xtgmf]k; 3 11/09/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me *** ອ່ານຕໍ່ສະບັບໜ້າ ***່ າໍ່ ສັ ບ້ າ ໂດຍ: ຫງວຽນມິງເຕິມ ຮອງຫົວິິົ ໜ້າຄະນະພົວພັນຕ່າງປະເທດສູນ້ົັູ່ ກາງພັກັກ *** ຕໍ່ຈາກສະບັບກ່ອນ ***ໍ່ ຈັ ບ່ ອ ບົດສະເໜີ ົີ gruj ,mt;u cdh w07;k,sp5h 'pkd fh koglf4tdy f{dkog'y o ໂດຍ: ມາລິນດາ glu ,0tspkp,6 og-N vxts;a flkf xq dxa dIa dlk c]t gruj ,r6 o76 olh k' .sh lkprq ;ra o s;Pfok,{]k; .sh oa [,N g8u [.spj 1j k'[+ 15 f1A ' *ສືບຕໍ່ຜັນຂະຫຍາຍບັນດາກົນ ໄກຮ່ວມມືຢ່າງມີປະສິດທິຜົນ ເຊັ່ນ: ການເຈລະຈາດ້ານນະໂຍບາຍປ້ອງ ກັນປະເທດ ຫວຽດນາມ-ລາວ; ກອງປະຊຸມຮ່ວມມືດ້ານຄວາມສະ ຫງົບ ຫວຽດນາມ - ລາວ. ອັນພົ້ນ ເດັ່ນທີ່ສຸດແມ່ນໄດ້ມີການປະສານ ສົມທົບໃນການຈັດຕັ້ງຜັນຂະຫຍາຍ ກົນໄກຮ່ວມມືໃໝ່ ນັ້ນແມ່ນການ ພົບປະຄັ້ງທໍາອິດ ລະຫວ່າງ 3 ກະ ຊວງ: ກະຊວງຕໍາຫລວດຫວຽດ ນາມ ກັບກະຊວງປ້ອງກັນຄວາມ ສະຫງົບລາວ ແລະ ກະຊວງພາຍ ໃນກໍາປູເຈຍ. ສອງຝ່າຍໄດ້ສືບຕໍ່ຮັບປະກັນ ຄວາມສະຫງົບ, ປົກປັກຮັກສາ ຊາຍແດນສັນຕິພາບ, ມີຄວາມເປັນ ລະບຽບຮຽບຮ້ອຍທາງສັງຄົມຂອງ ແຕ່ລະປະເທດ. ສືບຕໍ່ຮ່ວມມືຢ່າງ ແໜ້ນແຟ້ນໃນການປ້ອງກັນ, ສະ ກັດກັ້ນ “ການຫັນປ່ຽນໂດຍສັນຕິ”, “ການຈາລະຈົນໂຄ່ນລົ້ມ”, ອາຊະ ຍາກໍາຂ້າມຊາດ, ໂດຍສະເພາະແມ່ນ ອາດຊະຍາກໍາຄ້າຂາຍຢາເສບຕິດ. ປະສານສົມທົບໃນການຄົ້ນຫາບ່ອນ ເກັບມ້ຽນ ແລະ ນໍາເອົາອັດຖິນັກຮົບ ອາສາສະໝັກ, ຊ່ຽວຊານຫວຽດ ນາມ ຢູ່ລາວ ທີ່ໄດ້ເສຍ ສະຫລະ ຊີວິດໃນສະໄໝສົງຄາມກັບຄືນບ້ານ ເກີດເມືອງນອນ. ການພົວພັນຕ່າງປະເທດ: ສືບຕໍ່ ໄດ້ຮັບການຮັກສາ ແລະ ເພີ່ມທະວີ ການປະສານສົມທົບ ກັບກໍາປູເຈຍ *ມາພໍ້ກັນອີກເຊັ່ນເຄີຍກັບ “ຄໍ ລຳສ້າງເສດຖະກິດເອກະລາດ ເປັນ ເຈົ້າຕົນເອງ ໃນໄລຍະໃໝ່” ເຊິ່ງ 2-3 ບົດຜ່ານມາ ກໍ່ໄດ້ສະເໜີຫົວຂໍ້ (ເປັນເຈົ້າການຈັດຕັ້ງປະຕິບັດມະຕິ ວ່າດ້ວຍການສ້າງເສດຖະກິດ ເອກະ ລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ໃຫ້ເຂົ້າສູ່ລວງເລິກ; ຈຸດສຸມການ ສ້າງເສດຖະກິດ ເອກະລາດ ເປັນ ເຈົ້າຕົນເອງ) ໃຫ້ທ່ານຜູ້ອ່ານມາ ແລ້ວ ແລະ ມາບົດນີ້, ຂໍສະເໜີຫົວ ຂໍ້ກ່ຽວກັບ “ເພີ່ມທະວີແກ້ໄຂຄວາມ ຫຍຸ້ງຍາກດ້ານເສດຖະກິດ-ການ ເງິນ” ຕື່ມອີກ. ຢູ່ໃນມະຕິດັ່ງກ່າວ ໄດ້ຊີ້ໃຫ້ເຫັນ ວ່າ: ການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ໄປພ້ອມ ກັບການປະສານຢ່າງກົມກຽວນັ້ນ, ຕ້ອງໄດ້ຍູ້ແຮງພາກການຜະລິດ, ການບໍລິການ ເພື່ອຕອບສະໜອງ ໂດຍ:ຢ່າາົ່ຕົ່ງ່ງິ ນິນ ຄວາມຕ້ອງການຊົມໃຊ້ພາຍໃນແລະ ສ້າງຄວາມເຂັ້ມແຂງຂອງຖານ ລາຍຮັບຢູ່ພາຍໃນກັບການເພີ່ມທະວີ ປະສິດທິພາບໃນການຄຸ້ມຄອງລາຍ ຮັບ ແລະ ການດໍາເນີນມາດຕະການ ປະຢັດຢ່າງຈິງຈັງ ໂດຍການເຂົ້າ ຮ່ວມ ແລະ ເປັນເຈົ້າການຂອງ ທຸກພາກສ່ວນໃນສັງຄົມ. ພ້ອມນີ້, ຕ້ອງທົບທວນຄືນຍຸດທະສາດກໍ່ຄື ການພັດທະນາໂຄງປະກອບເສດ ຖະກິດເຂດແຄວ້ນ ເພື່ອກະຈາຍ ຄວາມໄດ້ປຽບດ້ານທີ່ຕັ້ງ, ທ່າແຮງ ໃນການປະຕິບັດຜົນຂອງການພົບ ປະ ລະຫວ່າງສາມສະຫາຍຜູ້ນໍາ ຂອງສາມພັກ; ຂໍ້ຕົກລົງຮ່ວມມື ລະຫວ່າງ ສາມນາຍົກລັດຖະມົນຕີ ກ່ຽວກັບເຂດສາມຫລຽມພັດທະນາ; ຄໍາຖະແຫລງການຮ່ວມ ລະຫວ່າງ ສາມປະທານສະພາແຫ່ງຊາດກໍາປູ ເຈຍ - ລາວ - ຫວຽດນາມ; ຈັດຕັ້ງ ຜັນຂະຫຍາຍຢ່າງຕັ້ງໜ້າແຜນການ ເຊື່ອມຈອດສາມພື້ນຖານເສດຖະກິດ CLV ຮອດປີ 2030. ປະສານສົມທົບໃນການຈັດຕັ້ງ ປະຕິບັດຢ່າງມີປະສິດທິພາບກົນໄກ ໃຫ້ການປຶກສາ, ແລກປ່ຽນຂໍ້ມູນ ລະຫວ່າງສອງຄະນະພົວພັນຕ່າງ ປະເທດສູນກາງພັກ ຂອງສອງພັກ, ສອງກະຊວງການຕ່າງປະເທດແລະ ບັນດາອົງການທີ່ເຮັດວຽກງານ ການຕ່າງປະເທດອື່ນໆ; ເພີ່ມທະວີ ການແລກປ່ຽນຂໍ້ມູນຂ່າວສານຢ່າງ ທັນການ, ໃຫ້ຄໍາປຶກສາ, ປະສານ ສົມທົບຢ່າງແໜ້ນແຟ້ນ, ໃຫ້ການ ຊ່ວຍເຫລືອເຊິ່ງກັນຢ່າງມີປະສິດ ທິຜົນຢູ່ໃນບັນດາເວທີສາກົນ ແລະ ພາກພື້ນຕ່າງໆ, ໂດຍສະເພາະແມ່ນ ໃນກອບການຮ່ວມມືASEAN, ບັນ ດາກົນໄກທີ່ ASEAN ເປັນຜູ້ນໍາ ພາ, ບັນດາກົນໄກຮ່ວມມືອະນຸພາກ ພື້ນແມ່ນໍ້າຂອງ, ສະຫະປະຊາຊາດ, ASEAM, CLV, ACMES ປະກອບສ່ວນໃນການຮັກສາສັນຕິ ພາບ, ສະຖຽນລະພາບ, ການຮ່ວມ ມື ແລະ ການພັດທະນາຢູ່ໃນພາກພື້ນ ແລະ ສາກົນ. ຫວຽດນາມ ໄດ້ ແລະ ພວມປະ ສານສົມທົບຢ່າງແໜ້ນແຟ້ນ, ທັງໃຫ້ ການຊ່ວຍເຫລືອແກ່ລາວ ທາງດ້ານ ວັດຖຸ, ປະກອບອຸປະກອນ-ເຄື່ອງມື ກໍຄືປະສົບການ ເພື່ອໃຫ້ລາວສາ ມາດປະຕິບັດ ສໍາເລັດບົດບາດເປັນ ປະທານASEAN, ປະທານAIPA ໃນປີ 2024 ນີ້. ຢູ່ທີ່ສະຫະປະຊາ ຊາດ, ສອງປະເທດໄດ້ຮັກສາການ ປະສານສົມທົບຢ່າງແໜ້ນແຟ້ນ, ຊ່ວຍເຫລືອເຊິ່ງກັນໃນຫລາຍບັນຫາ ທີ່ຮ່ວມໃຫ້ຄວາມສົນໃຈ. ນອກຈາກນັ້ນ, ສອງຝ່າຍຍັງ ສືບຕໍ່ປະສານສົມທົບຈັດຕັ້ງປະຕິ ບັດອະນຸສັນຍາວ່າດ້ວຍເສັ້ນຊາຍ ແດນ ແລະ ຫລັກໝາຍຊາຍແດນ ແຫ່ງຊາດ ແລະ ສັນຍາວ່າດ້ວຍລະ ບຽບການຄຸ້ມຄອງແນວຊາຍແດນ ແລະ ດ່ານຊາຍແດນທາງບົກຫວຽດ ນາມ - ລາວ. ປະຕິບັດຢ່າງມີປະສິດ ທິຜົນການປົກປ້ອງສິດ ແລະ ຜົນ ປະໂຫຍດອັນຊອບທໍາ ຂອງພົນລະ ເມືອງ, ນິຕິບຸກຄົນໃນແຕ່ລະປະເທດ, ສັນຍາວ່າດ້ວຍຄົນຕ່າງດ້າວ ແລະ ກົງສູນລະຫວ່າງສອງປະເທດ, ສ້າງ ເງື່ອນໄຂເອື້ອອໍານວຍໃຫ້ຄົນຫວຽດ ນາມ ຢູ່ລາວ ແລະ ຄົນລາວ ຢູ່ຫວຽດ ນາມໄດ້ດໍາລົງຊີວິດ, ເຮັດວຽກແລະ ຮໍ່າຮຽນເທິງອະນາເຂດ ຂອງກັນ ໂດຍສອດຄ່ອງກັບຂໍ້ກໍານົດກົດໝາຍ ຂອງແຕ່ລະປະເທດ ແລະ ຫລັກການ ສາກົນ. ປະຕິບັດສໍາເລັດການໃຫ້ ສັນຊາດແກ່ບັນດາຜູ້ທີ່ເຄື່ອນຍ້າຍ ຖິ່ນຖານແບບເສລີ ແລະ ແຕ່ງງານ ກັບຄົນຕ່າງປະເທດຢູ່ເຂດຊາຍແດນ ສອງປະເທດ ແລະ ໄດ້ປະຕິບັດ ສໍາເລັດຕາມຂໍ້ຕົກລົງຮ່ວມມືໂດຍ ພື້ນຖານ. ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ: ໄດ້ຮັບການ ຍູ້ແຮງ ແລະ ສາມາດບັນລຸໄດ້ໝາກ ຜົນທີ່ໜ້າເພິ່ງພໍໃຈຈໍານວນໜຶ່ງ. ສອງຝ່າຍໄດ້ຕັ້ງໜ້າຈັດຕັ້ງຜັນຂະ ຫຍາຍຂໍ້ຕົກລົງຮ່ວມມືດ້ານຍຸດທະ ສາດການຮ່ວມມື ຫວຽດນາມ - ລາວ ໄລຍະແຕ່ປີ 2021 - 2030 ແລະ ສັນຍາການຮ່ວມມື ຫວຽດ ຂອງແຕ່ລະທ້ອງຖິ່ນ ເປັນກໍາລັງຂັບ ເຄື່ອນໃຫ້ແກ່ການພັດທະນາປະເທດ ຊາດ. ຕ້ອງສືບຕໍ່ຍູ້ແຮງການຄ້າ ຢູ່ປະເທດເຮົາ ເປັນຕ່ອງໂສ້ຕົ້ນຕໍ ຂອງລະບົບເສດຖະກິດ, ກະຕຸ້ນການ ເຕີບໂຕທາງດ້ານເສດຖະກິດໃຫ້ ແຂງແຮງຕິດພັນກັບການພັດທະນາ ອຸດສາຫະກໍາປຸງແຕ່ງ ແຕ່ເນັ້ນໄປ ສູ່ການຫັນເປັນອຸດສາຫະກຳ ແລະ ທັນສະໄໝໃຫ້ກາຍເປັນສາຍພານ ຂອງການຜະລິດທີ່ໜຽວແໜ້ນແນ ໃສ່ເຮັດໃຫ້ການພັດທະນາເສດຖະ ກິດແຫ່ງຊາດມີກຳລັງແຮງ ທີ່ນັບມື້ ສ້າງໄດ້ໂຄງປະກອບຂະແໜງເສດ ຖະກິດທີ່ເຂັ້ມແຂງ ຈາກສູນກາງໄປ ສູ່ເສດຖະກິດເຂດແຄວ້ນ ໄດ້ຢ່າງສະ ໝໍ່າສະເໝີ, ທັງເປີດກວ້າງໄດ້ການ ຜະລິດສິນຄ້າ, ເຮັດໃຫ້ເປັນແມ່ແຮງ ຂອງການສ້າງຖານລາຍຮັບນັບມື້ ນັບຫລາຍຂຶ້ນ ແລະ ໄປຕາມທິດ ນາມ - ລາວ ໄລຍະແຕ່ປີ 2021 - 2025; ບັນດາສັນຍາ ລະຫວ່າງ ສອງລັດຖະບານ ແລະ ຂໍ້ຕົກລົງ ຮ່ວມມືໃນສະໄໝກອງປະຊຸມ ຄັ້ງ ທີ 46 ຂອງຄະນະກໍາມະການລະ ຫວ່າງລັດຖະບານ; ເພີ່ມທະວີວຽກ ງານແນະນໍາ, ກວດກາ, ຊຸກຍູ້, ການ ແລກປ່ຽນ ແລະ ແກ້ໄຂຂໍ້ຫຍຸ້ງຍາກ, ອຸປະສັກຢ່າງທັນການ ເພື່ອຊອກຫາ ທິດທາງກ້າວເດີນໃໝ່ ແນໃສ່ຊຸກ ຍູ້ການຮ່ວມມືໃນທຸກຂົງເຂດ ຂອງ ເສດຖະກິດ; ສືບຕໍ່ລົງນາມໃນເອກະ ສານຮ່ວມມື, ສ້າງເປັນລະບຽງນິຕິ ກໍາກົດໝາຍທີ່ເປັນລະບົບຄົບຊຸດ ເພື່ອຊຸກຍູ້ແກ່ການຮ່ວມມື. ສອງ ຝ່າຍໄດ້ປະສານສົມທົບໃນການ ແລກປ່ຽນປະສົບການໃນວຽກງານ ຄຸ້ມຄອງ-ຂັບເຄື່ອນເສດຖະກິດ ມະຫາພາກ. - ດ້ານການລົງທຶນ ຂອງຫວຽດ ນາມ ຢູ່ລາວ, ຮອດປັດຈຸບັນ ຫວຽດ ນາມມີ256 ໂຄງການຢູ່ລາວດ້ວຍ ລວມຍອດການລົງທຶນທັງໝົດ ຫລາຍກວ່າ 5,5 ຕື້ໂດລາສະຫະລັດ, ຍອດທຶນສະສົມບັນລຸ 2,8 ຕື້ໂດລາ ສະຫະລັດ. ໃນ 7 ເດືອນຕົ້ນປີ 2024, ມີ 06 ໂຄງການທີ່ໄດ້ຮັບ ອະນຸຍາດໃໝ່ ດ້ວຍທຶນການລົງທຶນ ບັນລຸ 36,7 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 39% ເມື່ອທຽບໃສ່ໄລຍະ ດຽວກັນຂອງປີ2023. ຫລາຍໂຄງ ການລົງທຶນຂອງຫວຽດນາມໄດ້ດໍາ ເນີນການຢ່າງມີປະສິດທິພາບ, ປະ ກອບສ່ວນຢ່າງຕັ້ງໜ້າໃນການພັດ ທະນາເສດຖະກິດ-ສັງຄົມແລະສ້າງ ວຽກເຮັດງານທຳ ແລະ ເພີ່ມລາຍ ຮັບໃຫ້ຄົນງານຫລາຍພັນຄົນ, ເພີ່ມ ລາຍຮັບເຂົ້າງົບປະມານ ຂອງລາວ ໂດຍສະເພາະໃນຂົງເຂດໂທລະຄົມ ມະນາຄົມ, ການທະນາຄານ, ການ ປູກ ແລະ ປຸງແຕ່ງຢາງພາລາ, ການ ຜະລິດ ແລະ ການປຸງແຕ່ງອາຫານ, ອາຫານ ແລະ ນົມ. ສອງຝ່າຍໄດ້ ສຳເລັດ ແລະ ສົ່ງມອບໃຫ້ຝ່າຍລາວ ໃນຈໍານວນ 04 ໂຄງການທີ່ໄດ້ຮັບ ການຂຸດຄົ້ນ ແລະ ນຳໃຊ້. ດ້ານການຄ້າ, ສອງຝ່າຍໄດ້ສືບຕໍ່ ເອົາໃຈໃສ່ຊຸກຍູ້ຢ່າງແຂງແຂງ, ຫລາຍເອກະສານໄດ້ຮັບການລົງ ນາມ ເຊິ່ງໄດ້ປະກອບສ່ວນບູລະນະ ກອບກົດໝາຍກ່ຽວກັບການຄ້າ ເຊັ່ນ: ສັນຍາການຄ້າສອງຝ່າຍສະບັບໃໝ່, ສັນຍາການຄ້າຊາຍແດນ ແລະ ອະນຸສັນຍາວ່າດ້ວຍການປັບປຸງສັນ ຍາການຂົນສົ່ງສິນຄ້າຫວຽດນາມ - ລາວ; ເປັນເຈົ້າການ ແລະ ຕັ້ງໜ້າ ໃນການປະຕິບັດບັນດານິຕິກໍາທີ່ໄດ້ ລົງນາມ, ເພີ່ມທະວີບັນດາມາດຕະ ການຊຸກຍູ້ການຄ້າ, ສ້າງເງື່ອນໄຂ ໃຫ້ການຄ້າສອງຝ່າຍ ມີການພັດທະ ນາແບບຍືນຍົງ. ລວມຍອດມູນຄ່າ ການຄ້າຫວຽດນາມ-ລາວປີ2023 ບັນລຸ 1,6 ຕື້ໂດລາສະຫະລັດ, ໃນ 8 ເດືອນຕົ້ນປີ 2024, ມູນຄ່າການຄ້າ ສອງປະເທດ ບັນລຸປະມານ 1,3 ຕື້ ໂດລາສະຫະລັດ. ດ້ານການຄົມມະນາຄົມ, ຂົນ ສົ່ງ: ສອງຝ່າຍໄດ້ສືບຕໍ່ເອົາໃຈໃສ່ ປະຕິບັດບົດບັນທຶກຊ່ວຍຈໍາ ລະ ຫວ່າງສອງລັດຖະບານ ກ່ຽວກັບ ຍຸດທະສາດການຮ່ວມມືໃນຂົງເຂດ ຄົມມະນາຄົມຂົນສົ່ງ ໄລຍະແຕ່ປີ 2016 - 2025, ວິໄສທັດຮອດປີ 2030; ສືບຕໍ່ຍູ້ແຮງການຊອກຫາ ບັນດາແຫລ່ງທຶນ ເພື່ອຈັດຕັ້ງປະຕິ ບັດໂຄງການຈຸດສຸມຕ່າງໆ. ດ້ານຂົງເຂດພະລັງງານໄຟຟ້າ, ສອງຝ່າຍສືບຕໍ່ປະຕິບັດຢ່າງຕັ້ງ ໜ້າບົດບັນທຶກຊ່ວຍຈຳ ລະຫວ່າງ ສອງລັດຖະບານ ກ່ຽວກັບການພັດ ທະນາໂຄງການໄຟຟ້ານ້ຳຕົກຢູ່ລາວ ແລະ ການຊື້ຂາຍ ລະຫວ່າງສອງ ປະເທດ, ບົນຈິດໃຈດັ່ງກ່າວ ຫວຽດ ນາມ ຈະນຳເຂົ້າໄຟຟ້າຈາກລາວ ປະມານ3.000 MW ຈົນຮອດປີ 2025 ແລະ 5.000 MW ຮອດ ປີ 2030. ດ້ານກະສິກໍາ - ປ່າໄມ້ ແລະ ພັດ ທະນາຊົນນະບົດ, ສອງຝ່າຍໄດ້ເຫັນ ດີເປັນເອກະພາບນໍາກັນໃນການ ຖືເອົາການຮ່ວມມືໃນຂົງເຂດນີ້ມີ ຄວາມໝາຍສຳຄັນທີ່ສຸດ, ບົນຈິດ ໃຈດັ່ງກ່າວນັ້ນ ໄດ້ມີການເພີ່ມທະວີ ການແລກປ່ຽນ ແລະ ຖ່າຍທອດ ເຕັກໂນໂລຊີ, ເຕັກນິກ ແລະ ກໍ່ສ້າງ ຕົວແບບການພັດທະນາກະສິກໍາ, ຊົນນະບົດ ແນໃສ່ຫລຸດຜ່ອນຄວາມ ທຸກຍາກ,ຍົກສູງຄວາມອາດສາມາດ ດ້ານລະບຽບການ, ນະໂຍບາຍໃນ ການຄຸ້ມຄອງການຜະລິດກະສິກຳ, ປ່າໄມ້, ການປະມົງ ແລະ ຊົນລະປະ ທານ. ສອງຝ່າຍໄດ້ສືບຕໍ່ໃຫ້ການ ຊ່ວຍເຫລືອໃນການພັດທະນາຊົນ ນະບົດ ຢູ່ເຂດຈຸດສຸມຂອງລາວ ຢ່າງ ມີປະສິດທິຜົນ. ສໍາເລັດການກໍ່ສ້າງ ບັນດາສູນບໍລິການດ້ານເຕັກນິກກະ ສິກໍາ; ປະສານສົມທົບໃນການຄຸ້ມ ຄອງ, ປົກປັກຮັກສາປ່າ ແລະ ຊັບ ພະຍາກອນທໍາມະຊາດໄດ້ເປັນຢ່າງ ດີ, ສະກັດກັ້ນການຄ້າຂາຍ - ເຄື່ອນ ຍ້າຍໄມ້ຜິດກົດໝາຍ, ເຄື່ອງປ່າຂອງ ດົງ ແລະ ສັດປ່າຂ້າມຊາຍແດນ. ການຮ່ວມມືດ້ານວັດທະນະທຳ, ການສຶກສາ - ກໍ່ສ້າງ ແລະ ການ ພັດທະນາຊັບພະຍາກອນມະນຸດ: ໄດ້ເອົາໃຈໃສ່, ຮັບປະກັນຄຸນນະພາບ ແລະ ມີປະສິດທິຜົນກວ່າ. ສອງ ຝ່າຍໄດ້ຕັ້ງໜ້າຈັດຕັ້ງຜັນຂະຫຍາຍ ໂຄງການຍົກສູງຄຸນນະພາບ ແລະ ປະສິດທິຜົນການຮ່ວມມື ຫວຽດ ນາມ - ລາວ ໄລຍະແຕ່ປີ 20212030 ແລະ ອະນຸສັນຍາວ່າດ້ວຍ ການຮ່ວມມືກໍ່ສ້າງ ຫວຽດນາມ - ລາວ ໄລຍະແຕ່ປີ 2022 - 2027. ສັງຄົມນິຍົມ. ພ້ອມທັງປັບປຸງໂຄງສ້າງດ້ານ ງົບປະມານແຫ່ງລັດ ຄຸ້ມຄອງໜີ້ ສາທາລະນະ, ເພີ່ມທະວີ ແລະ ສະ ກັດກັ້ນ ບໍ່ໃຫ້ເກີດມີໜີ້ສິນເກີນການ ຄວບຄຸມ ແລະ ເປັນເຈົ້າການດຸ່ນ ດ່ຽງໜີ້ສິນຢ່າງມີວິທະຍາສາດ, ຖືກຕາມຫລັກເສດຖະສາດ ເພື່ອ ແນໃສ່ຮັບປະກັນໃຫ້ພື້ນຖານລະບົບ ການເງິນແຫ່ງຊາດ ມີຄວາມໝັ້ນຄົງ , ຍືນຍົງ, ຮັກສາສະຖຽນລະພາບ ໄສດຖະກິດມະຫາພາກ; ສຸມໃສ່ສ້າງ ໃຫ້ໄດ້ຄວາມເປັນເຈົ້າດ້ານການ ເງິນ ໂດຍສະເພາະການເກັບລາຍ ຮັບ, ຄຸ້ມຄອງລາຍຈ່າຍ, ການສະ ສົມໃຫ້ຄັງເງິນມີຄວາມເຕີບໃຫຍ່, ເຂັ້ມແຂງ, ສ້າງພື້ນຖານເຮັດໃຫ້ ງົບປະມານແຫ່ງລັດເຕີບໃຫຍ່ຂະ ຫຍາຍຕົວ ແລະ ເຂັ້ມແຂງ, ສາ ມາດສ້າງມູນຄ່າເພີ່ມ ເພື່ອຕໍ່ຍອດ ທຶນຮອນໃຫ້ອອກສູ່ການພັດທະນາ ທີ່ມີປະສິດທິຜົນ. ເພີ່ມທະວີການ ລະດົມ, ຄຸ້ມຄອງ, ຈັດສັນ ແລະ ນໍາ ໃຊ້ແຫລ່ງທຶນຢ່າງມີປະສິດທິຜົນ, ຊຸກຍູ້ການພັດທະນາເສດຖະກິດ ແລະ ແກ້ໄຂບັນຫາສັງຄົມ, ການ ພັດທະນາຄົນ, ການປະຕິບັດນະໂຍ ບາຍດ້ານສັງຄົມ, ເພີ່ມທະວີສະ ຫວັດດີການສັງຄົມ, ປົກປັກຮັກສາ ສິ່ງແວດລ້ອມ, ຮັບມືກັບໄພພິບັດ, ຮັບປະກັນວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ການ ພົວພັນຮ່ວມມືກັບຕ່າງປະເທດຢ່າງ ເປັນເຈົ້າການ. ນອກຈາກທີ່ກ່າວມານັ້ນແລ້ວ, ຕ້ອງໄດ້ປັບປຸງກົນໄກການເຄື່ອນ ໄຫວຂອງທະນາຄານ ເພື່ອສ້າງ ຄວາມເຂັ້ມແຂງໃຫ້ແກ່ການຄຸ້ມ ຄອງເງິນຕາ,ວຽກງານສິນເຊື່ອເພື່ອ ຊຸກຍູ້ການຜະລິດ ແລະ ການບໍລິ ການ, ການສົ່ງເສີມວິສາຫະກິດຂະ ໜາດນ້ອຍ ແລະ ຂະໜາດກາງ, ກຸ່ມ ຜະລິດ ແລະ ສະຫະກອນ. ສຸມໃສ ສາງໃຫ້ໄດ້ຄວາມເປັນເຈົ້າດ້ານ ວຽກງານເງິນຕາແຫ່ງຊາດ ເຊິ່ງ ເປັນອົງປະກອບພື້ນຖານສໍາຄັນ ຂອງຄວາມເປັນເຈົ້າທີ່ແທ້ຈິງ ໃນ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງຄື: ຍົກສູງການຖື ຄອງເງິນກີບ, ຄຸ້ມຄອງການຖືຄອງ ແລະ ໃຊ້ຈ່າຍທີ່ຂາດການຄຸ້ມຄອງ ເງິນຕາຕ່າງປະເທດ ໃຫ້ເຄັ່ງຄັດ, ຮັດກຸມເຂົ້າຕື່ມ, ກະຈາຍຄວາມສ່ຽງ ດ້ານການນໍາໃຊ້ເງິນຕາຕ່າງປະ ເທດ ເພື່ອບໍ່ໃຫ້ສະກຸນເງິນໃດໜຶ່ງ ຜູກມັດ, ຜູກຂາດ; ເຮັດໃຫ້ລະບົບ ການເງິນ-ເງິນຕາຂອງປະເທດເຮົາ ກາຍເປັນການເງິນ ເອກະລາດ ເປັນ ເຈົ້າຕົນເອງ, ເຮັດໃຫ້ລະບົບທະນາ ຄານເປັນແຫລ່ງສໍາຄັນໃນການສະ ສົມທຶນ ໂດຍສ້າງຄວາມເຕີບໃຫຍ່ ຂອງຄັງສຳຮອງເງິນຕາຕ່າງປະ ເທດ ເພື່ອຄໍ້າຈູນລະບົບເສດຖະກິດການເງິນ ຂອງປະເທດເຮົາ.
RkJQdWJsaXNoZXIy MTc3MTYxMQ==