5963

xtgmf]k; 3 18/09/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ໄໝຄຳ ຍ້ອມສິນ ບົດສະເໜີ lk,gxQ k\kpl6h -q o lh k'glf4tdy fgvdt]kf gxa og9Q o8q ogv'.ow]pt.\j xt-k-q o]k;Ij ;,cI'Ij ;,.98h kowroE4h ;, *ບັນຫາໄພພິບັດແມ່ນສາມາດ ເກີດຂຶ້ນໄດ້ທຸກເວລາ ໃນທົ່ວໂລກ ໂດຍບໍ່ສາມາດຫລີກລ່ຽງໄດ້. ສໍາລັບ ປີ 2024 ນີ້, ເປັນປີທີ່ບັນດາປະເທດ ທົ່ວໂລກ ປະສົບໄພທໍາມະຊາດຮ້າຍ ແຮງ ໂດຍສະເພາະໃນລະດູຝົນນີ້, ທີ່ ສປປ ລາວ ພວມປະສົບໄພນໍ້າ ຖ້ວມໜັກ ຊຶ່ງສົ່ງຜົນກະທົບໂດຍ ກົງຕໍ່ຊີວິດ, ຊັບສິນຂອງປະຊາຊົນ, ສ້າງຄວາມເສຍຫາຍຕໍ່ໂຄງລ່າງ ພື້ນຖານທາງດ້ານເສດຖະກິດ-ສັງ ຄົມ ແລະ ສິ່ງແວດລ້ອມຢູ່ບັນດາ ແຂວງຕ່າງໆ ໃນທົ່ວປະເທດ ລວມ ທັງນະຄອນຫລວງວຽງຈັນ. ກ່ຽວກັບໄພນໍ້າຖ້ວມຢູ່ບັນດາ ແຂວງໃນທົ່ວປະເທດເຮົາແມ່ນຍ້ອນ ອິດທິພົນຂອງພາຍຸຢາກິເຮັດໃຫ້ມີ ຝົນຕົກໜັກ ໂດຍສະເພາະຢູ່ເຂດພາກ ເໜືອຂອງລາວ, ເຮັດໃຫ້ມີປະລິມານ ນ້ຳຫລາຍໄຫລທະລຸລົງສູ່ສາຍນ້ຳ ຕ່າງໆຢູ່ແມ່ນໍ້າຂອງ ແລະ ສາຍນໍ້າ ສາຂາເພີ່ມຂຶ້ນຢ່າງຫລວງຫລາຍ ແລະ ວ່ອງໄວ ຈຶ່ງເຮັດໃຫ້ນໍ້າຖ້ວມ ໜັກຢູ່ບັນດາແຂວງພາກເໜືອ ລວມ ທັງນະຄອນຫລວງວຽງຈັນ, ແຕ່ບໍ່ ແມ່ນຍ້ອນປະເທດເພື່ອນບ້ານປ່ອຍ ນໍ້າເຂື່ອນຂະໜາດໃຫຍ່ ຈິ່ງເຮັດໃຫ້ *ກັບມາພໍ້ກັນອີກເທື່ອໜຶ່ງສຳລັບ “ຄໍລຳສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່” ເຊິ່ງ ມື້ນີ້ ຂໍຍົກເອົາສາມເປົ້າໝາຍສູ້ຊົນ ສ້າງເສດຖະກິດດັ່ງກ່າວ ມາສະເໜີ ໃຫ້ຮັບຮູ້ນຳກັນຕື່ມ ໂດຍແຕ່ນີ້ຮອດ ປີ 2026 ມັນຮຽກຮ້ອງເຖິງທຸກ ພາກສ່ວນຕ້ອງສຸມທຸກກໍາລັງແຮງ ສັງລວມ ເພື່ອຈັດຕັ້ງປະຕິບັດມະ ຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງ ພັກໄລຍະທ້າຍສະໄໝໃຫ້ປະກົດຜົນ ເປັນຈິງດ້ວຍຄຸນນະພາບແລະປະສິດ ທິຜົນຕົວຈິງ ຕາມຈິດໃຈສ້າງການ ຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ພ້ອມທັງສ້າງທ່ວງ ທ່າໃໝ່ ໃຫ້ແກ່ການຈັດຕັ້ງປະຕິບັດ ທິດທາງ, ຄາດໝາຍໃຫຍ່ຮອດປີ 2030 ທີ່ຈະຖືກກໍານົດອອກໃນມະ ຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງ ພັກກໍ່ຄືການບັນລຸຄາດໝາຍໃຫຍ່ໃນ ວິໄສທັດຮອດປີ 2030. ແນວໃດກໍ່ດີ ສາມເປົ້າໝາຍສູ້ຊົນ ນັ້ນ, ອັນໜຶ່ງ ແມ່ນສືບຕໍ່ຮັບປະກັນ ໃຫ້ປະເທດຊາດ ມີສະຖຽນລະພາບ ໂດຍ:ຢ່າຕົ່ງ ທາງດ້ານການເມືອງ ແລະ ມີຄວາມ ສະຫງົບປອດໄພທາງສັງຄົມຢ່າງ ໜັກແໜ້ນ; ການຂະຫຍາຍຕົວຂອງ ເສດຖະກິດ ມີຄວາມໝັ້ນທ່ຽງ, ໜັກ ແໜ້ນ ແລະ ມີຄວາມຍືນຍົງ, ເປັນ ປະເທດລາຍຮັບປານກາງສູງ ແລະ ບັນລຸເປົ້າໝາຍການພັດທະນາແບບ ຍືນຍົງໂດຍພື້ນຖານ; ເສດຖະກິດ ຕະຫລາດຕາມທິດສັງຄົມນິຍົມ ໄດ້ ຮັບການພັດທະນາຢ່າງເປັນລະບົບ; ບັນດາພາກສ່ວນເສດຖະກິດທີ່ເປັນ ກໍາລັງແຮງ ໃຫ້ແກ່ພື້ນຖານເສດຖະ ກິດແຫ່ງຊາດ ມີຄວາມໜັກແໜ້ນ, ມີລະບົບໂຄງລ່າງພື້ນຖານເສດຖະ ກິດທີ່ເຂັ້ມແຂງ, ສ້າງໂຄງປະກອບ ເສດຖະກິດທີ່ຖືເອົາກະສິກຳຕິດ ແໜ້ນກັບອຸດສາຫະກຳ ແລະ ການ ບໍລິການ ແລະ ພັດທະນາໄປຕາມທິດ ເສດຖະກິດພູມປັນຍາ, ຫັນເປັນອຸດ ສາຫະກຳ ແລະ ຫັນເປັນດີຈີຕອນ, ເຮັດໃຫ້ສັດສ່ວນໂຄງປະກອບດ້ານ ອຸດສາຫະກຳຂອງ GDP ເພີ່ມຂຶ້ນ ໃນແຕ່ລະປີດ້ວຍຕົວເລກທີ່ແນ່ນອນ. ອັນສອງ ສູ້ຊົນຂະຫຍາຍການ ນໍ້າຖ້ວມ ຊຶ່ງສື່ສັງຄົມອອນລາຍຈໍາ ນວນໜຶ່ງ ກໍປ່າວຂ່າວວ່າ ເປັນຍ້ອນ ປະເທດເພື່ອນບ້ານປ່ອຍນໍ້າເຂື່ອນ ຈຶ່ງສົ່ງຜົນກະທົບເຮັດໃຫ້ນໍ້າຖ້ວມ ບັນດາປະເທດເຂດລຸ່ມແມ່ນໍ້າຂອງ ຕອນໃຕ້. ນັ້ນເປັນການຂ່າວລືທີ່ບໍ່ມີ ມູນຄວາມຈິງແຕ່ຢ່າງໃດ. ເຖິງຢ່າງໃດກໍຕາມ, ໃນສະພາບ ມີຜູ້ຖືກຜົນກະທົບຈາກໄພນໍ້າຖ້ວມ ປັດຈຸບັນ, ບໍ່ຄວນຫູເບົາເຊື່ອງ່າຍ ຈາກການເປົ່າຂ່າວອະກຸສົນບໍ່ມີມູນ ຄວາມຈິງ. ຄວນເບິ່ງແຫລ່ງທີ່ມາ ຂອງຂໍ້ມູນໃຫ້ລະອຽດຖີ່ຖ້ວນຖືກ ຕ້ອງ ເຊື່ອຖືໄດ້. ສະນັ້ນ ພວກເຮົາ ທຸກຄົນຈົ່ງພ້ອມກັນ, ສາມັກຄີລະດົມ ທຸກກໍາລັງແຮງ, ກໍາລັງໃຈ, ວັດຖຸ ສິ່ງຂອງທຶນຮອນເຂົ້າຊ່ວຍຜູ້ປະສົບ ໄພນ້ຳຖ້ວມ ໃນຄັ້ງນີ້ໃຫ້ພົ້ນຈາກ ຄວາມທຸກຢ່າງໄວວາ. ຈາກເຫດການນີ້, ຄົນລາວທັງ ຊາດໄດ້ຮ່ວມໃຈກັນເຕົ້າໂຮມການ ຊ່ວຍເຫລືອຜູ້ປະສົບໄພຢ່າງຫລວງ ຫລາຍ, ສາຍທານແຫ່ງນ້ຳໃຈຂອງ ຄົນລາວໄດ້ຫລັ່ງໄຫລໄປສູ່ຜູ້ປະສົບ ໄພຢ່າງຕໍ່ເນື່ອງ ເພື່ອຊ່ວຍບັນເທົາ ຄວາມທຸກໂສກ ແລະ ຄວາມສູນເສຍ ໂດຍຜ່ານສູນຮັບການຊ່ວຍເຫລືອ ສູນກາງ ຢູ່ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ນອກຈາກ ນີ້, ການຊ່ວຍເຫລືອຂອງບັນດາ ປະເທດເພື່ອນມິດສາກົນ ກໍຫລັ່ງ ໄຫເຂົ້າມາຢ່າງຕໍ່ເນື່ອງ ເຊິ່ງມີທັງ ວັດຖຸປະກອນທີ່ຈຳເປັນໃນການກູ້ ໄພ, ການດຳລົງຊີວິດ, ການປິ່ນປົວ ສຸຂະພາບ ແລະ ອື່ນໆ. ໃນການຊ່ວຍ ເຫລືອຜູ້ປະສົບໄພເຖິງວ່າຈະມີອຸ ປະສັກຫຍຸ້ງຍາກລຳບາກທຸກພາກ ສ່ວນກໍຮ່ວມແຮງຮ່ວມໃຈກັນບຸກ ບືນຜ່ານຜ່າ, ອົດຫລັບອົດນອນ, ອົດ ຫິວ, ລຸຍນ້ຳ, ບຸກຕົມ ດ້ວຍຄວາມ ຫວັງວ່າພື້ນທີ່ເສຍຫາຍຈະກັບຄືນສູ່ ສະພາບປົກກະຕິ, ຄວາມທຸກໂສກຜູ້ ປະສົບໄພຈະເບົາບາງລົງ ແລະ ຊີວິດ ການເປັນຢູ່ດີຂຶ້ນ. ນ້ຳໃຈແຫ່ງການເສຍສະລະຄັ້ງ ນີ້ແມ່ນຫຍິ່ງໃຫຍ່ມະຫາສານ ແລະ ຫາສິ່ງໃດມາປຽບບໍ່ໄດ້ ເຊື່ອວ່າ ທຸກແຮງໃຈ, ທຸກກຳລັງໃຈຈະສືບຕໍ່ ຫລັ່ງໄຫລໄປຫາຜູ້ປະສົບຢ່າງບໍ່ຢຸດ ຢ່ອນ, ຂໍໃຫ້ນໍ້າໃຈດັ່ງກ່າວຍືນຍົງ ຕະຫລອດກາລະນານ...ຂໍສະແດງ ຄວາມຂອບໃຈຕໍ່ທຸກພາກສ່ວນທີ່ມີ ນ້ຳໃຈເສຍສະລະໃນຄັ້ງນີ້. ຈັດເກັບລາຍຮັບງົບປະມານແຫ່ງ ລັດ ໃຫ້ໄດ້ 20%ຂອງ GDP, ແຜນ ລາຍຈ່າຍ ບໍ່ເກີນການເພີ່ມຂຶ້ນຂອງ ລາຍຮັບ ຫລື ບໍ່ເກີນ 20% ຂອງ GDP ເພື່ອເຮັດໃຫ້ລາຍຮັບພາຍໃນ ກຸ້ມລາຍຈ່າຍພາຍໃນ ແລະ ມີສ່ວນ ສະສົມພຽງພໍ ເພື່ອຊຳລະໜີ້ສິນສາ ທາລະນະ, ເປັນເຈົ້າຕົນເອງທາງ ດ້ານການເງິນ, ລະບົບການເງິນເງິນຕາ ມີຄວາມທັນສະໄໝ, ມີປະ ສິດທິພາບ, ສະດວກຄ່ອງຕົວ ແລະ ເອື້ອອໍານວຍໃຫ້ແກ່ການບໍລິການ ດ້ານການເງິນ, ການລົງທຶນ ແລະ ການຜະລິດທຸລະກິດ. ຕ້ອງສູ້ຊົນເຮັດ ໃຫ້ງົບປະມານສົມດຸນ, ຫລຸດຜ່ອນ ການກູ້ຢືມເງິນຈາກຕ່າງປະເທດ, ຫັນໂຄງສ້າງໜີ້ສາທາລະນະທີ່ມີ ດອກເບ້ຍສູງ ໄປສູ່ເງິນກູ້ຕົ້ນທຶນທີ່ມີ ດອກເບ້ຍຕໍ່າ ແລະ ຕ້ອງຮັບປະກັນ ຄວາມເຊື່ອໝັ້ນໃນການຊໍາລະ ສະ ສາງໜີ້ສິນຕ່າງປະເທດ, ເຮັດໃຫ້ ດັດຊະນີ ມີຄວາມໜ້າເຊື່ອຖືດ້ານ ການເງິນດີຂຶ້ນ. ອັນທີສາມ ສູ້ຊົນແກ້ໄຂບັນຫາ ທາງດ້ານເງິນຕາ ແລະ ການຄຸ້ມ ຄອງເງິນຕາໃຫ້ເຂົ້າສູ່ລະບົບ ມີການ ຫັນປ່ຽນຈະແຈ້ງ, ຮັບປະກັນສະ ຖຽນລະພາບດ້ານເງິນຕາແຫ່ງຊາດ ໃຫ້ມີຄວາມໝັ້ນທ່ຽງ ແລະ ການຖື ຄອງ, ນໍາໃຊ້ເງິນກີບ ໃຫ້ເພີ່ມຂຶ້ນ ຫລາຍເທົ່າ. ສູ້ຊົນໃຫ້ອັດຕາເງິນ ເຟີ້ຫລຸດລົງຢ່າງຕໍ່ເນື່ອງ ໃນລະດັບ ໜຶ່ງຕົວເລກ; ຄັງສຳຮອງເງິນຕາ ຕ່າງປະເທດ ເພີ່ມຫລາຍຂຶ້ນ; ຄຸ້ມ ຄອງການສົ່ງອອກ ຜ່ານລະບົບທະ ນາຄານ ໃຫ້ບັນລຸ 85%, ຮັບປະກັນ ດຸນຊໍາລະເງິນຕາຕ່າງປະເທດ ແລະ ການເຂົ້າເຖິງບໍລິການທາງດ້ານ ການເງິນ ຕໍ່ປະຊາກອນທັງໝົດບັນລຸ 80%. ພໍ້ກັນໃໝ່ໃນບົດໜ້າ.

RkJQdWJsaXNoZXIy MTc3MTYxMQ==