຂົ້າໃນການຮັບຊໍາລະ ແລະຊໍາລະຄ່າສິນຄ້າ, ບໍລິການ,ໜີ້ສິນ, ເງິນປັນຜົນ, ເບີກຈ່າຍເງິນເດືອນ ຫລື ຄ່າແຮງງານແລະປະຕິບັດພັນທະຕໍ່ລັດ ໃນ ສປປ ລາວ ຕ້ອງແລກປ່ຽນເປັນເງິນ ກີບ ຊຶ່ງການແລກປ່ຽນດັັ່ງກ່າວຕ້ອງ ດໍາເນີນຢູ່ທະນາຄານທຸລະກິດເທົ່ານັ້ນ. ໃນໄລຍະຜ່ານມາ, ທຫລ ຍັງບໍ່ໄດ້ ຜັນຂະຫຍາຍເປັນນິຕິກໍາອັນສະເພາະ ເພື່ອຄຸ້ມຄອງການນໍາໃຊ້ເງິນຕາຕ່າງ ປະເທດ ແລະ ການເປີດບັນຊີ ເງິນຝາກ ເປັນຕາຕ່າງປະເທດຢູ່ສປປລາວ, ເຮັດ ໃຫ້ການຄອບຄອງເງິນຕາຕ່າງປະເທດ ທັງໃນຮູບແບບເງິນຝາກ ແລະ ເງິນ ສົດໃນສັງຄົມລາວ ຍັງມີການປະຕິບັດ ບໍ່ເປັນເອກະພາບແລະບໍ່ມີມາດຕະຖານ ທີ່ຊັດເຈນ. ສະນັ້ນ, ໂດຍອີງຕາມຄວາມ ຈໍາເປັນທະນາຄານແຫ່ງ ສປປ ລາວ ຈະໄດ້ນໍາສະເໜີ 2 ນິຕິກໍາທີ່ສໍາຄັນຄື: ຮ່າງຂໍ້ຕົກລົງວ່າດ້ວຍການນໍາໃຊ້ເງິນ ຕາຕ່າງປະເທດຢູ່ ສປປ ລາວ ແລະ ຮ່າງຂໍ້ຕົກລົງວ່າດ້ວຍບັນຊີເງິນຝາກ ເປັນເງິນຕາຕ່າງປະເທດຢູ່ ສປປ ລາວ. ຊຶ່ງ 2 ນິຕິກໍານີ້ ຈະເປັນເຄື່ອງມືຂອງ ທະນາຄານແຫ່ງ ສປປ ລາວ ລວມທັງ ພາກສ່ວນກ່ຽວຂ້ອງ ເພື່ອນໍາໃຊ້ເຂົ້າ ໃນການຄຸ້ມຄອງການນໍາໃຊ້ເງິນຕາ ຕ່າງປະເທດ ແລະ ການເປີດບັນຊີເງິນ ຝາກເປັນເງິນຕາຕ່າງປະເທດຢູ່ພາຍ ໃນສປປລາວ,ສ້າງຄວາມເປັນລະບຽບ ຮຽບຮ້ອຍ ແລະ ຄວາມເປັນເອກະພາບ ຕໍ່ການຈັດຕັ້ງປະຕິບັດຂອງທຸກພາກ ສ່ວນທີ່ກ່ຽວຂ້ວງ ທັງສູນກາງ ແລະ ທ້ອງຖິ່ນ, ເພື່ອເປັນການຊຸກຍູ້ສົ່ງເສີມ ການຄ້າ, ການບໍລິການ ແລະ ການລົງ ທຶນ ລະຫວ່າງປະເທດ ເຮັດໃຫ້ມີລາຍ ຮັບເປັນເງິນຕາຕ່າງປະເທດ ເຂົ້າສູ່ລະ ບົບທະນາຄານຫລາຍຍິ່ງຂຶ້ນ. ເປົ້າໝາຍສູງສຸດຂອງ ທຫລ ແມ່ນ ຢາກເຫັນທຸກພາກສ່ວນນໍາໃຊ້ເງິນກີບ ຢ່າງເປັນເອກະພາບ, ນໍາໃຊ້ເງິນຕາຕ່າງ ປະເທດຢ່າງເປັນລະບຽບຮຽບຮ້ອຍ, ຖືກຕ້ອງຕາມວັດຖຸປະສົງ ແລະ ເປົ້າ ໝາຍ, ນໍາໃຊ້ເງິນຕາຕ່າງປະເທດຢ່າງ ປະຢັດ ແລະ ຮັບປະກັນຖານະເງິນຕາ ຕ່າງປະເທດຊໍາລະກັບຕ່າງປະເທດໃຫ້ ມີຄວາມເຂັ້ມແຂງ. ຂ່າວ: ວຽງສະຫວັນ; ພາບ: ຂັນໄຊ ແລກປ່ຽນຄຳເຫັນ... ອາຊຽນ-ອີຢູ... ອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ນາງ ມາເລຍ ມາຕິນ ພຣັດ (Mar ia Mart in-Prat) ຮອງປະທານຜູ້ບໍລິຫານຂອງຄະນະ ກໍາມາທິການການຄ້າ ແຫ່ງສະຫະພາບ ເອີຣົບ, ມີບັນດາລັດຖະມົນຕີ ເສດຖະກິ ດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍແລັດສະ ເຕ ແລະ ຫົວໜ້າຄະນະຜູ້ແທນປະເທດ ສະມາຊິກອາຊຽນ ເຂົ້າຮ່ວມ. ທ່ານ ມະໄລທອງ ກົມມະສິດ ໄດ້ມີ ຄຳເຫັນວ່າ:ປີນີ້,ສປປລາວໄດ້ຮັບກຽດ ເປັນປະທານອາຊຽນ ພາຍໃຕ້ຫົວຂໍ້ “ການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ສໍາລັບປະ ຊາຄົມເສດຖະກິດອາຊຽນ ພວກເຮົາ ໄດ້ເນັ້ນໃສ່ 3 ກຸ່ມຍຸດທະສາດ ຄື: ການ ເຊື່ອມໂຍງ ແລະ ການເຊື່ອມຈອດທາງ ເສດຖະກິດ; ການພັດທະນາແບບມີ ສ່ວນຮ່ວມ ແລະ ຍືນຍົງ ແລະ ການນໍາ ໃຊ້ເຕັກໂນໂລຊີດີຈິຕອນ ເຂົ້າໃນການ ເຊື່ອມໂຍງທາງເສດຖະກິດ ແລະ ການ ຄ້າໃນພາກພື້ນ. ສໍາລັບ ອາຊຽນ ແລະ ອີຢູ ເປັນຄູ່ຮ່ວມມືທາງດ້ານເສດຖະກິດ ທີ່ຍາວນານ ແລະ ມີການເຊື່ອມໂຍງ ທາງການຄ້າ ແລະ ການລົງທຶນທີ່ເຂັ້ມ ແຂງ,ໃນປີ2023,ການຄ້າດ້ານສິນຄ້າ ລະຫວ່າງ ອາຊຽນ ແລະ ອີຢູ ມີມູນຄ່າ 279,8 ຕື້ໂດລາສະຫະລັດ, ກວມເອົາ 7,9% ຂອງມູນຄ່າການຄ້າທັງໝົດ ຂອງອາຊຽນ, ເຮັດໃຫ້ ອີຢູ ເປັນຄູ່ຄ້າ ອັນດັບທີ3ຂອງອາຊຽນ.ພ້ອມກັນນັ້ນ, ມູນຄ່າການລົງທຶນໂດຍກົງ (FDI) ຂອງນັກລົງທຶນ ຈາກອີຢູ ຢູ່ບັນດາປະ ເທດສະມາຊິກອາຊຽນ ມີປະມານ 24,9 ຕື້ໂດລາສະຫະລັດ, ກວມເອົາ 10,8% ຂອງມູນຄ່າການລົງທຶນໂດຍ ກົງຈາກຕ່າງປະເທດ ຢູ່ໃນອາຊຽນ ໃນປີ2023, ເຮັດໃຫ້ອີຢູ ເປັນອັນດັບທີ 2 ຂອງບັນດາປະເທດທີ່ມີມູນຄ່າການ ລົງທຶນຫລາຍຢູ່ໃນອາຊຽນ. ພ້ອມນີ້, ທ່ານຍັງສະແດງຄວາມຫວັງຢ່າງຍິ່ງ ວ່າ ການເຊື່ອມໂຍງດ້ານການຄ້າ ແລະ ການລົງທຶນ ຂອງພວກເຮົາ ຈະຍິ່ງ ແໜ້ນແຟ້ນຂຶ້ນຕື່ມ ພາຍຫລັງທີ່ພວກ ເຮົາສໍາເລັດການຈັດຕັ້ງປະຕິບັດ ບັນ ດາແຜນການຮ່ວມມືທາງດ້ານເສດ ຖະກິດ, ການຄ້າ ແລະ ການລົງທຶນ ລະ ຫວ່າງສອງພາກພື້ນ. ທ່ານ ມະໄລທອງ ກົມມະສິດ ຍັງ ໃຫ້ຮູ້ອີກວ່າ: ປີຜ່ານມາພວກເຮົາໄດ້ມີ ການປຶກສາຫາລື ໃນຫລາຍບັນຫາທີ່ ຕິດພັນກັບການຮ່ວມມື ລະຫວ່າງ ອາ ຊຽນ ແລະ ອີຢູ, ໃນນັ້ນ ພວກເຮົາໄດ້ ມອບໝາຍໃຫ້ຄະນະວິຊາການຄົ້ນ ຄວ້າແຜນງານການຮ່ວມມືລະຫວ່າງ ສອງພາກພື້ນ ເພື່ອຫລຸດຜ່ອນຜົນກະ ທົບຂອງບັນດາສິ່ງທ້າທາຍຈາກສາ ກົນ ແລະ ສົ່ງເສີມການພັດທະນາເສດ ຖະກິດ ໃຫ້ມີຄວາມຍືນຍົງ, ການນໍາໃຊ້ ເຕັກໂນໂລຊີເຂົ້າໃນວຽກງານການຄ້າ ແລະ ການລົງທຶນ ພ້ອມທັງສ້າງຄວາມ ເຂັ້ມແຂງແກ່ຕ່ອງໂສ້ການສະໜອງ. ພວກເຮົາ ຍັງໄດ້ຢືນຢັນຄຳໝັ້ນສັນຍາ ທີ່ຈະເພີ່ມທະວີການຮ່ວມມືທາງເສດ ຖະກິດໃນຫລາຍຂົງເຂດວຽກງານ ພາຍໃຕ້ຖະແຫລງການຮ່ວມຂອງຜູ້ ນໍາໃນກອງປະຊຸມສຸດຍອດອາຊຽນ ແລະ ອີຢູ ເຊັ່ນ: ສົ່ງເສີມການຄ້າ ແລະ ການລົງທຶນແບບມີສ່ວນຮ່ວມ ແລະ ຍືນຍົງ ໂດຍເນັ້ນໃສ່ການປ່ຽນແປງສະ ພາບອາກາດ, ເສດຖະກິດໝູນວຽນ ແລະສີຂຽວ, ພະລັງງານທົດແທນແລະ ການຫັນເປັນດີຈິຕອນ. ກອງປະຊຸມໃນຄັ້ງນີ້, ໄດ້ເນັ້ນໃສ່ ແລກປ່ຽນທັດສະນະ ກ່ຽວກັບການພັດ ທະນາເສດຖະກິດໃນພາກພື້ນ ແລະ ສາ ກົນ, ທົບທວນຄືນຄວາມຄືບໜ້າ ຂອງ ການຈັດຕັ້ງປະຕິບັດແຜນການຮ່ວມມື ທາງເສດຖະກິດ, ການຄ້າ ແລະ ການ ລົງທຶນ ລະຫວ່າງສອງພາກພື້ນ, ພ້ອມ ທັງພິຈາລະນາຮັບຮອງເອົາຖະແຫລງ ການຮ່ວມຂອງກອງປະຊຸມປຶກສາຫາ ລື ລະຫວ່າງ ລັດຖະມົນຕີເສດຖະກິດ ອາຊຽນແລະຄະນະກໍາມາທິການການ ຄ້າ ແຫ່ງສະຫະພາບເອີລົບ ຄັ້ງທີ 20. ຂ່າວ: ສົມຫວັງ ; ພາບ: ເກດສະໜາ ໄດ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ໃນ ວຽກງານການສຶກສາໂດຍມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ພາກສ່ວນ ກ່ຽວ ຂ້ອງເຂົ້າຮ່ວມ. ທ່ານສົມພົງ ຜົນດີ ຜູ້ກຳກັບຮູບເງົາ “ນວນແສງ” ໄດ້ໃຫ້ຮູ້ວ່າ: ເພື່ອເປັນ ການສະເຫລີມສະຫລອງການເປີດສົກ ຮຽນໃໝ່ໃນປີ 2024-2025, ທັງ ເປັນການປຸກລະດົມ ໃຫ້ພໍ່ແມ່ປະຊາ ຊົນ ຮູ້ເຖິງຄວາມສໍາຄັນກ່ຽວກັບການ ສຶກສາ ແລະ ສົ່ງເສີມລູກໃຫ້ໄດ້ຮັບການ ສຶກສາ ເພື່ອອະນາຄົດພາຍພາກ ໜ້າ, ອີກຢ່າງໜຶ່ງກໍາເພື່ອເປັນກຳລັງໃຈໃຫ້ ບັນຄູ, ອາຈານ ທີ່ເຮັດວຽກຢູ່ຫ່າງໄກ ຊອກຫລີກທຸກຄົນ ທີ່ປະຕິບັດໜ້າເປັນ ແມ່ພິມທີ່ດີຂອງຊາດ. ຮູບເງົາດັ່ງກ່າວ, ຈະເລີ່ມສາຍໃນ ວັນທີ 19 ກັນຍາ 2024 ເປັນຕົ້ນໄປທີ່ ໂຮງຮູບເງົາວຽງຈັນເຊັນເຕີ, ໄອເຕັກ, ດົງໂດກ, ປາກເຊ. ຂ່າວ: ມະລິດາ ສາຍຮູບເງົາ...

RkJQdWJsaXNoZXIy MTc3MTYxMQ==