5961

xtgmf]k; 6 16/09/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ຂ່າວ: ເກີດຂວັນໃຈ່ າີ ດັ ນ g,n v',= ]tfq d3]ds];'rt[k' cs]j 'mj v'mj P;muj |h k7Q osk s]a ddkodj P;da [dko 75 h ,7v' g'y o8k8j k'xtgmf *ໃນກົດໝາຍວ່າດ້ວຍການຄຸ້ມ ຄອງເງິນຕາຕ່າງປະເທດ ສະບັບ ປັບປຸງປີ 2022 ໄດ້ກຳນົດ ການຄຸ້ມ ຄອງເງິນຕາຕ່າງປະເທດ ໃນມາດ ຕາທີ 5 ຂອງກົດໝາຍວ່າ: ການ ຄຸ້ມຄອງເງິນຕາຕ່າງປະເທດໃຫ້ປະ ຕິບັດຕາມຫລັກການ ດັ່ງນີ້: ສອດ ຄ່ອງກັບແນວທາງ, ນະໂຍບາຍ, ກົດໝາຍ, ແຜນຍຸດທະສາດ, ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ ໃນແຕ່ລະໄລຍະ; ລວມສູນ ເປັນເອກະພາບແລະ ມີການປະສານ ສົມທົບກັບຂະແໜງການທີ່ກ່ຽວ ຂ້ອງ ໃນຂອບເຂດທົ່ວປະເທດ; ມີ ວິທະຍາສາດ, ເດັດຂາດ, ໂປ່ງໄສ, ຍຸຕິທໍາ ແລະ ສາມາດກວດສອບໄດ້; ຮັບປະກັນຄວາມເປັນເອກະລາດ ແລະ ສະຖຽນລະພາບ ທາງດ້ານ ເງິນຕາ; ທຸກພາກສ່ວນໃນສັງຄົມ ມີ ພັນທະປະກອບສ່ວນໃນການຈັດຕັ້ງ ປະຕິບັດ, ໃຫ້ການຮ່ວມມື ແລະ ມີ ສ່ວນຮ່ວມໃນການຄຸ້ມຄອງເງິນຕາ ຕ່າງປະເທດ. ກົດໝາຍສະບັບນີ້ ໃຊ້ສໍາລັບບຸກ ຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີ ແລະ ບໍ່ມີພູມລໍາເນົາ ຢູ່ ສປປ ລາວ ທີ່ເຄື່ອນໄຫວທຸລະກໍາກ່ຽວກັບ *ອີງຕາມພະແນກ ຖວທ ແຂວງ ຫລວງພະບາງລາຍງານວ່າພຽງ ແຕ່ 8 ເດືອນຂອງປີ 2024 ມີນັກ ທ່ອງທ່ຽວເຂົ້າທ່ຽວຫລວງພະບາງ ບໍ່ຕໍ່າ 7 ແສນຄົນແລ້ວ ແລະ ຄາດ ວ່າຫມົດປີ 2024 ນັກທ່ອງທ່ຽວຈະ ເພີ່ມຂຶ້ນເຖິງ 1 ລ້ານກວ່າຄົນ. ດັ່ງທີ່ຮູ້ນໍາກັນມົນສະເໜ່ຂອງເມືອງ ມໍລະດົກໂລກຫລວງພະບາງໄດ້ ຜ່ານສາຍຕາຊາວໂລກ ເຊິ່ງເມືອງ ດັ່ງກ່າວບໍ່ພຽງແຕ່ເຮັດໃຫ້ແຂກ ຕ່າງດ້າວທ້າວຕ່າງເມືອງຫລົງໄຫລ ໄຝຝັນຢາກມາສໍາຜັດກ່ອນກະສຽນ ບໍານານ ຫລື ສິ້ນລົມ ຫາຍເທົ່ານັ້ນ ແຕ່ຫາກຍັງຢາກເກັບຄວາມຊົງຈໍາ ແລະ ພາບທີ່ໜ້າປະທັບໃຈທີ່ສຸດ ໄວ້ຕະຫລອດໄປ. ຕະຫລອດ 20 ກວ່າປີຜ່່ານມາ, ພາຍຫລັງນະຄອນຫລວງພະບາງ ໄດ້ຮັບຮອງເປັນມໍລະດົກໂລກໃນປີ 1995 ຈາກອົງການອຸຍແນັສໂກນັ້ນ ທ່ານຮູ້ບໍ່ວ່າມີຫຍັງເຮັດໃຫ້ເມືອງດັ່ງ ກ່າວພົ້ນເດັ່ນ ແລະ ເປັນສື່ກາງເຮັດ ໃຫ້ຊາວໂລກຮັບລາວຫລາຍຂຶ້ນ?. ມື້ນີ້ຜູ້ຂຽນໄດ້ຄັດເອົາບາງຂໍ້ມູນ ສຶກສາມາເລົ່າສູ່ຟັງດັ່ງນີ້: ດັ່ງທີ່ຮູ້ ນໍາກັນ ແຂວງຫລວງພະບາງເປັນ ແຂວງບໍ່ໃຫຍ່, ຕັ້ງຢູ່ພາກເໜືອງ ຂອງ ສປປ ລາວ ມີປະຊາກອນປະ ມານ 4 ແສນກວ່າຄົນ, ມີຊາຍແດນ ຕິດກັບແຂວງອ້ອມຂ້າງ ຄື: ທິດເໜືອ ຕິດກັບ ແຂວງຜົ້ງສາລີ, ທິດໃຕ້ ຕິດກັບ ແຂວງວຽງຈັນ ,ທິດຕາ ເວັນອອກຕິດກັບ ແຂວງຫົວພັນ, ແຂວງຊຽງຂວາງ ແລະ ສສ ຫວຽດ ນາມ ແລະ ທິດຕາເວັນຕົກຕິດກັບ ແຂວງອຸດົມໄຊ ແລະ ແຂວງໄຊຍະ ບູລີ; ການເຕີບໂຕທາງດ້ານເສດຖະ ກິດ ໃນແຕ່ລະປີບັນລຸ 4,83%, ຂະ ແໜງກະສິກຳກວມເອົາ 13,77% ເພີ່ມຂຶ້ນ 3,91%, ຂະແໜງອຸດສາ ຫະກຳກວມເອົາ 49,05%, ຂະ ແໜງການບໍລິການເພີ່ມຂຶ້ນ 2,52% ກວມເອົາປະມານ 36,36%ແຕ່ສິ່ງ ທີ່ໜ້າສົນໃຈນັ້ນ ຂະແໜງທ່ອງທ່ຽວ ພວມເຕີບໃຫຍ່ຂະຫຍາຍຕົວ ໄປ ພ້ອມກັບແຜນພັດທະນາເສດຖະກິດ- ສັງຄົມ ຢ່າງໜັກແໜ້ນ ໂດຍຈາກ ຂໍ້ມູນຂອງພະແນກ ຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຫລວງພະບາງ ໄດ້ລາຍງານວ່າ: ຂະແໜງທ່ອງທ່ຽວ ບໍ່ພຽງແຕ່ເປັນ ເສດຖະກິດປາຍແຫລມເທົ່ານັ້ນຫາກ ຍັງສ້າງວຽກເຮັດງານທໍາ, ສ້າງ ອາຊີບ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນຢ່າງກວ້າງຂວາງ ເຊິ່ງສາມາດເຫັນໄດ້ແຕ່ປີ ໂດຍສະ ເລ່ຍມີນັກທ່ອງທ່ຽວເຂົ້າມາ ຫລວງ ພະບາງ ປະມານ 3 ແສນຫາ 4 ແສນ ຄົນ ສາມາດສ້າງລາຍຮັບແຕ່ລະປີ ຈາກການທ່ອງທ່ຽວ ໄດ້ປະມານ 72 ລ້ານໂດລາສະຫະລັດ. ຕະຫລອດຫລາຍຊຸມປີຜ່ານມາ ນັ້ນ ເມືອງມໍລະດົກໂລກ ໄດ້ຮັບລາງ ວັນຈໍານວນຫລາຍ ຈາກພາກພື້ນອາ ຊຽນ ແລະ ສາກົນ ຫລ້າສຸດວັນທີ 16 ມີນາ 2023 ວາລະສານທາມສ໌ ຂອງສະຫະລັດອາເມລະກາຈັດໃຫ້ ເມືອງມໍລະດົກໂລກຫລວງພະບາງ ຕິດ 1 ໃນ 50 ສະຖານ ທີ່ປາຍທາງ ການທ່ອງທ່ຽວດີທີ່ສຸດໃນໂລກ World’s Greatest Places ເຊິ່ງວາລະສານ ດັ່ງກ່າວໄດ້ລະບຸວ່າ ເຫດທີ່ເລືອກເມືອງມໍລະດົກໂລກ ຫລວງພະບາງ ຕິດອັນທີ 11 ນັ້ນ ເພາະມີແຫລ່ງທ່ອງທ່ຽວທໍາມະຊາດ ມີ (ນໍ້າຕົກຕາດກວາງຊີເປັນນໍ້າສີ ມໍລະກົດໃນກາງປ່າ,ມີນໍ້າຂອງ ແລະ ນໍ້າຄານໂອບອ້ອມເອົາເມືອງ, ມີພູ ຜ່າປ່າດົງທີ່ຂຽວງາມ; ປະຫວັດສາດ (ພະລາຊະວັງເກົ່າທີ່ສຸດຂອງເຈົ້າ ຊີວິດ), ວັດທະນະທໍາ ( ມີວັດວາ ອາຮາມເກົ່າແກ່ ຢັ່ງຢາຍໄປຕາມ ບ້ານຕ່າງໆ ຫລາຍຮ້ອຍແຫ່ງ, ການ ຕັກບາດຕອນເຊົ້າ ທີ່ມີຄົນເຂົ້າຮ່ວມ ເງິນຕາຕ່າງປະເທດ. ໂດຍແມ່ນ ລັດ ເປັນຜູ້ສົ່ງເສີມ, ເປີດກວ້າງການພົວ ພັນຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານຄຸ້ມ ຄອງເງິນຕາຕ່າງປະເທດ ດ້ວຍການ ແລກປ່ຽນຂໍ້ມູນຂ່າວສານ,ບົດຮຽນ, ປະສົບການ, ເຕັກນິກວິຊາການ, ເຕັກໂນໂລຊີ, ການພັດທະນາຊັບພະ ຍາກອນມະນຸແລະ ປະຕິບັດຕາມສົນ ທິສັນຍາທີ່ ສປປ ລາວ ເປັນພາ ຄີ ແລະ ສັນຍາ ສາກົນທີ່ກ່ຽວຂ້ອງ. ສຳລັບການຄອບຄອງເງິນຕາ ຕ່າງປະເທດ ຢູ່ ສປປ ລາວ ຜູ້ມີ ແລະ ບໍ່ມີ ພູມລໍາເນົາ ຢູ່ ສປປ ລາວ ສາ ມາດຄອບຄອງເງິນຕາຕ່າງປະເທດ ທີ່ໄດ້ມາຢ່າງຖືກຕ້ອງຕາມກົດໝາຍ ດ້ວຍການເປີດບັນຊີເງິນຝາກໄວ້ ນໍາທະນາຄານທຸລະກິດ ຢູ່ ສປປ ລາວ ຫລື ຖືຄອງເປັນເງິນສົດ ຕາມ ລະບຽບການ. ສ່ວນລາຍຮັບງົບປະ ມານແຫ່ງລັດ ທີ່ເປັນເງິນຕາຕ່າງ ປະເທດ ແລະ ເຄື່ອນໄຫວຜ່ານກະ ຊວງການເງິນໃຫ້ຝາກໄວ້ນໍາທະນາ ຄານແຫ່ງ ສປປ ລາວ. ພ້ອມນີ້, ທະນາຄານແຫ່ງ ສປປ ລາວ ເປັນ ຜູ້ກໍານົດຫລັກການ, ລະບຽບການ ກ່ຽວກັບການເປີດບັນຊີເງິນຝາກ ຂອງຜູ້ມີ ແລະ ບໍ່ມີພູມລໍາເນົາຢູ່ ສປປ ລາວ. ຫລາຍທີ່ສຸດໃນໂລກ; ອາຄານເຮືອນ ຊານແລະວິຖີຊີວິດຂອງຊາວຫລວງ ພະບາງ(ອາຄານແລະເຮືອນຍັງຮັກ ສາຮູບຊົງເກົ່າແກ່, ນຸ່ງສິນ, ຫາປາ ຕາມລໍາແມ່ນໍ້າ ແລະ ປູກຜັກລຽບ ຕາມແຄມນໍ້າ) ຍິ່ງໄປກວ່ານັ້ນ ຍັງມີ ພື້ນຖານໂຄງລ່າງ ທີ່ທັນສະໄໝ ສາ ມາດຮອງຮັບນັກທ່ອງທ່ຽວ ໃຫ້ມີ ຄວາມປອດໄພສູງເຊັ່ນ: ເສັ້ນທາງ ລົດໄຟ, ສະໜາມບິນທີ່ປັບປຸງໃໝ່ ແລະ ອື່ນໆ.

RkJQdWJsaXNoZXIy MTc3MTYxMQ==