5963

0= h 8q d]q '0v'l6 odk'ra ddv,,6 oy f9u o dj P;da [dko]q 'g]y d dkoxt8y I6 [1j k'Iv[fh ko grnj v-5 dp6h 7;k,ma oltw\c[[9u o xtgmf]k; 4 3]d c]t gsfdko ຕໍ່າ‹¤—Å —‹່ອນ 18/09/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 60. ກໍາແໜ້ນການຈັດຕັ້ງປະຕິບັດ ການປະຕິຮູບໃຫ້ດີດ້ວຍຈິດໃຈຕອກ ຕະປູ. ສໍາລັບແຜນນະໂຍບາຍທີ່ສຳຄັນ ຂອງສູນກາງພັກ ກ່ຽວກັບການລົງເລິກ ການປະຕິຮູບຢ່າງຮອບດ້ານຕື່ມອີກ ນັ້ນ, ທົ່ວພັກຕ້ອງຈັດຕັ້ງປະຕິບັດດ້ວຍ ທ່າທີເຮັດແທ້ທໍາຈິງກ້າເຮັດ ແລະ ຊໍາ ນານໃນການປະຕິບັດ, ຍຶດໝັ້ນການປະ ສານສົມທົບກັນລະຫວ່າງຂັ້ນເທິງ ແລະ ຂັ້ນລຸ່ມພ້ອມທັງມີການເຊື່ອມໂຍງເຊື່ອມ ຈອດກັນ ລະຫວ່າງສາຍຕັ້ງ ແລະ ສາຍ ຂວາງ, ວາງແຜນເປົ້າໝາຍຕາຕະລາງ ເວລາ ແລະ ຈັດລຽງລໍາດັບຂອງການ ປະຕິຮູບຕາມຫລັກວິທະຍາສາດ, ກໍານົດ ໜ່ວຍງານ ແລະໜ້າທີ່ຮັບຜິດຊອບທີ່ຈັດ ຕັ້ງປະຕິບັດການປະຕິຮູບດ້ານຕ່າງໆ, ຈັດເອົາສະພາບການຈັດຕັ້ງປະຕິບັດ ການປະຕິຮູບທີ່ສໍາຄັນເຂົ້າໃນ ເນື້ອໃນ ຕິດຕາມກວດກາແລະລາດຕະເວນກວດ ກາ, ກວດກາຜົນການປະຕິຮູບດ້ວຍຜົນ ງານຕົວຈິງປະສິດທິຜົນຕົວຈິງແລະລະ ດັບຄວາມເພິ່ງພໍໃຈຂອງປະຊາຊົນ. ຄວາມທັນສະໄໝແບບຈີນ ແມ່ນ ຄວາມທັນສະໄໝທີ່ເດີນຕາມເສັ້ນ ທາງພັດທະນາໂດຍສັນຕິ. ວຽກງານ ຕໍ່ຕ່າງປະເທດ ຕ້ອງຍຶດໝັ້ນປະຕິບັດນະ ໂຍບາຍການຕ່າງປະເທດສັນຕິພາບ ເອກະລາດ ແລະ ເປັນເຈົ້າຕົນເອງຢ່າງ ເດັດດ່ຽວໜຽວແໜ້ນ, ຊຸກຍູ້ການສ້າງ ປະຊາຄົມຮ່ວມຊາຕາກໍາຂອງມວນ ມະ ນຸດ, ປະຕິບັດຕາມຄ່ານິຍົມຮ່ວມຂອງ ມວນມະນຸດ, ຈັດຕັ້ງປະຕິບັດຂໍ້ລິເລີ່ມ ການພັດທະນາທົ່ວໂລກ ຂໍ້ລິເລີ່ມຄວາມ ໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລີ່ມອະລິຍະ ທໍາທົ່ວໂລກ, ລິເລີ່ມສົ່ງເສີມການຫັນ ເປັນຫລາຍຂົ້ວຂອງໂລກທີ່ມີຄວາມສະ ເໝີພາບ ແລະ ເປັນລະບຽບ ກໍຄືເສດຖະ ກິດໂລກາພິວັດທີ່ໃຫ້ຜົນປະໂຫຍດຢ່າງ ທົ່ວເຖິງ ແລະ ກວມລວມ, ລົງເລິກປະຕິ ຮູບກົນໄກເຮັດວຽກການ ຕ່າງປະເທດ, ເຂົ້າຮ່ວມໃນການນໍາພາການປະຕິຮູບ ແລະ ສ້າງລະບົບຄຸ້ມຄອງໂລກ, ເດັດ ດ່ຽວປົກປັກຮັກສາອະທິປະໄຕ ຄວາມ ໝັ້ນຄົງແລະຜົນປະໂຫຍດດ້ານການພັດ ທະນາຂອງຊາດ, ສ້າງສະພາບແວດ ລ້ອມ ພາຍນອກທີ່ດີໃຫ້ແກ່ການລົງເລິກ ການປະຕິຮູບຢ່າງຮອບດ້ານຕື່ມອີກ ເພື່ອຊຸກຍູ້ຄວາມທັນສະໄໝ ແບບຈີນ. ທົ່ວພັກ ທົ່ວກອງທັບ ແລະ ທົ່ວປວງ ຊົນຈີນທັງຊາດ ຕ້ອງສາມັກຄີກັນຢ່າງ ແໜ້ນແຟ້ນກວ່າ ເກົ່າຢູ່ອ້ອມຂ້າງສູນ ກາງພັກທີ່ມີສະຫາຍ ສີຈິ້ນຜິງ ເປັນແກນ ກາງ, ເຊີດຊູຄັນທຸງການ ປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ເຕົ້າໂຮມແນວ ຄິດ ແລະ ກໍາລັງແຮງ, ບຸກບືນສູ້ຊົນ, ສຸມ ຄວາມພະຍາຍາມ ເພື່ອສ້າງສາປະເທດ ສັງຄົມນິຍົມທັນສະໄໝເຂັ້ມແຂງໃຫ້ສໍາ ເລັດຜົນຢ່າງຮອບດ້ານ ບັນລຸເປົ້າໝາຍ ສູ້ຊົນຄົບຮອບ 100 ປີເຫດການທີ 2 ກໍຄືຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງ ເຮືອງອັນຍິ່ງໃຫຍ່ຂອງ ປະຊາຊາດຈີນ ຢ່າງຮອບດ້ານດ້ວຍຄວາມທັນສະໄໝ ແບບຈີນ. 3I'IPo;a fmtotme-q ogzqj kdv'ma [ wfh Ia [g7nj v'fq o8u Ê — ສະເພາະ ຢູ່ນະຄອນຫລວງວຽງຈັນ, ຊາວພຸດທະສາສະນິກະຊົນ ກໍໄດ້ຮ່ວມ ກັນໃສ່ບາດ-ຢາດນ້ຳຖວາຍສັງຂະທານ ແລະ ນຳເອົາກວຍສະຫລາກ ທີ່ເຮັດ ດ້ວຍໄມ້ໄຜ່ ທີ່ປະກອບດ້ວຍເຂົ້າ, ປາ, ຊາວພຸດ ໃສ່ບາດ... ອາຫານ, ເຄື່ອງປຸງປະເພດຕ່າງໆ, ຄຳ ໝາກ-ກອກຢາ,ໝາກໄມ້,ດອກໄມ້,ທູບ- ທຽນ ແລະ ເຄື່ອງໄຊຍະທານຕ່າງໆ (ຕາມທີ່ສັດທາຫາມາໄດ້) ໄປຖວາຍ ໃຫ້ແກ່ພະສົງ-ສາມະເນນ ຢູ່ຕາມວັດ ວາອາຮາມຕ່າງໆ ເພື່ອອຸທິດສ່ວນບຸນກຸ ສົນ ໄປຫາພໍ່ແມ່, ພີ່ນ້ອງ, ປູ່ຍ່າຕາຍາຍ ທີ່ລ່ວງລັບໄປແລ້ວ ເພື່ອເປັນບຸນກຸສົນ. ບຸນຫໍ່ເຂົ້າສະຫລາກ, ເປັນບຸນໜຶ່ງໃນ ຮີດ 12 ຄອງ 14 ປະເພນີຂອງລາວເຮົາ ທີ່ເຄີຍປະພຶດຈັດຕັ້ງປະຕິບັດ ແລະ ສືບ ທອດກັນມາແຕ່ບູຮານນະການໃນທຸກໆ ປີຈົນເຖິງປັດຈຸບັນ, ເປັນປະເພນີທີ່ເຊື່ອ ວ່າໄດ້ເກີດຂຶ້ນໃນສະໄໝເຈົ້າສຸລິຍະວົງ ສາ ມີປະຫວັດຄວາມເປັນມາແຕ່ສະໄໝ ພຸດທະການ. ຂ່າວ-ພາບ: ທະນູທອງ ແດງຄວາມຊົມເຊີຍ ໃນການຈັດເວທີ ປຶກສາຫາລືການເປັນຜູ້ນໍາແລະຄູ່ຮ່ວມ ມືອາຊຽນ ປະຈໍາປີ 2024 ພາຍໃຕ້ ຫົວຂໍ້ hເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ: ທິດທາງໃນຕໍ່ໜ້າ ຢູ່ ສປປ ລາວi ໃນຄັ້ງນີ້ ຊຶ່ງເປັນການສະ ໜັບສະໜູນການເປັນປະທານ ອາຊຽນ ຂອງສປປລາວໃນປີ2024ພາຍໃຕ້ຄໍາ ຂວັນ hເພີ່ມທະວີການເຊື່ອມຈອດ ແລະ ເວທີປຶກສາຫາລື... ຄວາມເຂັ້ມແຂງອາຊຽນi. ພ້ອມນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຕີ ລາຄາສູງຕໍ່ການປະກອບສ່ວນຂອງສະ ຖາບັນຍຸດທະສາດອາຊີ-ປາຊີຟິກ ທີ່ໄດ້ ສົ່ງເສີມການຮ່ວມມືດ້ານເສດຖະກິດ ຂອງອາຊຽນໃນຂະແໜງການຕ່າງໆ ເຊັ່ນ: ການຮັດແໜ້ນການເຊື່ອມໂຍງເຊື່ອມຈອດ, ການອຳນວຍຄວາມສະ ດວກທາງການຄ້າ-ການລົງທຶນ, ການ ຫັນເປັນດີຈິຕອນ ແລະ ການພັດທະນາ ແບບຍືນຍົງ ລວມທັງການຮ່ວມມືລະ ຫວ່າງອາຊຽນ ກັບປະເທດຄູ່ເຈລະຈາ ອາຊຽນ ທັງພາກລັດ ແລະ ພາກທຸລະ ກິດ ແນໃສ່ເພື່ອເພີ່ມທະວີການຮ່ວມມື ທາງດ້ານການຄ້າແລະການລົງທຶນກໍຄື ສົ່ງເສີມການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງດ້ານເສດຖະກິດໃນອາຊຽນ ແລະ ລະຫວ່າງອາຊຽນກັບພາຍນອກ. ຜົນສຳເລັດ ຂອງການຈັດກອງປະ ຊຸມປຶກສາຫາລືໃນຄັ້ງນີ້, ເປັນການປະ ກອບສ່ວນຮັບປະກັນຜົນສຳເລັດຂອງ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024. ຕໍ່າ‹ໜ້າ ຕໍ່າ‹ໜ້າ ຂປລ. ທ້າຍອາທິດຜ່ານມາ, ໂຮງ ຮຽນວິທະຍາໄລສິລະປະສຶກສາ ໄດ້ ມອບເຄື່ອງດົນຕີພື້ນເມືອງຈຳນວນ 5 ຊຸດ ໃຫ້ໜ່ວຍສິລະປະ-ວັນນະຄະດີສະ ໝັກຫລິ້ນ ໂຮງຮຽນວັດທະນະທຳຊົນ ເຜົ່າກອງທັບ ລວມມູນຄ່າ 7,8 ລ້ານ ກີບ, ມອບໂດຍ ທ່ານ ຈີ້ເຮີ ໄຟບີ ອາ ຈານສອນດົນຕີພື້ນເມືອງ ໂຮງຮຽນ ວິທະຍາໄລສິລະປະສຶກສາ, ຕ່າງໜ້າ ຮັບໂດຍ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງ ຮຽນວັດທະນະທຳຊົນເຜົ່າກອງທັບ ພ້ອມດ້ວຍຄະນະ ເຂົ້າຮ່ວມ. ໂອກາດນີ້, ທ່ານພັນເອກສະແຫວງ ແດນນາມົນ ໄດ້ສະແດງຂອບໃຈມາຍັງ ໂຮງຮຽນວິທະຍາໄລສິລະປະສຶກສາ ທີ່ເຫັນໄດ້ເຖິງຄວາມສຳຄັນທາງດ້ານ ສິລະປະ-ວັນນະຄະດີ ຂອງນ້ອງນັກ ຮຽນ ແລະ ໄດ້ປະກອບສ່ວນເຄື່ອງດົນ ຕີພື້ນເມືອງໃນຄັ້ງນີ້ ເພື່ອນຳໃຊ້ເຂົ້າ ໃນວຽກງານສິລະປະ-ວັນນະຄະດີ ໃຫ້ ນ້ອງນັກຮຽນໄດ້ສຶກສາຮຽນຮູ້ແລະນຳ ໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ. ພ້ອມ ນີ້, ທ່ານພັນເອກ ສະແຫວງ ແດນນາມົນ ຍັງລາຍງານໃຫ້ຮູ້ອີກວ່າ: ໂຮງຮຽນ ວັດທະນະທໍາຊົນເຜົ່າກອງທັບ ເປັນ ໂຮງຮຽນທີ່ຕັ້ງຂຶ້ນໃໝ່ຍັງຂາດສິ່ງເອື້ອ ອໍານວຍຄວາມສະດວກຫລາຍດ້ານ ເປັນຕົ້ນ ວັດຖຸອຸປະກອນຮັບໃຊ້ຫ້ອງ ການ, ອຸປະກອນການຮຽນ-ການສອນ, ລະບົບຫໍພັກ, ຕຽງນອນ, ບ່ອນຢູ່- ບ່ອນ ນອນ, ນໍ້າໃຊ້-ນໍ້າອາບຍັງບໍ່ພຽງພໍກັບ ຄວາມຕ້ອງການຂອງນ້ອງນ້ອຍ-ນັກ ຮຽນ. ພ້ອມນີ້ ຍັງຮຽກຮ້ອງໃຫ້ພາກ ສ່ວນທີ່ມີຄວາມສາມາດຊ່ວຍກັນອຸປະ ຖຳ ບັນດາອຸປະກອນຮັບໃຊ້ເຂົ້າໃນ ວຽກງານການຮຽນ-ການສອນ ແລະ ອື່ນໆ ເພື່ອປະກອບສ່ວນເຂົ້າ ໃນວຽກ ງານຕົວຈິງຂອງໂຮງຮຽນວັດທະນະ ທຳຊົນເຜົ່າກອງທັບ ຕື່ມອີກ. ຂ່າວ: ໂອລິນ ມິ່ງມີໄຊ lkmk]totl5 d g]aj 'lt|v'oEltvkf .sh xt-k-q o muj xtlq [wroE4h ;, ຂປລ. ປັດຈຸບັນ, ພະເເນກສາທາ ລະນະສຸກເເຂວງຫລວງນໍ້າທາ ກໍາລັງ ຮີບຮ້ອນຜະລິດນໍ້າສະອາດ ເພື່ອຮັບປະ ກັນໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໄພນໍ້າຖ້ວມ ຢູ່ເມືອງຫລວງນໍ້າທາ ໄດ້ຊົມໃຊ້ນໍ້າສະອາດ, ປ້ອງກັນການ ຕິດເຊື້ອປະພາດຕ່າງໆ ໂດຍສະເພາະ ພະຍາດຖອກທ້ອງ, ອັກເສບຜິວໜັງ ເເລະ ອື່ນໆ ພາຍຫລັງສະພາບນໍ້າຖ້ວມ ໄດ້ບົກເເຫ້ງລົງ. ທ່ານ ດຣ ຕຽງສະໝອນ ພອນ ປະເສີດ ຫົວໜ້າພະເເນກສາທາລະນະ ສຸກ ແຂວງຫລວງນໍ້າທາ ໃຫ້ສໍາພາດ ຕໍ່ສື່ມວນຊົນ ເມື່ອບໍ່ດົນນີ້ວ່າ: ພະແນກ ສາທາລະນະສຸກ ແຂວງຫລວງນໍ້າທາ ໄດ້ກໍານົດຈຸດການຜະລິດນໍ້າສະອາດ ເພື່ອໃຫ້ປະຊາຊົນທີ່ໄດ້ຮັບຜົນກະ ທົບໄດ້ຊົມໃຊ້ 2 ຈຸດຄື: ຈຸດສົ້ນຂົວບ້ານ ດອນສໍາພັນ ແລະ ຈຸດບ້ານທ່າອໍ້ ໂດຍ ໄດ້ຮັບການຊ່ວຍເຫລືອຈາກບັນດາ ແຂວງໃກ້ຄຽງ ໂດຍສະເພາະແຂວງ ບໍ່ແກ້ວ, ແຂວງອຸດົມໄຊ ແລະ ແຂວງ ໄຊຍະບູລີ ລວມເຖິງອົງການກາແດງ ປະຈໍາແຂວງ, ມີຈຸດບໍລິການຄົງທີ່ ແລະ ເຄື່ອນທີ່ໃຫ້ບໍລິການໃນແຕ່ລະວັນ ເພື່ອນໍາເອົານໍ້າສະອາດໄປແຈກຢາຍ ໃຫ້ປະຊາຊົນ ເຊິ່ງບາງເຂດກໍສາມາດ ເຂົ້າເຖິງໄດ້ ແລະ ບາງເຂດກໍບໍ່ສາມາດ ເຂົ້າເຖິງ ເນື່ອງຈາກພື້ນຖານໂຄງລ່າງ ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ ສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງ ປະຊາຊົນ, ໄຟຟ້າ, ນໍ້າປະປາເເມ່ນຖືກ ຕັດຂາດບໍ່ສາມາດຜະລິດນໍ້າໄດ້ ແຕ່ ໂດຍລວມເເລ້ວ ແມ່ນສາມາດແກ້ໄຂ ໄດ້ເປັນສ່ວນໃຫຍ່. ນອກຈາກການແຈກຢາຍນໍ້າ ສະ ອາດແລ້ວ, ພະແນກສາທາລະນະສຸກ ແຂວງ ກໍໄດ້ສືບຕໍ່ເອົາໃຈໃສ່ເບິ່ງແຍງ ສຸຂະພາບຂອງປະຊາຊົນ ທີ່ໄດ້ຮັບ ຜົນກະທົບ ໂດຍມີທີມງານແພດຄົງທີ່ ແລະ ເຄື່ອນທີ່ລົງແຈກຢາຍຢາປີ່ນປົວ ພະຍາດ, ກວດສຸຂະພາບໃຫ້ປະຊາ ຊົນຢ່າງຕໍ່ເນື່ອງ ເພື່ອໃຫ້ເຂົາເຈົ້າມີສຸ ຂະພາບແຂງແຮງຄຽງຄູ່ກັບການ ເຮັດ ສຸຂະສຶກສາ ແນະນໍາໃຫ້ປະຊາຊົນອະ ນາໄມຕາມເຮືອນຊານ ໃຫ້ມີຄວາມ ສະອາດປ້ອງກັນການລະບາດຂອງພະ ຍາດທີ່ມາກັບນໍ້າ, ພ້ອມທັງປຸກລະດົມ ຈິດໃຈເຂົາເຈົ້າ ເພື່ອບໍ່ໃຫ້ມີຜົນກະທົບ ທາງດ້ານອາລົມຈິດ, ໃຫ້ຮັບຮູ້, ເຂົ້າໃຈ ເຖິງສະພາບທີ່ເກີດຂຶ້ນ. ມາຮອດປັດ ຈຸບັນ, ຍັງບໍ່ທັນພົບເຫັນປະຊາຊົນ ເປັນພະຍາດທີ່ຮ້າຍເເຮງເທື່ອ. ຂໍ້ມູນ-ພາບ: ເດດອາລຸນ ແກ້ວວິໄລ 16 ou gm; Ij ;,da [vq 'dko0v']a f xtdv[lj ;ova o.spj s];'.sh cdj la '7q , ຂປລ.ເມື່ອພາຍຸຢາກິ(:BHJ) ສ້າງ ຄວາມເສຍຫາຍຢ່າງໜັກໜ່ວງ ໃນເຂດ ພາກເໜືອຂອງລາວ,ຢູນີເທວ(6nJUeM) ໄດ້ສະແດງຄວາມຮັບຜິດຊອບຕໍ່ສັງຄົມ ຢ່າງໄວວາ ໂດຍການຈັດຕັ້ງປະຕິບັດ ໂຄງການຊ່ວຍເຫລືອຜູ້ໄດ້ຮັບຜົນກະ ທົບ. ມາຮອດວັນທີ 16 ກັນຍາ 2024, ມູນຄ່າທັງໝົດທີ່ຢູນີເທວ ໄດ້ໃຫ້ການ ສະໜັບສະໜູນແມ່ນ ຫລາຍກວ່າ 1,4 ຕື້ກີບ. ໃນນັ້ນ, ໂອນມູນຄ່າໂທເຂົ້າໂດຍ ກົງໃຫ້ແກ່ລູກຄ້າ 67.000 ກວ່າຄົນ, 10.000 ກີບ ເບີ, ມູນຄ່າ 675 ລ້ານ ກວ່າກີບ ເພື່ອໃຫ້ລູກຄ້າສາມາດຮັກສາ ການຕິດຕໍ່ໃນຊ່ວງເວລາທີ່ຫຍຸ້ງຍາກ. ການຊ່ວຍເຫລືອດັ່ງກ່າວ, ບໍ່ພຽງແຕ່ ຊ່ວຍໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພທຳມະຊາດສືບຕໍ່ສື່ສານກັບ ຍາດພີ່ນ້ອງແລະໜ່ວຍກູ້ໄພເທົ່ານັ້ນ,ຫາກ ຍັງປະກອບສ່ວນເຂົ້າໃນການຮັບປະກັນ ການສົມທົບລະຫວ່າງ ບັນດາອົງການ ຂອງລັດຖະບານ ໃນການປະສານງານ ວຽກງານບັນເທົາທຸກຢ່າງຮີບດ່ວນ. 6nJUeM ມີບົດບາດສໍາຄັນໃນການຮັກ ສາການສື່ສານ, ຊ່ວຍໃຫ້ລັດຖະບານ ແລະ ໜ່ວຍກູ້ໄພຕອບສະໜອງຢ່າງໄວ ວາ ແລະ ທັນເວລາ ໃນຂະບວນການແກ້ ໄຂຜົນກະທົບຈາກຂອງພາຍຸ ແລະ ໄພ ນໍ້າຖ້ວມນອກຈາກການສະໜັບສະ ໜູນໂດຍກົງໃຫ້ແກ່ປະຊາຊົນແລ້ວ, 6nJUeM ຍັງໄດ້ປະກອບສ່ວນຢ່າງຕັ້ງ ໜ້າເຂົ້າໃນການຊ່ວຍເຫລືອຂອງລັດ ຖະບານ ແລະ ກອງທຶນການກຸສົນ. ບໍລິ ສັດໄດ້ປະກອບ ສ່ວນ 500 ກວ່າລ້ານ ກີບ ເຂົ້າກອງທຶນຂອງກະຊວງແຮງ ງານ ແລະ ສະຫວັດດີການສັງຄົມ ເພື່ອ ຟື້ນຟູແກ້ໄຂຜົນກະທົບຫລັງຈາກໄພນໍ້າ ຖ້ວມ. ພ້ອມກັນນັ້ນ, 6nJUeM ໄດ້ມອບ ເງິນ ຈໍານວນ 300 ລ້ານກີບ ໃຫ້ກອງ ທຶນສະຖານທູດ ຫວຽດນາມ ປະຈໍາ ລາວ, ຢືນຢັນຄວາມຜູກພັນອັນແໜ້ນ ແຟ້ນ ລະຫວ່າງ 2 ປະເທດ ແລະ ສະ ແດງໃຫ້ເຫັນບົດບາດຂອງ 6nJUeM ໃນ ຖານະວິສາຫະກິດຫລາຍຝ່າຍທີ່ຮັບ ຜິດຊອບທັງພາຍໃນ ແລະ ຕ່າງປະເທດ.

RkJQdWJsaXNoZXIy MTc3MTYxMQ==