5964

xtgmf]k; 6 19/09/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xU 'wdj okxqj ' vkskogvdt]a d0v'c0;'lk]t;a o ໂດຍ: ມາລິນດາ *ຖ້າເອີຍເຖີງ ແຂວງສາລະ ວັນ ສິ່ງທໍາອິດທີ່ເຮົາຈະຄິດ ເຖິງກໍຕ້ອງແມ່ນ ປີ້ງໄກ່ນາປົ່ງ, ເຫລົ້າຂາວເມືອງຄົງ ແລະ ລໍາ ວົງສາລະວັນ ເນື່ອງຈາກວ່າ ການປະກອບອາຊີບປູກ-ລ້ຽງ ຕິດພັນປິ້ງໄກ່ຂອງປະຊາຊົນ ແມ່ນສືບ ທອດ ກັນ ມາ ເປັນ ເວລາ 100 ປີແລ້ວ ຈົນກາຍ ເປັນມໍລະດົກຂອງບ້ານ, ເມືອງ, ແຂວງ ແລະ ເປັນຂອງປະຊາ ຊົນລາວບັນດາເຜົ່າ ຈຶ່ງເຮັດ ໃຫ້ປີ້ງໄກ່ນາປົ່ງມີຊື່ສຽງໂດ ງ ດັງ ທັງພາຍໃນ ແລະ ຕ່າງ ປະ ເທດ ທີ່ສາມາດ ດຶງດູດ ເອົານັກທ່ອງທ່ຽວຢາກມາ ຢ້ຽມຢາມແຂວງສາລະວັນ ຫລາຍຂຶ້ນ ມັນຈຶ່ງເປັນການຕໍ່ ຍອດໃຫ້ປະຊາຊົນຍຶດຖືການ ປີ້ງ ໄກ່ຂາຍ ເພື່ອສ້າງ ລາຍ ຮັບເຂົ້າຄອບຄົວ ຢ່າງຫລວງ ຫລາຍ ເຊິ່ງຖ້າຫາກທ່ານໃດ ເຄີຍກາຍແຂວງສາລະວັນຈະ ເຫັນວ່າ ລະຫວ່າງ ສອງຝາກ ທາງ ຈະມີຮ້ານປີ້ງໄກ່ຍາວ ຢຽດ ສົ່ງກິ່ນຫອມເຂົ້າມາຕໍາ ດັງ ດຶງດູດຈິດໃຈໃຫ້ຢາກລອງ ສໍາຜັດຄວາມແຊບທີ່ເພີ່ນເລົ້າ ລືກັນມາວ່າຈະແມ່ນແທ້ ຫລື ບໍ່ ແຕ່ສໍາລັບຜູ້ຂຽນກໍເຄີຍມີ ໂອກາດໄປຢ້ຽມຢາມ ແຂວງ ສາລະວັນ ແລະ ໄດ້ລອງຊີມ ແລ້ວ ແຊມສົມເພີ່ນເວົ້າແທ້ ດ້ວຍໂຕ ໄກ່ທີ່ນໍາມາປີ້ງນັ້ນ ບໍ່ນ້ອຍ ແລະ ບໍ່ໃຫຍ່ຈົນເກີນ ໄປຊີ້ນໄກ່ຈຶ່ງມີຄວາມແຊບ ບວກກັບລົດຊາດການເອືອບ ໄກ່ ກໍແຊບແບບມີເອກະລັກສະ ເພາະທີ່ບໍ ຄືໃຜ ຫລື ໄປກິນບ່ອນ ໃດກໍ ບໍ່ຄືບ່ອນນີ້. ນາງ ແກ້ວອຸດອນ ວິພາ ກອນ ເຈົ້າຂອງຮ້ານປີ້ງໄກ່ນາ ປົ່ງແມ່ແດງ ໃຫ້ຮູ້ວ່າ: ການປີ້ງ ໄກ່ຂອງປະຊາຊົນພາຍໃນບ້ານ ນາປົ່ງ ແມ່ນສືບຕໍ່ກັນມາເປັນ 100 ກວ່າປີແລ້ວ, ສໍາລັບ ຮ້ານຂອງຂ້າພະເຈົ້າເອງ ກໍ່ໄດ້ ສືບທອດຕໍ່ຈາກພໍ່, ແມ່ເປັນ ເວລາ 20 ປີມາແລ້ວ ຈົນປັດ ຈຸບັນໄດ້ເຂົ້າກຸ່ມໂອດັອບປີ້ງໄກ່ ນາປົ່ງ ກໍດີໃຈຫລາຍ ທີ່ພັກ-ລັກ ໄດ້ຊຸກຍູ້ສົ່ງເສີມ ປັບປ່ຽນແບບ ເກົ່າໃຫ້ເປັນແບບໃໝ່ ແຕ່ຍັງ ຄົງຄຸນນະພາບຄວາມແຊບ ຊ້ອຍຄືເກົ່າ ແຕ່ສິ່ງທີ່ປັບປ່ຽນ ຄືສີສັນຂອງປີ້ງໄກ່, ການບໍລິ ການ, ສະຖານທ່ີ ແລະ ອື່ນໆ ເພື່ອຮອງຮັບນັກທ່ອງທ່ຽວທັງ ພາຍໃນ ແລະຕ່າງປະເທດ ທີ່ ນັບມື້ຫລັ່ງໄຫລເຂົ້າມາຫລາຍ ຂຶ້ນ ເຮັດໃຫ້ ປີ້ງໄກ່ໄດ້ຂາຍດີ ຂຶ້ນກວ່າເກົ່າ ເຊິ່ງສະເລ່ຍແລ້ວ ຖ້າບໍ່ແມ່ນເທສະການຂາຍໄດ້ ປະມານ 400 ໂຕຕໍ່ມື້, ຖ້າ ແມ່ນ ເທສະການຕ່າງໆ ຂາຍ ໄດ້ປະມານ 800 ໂຕຕໍ່ມື້ ເຊິ່ງ ສ້າງລາຍຮັບ ໄດ້ຫລາຍກີບ ຕໍ່ເດືອນ . ແນວໃດກໍດີ, ອາຊີບ ນີ້ ເຖິງຈະເຮັດມາດົນແລ້ວແຕ່ ເມື່ອກ່ອນ ແມ່ນເຮັດຂອງໃຜ ຂອງລາວ ຮ້ານກໍ່ກະແຈກ, ກະ ຈາຍ ບໍ່ເປັນຂະບວນການ ຈົນ ພັກ-ລັດເພີ່ນໄດ້ຈັດຕັ້ງກຸ່ມປີ້ງ ໄກ້ນາປົ່ງ ແລະ ຈັດສັນຈຸດ ຂາຍປີ້ງໄກ່ໃນບ່ອນດຽວເຫັນ ວ່າການຂາຍປີ້ງໄກ່ມີຄວາມ ຄືກຄັກຫລາຍຂຶ້ນ ຈາກ 400 ໂຕເປັນ 500 ໂຕຕໍ່ມື້ິ. ສະນັ້ນ, ຈຶ່ງຖືໂອກາດນີ້ ຂອບໃຈທາງ ພາກລັກ ທີ່ເອົາໃຈໃສ່ ຊຸກຍູ້ສົ່ງ ເສີມ ເພື່ອເຮັດໃຫ້ປີ້ງໄກ່ນາປົ່ງ ອາຫານເອກະລັກຂອງແຂວງ ສາລະວັນ ຄຽງຄູ່ກັບສັງຄົມ ຕະຫລອດໄປ. ທ່ານ ສົມຈັນ ຈັນທະພູທອນ ຮອງເຈົ້າເມືອງ ເມືອງຄົງເຊ ໂດນແຂວງສາລະວັນ ໃຫ້ຮູ້ວ່າ: ໃນປັດຈຸບັນ ເສດຖະກິດແຂວງ ສາລະວັນ ມີການພັດທະນາ ດີຂຶ້ນຫລາຍ ການຄ້າຂາຍກໍ ພົ້ນເດັ່ນ ໂດຍສະເພາະແມ່ນ ປີ້ງໄກ່ນາປົ່ງ ເນື່ອງຈາກວ່າ ທາງອໍານາດການປົກຄອງ ເມືອງ ແລະ ບໍລິສັດ ພັດທະນາ ແຫລ່ງທ່ອງທ່ຽວ ຕາດເຍືອງ ຫລັກ 40 ເມືອງປາກຊ່ອງ ໄດ້ຮ່ວມມື້ກັນເພື່ອຍົກລະດັບ ມາດຕະຖານປີ້ງໄກ່ລາດນາ ປົ່ງ ໂດຍການປັບປຸງຮ້ານຂາຍ ປິ້ງໄກ່ໃຫ້ເປັນລະບຽບຮຽບ ຮ້ອຍ, ຕົບແຕ່ງໜ້າຮ້ານ, ພ້ອມ ທັງການນຸ່ງຖືໃຫ້ເປັນເອກະລັກ ອັນດຽວກັນ ມີຄວາມສວຍ ງາມເພື່ອຍົກລະດັບປິ້ງໄກ່ນາ ປົ່ງໃຫ້ໄດ້ມາດຕະຖານຂຶ້ນຕື່ມ ເພື່ອເປັນການດຶງດູດນັກທ່ອງ ທ່ຽວໃຫ້ເຂົ້າມາໃຊ້ບໍລິການ ຫລາຍຂຶ້ນ.

RkJQdWJsaXNoZXIy MTc3MTYxMQ==