5958

ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 11.09.2024 ປີທີ 23 ສະບັບທີ 6.014 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັຸີີັີັຸີີັີັຸີີັີ mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf ]k;{s;Pfok, Ia fc|h o lkprq ;ra ory glf c]t dkoIj ;,,n Iv[fh ko ]a f4t,q o8u dt-;' dx ]q '-5 dp6h 37'dkodtly de grnj v3r-tokdko s]kpc0;'rkdg|n v wfh Ia [zq odtmq [9kdwroE4h ;, slop Ia []q fg,w22h k 9kddko-j ;pgs]n vrkdm5 ]tdy f c0;'lts;a ootg0f pa ',u [a osk0kfg0u o76 lvo oa dIPo-q ogzqj k muj [+ g;Q krklk]k; .o7v[7q ; 9twfh IPo/b dg;Q krklk]k; .o0A o x 1 F ອ່ານຕໍ່ໜ້າ 2 ຂປລ. ໃນວັນທີ 9 ກັນຍາ 2024 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແລະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈ ເຖິງ ທ່ານ ໂຕ ເລິມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ທ່ານ ຟາມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຕໍ່ຜົນກະທົບຂອງພາຍຸເລກ 3 (ຢາກິ) ທີ່ພັດເຂົ້າສູ່ເຂດພາກກາງ ແລະ ພາກເໜືອ ຂອງ ຫວຽດນາມ. 3m]tg]dltcf'7;k,gsa o.9 ຂປລ. ໃນວັນທີ 9 ກັນຍາ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານ ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກ ສະແດງຄວາມເຫັນໃຈເຖິງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະ ການສູນກາງພັກກອມມູນິດຈີນ, ປະທານປະເທດແຫ່ງສາທາລະນະລັດປະຊາຊົນ ຈີນ ຕໍ່ເຫດການພາຍຸເລກ 11 (ໂມເຈ ຫລື Mojie) ພັດເຂົ້າສູ່ເຂດພາກຕາເວັນ ອອກສ່ຽງໃຕ້ຂອງ ສປ ຈີນ. ຂປລ. ໃນໂອກາດ ຕ້ອນຮັບ ທ່ານ ຄຳໃບ ດຳລັດ ຮອງປະທານສະພາ ແຫ່ງຊາດ ພ້ອມຄະນະ ເດີນທາງມາ ຢ້ຽມຢາມແລະ ເຮັດວຽກຢ່າງເປັນທາງ ການ ທີ່ແຂວງສະຫວັນນະເຂດ ວັນທີ 9 ກັນຍາ 2024 ນີ້, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະ ເຂດ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບ ການຂອງວຽກງານການສຶກສາ ຢູ່ ແຂວງສະຫວັນນະເຂດ ທີ່ມີຂໍ້ຫຍຸ້ງ ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ທ້າຍອາທິດທີ່ຜ່ານ ມາ, ທ່ານ ລິນຄໍາ ດວງສະຫວັນ ລັດ ຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ (ກປ) ພ້ອມຄະນະ ລົງຕິດຕາມ ຊຸກຍູ້ ໂຄງການກະສິກໍາ ເພື່ອໂພຊະນາການ ຢູ່ບ້ານຫາດແອນ ເມືອງຫລາ ແຂວງ ຂປລ. ເມື່ອບໍ່ດົນມານີ້, ກົມສັງຄົມ ສົງເຄາະ ກະຊວງ ແຮງງານ ແລະ ສະ ຫວັດດີການສັງຄົມ(ຮສສ)ຈັດຝຶກອົບ ຮົມການສ້າງຄວາມເຂັ້ມແຂງ ໃຫ້ພະ ນັກງານສັງຄົມສົງເຄາະ ດ້ານຈິດຕະ ສັງຄົມ ໃຫ້ແກ່ຄະນະກໍາມະການປົກ ປ້ອງ ແລະ ຊ່ວຍເຫລືອເດັກ ຂັ້ນແຂວງ ແລະ ຂັ້ນເມືອງ ຢູ່ແຂວງວຽງຈັນ, ໂດຍ ການເປັນປະທານ ຂອງ ທ່ານ ວົງຄຳ ພັນທະນຸວົງ ຫົວໜ້າກົມສັງຄົມສົງ ເຄາະ ກະຊວງ ຮສສ ແລະ ມີສໍາມະ ນາກອນ ຈາກພະແນກ ຮສສ ນະຄອນ ຫລວງວຽງຈັນ ແລະ ຫ້ອງການ ຮສສ, ຫ້ອງການ ປກສ, ຫ້ອງການສາທາ lh k'7;k,g0A ,c0' .sh rtoa d'ko la '7q ,lq 'g7kt fh ko9y f8tla '7q , pq d]tfa [7;k,I6 h .sh rtoa d'kooemj P;]tfa [-kf ຍາກຫລາຍຢ່າງເປັນຕົ້ນ ການຂາດ ເຂີນຄູສອນ ເຊິ່ງມີໂຕເລກສູງກວ່າ 500ຄົນໂດຍສະເພາະໃນເຂດຊົນນະບົົດ ຫ່າງໄກສອກຫລີກ ແລະ ໃນປີນີ້, ກໍມີ ອຸດົມໄຊ. ທ່ານ ສະຫວັດ ນາຍບ້ານໆຫາດ ແອນ ກ່າວວ່າ: ບ້ານຫາດແອນ ເປັນ ບ້ານໜຶ່ງທີ່ນອນໃນກຸ່ມບ້ານສໍາພັນໄຊ ເຊິ່ງຫ່າງຈາກເທສະບານເມືອງຫລາ 11 ກິໂລແມັດ ອາຊີບຫລັກຂອງປະ ຊາຊົນ ແມ່ນປູກຝັງ-ລ້ຽງສັດ ແລະ ຂາຍເຄື່ອງປ່າຂອງດົງຈໍານວນໜຶ່ງ. ຜ່ານມາ ບ້ານຫາດແອນ ໄດ້ຮັບການ ສະໜັບສະໜູນ ຈາກ 4 ໂຄງການ ຄື: ໂຄງການກະສິກໍາ ເພື່ອໂພຊະນາການ, ໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ຂາດໂພຊະນາການຊົນນະບົດ, ໂຄງການເຂົ້າເຖິງດ້ານສາທາລະນະ ສຸກ, ຊຶ່ງໂຄງການກະສິກໍາ ເພື່ອໂພຊະ ນາການ ໄດ້ເລີ່ມຈັດຕັ້ງຢູ່ບ້ານດັ່ງກ່າວ ມາແຕ່ປີ 2020 ໂດຍໄດ້ຮັບທຶນ ລະນະສຸກ ແລະ ຫ້ອງການສະຫະພັນ ແມ່ຍິງເມືອງຂອງ 9 ເມືອງ ເຂົ້າຮ່ວມ. ທ່ານ ວົງຄຳ ພັັນທະນຸວົງ ໄດ້ມີ ຄຳເຫັນວ່າ: ປັດຈຸບັນ, ປະເທດເຮົາ ພວມຜະເຊີນກັບໄພຂົ່ມຂູ່ຈາກບັນ ຫາຢາເສບຕິດເຊັ່ນກັນ ເຊິ່ງໄດ້ແຜ່ລະ ບາດໄປທົ່ວທຸກບ່ອນນັບທັງຕົວເມືອງ, ຊົນນະບົດແລະ ເຂດຫ່າງໄກສອກຫລີກ ໃນລະດັບທີ່ແຕກຕ່າງກັນ. ບັນຫາຢາ ເສບຕິດ ກາຍເປັນໜຶ່ງໃນບັນດາປະກົດ ການຫຍໍ້ທໍ້ທາງສັງຄົມ, ການລະບາດ ຂອງຢາເສບຕິດ ໄດ້ເປັນໜໍ່ແໜງ ແລະ ເປັນສາຍເຫດຕົ້ນຕໍ ຂອງການເກີດ ຂປລ. ສະຖາບັນສື່ມວນຊົນ, ວັດ ທະນະທຳ ແລະ ທ່ອງທ່ຽວ ຈັດຝຶກອົບ ຮົມຍົກລະດັບຄວາມ ຮູ້ໃຫ້ພະນັກງານ ນໍາທ່ຽວລະດັບຊາດ ຄັ້ງທີ 31 ໃນ ວັນທີ 9 ກັນຍາ 2024 ເຊິ່ງຈະດໍາເນີນ ເປັນເວລາ 55 ວັນ ນັບແຕ່ວັນທີ 9 ກັນຍາ ຫາ 29 ພະຈິກ 2024 ໂດຍ ເນັ້ນໃສ່ 3 ດ້ານຄື: ຄວາມຮູ້ທົ່ວໄປ ມີ 5 ວິຊາ, ຄວາມຮູ້ພື້ນຖານ 7 ວິຊາ ແລະ ຄວາມຮູ້ສະເພາະອາຊີບ ມີ 10 ວິຊາ. ໂອກາດນີ້, ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະ ຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວໄດ້ໃຫ້ຮູ້ວ່າ: ການທ່ອງ ຂປລ. ສປປ ລາວ ເປັນປະເທດທີ່ ອຸດົມສົມບູນທາງດ້ານວັດທະນະທໍາ ແລະ ມີຄວາມຫລາກຫລາຍຂອງຊົນ ເຜົ່າ. ໃນນັ້ນ, ເກືອບ 40% ຂອງປະຊາ ກອນລາວ ເວົ້າພາສາເຜົ່າ ທີ່ບໍ່ແມ່ນ ພາສາລາວລຸ່ມ. ສະນັ້ນ, ຈຶ່ງເຮັດໃຫ້ນັກ ຮຽນ ຂັ້ນ ປ1 ສ່ວນຫລາຍ ໂດຍສະ ເພາະຜູ້ທີ່ມາຈາກເຂດຫ່າງໄກ ແລະ ດ້ອຍໂອກາດ ເມື່ອເລີ່ມເຂົ້າຮຽນ ຂັ້ນ ປ1 ຍັງບໍ່ທັນມີທັກສະການປາກເວົ້າ ພາສາລາວ ເຮັດໃຫ້ນັກຮຽນເຫລົ່ານີ້ ບໍ່ເຂົ້າໃຈສິ່ງທີ່ຄູເວົ້າ. ສະນັ້ນ, ນັບແຕ່ ສົກຮຽນ 2024-2025 ເປັນຕົ້ນໄປ, ນັກຮຽນ ຂັ້ນ ປ1 ທີ່ບໍ່ເວົ້າພາສາລາວ ເປັນຫລັກໃນຄອບຄົວ ຈະໄດ້ຮຽນບົດ ຮຽນຝຶກເວົ້າພາ ສາລາວ ເຊິ່ງບົດຮຽນ ໃໝ່ນີ້ຖືກພັດທະນາຂຶ້ນໂດຍສະຖາບັນ ຄົ້ນຄວ້າວິທະຍາສາດການສຶກສາ ກະ ຊວງສຶກສາທິການ ແລະ ກິລາ ໂດຍໄດ້ ຮັບການສະໜັບສະໜູນຈາກລັດຖະ ບານອົດສະຕຣາລີ ແລະ ອົງການພັດ ທະນາສາກົນຂອງປະເທດສະຫະລັດ ອາເມລິກາ ໂດຍຜ່ານແຜນງານປັບປຸງ ຄຸນນະພາບແລະຂະຫຍາຍໂອກາດເຂົ້າ ຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ). ບົດຮຽນຝຶກເວົ້າພາສາລາວ ສາ ມາດຈັດຕັ້ງປະຕິບັດໃນທຸກ ຂັ້ນຮຽນ ປ1 ທົ່ວປະເທດ ຂຶ້ນກັບລະດັບພື້ນຖານ ພາສາຂອງນັກຮຽນ ເມື່ອເລີ່ມຕົ້ນເຂົ້າ ຮຽນ. ຄູສອນ ຂັ້ນ ປ1, ຜູ້ອໍານວຍການ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ ຈະເລືອກວ່າ ຄວນສອນບົດ ຮຽນຝຶກເວົ້າພາສາລາວ ໃນໂຮງຮຽນ ຫລື ບໍ ໂດຍອີງຕາມຄວາມຕ້ອງການ ທ່ຽວແມ່ນອຸດສາຫະກຳທີ່ປອດຄວັນ ມີການເຕີບໃຫຍ່ຂະຫຍາຍຕົວຢ່າງ ວ່ອງໄວ, ຕໍ່ເນື່ອງ ແລະ ໄດ້ກາຍເປັນ 3m]tg]dltcf'7;k,gsa o.9 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 7 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 ຂປລ. ພິທີມອບ-ຮັບ ລົດເມໄຟຟ້າ ທີ່ໄດ້ຮັບການຊ່ວຍເຫລືອລ້າຈາກພາກ ທຸລະກິດ ຈັດຂຶ້ນໃນ ວັນທີ 9 ກັນຍາ 2024 ຢູ່ຫ້ອງວ່າການສໍານັກງານນາ ຍົກລັັດຖະມົນຕີ (ຫສນຍ) ຕາງໜ້າຮັບ ໂດຍ ທ່ານ ສົມກຽດ ພະສີ ຮອງລັດຖະ ມົນຕີ, ຮອງຫົວໜ້າຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີ ແລະ ມອບ ໂດຍ ທ່ານ Ma shui ho Mathew, ປະທານບໍລິສັດ ລາວອາຊີ ພັດທະນາ ເສດຖະກິດ ແລະ ການລົງທຶນ ບ໋ອກ ຈໍາກັດ, ມີຜູ້ຕາງໜ້າຈາກກະຊວງ ປ້ອງກັນຄວາມສະຫງົບ, ຫ້ອງວ່າການ ນະຄອນຫລວງວຽງຈັນ ແລະ ພະນັກ ງານທີ່ກ່ຽວຂ້ອງ ເຂົ້າຮ່ວມ. ລົດເມໄຟຟ້າ ທີ່ໄດ້ຮັບການຊ່ວຍ ເຫລືອລ້າ ໃນຄັ້ງນີ້, ແມ່ນລົດຍີ່ຫໍ້ E-Future, ລວມມີ 6 ຄັນ ໂດຍແມ່ນ ບໍລິສັດລາວອາຊີພັດທະນາເສດຖະກິດ ແລະ ການລົງທຶນ ບ໋ອກ ຈໍາກັດ ແລະ ບໍລິສັດ ຈຽງຊູເຟີງຊວນ ເຕັກໂນໂລຊີ ພາວເວີ້ພະລັງງານໃໝ່ ຈຳກັດ ນຳມາ ມອບໃຫ້ຫ້ອງວ່າການສຳນັກງານນາ ຍົກລັດຖະມົນຕີ, ກະຊວງປ້ອງກັນ ຄວາມສະຫງົບ ແລະ ຫ້ອງວ່າການນະ ຄອນຫລວງວຽງຈັນ ພາກສ່ວນລະ 2 ຄັນ ເພື່ອນຳໃຊ້ເຂົ້າໃນວຽກງານການ ເປັນປະທານກອງປະຊຸມສຸດຍອດອາ ຊຽນ ທີ່ ສປປ ລາວ ໄດ້ຮັບກຽດເປັນ ເຈົ້າພາບ ໃນປີ 2024 ແລະ ວຽກ ງານບໍລິຫານຂອງລັດ ໂດຍສະເພາະ F ອ່ານຕໍ່ໜ້າ 2

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 11/09/2024 xtgmf]k; ແຂວງສະຫວັນນະເຂດ... ເນື້ອໃນໂທລະເລກ ໄດ້ລະບຸວ່າ: ພວກຂ້າພະເຈົ້າ ໄດ້ຕິດຕາມຢ່າງໃກ້ຊິດສະ ພາບຂອງພາຍຸເລກ 3 (ຢາກິ) ທີ່ພັດເຂົ້າສູ່ເຂດພາກກາງ ແລະ ພາກເໜືອ ຂອງ ຫວຽດນາມ ໃນລະຫວ່າງວັນທີ 6-7 ກັນຍາ ທີ່ຜ່ານມາ ເຊິ່ງໄດ້ສ້າງຄວາມເສຍ ຫາຍຢ່າງໜັກໜ່ວງເຖິງ ຊີວິດ ແລະ ຊັບສິນ ຂອງປະຊາຊົນຫວຽດນາມອ້າຍນ້ອງ. ໃນນາມ ພັກ, ລັດຖະບານ ແລະ ປະຊາຊົນລາວ, ພວກຂ້າພະເຈົ້າ ຂໍສົ່ງຄວາມ ເຫັນອົກເຫັນໃຈ ແລະ ຄວາມເສົ້າສະຫລົດໃຈຢ່າງຈິງໃຈມາຍັງບັນດາສະຫາຍ ແລະ ໂດຍຜ່ານບັນດາສະຫາຍໄປຍັງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ໂດຍສະເພາະແມ່ນອຳນາດການປົກຄອງ ແລະ ຄອບຄົວຜູ້ປະສົບ ເຄາະຮ້າຍໃນຄັ້ງນີ້ດ້ວຍ. ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າພາຍໃຕ້ການນຳພາ ແລະ ດ້ວຍຄວາມເອົາໃຈໃສ່ຢ່າງໃກ້ຊິດ ຂອງພັກ, ລັດຖະບານຫວຽດນາມ ທັງຂັ້ນສູນ ກາງ ແລະ ທ້ອງຖິ່ນ, ປະຊາຊົນຫວຽດນາມອ້າຍນ້ອງ ຈະສາມາດຜ່ານຜ່າທຸກ ຄວາມຫຍຸ້ງຍາກນີ້ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃນເຂດທີ່ໄດ້ຮັບ ຜົນກະທົບຈາກໄພທຳມະຊາດຄັ້ງນີ້ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ເນື້ອໃນ ໂທລະເລກ ໄດ້ລະບຸວ່າ: ຂ້າພະເຈົ້າ ໄດ້ຕິດຕາມຢ່າງໃກ້ຊິດສະພາບ ຂອງພາຍຸເລກ 11 (ໂມເຈ ຫລືMojie) ເຊິ່ງເປັນພະຍຸທີ່ຮຸນແຮງທີ່ສຸດລູກໜຶ່ງນັບ ແຕ່ສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ເປັນຕົ້ນມາ ທີ່ພັດເຂົ້າສູ່ເຂດພາກ ຕາເວັນອອກສ່ຽງໃຕ້ຂອງ ສປ ຈີນ ໃນລະຫວ່າງວັນທີ 6-7 ກັນຍາ ທີ່ຜ່ານມາ ເຊິ່ງໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ ຊີວິດ ແລະ ຊັບສິນຂອງປະຊາຊົນ ຈີນ ອ້າຍນ້ອງ. ໃນນາມພັກ, ລັດຖະບານ ແລະ ປະຊາຊົນລາວ, ຂ້າພະເຈົ້າ ຂໍສົ່ງຄວາມເຫັນ ອົກເຫັນໃຈ ແລະ ຄວາມເສົ້າສະຫລົດໃຈຢ່າງຈິງໃຈມາຍັງສະຫາຍ ແລະ ໂດຍ ຜ່ານສະຫາຍໄປຍັງພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ໂດຍສະເພາະ ແມ່ນອຳນາດການປົກຄອງຂອງແຂວງ ແລະ ຄອບຄົວຜູ້ປະສົບເຄາະຮ້າຍໃນ ຄັ້ງນີ້ດ້ວຍ. ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າພາຍໃຕ້ການນຳພາ ແລະ ດ້ວຍ ຄວາມເອົາໃຈໃສ່ຢ່າງໃກ້ຊິດ ຂອງພັກ, ລັດຖະບານ ສາທາລະນະລັດ ປະຊາຊົນ ຈີນ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ, ປະຊາຊົນຈີນອ້າຍນ້ອງ ຈະສາມາດຜ່ານຜ່າ ທຸກຄວາມຫຍຸ້ງຍາກນີ້ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃນເຂດທີ່ໄດ້ ຮັບຜົນກະທົບຈາກໄພທຳມະຊາດຄັ້ງນີ້ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ໂທລະເລກ... ໂທລະເລກ... ຄູເຂົ້າຮັບບຳນານ ອີກກວ່າ 300 ຄົນ. ນອກຈາກນີ້, ກໍຍັງມີບັນຫາຄູຄົນ ດຽວສອນຄວບຫລາຍຫ້ອງ ເຮັດໃຫ້ ການຮຽນ-ການສອນບໍ່ໄດ້ຄຸນນະພາບ, ໂຮງຮຽນໄກ ແລະ ບັນຫາອື່ນໆ. ຕໍ່ກັບ ສະພາບການດັ່ງກ່າວ, ຄະນະການນຳ ຂັ້ນແຂວງ ກໍມີຄວາມເປັນຫ່ວງເປັນໄຍ ແລະ ໄດ້ປຶກສາຫາລືຮ່ວມກັນເພື່ອຫາ ທິດທາງແກ້ໄຂ ແລະ ເມື່ອບໍ່ດົນມານີ້, ກໍມີການລະດົມທຶນຈາກພາກສ່ວນ ຕ່າງໆໃນສັງຄົມໄດ້ຈຳນວນ1,4ຕື້ກີບ ເພື່ອນຳໄປຈັດຊື້ອຸປະ ກອນການຮຽນ, ຊຸດນັກຮຽນໄປມອບໃຫ້ນັກຮຽນໃນ ເຂດຫ່າງໄກສອກຫລີກຂອງແຂວງ. ສຳລັບແຜນໃນຕໍ່ໜ້າ, ພວກເຮົາຈະ ໄດ້ແບ່ງເອົາເງິນເກີນແຜນຂອງແຂວງ ເພື່ອແກ້ໄຂບັນຫາການຂາດເຂີນຄູ ສອນ ຈຳນວນ 118 ຄົນ ໄປສອນຕາມ ໂຮງຮຽນແຫ່ງຕ່າງໆໃນເຂດສອກ ຫລີກ ໂດຍສະເພາະໃນເຂດ ເມືອງເຊ ໂປນ. ພ້ອມນີ້, ກໍຈະສຸມໃສ່ການແກ້ໄຂ ເດັກນ້ອຍ ໃນເກນໃຫ້ໄດ້ເຂົ້າຮຽນ, ການປະລະການຮຽນ, ການປັບປຸງ ຜູ້ບໍລິຫານການສຶກສາ. ທັງນີ້, ກໍເພື່ອ ແນໃສ່ເຮັດໃຫ້ວຽກງານການສຶກສາ ພາຍໃນແຂວງ ໄດ້ຮັບການພັດທະນາ ດີຂຶ້ນກວ່າເກົ່າ. ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກແຂວງສະຫວັນນະເຂດ ຂອງ ທ່ານຮອງປະທານສະພາແຫ່ງຊາດ ພ້ອມຄະນະໃນຄັ້ງນີ້, ໄດ້ມີການປຶກສາ ຫາລືຫລາຍບັນຫາສຳຄັນຮ່ວມກັນ ທ່ານເຈົ້າແຂວງ ສະຫວັນນະເຂດ ໂດຍ ສະເພາະກ່ຽວກັບວຽກງານການປະຕິ ຮູບການສຶກສາຂອງລາວ ທີ່ພັກ ແລະ ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດ ໃຫ້ສຳເລັດຕາມແຜນການທີ່ວາງໄວ້. ເພື່ອຍົກສູງຜົນຜະລິດ ໂດຍເລີ່ມຈາກ ການຜະລິດເປັນສິນຄ້າ ພ້ອມຊຸກຍູ້ ກຸ່ມ ສະຫະກອນ, ສະມາຄົມເຂົ້າເຖິງນະ ໂຍບາຍສິນເຊື່ອ SME, ນະໂຍບາຍສິນ ເຊື່ອກະຕຸ້ນເສດຖະກິດ, ນະໂຍບາຍສິນ ເຊື່ອກະຈາຍແຫລ່ງທຶນສູ່ທ້ອງຖິ່ນ ຂອງລັດຖະບານ ແລະ ກອງທຶນຕ່າງໆ ທີ່ມີດອກເບ້ຍຕ່ຳ ແລະ ເໝາະສົມ. ຂ່າວ: ຄຳພັນ ແກ້ວມະນີ ແໜງການໜຶ່ງທີ່ກະຕຸ້ນບັນດາຂະແໜງ ການອື່ນ ທີ່ເປັນຕ່ອງໂສ້ການບໍລິການ ໃຫ້ມີການພັດທະນາໄປພ້ອມໆກັນ, ຂະຫຍາຍການລົງທຶນເຂົ້າໃສ່ກິດຈະ ການຕ່າງໆ ເປັນຕົ້ນ ການຂົນສົ່ງນັກ ທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວ, ການນໍາທ່ຽວ, ການພັກແຮມ, ອາຫານ ແລະ ເຄື່ອງດື່ມ, ການສົ່ງເສີມສຸຂະ ພາບ, ການຜະຈົນໄພ, ເຄື່ອງທີ່ລະນຶກ ແລະ ບັນດາກິດຈະກຳປິ່ນອ້ອມການ ທ່ອງທ່ຽວທີ່ພົວພັນທາງກົງແລະທາງ ອ້ອມຂອງການບໍລິການ, ສົ່ງເສີມໃຫ້ ເກີດການຜະລິດພາຍໃນຢ່າງກວ້າງ ຂວາງ ສາມາດສ້າງວຽກເຮັດງານ ທໍາ ແລະ ກະຈາຍລາຍຮັບຢ່າງກວ້າງ ຂວາງ ໃຫ້ແກ່ປະຊາຊົນທ້ອງຖິ່ນ ໂດຍ ສະເພາະໃນເຂດທີ່ການທ່ອງທ່ຽວມີ ການຂະຫຍາຍຕົວ ໃນນັ້ນກໍລວມມີອາ ຊີບພະນັກງານນໍາທ່ຽວ ເຊິ່ງນໍາເອົາ ເງິນຕາຕ່າງປະເທດມາສູ່ປະເທດຊາດ ເປັນຈຳນວນຫລາຍພໍສົມຄວນ, ຊ່ວຍ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດ, ຊ່ວຍ ຫລຸດຜ່ອນຄວາມທຸກຍາກຂອງປະ ຊາຊົນບັນດາ ເຜົ່າຕາມນະໂຍບາຍຂອງ ພັກ ແລະ ລັດຖະບານ ທີ່ໄດ້ວາງອອກ ເທື່ອລະກ້າວ. ທ່ານນາງດາລານີພົມມະວົງສາ ໃຫ້ຮູ້ເຖິງທ່າອ່ຽງການທ່ອງທ່ຽວໃນປີ 2024 ກໍາລັງຢູ່ໃນຈັງຫວະຟື້ນຕົວ ຢ່າງຕໍ່ເນື່ອງ, ບັນດາທຸລະກິດໃນຂະ ແໜງການທ່ອງທ່ຽວມີຄວາມໝັ້ນໃຈ ຫລາຍຂຶ້ນ ຕໍ່ຄວາມໝັ້ນຄົງຂອງອຸດສະ ຫະກຳການທ່ອງທ່ຽວ ແລະ ພວມເລັ່ງ ຂະຫຍາຍຕະຫລາດໃໝ່ ເພີ່ມຂຶ້ນໂດຍ ມີເປົ້າໝາຍການທ່ອງທ່ຽວທີ່ມີຄວາມ ຮັບຜິດຊອບ ແລະ ຍືນຍົງ ເນັ້ນໃສ່ການ ທ່ອງທ່ຽວສີຂຽວ ເປັນມິດກັບສິ່ງແວດ ລ້ອມ ແລະ ການມີສ່ວນຮ່ວມຂອງປະ ຊາຊົນທ້ອງຖິ່ນ. ອົງການທ່ອງທ່ຽວ ໂລກຄາດຄະເນວ່າ ອຸດສາຫະກຳການ ທ່ອງທ່ຽວ ຈະກັບມາສູ່ສະພາບເປັນ ປົກກະຕິ ໃນປີ 2024-2025 ນີ້. ປັດ ຈຸບັນ, ຫລາຍປະເທດ ກຳລັງເລັ່ງການ ເປີດສາຍການບິນ ລະຫວ່າງຈຸດໝາຍ ປາຍທາງການທ່ອງທ່ຽວສໍາຄັນ ເພີ່ມ ຂຶ້ນ, ສຸມໃສ່ການຂະຫຍາຍຕະຫລາດ ໃໝ່ ໂດຍຖືເອົານະໂຍບາຍດ້ານວິຊາ ການເປັນຈຸດກະຕຸ້ນແລະດຶງດູດນັກທ່ອງ ທ່ຽວ; ນັກທ່ອງທ່ຽວໃຫ້ຄວາມສົນ ໃຈຕໍ່ກິດຈະກຳການທ່ອງທ່ຽວໃນເຂດ ທຳມະຊາດ ແລະ ວັດທະນະທຳ ທີ່ເນັ້ນ ໃສ່ປະສົບການໃໝ່ໃນການເດີນທາງ ຫລາຍຂຶ້ນ, ຕ້ອງການອອກຈາກຕົວ ເມືອງໃຫຍ່ ທີ່ມີສະພາບແວດລ້ອມ ແອອັດທັນສະໄໝ ເພື່ອໄປສຳພັດກັບວິ ຖີການດໍາລົງຊີວິດຢູ່ທ້ອງຖິ່ນທີ່ແຕກ ຕ່າງ. ພ້ອມກັນນີ້, ການຫັນເປັນທັນສະ ໄໝ ທາງດ້ານຂໍ້ມູນຂ່າວສານການ ທ່ອງທ່ຽວ ແລະ ການປັບຕົວເຂົ້າກັບ ສະພາບວິກິດຕ່າງໆ ຍັງຖືເປັນບຸລິມະ ສິດຕົ້ນ ຕໍໃນປີ 2024- 2025. ໃນປີ 2023 ນັກທ່ອງທ່ຽວທີ່ເຂົ້າ ມາທ່ອງທ່ຽວລາວ ອັນດັບ 1 ແມ່ນນັກ ທ່ອງທ່ຽວໄທ 1.326.705 ເທື່ອຄົນ ກວມເອົາ 38,8% ຂອງຈໍານວນ ນັກ ທ່ອງທ່ຽວ, ຮອງລົງມາແມ່ນນັກທ່ອງ ທ່ຽວຈາກສສຫວຽດນາມ837.632 ເທື່ອຄົນ, ອັນດັບທີ 3 ແມ່ນ ສປ ຈີນ ມີ ຈໍານວນ 641.314 ເທື່ອຄົນ. ຂ່າວ: ວິທະຍຸແຫ່ງຊາດ ລັດຖະມົນຕີ ກະຊວງ... ສະໜັບສະໜູນຈາກໂຄງການກະສິກໍາ ເພື່ອໂພຊະນາການ ເປັນຕົ້ນ ທຶນກຸ່ມຜະ ລິດ ມີສະມາຊິກ 44 ຄອບຄົວ, ງົບປະ ມານ 84 ລ້ານກີບ; ທຶນສວນຄົວ 1 ລ້ານກີບຕໍ່ຄອບຄົວ, ມີສະມາຊິກ 22 ຄອບຄົວ ງົບປະມານ 22 ລ້ານກີບ; ສ້າງສູນຮຽນຮູ້ໂພຊະນາການ 1 ຫລັງ ເປັນບ່ອນປະຊຸມ, ສອນບົດຮຽນ ແລະ ສາທິດແຕ່ງກິນ; ສ້າງຄອບຄົວຕົວ ແບບ 1 ຄອບຄົວ ກິດຈະກໍາຜະລິດລູກ ໜູນ້ອຍ, ລ້ຽງໄກ່ລາດ, ຜະລິດ ລູກໄກ່, ລ້ຽງປາ ງົບປະມານ 5 ລ້ານກ່ວາກີບ. ພ້ອມນີ້, ວິຊາການຢູ່ເມືອງ ໄດ້ຝຶກອົບ ຮົມດ້ານ ເຕັກນິກຕ່າງໆ ໃຫ້ກັບຊາວ ບ້ານກ່ອນດໍາເນີນກິດຈະກໍາ. ປັດຈຸບັນ ກິດຈະກໍາຂອງໂຄງການໄດ້ມີການຂະ ຫຍາຍຕົວ ເປັນຕົ້ນ ກຸ່ມລ້ຽງໄກ່ ມີໄກ່ 1.320 ໂຕ ສ້າງລາຍຮັບໃຫ້ຄອບຄົວ 30 ກວ່າລ້ານກີບ. ແຕ່ເຖິງຢ່າງໃດກໍຕາມ, ປະຊາຊົນ ຍັງພົບຄວາມຫຍຸ້ງຍາກ ໂດຍສະເພາະ ເນື້ອທີ່ປູກຝັງ ແລະ ລ້ຽງສັດ ມີໜ້ອຍ ແລະ ມີຈໍາກັດ, ຄວາມຮູ້ ແລະ ຄວາມ ສາມາດຂອງປະຊາຊົນຍັງບໍ່ສູງ, ພືດ ເກີດພະຍາດ, ໄພນໍ້າຖ້ວມ ແລະ ຕະ ຫລາດຮອງຮັບສິນຄ້າບໍ່ແນ່ນອນ. ສະ ນັ້ນ, ສະເໜີໃຫ້ຂັ້ນເທິງ ແລະ ພາກສ່ວນ ກ່ຽວຂ້ອງ ລົງຕິດຕາມຊຸກຍູ້ເປັນຕົ້ນ ຈັດໃຫ້ມີການຝຶກອົບຮົມດ້ານເຕັກ ນິກການປູກ, ການລ້ຽງ, ການປຸງແຕ່ງ ອາຫານ ທີ່ມີໂພຊະນາການ ເພື່ອໃຫ້ ເດັກນ້ອຍມີອັດຕາຂາດໂພຊະນາການ ຫລຸດລົງ. ໂອກາດນີ້, ທ່ານລັດຖະມົນຕີ ກະ ຊວງກະສິກໍາ ແລະ ປ່າໄມ້ ໄດ້ຮຽກ ຮ້ອງໃຫ້ຄະນະຮັບຜິດຊອບໂຄງການ ກຳນົດຈຸດສຸມ, ປັບປຸງກຳລັງການຜະ ລິດ, ກຸ່ມສະຫະກອນ ແລະ ສະມາຄົມ ນັກຮຽນຊົນເຜົ່າ... ຂອງນັກຮຽນ ຂັ້ນ ປ1, ບົດຮຽນຝຶກ ເວົ້າພາສາລາວ ແມ່ນບົດຮຽນເສີມ ນອກຈາກບົດຮຽນປົກກະຕິຕາມຕາຕະ ລາງຮຽນ ເຊິ່ງຈະມີບົດຮຽນທີ່ປະກອບ ຕື່ມ ແລະ ເຊື່ອມຕໍ່ໂດຍກົງກັບຫລັກສູດ ການຮຽນການສອນວິຊາພາສາລາວ ສໍາລັບ ຂັ້ນ ປ1. ບົດຮຽນດັ່ງກ່າວ, ຈະ ເນັ້ນໃສ່ການພັດທະນາທັກສະການ ເວົ້າພາສາລາວ ໂດຍຜ່ານການຊ່ວຍ ເຫລືອໃນການເວົ້າ ແລະ ການຟັງ. ທ່ານອານຸລົມວິໄລພອນຜູ້ອໍານວຍ ການສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາ ກະຊວງສຶກສາທິການ ແລະກິລາໄດ້ກ່າວວ່າ: ນັບແຕ່ປີ2019 ກະຊວງສຶກສາທິການ ແລະ ກິລາ ຮ່ວມ ກັບ ລັດຖະບານອົດສະຕຣາລີ ສ້າງ ຄວາມເຂັ້ມແຂງດ້ານວິຊາພາສາລາວ ໃຫ້ແກ່ນັກຮຽນທີ່ເລີ່ມເຂົ້າໂຮງຮຽນ ແຕ່ບໍ່ສາມາດເວົ້າພາສາລາວໄດ້ດີ ເທື່ອ ສື່ການຮຽນ-ການສອນຝຶກເວົ້າພາສາ ລາວທັງໝົດ ໄດ້ຖືກທົດສອບໃນຫລາຍ ແຂວງແລະໄດ້ຮັບການປັບປຸງນັບແຕ່ປີ 2019 ສະແດງໃຫ້ເຫັນວ່າວິທີການ ດັ່ງກ່າວ, ສົ່ງຜົນປະໂຫຍດແກ່ນັກຮຽນ ທີ່ຍັງບໍ່ທັນມີຄວາມສາມາດ ເວົ້າພາ ສາລາວໄດ້ດີເທື່ອ ແລະ ຊ່ວຍໃຫ້ເຂົາ ເຈົ້າໄດ້ຮຽນຮູ້ຄໍາສັບໃໝ່ຢ່າງມ່ວນ ຊື່ນ ແລະ ມີປະສິດທິພາບ. ສະນັ້ນ, ກະ ຊວງສຶກສາທິການ ແລະ ກິລາ ໄດ້ອະນຸ ມັດໃຫ້ບັນດາສື່ການຮຽນ-ການສອນ ແລະ ບົດຮຽນຝຶກເວົ້າພາສາລາວ ໄດ້ ນໍາມາສິດ ສອນໃຫ້ນັກຮຽນຫ້ອງຮຽນ ຂັ້ນ ປ1 ໃນທົ່ວປະເທດ ນັບແຕ່ສົກຮຽນ 2024-2025 ນີ້ເປັນຕົ້ນໄປ. ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ເລຂາເອກ, ສະຖານທູດອົດສະຕຣາລີ ໄດ້ກ່າວວ່າ: ລັດຖະ ບານອົດສະຕຣາລີ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ຮ່ວມມືກັນທົດລອງ ວິທີການສິດ ສອນແບບໃໝ່ ເພື່ອເພີ່ມການເຂົ້າເຖິງ ຂອງເດັກໃນລະບົບການສຶກສາ ໂດຍ ສະເພາະແມ່ນເດັກນ້ອຍທີ່ດ້ອຍໂອ ກາດ ທີ່ເວົ້າພາສາອື່ນທີ່ບໍ່ແມ່ນພາສາ ລາວລຸ່ມຢູ່ເຮືອນ. ບົດຮຽນຝຶກເວົ້າພາ ສາລາວ ເປັນຕົວຢ່າງທີ່ດີຂອງວິທີ ການທົດລອງຂະໜາດນ້ອຍ ທີ່ປະສົບ ຜົນສໍາເລັດ ສາມາດກາຍເປັນບົດຮຽນ ທີ່ໄດ້ຮັບການອະນຸມັດໃຫ້ສິດສອນໃນ ທົ່ວປະເທດ. ປຶ້ມແບບຮຽນຝຶກເວົ້າພາສາລາວ ທີ່ມີສີສັນສວຍງາມ 184.680 ຫົວ, ປຶ້ມຄູ່ມືຄູພາສາລາວ 13.680 ຫົວ, ພ້ອມທັງສື່ການຮຽນ-ການສອນເສີມ ພາສາລາວ(ລວມມີ13.680ຊຸດ, ບັດ ນິທານ 27.200 ແຜ່ນ, ຊຸດເກມ ບິງ ໂກ27.200 ຊຸດ) ໄດ້ຖືກແຈກຢາຍໃຫ້ ບັນດາໂຮງຮຽນໃນທົ່ວປະເທດ ເພື່ອ ສະໜອງໃຫ້ແກ່ຄູສອນ ຂັ້ນ ປ1. ຂະແໜງການຕົ້ນຕໍ ທີ່ປະກອບສ່ວນ ສໍາຄັນເຂົ້າ ໃນການພັດທະນາເສດຖະ ກິດ-ສັງຄົມ, ຫລາຍໆປະເທດ ໃນໂລກ ລວມທັງ ສປປ ລາວ ໄດ້ຖືເອົາວຽກ ງານການທ່ອງທ່ຽວ ເປັນບຸລິມະສິດ ໃນການພັດທະນາ, ວຽກງານທ່ອງ ທ່ຽວເປັນເສດຖະກິດປາຍແຫລມຂະ ຍົກລະດັບ... ແມ່ນເຄື່ອນໄຫວຮັບໃຊ້ວຽກງານທາງ ລັດຖະການ ຂອງພາກສ່ວນທີ່ໄດ້ຮັບ ການຊ່ວຍເຫລືອ. ໂອກາດນີ້, ທ່ານຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ ຕາງໜ້າຄະນະ ພັກ-ຄະນະນໍາ ຫສນຍ ກໍຄື ພາກສ່ວນ ທີ່ໄດ້ຮັບລົດເມດັ່ງກ່າວ ໄດ້ສະແດງ ຄວາມຂອບໃຈແລະຕີລາຄາສູງຕໍ່ການ ສະໜັບສະໜູນຊ່ວຍເຫລືອຂອງ ບໍລິສັດ ໃນຄັ້ງນີ້ ເຊິ່ງເປັນການໃຫ້ຄວາມສຳ ຄັນຕໍ່ວຽກງານລວມຂອງ ສປປ ລາວ ໂດຍສະເພາະການຮັບໃຊ້ກອງປະຊຸມ ສຸດຍອອາຊຽນ ທີ່ ສປປ ລາວ ໄດ້ຮັບ ກຽດເປັນເຈົ້າພາບ ໃນປີ 2024, ທັງ ສອດຄ່ອງກັບແນວທາງນະໂຍບາຍ ຂອງລັດຖະບານ ແຫ່ງ ສປປ ລາວ ທີ່ກຳລັງຊຸກຍູ້ສົ່ງເສີມການນຳໃຊ້ລົດ ໄຟຟ້າ ໃຫ້ຫລາຍຂຶ້ນ, ປະກອບສ່ວນ ການປະຕິບັດມດຕະການປະຢັດມັດ ທະຍັດ ດ້ວຍການຫັນມານຳ ໃຊ້ພະລັງ ງານ ທີ່ ສປປ ລາວ ມີທ່າແຮງ, ສະ ອາດ, ເປັນມິດຕໍ່ສິ່ງແວດລ້ອມຕາມ ທິດ ສີຂຽວ ແລະ ຍືນຍົງ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ຫສນຍ... ສ້າງຄວາມເສຍຫາຍຢ່າງໜັກໜ່ວງ ເຖິງຊີວິດ ແລະ ຊັບສິນຂອງປະຊາຊົນ ຫວຽດນາມອ້າຍນ້ອງ. ໃນການພົບປະ, ສອງຝ່າຍໄດ້ແຈ້ງ ສະພາບການໂດຍຫຍໍ້ການພັດທະນາ ເສດຖະກິດ-ສັງຄົມຂອງແຕ່ລະປະ ເທດໃຫ້ກັນຊາບ, ພ້ອມທັງໄດ້ຮ່ວມກັນ ປຶກສາຫາລືແລະ ຕີລາຄາສະພາບການ ຮ່ວມມືສອງຝ່າຍ ໃນໄລະຍະຜ່ານມາ ກໍຄື ທິດທາງແຜນການໃນຕໍ່ໜ້າ ລວມ ທັງໄດ້ແລກປ່ຽນຄໍາຄິດເຫັນບາງສະ ພາບການພົ້ນເດັ່ນ ຢູ່ພາກພື້ນ ແລະ ສາ ກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມ ກັນ; ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄິພິເສດ ແລະ ການຮ່ວມມືຮອບ ດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດ ນາມ ທີ່ໄດ້ຮັບການເສີມຂະຫຍາຍຢ່າງ ຕໍ່ເນື່ອງ ແລະ ເຂົ້າສູ່ລວງເລິກ ໂດຍໄດ້ ມີການພົບປະ ແລະ ແລກປ່ຽນຢ້ຽມ ຢາມເຊິ່ງກັນແລະກັນຂອງການນໍາຂັ້ນ ສູງຢ່າງເປັນປົກກະຕິ. ການຮ່ວມມື ທາງດ້ານການເມືອງ ສືບຕໍ່ມີຄວາມໄວ້ ເນື້ອເຊື່ອໃຈ, ໜັກແໜ້ນ, ໝັ້ນທ່ຽງ ແລະ ນັບມື້ມີຄວາມໃກ້ຊິດສະໜິດສະ ໜົມກັນ; ດ້ານວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ມີການຮ່ວມມື ດ້ວຍຫລາຍຮູບການ ແລະ ວິທີການທີ່ ແໜ້ນແຟ້ນ, ມີຄວາມໃກ້ຊິດ ເພື່ອຮັບມື ກັບສະພາບການໃໝ່ ທີ່ນັບມື້ນັບຜັນ ແປຢ່າງສະຫລັບສັບຊ້ອນ ແລະ ຮັກສາ ໄດ້ຊາຍແດນ ລາວ-ຫວຽດນາມ ໃຫ້ ກາຍເປັນຊາຍແດນ ແຫ່ງສັນຕິພາບ ແລະ ການພັດທະນາແບບຍືນຍົງ; ການ ຮ່ວມມືດ້ານເສດຖະກິດ-ການຄ້າ ສືບຕໍ່ ໄດ້ຮັບການເອົາໃຈໃສ່ຈາກພັກ, ລັດກໍຄື ບັນດາກະຊວງ, ຂະແໜງການຂອງ ສອງປະເທດ ໃນການປະຕິບັດເປົ້າ ໝາຍສູ້ຊົນທີ່ສອງຝ່າຍໄດ້ວາງອອກ ໃນການເພີ່ມມູນຄ່າການຄ້າສອງສົ້ນ ເຊິ່ງໃນ7ເດືອນຕົ້ນປີ2024ນີ້ບັນລຸໄດ້ 1,1 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 17% ຖ້າທຽບໃສ່ໄລຍະດຽວກັນໃນປີ2023. ສໍາລັບ ການຮ່ວມມືດ້ານເຕັກ ໂນໂລຊີ, ວັດທະນະທໍາ-ສັງຄົມ ແລະ ການສຶກ ສາ ແມ່ນນັບມື້ນັບໄດ້ເພີ່ມທະວີ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ ເຊິ່ງໃນປີ 2024 ນີ້ ລັດຖະບານຫວຽດນາມ ໄດ້ໃຫ້ທຶນ ການສຶກສາ ແກ່ພະນັກງານ ແລະ ນັກ ຮຽນໄປຮຽນຢູ່ ສສ ຫວຽດນາມ ໄລ ຍະສັ້ນ-ໄລຍະຍາວ ຈໍານວນ 1.120 ທຶນ. ພ້ອມກັນນັ້ນ, ການນໍາຂອງທັງ ສອງປະເທດ ເຫັນດີຈະສືບຕໍ່ຮ່ວມ ກັນ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ບັນ ດາຂໍ້ຕົກລົງຂອງການນໍາຂັ້ນສູງ ສອງ ປະເທດ ກໍຄື ບັນດາກະຊວງ, ຂະແໜງ ການຕ່າງໆ ຢູ່ສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະບັນດາໂຄງການຮ່ວມມື ຍຸດທະສາດ ໃຫ້ເປັນຮູບປະທໍາ ເປັນຕົ້ນ ແມ່ນໂຄງການທ່າທຽບເຮືອຫວຸງອາງ 1, 2, 3, ໂຄງການເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ, ໂຄງການພັດທະນາ ເສັ້ນທາງລົດໄຟ ວຽງຈັນ-ທ່າແຂກ (ຫວຸງອາງ), ໂຄງການກໍ່ສ້າງໂຮງ ງານໄຟຟ້າຄວາມຮ້ອນ ຢູ່ແຂວງເຊ ກອງ,ໂຄງການບໍ່ເກືອກາລີຢູ່ແຂວງຄໍາ ມ່ວນ, ໂຄງການກໍ່ສ້າງ ສວນອຸທິຍານ ປະທານໂຮ່ຈີ່ມິງ ຢູ່ນະຄອນຫລວງ ວຽງຈັນ ແລະ ໂຄງການອື່ນໆ; ສືບຕໍ່ ເພີ່ມທະວີການຮ່ວມມືດ້ານການເມືອງ, ການຕ່າງປະເທດ, ການປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ການທ່ອງ ທ່ຽວ, ພະລັງງານ, ການກະສິກໍາ, ຊຸກ ຍູ້ການເຊື່ອມໂຍງທາງດ້ານເສດຖະກິດ ໂດຍເລີ່ມຈາກການເຊື່ອມໂຍງທາງ ດ້ານຄົມມະນາຄົມ ໃຫ້ຫລາຍຂຶ້ນລວມ ທັງການປັບປຸງ ແລະ ຍົກລະດັບດ່ານ ສາກົນຮ່ວມກັນ; ພ້ອມທັງເອົາໃຈໃສ່ ປັບປຸງກົນໄກ ແລະ ສ້າງສະພາບແວດ ລ້ອມ ອັນເອື້ອອໍານວຍໃຫ້ແກ່ການລົງ ທຶນຂອງກັນ ແລະ ກັນ ທັງໂຄສະນາ ດຶງດູດນັກລົງທຶນຂອງກັນ ແລະ ກັນ ໂດຍສະເພາະແມ່ນນັກລົງທຶນເອກະ ຊົນລາຍໃຫຍ່ທີ່ມີທ່າແຮງ ໃນບັນດາຂະ ແໜງການທີ່ເປັນບູລິມະສິດ ເຊັ່ນ: ກະສິກໍາສະອາດ, ປຸງແຕ່ງແຮ່ທາດ, ດ້ານພະລັງງານ, ດ້ານເຕັກໂນໂລຊີ, ທ່ອງທ່ຽວ, ການປຸງແຕ່ງຜະລິດເປັນ ສິິນຄ້າ... ພ້ອມກັນນັ້ນ, ສະຫາຍເລຂາທິ ການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ກໍໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວອວຍພອນໄຊອັນປະ ເສີດເນື່ອງໃນວັນຊາດແຫ່ງ ສສຫວຽດ ນາມ ຄົບຮອບ 79 ປີ ກໍຄື ວັນສ້າງ ຕັ້ງສາຍພົວພັນການທູດລາວ-ຫວຽດ ນາມ ຄົບຮອບ 62 ປີ, ພ້ອມທັງໄດ້ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ເປັນຢ່າງສູງຕໍ່ການຊ່ວຍເຫລືອອັນລໍ້າ ຄ່າ ແລະ ທັນການຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ບໍ່ວ່າ ຈະຢູ່ໃນໄລຍະແຫ່ງການຕໍ່ສູ້ກູ້ຊາດໃນ ເມື່ອກ່ອນ ໂດຍສະເພາະໃນໄລຍະທີ່ ສປປລາວກໍາລັງຜະເຊີນກັບຄວາມຫຍຸ້ ງຍາກທາງດ້ານເສດ ຖະກິດຄືປັດຈຸບັນ ສົມກັບຄໍາເວົ້າອໍາມະຕະທີ່ວ່າ “ເຂົ້າ ເມັດຫັກຜັກເສັ້ນດຽວກໍບິແບ່ງກັນກິນ” ກໍຄືການຊ່ວຍເຫລືອຜ່ານໂຄງການ ຕ່າງໆເຊັ່ນ: ໂຄງການສະໜາມບິິນ ໜອງຄ້າງ, ໂຄງການສ້າງຖານຂໍ້ມູນ ໃນການຄຸ້ມຄອງສໍາມະໂນຄົວ ແລະ ບັດປະຈໍາຕົວຂອງພົນລະເມືອງລາວ, ໂຄງການກໍ່ສ້າງສູນບໍາບັດປິ່ນປົວແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ກໍຄື ການສະໜັບສະໜູນ ແລະ ຊ່ວຍເຫລືອ ການເປັນປະທານອາຊຽນໃນປີ 2024 ຂອງ ສປປ ລາວ. ສະຫາຍໂຕເລິມເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ ຂປລ. ໂດຍຕອບສະໜອງຕາມຄຳ ເຊີນຂອງ ສະຫາຍ ໂຕ ເລິມ ເລຂາທິ ການໃຫຍ່ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ,ປະທານປະ ເທດ ແຫ່ງ ສສ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະ ລາວ-ຫວຽດນາມ... ນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມ ຢາມລັດຖະກິດ ສສ ຫວຽດນາມ ແຕ່ ວັນທີ 10-13 ກັນຍາ 2024 ເພື່ອເພີ່ມ ທະວີ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ກໍຄື ປະ ຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ຈະເລີນງອກ ງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ໃນຕອນເຊົ້າວັນທີ 10 ກັນຍາ 2024, ພິທີຕ້ອນຮັບຢ່າງເປັນທາງ ການໄດ້ຈັດຂຶ້ນຢ່າງອົບອຸ່ນ, ສົມກຽດ ແລະ ມີລັກສະນະພິເສດ ທີ່ສໍານັກງານ ປະທານປະເທດ ສສ ຫວຽດນາມ ໂດຍ ການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານ ປະທານ ແຫ່ງ ສປປ ລາວ ແລະ ສະ ຫາຍ ໂຕ ເລິມ ເລຂາທິການໃຫຍ່, ປະ ທານ ປະເທດ ແຫ່ງ ສສ ຫວຽດນາມ ພ້ອມ ດ້ວຍຄະນະຜູ້ແທນຂັ້ນສູງຂອງ ທັງສອງຝ່າຍ. ຫລັງຈາກນັ້ນ, ຜູ້ນໍາ ຂອງສອງປະເທດ ລາວ-ຫວຽດນາມ ໄດ້ພົບປະສອງຝ່າຍຢ່າງເປັນທາງ ການ ທີ່ຫ້ອງວ່າການສູນກາງພັກ ກອມ ມູນິດ ຫວຽດນາມ. ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະ ແດງຄວາມຍິນດີທີ່ໄດ້ພົບປະກັບ ສະ ຫາຍ ປະທານປະເທດ ໂຕ ເລິມ ອີກຄັ້ງ ເຊິ່ງເປັນການພົບປະກັນຢ່າງເປັນທາງ ການເທື່ອທີ 2 ໃນຮອບ 2 ເດືອນ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ ສະຫາຍ ໂຕ ເລິມ ທີ່ໄດ້ຮັບເລືອກຕັ້ງໃຫ້ ດໍາລົງຕໍາແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມ ມູນິດ ຫວຽດນາມ ໃນກອງປະຊຸມສະ ໄໝສາມັນຂອງຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIII ໃນວັນທີ 3 ສິງຫາ 2024 ທີ່ຜ່ານມາ, ເປັນການສະແດງ ໃຫ້ເຫັນເຖິງການຕີລາຄາສູງ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ມີຕໍ່ສະຫາຍ ເຊິ່ງເປັນໜ້າທີ່ອັນໜັກ ໜ່ວງທີ່ສຸດແຕ່ເຕັມໄປດ້ວຍກຽດອັນສ ະຫງ່າຫາສິ່ງອື່ນປຽບບໍ່ໄດ້. ໃນທ່າມກາງບັນຍາກາດອັນໂສກ ເສົ້າສະຫລົດໃຈ ແລະ ອາໄລອາວອນ ຢ່າງສຸດຊຶ້ງຕໍ່ການຈາກໄປຢ່າງບໍ່ມີວັນ ຫວນກັບຄືນຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ ອະດີດເລຂາທິການໃຫຍ່ພັກ ກອມມູນິດຫວຽດນາມ. ສະຫາຍເລຂາ ທິການໃຫຍ່, ປະທານປະເທດ ທອງລຸນ ສີສຸສິດ ມີຄວາມເຊື່ອໝັ້ນ ຢ່າງໜັກ ແໜ້ນ ວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ພາຍໃຕ້ການຊີ້ ນຳ-ນຳພາອັນສະຫລາດສ່ອງໃສຂອງ ພັກ ໂດຍມີ ສະຫາຍ ໂຕ ເລິມ ເປັນເລ ຂາທິການໃຫຍ່ ບັນດາສະຫາຍຈະຫັນ ເອົາຄວາມທຸກໂສກເສຍດາຍນີ້ໃຫ້ກາຍ ເປັນເຫງົ້າແຫ່ງຄວາມສາມັກຄີທົ່ວ ປວງຊົນທັງຊາດ ເພື່ອສືບຕໍ່ກ້າວຂຶ້ນ ຢ່າງໜັກແໜ້ນ ແລະ ສ້າງສາປະເທດ ຫວຽດນາມ ກາຍເປັນປະເທດອຸດສາ ຫະກໍາຕາມທິດທັນສະໄໝ ແລະ ບັນລຸ ເປົ້າໝາຍປະຊາຊົນຮັ່ງມີຜາສຸກ, ປະ ເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິ ປະໄຕ, ຍຸຕິທໍາແລະສີວິໄລ. ພ້ອມກັນນີ້, ກໍໄດ້ສະແດງຄວາມເຫັນອົກເຫັນໃຈ ຕໍ່ຜົນກະທົບຂອງພາຍຸເລກ 3 (ຢາກິ) ທີ່ພັດເຂົ້າສູ່ພາກກາງ ແລະ ພາກເໜືອ ຂອງຫວຽດນາມ ໃນລະຫວ່າງ ວັນທີ 6-7 ກັນຍາ 2024 ຜ່ານມາ ເຊິ່ງໄດ້ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງການເດີນທາງຢ້ຽມຢາມ ລັດຖະກິດ ທີ່ ສສ ຫວຽດນາມ ຂອງ ສະຫາຍ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ຜູ້ແທນຂັ້ນສູງ ໃນຄັ້ງນີ້ ເຊິ່ງຈະເປັນ ການປະກອບສ່ວນສໍາຄັນ ເຂົ້າໃນການ ຮັດແໜ້ນ ແລະ ເສີມຂະຫຍາຍສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່,ຄວາມ ສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງສອງພັກ,ສອງລັດແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ. ພາບ: ຂັນໄຊ

RkJQdWJsaXNoZXIy MTc3MTYxMQ==