5961

0= h 8q d]q '0v'l6 odk'ra ddv,,6 oy f9u o dj P;da [dko]q 'g]y d dkoxt8y I6 [1j k'Iv[fh ko grnj v-5 dp6h 7;k,ma oltw\c[[9u o xtgmf]k; 4 3]d c]t gsfdko *** ຕໍ່ຈາກສະບັບກ່ອນ*** 16/09/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp XV. ຍົກສູງລະດັບນຳພາຂອງພັກ ຕໍ່ການລົງເລິກການປະຕິຮູບຢ່າງຮອບ ດ້ານຕື່ມອີກ ເພື່ອຊຸກຍູ້ຄວາມທັນສະໄໝ ແບບຈີນ ການນຳພາຂອງພັກ ເປັນສິ່ງຮັບ ປະກັນຂັ້ນພື້ນຖານທີ່ລົງເລິກການປະ ຕິຮູບຢ່າງຮອບດ້ານຕື່ມອີກເພື່ອຊຸກຍູ້ ຄວາມທັນສະໄໝແບບຈີນ. ຕ້ອງເຊື່ອມ ຊຶມຢ່າງເລິກເຊິ່ງກ່ຽວກັບຄວາມໝາຍ ທີ່ມີລັກສະນະຕັດສິນຊີ້ຂາດຂອງ “2 ກຳນົດ”, ເພີ່ມທະວີ“4ສະຕິ”, ມີຄວາມ ເດັດດ່ຽວໃນ “4ໝັ້ນໃຈຕົນເອງ” ເຮັດ ໃຫ້ໄດ້ “2 ປົກປັກຮັກສາ”, ຮັກສາສະຕິ ຕື່ນຕົວໃນລະດັບສູງທີ່ນຳພາການປະຕິ ວັດສັງຄົມດ້ວຍການປະຕິວັດຕົນເອງ ຂອງພັກ, ຍຶດໝັ້ນຄຸ້ມຄອງພັກດ້ວຍ ນ້ຳ ໃຈປະຕິຮູບ ແລະ ມາດຕະຖານທີ່ເຂັ້ມ ງວດ, ປັບປຸງລະບົບລະບຽບການແຫ່ງ ການປະຕິວັດຕົນເອງຂອງພັກໃຫ້ສົມ ບູນ, ຊຸກຍູ້ການສ້າງຄວາມປອດໃສໃຫ້ ຕົນເອງ ປັບປຸງຕົນເອງໃຫ້ສົມບູນປ່ຽນ ແປງຕົນເອງ ແລະ ຍົກລະດັບຕົນເອງ ຂອງພັກຢ່າງບໍ່ຢຸດຢັ້ງ, ຮັບປະກັນໃຫ້ ພັກກາຍເປັນແກນນຳທີ່ແຂງແກ່ນໃນ ພາລະກິດສັງຄົມນິຍົມທີ່ມີສີສັນພິເສດ ຂອງຈີນ ຢ່າງສະເໝີຕົ້ນສະເໝີປາຍ. 57. ຍຶດໝັ້ນການນຳພາແບບລວມ ສູນເປັນເອກະພາບຂອງພັກ ຕໍ່ການລົງ ເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ. ສູນກາງພັກນຳພາການອອກແບບໂດຍ ລວມການປະສານສົມທົບຢ່າງ ເປັນເອ ກະພາບ ແລະ ການຊຸກຍູ້ໂດຍລວມຂອງ ການປະຕິຮູບ. ປັບປຸງກົນໄກຈັດຕັ້ງປະຕິ ບັດແຜນນະໂຍບາຍອັນສຳຄັນທີ່ກຳນົດ ໂດຍສູນກາງພັກ, ຮັບປະກັນໃຫ້ປະຕິບັດ ຕາມຄຳສັ່ງ ແລະ ຂໍ້ຫ້າມຂອງສູນກາງ ພັກຢ່າງເດັດດ່ຽວໜຽວແໜ້ນ. ຄະນະ ພັກ (ຈຸພັກ) ທຸກຂັ້ນຮັບຜິດຊອບການ ຈັດຕັ້ງປະຕິບັດແຜນນະໂຍບາຍຂອງ ສູນກາງພັກ, ວາງແຜນການຊຸກຍູ້ການ ປະຕິຮູບຂອງທ້ອງຖິ່ນຕົນ ແລະ ພາກ ສ່ວນຕົນ, ສົ່ງເສີມການປະດິດສ້າງໃໝ່ ໂດຍປະສົມປະສານກັບສະພາບເງື່ອນ ໄຂຕົວຈິງ, ສ້າງບົດຮຽນໃໝ່ທີ່ສາມາດ ຖອດຖອນ ແລະ ເຜີຍແຜ່ໄດ້. ເດີນຕາມ ແນວທາງມະຫາຊົນຂອງພັກໃນຍຸກ ໃໝ່ໃຫ້ດີ, ຮັບເອົາຄວາມປາດຖະໜາ ຂອງສັງຄົມ ສະຕິປັນຍາຂອງປະຊາຊົນ ຄວາມຄິດເຫັນຂອງຜູ້ຊ່ຽວຊານ ແລະ ບົດຮຽນຂອງຮາກຖານເຂົ້າໃນການ ອອກແບບການປະຕິຮູບຢ່າງເຕັມທີ່. ຈັດວາງຫົວຂໍ້ເປິກສາຫາລືໃນການປະ ຕິຮູບໂດຍປິ່ນອ້ອມການແກ້ໄຂຂໍ້ຂັດ ແຍ້ງທີ່ພົ້ນເດັ່ນ, ປັບປຸງກົນໄກວາງແຜນ ການປະຕິຮູບທີ່ເປັນຈຸດສຳຄັນໃຫ້ດີຂຶ້ນ, ຍຶດໝັ້ນສັດຈະທຳ ດັດແກ້ຄວາມຜິດ ພາດ, ຄົ້ນຫາ ແລະ ແກ້ໄຂບັນຫາຢ່າງ ທັນການ. ປັບປຸງກົນໄກຊຸກຍູ້ສົ່ງເສີມການ ປະຕິຮູບ ແລະ ນຳພາຫາງສຽງ, ສ້າງ ບັນຍາກາດທີ່ດີໃຫ້ກັບການປະຕິຮູບ. 58. ລົງເລິກປະຕິຮູບລະບຽບການກໍ່ ສ້າງພັກ. ຖືເອົາການປຸກລະດົມຂົນຂວາຍ ທົ່ວພັກກໍາແໜ້ນວຽກງານປະຕິຮູບແລະ ຊຸກຍູ້ການພັດທະນາຢ່າງມີຄວາມຫ້າວ ຫັນມີຄວາມເປັນເຈົ້າການແລະມີຫົວຄິດ ປະດິດສ້າງນັ້ນເປັນຈຸດສຸມ, ປັບປຸງລະ ບຽບການແລະ ກົນໄກກໍ່ສ້າງພັກໃຫ້ສົມ ບູນຂຶ້ນ. ເພີ່ມທະວີການປະກອບອາວຸດ ໃຫ້ພັກດ້ວຍທິດສະດີປະດິດສ້າງໃໝ່, ສ້າງແລະປັບປຸງກົນໄກທີ່ມີປະສິດທິຜົນ ຍາວນານ ໃນການຫລໍ່ຫລອມຈິດວິນ ຍານດ້ວຍການເຊື່ອມຊຶມ ເພີ່ມສະຕິປັນ ຍາດ້ວຍການເຊື່ອມຊຶມປັບປຸງແບບແຜນ ດ້ວຍການເຊື່ອມຊຶມແລະຊຸກຍູ້ການເຮັດ ວຽກດ້ວຍການເຊື່ອມຊຶມນັ້ນໃຫ້ສົມ ບູນຂຶ້ນ. ລົງເລິກການປະຕິຮູບລະບຽບ ການວຽກງານພະນັກງານ, ຕັ້ງທິດຊີ້ ນຳທີ່ຖືກຕ້ອງໃນການຄັດເລືອກ ແລະ ນຳໃຊ້ຄົນຢ່າງຈະແຈ້ງ, ອອກແຮງຄັດ ເລືອກພະນັກງານທີ່ມີຄວາມໜັກແໜ້ນ ດ້ານການເມືອງ ມີຄວາມກ້າຫານໃນ ການແບກຫາບໜ້າທີ່ຮັບຜິດຊອບ ມີ ຄວາມບຸກບືນໃນການປະຕິຮູບມີຜົນ ງານຕົວຈິງທີ່ພົ້ນເດັ່ນ ແລະ ມີຄວາມ ປອດໃສຂາວສະອາດ, ສຸມໃສ່ແກ້ໄຂບັນ ຫາພະນັກງານທີ່ເຮັດວຽກແບບຊະຊາຍ ປະລາໜ້າທີ່ບໍ່ກ້າຮັບຜິດຊອບວຽກແລະ ບໍ່ຊໍານານໃນການເຮັດວຽກ. ສ້າງ ແລະ ປະຕິບັດຕາມທັດສະນະທີ່ຖືກຕ້ອງຕໍ່ຜົນ ງານບໍລິຫານ, ປັບປຸງກົນໄກເຮັດວຽກ ທີ່ປ້ອງກັນ ແລະ ແກ້ໄຂທັດສະນະບໍ່ຖືກ ຕ້ອງຕໍ່ຜົນງານບໍລິຫານຢ່າງມີປະສິດທິ ຜົນໃຫ້ຄົບຖ້ວນ. ຈັດຕັ້ງປະຕິບັດຕາມ “3 ຈຳແນກ”, ຊຸກຍູ້ສົ່ງເສີມໃຫ້ພະນັກ ງານບຸກບືນສູ້ຊົນແລະສ້າງຜົນງານ.ຊຸກ ຍູ້ໃຫ້ການຂຶ້ນ ແລະ ລົງຕຳແໜ່ງຂອງພະ ນັກງານຫັນເປັນແບບປົກກະຕິ, ເພີ່ມທະ ວີການຊັບຊ້ອນພະນັກງານທີ່ບໍ່ເໝາະ ສົມກັບຕໍາແໜ່ງປັດຈຸບັນ. ປັບປຸງກົນໄກ ອົບຮົມທີ່ເປັນແບບປົກກະຕິໂດຍສະເພາະ ແມ່ນການອົບຮົມຂັ້ນພື້ນຖານໃຫ້ຄົບ ຖ້ວນ, ເພີ່ມທະວີການເຝິກຝົນຫລໍ່ຫລອມ ດ້ານວິຊາການ ແລະ ການປະຕິບັດຕົວ ຈິງ, ຍົກສູງຄວາມສາມາດຂອງພະນັກ ງານໃນການສ້າງຄວາມທັນສະໄໝ ຢ່າງຮອບດ້ານ. ປັບປຸງ ແລະ ຈັດຕັ້ງປະ ຕິບັດ ຕາມລະບຽບການອາຍຸຕໍາແໜ່ງ ຂອງພະນັກງານການນໍາໃຫ້ສົມບູນ, ປັບ ປຸງລະບຽບການຊັບຊ້ອນ ແລະ ມອບຮັບໜ້າທີ່ຂອງຜູ້ຮັບຜິດຊອບຕົ້ນຕໍໃນ ຄະນະນໍາໃຫ້ຄົບຖ້ວນ. ເພີ່ມທະວີບົດ ບາດການເມືອງ ແລະ ບົດບາດການຈັດ ຕັ້ງຂອງອົງການຈັດຕັ້ງພັກ. ທົດລອງ ເພີ່ມຊ່ອງທາງທີ່ມີປະສິດທິຜົນດ້ານ ການກໍ່ສ້າງພັກໃນອົງການເສດຖະກິດ ໃໝ່, ອົງການຈັດຕັ້ງສັງຄົມໃໝ່ ແລະ ກຸ່ມຄົນປະກອບອາຊີບໃໝ່. ປັບປຸງກົນ ໄກສຶກສາອົບຮົມຄຸ້ມຄອງ ແລະ ເສີມຂະ ຫຍາຍບົດບາດຂອງສະມາຊິກພັກໃຫ້ ສົມບູນຂຶ້ນ. ປັບປຸງຂໍ້ກຳນົດພາຍໃນພັກ ໃຫ້ສົມບູນ, ເພີ່ມທະວີຄວາມສັກສິດ ແລະ ຄວາມສາມາດດ້ານການປະຕິດ ບັດຂໍ້ກຳນົດພາຍໃນພັກ. *** ອ່ານຕໍ່ສະບັບໜ້າ *** lkpdko[y os;Pfg9a f 9a f3xi3,-a o7j k3fplko c]t lj ;os]5 fxU -A om5 ]tdy f .om5 dglA omk'[y o ທ່ານ ອາດສະພັງທອງ ສີພັນ ດອນ ໄດ້ໃຫ້ຮູ້ອີກວ່າ: ນັບແຕ່ວັນທີ 10 ກັນຍາ ໄດ້ຮັບຂ່າວການພະຍາກອນອາ ກາດວ່າ ຈະມີມວນນໍ້າໄຫລເຂົ້ານະ ຄອນຫລວງຈາກເຂດພາກເໜືອ ເຊິ່ງ ຈະມີລະດັບເຕືອນໄພໃນວັນທີ 13-16 ກັນຍາ. ສະນັ້ນ, ນະຄອນຫລວງວຽງ *** ຕໍ່ຈາກໜ້າ 1 *** ນວ ສຸມທຸກກຳລັງ... ຈັນ ກໍໄດ້ຍົກລະດັບການຮັບມື ເປັນລະ ດັບສູງສຸດ ໂດຍການຊີ້ນໍາຂອງລັດຖະ ບານ ເຊິ່ງໄດ້ກຳນົດເປັນແຕ່ເຂດປ້ອງ ກັນຄື: ເຂດປ້ອງກັນທີ1ແມ່ນເຂດປ້ອງ ກັນໃຈກາງຕົວເມືອງຂອງນະຄອນ ຫລວງວຽງຈັນ ເຊິ່ງໄດ້ແບ່ງອອກເປັນ 2 ສ່ວນຄື: ລະຫວ່າງເຂດເກົ້າລ້ຽວ ຫາ ທ່າເຮືອຫລັກ 4 ເຂດ ແລະ ທ່າເຮືອ ຫລັກ 4 ຫາ ຈີນາຍໂມ້ ໂດຍໄດ້ໃຊ້ ເປົາຮ່າຍຊາຍສ້າງເປັນຄູກັນນ້ຳ. ສຳ ລັບເຂດປ້ອງກັນທີ 2 ແມ່ນເຂດຊານ ເມືອງເລີ່ມແຕ່ເຂດ ເມືອງສັງທອງ ຫາ ເມືອງຫາດຊາຍຟອງ ເຊິ່ງເຂດດັ່ງກ່າວ, ປະຊາຊົນໄດ້ຮັບຜົນກະທົບຫລາຍ ໂດຍສະເພາະເມືອງສັງທອງ ມີທັງໝົດ 13 ບ້ານ, 300 ກວ່າຫລັງຄາເຮືອນ, ພົນລະເມືອງປະມານ1.000ກວ່າຄົນ, ລວມທັງວັດຖຸສິ່ງຂອງ ແລະ ສັດລ້ຽງ ໄດ້ຖືກຍົກຍ້າຍໄປຢູ່ ເຂດທີ່ປອດໄພ. ປັດຈຸບັນເຂດເມືອງຫາດຊາຍຟອງ ຖືກຜົນກະທົບໜັກ, ນອກຈາກເຂດສັນ ກັນນໍ້າແລ້ວ ນໍ້າໄດ້ໄຫລເຂົ້າເຂດພາຍ ໃນ ເຊິ່ງສົ່ງຜົນກະທົບຕໍ່ບ້ານເຮືອນ ປະຊາຊົນ ແລະ ພື້ນທີ່ການຜະລິດເປັນ ຈຳນວນຫລາຍສົມຄວນ, ແຕ່ປະຊາ ຊົນໄດ້ພ້ອມກັນສຸມໃສ່ແກ້ໄຂສຸກເສີນ ສາມາດຍົກຍ້າຍໄດ້ທັນການ, ປັດຈຸ ບັນ, ສະພາບນ້ຳຖ້ວມເກີດຜົນກະທົບ ເສຍຫາຍຕໍ່ບ້ານເຮືອນປະຊາຊົນ ແລະ ພື້ນທີ່ການຜະລິດ ແຕ່ຍັງບໍ່ມີຜູ້ເສຍຊີ ວິດ, ປະຊາຊົນແມ່ນມີຄວາມປອດໄພ ແລະ ບັນດາຫ້ວຍຕ່າງໆ ໂດຍສະເພາະ ແມ່ນຫ້ວຍໝາກຮຽວ ແມ່ນສາມາດ ລະບາຍນໍ້າໄດ້ປົກກະຕິ. ເນື່ອງຈາກ ນວ ໄດ້ແຈ້ງການເຕືອນໃຫ້ປະຊາຊົນກຽມ ພ້ອມຮັບມືແຕ່ຫົວທີ ແລະ ທັນການ ເຮັດໃຫ້ປະຊາຊົນໄດ້ກຽມພ້ອມຢ່າງສຸດ ຂີດໃນການປ້ອງກັນຕົນເອງ. ຈາກນັ້ນ, ແມ່ນການປະກອບສ່ວນຂອງ ສັງຄົມ ໂດຍສະເພາະອົງການປົກຄອງບ້ານ, ອົງການປົກຄອງເມືອງ ແລະ ປະຊາຊົນ ຢູ່ແຕ່ລະບ້ານໄດ້ສຸມກຳລັງໃນເບື້ອງ ຕົ້ນ, ຈາກນັ້ນກໍໄດ້ມີກຳລັງມີຮ່ວມສົມ ທົບໂດຍມີ ກຳລັງຂອງ ປກຊ, ປກສ ເປັນກຳລັງຫລັກ, ພ້ອມທັງໄດ້ມີກຳລັງ ຂອງບັນ ດາກະຊວງ ແລະ ອົງການຈັດ ຕັ້ງມະຫາຊົນ, ອົງການຈັດຕັ້ງຊາວ ໜຸ່ມ, ສູນກາງແນວລາວສ້າງຊາດ, ສູນ ກາງສະຫະພັນແມ່ຍິງ ໄດ້ລົງມາຮ່ວມ ກັນເປັນຈິດໜຶ່ງໃຈດຽວກັນ ໃນການ ປ້ອງກັນນໍ້າຖ້ວມໃນຄັ້ງນີ້. ສະເພາະການປະເມີນສະຖານະ ການ, ທາງຂະແໜງການກ່ຽວຂ້ອງ ໄດ້ປະເມີນລະດັບນໍ້າແຕ່ລະໄລຍະແຕ່ ຖ້າມີເຫດການສຸກເສີນເກີດຂຶ້ນ ອົງ ການປົກຄອງນະຄອນຫລວງວຽງຈັນ ໄດ້ຈຸດໃຈກາງປະສານໃຫ້ການຊ່ວຍ ເຫລືອ ແລະ ເປັນຈຸດສະໜອງວັດຖຸ- ອຸປະກອນທີ່ຈຳເປັນໃຫ້ແກ່ຜູ້ປະສົບໄພ ແລະ ຜ່ານການຕີລາຄາການພະຍາ ກອນນໍ້າຖືວ່ານໍ້າຈະຂຶ້ນຕື່ມອີກໃນລະ ດັບໜຶ່ງ, ແຕ່ຖ້າທຽບໃສ່ຄູກັນນໍ້າທີ່ ພວກເຮົາໄດ້ພ້ອມກັນສຸມໃສ່ສ້າງຂຶ້ນ ແມ່ນຍັງສາມາດປ້ອງກັນນໍ້າໄຫລເຂົ້າ ຖ້ວມຕົວເມືອງໄດ້. ຂ່າວ: ກິດຕາ ທີ່ມີເງິນຕາຕ່າງປະເທດຢູ່ແລ້ວນັ້ນ ເຂົ້າ ສູ່ລະບຽບກົດໝາຍຫລາຍຂຶ້ນ, ດັັ່ງທີ່ ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການ ຄຸ້ມຄອງ ເງິນຕາຕ່າງປະເທດ (ສະບັບ ປັບປຸງ) ໄດ້ອະນຸຍາດໃຫ້ຜູ້ມີ ແລະ ບໍ່ມີ ພູມລໍາເນົາ ຢູ່ ສປປ ລາວ ສາມາດຄອບ ຄອງເງິນຕາຕ່າງປະເທດ ທີ່ໄດ້ມາຢ່າງ ຖືກຕ້ອງຕາມກົດໝາຍ ດ້ວຍການເປີດ ບັນຊີ ເງິນຝາກໄວ້ນໍາທະນາຄານ ທຸລະ ກິດ ຢູ່ ສປປ ລາວ ຫລື ຖືຄອງເປັນເງິນ ສົດຕາມລະບຽບການ. ເຖິງຢ່າງໃດກໍ ຕາມກ່ອນຈະນໍາໃຊ້ເຂົ້າໃນການຮັບຊໍາ ລະ ແລະ ຊໍາລະຄ່າສິນຄ້າ, ບໍລິການ, ໜີ້ ສິນ, ເງິນປັນຜົນ, ເບີກຈ່າຍເງິນເດືອນ ຫລືຄ່າແຮງງານ ແລະ ປະຕິບັດພັນທະຕໍ່ ລັດ ໃນ ສປປ ລາວ ຕ້ອງແລກປ່ຽນເປັນ ເງິນກີບຊຶ່ງການແລກປ່ຽນດັັ່ງກ່າວຕ້ອງ ດໍາເນີນຢູ່ທະນາຄານທຸລະກິດເທົ່ານັ້ນ. ໃນໄລຍະຜ່ານມາ ທຫລ ຍັງບໍ່ໄດ້ ຜັນຂະຫຍາຍເປັນນິຕິກໍາອັນສະເພາະ ເພື່ອຄຸ້ມຄອງການນໍາໃຊ້ເງິນຕາຕ່າງ ປະເທດ ແລະ ການເປີດບັນຊີ ເງິນຝາກ ເປັນຕາຕ່າງປະເທດ ຢູ່ ສປປ ລາວ, ເຮັດໃຫ້ການຄອບຄອງເງິນຕາຕ່າງປະ ເທດ ທັງໃນຮູບແບບເງິນຝາກ ແລະ ເງິນສົດໃນສັງຄົມລາວ ຍັງມີການປະຕິ ບັດບໍ່ເປັນເອກະພາບ ແລະ ບໍ່ມີມາດຕະ ຖານທີ່ຊັດເຈນ. ສະນັ້ນ, ໂດຍອີງຕາມ ຄວາມຈໍາເປັນທະນາຄານແຫ່ງ ສປປ ລາວ ຈະໄດ້ນໍາສະເໜີ 2 ນິຕິກໍາທີ່ສໍາ ຄັນຄື: ຮ່າງຂໍ້ຕົກລົງວ່າດ້ວຍການນໍາ ໃຊ້ເງິນຕາຕ່າງປະເທດຢູ່ ສປປ ລາວ ແລະ ຮ່າງຂໍ້ຕົກລົງວ່າດ້ວຍບັນຊີເງິນ ຝາກເປັນເງິນຕາຕ່າງປະເທດຢູ່ ສປປ ລາວ ເຊິ່ງ 2 ນິຕິກໍານີ້, ຈະເປັນເຄື່ອງ ມືຂອງ ທະນາຄານແຫ່ງ ສປປ ລາວ ລວມທັງພາກສ່ວນກ່ຽວຂ້ອງເພື່ອນໍາ ໃຊ້ເຂົ້າໃນການຄຸ້ມຄອງການນໍາໃຊ້ ເງິນຕາຕ່າງປະເທດ ແລະ ການເປີດບັນ ຊີເງິນຝາກເປັນເງິນຕາຕ່າງປະເທດ ແລກປ່ຽນຄຳເຫັນ... *** ຕໍ່ຈາກໜ້າ 1 *** ຂປລ. ສາຍການບິນຫວຽດເຈັດ (VietJet) ໄດ້ຈັດໂປຣໂມຊັນລະດູ ໃບໄມ້ປົ່ງ ໃຫ້ນັກທ່ອງທ່ຽວລາວໄດ້ມີ ໂອກາດປະຢັດຄ່າໂດຍສານຫລາຍຂຶ້ນ ດ້ວຍປີ້ຍົນ Eco-class ສອງລ້ານປີ້ ເລີ່ມຕົ້ນພຽງແຕ່ 0 ກີບ ພ້ອມກັບສ່ວນ ຫລຸດສູງສຸດ 30% ສໍາລັບປີ້ຊັ້ນທຸລະ ກິດ ແລະ Sky Boss. ໂປໂມຊັນນີ້ ເລີ່ມແຕ່ມື້ນີ້ຫາວັນທີ 16 ກັນຍາ 2024 ລະຫວ່າງ 12:00 ຫາ 14:00 ໂມງ ໂດຍຜູ້ມັກເດີນທາງສາມາດຈັບຈອງປີ້ Eco-class ໃນລາຄາຕໍ່າສຸດ 0 ກີບ (ບໍ່ລວມພາສີ ແລະ ຄ່າທຳນຽມ, ມີຈຳ ນວນຈຳກັດ). ຂໍ້ສະເໜີນີ້ສາມາດໃຊ້ ໄດ້ກັບທຸກບໍລິການພາຍໃນປະເທດ ຫວຽດນາມ ແລະ ເສັ້ນທາງຕ່າງປະ ເທດ ໃນຖ້ຽວບິນລະຫວ່າງວັນທີ 01 ຕຸລາ 2024 ຫາ ວັນທີ 22 ພຶດສະພາ 2025 (ເປັນໄປຕາມຂໍ້ກຳນົດ ແລະ ເງື່ອນໄຂ). ຂະນະດຽວກັນ VietJet ຍັງມອບ ສ່ວນຫລຸດສູງສຸດ 30% ສໍາລັບປີ້ຊັ້ນ ທຸລະກິດ ແລະ SkyBoss (ບໍ່ລວມພາ ສີແລະຄ່າທຳນຽມ,ມີຈຳນວນຈຳກັດ) ຈົນຮອດວັນທີ 16 ກັນຍາ 2024. ໂປຣໂມຊັນນີ້ໃຊ້ໄດ້ກັບຖ້ຽວບິນລະ ຫວ່າງວັນທີ 01 ຕຸລາ ຫາ ວັນທີ 30 ພະຈິກ 2024 ຊຶ່ງຜູ້ໂດຍສານຈະ ໄດ້ຮັບການບໍລິການ “Wings for Leader” ທີ່ສານສາມາດສຳຜັດປະ ສົບການພິເສດເຊັ່ນ: ການເຊັກອິນກ່ອນ ໃຜ, ສິດການໃຊ້ຫ້ອງຮັບແຂກສ່ວນຕົວ ແລະ ຮັບປະທານອາຫານສົດໆແບບ ບໍ່ຈຳກັດ. ນອກຈາກນັ້ນ, ໃນລະຫວ່າງ ວັນທີ10ກັນຍາຫາ30ພະຈິກ2024, ສະມາຊິກ Sky Joy ສາມາດໄດ້ຮັບ ຄະແນນສູງເຖິງ 1.000 Sky Points ສໍາລັບທຸກໆທຸລະກໍາມູນຄ່າ 1.000.000 ດົ້ງ (ປະມານ 900.000 ກີບ) (ຕາມເງື່ອນໄຂ), ສາມາດແລກ ເອົາຂອງຂວັນໄດ້ ຫລາຍກວ່າ 250 ຍີ່ຫໍ້. VietJet ມີຖ້ຽວບິນໄປ-ກັບ 4 ຖ້ຽວຕໍ່ອາທິດໃນເສັ້ນທາງ ນະຄອນ ຫລວງວຽງຈັນ-ນະຄອນຫລວງ ໂຮ່ຈີ່ ມິງ ໃຫ້ປະຊາຊົນລາວໄປເຫັນນະຄອນ ໃຫຍ່ທີ່ສຸດຂອງຫວຽດນາມ ແລະ ຍັງ ສາມາດເດີນທາງໄປຍັງຈຸດໝາຍປາຍ ທາງອື່ນໆໃນທົ່ວພາກພື້ນອາຊີ-ປາຊີ ຟິກ ຜ່ານການເຊື່ອມຕໍ່ຂອງ VietJet. ທ່ານສາມາດຈອງປີ້ໄດ້ທີ່ www. vietjetair.com ຫລື ຜ່ານແອັບ VietJet Air. ຢູ່ພາຍໃນ ສປປ ລາວ, ສ້າງຄວາມເປັນ ລະບຽບຮຽບຮ້ອຍ ແລະ ຄວາມເປັນ ເອກະພາບຕໍ່ການຈັດຕັ້ງປະຕິບັດຂອງ ທຸກພາກສ່ວນທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ, ເພື່ອເປັນການຊຸກຍູ້ສົ່ງ ເສີມການຄ້າ, ການບໍລິການ ແລະ ການ ລົງທຶນ ລະຫວ່າງປະເທດ ເຮັດໃຫ້ມີ ລາຍຮັບເປັນເງິນຕາຕ່າງປະເທດ ເຂົ້າ ສູ່ລະບົບທະນາຄານຫລາຍຍິ່ງຂຶ້ນ. ເຖິງຢ່າງໃດກໍຕາມ, ເປົ້າໝາຍສູງ ສຸດຂອງ ທຫລ ແມ່ນຢາກເຫັນທຸກ ພາ ກສ່ວນນໍາໃຊ້ເງິນກີບຢ່າງເປັນເອກະ ພາບ, ນໍາໃຊ້ເງິນຕາຕ່າງປະເທດຢ່າງ ເປັນລະບຽບຮຽບຮ້ອຍ ຖືກຕ້ອງຕາມ ວັດຖຸປະສົງແລະ ເປົ້າໝາຍ, ນໍາໃຊ້ເງິນ ຕາຕ່າງປະເທດຢ່າງປະຢັດແລະຮັບປະ ກັນຖານະເງິນຕາຕ່າງປະເທດຊໍາລະ ກັບຕ່າງປະເທດ ໃຫ້ມີຄວາມເຂັ້ມແຂງ.

RkJQdWJsaXNoZXIy MTc3MTYxMQ==