5964

l6 o;a fmtotme9u o xt9e]k; ltgs]u ,lts]v'[5 ows;h rt9a o xtgmf]k; 4 3]d c]t gsfdko 19/09/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp rtoa d'kos]a dcs]j 'lnj ,;o-q o]k; pq d]tfa [;Pd75h ,7v'lnj 16j ll s;Pfok, ຕໍ່າ‹ໜ້າ vk-Posk]n s]kp[a osk gruj ,mt;u fb 'f6 fdko]q 'mb o.o8+ |h k Iv']a f4t,q o8u dt-;' 4;m ln [8+ Ia [g7nj v'-j ;pgs]n v8h kowroE4h ;, (ກຊສ), ທັງເປັນປະທານຄະນະກຳມ ະການແມ່ນ້ຳຂອງແຫ່ງຊາດ ແລະ ປະ ທານສະພາມົນຕີຄະນະກຳມາທິການ ແມ່ນ້ຳຂອງສາກົນ ປີ 2024, ມີບັນດາ ລັດຖະມົນຕີ, ຮອງລັດຖະມົນຕີ ແລະ ເຈົ້າໜ້າທີ່ລະດັບສູງ ຈາກບັນດາປະ ເທດສະມາຊິກອາຊຽນ ແລະ ຄະນະກຳ ມາທິການແມ່ນ້ຳຂອງສາກົນ, ພ້ອມ ດ້ວຍນັກວິຊາການ, ກອງເລຂາຄະນະ ກຳມາທິການແມ່ນ້ຳຂອງສາກົນ ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມ. ເວທີສົນທະນາ ໃນຄັ້ງນີ້, ເພື່ອແລກ ປ່ຽນຂໍ້ມູນ-ຂ່າວສານ, ບົດຮຽນ ແລະ ປະສົບການອັນດີ, ໂດຍສຸມໃສ່ການກໍາ ນົດທ່າອ່ຽງ, ສິ່ງທ້າທາຍ, ກາລະໂອ ກາດ ເພື່ອຜົນປະໂຫຍດຮ່ວມກັນ ພ້ອມ ອາຊຽນ... ທັງເນັ້ນໜັກເຖິງຫລັກການລວມ ເພື່ອ ແກ້ໄຂບັນຫາການຮັບປະກັນດ້ານນໍ້າ ທີ່ມີຄວາມສໍາຄັນໃນທົ່ວອາຊີຕາເວັນ ອອກສຽງໃຕ້ ເຊິ່ງຫົວຂໍ້ດັ່ງກ່າວ, ແມ່ນ ສອດຄ່ອງກັບຄໍາຂວັນໃນການເປັນປະ ທານອາຊຽນ ຂອງ ສປປ ລາວ ໃນປີ 2024 ຄື: “ເພີ່ມທະວີການເຊື່ອມຈອດ ແລະ ຄວມເຂັ້ມແຂງອາຊຽນ”, ທັງ ແນໃສ່ແກ້ໄຂສິ່ງທ້າທາຍ ແລະ ການ ຮັບປະກັນດ້ານນໍ້າ ໃນອ່າງແມ່ນໍ້າຂອງ ແລະ ພາກພື້ນອາຊຽນ. ການເຈລະຈາຄວາມ ປອດໄພດ້ານ ນໍ້າອາຊຽນ-ສະມາຊິກ ຄະນະກຳມາທິ ການແມ່ນໍ້າຂອງສາກົນ ຄັ້ງທຳອິດ ໄດ້ ດຳເນີນໃນເດືອນສິງຫາ 2021 ຈັດ ໂດຍກອງເລຂາ ຄມສ ຮ່ວມກັບ ກອງ ເລຂາອາຊຽນ ເຊິ່ງມີຄະນະຜູ້ແທນ ລະດັບ ເຈົ້າໜ້າທີ່ອາວຸໂສ, ຊ່ຽວຊານ ດ້ານວິຊາການ, ຄູ່ຮ່ວມງານຈາກພາກ ພື້ນແມ່ນໍ້າຂອງ ແລະ ຈາກບັນດາປະ ເທດສະມາຊິກອາຊຽນ ເຂົ້າຮ່ວມແລກ ປ່ຽນຄຳຄິດເຫັນ, ກໍານົດກາລະໂອກາດ ການຮ່ວມມື, ເສີມສ້າງຄວາມສາມາດ ຂອງພາກພື້ນ ແລະ ທ້ອງຖິ່ນ ໃນການ ແກ້ໄຂບັນຫາການຂາດແຄນນໍ້າ, ມົນ ລະພິດ, ຄວາມສ່ຽງໄພພິບັດທີ່ກ່ຽວ ຂ້ອງກັບນ້ຳ ການແກ້ໄຂຫົວຂໍ້ທີ່ສໍາຄັນ ທີ່ຕິດພັນກັບນະໂຍບາຍ, ເຕັກໂນໂລ ຊີ ແລະ ການຮ່ວມມື ໄດ້ຍົກຂຶ້ນມາປຶກສາ ຫາລື ເພື່ອຊ່ວຍປະເທດຕ່າງt ໃນພາກ ພື້ນ ໄດ້ມີການກະກຽມຮັບມືກັບສິ່ງທ້າ ທາຍດ້ານຄວາມປອດໄພດ້ານນໍ້າ. ການສົນທະນາແລກປ່ຽນບົດຮຽນ ແລະ ປະສົບການດັ່ງກ່າວ, ເປັນເວທີ ທີ່ສຳຄັນ ເພື່ອຊຸກຍູ້ການຮ່ວມມື ແລະ ການປະສານງານໃນການຮັບປະກັນ ຄວາມໝັ້ນຄົງດ້ານນໍ້າ ສໍາລັບການພັດ ທະນາແບບຍືນຍົງຂອງພາກພື້ນ. ກ່າວວ່າ: ກິດຈະກໍາ “ຮ່ວມກັນຊົມພະ ຈັນດວງດຽວກັນ”ແມ່ນໄດ້ຈັດຂຶ້ນພ້ອມ ກັນຢູ່ທົ່ວໂລກ ຂອງກະຊວງວັດທະ ນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປ ຈີນ. ສຳລັບການສະຫລອງບຸນໄຫວ້ພະຈັນ ຢູ່ປະເທດລາວປີນີ້ ແມ່ນໄດ້ຈັດໃຫ້ມີ ຫລາຍກິດຈະກໍາ ເປັນຕົ້ນອ່ານບົດກະວີ ບຸນໄຫວ້ພະຈັນ, ກິດຈະກໍາສໍາຜັດວັດ ທະນະທໍາ ແລະ ທ່ອງທ່ຽວຈີນ, ຫ້ອງ ຮຽນວັດທະນະທໍາການຊົງຊາ, ຫ້ອງ ຝຶກອົບຮົມມວຍໄທເກັກ, ການວາງສະ ແດງຮູບພາບ ແລະ ອື່ນt ໂດຍຜ່ານ ການຈັດກິດຈະກໍາ ວັດທະນະທໍາ ແລະ ທ່ອງທ່ຽວທີ່ອຸດົມສົມບູນແລະມີຫລາຍ ສີສັນ, ແບ່ງປັນເທສະການໄຫວ້ພະຈັນ ທີ່ມ່ວນຊື່ນ ເປັນສິລິມຸງຄຸນ ແລະ ສະ ຫງົບສຸກຮ່ວມກັນກັບປະຊາຊົນລາວ. ບຸນປະເພນີໄຫວ້ພະຈັນ ເປັນງານ ໜຶ່ງທີ່ມີຄວາມໝາຍສໍາຄັນທາງດ້ານ ວັດທະນະທໍາຂອງ ສປ ຈີນ ເຊິ່ງບຸນ ດັ່ງກ່າວ, ມີຄວາມເຊື່ອຖືຂອງຊາວຈີນ ໂດຍຈະປຽບເອົາດວງຈັນທີມົນກົມ ຄືດັ່ງຄວາມສາມັກຄີກົມກຽວຂອງ ຄົນໃນຄອບຄົວແລະ ອີກດ້ານໜຶ່ງແມ່ນ ບຸນແຫ່ງຄວາມພ້ອມໜ້າພ້ອມຕາ ຂອງ ຄົນໃນຄອບຄົວ ໂດຍທຸກຄົນຈະມາເຕົ້າ ໂຮມກັນຮ່ວມກັນສະເຫລີມສະຫລອງ ໂດຍການໃຕ້ໂຄມໄຟທີ່ມີລວດລາຍສີ ສັນ ແລະ ຮັບປະທານເຂົ້າໜົມໄຫວ້ພະ ຈັນ, ພ້ອມກັນຊົມດວງຈັນທີ່ສະຫວ່າງ ສະໄຫວ. ຂ່າວ: ກິດຕ ພາບ: ເກດສະໜາ ຂປລ. ສະຖາບັນສື່ມວນຊົນ ແລະ ໂຄສະນາ, ສະຖາບັນການເມືອງແຫ່ງ ຊາດ ໂຮ່ຈີ່ມິງ ສສ ຫວຽດນາມ ຈັດຝຶກ ອົບຮົມບໍາລຸງວຽກງານຄຸ້ມຄອງສື່ ໃຫ້ ພະນັກງານຫລັກແຫລ່ງຄຸ້ມຄອງສື່ ມວນລາວ ທີ່ມາຈາກກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ສໍານັກຂ່າວສານ ປະ ເທດລາວ, ວິທະຍຸກະຈາຍສຽງແຫ່ງ ຊາດລາວ, ໂທລະພາບແຫ່ງຊາດລາວ, ໜັງສືພິມພາສາຕ່າງປະເທດ, ໜັງສືພິມ ປະຊາຊົນ, ສູນກາງສະຫະພັນກໍາມະ ບານລາວ, ກົມໂຄສະນາອົບຮົມກະ ຊວງປ້ອງກັນປະເທດ, ພະແນກຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວ ແຂວງບໍ່ແກ້ວ, ອຸດົມໄຊ, ຫລວງ ພະບາງ, ບໍລິຄໍາໄຊ, ສາລະວັນ, ເຊ ກອງ ແລະ ແຂວງອັດຕະປື. ພິທີເປີດຊຸດຝຶກອົບຮົມດັ່ງກ່າວ, ຈັດຂຶ້ນໃນວັນທີ 1 ກັນຍາ 2024 ທີ່ ສະຖາບັນສື່ມວນຊົນແລະ ໂຄສະນານະ ຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໂດຍການເຂົ້າຮ່ວມຂອງ ທ່ານ ຮ່ວງ ວັນ ເຫງ້ຍ ຫົວໜ້າກົມຮ່ວມມືສາກົນ, ສະຖາບັນການເມືອງ ແຫ່ງຊາດ ໂຮ່ຈີ ມິງ, ທ່ານ ຟ້າມມິງເຊີນ ຫົວໜ້າສະຖາ ບັນສື່ມວນຊົນ ແລະ ໂຄສະນາ ສສ ຫວຽດນາມ, ທ່ານ ວັນເພງ ໄພຍະມາດ ເລຂາເອກຕາງໜ້າສະຖານເອກອັກ ຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍຄູອາຈານ ແລະ ສຳມະນາກອນ ເຂົ້າຮ່ວມ. ທັງນີ້, ກໍເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກ ງານຫລັກແຫລ່ງ ໃນຂົງເຂດສື່ມວນ ຊົນຂອງລາວ ໃນວຽກງານຄຸ້ມຄອງສື່ ໂດຍຈະເນັ້ນໜັກບັນຫາໃໝ່tທີ່ສຳຄັນ ໃນສະພາບປັດຈຸບັນຊຶ່ງນອກຈາກຮຽນ ທິດສະດີແລ້ວ ຍັງຈະໄດ້ລົງພາກປະຕິ ບັດຕົວຈິງ ແລະ ໄປເຄື່ອນໄຫວທັດສະ ນາສຶກສາ, ແລກປ່ຽນບົດຮຽນຢູ່ບັນດາ ສຳນັກງານຂອງສື່ມວນຊົນ ຢູ່ນະຄອນ ຫລວງຮ່າໂນ້ຍ ແລະ ບາງທ້ອງຖິ່ນ ຂອງ ສສ ຫວຽດນາມ ຕື່ມອີກ. ທ່ານ ຟ້າມ ມິງ ເຊີນ ໄດ້ມີຄຳເຫັນ ວ່າ: ການຝຶກອົບຮົມວຽກງານຄຸ້ມຄອງ ສື່ມວນຊົນ ໃຫ້ພະນັກງານຫລັກແຫລ່ງ ສື່ມວນຂອງລາວແມ່ນວຽກງານໜຶ່ງທີ່ ສຳຄັນທີ່ສຸດທາງດ້ານການເມືອງຂອງ ສະຖາບັນສື່ມວນຊົນ ແລະ ໂຄສະນາ ຫວຽດນາມ, ທັງນີ້ກໍເພື່ອສ້າງຄວາມ ເຂັ້ມແຂງໃນການເປັນຜູ້ນຳແລະພະນັກ ງານນຳພາຄຸ້ມຄອງສື່ມວນຊົນຂອງ ລາວໃນຕໍ່ໜ້າ, ນັບແຕ່ປີ 2012 ມາ ຮອດປັດຈຸບັນ, ສະຖາບັນໄດ້ສຳເລັດ ການຈັດຝຶກອົບຮົມໃຫ້ຜູ້ບໍລິຫານ ແລະ ພະນັກງານຄຸ້ມຄອງສື່ມວນຊົນລາວ ຊຸດ ໂດຍມີນັກສຶກສາທີ່ຮຽນຈົບທັງໝົດ 14 ຄົນ. ຂປລ. ກອງປະຊຸມສະພາເຂດ ການ ລົງທຶນອາຊຽນ ຄັ້ງທີ 2 ຈັດຂຶ້ນໃນ ວັນທີ 16 ກັນຍາ 2024 ຢູ່ນະຄອນ ຫລວງວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ, ມີບັນດາລັດ ຖະມົນຕີສະພາເຂດການລົງທຶນອາ ຊຽນ, ເລຂາທິການໃຫຍ່ອາຊຽນ, ລັດ ຖະມົນຕີການຄ້າ ແລະ ອຸດສາຫະກໍາຕີ ມໍແລັດສເຕ, ມີຫົວໜ້າຄະນະຜູ້ແທນ ຂອງປະເທດສະມາຊິກອາຊຽນເຂົ້າ ຮ່ວມ ເຊິ່ງກອງປະຊູມຄັ້ງນີ້, ຈະສືບຕໍ່ ເພີ່ມທະວີການເຊື່ອມໂຍງທາງດ້ານ ເສດຖະກິດ, ສ້າງສະພາບແວດລ້ອມທີ່ ເອື້ອຍອໍານວຍ, ເປີດກວ້າງ ແລະ ໂປ່ງ ໃສ ເພື່ອດຶງດູດ ແລະ ສົ່ງເສີມການລົງ ທຶນທີ່ມີຄຸນນະພາບ ໃນພາກພື້ນຂອງ ອາຊຽນ ໃຫ້ນັບມື້ຫລາຍຂຶ້ນ. ທ່ານ ມະໄລທອງ ກົມມະສິດ ໄດ້ມີ ຄຳເຫັນວ່າ: ກອງປະຊຸມຄັ້ງນີ້, ດໍາເນີນ ໃນທ່າມກາງທີ່ສະ ພາບການຂອງໂລກ ແລະ ພາກພື້ນ ກໍາລັງຜັນແປໄປຢ່າງ ສະຫລັບສັບຊ້ອນ, ສະພາບເສດຖະ ກິດ ແລະ ການເງິນ ຍັງສືບຕໍ່ຜະເຊີນກັບ ຄວາມທ້າທາຍທີ່ເກີດຈາກ ຄວາມຂັດ ແຍ້ງທາງດ້ານພູມສາດການເມືອງ, ການຂວ້າມບາດ ທາງດ້ານເສດຖະ ກິດ-ການຄ້າແລະການປ່ຽນແປງຂອງ ສະພາບດິນຟ້າອາກາດ ເຊິ່ງຮຽກຮ້ອງ ໃຫ້ພວກເຮົາຕ້ອງຮ່ວມມືກັນ, ແລກ ປ່ຽນບົດຮຽນແລະ ຄໍາຄິດເຫັນເພື່ອຄົ້ນ ຄ້ວາມາດຕະການແກ້ໄຂບັນດາສິ່ງທ້າ ທາຍເຫລົ່ານີ້ ໃຫ້ມີປະສິດທິພາບ-ປະ ສິດທິຜົນທີ່ສຸດ. ສິ່ງທ້າທາຍເຫລົ່ານີ້, ໄດ້ສົ່ງຜົນກະທົບຕໍ່ການຄ້າ ແລະ ການ ລົງທຶນຢູ່ໃນພາກພື້ນອາຊຽນ, ທັງໄດ້ ປ່ຽນແປງໂຄງສ້າງຂອງຕ່ອງໂສ້ການ ສະໜອງໃນລະດັບພາກພື້ນ ແລະ ສາ ກົນເຮັດໃຫ້ເກີດການເຄື່ອນຍ້າຍຖານ ການຜະລິດຈາກບັນດາປະເທດນອກ ອາຊຽນ ເຂົ້າສູ່ບາງປະເທດອາຊຽນ ຫລາຍຂຶ້ນ. ຄຽງຄູ່ກັນນັ້ນ, ການປ່ຽນ ແປງຂອງສະພາບດິນຟ້າອາກາດ ຍັງ ສືບຕໍ່ເປັນສິ່ງທ້າທາຍຕໍ່ການພັດທະນາ ແບບຍືນຍົງ ຊຶ່ງຮຽກຮ້ອງໃຫ້ອາຊຽນ ຕ້ອງໄດ້ທົບທວນນະໂຍບາຍ ແລະ ເພີ່ມ ທະວີການອໍານວຍຄວາມສະດວກດ້ານ ການລົງທຶນໃນພາກພື້ນໃຫ້ຫລາຍຂຶ້ນ ເພື່ອຫລຸດຜ່ອນຜົນກະທົບຈາກສິ່ງທ້າ ທາຍເຫລົ່ານັ້ນ. ເຖິງວ່າ ພາກພື້ນຂອງ ພວກເຮົາຈະຜະເຊີນກັບສິ່ງທ້າທາຍ ຫລາຍອັນ, ແຕ່ໂດຍລວມ ພວກເຮົາຍັງ ສືບຕໍ່ຮັກສາໄດ້ສະຖຽນລະພາບດ້ານ ການລົງທຶນທີ່ໝັ້ນທ່ຽງ ຊຶ່ງສະແດງ ອອກໃນຕົວເລກມູນຄ່າການລົງທຶນ ໂດຍກົງຈາກຕ່າງປະເທດ ເພີ່ມຂຶ້ນ 0.3 ຈາກ 229 ຕື້ໂດລາສະຫະລັດ ໃນປີ 2022 ມາເປັນ 230 ຕື້ໂດລາ ສະຫະລັດ ໃນປີ 2023. ທ່ານ ມະໄລທອງ ກົມມະສິດ ຍັງ ກ່າວອີກວ່າ: ເພື່ອສືບຕໍ່ຮັກສາສະຖຽນ ລະພາບ ແລະ ສົ່ງເສີມການລົງທຶນໃນ ອາຊຽນ ໃຫ້ນັບມື້ນັບຫລາຍຂຶ້ນ, ກອງ ປະຊຸມພວກເຮົາຄັ້ງນີ້ ຈະໄດ້ພ້ອມກັນ ຄົ້ນຄວ້າ ແລະ ປຶກສາຫາລືຫລາຍປະ ເດັນ ເປັນຕົ້ນ ຈະລົງເລິກປຶກສາ ຫາລື ກ່ຽວກັບການປະເມີນສະພາບການລົງ ທຶນໃນອາຊຽນ ສໍາລັບ ປີ 2024, ພ້ອມ ທັງການເພີ່ມທະວີການດຶງດູດການ ລົງທຶນໃນຕໍ່ໜ້າ. ນອກຈາກນັ້ນ, ກອງ ປະຊຸມຈະໄດ້ພິຈາລະນາ ແລະ ຮັບຮອງ ເອົາບົດລາຍງານຂອງຄະນະເຈົ້າໜ້າ ທີ່ອາວຸໂສເສດຖະກິດອາຊຽນ ກ່ຽວກັບ ການຮ່ວມມືດ້ານການລົງທຶນໃນອາ ຊຽນ ແລະ ບົດຄົ້ນຄວ້າສະພາບການ ລົງທຶນໃນອາຊຽນ ຂອງບັນດາຊ່ຽວ ຊານຕ່າງປະເທດ. ຂປລ. ເມື່ອບໍ່ດົນມານີ້, ສູນວັດທະ ນະທໍາຈີນ ປະຈໍາລາວ ແລະ ພະແນກ ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ເຫີເປີຍ ໄດ້ຈັດກິດຈະກຳສະເຫລີມສະ ຫລອງບຸນໄຫວພະຈັນ ປະຈຳປີ 2024 “ຮ່ວມກັນຊົມພະຈັນດວງດຽວກັນ” ຄວາມງົດງາມແຂວງເຫີເປີຍ, ພາຍໃນ ງານ ໄດ້ຮັບຊົມການສະແດງສິລະປະ ວັດທະນະທໍາຈາກແຂວງເຫີເປີຍເຊັ່ນ: ການສະແດງກາຍຍະສິນ, ງິ້ວປັກກິ່ງ, ມາຍາກົນ, ມວຍໄທເກັກ, ການຮ້ອງ ເພງປະສານສຽງ. ພ້ອມນີ້, ຍັງໄດ້ເຂົ້າ ຊົມການວາງສະແດງຮູບພາບການ ທ່ອງທ່ຽວ “ສະບາຍດີĴ ປະເທດຈີນ” ຄວາມງົດງາມແຂວງເຫີເປີຍ, ສໍາຜັດ ກັບສິລະປະການເຮັດ ທູບຫອມແບບ ດັ້ງເດີມຊິງຢວນ ແລະ ສິລະປະການ ປັກແສ່ວອັນເປັນມໍລະດົກວັດທະນະທໍາ ນາມມະທໍາຂອງຈີນອີກດ້ວຍ. ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດ ທະນະທໍາຈີນ ປະຈຳ ສປປ ລາວ ໄດ້ ຂປລ. ໃນວັນທີ 1 ກັນຍາ 2024 ນີ້, ທ່ານນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຮັບເຄື່ອງອຸປະໂພກບໍລິໂພກ ຊ່ວຍເຫລືອຕ້ານໄພນ້ຳຖ້ວມ ລວມມູນຄ່າ 30 ລ້ານກີບ ຈາກ ບໍລິສັດ ລັດຫຸ້ນສ່ວນອຸດສາຫະກຳທ່ອງທ່ຽວ ລາວ ຈຳກັດ, ຕາງໜ້າມອບໂດຍ ທ່ານ ພັນ ສີລຽວ ປະທານບໍລິສັດລັດຫຸ້ນ ສ່ວນອຸດສາຫະກຳທ່ອງທ່ຽວລາວ ຈຳ ກັດ ໂດຍມີພາກສ່ວນກ່ຽວຂ້ອງ ສອງ ຝ່າຍ ເຂົ້າຮ່ວມ ເປັນສັກຂີພິຍານ. ໂອກາດດັ່ງກ່າວ, ທ່ານ ນາງ ດາລານີ ພົມມະວົງສາ ໄດ້ສະແດງຕາມ ຂອບໃຈ ແລະ ຕີລາຄາສູງ ຕໍ່ບໍລິສັດລັດ ຫຸ້ນສ່ວນອຸດສາຫະກຳທ່ອງທ່ຽວລາວ ຈຳກັດ ທີ່ເຫັນໄດ້ຄວາມສຳຄັນ ນຳເອົາ ເຄື່ອງອຸປະໂພກ-ບໍລິໂພກ ມາມອບໃຫ້ ໃນຄັ້ງນີ້, ພ້ອມທັງຢືນຢັນວ່າຈະນຳ ເອົາເຄື່ອງທີ່ໄດ້ຮັບໃນຄັ້ງນີ້, ໄປແຈກ ຢາຍໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມຢ່າງທົ່ວເຖິງແນໃສ ແກ້ໄຂບັນເທົາທຸກ ໃຫ້ຜູ້ປະສົບໄພ ໃນ ເບື້ອງຕົ້ນ ໄດ້ມີຊິວິດການເປັນຢູ່ດີຂຶ້ນ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ. ໃນວັນທີ 16 ກັນຍາ 2024 ຜ່ານ ມາ, ກໍໄດ້ ມີຫລາຍພາກສ່ວນທັງພາກ ລັດ ແລະ ເອກະຊົນ ເຂົ້າມາມອບເຄື່ອງ ອຸປະໂພກ-ບໍລິໂພກ ແລະ ເງິນສົດ ເພື່ອ ຊ່ວຍເຫລືອຕ້ານໄພນ້ຳຖ້ວມ ຢູ່ບັນດາ ແຂວງ ໃນ ສປປ ລາວ ທີ່ໄດ້ຮັບຜົນ ກະທົບ ລວມມູນຄ່າ ຫລາຍກວ່າ 14 ລ້ານກີບ. ຂ່າວ-ພາບ: ທະນູທອງ

RkJQdWJsaXNoZXIy MTc3MTYxMQ==