5958

0= h 8q d]q '0v'l6 odk'ra ddv,,6 oy f9u o dj P;da [dko]q 'g]y d dkoxt8y I6 [1j k'Iv[fh ko grnj v-5 dp6h 7;k,ma oltw\c[[9u o xtgmf]k; 4 3]d c]t gsfdko *** ຕໍ່ຈາກສະບັບກ່ອນ*** *** ຕໍ່ຈາກສະບັບກ່ອນ*** *** ອ່ານຕໍ່ສະບັບໜ້າ *** 11/09/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຈັດຕັ້ງປະຕິບັດລະບຽບການຄຸ້ມ ຄອງເສັ້ນແດງໃນການອະນຸລັກລະບົບ ນິເວດ, ປັບປຸງກົນໄກອະນຸລັກທີ່ເປັນອັນ ໜຶ່ງອັນດຽວກັນແລະຄຸ້ມຄອງຢ່າງເປັນ ລະບົບຕໍ່ພູຜາ ແມ່ນ້ຳ ປ່າໄມ້ ດິນນາ ໜອງບຶງ ທົ່ງຫຍ້າ ແລະ ທະເລຊາຍນັ້ນ ໃຫ້ຄົບຖ້ວນສ້າງກົນໄກລົງທຶນ ເພື່ອ ຟື້ນຟູລະບົບນິເວດແບບຫລາຍແຫລ່ງ. ຈັດຕັ້ງປະຕິບັດລະບຽບການຜູກມັດ ແບບບັງຄັບຕໍ່ຊັບພະຍາກອນນ້ຳ, ປະຕິ ບັດການປ່ຽນແປງຄ່າທຳນຽມຊັບພະ ຍາກອນນ້ຳໃຫ້ເປັນອາກອນຢ່າງຮອບ ດ້ານ. ເພີ່ມທະວີການສ້າງກົນໄກປະ ສານງານ ໃນວຽກງານອະນຸລັກຄວາມ ຫລາກຫລາຍຂອງຊີວະນານາພັນ. ປັບ ປຸງລະບຽບການບຸກເບີກ ແລະ ອະນຸລັກ ຊັບພະຍາກອນທາງທະເລໃຫ້ຄົບຖ້ວນ. ປັບປຸງກົນໄກບັນລຸຄຸນຄ່າຂອງຜະລິດ ຕະພັນນິເວດໃຫ້ຄົບຖ້ວນ. ລົງເລິກການ ປະຕິຮູບລະບຽບການນຳໃຊ້ຊັບພະຍາ ກອນທຳມະຊາດໂດຍເສຍຄ່າ. ຊຸກຍູ້ ການຊົດເຊີຍລະບົບນິເວດແບບສັງ ລວມ, ປັບປຸງກົນໄກອະນຸລັກ ແລະ ຊົດ ເຊີຍລະບົບນິເວດຕາມສາຍຂວາງໃຫ້ ຄົບຖ້ວນ, ວາງແຜນເປັນເອກະພາບໃນ ການຊຸກຍູ້ການໄຊ້ແທນຄືນຕໍ່ຜົນການ ທຳລາຍສິ່ງແວດລ້ອມທຳມະຊາດ. 49. ປັບປຸງກົນໄກພັດທະນາແບບສີ ຂຽວ ແລະ ກາກບອນຕ່ຳໃຫ້ຄົບຖ້ວນ. ປະຕິບັດລະບົບ ນະໂຍບາຍດ້ານການ ເງິນ ສ່ວຍສາອາກອນ ການທະນາຄານ ການລົງທຶນ ແລະ ລາຄາ ພ້ອມດ້ວຍລະ ບົບມາດຕະຖານເພື່ອສະໜັບສະໜູນ ການພັດທະນາແບບສີຂຽວ ແລະ ກາກ ບອນຕ່ຳ, ພັດທະນາອຸດສາຫະກຳຕາມ ທິດສີຂຽວ ແລະ ກາກບອນຕ່ຳ, ປັບປຸງ ກົນໄກຊຸກຍູ້ສົ່ງເສີມການບໍລິໂພກແບບ ສີຂຽວໃຫ້ຄົບຖ້ວນ, ຊຸກຍູ້ການສ້າງລະ ບົບເສດຖະກິດທີ່ພັດທະນາແບບສີຂຽວ ກາກບອນຕ່ຳ ແລະ ໝູນວຽນ. ປັບປຸງ ນະໂຍບາຍຈັດຊື້ຈັດຈ້າງແບບສີຂຽວ ຂອງພາກລັດ, ປັບປຸງລະບຽບການສ່ວຍ ສາອາກອນຕາມທິດສີຂຽວໃຫ້ສົມບູນ. ປັບປຸງລະບຽບການຄຸ້ມຄອງຍອດປະ ລິມານຊັບພະຍາກອນ ແລະ ປະຢັດຊັບ ພະຍາກອນຢ່າງຮອບດ້ານໃຫ້ສົມບູນ, ປັບປຸງລະບົບນຳໃຊ້ສິ່ງເສດເຫລືອແບບ ໝູນວຽນໃຫ້ຄົບຖ້ວນ. ປັບປຸງກົນໄກນຳ ໃຊ້ຖ່ານຫີນສະອາດ ແລະ ມີປະສິດທິຜົນ ສູງໃຫ້ຄົບຖ້ວນ. ເລັ່ງລັດວາງແຜນແລະ ສ້າງລະບົບພະລັງງານແບບໃໝ່, ປັບ ປຸງນະໂຍບາຍ ແລະ ມາດຕະການດ້ານ ການນຳໃຊ້-ສະສົມ ແລະ ດັດສົມຄວບ ຄຸມພະລັງງານໃໝ່ໃຫ້ສົມບູນ. ປັບປຸງລະ ບົບເຮັດວຽກທີ່ສອດຄ່ອງກັບການປ່ຽນ ແປງຂອງດິນຟ້າອາກາດໃຫ້ສົມບູນ. ສ້າງກົນໄກໃໝ່ທີ່ຫັນປ່ຽນຈາກການ ຄວບຄຸມທັງຍອດປະລິມານ ແລະ ສະ ມັດຖະພາບການສິ້ນເປືອງພະລັງງານ ໃຫ້ກາຍເປັນການຄວບຄຸມທັງຍອດປະ ລິມານແລະສະມັດຖະພາບການລະບາຍ ກາກບອນນັ້ນຢ່າງຮອບດ້ານ. ສ້າງລະ ບົບສະຖິຕິໄລ່ລຽງປະລິມານການລະ ບາຍກາກບອນລະບຽບການຢືນຢັນກາ ໝາຍກາກບອນໃນຜະລິດຕະພັນ ແລະ ລະບົບຄຸ້ມຄອງຂະບວນການຂອງກາກ ບອນໃນຜະລິດຕະພັນ, ປັບປຸງລະບຽບ ການຊື້ຂາຍໃນຕະຫລາດກາກບອນ ແລະ ລະບຽບການຊື້ຂາຍກ່ຽວກັບການ ຫລຸດການລະບາຍອາຍພິດເຮືອນແກ້ວ ດ້ວຍຄວາມສະໝັກໃຈນັ້ນໃຫ້ຄົບຖ້ວນ, ຕັ້ງໜ້າຊຸກຍູ້ວຽກງານທີ່ລະບາຍກາກ ບອນເຖິງຈຸດສູງສຸດ ແລະ ການປອດ ການລະບາຍກາກບອນຢ່າງໝັ້ນທ່ຽງ ແລະ ສຸຂຸມຮອບຄອບ. XIII. ຊຸກຍູ້ການຫັນເປັນທັນສະໄໝ ຂອງລະບົບ ແລະ ຄວາມສາມາດດ້ານ ຄວາມໝັ້ນຄົງຂອງຊາດ ຄວາມໝັ້ນຄົງ ຂອງຊາດ ເປັນພື້ນຖານສຳຄັນທີ່ເຮັດ ໃຫ້ຄວາມທັນສະໄໝແບບຈີນກ້າວເດີນ ໄປໄກຢ່າງໜັກແໜ້ນ. ຕ້ອງຈັດຕັ້ງປະຕິ ບັດທັດສະນະຄວາມໝັ້ນຄົງຂອງຊາດ ໂດຍລວມ,ປັບປຸງໂຄງປະກອບແລະກົນ ໄກປົກປັກຮັກສາຄວາມໝັ້ນຄົງຂອງ ຊາດໃຫ້ສົມບູນ, ບັນລຸການຊ່ວຍຊູຍູ້ໜູນ ກັນເປັນຢ່າງດີລະຫວ່າງການພັດທະ ນາທີ່ມີຄຸນນະພາບສູງ ແລະ ຄວາມໝັ້ນ ຄົງໃນລະດັບສູງ, ຮັບປະກັນຄວາມໝັ້ນ ຄົງ ແລະ ຄວາມສະຫງົບຖາວອນຂອງ ຊາດຢ່າງແທ້ຈິງ. 50. ປັບປຸງລະບົບຄວາມໝັ້ນຄົງ ຂອງຊາດໃຫ້ຄົບຖ້ວນ. ສ້າງຄວາມເຂັ້ມ ແຂງໃຫ້ກັບກົນໄກປະສານງານດ້ານ ວຽກງານຄວາມໝັ້ນຄົງຂອງຊາດ, ປັບ ປຸງລະບົບການປົກຄອງປະເທດຕາມ ກົດໝາຍ ລະບົບຍຸດທະສາດ ລະບົບນະ ໂຍບາຍ ແລະ ລະບົບຕິດຕາມວັດແທກ ຄວາມສ່ຽງ-ເຕືອນໄພລ່ວງໜ້າໃນດ້ານ ຄວາມໝັ້ນຄົງຂອງຊາດໃຫ້ສົມບູນ, ປັບປຸງລະບົບຮັບປະກັນຄວາມໝັ້ນຄົງ ໃນຂົງເຂດສຳຄັນ ແລະ ລະບົບປະສານ ງານ-ບັນຊາການໃນໂຄງການສະເພາະ ກິດທີ່ສຳຄັນໃຫ້ສົມບູນ. ສ້າງລະບົບ ປ້ອງກັນຄວາມໝັ້ນຄົງຂອງຊາດທີ່ມີ ການປະສານສົມທົບກັນ ແລະ ມີປະສິດ ທິພາບສູງ, ຊຸກຍູ້ຄວາມໝັ້ນຄົງຂອງ ຊາດດ້ວຍວິທະຍາສາດເຕັກໂນໂລຊີ. *** ອ່ານຕໍ່ສະບັບໜ້າ *** fh ;pgsfzq o.f ra ddv,,6 oy f9u o 9jy ']q 'g]y ddkoxt8y I6 [ 1j k'Iv[fh ko grnj v-5 dp6h 7;k,ma oltw\c[[9u o ດ້ວຍຜົນສຳເລັດຂອງການປະຕິ ຮູບແລະ ເປີດປະຕູສູ່ພາຍນອກຂອງຈີນ, ຄະນະຜູ້ແທນຫລາຍປະເທດໃນໂລກ, ລວມທັງຜູ້ບໍລິຫານລະດັບສູງຂອງວິ ສາຫະກິດອາເມຣິກາຄືບໍລິສັດFedEx, ບໍລິສັດ Goldman Sachs, ບໍລິສັດ Apple ຈິ່ງເດີນທາງຢ້ຽມຢາມຈີນ ຢ່າງ ໄວວາພາຍຫລັງກອງປະຊຸມຄົບ ຄະນະ ຄັ້ງທີ3ຂອງຄະນະກຳມະການສູນກາງ ພັກກອມມູນິດຈີນ ສະໄໝທີ 20 ສິ້ນສຸດ ລົງບໍ່ເທົ່າໃດວັນ. ນີ້ສະແດງໃຫ້ເຫັນເຖິງ ຄວາມຕັ້ງໃຈຂອງອາເມຣິກາ ທີ່ຢາກ ຮັບຮູ້ເຖິງນະໂຍບາຍຂອງຈີນໃນການ ລົງເລິກການປະຕິຮູບຢ່າງຮອບດ້ານ ຕື່ມອີກນັ້ນຢ່າງຮີບດ່ວນ, ພ້ອມທັງຫວັງ ຢາກໄດ້ຮັບໂອກາດທີ່ຕ່າງຝ່າຍຕ່າງ ໄດ້ຮັບຜົນປະໂຫຍດ. ຂໍ້ມູນຫລ້າສຸດສະ ໂດຍ: ດວງຈິດ ສະຫວັດບຸນມີ ອະດີດຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ພາຍນອກໃນການເປີດກວ້າງການຮ່ວມ ມືສາກົນ, ໂດຍຄາດຄະເນວ່າ ອັດຕາ ການຫັນເປັນຕົວເມືອງຂອງຈີນ ເພີ່ມ ຂຶ້ນ 1% ໃດກໍສາມາດຊຸກຍູ້ໃຫ້ມີການ ລົງທຶນເພີ່ມຂຶ້ນໃໝ່ 140 ຕື້ໂດລາ ແລະ ຄ່າບໍລິໂພກທີ່ເພີ່ມຂຶ້ນໃໝ່ 28 ຕື້ໂດລາ. ໝາຍວ່າຕະຫລາດຂະໜາດໃຫຍ່ພິເສດ ຂອງຈີນກໍຈະຍົກສູງຄຸນນະພາບ ແລະ ຂະຫຍາຍວົງກວ້າງອອກຢ່າງຕໍ່ເນື່ອງ ແລະ ຈະຂຸດຄົ້ນກຳລັງບົ່ມຊ້ອນດ້ານ ຄວາມຕ້ອງການພາຍໃນຫລາຍຂຶ້ນ ກວ່າເກົ່າ. ໃນອະນາຄົດ, ຄຽງຄູ່ກັບ ມາດຕະການປະຕິຮູບສຳຄັນ300ກວ່າ ລາຍການທີ່ສະເໜີອອກໃນເອກະສານ ຂອງກອງປະຊຸມຄັ້ງນີ້ໄດ້ຮັບການຈັດ ຕັ້ງປະຕິບັດຢ່າງຕໍ່ເນື່ອງ, ພະລັງຊີວິດ ຂອງຕະຫລາດຈີນ ຈະຖືກຂຸດຄົ້ນອອກ ມາຢ່າງບໍ່ຢຸດຢັ້ງ ເຊິ່ງຈະເປັນການເພີ່ມ ກຳລັງຂັບເຄື່ອນໃຫ້ແກ່ຄວາມທັນສະ ໄໝແບບຈີນ ແລະ ສ້າງພື້ນທີ່ການພັດ ທະນາອັນກວ້າງຂວາງກວ່າເກົ່າໃຫ້ແກ່ ວິສາຫະກິດປະເທດຕ່າງໆເຊິ່ງລວມ ທັງວິສາຫະກິດອາເມລິກາ ອີກດ້ວຍ. ແດງໃຫ້ເຫັນວ່າເສດຖະກິດຈີນ ໄດ້ສືບ ຕໍ່ຮັກສາທ່ວງທ່າທີ່ຟື້ນຟູດີຂຶ້ນ, ໃນຫົກ ເດືອນຕົ້ນປີ2024ນີ້,GDP ຈີນບັນລຸ ໄດ້ 61.700 ຕື້ຢວນເພີ່ມຂຶ້ນ 5% ເມື່ອ ທຽບໃສ່ໄລຍະດຽວກັນຂອງປີ 2023 ແລະ ເປັນຈັງຫວະການພັດທະນາໄວ ທີ່ປະເທດໃຫຍ່ໃນໂລກຍັງເຮັດບໍ່ໄດ້. ນັກວິເຄາະສາກົນຫລາຍຄົນຍັງໄດ້ ຕີລາຄາວ່າ: ສປ ຈີນ ເປັນຕະຫລາດຂະ ໜາດໃຫຍ່ທີ່ເປັນທ່າແຮງພິເສດຂອງ ຈີນ ສາມາດຍົກສູງການເປີດປະຕູສູ່ ຂປລ. ໃນວັນທີ9 ກັນຍາ 2024 ນີ້, ກະຊວງປ້ອງກັນປະເທດ ແລະ ສະມາຄົມມິດຕະພາບລາວ-ສປປ ເກົາຫລີ ຮ່ວມກັບສະຖານເອກອັກ ຄະລັດຖະທູດແຫ່ງ ສປປ ເກົາຫລີ ປະຈຳ ສປປ ລາວ ຈັດປາຖະກະຖາ ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາ ທິປະໄຕ ເກົາຫລີ ຄົບຮອບ 76 ປີ (09/09/1948-09/09/2024) ໂດຍການປາຖະກະຖາຂອງສະຫາຍ ກາງຊຶງລົງ(KangSungRyon) ທີ່ປຶກສາທູດ ແຫ່ງ ສປປ ເກົາຫລີ ປະຈຳ ສປປ ລາວ, ມີ ສະຫາຍ ອາດ ສະພັງທອງ ສີພັນດອນ ເຈົ້າຄອງ ນະຄອນຫລວງວຽງຈັນ,ທັງເປັນປະ ທານສະມາຄົມມິດຕະພາບ ລາວ- ສປປ ເກົາຫລີ, ສະຫາຍ ພົນຕີ ສອນ ທອງ ພົມລາວົງ ຄະນະປະຈຳພັກ ກະຊວງປ້ອງກັນປະເທດ, ຮອງຫົວ ຫນ້າກົມໃຫຍ່ການເມືອງກອງທັບ, ພ້ອມດ້ວຍການນໍາແລະພະນັກງານ ຫລັກແຫລ່ງເຂົ້າຮ່ວມ. ໂອກາດນີ້, ສະຫາຍ Kang Sung Ryon ໄດ້ຍົກໃຫ້ເຫັນເຖິງ ຜົນງານ ໃນການນໍາພາຂອງພັກ ແຮງງານເກົາຫລີ, ລັດຖະບານແລະ ປະຊາຊົນ ສປປ ເກົາຫລີ ພາຍໃຕ້ ການນໍາພາ-ຊີ້ນໍາຂອງ ສະຫາຍ ກິມ ອິນ ຊຸງ ຜູ້ນຳທີ່ຍິ່ງໃຫຍ່ ປະທານປະ ເທດແຫ່ງ ສປປ ເກົາຫລີ, ຜູ້ນຳພາ ແສງສະຫວ່າງແນວ ຄິດຈຸດເຊ ໃນ ພາລະກິດປະຕິວັດຂອງພັກ, ກຳລັງ ປະກອບອາວຸດແລະປະຊາຊົນສປປ ເກົາຫລີ ໃນຂະບວນວິວັດ ແຫ່ງການ ຕໍ່ສູ້ປົດປ່ອຍຊາດ ກໍຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ສປປ ເກົາຫລີ, ສະຫາຍ ກິມ ເຈິງ ອິນ ຜູ້ນຳທີ່ຍິ່ງໃຫຍ່, ເລຂາທິ ການໃຫຍ່ພັກແຮງງານເກົາຫລີ, ປະ ທານຄະນະກຳມະທິການປ້ອງກັນ ຊາດແຫ່ງ ສປປ ເກົາຫລີ. ໃນປັດ ຈຸບັນພາຍໃຕ້ການນໍາພາ ຂອງ ສະ ຫາຍ ກິມ ເຈິງ ອູນ ຜູ້ນຳທີ່ເຄົາລົບ ຮັກ, ເລຂາທິການໃຫຍ່ພັກແຮງ ງານ ເກົາຫລີ, ປະທານກິດຈະການ ແຫ່ງລັດແຫ່ງ ສປປ ເກົາຫລີ, ຜູ້ບັນ ຊາການສູງສຸດກຳລັງປະກອບອາ ວຸດແຫ່ງ ສປປ ເກົາຫລີ ອັນໄດ້ ເຮັດໃຫ້ ສປປ ເກົາຫລີ ມີການພັດ ທະນາຮອບດ້ານ, ການເມືອງມີ ສະຖຽນລະພາບໜັກແໜ້ນ, ວຽກ ງານປ້ອງກັນຊາດປ້ອງກັນຄວາມ ສະຫງົບມີຄວາມເຂັ້ມແຂງທັນສະ ໄໝ, ເສດຖະກິດມີການພັດທະນາ, ຊີວິດການເປັນຢູ່ຂອງ ແລະ ປະຊາ ຊົນ ສປປ ເກົາຫລີ ໄດ້ຮັບການ ປັບປຸງດີຂຶ້ນເລື້ອຍໆ ເຊິ່ງເຮັດໃຫ້ ຜູ້ເຂົ້າຮ່ວມໄດ້ຮັບຮູ້ເຖິງສະພາບກ ານຕົວຈິງ ໃນການພັດທະນາ ກໍຄື ຜົນສໍາເລັດອັນໃຫຍ່ຫລວງທີ່ປະ ຊາຊົນ ສປປ ເກົາຫລີ ຍາດມາໄດ້. ພ້ອມກັນນີ້, ສະຫາຍ ທີ່ປຶກສາທູດ ຍັງໄດ້ຍົກໃຫ້ເຫັນເຖິງສາຍພົວ ພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອ ລະຫວ່າງ ສອງ ພັກ, ສອງລັດ ແລະ ປະຊາຊົນ ສອງ ຊາດ ລາວ ແລະ ສປປ ເກົາຫລີ ໃນ ໄລຍະຜ່ານມາ. ຫລັງຈາກນັ້ນ, ສະຫາຍ ພັອ ແກ້ວສຸວັນ ຜາງພິລາວົງ ຫົວໜ້າ ກົມໂຄສະນາອົບຮົມ, ໃນນາມຄະ ນະຈັດຕັ້ງໄດ້ສະແດງຄວາມຂອບ ໃຈ ຕໍ່ການປາຖາກະຖາທີ່ມີເນື້ອໃນ ສໍາຄັນ ແລະ ມີຄວາມໝາຍເລິກ ເຊິ່ງຂອງ ສະຫາຍ ທີ່ປຶກສາທູດ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການນໍາ ພາອັນຖືກຕ້ອງ, ເດັດດ່ຽວ, ເຂັ້ມ ແຂງຂອງພັກແຮງງານເກົາຫລີ, ອັນມີ ສະຫາຍ ກິມ ເຈິງ ອຸນ ຜູ້ນຳ ທີ່ເຄົາລົບຮັກ, ເລຂາທິການ ໃຫຍ່ ພັກແຮງງານເກົາຫລີ, ປະທານ ກິດຈະການແຫ່ງລັດແຫ່ງ ສປປ ເກົາຫລີ, ຜູ້ບັນຊາການສູງສຸດກຳ ລັງປະກອບອາວຸດແຫ່ງ ສປປ ເກົາ ຫລີ ນັ້ນ, ປະຊາຊົນ ສປປ ເກົາຫລີ ອ້າຍນ້ອງຈະສືບຕໍ່ຍາດໄດ້ຜົນສໍາ ເລັດໃໝ່ໃຫຍ່ຫລວງກວ່າເກົ່າ ໃນ ພາລະກິດສ້າງສາປະເທດສັງຄົມນິ ຍົມໃຫ້ມີຄວາມມັ່ງຄັ່ງ ແລະ ເຂັ້ມ ແຂງ. ຂ່າວ: ກິດຕາ ; ພາບ: ເກດສະໜາ xk4tdt4k ;a olt4kxtok lxx gdq ks]u 7q [Iv[ 76 xu ຄວາມຮຸນແຮງ ກໍ່ອາຊະຍາກຳ ແລະ ສິ່ງຫຍໍ້ທໍ້ຕ່າງໆໃນສັງຄົມ ເຊິ່ງເປັນ ໄພອັນຕະລາຍ, ມີຄວາມສ່ຽງສູງຕໍ່ ຄວາມໝັ້ນຄົງຂອງຊາດ ແລະ ໄດ້ສົ່ງ ຜົົນກະທົບໂດຍກົງ ຕໍ່ການພັດທະນາ ເສດຖະກິດ-ສັງຄົມ, ຕໍ່ສຸຂະພາບຂອງ ປະຊາຊົນ, ພົນລະເມືອງລາວເຮົາ ໂດຍ ສະເພາະ ໄດ້ເບື່ອເມົາຊາວໜຸ່ມ, ເຍົາ ວະຊົນ ທີ່ເປັນກໍາລັງແຮງງານຂອງປະ ເທດຊາດ, ເປັນຜູ້ສືບທອດພາລະກິດ ແລະ ອະນາຄົດ ຂອງປະເທດຊາດ. ຍ້ອນເຫັນໄດ້ເຖິງໄພອັນຕະລາຍ ແລະ ຄວາມຈໍາເປັນພາວະວິໄສ ໃນການ ແກ້ໄຂບັນຫາຢາເສບຕິດໃຫ້ເດັດຂາດ, ໃນຊຸມປີຜ່ານມາ ພັກ-ລັດຖະບານ ພວກເຮົາ ໄດ້ນຳພາ-ຊີ້ນໍາ ການຈັດຕັ້ງ ປະຕິບັດວຽກງານດັ່ງກ່າວ ຢ່າງຈົດຈໍ່ ສ້າງຄວາມເຂັ້ມແຂງ... *** ຕໍ່ຈາກໜ້າ 1 *** ຕະຫລອດມາ ໂດຍສະເພາະການຈັດ ຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ(20212023) ຊຶ່ງຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ກໍໄດ້ຮັບມອບ ໝາຍ 2 ຕົວຊີ້ວັດ ເຊັ່ນ: ຊ່ວຍເຫລືອ ຜູ້ອອກຢາເສບຕິດ, ສ້າງນັກສັງຄົມສົງ ເຄາະ ຈິດຕະສັງຄົມສະເພາະດ້ານການ ໃຫ້ຄຳປຶກສາ ແລະ ແນະນຳຕໍ່ຜູ້ອອກ ຢາເສບຕິດ. ຊຸດຝຶກອົບຮົມຄັ້ງນີ້, ສໍາມະນາ ກອນ ຍັງໄດ້ຮັບຟັງສະພາບລວມ, ພາ ລະບົດບາດ ແລະ ຄວາມຮັບຜິດຊອບ ຂອງຄະນະກໍາມະການປົກປ້ອງ ແລະ ຊ່ວຍເຫລືອເດັກ, ຕາໜ່າງການປົກ ປ້ອງແລະຊ່ວຍເຫລືອເດັກ,ຜົນຮ້າຍອັນ ຕະລາຍຂອງຢາເສບຕິດ, ວິທີສັງເກດ, ການບຳບັດປິ່ນປົວ, ການປ້ອງກັນ, ການຊ່ວຍເຫລືອດູແລການບາດ ເຈັບ ທາງດ້ານຈິດໃຈ ຂອງຜູ້ຖືກເຄາະຮ້າຍ, ວິທີຊ່ວຍເຫລືອເດັກນ້ອຍ ແລະ ຜູ້ໃຫຍ່ ຮັບມືກັບຄວາມກົດດັນທາງດ້ານຈິດ ໃຈ, ສິ່ງທີ່ຄວນຫລີກລ້ຽງໃນເວລາ ໃຫ້ການສະໜັບສະໜູນທາງດ້ານ ຈິດ ໃຈແກ່ຜູ້ຖືກເຄາະຮ້າຍ, ການບໍລິຫານ ເວລາ ແລະ ການດູແລຕົນເອງຂອງນັກ ສັງຄົມສົງເຄາະ ແລະ ພາລະບົດບາດ ຂອງນັກສັງຄົມສົງເຄາະ ແລະ ຕາໜ່າງ ປົກປ້ອງ ແລະ ຊ່ວຍເຫລືອເດັກ. ຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ຖາມຕອບ, ປຶກສາຫາລື ແລະ ປະກອບຄຳ ເຫັນເພື່ອຫາວີທີທາງການຊ່ວຍເຫລືອ ຜູ້ອອກຢາເສບຕິດ ໂດຍສະເພາະຜູ້ ດ້ອຍໂອກາດ ເພື່ອໃຫ້ໄດ້ຮັບການບຳ ບັດປິ່ນປົວ, ຟື້ນຟູ, ໃຫ້ຄໍາປຶກສາ ແລະ ອົບຮົມວິຊາຊີບ ເຮັດໃຫ້ຜູ້ເຄາະຮ້າຍ ຈາກຢາເສບຕິດເຫລົ່ານັ້ນ ໄດ້ກັບຄືນ ເປັນຄົນທີ່ມີຄຸນຄ່າ ແລະ ພົນລະເມືອງ ທີ່ດີ ໃນສັງຄົມ. ຂໍ້ມູນ-ພາບ: ຂ່າວສານ ຮສສ

RkJQdWJsaXNoZXIy MTc3MTYxMQ==