5964

07 xtgmf]k; gsfdko{dkora fmtok 19/09/2024 Œ່¥Ÿ: ໄມ›ອນ ຂປລ. ແຫ່ງຂ່າວ ຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ກົມປ່າໄມ້ກະຊວງ ກະສິກໍາ ແລະ ປ່າໄມ້ ຈັດເຜີຍແຜ່ ດໍາລັດວ່າດ້ວຍປ່າສະຫງວນ ໃຫ້ ພະນັກງານຫລັກແຫລ່ງ ພະແນກ ກະສິກໍາ ແລະ ປ່າໄມ້ 8 ແຂວງພາກ ເໜືອ ຄື: ແຂວງຜົ້ງສາລີ, ຫລວງນ້ຳ ທາ, ບໍ່ແກ້ວ, ໄຊຍະບູລີ, ຊຽງຂວາງ, ຫົວພັນ, ຫລວງພະບາງ ແລະ ແຂວງອຸດົມໄຊ ໃນວັນທີ 17 ກັນຍາ 2024 ໂດຍມີ ຫົວໜ້າ-ຮອງຫົວໜ້າ ກອງຄຸ້ມຄອງປ່າສະຫງວນ ແລະ ອຸທິຍານແຫ່ງຊາດ, ຜູ້ຕາງໜ້າຈາກ ອົງການ8$4 ປະຈໍາ ລາວ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ການຈັດຕັ້ງເຜີຍແຜ່ດໍາລັດດັ່ງ ກ່າວ, ແນໃສ່ເຮັດໃຫ້ຜູ້ທີ່ຮັບຜິດຊອບ ວຽກງານປ່າສະຫງວນ ແລະ ວຽກ ງານກ່ຽວຂ້ອງ ຮັບຮູ້ກ່ຽວກັບການ ຄຸ້ມຄອງວຽກງານປ່າສະຫງວນ ຂປລ. ແຫລ່ງຂ່າວຈາກ ແຂວງ ອັດຕະປື ໃຫ້ຮູ້ວ່າ: ວັນທີ 17 ກັນຍາ 2024, ທ່ານ ພົທ ວັນທອງ ກອງ ມະນີ ເຈົ້າແຂວງອັດຕະປື ຮ່ວມກັບ ຫົວໜ້າພະແນກພະລັງງານ ແລະ ບໍ່ ແຮ່ ແລະ ວິຊາການຈຳນວນໜຶ່ງລົງ ກວດກາຕິດຕາມການຈັດຕັ້ງປະຕິ ບັດ ໂຄງການເຂື່ອນໄຟຟ້າເຊປຽນ- ເຊນ້ຳນ້ອຍ ກະກຽມຄວາມພ້ອມ ຮັບມືກັບສະພາບການຈັດການ ນໍ້າໃນລະດູຝົນ, ເພື່ອປ້ອງກັນຜົນ ກະທົບຈາກສະພາບແວດລ້ອມຫລື ສະພາບຂອງທຳມະຊາດທີ່ອາດ ຈະເກີດຂຶ້ນ ແລະ ຫລີກລ່ຽງບໍ່ໃຫ້ ສ້າງຄວາມເສຍຫາຍກັບປະຊາຊົນ ລຸ່ມເຂື່ອນ. ໂອກາດນີ້, ທ່ານເຈົ້າແຂວງ ອັດຕະປື ພ້ອມຄະນະໄດ້ຮັບຟັງ ການລາຍງານການຈັດຕັ້ງປະຕິບັດ ໜ້າວຽກຕ່າງໆຕາມຫລັກການເຕັກ ນິກຂອງບໍລິສັດໂດຍຫຍໍ້ ເຊິ່ງລວມ ມີໜ້າວຽກພັດທະນາໂຄງການຜ່ານ ມາ, ໜ້າວຽກປັດຈຸບັນ ແລະ ແຜນ ວຽກຈຸດສຸມຈຳເປັນຢ່າງຮີບດ່ວນ ນັ້ນ ແມ່ນຕິດຕາມລະບົບການຄຸ້ມ ຄອງທຸກສະຖານະການໄລຍະລະດູ ຝົນ ແລະ ສະພາບນ້ຳຖ້ວມທີ່ສົ່ງ ຄວາມເສຍຫາຍຢ່າງຮ້າຍແຮງໃນ ຂອບເຂດທົ່ວປະເທດ. ປັດຈຸບັນ ລັດຖະບານໄດ້ອະນຸມັດໃຫ້ຜູ້ພັດທະ ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງໃຫ້ຮູ້ວ່າ: ວັນທີ 18 ກັນຍາ 2024 ນີ້, ທ່ານ ເຫລັກ ໄຫລ ສີວິໄລ ເຈົ້າແຂວງເຊກອງໄດ້ຕ້ອນຮັບທ່ານ ສີສູນທອນ ສ.ຜາບມີໄຊ ຮອງປະ ທານກຳມາທິການຍຸຕິທໍາ ສະພາ ແຫ່ງຊາດ ພ້ອມຄະນະ ໃນໂອກາດ ເຄື່ອນໄຫວຕິດຕາມກວດກາວຽກ ງານຍຸຕິທໍາປະຈໍາປີ2024 ຢູ່ແຂວງ ເຊກອງ. ໂອກາດນີ້, ທ່ານ ຮອງປະທານ ກຳມາທິການຍຸຕິທໍາ ໄດ້ແຈ້ງຈຸດ ປະສົງໃນການມາເຮັດຢູ່ແຂວງເຊ ກອງຄັ້ງນີ້ ເພື່ອຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດລັດຖະ ທຳມະນູນ, ກົດໝາຍ ແລະ ມະຕິ ກອງປະຊຸມສະພາແຫ່ງຊາດ ກໍຄື ການເຄື່ອນໄຫວວຽກງານ ແລະ ທິດທາງແຜນການເຄື່ອນໄຫວ ວຽກງານ ຂອງອົງການໄອຍະການ ປະຊາຊົນ ແລະ ສານປະຊາຊົນ; ຕິດຕາມກວດກາ ການຜັນຂະຫຍາຍ ບາງມາດຕາຂອງກົດໝາຍ ອອກ ເປັນນິຕິກຳໃຕ້ກົດໝາຍ ແລະ ການ ໂຄສະນາກົດໝາຍ ໃນຂົງເຂດ ຍຸຕິທຳ.ທັງນີ້, ກໍເພື່ອເປັນການຄົ້ນ ຄວ້າ, ສະໜອງຂໍ້ມູນໃຫ້ຄະນະປະ ຈຳສະພາແຫ່ງຊາດ ມີຄໍາເຫັນໃນ ກອງປະ ຊຸມສະໄໝສາມັນ ເທື່ອທີ 8 ສະພາແຫ່ງຊາດ ຊຸດທີ I9 ກ່ຽວກັບ ການເຄື່ອນໄຫວວຽກງານ ຂອງ ສານປະຊາຊົນສູງສຸດ, ອົງການ ໄອຍະການປະຊາຊົນສູງສຸດ ແລະ ພາກສ່ວນອື່ນໃນຂົງເຂດຍຸຕິທຳ, ເປັນບ່ອນອີງໃນການປຶກສາຫາລື ແລະ ສະເໜີພາກສ່ວນກ່ຽວຂ້ອງຄົ້ນ ຄວ້າມາດຕະການແກ້ໄຂ. ພ້ອມກັນນີ້, ທ່ານ ເຫລັກໄຫລ ສີວິໄລ ກໍໄດ້ສະແດງຄວາມຂອບໃຈ ມາຍັງ ຮອງປະທານກຳມາທິການຍຸ ຕິທໍາ ພ້ອມຄະນະ ທີ່ລົງມາຕິດຕາມ ແລະ ຊຸກຍູ້ວຽກງານຢູ່ແຂວງເຊ ກອງ, ພ້ອມທັງໄດ້ລາຍງານການ ຈັດຕັ້ງປະຕິບັດວຽກງານຍຸຕິທໍາ ຕິດພັນກັບຂົງເຂດກົດໝາຍ, ສະ ພາບການຈັດຕັ້ງປະຕິບັດກົດໝາຍຢູ່ ແຂວງເຊກອງ ໂດຍສະເພາະການ ສັ່ງຟ້ອງຂອງໄອຍະການ, ການຕັດ ສິນຂອງສານ ເຊິ່ງຜ່ານມາຄະນະ ນຳອົງການປົກຄອງແຂວງ ໄດ້ຖືສຳ ຄັນຊີ້ນໍາວຽກງານຍຸຕິທໍາ ໃນການ ສ້າງຄວາມເຂັ້ມແຂງ, ຄວາມຮູ້ ຄວາມສາມາດດ້ານກົດໝາຍ, ອັນ ພົ້ນເດັ່ນ ສາມາດສ້າງນິຕິກຳໃຕ້ກົດ ໝາຍໄດ້ 7 ສະບັບ, ແກ້ໄຂຄໍາ ຮ້ອງທຸກ ຜ່ານທາງສາຍດ່ວນ ໃຫ້ ຫລຸດນ້ອຍຖອຍລົງເທື່ອລະກ້າວ. pa’lk,kfIv’Ia[oadmjv’mjP;wfh1jk’rP’r= 8 c0;'rkdg|n v g-nj v,-b ,fe]a f;j kfh ;pxj klts';o g9Q kc0;'va f8txn d;fdk37'dko g0nj vow22h kg-xPo{g-oEoh vp Iv'xtmkode,kmy dkop5 8y me 8y f8k,d;fdk ;Pd'ko16 j c0;'g-dv' s]kprkdlj ;o ln [8+ ,v[g7nj v' -j ;pgs]n v8h kowroE4h ;, 16j c0;'[+ cdh ; ນາສືບຕໍ່ໂຄງການເຂື່ອນໄຟຟ້າເຊ ປຽນ-ເຊນ້ຳນ້ອຍ ພາຍຫລັງທີ່ໄດ້ ມີການອອກແບບຄູກັນນ້ຳຄືນໃໝ່ ຊຶ່ງມີທັງແກນກາງ, ໄດ້ຕອກເສົາ ເຂັມ, ອອກແບບຕາມມາດຕະຖານ ສາກົນ ແລະ ໄດ້ຜ່ານການກວດ ກາຕາມມາດຕະຖານເຕັກນິກ ຈາກ ລັດຖະບານ ແລະ ພາກສ່ວນກ່ຽວ ຂ້ອງ, ກໍລະນີນ້ຳມາກະທັນຫັນໃນ ເຂື່ອນແມ່ນມີຄວາມປ້ອງກັນມາດ ຕະຖານຄວບຄຸມສູງເຖິງ 4 ຂັ້ນ ຕອນ ຂອງລະບົບຫລຸດປະລິມານ ນ້ຳ, ປັດຈຸບັນ ລະດັບນໍ້າຢູ່ໃນເຂື່ອນ ຍັງໜ້ອຍຫລາຍທີ່ຈະເຖິງຂີດຄວາມ ສ່ຽງ, ແຕ່ການກະກຽມຄວາມພ້ອມ ໃນລະດູຝົນ ແມ່ນທາງບໍລິສັດໄດ້ ຕິດຕາມກວດກາຢຢ່າງໃກ້ຊິດ, ກວດ ກາ ແລະ ດັດສົມແຜນການລະບາຍ ນ້ຳໃຫ້ເໝາະສົມລວມທັງການກວດ ກາຄວາມປອດໄພຂອງເຂື່ອນ, ປະຕູ ລະບາຍນ້ຳແລະການປ້ອງກັນອື່ນໆ ເພື່ອຄຸ້ມຄອງນ້ຳໃນລະດູຝົນປີນີ້ໃຫ້ ມີປະສິດທິຜົນສູງສຸດ. ພ້ອມກັນນີ້, ທ່ານ ພົທ ວັນ ທອງ ກອງມະນີ ໄດ້ມີຄຳເຫັນໃຫ້ ພາກສ່ວນບໍລິສັດຈົ່ງຕິດຕາມໂດຍ ຂປລ. ແຫລ່ງຂ່າວຈາກແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ໃນວັນທີ 17 ກັນ ຍາ 2024 ນີ້, ຫລາຍພາກສ່ວນ ທັງ ພາກລັດ ແລະ ເອກກະຊົນ ໄດ້ສືບ ຕໍ່ນໍາເອົາ ເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດ ມາມອບໃຫ້ຄະນະ ກຳມະການຄຸ້ມຄອງໄພພິບັດຂັ້ນ ແຂວງ ເພື່ອນໍາໄປຊ່ວຍເຫລືອປະ ຊາຊົນ ທີ່ໄດ້ຮັບຜົນຈາກໄພນໍ້າຖ້ວມ ຢູ່ແຂວງບໍ່ແກ້ວ ລວມມູນຄ່າທັງໝົດ 50 ກວ່າລ້ານກີບ, ຕາງໜ້າຮັບໂດຍ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງ ແຂວງບໍ່ແກ້ວ. ບໍລິສັດທີ່ເຂົ້າມາມອບເຄື່ອງ ແລະ ເງິນ ຊ່ວຍເຫລືອໃນຄັ້ງນີ້, ປະກອບ ມີ: ບໍລິສັດສະໜາມບິນສາກົນບໍ່ແກ້ວ ມອບເຄື່ອງອຸປະໂພກ-ບໍລິໂພກລວມ ມູນຄ່າ 25ກວ່າກີບ, ລັດວິສາຫະກິດ ລາວໂທລະຄົມ ສາຂາແຂວງບໍ່ແກ້ວ ມອບເຄື່ອງມູນຄ່າ 20 ລ້ານກີບ, ບໍລິ ສັດດວງຕາພົມມອບເງິນ4ລ້ານກີບ ແລະພະແນກສາທາລະນະສຸກແຂວງ ມອບເງິນ 3,6 ລ້ານກວ່າກີບ. ໂອກາດດັ່ງກ່າວ, ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງແຂວງບໍ່ແກ້ວ ໄດ້ສະແດງຄວາມຊົມເຊີຍ ຕໍ່ບໍລິສັດ ແລະ ພາກສ່ວນດັ່ງກ່າວ ທີ່ໄດ້ໃຫ້ ການສະໜັບສະໜູນຊ່ວຍເຫລືອ ໃນ ຄັ້ງນີ້, ພ້ອມທັງຢືນຢັນວ່າ ຈະນຳ ເອົາເຄື່ອງຊ່ວຍເຫລືອ ແລະ ເງິນທີ່ ໄດ້ຮັບໃນຄັ້ງນີ້, ໄປຊ່ວຍເຫລືອປະ ຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພ ນ້ຳຖ່ວມ ຢ່າງທົ່ວເຖິງ. ມີການຈັດຕັ້ງບັນຊາ, ແບ່ງຄວາມ ຮັບຜິດຊອບລະອຽດຈະແຈ້ງ, ລົງ ເລິກຊີ້ນໍາໃຫ້ແທດຕົວຈິງ, ມີລະບົບ ການປະສານງານທີ່ສະດວກ, ວ່ອງ ໄວ, ມີແຜນການແກ້ໄຂທີ່ດີ, ມີການ ຕິດຕາມ-ກວດກາ ຢ່າງເປັນປົກກະ ຕິ, ເມື່ອພົບບັນຫາຍຸ້ງຍາກໃຫ້ມີການ ປຶກສາຫາລືກັນ ຫລື ຂໍທິດຊີ້ນຳຈາກ ຂັ້ນເທິງຢ່າງທັນການ, ເດັດຂາດບໍ່ ໃຫ້ຊັກຊ້າແກ່ຍາວ ແລະ ຈົ່ງມີສະຕິ ລະມັດລະວັງລະດັບນ້ຳຢ່າງໃກ້ຊິດ ເປັນແຕ່ລະໄລຍະ. ສິ່ງສຳຄັນຢ່າງໜຶ່ງ ກໍຄືການລົງ ຂໍ້ມູນຂ່າວສານຕ່າງໆຂອງສື່ສັງຄົມ ອອນລາຍທຸກພາກສ່ວນ ຕ້ອງໃຫ້ ຖືກຕ້ອງກັບຄວາມຈິງ, ການສ້າງ ຫາງສຽງທີ່ບໍ່ດີ ຫລື ການໃຫ້ຂໍ້ມູນ ທີ່ບໍ່ຖືກຕ້ອງ ຖືເປັນການສ້າງຄວາມ ປັ່ນປ່ວນຕ່າງໆຕໍ່ການການບໍລິຫານ ຈັດແກ້ໄຂໄພພິບັດທີ່ຖືກຕ້ອງ, ທຸກ ຄົນໃນສັງຄົມນໍາຈົ່ງໃຊ້ສື່ສັງຄົມ ອອນລາຍຢ່າງມີສະຕິ, ສ້າງສັນ ແລະ ເກີດປະໂຫຍດສູງສຸດຕໍ່ຕົນເອງ ແລະ ສັງຄົມດ້ວຍ. ໄປຕາມແນວທາງນະໂຍບາຍຂອງ ພັກ-ລັດ ວາງອອກ, ລວມສູນ ແລະ ມີການຈັດຕັ້ງໜ້າທີ່ຮັບຜິດຊອບຢ່າງ ຈະແຈ້ງ, ພ້ອມທັງຫັນເຂົ້າສູ່ການ ນໍາໃຊ້ທີ່ສອດຄ່ອງກັບລັດຖະທຳມະ ນູນ, ກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ, ທັງເຮັດໃຫ້ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ນໍາ ໃຊ້ປ່າສະຫງວນ ເຂົ້າໃຈແຈ້ງ ແລະ ເຂົ້າຮ່ວມຄຸ້ມຄອງ, ປົກປັກຮັກສາ ຢ່າງມີປະສິດທິພາບ ຮັບປະກັນໃຫ້ ມີຜົນກະທົບຕໍ່ສິ່ງແວດລ້ອມໜ້ອຍ ທີ່ສຸດ; ເປັນການນໍາໃຊ້ທຸກທ່າແຮງ ຂອງປ່າສະຫງວນ ທີ່ມີເພື່ອປະກອບ ສ່ວນ ຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ; ສ້າງຄວາມເຊື່ອໝັ້ນ, ຍາດແຍ່ງ ການຊ່ວຍເຫລືອຈາກຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ທີ່ມີຄວາມສົນໃຈຢາກມີສ່ວນຮ່ວມ ເຂົ້າໃນວຽກງານພັດທະນາ ປ່າ ສະຫງວນ. ພ້ອມນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງ ການນໍາສະເໜີ ບັນດານິຕິກໍາທີ່ຕິດ ພັນກັບປ່າສະຫງວນ ໃນໄລຍະໃໝ່ ແລະ ແຜນຄຸ້ມຄອງ, ສະໜອງທຶນ ແບບຍືນຍົງ ໃຫ້ແກ່ລະບົບປ່າສະ ຫງວນແຫ່ງຊາດຢູ່ສປປລາວ;ການ ເຂົ້າເຖິງແຫລ່ງທຶນ ຈາກກອງທຶນ ຂອງລັດ; ບົດຮຽນການຄຸ້ມຄອງປ່າ ສະຫງວນຢູ່ບາງແຂວງຈຳນວນ ໜຶ່ງແລະການຈັດຕັ້ງປະຕິບັດນິຕິກໍາ ກ່ຽວກັບປ່າສະຫງວນໃນໄລຍະໃໝ່.

RkJQdWJsaXNoZXIy MTc3MTYxMQ==