5961

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 16/09/2024 xtgmf]k; ສະຖານທູດມາເລເຊຍ... ການນຳພັກ-ລັດ... ຂປລ. ພາຍຫລັງທີ່ເກີດໄພພິບັດ ນໍ້າຖ້ວມ ຢູ່ບັນດາແຂວງຕ່າງໆທາງ ພາກເໜືອ,ພາກກາງແລະພາກໃຕ້ການ ນຳພັກ-ລັດ, ອໍານາດການປົກຄອງນະ ຄອນຫລວງ, ແຂວງ, ເມືອງ ກໍຄືບັນດາ ອົງການຈັດຕັ້ງທຸກຂັ້ນໄດ້ເຄື່ອນໄຫວ ຕິດຕາມສະພາບນ້ຳຖ້ວມຢູ່ລຽບຕາມ ແຄມແມ່ນ້ຳຂອງ ແລະ ແມ່ນໍ້າສາ ຂາ ຕ່າງໆຢ່າງໃກ້ຊິດ. ໃນໂອກາດເຄື່ອນ ໄຫວຕິດຕາມສະພາບນ້ຳຖ້ວມ ຂອງ ການນຳພັກ-ລັດ ຍັງໄດ້ມອບວັດຖຸປັດ ໄຈ ແລະ ຢ້ຽມຢາມ ປະຊາຊົນທີ່ໄດ້ຮັບ ຜົນກະທົບຈາກໄພນ້ຳຖ້ວມ. ດັ່ງໃນວັນທີ 15 ກັນຍາ 2024 ນີ້, ທ່ານ ທອງລຸນ ສີລຸລິດ ປະທານປະ ເທດ ແຫ່ງສປປລາວ ໄດ້ເຄື່ອນໄຫວຕິດ ຕາມ, ກວດກາ ແລະ ຮັບຟັງການລາຍ ງານສະພາບການນໍ້າຖ້ວມ ແລະ ຊີ້ນໍາ ຢູ່ຈຸດຄ້ອຍແລນມາກ ເມືອງສັງທອງ, ຈຸດບ້ານດ່ານຄຳ ເມືອງສີໂຄດຕະບອງ, ຈຸດສວນເຈົ້າອານຸວົງ ເມືອງຈັນທະບູລີ, ຈຸດທ່າເຮືອຫລັກ 4 ເມືອງສີສັດຕະ ນາກ, ໃນໂອກາດນດັ່ງກ່າວທ່ານຍັງ ໄດ້ຢ້ຽມຢາມ ແລະ ມອບເຄື່ອງຊ່ວຍ ເຫລືອໃຫ້ຜູ້ປະສົບໄພນໍ້າຖ້ວມຈໍານວນ ໜຶ່ງ. ກ່ອນໜ້ານີ້ ໃນລະຫ່ວາງ ວັນ1112 ກັນຍາ 2024 ນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ພ້ອມ ດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ໃຫ້ກຳລັງໃຈ ແລະ ມອບເຄື່ອງຊ່ວຍ ເຫລືອ ຜູ້ປະສົບໄພນໍ້າຖ້ວມຢູ່ ເມືອງ ຫລວງນໍ້າທາ ແຂວງຫລວງນໍ້າທາ ໂດຍການນໍາພາຂອງ ທ່ານ ຄໍາຟອງ ອິນມານີ ຮອງເລຂາພັກແຂວງ, ປະ ທານສະພາປະຊາຊົນ ແຂວງຫລວງ ນໍ້າທາແລະ ໃນວັນທີ13ກັນຍາ2024 ນີ້, ທ່ານ ບຸນທອງ ຈິດມະນີ ຮອງປະ ທານປະເທດ ໄດ້ລົງຕິດຕາມການເຝົ້າ ລະວັງໄພນ້ຳຖ້ວມຕາມຕົວເມືອງ ໃນ ນະຄອນຫລວງວຽງຈັນ (ນວ). ພ້ອມ ກັນນີ້, ກໍໄດ້ຖາມຂ່າວຄາວປະຊາຊົນ ທີ່ຢູ່ແຄມນ້ຳຂອງ ເຊິ່ງທີ່ປະລິມານນໍ້າ ໄດ້ໄຫລເຂົ້າຖ້ວມເຂດພື້ນທີ່ຕໍ່າ-ໃກ້ ນໍ້າຂອງ ແລະ ບ້ານເຮືອນປະຊາຊົນຈຳ ນວນໜຶ່ງ, ພ້ອມແນະນຳໃຫ້ປະຊາຊົນ ຕິດຕາມລະດັບນໍ້າຢ່າງໃກ້ຊິດ ແລະ ກຽມພ້ອມຮັບມືຢ່າງທັນການ. ໃນວັນທີ 15 ກັນຍາ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ພ້ອມດ້ວຍຄະນະນຳບັນດາຂະ ແໜງການນະຄອນຫລວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຕິດຕາມ ສະພາບນໍ້າຖ້ວມ ແລະ ມອບເຄື່ອງໃຫ້ ປະຊາຊົນທີ່ໄດ້ຮັບຜົນກະທົບນ້ຳຖ້ວມ ຢູ່ລຽບຕາມແຄມແມ່ນໍ້າຂອງ ທີ່ເມືອງ ປາກງື່ມ, ເມືອງຫາດຊາຍຟອງ (ບ້ານ ຊິມມະໂນ, ບ້ານທ່າພະ) ແລະ ເມືອງ ສີສັດຕະນາກ (ເຂດຫລັກ 4) ນະຄອນ ຫລວງວຽງຈັນ. ພ້ອມນີ້ຍັງໄດ້ຕິດຕາມ ສະພາບການລະບາຍນໍ້າອອກຈາກ ຕົວເມືອງນະຄອນຫລວງວຽງຈັນ ຢູ່ ຈຸດຫ້ວຍໝາກຮຽວ ເມືອງປາກງື່ມ, ຈຸດລະບາຍນໍ້າຫ້ວຍໝາກຮຽວ ແມ່ນ ຈຸດສຸດທ້າຍທີ່ນໍ້າໃນຕົວເມືອງນະຄອນ ຫລວງວຽງຈັນ ໄຫລມາໂຮມກັນອອກ ສູ່ແມ່ນໍ້າຂອງ. ປັດຈຸບັນ, ເນື່ອງຈາກລະ ດັບນໍ້າ ໃນແມ່ນໍ້າຂອງສູງຂຶ້ນກວ່າລະ ດັບນໍ້າໃນຫ້ວຍໝາກຮຽວ ປະມານ 2 ແມັດ ເພື່ອປ້ອງກັນບໍ່ໃຫ້ນໍ້າຍູ້ອັ່ງຖ້ວມ ຕົວເມືອງນະຄອນຫລວງວຽງຈັນ, ພາກສ່ວນກ່ຽວຂ້ອງ ຈຶ່ງໄດ້ໃຊ້ເຄື່ອງ ຈັກດູດນໍ້າອອກຈາກຫ້ວຍໝາກຮຽວ ສູ່ແມ່ນໍ້າຂອງ ຊຶ່ງຈຸດດັ່ງກ່າວ ໄດ້ນໍາ ໃຊ້ເຄື່ອງຈັກດູດນໍ້າ ຈຳນວນ 7 ເຄື່ອງ ສາມາດດູດປະລິມານນໍ້າໄດ້ທັງໝົດ 136.000 ລິດ/ຊົ່ວໂມງ. ຜ່ານການໃຊ້ ເຄື່ອງຈັກດູດນໍ້າດັ່ງກ່າວແມ່ນສາມາດ ຮັກສາລະດັບນໍ້າຫ້ວຍໝາກຮຽວ ໃຫ້ຢູ່ ໃນລະດັບເກນປົກກະຕິ (ລະດັບນໍ້າບໍ່ ເພີ່ມຂຶ້ນ). ເພື່ອຕິດຕາມສະພາບການ ຂຶ້ນ-ລົງຂອງນໍ້າ ແລະ ປ້ອງກັນຄວາມ ສ່ຽງຕ່າງໆທີ່ອາດເກີດຂຶ້ນ, ທາງອົງ ການປົກຄອງນະຄອນຫລວງວຽງຈັນ ໄດ້ຈັດຕັ້ງຄະນະຮັບຜິດຊອບຜັດປ່ຽນ ກັນເວນຍາມຢູ່ຈຸດດັ່ງກ່າວ ຕະຫລອດ 24 ຊົ່ວໂມງ ໂດຍປະກອບມີເຈົ້າໜ້າທີ່ ທະຫານ, ຕຳຫລວດ, ພະນັກງານພະ ແນກໂຍທາທິການ ແລະ ຂົນສົ່ງ, ພະ ແນກກະສິກຳ ແລະ ປ່າໄມ້, ການຈັດ ຕັ້ງບ້ານຢ່າງເຂັ້ມງວດ. ຂະນະທີ່ ໃນວັນທີ 14 ກັນຍາ 2024, ທ່ານ ພົນເອກ ວິໄລ ຫລ້າຄຳ ຟອງ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີ ກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍຄະນະນຳກະຊວງ ກໍໄດ້ຕິດ ຕາມສະພາບນໍ້າຂອງ ຢູ່ເຂດຫລັກ 4, ບ້ານ ພັນໝັ້ນ ເມືອງສີສັດຕະນາກ ແລະ ບ້ານດ່ານຄຳ ເມືອງສີໂຄດຕະບອງ ນະ ຄອນຫລວງວຽງຈັນ. ພ້ອມນັ້ນ, ທ່ານ ຍັງໄດ້ນຳເອົາວັດຖຸ-ປັດໄຈ ໄປມອບ ໃຫ້ກໍາລັງປະຈໍາການ ທີ່ປະຕິບັດໜ້າທີ່ ປ້ອງກັນໄພນໍ້າຖ້ວມຢູ່ຕາມຈຸດຕ່າງໆ. ໃນວັນດຽວກັນ, ຄະນະຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະ ມົນຕີ ພ້ອມດ້ວຍຄະນະ ກໍໄດ້ລົງເຄື່ອນ ໄຫວຕິດຕາມສະພາບນ້ຳຖ້ວມ ຢູ່ລຽບ ແຄມແມ່ນ້ຳຂອງ ຢູ່ ເຂດເມືອງສີໂຄດ ຕະບອງ ແລະ ໃນໂອກາດລົງເຄື່ອນ ໄຫວຕິດຕາມສະພາບນ້ຳຖ້ວມໃນຄັ້ງ ນີ້, ທ່ານຍັງໄດ້ຕາງໜ້າໃຫ້ກອງທຶນຄຸ້ມ ຄອງໄພພິບັດຂັ້ນສູນກາງ ມອບເງິນ ຈຳນວນ 200 ລ້ານກີບ ໃຫ້ກອງທຶນ ຄຸ້ມຄອງໄພພິບັດຂັ້ນນະຄອນຫລວງ ວຽງຈັນ ເພື່ອນໍາໃຊ້ເຂົ້າໃນການຊ່ວຍ ເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດນ້ຳຖ້ວມຢູ່ນະຄອນຫລວງ ວຽງຈັນ. ພ້ອມນີ້, ທ່ານຍັງໄດ້ມອບເງິນ ສ່ວນຕົວ ຈຳນວນ 100 ລ້ານກີບ ໃຫ້ ກອງທຶນຄຸ້ມຄອງໄພພິບັດຂັ້ນ ນະຄອນ ຫລວງວຽງຈັນ ແລະ ໄດ້ມອບເຄື່ອງ ອຸປະໂພກ-ບໍລິໂພກ ໃຫ້ປະຊາຊົນທີ່ໄດ້ ຮັບຜົນກະທົບຈາກໄພນ້ຳຖ້ວມ ກໍຄື ກຳລັງທຸກພາກສ່ວນທີ່ປະ ຕິບັດໜ້າທີ່ ຕອບ-ຕ້ານໄພພິບັດໃນຄັ້ງນີ້. ການລົງຕິດຕາມສະພາບນໍ້າ ຖ້ວມ ຂອງການນຳພັກ-ລັດ,ອໍານາດການປົກ ຄອງນະຄອນຫລວງ, ແຂວງ, ເມືອງ ກໍຄື ທຸກອົງການຈັດຕັ້ງທຸກຂັ້ນໃນຄັ້ງ ນີ້, ສະແດງເຖິງຄວາມເປັນຫ່ວງເປັນ ໄຍປະຊາຊົນ ທີ່ໄດ້ຮັບຜົນກະທົບ ແລະ ໄດ້ຊີ້ນຳໃຫ້ທຸກອົງການຈັດຕັ້ງ, ໜ່ວຍ ງານຄະນະຮັບຜິດຊອບຮີບຮ້ອນໃຫ້ ການຊ່ວຍເຫລືອປະຊາຊົນຢ່າງໃກ້ຊິດ ແລະ ແກ້ໄຂບັນຫານໍ້າຖ້ວມໃຫ້ກັບມາ ສູ່ສະພາບປົກກະຕິໂດຍໄວ. ເປັນຄໍາຂວັນປະກອບດ້ວຍ6ແກນຫລັກທີ່ສໍາຄັນ, ເປັນກະດູກສັນຫລັງຂອງຄວາມ ຈະເລີນຮຸ່ງເຮືອງ ແລະ ຄວາມກ້າວໜ້າຂອງປະເທດ. ໂອກາດນີ້, ທ່ານເອກອັກຄະລັດຖະທູດມາເລເຊຍ ຍັງໄດ້ຍົກໃຫ້ເຫັນເຖິງການ ພົວພັນສອງຝ່າຍ ມາເລເຊຍ-ສປປ ລາວ ເຊິ່ງຕະຫລອດ 58 ປີ ມາເລເຊຍ ໃຫ້ ຄວາມສໍາຄັນກັບສາຍພົວພັນໃກ້ຊິດ ແລະ ມິດຕະພາບ ກັບ ສປປ ລາວ ມາໂດຍ ຕະຫລອດ ເຊິ່ງໂດຍເຫັນໄດ້ໃນການຢ້ຽມຢາມລາວຢ່າງເປັນທາງການຂອງທ່ານ ດາໂຕະ ສິຣິ ອານວາ ບິນ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງປະເທດ ມາເລເຊຍ ໄດ້ປະສົບຜົນສໍາເລັດ. ໃນປີ 2023, ພວກເຮົາໄດ້ຕ້ອນຮັບນັກທ່ອງທ່ຽວລາວ ຈໍານວນ 16.781 ເທື່ອຄົນ ເຊິ່ງເປັນແນວໂນ້ມບົ່ງບອກເຖິງຄວາມນິຍົມປະເທດ ມາເລເຊຍທີ່ ເພີ່ມຂຶ້ນໃນຖານະເປັນຈຸດໝາຍປາຍທາງສໍາລັບນັກທ່ອງທ່ຽວລາວ, ສະເພາະແຕ່ເດືອນມັງກອນ ເຖິງເດືອນພຶດສະ ພາ 2024 ມີນັກທ່ອງທ່ຽວລາວໄປ ທ່ຽວມາເລເຊຍເຖິງ 7.059 ເທື່ອຄົນ. ພ້ອມນີ້, ທ່ານທູດ ໄດ້ສະໜັບສະໜູນໃຫ້ມີ ການຮ່ວມມືຫລາຍຂຶ້ນ ລະຫວ່າງ ຕົວແທນບໍລິສັດທ່ອງທ່ຽວ ແລະ ຄູ່ຮ່ວມອຸດສາ ຫະກຳ ເພື່ອປັບປຸງລາຍການທ່ອງທ່ຽວໃໝ່ໆທີ່ດຶງດູດນັກທ່ອງທ່ຽວລາວມາທ່ຽວ ມາເລເຊຍ ຫລາຍຂຶ້ນ ແລະ ການກັບມາເປີດບໍລິການຖ້ຽວບິນເສັ້ນທາງກົວລາ ລໍາເປີ (KUL)-ວຽງຈັນ (VTE) ອີກຄັ້ງ ໂດຍສາຍການບິນແອເອເຊຍ ເລີ່ມ ແຕ່ວັນທີ 2 ກໍລະກົດ 2024 ໂດຍມີ 2 ຖ້ຽວຕໍ່ອາທິດ (ວັນອັງຄານ ແລະ ວັນເສົາ) ແລະ ເສີມການຮ່ວມມືກັບ ລັດຖະບານ ສປປ ລາວ ໃນດ້ານຕ່າງໆ ໃຫ້ຫລາຍຂຶ້ນ, ລວມທັງການຄ້າ, ການລົງທຶນ, ການທ່ອງທ່ຽວ, ການສຶກສາ ແລະ ວັດທະນະທຳ ໂດຍຈະສ້າງສາຍສຳພັນທີ່ມີຢູ່ໃຫ້ບັນລຸຄວາມສໍາເລັດໃນທຸກດ້ານ ເພື່ອຜົນປະ ໂຫຍດທັງສອງປະເທດພວກເຮົາ. ຂ່າວ: ວຽງສະຫວັນ ຕື້ກວ່າກີບ. ຕໍ່ກັບສະພາບການດັ່ງກ່າວ, ຄະນະ ກໍາມະການຄຸ້ມຄອງໄພພິບັດຂັ້ນສູນ ກາງ ແລະ ຂັ້ນທ້ອງຖິ່ນ ໄດ້ຊີ້ນຳ-ນຳພາ ກຳລັງປ້ອງກັນຊາດ ແລະ ປ້ອງກັນ ຄວາມສະຫງົບ ລົງໄປຊ່ວຍຍົກຍ້າຍ ປະຊາຊົນ, ເຄື່ອງຂອງ ແລະ ສັດລ້ຽງ ໄປຢູ່ບ່ອນທີ່ປອດໄພ, ໄດ້ຈັດຕັ້ງທີມແພດ ລົງໄປບໍລິການດ້ານສຸຂະອະນາໄມ ຢູ່ ພື້ນທີ່ຕົວຈິງ, ໄດ້ຈັດສົ່ງເຄື່ອງຊ່ວຍ ເປີດໃຊ້ລະບົບ... ທັງໝົດ 14 ແຂວງ, 99 ເມືອງ, 1.099 ບ້ານ, 46.545ຄອບຄົວ, ພົນລະເຮືອນ 177.641ຄົນ, ຍິງ85.286ຄົນ, ເສີຍ ຊີວິດ 5 ຄົນ, ບາດເຈັບ 2 ຄົນ, ຄອບຄົວ ຖືກຍົກຍ້າຍຊົ່ວຄາວ649 ຄອບຄົວ (34.763ຄົນ), ເຮືອນເສຍຫາຍ195 ຫລັງ, ເນື້ອທີ່ທຳການຜະລິດ 12.614,15 ເຮັກຕາ, ເສັ້ນທາງ 263 ເສັ້ນ, ຂົວ 12 ແຫ່ງ, ຊົນລະປະທານ 87 ແຫ່ງ, ໂຮງໝໍ/ສຸກສາລາ 9 ແຫ່ງ, ນໍ້າລິນ 37 ແຫ່ງ, ໜອງປາ 398 ໜອງ, ສັດ ລ້ຽງ (ງົວ, ຄວາຍ, ແບ້, ໝູ ແລະ ສັດປີກ) ລວມທັງໝົດ 13.665 ໂຕ ທີ່ໄດ້ຮັບ ຜົນກະທົບ ແລະ ຜົນເສຍຫາຍ, ຄາດຄະ ເນມູນຄ່າຜົນເສຍຫາຍເບື້ອງຕົ້ນ 477 ເຫລືອເບື້ອງຕົ້ນ ໄປໃຫ້ບັນດາແຂວງ ທີ່ປະສົບໄພພິບັດ ໃນ 14 ແຂວງ ເປັນ ຕົ້ນເຂົ້າກິນ, ອາຫານແຫ້ງ, ນໍ້າດື່ມ, ສັງ ກະສີ, ເຄື່ອງໃຊ້ຄົວເຮືອນຈຳນວນໜຶ່ງ, ນໍາໃຊ້ລົດຜະລິດນໍ້າສະອາດ ແລະ ລົດ ສະແຕັກນໍ້າ ເພື່ອຜະລິດ ແລະ ຂົນສົ່ງ ນໍ້າໃຫ້ປະຊາຊົນນໍາໃຊ້, ພົ່ນຢາຂ້າຍຸງ ລາຍໃນ ເຂດທີ່ໄດ້ຮັບຜົນກະທົບ, ສະ ໜອງຢາປົວພະຍາດ, ສ້ອມແປງເສັ້ນ ທາງເບື້ອງຕົ້ນ ເພື່ອສາມາດນຳໃຊ້ໄປ ມາຫາກັນໄດ້. ພ້ອມນີ້, ກໍໄດ້ມອບເງິນ ເພື່ອສົມທົບເຂົ້າກອງທຶນຄຸ້ມຄອງໄພ ພິບັດໃຫ້ບັນດາແຂວງທີ່ໄດ້ຮັບຜົນກະ ທົບຈາາກໄພພິບັດ, ເນື່ອງຈາກວ່າສະ ພາບໄພພິບັດໄດ້ແຜ່ເປັນວົງກວ້າງກະ ທົບຫລາຍແຂວງ, ການຊ່ວຍເລືອສຸກ ເສີນ ແລະ ຟື້ນຟູແມ່ນຍັງມີມູນຄ່າສູງ. ສະນັ້ນ ການເປີດນຳໃຊ້ລະບົບ BCEL OneHeart ເພື່ອລະດົມທຶນບໍລິຈາກ ຊ່ວຍເຫລືອຜູ້ປະສົບໄພພິບັດ ປີ 2024 ຈະສາມາດແບ່ງເບົາ, ຊ່ວຍເຫລືອຜູ້ປະ ສົບໄພ ເຊິ່ງເງິນທີ່ໄດ້ຈາກລະບົບດັ່ງ ກ່າວ, ຄະນະກຳມະການຄຸ້ມຄອງໄພພິ ບັດ ຈະນຳໃຊ້ໃຫ້ຖືກເປົ້າໝາຍ ເພື່ອໃຫ້ ສາມາດຊ່ວຍໃຫ້ຄົບທຸກແຂວງທີ່ໄດ້ ຮັບຜົນກະທົບ. ໂອກາດນີ້, ນາງ ສາຍສະໝອນ ຈັນທະຈັກ ຜູ້ອໍານວຍການທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ໄດ້ກ່າວວ່າ: ປັດຈຸບັນ ສປປ ລາວ ກຳ ລັງປະສົບກັບໄພນໍ້າຖ້ວມ ແລະ ໄດ້ຂະ ຫຍາຍອອກໄປໃນຫລາຍແຂວງໃນ ຂອບເຂດທົ່ວປະເທດ ລວມທັງຢູ່ນະ ຄອນຫລວງວຽງຈັນ. ຈາກສະພາບການ ດັ່ງກ່າວ ຄະນະກຳມະການຄຸ້ມຄອງໄພ ພິບັດຂັ້ນສູນກາງ ໄດ້ສົມທົບກັບທະນາ ຄານການຄ້າຕ່າງປະເທດລາວມະຫາ ຊົນ ຈັດກິດຈະກຳ ລະດົມທຶນບໍລິຈາກ ຊ່ວຍເຫລືອຜູ້ປະສົບໄພພິບັດ ປີ 2024 ຜ່ານ BCEL OneHeart ຂອງທະນາ ຄານການຄ້າຕ່າງປະເທດລາວ ມະຫາ ຊົນ ໃນຄັ້ງນີ້, ກໍເພື່ອແບ່ງເບົາຄວາມ ຫຍຸ້ງຍາກໃຫ້ແກ່ຜູ້ປະສົບໄພພິບັດນໍ້າ ຖ້ວມ, ສຳລັບທ່ານໃດມີຈຸດປະສົງຊ່ວຍ ເຫລືອຜູ້ປະສົບໄພ ສາມາດບໍລິຈາກ ທຶນສົມທົບຜ່ານລະບົບດັ່ງກ່າວໄດ້ຕະ ຫລອດ 24 ຊົ່ວໂມງນັບແຕ່ຕອນບ່າຍ ຂອງວັນທີ 14 ກັນຍາ 2024. ສຳລັບ ການບໍລິຈາກແມ່ນ ບໍ່ຈຳເປັນຕ້ອງມີ ບັນຊີເງິນຝາກຢູ່ທະນາຄານການຄ້າ ກໍ ສາມາດບໍລິຈາກໄດ້ສ່ວນຄົນທີ່ຢູ່ຕ່າງ ປະເທດ ກໍສາມາດຮ່ວມບໍລິຈາກໄດ້ ໂດຍຜ່ານບັດສາກົນ ເຊັ່ນ: VISA, Master Card , Un i onPay ແລະ JCB ຜ່ານ ເວັບໄຊ www. oneheart.la ເຊິ່ງ ທຄຕລ ຈະຮັບຜິດ ຊອບຄ່າທຳນຽມ 2,5% ທີ່ສູນບັດ ສາກົນເກັບຈາກຜູ້ຖືບັດ. ໃນໂອກາດດັ່ງກ່າວ, ທະນາຄານ ການຄ້າຕ່າງປະເທດລາວມະຫາຊົນ ກໍໄດ້ມອບເງິນຂອງທະນາຄານ1ຕື້ກີບ ເພື່ອຊ່ວຍເຫລືອຜູ້ປະສົບໄພພິບັດ ໃນ ຂອບເຂດທົ່ວປະເທດ ໂດຍມອບໃຫ້ກັບ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນ ສູນກາງ ເປັນຕົວແທນໄປມອບຕໍ່. ພ້ອມ ທັງເຊື່ອໝັ້ນວ່າ ເງິນຈຳນວນດັ່ງກ່າວ, ຈະຖືກນຳໃຊ້ໃຫ້ເກີດປະ ໂຫຍດສູງສຸດ ສໍາລັບຜູ້ປະສົບໄພ. ຂ່າວ: ກິດຕາ ກັບສະຫາຍເລຂາທິການໃຫຍ່, ປະທານ ປະເທດ ໂຕເລີມ, ພົບປະກັບສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ, ສະ ຫາຍ ເຈິນ ແທັງ ເມີ້ນ ປະທານສະພາ ແຫ່ງຊາດ, ຕ້ອນຮັບການເຂົ້າຢ້ຽມຂໍ່າ ນັບ ຂອງຄະນະກໍາມະການແນວໂຮມ ປະເທດຊາດຫວຽດນາມ ແລະ ສະມາ ຄົມມິດຕະພາບຫວຽດນາມ-ລາວ ຂັ້ນ ສູນກາງ, ຢ້ຽມຢາມອະດີດການນຳຂັ້ນ ສູງ ຂອງ ສສ ຫວຽດນາມ, ພົບປະກັບ ອະດີດທະຫານອາສາສະໝັກ, ຊ່ຽວ ຊານ, ນັກສຶກສາຫວຽດນາມ ຢູ່ ສປປ ລາວ, ຕົວແທນຄົນໄວໝຸ່ມຫວຽດນາມ ແລະ ນັກສຶກສາລາວທີ່ກຳລັງສຶກສາ ຢູ່ ສສ ຫວຽດນາມ, ວາງພວງມາລາ ທີ່ສຸ ສານນັກຮົບວິລະຊົນ ແລະ ສຸສານປະ ທານ ໂຮ່ຈີ່ມິງ, ພົບປະເຮັດວຽກກັບ ການນຳ ແລະ ຢ້ຽມຢາມ ບາງພື້ນຖານ ເສດຖະກິດ ແລະ ວັດທະນະທຳ, ປະ ຫວັດສາດ ຢູ່ນະຄອນໂຮ່ຈີ່ມິງ. ໃນທ່າມກາງບັນຍາກາດທີ່ເຕັມໄປ ດ້ວຍໄມຕີຈິດມິດຕະພາບ, ຄວາມສາ ມັກຄີພິເສດແລະຄວາມໄວ້ເນື້ອເຊື່ອໃຈ ກັນຢ່າງເລິກເຊິ່ງ, ສອງຝ່າຍໄດ້ແຈ້ງ ໃຫ້ກັນຊາບກ່ຽວກັບສະພາບການພົ້ນ ເດັ່ນພາຍໃນຂອງແຕ່ລະພັກ, ແຕ່ລະປະ ເທດ;ແລກປ່ຽນແລະ ເອກະພາບບັນດາ ທິດທາງ, ແນວທາງແລະມາດຕະການ ຕ່າງໆ ເພື່ອແນໃສ່ສືບຕໍ່ເຮັດໃຫ້ສາຍພົວ ພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາ ຜົນສຳເລັດການຢ້ຽມຢາມ... ມັກຄີພິເສດແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມໄດ້ຮັບການເພີ່ມທະວີ ຢ່າງເລິກເຊິ່ງ, ກວ້າງຂວາງ, ມີປະສິດ ທິຜົນແລະ ແທດເໝາະກັບຕົວຈິງໃນທຸກ ຂົງເຂດ, ປະກອບສ່ວນເຂົ້າໃນການປະ ຕິບັດ ມະຕິກອງປະຊຸມໃຫຍ່ຂອງແຕ່ລະ ພັກຢ່າງມີໄຊແລະຍຸດທະສາດການຮ່ວມ ມື ລະຫວ່າງ ຫວຽດນາມ-ລາວ ໄລຍະ ປີ 2021-2030. ພ້ອມກັນນັ້ນ, ສອງ ຝ່າຍຍັງໄດ້ແລກປ່ຽນຄວາມຄິດເຫັນ ຮ່ວມກັນກ່ຽວກັບສະພາບການທີ່ພົ້ນ ເດັ່ນຢູ່ພາກພື້ນແລະສາກົນທີ່ສອງຝ່າຍ ມີຄວາມສົນໃຈ. ສອງຝ່າຍຢືນຢັນຈະ ສືບທອດມູນເຊື້ອປະຫວັດສາດອັນສະ ຫງ່າງາມ ຂອງປະ ຊາຊົນສອງປະເທດ ໃນຕະຫລອດໄລຍະເກືອບ 1 ສັດຕະວັດ ຂອງປະຫວັດສາດທີ່ຜ່ານມາ; ເນັ້ນໜັກ ເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລາວ-ຫວຽດນາມ ທີ່ໄດ້ຮັບ ການສ້າງຕັ້ງຂຶ້ນໂດຍປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່ ຮ່ວມກັບປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກ, ໄດ້ຮັບການເພີ່ມພູນຄູນ ສ້າງຈາກການນຳຮຸ້ນສືບທອດຂອງ ສອງພັກ,ສອງລັດແລະປະຊາຊົນສອງ ຊາດ, ເປັນຊັບສິນອັນລ້ຳຄ່າລວມຂອງ ປະຊາຊົນສອງປະເທດ, ແມ່ນປັດໄຈຕັດ ສິນພາວະວິ ໄສ, ເປັນກົດເກນປະຫວັດ ສາດ ແລະ ແຫລ່ງກຳລັງແຮງອັນໃຫຍ່ ຫລວງທີ່ສຸດ ຂອງສອງປະເທດ ແລະ ເປັນພື້ນຖານ ເພື່ອໃຫ້ສອງປະເທດຮ່ວມ ກັນເສີມຂະຫຍາຍ ແລະ ຖ່າຍທອດສືບ ຕໍ່ໃຫ້ຄົນຮຸ່ນຫລັງ. ສອງຝ່າຍເຫັນດີສືບຕໍ່ລົງເລິກການ ພົວພັນທາງດ້ານການເມືອງ, ຖືເປັນພື້ນ ຖານຫລັກ ໃນການກຳນົດແນວທາງ ການພົວພັນຮ່ວມມືລວມລະຫວ່າງສອງ ປະເທດ, ການຮ່ວມມືກັນຢ່າງແໜ້ນແຟ້ນ ໃນບັນດາບັນຫາຍຸດທະສາດ, ແນວ ທາງ ແລະ ນະໂຍບາຍທີ່ກ່ຽວຂ້ອງເຖິງ ຄວາມໝັ້ນຄົງແລະການພັດທະນາຂອງ ແຕ່ລະປະເທດ; ຮັກສາການຢ້ຽມຢາມ ແລະ ການພົບປະລະຫວ່າງການນຳຂັ້ນ ສູງຂອງສອງພັກ ແລະ ສອງລັດ ໃນ ຫລາຍຮູບຫລາຍແບບ; ຕັ້ງໜ້າເພີ່ມທະ ວີການແລກປ່ຽນດ້ານທິດສະດີ, ຂໍ້ມູນ ຂ່າວສານ, ແບ່ງປັນປະສົບການກ່ຽວ ກັບບັນຫາໃໝ່ໃນວຽກງານການກໍ່ສ້າງ ພັກ, ລະບົບການເມືອງ, ການພັດທະນາ ເສດຖະກິດ-ສັງຄົມ, ຮັບປະກັນສະຖຽນ ລະພາບທາງດ້ານເສດຖະກິດມະຫາ ພາກ, ເພີ່ມທະວີການເປີດກວ້າງເຊື່ອມ ໂຍງກັບສາກົນ; ຈັດຕັ້ງບັນດາກອງ ປະຊຸມ, ສຳມະນາກ່ຽວກັບບັນຫາໃໝ່ ທີ່ສອງພັກ, ສອງລັດໄດ້ວາງອອກ; ປະ ສານສົມທົບກັນຄົ້ນຄວ້າ,ຮຽບຮຽງ,ພິມ ຈຳໜ່າຍປຶ້ມກ່ຽວກັບແນວຄິດ ໄກສອນ ພົມວິຫານ; ສອງຝ່າຍໄດ້ຊຸກຍູ້ວຽກ ງານການໂຄສະນາ, ສຶກສາອົບຮົມກ່ຽວ ກັບມູນ ເຊື້ອອັນດີງາມຂອງສາຍພົວ ພັນພິເສດ ລາວ-ຫວຽດນາມ ກໍຄື ການ ພົວພັນລະຫວ່າງ ລາວ-ຫວຽດນາມກຳປູເຈຍ ໃຫ້ແກ່ບັນດາພະນັກງານລັດ ຖະກອນ, ສະມາຊິກພັກແລະ ປະຊາຊົນ ທຸກຊັ້ນຄົນ ໂດຍສະເພາະແມ່ນຄົນຮຸ່ນ ໜຸ່ມ ແລະ ກຳລັງປະກອບອາວຸດຂອງ ສອງປະເທດ; ຕັ້ງໜ້າຜັນຂະຫຍາຍ ການສິດສອນ ຢູ່ບັນດາສະຖານທີ່ການ ສຶກສາຂອງສອງປະເທດ ກ່ຽວກັບບັນ ດາເນື້ອໃນຂອງປະຫວັດສາດການພົວ ພັນພິເສດ ລາວ-ຫວຽດນາມ; ເລີ່ມລົງ ມືກໍ່ສ້າງບັນດາສະຖານທີ່ ປະຫວັດ ສາດຈຳນວນໜຶ່ງ ທີ່ມີຄວາມໝາຍສຳ ຄັນ ໃນການພົວພັນ ລາວ-ຫວຽດນາມ; ສົມທົບກັນຢ່າງແໜ້ນແຟ້ນ ເພື່ອສະ ເຫລີມສະຫລອງບັນດາເຫດການສຳ ຄັນຂອງສອງພັກ ແລະ ສອງປະເທດ. ໃນນັ້ນ, ມີວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 95 ປີ, ວັນສ້າງ ຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ, ວັນຊາດຫວຽດນາມ ຄົບຮອບ 80 ປີ ແລະ ວັນຊາດລາວ ຄົບຮອບ 50 ປີ; ສອງຝ່າຍເຫັນດີພະຍາຍາມຊຸກຍູ້ ແລະ ສ້າງບາດກ້າວບຸກທະລຸ ໃນການ ຍົກສູງລະດັບການຮ່ວມມື ທາງດ້ານ ເສດຖະກິດ, ວັດທະນະທຳ, ການສຶກສາ ວິທະຍາສາດແລະ ເຕັກໂນໂລຊີ ໃຫ້ສົມ ຄູ່ກັບການພົວພັນ ທາງດ້ານການເມືອງ ບົນພື້ນຖານການເສີມຂະຫຍາຍຄວາມ ສາມາດ ແລະ ທ່າແຮງບົ່ມຊ້ອນຂອງ ແຕ່ລະປະເທດ; ຊຸກຍູ້ການຈັດຕັ້ງຜັນ ຂະຫຍາຍບັນດາຂໍ້ຕົກລົງ ແລະ ສັນຍາ ຮ່ວມມືລະຫວ່າງສອງລັດຖະບານແລະ ບັນດາກະຊວງ, ຂະແໜງການ, ທ້ອງ ຖິ່ນ ແລະວິສາຫະກິດຂອງສອງປະເທດ. ສືບຕໍ່ເຈລະຈາ, ປັບປຸງ ຫລື ເຊັນບັນດາ ສັນຍາໃໝ່, ຂໍ້ຕົກລົງເພື່ອໃຫ້ແທດເໝາະ ກັບສະພາບຕົວຈິງ, ສ້າງລະບົບກົດໝາຍ ທີ່ສະດວກສະບາຍໃຫ້ແກ່ການຮ່ວມມື. ພິເສດແມ່ນໃນຂົງເຂດເສດຖະກິດ, ໃນ ນັ້ນມີສັນຍາການຮ່ວມມືສອງຝ່າຍລາວ- ຫວຽດນາມ ໄລຍະ 2026-2030, ຍຸດ ທະສາດໃນຂົງເຂດການຄົມມະນາ ຄົມ-ຂົນສົ່ງ ໄລຍະ 2026- 2030. ສະຫາຍເລຂາທິການໃຫຍ່, ປະທານ ປະເທດ ທອງລຸນ ສີສຸລິດ ແລະ ພັນລະ ຍາໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕ ເລີມ ແລະ ພັນລະຍາ, ບັນດາສະຫາຍ ການນຳຂັ້ນສູງຂອງພັກ, ລັດ ແລະ ປະ ຊາຊົນຫວຽດນາມ ທີ່ໄດ້ໃຫ້ການຕ້ອນ ຮັບຢ່າງສົມກຽດ ແລະ ຈິງໃຈເຊິ່ງເປັນ ການສະແດງໃຫ້ເຫັນຢ່າງເລິກເຊິ່ງຕໍ່ ສາຍພົວພັນອັນຍີ່ງໃຫຍ່ແລະຄວາມສາ ມັກຄີແບບພິເສດ ລາວ-ຫວຽດນາມ. ພ້ອມນີ້, ກໍໄດ້ເຊື້ອເຊີນສະຫາຍເລຂາ ທິການໃຫຍ່, ປະທານປະເທດ ໂຕ ເລີມ ພ້ອມດ້ວຍພັນລະຍາ, ບັນດາສະຫາຍ ການນຳຂັ້ນສູງພັກ, ລັດສສຫວຽດນາມ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງ ເປັນທາງການ. ສະຫາຍເລຂາທິການ ໃຫຍ່, ປະທານປະເທດ ໂຕ ເລິມ ແລະ ບັນດາສະຫາຍການນຳຂັ້ນສູງພັກ, ລັດ ສສ ຫວຽດນາມ ສະແດງຄວາມຂອບ ໃຈ ຍິນດີຕອບຮັບການເຊື້ອເຊີນສຳລັບ ວັນເວລາລະອຽດຂອງການຢ້ຽມຢາມ ແມ່ນຈະແຈ້ງຜ່ານຊ່ອງທາງການທູດ.

RkJQdWJsaXNoZXIy MTc3MTYxMQ==