5964

xtgmf]k; 3 19/09/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ໄໝຄຳ ຍ້ອມສິນ ຮິບໂຮມໂດຍ : ພະກາ ບົດສະເໜີ [+ 7;olh k'0= ,6 o0j k;lko va o[+ gxa oxt3spf h [k'7e va dlvol6 ' c]t 8=j k muj 7;ogvq k.9.lj ໂດຍ: ຄ້ອງໃໝ່ rh v,da oxh v'da o c]t cdh w0[a oskwrry [a fmk'me,t-kf * ໄພພິບັດທາງທຳມະຊາດທີ່ເກີດ ຂຶ້ນຢູ່ປະເທດເຮົາໃນປີນີແມ່ນໜັກ ໜ່ວງພໍສົມຄວນ ໂດຍສະເພາະແມ່ນ ຜົນກະທົບ ແລະ ຜົນເສຍຫາຍຈາກ ພາຍຸດີເປຣຊັນ (Depression), ພາຍຸໝູນເຂດຮ້ອນ ພຣະພິຣູນ (Pra piroon) ແລະ ລົມພາຍຸໄຕ້ຝຸ່ນ ຢາກິ (YAKI), ຕາມການເກັບກຳຂໍ້ມູນ ແລະ ປະເມີນເບື້ອງຕົ້ນທີ່ໄດ້ຮັບຜົນ ກະທົບມີທັງໝົດ 15 ແຂວງ, ກວມ ເອົາ 100 ເມືອງ, 1.144 ບ້ານ, 45.661 ຄອບຄົວ, ຈໍານວນພົນ 176 ພັນກວ່າຄົນ ຍິງ 75.054 ຄົນ, ເສຍຊີວິດ 5 ຄົນ ແລະ ສູນຫາຍ 1 ຄົນ, ຄອບຄົວຖືກຍົກຍ້າຍຊົ່ວຄາວ 182 ຄອບຄົວ, ເຮືອນເປ່ເພ 169 ຫລັງ, ເນື້ອທີ່ການຜະລິດເສຍຫາຍ 13ພັນກວ່າເຮັກຕາ, ເສັ້ນທາງ262 ເສັ້ນ, ຂົວ 12 ແຫ່ງ, ຊົນລະປະທານ 87 ແຫ່ງ, ສຸກສາລາ 5 ແຫ່ງ, ນໍ້າ ລິນ 30 ແຫ່ງ, ໜອງປາ 334ໜອງ, ສັດໃຫຍ່ ແລະ ສັດປີກ ລວມຈໍານວນ 13 ພັນກວ່າໂຕ. ໃນນີ້ ສະເພາະຜົນ ກະທົບຈາກພາຍຸ ຢາກິ (YAKI) ມາຮອດປັດຈຸບັນມີທັງໝົດ 8 ແຂວງ ຊຶ່ງແຂວງທີ່ໄດ້ຮັບຜົນກະທົບຫລາຍ ກວ່າໝູ່ ແມ່ນແຂວງຫລວງນໍ້າທາ ແລະ ນະຄອນຫລວງວຽງຈັນ. ບັນຫາໄພພິບັດແມ່ນສາມາດ ເກີດຂຶ້ນໄດ້ທຸກເວລາ ໃນທົ່ວໂລກ ຊຶ່ງບໍ່ສາມາດຫລີກລ່ຽງໄດ້. ສໍາລັບ *ບົດຜ່ານມາ ໄດ້ນໍາເອົາຄໍາສັບ ທີ່ມີຕົວແກນ ເປັນອັກສອນສູງ ແລະ ຕໍ່າມາທົບທວນນໍາກັນເພື່ອເຮັດການ ຂຽນ ກໍ່ຄືການສະກົດຄໍາ ຖືກຕ້ອງ ຕາມຫລັກໄວຍາກອນປັດຈຸບັນ. ທັງນີ້ ກໍ່ເພາະວ່າບັນດາຄໍາເຫັນ ທີ່ເກັບກໍາມາ ພົບວ່າການສະກົດທີ່ ບໍ່ຖືກຕ້ອງມີຫລາຍຢູ່ ທັງໃນສື່ສັງ ຄົມອອນລາຍທົ່ວໄປແລະບາງເອກະ ສານທາງການ ເຊິ່ງອາດເກີດຈາກ ຫລາຍປັດໄຈ. ສະນັ້ນ, ບົດນີ້ ຈຶ່ງນໍາ ມາທົບທວນ ນໍາກັນບາງຄໍາສັບ ມີ ລັກສະນະສົມທຽບຄືດັ່ງລຸ່ມນີ້ : ຄໍາສັບທີ່ມີຕົວແກນເປັນອັກສອນ ສູງ ແລະ ອັກສອນຕໍ່າ ຫລຸກ : ອຸກຂະຫລຸກ ລຸກ : ລຸກຂຶ້ນ, ປຸກລຸກ, ຫລຸດ : ຫລຸດພົ້ນ, ຫລຸດລົງ ລຸດ : ໄຫລລຸດໆ, ລຸດໆລ້າຍໆ ຫລຸບ : ຫລຸບລົງ, ຫລຸບທຶນ *ໃນຍຸກສະໄໝເຕັກໂນໂລຊີຂໍ້ມູນ ຂ່າວສານ ໂທລະຄົມມະນາຄົມ ທັນ ສະໄໝ ເຊິ່ງພວກເຮົາພາກັນໃຊ້ຄໍາ ວ່າ ອັດສະລິຍະ ອັນເປັນນະວັດຕະ ກໍາທີ່ລໍ້າສະໄໝ ນັບແຕ່ສັງຄົມມະ ນຸດໄດ້ວິວັດມາ, ດຽວນີ້ເປັນການ ປະຕິວັດອຸດສາຫະກໍາຍຸກ4.0 , ໂລກ ບໍ່ຢຸດຈຶ້ງຂຶງກ້າມບ່ອນເກົ່າ ແຕ່ໄດ້ ມີການພັດທະນາກ້າວໜ້າໄປຊັກໄຊ້. ຜູ້ໃດມີເຄື່ອງມືນີ້ໄດ້ ແລະ ຄົນໄດ້ ຮັບການພັດທະນາຢ່າງທັນການ ຖືວ່າບໍ່ຕົກໃນທ່າເສຍປຽບ. ມາພ້ອມ ກັບບັນດາປະໂຫຍດຫລວງຫລາຍ ບົນເຄືອຂ່າຍອິນເຕີເນັດ, ກໍ່ບໍ່ອາດປາ ສະຈາກສິ່ງຫຍໍ້ທໍ້ ອັນເກີດຈາກຜູ້ ສວຍໂອກາດ ຫວັງຜົນປະໂຫຍດ ຕ່າງໆກັນໄປ ເຊິ່ງມັນຮຽກຮ້ອງໃຫ້ ເຮົາມີສະຕິໃນການຊົມໃຊ້ໝາກຜົນ ແຫ່ງຄວາມກ້າວໜ້າໃນຍຸກ 4.0 ຢ່າງຈິງຈັງ. ບັນຫາສະພາບແວດລ້ອມ ແລະ ໄພພິບັດທາງທໍາມະຊາດທັງພະຍາດ ລະບາດ, ນໍ້າຖ້ວມ, ດິນເຈື່ອນ, ແຫ້ງ ແລ້ງ, ແມງໄມ້ທໍາລາຍພືດຜັກ... ພວມເປັນໜຶ່ງໃນສິ່ງທ້າທາຍຕໍ່ການ ພັດທະນາ ຢູ່ໃນທົ່ວໂລກ, ບໍ່ຍົກເວັ້ນ ປະເທດທຸກ-ຮັ່ງ...ຕົ້ນເດືອນກັນຍາ ນີ້, ພາຍຸຢາກິ ເຮັດໃຫ້ຫລາຍປະເທດ ພາກພື້ນພວກເຮົາຖືກກະທົບແຮງ. ປະເທດລາວເຮົາ ເຖິງວ່າຢູ່ປາຍພາຍຸ ເມື່ອເບິ່ງໃສ່ບັນດາປະເທດທິດຕາ ເວັນອອກ, ແຕ່ຜົນເສຍຫາຍຈາກ ໄພນໍ້າຖ້ວມ ນໍ້າຊຸ ດິນເຈື່ອນ ແມ່ນ ໜັກໜ່ວງ, ໃນສະພາບເງື່ອນໄຂ ຂອງພວກເຮົາຍັງມີຄວາມຈໍາກັດ ຫລາຍດ້ານໃນການແກ້ໄຂ. ບັນຫາ ນີ້ບໍ່ມີແຕ່ປະເທດເຮົາ, ໃນສະພາບ ຫຍຸ້ງຍາກພວກເຮົາໄດ້ເຫັນຄວາມ ເອົາໃຈໃສ່ຢ່າງເລິກເຊິ່ງເຖິງຖອງ ຂອງການນໍາພັກ-ລັດແຕ່ລະຂັ້ນ ແລະ ປວງຊົນລາວທົ່ວປະເທດ ກໍ່ຄື ຄົນເຊື້ອຊາດລາວທີ່ອາໄສຢູ່ບັນດາ ປະເທດລວມທັງເພື່ອນມິດສາກົນໃນ ການແກ້ໄຂບັນຫາ ບັນເທົາຄວາມ ຫຍຸ້ງຍາກ. ເຖິງຢ່າງໃດກໍ່ຕາມ, ໃນສະພາບ ຫຍຸ້ງຍາກ, ປວງຊົນລາວມີຄວາມ ສາມັກຄີອ້ອມຂ້າງພັກ-ລັດ ຮ່ວມກັນ ແກ້ໄຂບັນຫາ, ແຕ່ພວກຄົນບໍ່ຫວັງ ດີທີ່ມັກອ້າງຕົນວ່າຫວັງດີຕໍ່ຊາດທີ່ ເປັນໄມ້ມືໃຫ້ສັດຕູ ຊໍ້າພັດສ້າງຂໍ້ມູນ ຂ່າວສານທີ່ບິດເບືອນ ຫວັງທໍາລາຍ ຄວາມສາມັກຄີພາຍໃນ, ບາງຂໍ້ມູນ ຂ່າວສານ ມີການຕື່ມແຕ່ງ ຫວັງທໍາ ລາຍພາບພົດຂອງປະເທດຊາດ, ການນໍາແລະຄົນລາວທີ່ຮັກຊາດອັນ ແທ້ຈິງ. ໃນໂລກອອນລາຍ ມີຫລາຍ ສິ່ງຢ່າງ, ສະນັ້ນ ບັນຫາທີ່ຖືກຕັ້ງຂຶ້ນ ເພື່ອຢາກແລກປ່ຽນນໍາຜູ້ອ່ານກໍ່ ແມ່ນ ພວກເຮົາສືບຕໍ່ສາມັກຄີກັນໃຫ້ ເປັນປຶກແຜ່ນຢູ່ອ້ອມຂ້າງພັກເພື່ອ ປົກປັກຮັກ ແລະ ສ້າງສາພັດທະ ນາປະເທດຊາດ ຕາມທິດສັງຄົມນິ ຍົມໃຫ້ບັນລຸຜົນເປັນກ້າວໆໄປ. ຮຽກ ຮ້ອງໃຫ້ບໍລິໂພກຂໍ້ມູນຂ່າວສານ ຢ່າງມີສະຕິ, ໃຫ້ກໍາລັງໃຈເຊິ່ງກັນ ແລະກັນ, ໂດຍສະເພາະໃນຍາມຫຍຸ້ງ ຍາກຄືແນວນີ້ບໍ່ມີຈັກເທື່ອດອກພວກ ຄົນບໍ່ດີ ຈະມາຊ່ວຍພໍ່ແມ່ປະຊາຊົນ ເຮົາ, ພວກເຂົາມີແຕ່ຊໍ້າຕື່ມ, ຫຍໍ້ຫຍັນ ໝື່ນອັນພັນແນວ ເພື່ອຫວັງສ້າງ ຄວາມແຕກແຍກພາຍໃນພວກເຮົາ. ສະຫລຸບແລ້ວແມ່ນຍາກແລກ ປ່ຽນວ່າໃນສະພາບໃດກໍ່ກໍ່ຕາມການ ມີສະຕິຂອງຄົນດີ ຕໍ່ການຮັບຂໍ້ມູນ ຂ່າວສານໃນໂລກອອນລາຍແມ່ນ ສໍາຄັນຫລາຍ, ທັງບໍ່ຄວນສ້າງອັນ ທີ່ບໍ່ເປັນປະໂຫຍດ ເພື່ອປັ່ນປ່ວນສັງ ຄົມ. ລະບຽບກົດໝາຍປະເທດໃດ ກໍ່ມີ ເພື່ອດັດປັບສາຍພົວພັນສັງຄົມ, ສະຕິແຫ່ງການນັບຖືກົດໝາຍຄວນ ມາກ່ອນ, ເມື່ອມີການກະທໍາທີ່ລະ ເມີດກໍ່ຖືກປະຕິບັດຢ່າງຈິງຈັງສະເໝີ ພາບ, ຄອບຄົວເຕືອນກັນ- ສັງຄົມ ເຕືອນກັນ ການຮັບເອົາ, ເຜີຍແຜ່ຂໍ້ ມູນຂ່າວສານຜ່ານລະບົບອິນເຕີເນັດ ຢູ່ພາຍໃນກົດໝາຍ, ບໍ່ເປັນການສ້າງ ຄວາມວຸ້ນວາຍປັ່ນປ່ວນ, ເຈົ້າໜ້າ ທີ່ຄຸ້ມຄອງກວດກາ ເຫັນການລະ ເມີດ ບັນຫານ້ອຍກໍ່ບໍ່ຄວນຖືເບົາ. ລຸບ : ມະລຸບປຸບປັບ ຫລູດ : ຫລູດມື ລູດ : ຊູດລູດ ຫລູບ : ຫລູບໃສ່, ຫູຫລູບ ລູບ : ລູບຄໍາ ຫລືບ : ຫລືບໄມ້ ລືບ : ລືບໜັງ, ລືບຕອກ ເຫລັກ : ເຫລັກກ້າ, ເຫລັກໄນ ເລັກ : ເລັກນ້ອຍ, ເຫລດ : ສະເຫລດ ເລດ : ເຄດເລດ, ເລດໄນ ແຫລະ : ນັ້ນແຫລະ ແລະ : ອັນນີ້ ແລະ ອັນນັ້ນ ແຫລັກ : ອາແຫລັກ ແລັກ : ລັອກແລັກ ແຫລັດ : ກະແຫລັດ ແລັດ : ແດງແປັດແລັດ ແຫລກ : ຫຍໍ້າແຫລກ, ແຫລກ ແຫລວ ແລກ : ແລກປ່ຽນ ແຫລດ : ແດງແຈດແລດ ແລດ : ແລດໃສ່ ແຫລບ : ແຫລບໃບພູ, ແຫລບ ເງິນ ແລບ : ເສັ້ນແລບ, ແລບລີ້ນ ໂຫລະ : ຕະໂຫລະ (ຊີ້ນໝັກ) ໂລະ : ໂລະປ່າ ຫລົກ : ຫລົກຫຍ້າ, ຕະຫລົກ ລົກ : ລົກໄກ່ ຫລົດ : ປາຫລົດ, ສະຫລົດໃຈ ລົດ : ລົດຂີ່, ແຂນລົດ ຫລົບ : ຫລົບຫລີກ ລົບ : ລົບລ້າງ, ເລກລົບ ໂຫລບ : ເຂົ້າໂຫລບ(ເຂົ້າ ຫລອບ) ລົບ : ໂລບມາກ ຫລອກ : ຫລອກລວງ ລອກ : ລອກໜັງ, ປອກລອກ ຫລອດ : ໝາກຫລອດ, ຫລອດ ຢາ ລອດ : ລອດປ່ອງ, ໜີລອດ ດັ່ງນັ້ນ ຈຶ່ງນໍາມາເພື່ອສຶກສາ ຮ່ວມກັນຄືດັ່ງນີ້ແລ, ພໍ້ກັນໃໝ່ໃນ ບົດຕໍ່ໄປ. ປີ 2024 ນີ້, ເປັນປີທີ່ບັນດາປະເທດ ທົ່ວໂລກ ປະສົບໄພທໍາມະຊາດຮ້າຍ ແຮງ ໂດຍສະເພາະໃນລະດູຝົນນີ້, ທີ່ ສປປ ລາວ ພວມປະສົບໄພນໍ້າ ຖ້ວມໜັກ ຊຶ່ງສົ່ງຜົນກະທົບໂດຍ ກົງຕໍ່ຊີວິດ, ຊັບສິນຂອງປະຊາຊົນ, ສ້າງຄວາມເສຍຫາຍຕໍ່ໂຄງລ່າງ ພື້ນຖານທາງດ້ານເສດຖະກິດ-ສັງ ຄົມ ແລະ ສິ່ງແວດລ້ອມຢູ່ບັນດາ ແຂວງຕ່າງໆໃນທົ່ວປະເທດ ລວມ ທັງນະຄອນຫລວງວຽງຈັນ. ສິ່ງ ສຳຄັນໃນການປ້ອງກັນແມ່ນຕ້ອງ ຕິດຕາມສະພາບດິນຟ້າອາກາດ ເພື່ອ ຮັບມືກັບໄພພິບັດທີ່ອາດຈະເກີດ ດັ່ງ ທີ່ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນໄດ້ໃຫ້ທິດຊີ້ນຳໃນການ ປ້ອງກັນ ແລະ ແກ້ໄຂໄພພິບັດທາງ ທຳມະຊາດເມື່ອບໍ່ດົນນີ້ວ່າ: ໃຫ້ຄະນະ ນຳທຸກຂັ້ນຕ້ອງກໍານົດແຜນລະອຽດ ເພື່ອກະກຽມຄວາມພ້ອມການຊ່ວຍ ເຫລືອທາງດ້ານກໍາລັງ, ເຄື່ອງອຸປະ ກອນຊ່ວຍເຫລືອ ແລະ ເຄື່ອງຊ່ວຍ ເຫລືອອຸປະໂພກ, ບໍລິໂພກຕ່າງໆ. ສຳລັບການແກ້ໄຂໄພພິບັດຕ້ອງ ເຝົ້າຕິດຕາມລະວັງ ໂດຍມີການຈັດ ຕັ້ງບັນຊາ, ແບ່ງຄວາມຮັບຜິດຊອບ ລະອຽດຈະແຈ້ງ, ລົງເລິກຊີ້ນໍາໃຫ້ ແທດຕົວຈິງ, ມີລະບົບການປະສານ ງານທີ່ສະດວກ, ວ່ອງໄວ, ມີແຜນ ການແກ້ໄຂທີ່ດີ, ມີການຕິດຕາມກວດກາ ຢ່າງເປັນປົກກະຕິ, ເມື່ອ ພົບບັນຫາຍຸ້ງຍາກ ໃຫ້ມີການປຶກສາ ຫາລືກັນ ຫລື ຂໍທິດຊີ້ນຳຈາກຂັ້ນ ເທິງຢ່າງທັນການ, ເດັດຂາດບໍ່ໃຫ້ ຊັກຊ້າແກ່ຍາວ; ເອົາໃຈໃສ່ໂຄສະນາ ປະຊາສຳພັນ ແຈ້ງເຕືອນໃຫ້ພໍ່ແມ່ ປະຊາຊົນ ຈົ່ງມີສະຕິລະມັດລະວັງ, ຕິດຕາມຂ່າວສານຢ່າງທົ່ວເຖິງ ກ່ຽວກັບການປ່ຽນແປງຂອງສະ ພາບອາກາດ ຜ່ານທາງສື່ອອນລາຍ ແລະ ເຝົ້າລະວັງລະດັບນ້ຳຢ່າງໃກ້ ຊິດ ເປັນແຕ່ລະໄລຍະ, ການໂຄສະ ນາເຜີຍແຜ່ກະຈາຍຂ່າວຢ່າງກວ້າງ ຂວາງ ໂດຍສະເພາະການສະ ໜັບ ສະໜູນປະກອບສ່ວນ ຂອງທຸກ ພາກສ່ວນໃນສັງຄົມ ລວມທັງການ ລົງຕິດຕາມບັນຊາແກ້ໄຂບັນຫາ ຢູ່ພື້ນທີ່ຕົວຈິງ ຂອງການນໍາທຸກ ຂັ້ນ ເພື່ອອອກຂ່າວໃຫ້ຖືກຕ້ອງກັບ ຄວາມຈິງ ທັງເປັນການຕ້ານຫາງ ສຽງບໍ່ດີ ທີ່ເປັນການໃສ່ຮ້າຍປ້າຍສີ, ການໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງ ກໍຄືການ ສ້າງຄວາມປັ່ນປ່ວນຕ່າງໆ; ການ ບໍລິຫານຈັດການນໍ້າຂອງເຂື່ອນ ຕ່າງໆ ຕ້ອງຮັບປະກັນຄວາມປອດ ໄພ ແລະ ລະບາຍນໍ້າອອກ ຕ້ອງມີ ການປະສານງານກັນຄັກແນ່; ເອົາ ໃຈໃສ່ຕໍ່ວຽກງານການປ້ອງກັນ ຄວາມສະຫງົບ, ປົກປັກຮັກສາວັດ ຖຸສິ່ງຂອງປະຊາຊົນໃຫ້ດີ, ບໍ່ໃຫ້ ມີການສວຍໂອກາດ ໂດຍສະເພາະ ບັນຫາຂີ້ລັກ ແລະ ການຂຶ້ນລາຄາ ສິນຄ້າ ທີ່ອາດເກີດຂຶ້ນ; ມອບໃຫ້ ຄະນະກໍາມະການຄະນະຄຸ້ມຄອງໄພ ພິບັດຂັ້ນສູນກາງ ຕິດຕາມ, ກວດ ກາ, ເກັບກໍາສັງລວມບັນດາຂໍ້ມູນຜູ້ ທີ່ໄດ້ຮັບຜົນກະທົບທັງໝົດ ໂດຍສະ ເພາະແຜນຄວາມຕ້ອງການຕົວຈິງ ຕ່າງໆໃນສະເພາະໜ້າ ແລະ ຍາວ ນານ ສິ່ງສໍາຄັນ ແມ່ນຫລີກລ່ຽງ ການຂຶ້ນແຜນທີ່ຊໍ້າຊ້ອນ ເພື່ອເປັນ ການສວຍໂອກາດ. ເຖິງຢ່າງໃດກໍ່ຕາມ, ໃນສະພາບ ຫຍຸ້ງຍາກ, ປວງຊົນລາວຕ້ອງມີ ຄວາມສາມັກຄີ ຮ່ວມກັນແກ້ໄຂ ບັນຫາ, ເພື່ອປົກປັກຮັກ ແລະ ສ້າງ ສາພັດທະນາປະເທດຊາດ ຕາມ ທິດສັງຄົມນິຍົມ ໃຫ້ບັນລຸຜົນເປັນ ກ້າວໆ ເຊື່ອໝັ້ນວ່າດ້ວຍພະລັງແຫ່ງ ຄວາມສາມັກຄີພວກເຮົາຈະພ້ອມ ກັນຜ່ານຜ່າຄວາມຫຍຸ້ງຍາກໄປໄດ້ ຢ່າງມີໄຊ.

RkJQdWJsaXNoZXIy MTc3MTYxMQ==