5960

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 13/09/2024 xtgmf]k; ພັກ ປປ ລາວ... ຂປລ. ກອງປະຊຸມຂັ້ນສູງ ລະຫວ່າງ ພັກປະຊາຊົນປະຕິວັດລາວ ນໍາໂດຍສະ ຫາຍ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ພັກກອມມູນິດຫວຽດນາມ ນຳໂດຍ ສະຫາຍ ໂຕ ເລິມ ເລຂາທິ ການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ. ໄດ້ຈັດຂຶ້ນໃນ ວັນທີ 11 ກັນຍາ 2024, ຢູ່ນະຄອນຫລວງຮ່າ ໂນ້ຍ ສສ ຫວຽດນາມ, ນີ້ເປັນກົນໄກ ຮ່ວມມືສຳຄັນໃນການພົວພັນລະຫວ່າງ ສອງພັກ, ສອງລັດ, ປະກອບສ່ວນສຳ ຄັນເຂົ້າໃນການຮັດແໜ້ນລະຫວ່າງ ສອງພັກ, ສອງລັດແລະປະຊາຊົນສອງ ຊາດ ລາວ-ຫວຽດນາມ. ໃນການພົບປະ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານ ປະເທດລາວ ແລະ ສະຫາຍ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ແຈ້ງໃຫ້ກັນຊາບກ່ຽວ ກັບສະພາບການຂອງແຕ່ລະພັກ ແລະ ແຕ່ລະປະເທດ. ໃນນັ້ນ ລວມມີວຽກ ງານກໍ່ສ້າງພັກ, ການພັດທະນາເສດຖະ ກິດ-ສັງຄົມ, ປຶກສາຫາລືແລກປ່ຽນ ກ່ຽວກັບສະພາບການສາກົນ, ພາກພື້ນ ແລະ ບັນດາເນື້ອໃນຕ່າງໆທີ່ຕ່າງຝ່າຍ ຕ່າງມີຄວາມສົນໃຈຮ່ວມກັນ; ຕີລາຄາ ໝາກຜົນຂອງການຮ່ວມມືລະຫວ່າງ ສອງປະເທດໃນໄລຍະມໍ່ໆມານີ້, ເຫັນດີ ເປັນເອກະພາບກັນກ່ຽວກັບທິດທາງ ສຳຄັນຂອງການພົວພັນຮ່ວມມືລາວຫວຽດນາມ ໃນໄລຍະສະເພາະໜ້າ. ສະຫາຍເລຂາທິການໃຫຍ່, ປະທານ ປະເທດທັງສອງໄດ້ສະແດງຄວາມຊົມ ເຊີຍເຊິ່ງກັນ ແລະ ກັນ ຕໍ່ບັນດາຜົນສຳ ເລັດອັນສຳຄັນ ເຊິ່ງມີຄວາມໝາຍປະ ຫວັດສາດທີ່ປະຊາຊົນສອງຊາດ ຍາດ ມາໄດ້ໃນພາລະກິດກ ານປ່ຽນແປງໃໝ່ ກໍຄື ການຈັດຕັ້ງປະຕິບັດມະຕິກອງ ປະ ຊຸມໃຫຍ່ຂອງແຕ່ລະພັກ; ໄດ້ສະແດງ ຄວາມຂອບໃຈຕໍ່ການຊ່ວຍເຫລືອຖານ ມິດສະຫາຍອັນແທ້ຈິງ ລະຫວ່າງ ສອງ ພັກ, ສອງລັດ ແລະ ປະຊາຊົນສອງຊາດ ໃຫ້ກັນ ແລະ ກັນ ນັບແຕ່ອະດີດເຖິງປັດ ຈຸບັນ; ເນັ້ນເຖິງມູນເຊື້ອປະຫວັດສາດ, ຄວາມສາມັກຄີ, ຄວາມໃກ້ຊິດຕິດແທດ ແລະການຊ່ວຍເຫລືອເຊິ່ງກັນແລະກັນ, ຢືນຢັນວ່າ ສາຍພົວພັນລາວ-ຫວຽດ ນາມ ແມ່ນມໍລະດົກອັນລ້ຳຄ່າຂອງປະ ຊາຊົນສອງປະເທດ, ເປັນປັດໄຈພາວະ ວິໄສ ແລະເປັນແຫລ່ງກຳລັງແຮງອັນ ໃຫຍ່ຫລວງທີ່ສຸດຂອງສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດ, ຕ້ອງໄດ້ ສືບຕໍ່ເສີມຂະຫຍາຍປົກປັກຮັກສາ ແລະ ສືບທອດໃຫ້ກັບບັນດາຄົນຮຸ່ນຕໍ່ໄປ. ສະຫາຍໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ຢືນຢັນ ຢ່າງສະເໝີຕົ້ນສະເໝີປາຍວ່າ ການພົວ ພັນລະຫວ່າງ ຫວຽດນາມ-ລາວ ແມ່ນ ບຸລິມະສິດອັນດັບຕົ້ນໃນນະໂຍບາຍ ການຕ່າງປະເທດຂອງຫວຽດນາມ. ສະຫາຍ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່, ປະທານປະເທດລາວ ກໍໄດ້ ຢືນຢັນວ່າບໍ່ວ່າຈະຢູ່ໃນສະພາບ ການ ໃດກໍຕາມ, ລາວຈະຮ່ວມກັບຫວຽດ ນາມ ປັບປຸງ, ປົກປັກຮັກສາ ແລະ ເພີ່ມ ພູນຄູນສ້າງສາຍພົວພັນຄວາມສາມັກ ຄີແບບພິເສດ ລາວ-ຫວຽດນາມ ໃຫ້ ນັບມື້ນັບໄດ້ຮັບການພັດທະນາ, ແຕກ ດອກອອກຜົນຍິ່ງຂຶ້ນ ເພື່ອຜົນປະໂຫຍດ ອັນແທ້ຈິງຂອງປະຊາຊົນແຕ່ລະປະ ເທດ, ເພື່ອສັນຕິພາບ, ສະຖຽນລະ ພາບ, ການພັດທະນາຂອງພາກພື້ນ ແລະ ໃນໂລກ. ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່,ປະທານປະເທດລາວແລະ ສະຫາຍໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ສະ ແດງຄວາມປິຕິຊົມຊື່ນ, ຕີລາຄາສູງຕໍ່ ການພົວພັນຮ່ວມມືລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ນັບມື້ພັດທະນາ ເຂົ້າສູ່ລວງເລິກ, ບັນລຸໄດ້ໝາກຜົນຕົວ ຈິງໃນທຸກດ້ານ, ປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງ ຄົມ, ເພີ່ມທະວີດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ມີສະຖຽນລະ ພາບທາງດ້ານການເມືອງ ແລະ ຄວາມ ເປັນລະບຽບຮຽບຮ້ອຍຂອງສັງຄົມ ຢູ່ ແຕ່ລະປະເທດ; ສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມ ມືຮອບດ້ານລາວ-ຫວຽດນາມ, ຫວຽດ ນາມ-ລາວ ໃຫ້ນັບມື້ໄດ້ຮັບການພັດທະ ນາ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນແລະໃນໂລກ. ການນຳສອງຝ່າຍໄດ້ສະແດງຄວາມຊົມ ເຊີຍຕໍ່ການເພີ່ມທະວີການພົວພັນອັນດີ ງາມ ລະຫວ່າງລາວ-ຫວຽດນາມ- ກໍາ ປູເຈຍ ທີ່ນັບມື້ໄດ້ຮັບການພັດທະນາ ເປັນຢ່າງດີ ແລະ ຖືສຳຄັນຍິ່ງ ກໍຄື ມີ ຄວາມຕ້ອງການຊຸກຍູ້ການພົວພັນຮ່ວມ ມືລະຫວ່າງ 3 ພັກ ແລະ 3 ປະເທດ, ໃນ ນັ້ນປະຕິບັດໝາກຜົນຂອງການ ພົບປະ ລະຫວ່າງການນຳຂອງສາມພັກກໍຄືບັນ ດາກົນໄກການຮ່ວມມືກັບຝ່າຍອື່ນໆ. ໃນການພົບປະດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ຟ້າມ ມິງຈິງນາຍົກລັດຖະມົນຕີຫວຽດນາມ ໄດ້ຕີລາຄາສູງບັນດາໝາກຜົນແຫ່ງ ການຮ່ວມມືລະຫວ່າງ 2 ປະເທດ ໃນ ຂົງເຂດເສດຖະກິດ, ການຄ້າ, ການລົງ ທຶນ, ວັດທະນະທຳ, ການສຶກສາ, ວິທະ ຍາສາດເຕັກໂນໂລຊີ. ພ້ອມກັນນັ້ນ, ໄດ້ນຳສະເໜີບັນດາມາດຕະກ ານສະ ເພາະ ເພື່ອຍົກສູງປະສິດທິຜົນຂອງ ການຮ່ວມມື; ສອງນາຍົກລັດຖະມົນຕີ ເນັ້ນເຖິງຄວາມຈຳເປັນຕ້ອງໄດ້ສ້າງ ບາດກ້າວບຸກທະລຸໃນການພັດທະນາ ເສດຖະກິດ, ການຄ້າໃຫ້ສົມຄູ່ກັບການ ພົວພັນທາງການເມືອງ, ຄວາມສາມາດ ບົ່ມຊ້ອນ ແລະ ທ່າແຮງຂອງແຕ່ ລະປະ ເທດ, ສຸມໃສ່ແກ້ໄຂບັນດາບັນຫາຄົງ ຄ້າງໃນການຮ່ວມມື, ຊຸກຍູ້ການຮ່ວມ ມືທີ່ເຊື່ອມໂຍງ ແລະ ເພີ່ມທະວີການ ຮ່ວມມືດ້ານເສດຖະກິດ ຂອງສອງ ປະເທດ ລາວ-ຫວຽດນາມ ແລະ ລະ ຫວ່າງ 3 ພື້ນ ຖານເສດຖະກິດ ລາວຫວຽດນາມ-ກໍາປູເຈຍ. ບັນດາການນຳຂອງສອງພັກ ແລະ ສອງລັດ ໄດ້ເຫັນດີເປັນເອກະພາບໃນ ໄລຍະຕໍ່ໜ້າ ໂດຍຕ້ອງໄດ້ຕັ້ງໜ້າຈັດຕັ້ງ ຜັນຂະຫຍາຍບັນດາທິດທາງສຳຄັນ ທີ່ການນຳຂອງສອງຝ່າຍໄດ້ເອກະ ພາບກັນ, ສືບຕໍ່ເອົາການພົວພັນດ້ານ ການເມືອງເຂົ້າສູ່ລວງເລິກ ເຊິ່ງເປັນ ທິດທາງລວມຂອງການຮ່ວມມື; ປະ ສານສົມທົບຢ່າງແໜ້ນແຟ້ນໃນບາງ ບັນຫາຍຸດທະສາດ, ຮ່ວມກັນໃນການ ກະກຽມຈັດຕັ້ງກອງປະຊຸມພັກ ແຕ່ລະ ຂັ້ນ ເພື່ອກ້າວໄປເຖິງກອງປະຊຸມໃຫຍ່ ຂອງແຕ່ລະພັກ; ເພີ່ມທະວີແລະ ເສີມຂະ ຫຍາຍບັນດາເສົາຄ້ຳແຫ່ງການຮ່ວມ ມືດ້ານປ້ອງກັນຊາດ, ປ້ອງກັນຄວາມ ສະຫງົບ. ການນຳສອງປະເທດໄດ້ເຫັນດີ ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວ ສານຢ່າງທັນການ, ການປຶກສາຫາລື, ການປະສານງານຢ່າງໃກ້ຊິດ, ສະໜັບ ສະໜູນເຊິ່ງກັນ ແລະ ກັນໃນເວທີພາກ ພື້ນ ແລະ ສາກົນ; ປະຕິບັດບັນດາຖະ ແຫລງການຮ່ວມ ລາວ-ຫວຽດນາມ ແລະ ຂໍ້ຕົກລົງລະຫວ່າງ 2 ພັກ ແລະ ລັດ ແລະ ບັນດາໂຄງການຮ່ວມມືລະ ຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນໃຫ້ມີປະສິດທິພາບ, ເພີ່ມທະວີການເຊື່ອມຈອດ ແລະ ການ ຮ່ວມມືລະຫວ່າງສອງພື້ນຖານເສດຖະ ກິດ; ຖືສໍາຄັນມາດຕະການແກ້ໄຂ ຄວາມຫຍຸ້ງຍາກແລະຂ້ອງຄາ, ຍົກສູງ ຄຸນນະພາບ ແລະ ປະສິດທິຜົນຂອງ ການຮ່ວມມືລົງທຶນ; ຍົກສູງປະສິດທິ ພາບຂອງການພົວພັນຮ່ວມມືລະຫວ່າງ ບັນດາອົງການຈັດຕັ້ງມະຫາຊົນ ແລະ ທ້ອງຖິ່ນ, ເປີດກວ້າງການຮ່ວມມື ໂດຍ ກົງ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນການພັດທະນາເສດຖະກິດ-ສັງ ຄົມ, ຮັກສາຄວາມໝັ້ນຄົງ ແລະ ຄວາມ ສະຫງົບປອດໄພຢູ່ເຂດຊາຍແດນ. ສອງຝ່າຍຢືນຢັນຄວາມຈຳເປັນ ຕ້ອງຍົກສູງປະສິດທິພາບຂອງກົນໄກ ທີ່ມີຢູ່ແລ້ວ, ສືບຕໍ່ການປ່ຽນແປງໃໝ່, ປະດິດສ້າງໃໝ່ໃນການຍົກສູງປະສິດ ທິຜົນການຮ່ວມມືໃນທຸກຂົງເຂດ, ສ້າງ ກົນໄກໃໝ່ທີ່ເໝາະສົມເພື່ອຮັດແໜ້ນ ສາຍພົວພັນແບບພິເສດລາວ-ຫວຽດ ນາມ ເພື່ອຜົນປະໂຫຍດຕົວຈິງຂອງປະ ຊາຊົນສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາ ໃນ ພາກພື້ນ ແລະໃນໂລກ. ພາບ: ຂັນໄຊ ລະຫວ່າງສອງປະເທດ ລາວ-ຫວຽດ ນາມທີ່ສືບຕໍ່ໄດ້ຮັບການພັດທະນາຢ່າງ ຕໍ່ເນື່ອງແລະກ້າວເຂົ້າສູ່ລວງເລິກໂດຍ ມີການພົບປະ ແລະ ແລກປ່ຽນຢ້ຽມ ຢາມ ຂອງການນໍາຂັ້ນສູງຂອງສອງ ປະເທດຢ່າງເປັນປົກກະຕິ, ການຮ່ວມມື ດ້ານການຄ້າ-ການລົງທຶນສອງຝ່າຍ ສືບຕໍ່ຂະຫຍາຍຕົວ ໂດຍສະເພາະມູນ ຄ່າການຄ້າສອງສົ້ນໃນ 7 ເດືອນຕົ້ນ ປີ 2024ບັນລຸໄດ້1,1ຕື້ໂດລາສະຫະລັດ ເພີ່ມຂຶ້ນ 17% ຖ້າທຽບໃສ່ໄລຍະດຽວ ກັນຂອງປີ 2023 ແລະ ການລົງທຶນ ຂອງຫວຽດນາມ ກໍຢູ່ໃນແຖວໜ້າຂອງ ການລົງທຶນຕ່າງປະເທດ ຢູ່ລາວ. ພ້ອມ ນັ້ນ, ສອງສະພາແຫ່ງຊາດລາວ-ຫວຽດ ນາມ ກໍມີການພົວພັນຮ່ວມມື, ສະໜັບ ສະໜູນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເປັນຢ່າງດີ; ສອງຝ່າຍຍັງໄດ້ແລກ ປ່ຽນຄໍາຄິດຄໍາເຫັນ ເພື່ອຊຸກຍູ້ສົ່ງເສີມ ການຮ່ວມມືກັນໃນຕໍ່ໜ້າ ໂດຍສະເພາະ ການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງ ປະຕິບັດບັນດາໂຄງການທີ່ມີລັກສະນະ ຍຸດທະສາດ ທີ່ການນໍາຂອງສອງປະ ເທດໄດ້ຕົກລົງເຫັນດີຮ່ວມກັນ ໃຫ້ເປັນ ຮູບປະທໍາໂດຍໄວ. ສະຫາຍເລຂາທິການໃຫຍ່, ປະ ທານປະເທດ ທອງລຸນ ສີສຸລິດ ໄດ້ຕາງ ໜ້າໃຫ້ພັກ, ລັດ ແລະ ປະຊາຊົນ ລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈ ຢ່າງຈິງໃຈຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການ ຊ່ວຍເຫລືອຢ່າງລໍ້າຄ່າ ແລະ ທັນການ ບໍ່ວ່າຈະຢູ່ໃນໄລຍະຕໍ່ສູ້ກູ້ຊາດ ໃນເມື່ອ ກ່ອນ ກໍຄື ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສົມດັ່ງຄໍາເວົ້າທີ່ວ່າ “ເຂົ້າເມັດຫັກຜັກ ເສັ້ນໜຶ່ງກໍບິແບ່ງກັນກິນ” ໂດຍສະເພາະ ປະທານປະເທດ... ການຊ່ວຍເຫລືອຂອງສະພາແຫ່ງຊາດ ຫວຽດນາມ ໂດຍສະເພາະໂຄງການ ຫໍສະພາແຫ່ງຊາດ ເຊິ່ງເປັນສັນຍາ ຕົວແທນ ແຫ່ງ ສາຍພົວພັນທີ່ມີ ລັກສະ ນະພິເສດຂອງສອງປະເທດ ລາວຫວຽດນາມ. ໃນຂະນະດຽວກັນ, ສະຫາຍ ເຈິ່ນ ແທັງ ເມິ້ນ ກໍາມະການກົມການເມືອງ ສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ກໍໄດ້ສະແດງ ຄວາມຍິນດີຕ້ອນຮັບແລະຕີລາຄາສູງຕໍ່ ການຢ້ຽມຢາມຄັ້ງນີ້, ເຊິ່ງຈະປະກອບ ສ່ວນສໍາຄັນເຂົ້າໃນການຮັດແໜ້ນແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ,ສອງລັດແລະປະຊາຊົນສອງ ຊາດ ລາວ-ຫວຽດນາມ ໃຫ້ຈະເລີນ ງອກງາມ ແລະ ເກີດດອກອອກຜົນຍິ່ງໆ ຂຶ້ນ. ນອກຈາກນີ້, ສະຫາຍ ຍັງໄດ້ໃຫ້ ຮູ້ວ່າມີຄວາມຍິນດີທີ່ຈະນໍາພາຄະນະ ຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ຫວຽດນາມ ເດີນທາງມາເຂົ້າຮ່ວມ ກອງປະຊຸມສຸດຍອດ AIPA ແລະ ເດີນ ທາງຢ້ຽມຢາມ ສປປ ລາວ ໃນໂອກາດ ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ໃນວັນດຽວກັນ, ສະຫາຍເລຂາທິ ການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະ ນະກໍໄດ້ໄປວາງພວງມາລາຢູ່ອະນຸສາ ວະລີນັກຮົບນິລະນາມ ແລະ ສຸສານປະ ທານໂຮ່ຈີ່ມິງ ເພື່ອສະແດງຄວາມເຄົາ ລົບ ແລະ ລະນຶກເຖິງຄຸນງາມຄວາມດີ ຂອງປະທານ ໂຮ່ຈີ່ມິງ ຜູ້ນໍາທີ່ຍິ່ງໃຫຍ່ ແລະ ອ້າຍນ້ອງທະຫານນັກຮົບທີ່ໄດ້ ຕໍ່ສູ້ເສຍສະຫລະເລືອດເນື້ອ ເພື່ອປະ ເທດຊາດ ແລະ ປະຊາຊົນໃນສະໄໝ ສົງຄາມ. ພາບ: ຂັນໄຊ ກຸ່ມບໍລິສັດ... ມູນຄ່າ6,8ຕື້ກີບ, ຕາງໜ້າລັດຖະບານ ຮັບໂດຍ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານແລະສະ ຫວັດດີການສັງຄົມ, ທັງເປັນຮອງປະ ທານຄະນະກຳມະການຄຸ້ມຄອງໄພພິ ບັດແຫ່ງຊາດຂັ້ນສູນກາງ ໂດຍມີ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດ ຖະມົນຕີ ເຂົ້າຮ່ວມເປັນສັກຂີພິຍານ. ໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິ ທູນ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ກຸ່ມບໍລິສັດ ດອກງິ້ວຄຳ ຈຳ ກັດ ທີ່ມີຈິດໃຈມະນຸດສະທໍາ, ເອື້ອເຟື້ອ ເຜື່ອແຜ່ ໃຫ້ການຊ່ວຍເຫລືອຕໍ່ບັນດາ ຜູ້ປະສົບອຸທົກກະໄພ ໃນຄັ້ງນີ້, ເຖິງວ່າ ສະພາບເສດຖະກິດມີຄວາມຫຍຸ້ງຍາກ ແຕ່ການຊ່ວຍເຫລືອດັ່ງກ່າວ, ແມ່ນສອດ ຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງສະພາບການຕົວຈິງໃນປັດຈຸບັນ, ພ້ອມນີ້ຍັງເປັນການເສຍສະລະ ເພື່ອປະ ກອບສ່ວນເຂົ້າໃນການແກ້ໄຂຜົນກະ ທົບ ແລະ ຟື້ນຟູຊີວິດການເປັນຢູ່ຂອງ ປະຊາຊົນ ຜູ້ທີ່ປະສົບໄພທໍາມະຊາດ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ, ທັງສ່ອງແສງໃຫ້ເຫັນເຖິງ ຄວາມເປັນ ຫ່ວງເປັນໄຍ, ໃຫ້ກຳລັງໃຈເຊິ່ງກັນ ແລະກັນໃນເວລາທີ່ພົບກັບຄວາມຫຍຸ້ງ ຍາກ. ພ້ອມກັນນັ້ນ, ທ່ານຍັງໄດ້ສະແດງ ຄວາມຢືນຢັນວ່າຈະນຳເອົາການຊ່ວຍ ເຫລືອດັ່ງກ່າວ, ນຳໃຊ້ເຂົ້າໃນການ ຊ່ວຍເຫລືອບັນເທົາທຸກ ໃຫ້ແກ່ຜູ້ປະສົບ ໄພພິບັດ ດ້ວຍຄວາມໂປ່ງໃສ, ໃຫ້ເຖິງ ແລະ ຖືກເປົ້າໝາຍ ຢ່າງແທ້ຈິງ. ຂ່າວ-ພາບ: ກິດຕາ ເງິນຈຳນວນດັ່ງກ່າວ, ໄດ້ມາຈາກການ ປຸກລະດົມສັງຄົມ, ບໍລິສັດ-ຫ້າງຮ້ານ, ບຸກຄົນ-ນິຕິບຸນຄົນ ທີ່ມີນ້ຳໃຈສັດທາ ປະກອບສ່ວນບໍລິຈາກປັດໄຈ ເພື່ອຊ່ວຍ ເຫລືອປະຊາຊົນທີ່ປະສົບໄພທຳມະ ຊາດນ້ຳຖ້ວມ ຢູ່ບັນດາແຂວງພາກເໜືອ ຂອງລາວໃນໄລຍະຜ່ານມາ. ໂອກາດນີ້, ທ່ານປະທານສູນກາງ ແນວລາວສ້າງຊາດ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ແລະ ຂອບໃຈເປັນຢ່າງ ຍິ່ງ ມາຍັງອົງການພຸດທະສາສະໜາ ສຳພັນລາວ ແລະ ຜູ້ທີ່ໄດ້ປະກອບສ່ວນ ສົມທົບເງິນມາມອບໃຫ້ສູນກາງແນວ ລາວສ້າງຊາດ ໃນຄັ້ງນີ້ ໂດຍສູນກາງ ແນວລາວສ້າງຊາດ ຈະເອົາໄປຈັດຊື້ ເຄື່ອງອຸປະໂພກ-ບໍລິໂພກ ເພື່ອນຳໄປ ແຈກຢາຍໃຫ້ປະຊາຊົນຜູ້ທີ່ຖືກປະສົບ ໄພທຳມະຊາດນ້ຳຖ້ວມຢູ່ບັນດາແຂວງ ພາກເໜືອ. ຂ່າວ: ສນຊ ສູນກາງແນວ... ໃຫ້ສຳເລັດທັງໝົດໃນອາ ນາຄົດ ເພື່ອ ຊອກຫາແຫລ່ງສະສົມຖ່ານຫີນແຫ່ງ ໃໝ່ເພີ່ມຕື່ມ. ສຳລັບ ໂຄງການໂຮງໄຟຟ້າພະລັງ ງານຄວາມຮ້ອນຖ່ານຫີນ ຕັ້ງຢູ່ແຄມນໍ້າ ເຊກອງ ໃກ້ກັບເມືອງກະລຶມເກົ່າ ແຂວງ ເຊກອງ, ໂຄງການປະກອບດ້ວຍອົງປະ ກອບຫລັກ 3 ສ່ວນຄື: ໂຮງງານໄຟ ຟ້າຖ່ານຫີນ ແບບ Supercritical, ບໍ່ຖ່ານຫີນ Anthracite ແບບເປີດ, ກົນຈັກ ແລະ ສິ່ງອໍານວຍຄວາມສະ ດວກຕ່າງໆແລະບໍ່ຫີນປູນ, ສາຍສົ່ງໄຟ ຟ້າແຮງສູງແບບວົງຈອນຄູ່ ຂະໜາດ 500 kv ໄລຍະທາງ 254 km ເຊື່ອມ ຕໍ່ໂຮງງານໄຟຟ້າ ກັບຊາຍແດນ ລາວກຳປູເຈຍ ຢູ່ສະຖານີໄຟຟ້າ ບ້ານຫາດ, ແຂວງຈຳປາສັກ. ນອກນັ້ນ, ທັງສອງຄະນະ ກໍໄດ້ໄປ ຢ້ຽມຊົມ ໂຄງການຂຸດຄົ້ນ ແລະ ປຸງ ແຕ່ງແຮ່ບົກຊິດ ແລະ ກໍ່ສ້າງໂຮງງານ ອາລູມີນຽມ ຂອງບໍລິສັດຫວຽດເຟືອງ ຢູ່ທີ່ ເມືອງດາກຈຶງ ແຂວງເຊກອງ. ໂຄງການດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິ ບັດ ແຕ່ປີ 2022 ແລະ ຂະໜາດຂອງ ໂຄງການຄາດຄະເນກຳລັງການຜະ ລິດ1ລ້ານໂຕນຕໍ່ປີ, ປັດຈຸບັນໂຄງການ ກຳລັງກໍ່ສ້າງອາງເກັບນໍ້າ ເຊິ່ງຈະສຳ ເລັດໃນປີ 2025 ແລະ ສືບຕໍ່ກໍ່ສ້າງ ໂຮງງານອາລູມີນາ ໂດຍຄາດຄະເນໃນ ການກໍ່ສ້າງໂຮງງານໃຫ້ສໍາເລັດ ແລະ ເລີ່ມການຜະລິດອາລູມີນາໃນປີ2027. ໃນການລົງທຶນດັ່ງກ່າວ, ຖືວ່າເປັນ ການສ້າງພື້ນຖານອຸດສາຫະກຳປຸງ ແຕ່ງແຮ່ບົກຊິດຂອງ ສປປ ລາວ ເຊິ່ງ ແຂວງເຊກອງ ແລະ ແຂວງອັດຕະປື ມີ ການສະກັດຂອງແຮ່ດັ່ງກ່າວ ເປັນຈຳ ນວນຫລາຍ ທີ່ຈະເປັນພື້ນຖານສຳຄັນ ຂອງການພັດທະນາແຮ່ທາດອື່ນໆ ໃຫ້ເປັນອຸດສາຫະກຳໃນຕໍ່ໜ້າ. ຂ່າວ-ພາບ: ກະຊວງ ຜທ ຄະນະກຳມະການ... ລວມເຖິງພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ຕາມລຽບແຄມແມ່ນໍ້າຂອງ ໂດຍສະເພາະ ນະຄອນຫລວງວຽງຈັນ, ຫລວງພະບາງ, ໄຊຍະບູລີ, ແຂວງວຽງ ຈັນ ແລະ ບັນດາບ້ານທີ່ຢູ່ໃກ້ລຽບຕາມ ແມ່ນໍ້າເຊຈຳພອນ, ແຂວງສະຫວັນນະ ເຂດ ທີ່ອາດຈະເກີດນໍ້າຖ້ວມຊຸ ແລະ ຖ້ວມຂັງຈົ່ງກຽມ ພ້ອມດັ່ງນີ້: ໃຫ້ແຈ້ງ ເຕືອນພໍ່ແມ່ປະຊາຊົນຮັບຊາບ ມີສະຕິ ລະວັງຕົວ, ກຳນົດສະຖານທີ່ຫລົບໄພ ຊົ່ວຄາວ, ເກັບມ້ຽນສິ່ງຂອງ,ວັດຖຸມີຄ່າ ແລະ ສັດລ້ຽງ ໄປໄວ້ບ່ອນທີ່ປອດໄພ; ຕິດຕາມສະພາບອາກາດຢ່າງໃກ້ຊິດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ, ໂທລະພາບ, ວິທະຍຸ ແລະ ສື່ອອນລາຍ ທາງການ ອື່ນໆ, ພ້ອມທັງປະສານໃກ້ ຊິດກັບ ກອງເລຂາຄະນະກຳມະການ ຄຸ້ມຄອງໄພພິບັດຂັ້ນສູນກາງ; ແຕ່ງຕັ້ງ ຄະນະລົງຕິດຕາມລະດັບນໍ້າຢ່າງໃກ້ ຊິດ, ມີສະຕິລະວັງຕົວຕໍ່ສະພາບເຫດ ການດິນເຈື່ອນ,ນໍ້າຖ້ວມຊຸ,ນໍ້າຖ້ວມຍື່ງ ແລະ ລົມພັດແຮງ ທີ່ອາດຈະເກີດຂຶ້ນ; ກຽມພ້ອມດ້ານກໍາລັງ, ພາຫະນະ, ອຸປະ ກອນ, ເຄື່ອງຊ່ວຍເຫລືອຕ່າງໆ ເພື່ອ ນໍາໃຊ້ເຂົ້າໃນການຕອບໂຕ້ສຸກເສີນ; ກໍລະນີເກີດໄພພິບັດໃຫ້ຮີບຮ້ອນສຸມ ກໍາລັງຊ່ວຍເຫລືອປະຊາຊົນໃຫ້ທັນ ການ. ພ້ອມກັນນີ້, ກໍເລັ່ງປະສານງານ ຮ່ວມກັບຂະແໜງການປິ່ນອ້ອມ ເພື່ອ ຕອບໂຕ້ສຸກເສີນໃຫ້ທັນສະພາບການ. ແລະ ບັນລຸຄາດໝາຍໃນດ້ານວຽກ ງານກະສິກຳ. ດັ່ງນັ້ນ, ລັດວິສາຫະ ກິດສະບຽງອາຫານນະຄອນຫລວງ ວຽງຈັນ ຈຶ່ງໄດ້ຮ່ວມມືກັບບໍລິສັດ CP Laos ໃນປີ 2016 ແລະ ໄດ້ປັບປຸງ ໂຄງສ້າງທັງໝົດຂອງໂຮງງານຕັດ ແຕ່ງ ແລະ ແປຮູບໝູດອນດູ່ ໃຫ້ມີຄຸນ ນະພາບ ແລະ ຫັນເປັນທັນສະໄໝ. ປັດຈຸບັນ ໄດ້ຂະຫຍາຍສາຂາຕື່ມອີກ 3 ແຂວງຄື: ແຂວງຫລວງພະບາງ, ແຂວງຄໍາມ່ວນ ແລະ ແຂວງຈໍາປາ ສັກ; ໄດ້ສະໜອງຊີ້ນໝູແປຮູບໃຫ້ຕະ ຫລາດຢູ່ 4 ແຂວງດັ່ງກ່າວລວມທັງ ໝົດ 1.300 ໂຕ/ວັນ. ສະເພາະຢູ່ໂຮງ ງານຕັດແຕ່ງ ແລະ ແປຮູບໝູດອນດູ່ ນະຄອນຫລວງວຽງຈັນ 550 ໂຕ/ວັນ; ໂຮງງານມີຟາມໝູທີ່ລ້ຽງເອງ, ຟາມ ຄພສ... ຜົນກະທົບຈາກໄພນໍ້າຖ້ວມ, ເປັນ ກຽດຮັບໂດຍ ທ່ານ ວຽງສະຫວັດ ສີພັນດອນເຈົ້າແຂວງຫລວງນໍ້າທາ, ຮອງລັດຖະມົນຕີ... ພ້ອມດ້ວຍຄະນະນໍາຂອງແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ເນື່ອງ ຈາກວ່າ ຫລາຍບ້ານຢູ່ແຂວງຫລວງ ນໍ້າທາ ໄດ້ຖືກຜົນກະທົບຈາກເຫດການ ນໍ້າຖ້ວມກະທັນຫັນຢ່າງຮ້າຍແຮງ ເປັນເວລາ 3 ວັນແລ້ວ (ແຕ່ວັນທີ 0911 ກັນຍາ) ເຊິ່ງເຫັນວ່າປະລິມານ ນໍ້າໄດ້ມີການຫລຸດລົງເປັນຈໍານວນ ຫລາຍແລ້ວ. ໃນໂອກາດລົງມອບເງິນຊ່ວຍ ເຫລືອໃນຄັ້ງນີ້, ສະຫາຍ ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ ພ້ອມ ຄະນະ ຍັງໄດ້ລົງເຄື່ອນໄຫວ ແລະ ນໍາ ເອົາອາຫານແຫ້ງ ລົງແຈກຍາຍໃຫ້ ປະຊາຊົນທີ່ຖືກຜົນກະທົບ ຈໍານວນ 4 ບ້ານ ຄື: ບ້ານຫລວງ, ບ້ານຂອນ, ບ້ານປ່າສັກ ແລະ ບ້ານໃໝ່ ຕື່ມອີກ. ຂ່າວ-ພາບ: ແສງທອງ ປະທານ ສນຊ... ຈາກຜູ້ປະກອບການລ້ຽງໝູ ເຊິ່ງໝູ ທຸກໂຕແມ່ນໄດ້ຮັບການກວດຜ່ານມາດ ຕະຖານ ຕາມທີ່ໂຮງງານກຳນົດໄວ້. ນອກຈາກຊີ້ນສົດແລ້ວ, ຍັງຜະລິດຢໍ່, ລູກຊີ້ນ, ໝູປີ້ງ, ໝູໝັກພິກໄທດຳ ແລະ ນ້ຳມັນງາ,ໄກ່ຈໍ້,ນ້ຳມັນໝູ,ໄສ້ກອກໝູ, ເຕົ້າຮູ້ໄຂ່ ແລະ ໝູຝ່ອຍ ໂດຍມີການກຳ ນົດວັນໝົດອາຍຸຂອງສິນຄ້າ ແລະ ສິນ ຄ້າທຸກປະເພດມີການຂຶ້ນທະບຽນ ອຍ ກັບພາກລັດ. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງ ແຜນການໃນຕໍ່ໜ້າໂດຍໂຮງງານ ຈະ ສືບຕໍ່ປັບປຸງພື້ນຖານໂຄງລ່າງ ແລະ ເພີ່ມກຳລັງການຜະລິດ ເພື່ອສາມາດ ຕອບສະໜອງຕາມຄວາມຕ້ອງການ ຂອງຕະຫລາດ. ໃນໂອກາດນີ້, ທ່ານປະທານສູນ ກາງແນວລາວສ້າງຊາດ ໄດ້ໂອ້ລົມຕໍ່ ຄະນະອຳນວຍການ ແລະ ຜູ້ບໍລິຫານ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການຮ່ວມມືຂອງສອງບໍລິສັດດັ່ງ ກ່າວ ພ້ອມທັງໄດ້ເນັ້ນອີກວ່າ: ໃນອະ ນາຄົດຢູ່ປະເທດເຮົາ ຄວາມຕ້ອງການ ໃນການບໍລິໂພກສະບຽງອາຫານຍິ່ງ ຈະເພີ່ມຂຶ້ນເປັນຈຳນວນຫລວງຫລາຍ. ສະນັ້ນ, ໃຫ້ສອງບໍລິສັດດັ່ງກ່າວ, ຈົ່ງ ສືບຕໍ່ຮ່ວມມືກັນຮັກສາມູນ ເຊື້ອ ແລະ ສືບຕໍ່ປັບປຸງມາດຕະຖານຂອງໂຮງ ງານໃຫ້ກ້າວໄປສູ່ລະດັບສາກົນ, ຮັບ ປະກັນໃຫ້ອາຫານມີຄວາມສະອາດດີ, ມີຄຸນນະພາບ, ການຜະລິດກໍໃຫ້ຜະລິດ ແບບຄົບວົງຈອນ ທີ່ມີລັກສະນະໝູນ ວຽນ ແລະ ໃຫ້ຜູ້ບໍລິໂພກມີຄວາມໄວ້ ວາງໃຈໃນການບໍລິໂພກ ແລະ ມີສຸຂະ ພາບດີ. ຂ່າວ-ພາບ: ສນຊ

RkJQdWJsaXNoZXIy MTc3MTYxMQ==