5955

0= h 8q d]q '0v'l6 odk'ra ddv,,6 oy f9u o dj P;da [dko]q 'g]y d dkoxt8y I6 [1j k'Iv[fh ko grnj v-5 dp6h 7;k,ma oltw\c[[9u o xtgmf]k; 4 3]d c]t gsfdko *** ຕໍ່ຈາກສະບັບກ່ອນ*** 06/09/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຊຸກຍູ້ການສຶກສາອົບຮົມດ້ານອຸດົມ ການ ແລະ ຄວາມເຊື່ອຖືໃຫ້ເປັນປະຈຳ ແລະ ຫັນເປັນລະບຽບການ. ປັບປຸງລະ ບຽບການ ແລະ ກົນໄກທີ່ອົບຮົມ ແລະ ຈັດຕັ້ງປະຕິບັດຕາມຄ່ານິຍົມຕົ້ນຕໍສັງ ຄົມນິຍົມໃຫ້ສົມບູນ. ປັບປຸງແລະ ປະດິດ ສ້າງກົນໄກເຮັດວຽກທີ່ອົບຮົມໃນດ້ານ ຄວາມສີວິໄລ ພຶດຕິກຳໃນດ້ານຄວາມສີ ວິໄລແລະການສ້າງຄວາມສີວິໄລ.ປະຕິ ບັດໂຄງການສ້າງກະແສຄວາມສີວິ ໄລຢູ່ຊົນນະບົດ. ປັບປຸງກົນໄກໂຄສະນາ ແລະ ຮ່ຳຮຽນນຳວິລະຊົນ ແລະ ບຸກຄົນ ທີ່ເປັນແບບຢ່າງ, ປະດິດສ້າງກົນໄກຈັດ ຕັ້ງບັ້ນສຶກສາອົບຮົມລັດທິຮັກຊາດ ແລະ ບັ້ນທີ່ເປັນຫົວຂໍ້ຫລັກທີ່ມີລັກສະ ນະມວນຊົນປະເພດຕ່າງໆ, ຊຸກຍູ້ໃຫ້ ທົ່ວສັງຄົມບູຊາວິລະຊົນ ອາໄລອາວອນ ນັກຮົບຜູ້ເສຍສະຫລະຊີວິດໃນປາງ ສົງຄາມ ແລະ ພະຍາຍາມເປັນຜູ້ຕະລຸມ ບອນ. ສ້າງລະບົບສືບທອດຄຸນສົມບັດ ອັນເປັນມູນເຊື້ອທີ່ດີງາມຂອງປະຊາ ຊາດຈີນ, ປັບປຸງໂຄງປະກອບ ແລະ ກົນ ໄກສ້າງຄຸນສົມບັດສາທາລະນະໃນສັງ ຄົມ ຈັນຍາບັນໃນອາຊີບ ສິນທຳທີ່ດີໃນ ຄອບຄົວ ແລະ ຄຸນສົມບັດສ່ວນບຸກຄົນ ໃຫ້ຄົບຖ້ວນ, ປັບປຸງກົນໄກສ້າງຄວາມ ໜ້າເຊື່ອຖືທີ່ມີປະສິດທິຜົນຍາວນານໃຫ້ ຄົບຖ້ວນ, ສຶກສາອົບຮົມ ແລະ ນຳພາ ທົ່ວສັງຄົມຕື່ນຕົວເຄົາລົບກົດໝາຍ ແລະ ປະຕິບັດຕາມຮີດຄອງປະເພນີທີ່ດີງາມ, ເດັດດ່ຽວຄັດຄ້ານລັດທິບູຊາເງິນ ລັດ ທິສະເຫວີຍສຸກ ລັດທິສ່ວນຕົວຮຸນແຮງ ແລະ ລັດທິສູນຍະພາບປະຫວັດສາດ. ສ້າງກົນໄກຈັດຕັ້ງປະຕິບັດການສຶກ ສາອົບຮົມຄຸນສົມບັດເທິງອິນເຕີເນັດ ໂດຍແບ່ງປະເພດມະຫາຊົນ ແລະ ຖືກ ຕ້ອງຕາມເປົ້າໝາຍ. ສ້າງ ແລະ ປັບປຸງ ກົນໄກທີ່ຮ່ວມກັນແກ້ໄຂບັນຫາພົ້ນ ເດັ່ນໃນຂົງເຂດຄຸນສົມບັດໃຫ້ຄົບຖ້ວນ, ປັບປຸງກົນໄກປາບປາມສິ່ງລາມົກ ແລະ ສິ່ງພິມທີ່ຜິດກົດໝາຍຢ່າງມີປະສິດທິ ຜົນຍາວນານໃຫ້ສົມບູນ. 39. ປັບປຸງກົນໄກສະໜອງການບໍລິ ການ ແລະ ຜະລິດຕະພັນດ້ານວັດທະນະ ທຳໃຫ້ດີຂຶ້ນ. ປັບປຸງລະບົບການບໍລິ ການສາທາລະນະດ້ານວັດທະນະທຳ ໃຫ້ສົມບູນ, ສ້າງກົນໄກສົ່ງຊັບພະຍາ ກອນວັດທະນະທຳທີ່ດີເດັ່ນໄປເຖິງຂັ້ນ ຮາກຖານໂດຍກົງ, ປັບປຸງກົນໄກທີ່ກຳ ລັງໃນສັງຄົມເຂົ້າຮ່ວມການບໍລິການ ສາທາລະນະດ້ານວັດທະນະທຳໃຫ້ຄົບ ຖ້ວນ, ຊຸກຍູ້ການປະຕິຮູບແຍກກຳມະ ສິດ ແລະ ສິດນຳໃຊ້ສິ່ງກໍ່ສ້າງວັດທະນະ ທຳສາທາລະນະໃຫ້ອອກຈາກກັນ. ລົງ ເລິກປະຕິຮູບທຶນຂອງລັດ ແລະ ລັດວິສາ ຫະກິດໃນຂົງເຂດວັດທະນະທຳ, ຊຸກຍູ້ ໃຫ້ໜ່ວຍງານວິຊາການດ້ານວັດທະນະ ທຳລົງເລິກການປະຕິຮູບຢູ່ພາຍໃນໂດຍ ແບ່ງເປັນປະເພດ, ປັບປຸງກົນໄກສ້າງ ແລະ ພັດທະນາສະຖາບັນ ແລະ ຄະນະ ສິລະປະໃຫ້ສົມບູນ. ຍຶດໝັ້ນທິດທາງປະດິດແຕ່ງທີ່ຖື ປະຊາຊົນເປັນໃຈກາງ, ຍຶດໝັ້ນການປະ ສານສົມທົບລະຫວ່າງການສ້າງຜົນ ງານ ແລະ ການອົບຮົມຜູ້ມີຄວາມຮູ້ ຄວາມສາມາດ, ຍຶດໝັ້ນການເຊື່ອມຕໍ່ ກັນລະຫວ່າງການເນັ້ນໃສ່ຜົນງານການ ປະດິດແຕ່ງແລະການເນັ້ນໃສ່ການສ້າງ ສະພາບແວດລ້ອມດ້ານການປະດິດ ແຕ່ງ, ປັບປຸງກົນໄກເຮັດວຽກບໍລິການ ຊີ້ນຳ ແລະ ຈັດຕັ້ງການປະດິດແຕ່ງດ້ານ ສິລະປະວັນນະຄະດີໃຫ້ດີຂຶ້ນ. ປັບປຸງ ລະບົບອຸດສາຫະກຳ ແລະ ລະບົບຕະ ຫລາດດ້ານວັດທະນະທຳໃຫ້ຄົບຖ້ວນ, ປັບປຸງນະໂຍບາຍເສດຖະກິດດ້ານວັດ ທະນະທຳໃຫ້ສົມບູນ. ທົດລອງກົນໄກ ທີ່ເຮັດໃຫ້ວັດທະນະທຳເຊື່ອມໂຍງເຂົ້າ ກັບວິທະຍາສາດເຕັກໂນໂລຊີຢ່າງມີປະ ສິດທິຜົນ, ເລັ່ງລັດພັດທະນາຮູບການ ຂະແໜງການໃໝ່ດ້ານວັດທະນະທຳ ໃຫ້ໄວຂຶ້ນ. ລົງເລິກປະຕິຮູບລະບຽບ ການຂຶ້ນທະບຽນການພິຈາລະນາອະ ນຸມັດດ້ານການບໍລິຫານໃນຂົງເຂດວັດ ທະນະທຳ, ເພີ່ມທະວີການຕິດຕາມຄຸ້ມ ຄອງໃນເວລາພວມຂຶ້ນທະບຽນ ແລະ ພາຍຫລັງຂຶ້ນທະບຽນ. ລົງເລິກການ ບໍລິຫານຂົງເຂດການບັນເທີງດ້ານວັດ ທະນະທຳໂດຍລວມ. ສ້າງອົງການປະສານງານວຽກ ງານປົກປັກຮັກສາ ແລະ ສືບທອດມໍລະ ດົກວັດທະນະທຳ,ສ້າງລະບຽບການຕິດ ຕາມກວດກາການປົກປັກຮັກສາມໍລະ ດົກວັດທະນະທຳ, ຊຸກຍູ້ການປົກປັກຮັກ ສາຢ່າງເປັນລະບົບ ແລະ ການຕິດຕາມ ຄຸ້ມຄອງຢ່າງເປັນເອກະພາບກັນຕໍ່ມໍ ລະດົກວັດທະນະທຳ. ສ້າງລະບົບເຄື່ອງ ໝາຍຂອງອະລິຍະທຳຈີນ. ສ້າງໂຄງປະ ກອບ ແລະ ກົນໄກພັດທະນາວັດທະນະ ທຳ ແລະ ການທ່ອງທ່ຽວທີ່ເຊື່ອມໂຍງ ເຂົ້າກັນຢ່າງເລິກເຊິ່ງໃຫ້ຄົບຖ້ວນ. ປັບ ປຸງລະບົບບໍລິການສາທາລະນະດ້ານ ການອອກກຳລັງກາຍທົ່ວປວງຊົນໃຫ້ ສົມບູນ, ປະຕິຮູບ ແລະ ປັບປຸງໂຄງປະ ກອບຄຸ້ມຄອງ ແລະ ກົນໄກດຳເນີນງານ ຂອງກິລາເພື່ອໃຊ້ແຂ່ງຂັນ. 40. ປັບປຸງລະບົບຄຸ້ມຄອງອິນເຕີ ເນັດໂດຍລວມໃຫ້ຄົບຖ້ວນ. ລົງເລິກປະ ຕິຮູບໂຄງປະກອບຄຸ້ມຄອງອິນເຕີເນັດ, ຊັບຊ້ອນພາລະບົດບາດດ້ານການສ້າງ ເນື້ອໃນ ແລະ ຄຸ້ມຄອງອິນເຕີເນັດ, ຊຸກຍູ້ ການຄຸ້ມຄອງການໂຄສະນາຖະແຫລງ ຂ່າວ ແລະ ຫາງສຽງໃນອິນເຕີເນັດຢ່າງ ເປັນອັນໜຶ່ງອັນດຽວກັນ. ປັບປຸງກົນໄກ ພັດທະນາ ແລະ ຄຸ້ມຄອງປັນຍາປະດິດ ແບບສ້າງເນື້ອໃນໃຫ້ສົມບູນ. ເພີ່ມທະວີ ການສ້າງການຄຸ້ມຄອງຕາມກົດໝາຍ ຢູ່ພື້ນທີ່ອິນເຕີເນັດ, ປັບປຸງກົນໄກຄຸ້ມ ຄອງສະພາບແວດລ້ອມທາງອິນເຕີເນັດ ຢ່າງມີປະສິດທິຜົນຍາວນານໃຫ້ຄົບ ຖ້ວນ, ປັບປຸງລະບົບວຽກງານປົກປ້ອງ ຜູ້ບໍ່ເຖິງອາຍຸກະສຽນໃນດ້ານອິນເຕີ ເນັດໃຫ້ຄົບຖ້ວນ. 41. ສ້າງລະບົບໂຄສະນາຕໍ່ສາກົນ ທີ່ມີປະສິດທິຜົນກວ່າເກົ່າ. ຊຸກຍູ້ການ ສ້າງສະພາບການໂຄສະນາໃນສາກົນ ຄືນໃໝ່, ລົງເລິກປະຕິຮູບ ແລະ ປະດິດ ສ້າງກົນໄກໂຄສະນາໃນສາກົນຂອງສື່ ຫລັກ, ເລັ່ງລັດສ້າງສະພາບການໂຄສະ ນາຕໍ່ຕ່າງປະເທດທີ່ມີຫລາຍຊ່ອງທາງ ແບບສາມມິຕິ. ເລັ່ງລັດສ້າງລະບົບການ ປະກອບຄຳຄິດເຫັນຂອງຈີນແລະ ການ ເລົ່າເລື່ອງລາວຂອງຈີນ, ຍົກສູງສະມັດ ຖະພາບການໂຄສະນາໃນສາກົນຢ່າງ ຮອບດ້ານ. ສ້າງກົນໄກຈັດຕັ້ງປະຕິບັດຂໍ້ ລິເລີ່ມອະລິຍະທຳທົ່ວໂລກ. ຊຸກຍູ້ຄວາມ ສະດວກໃນການຄຸ້ມຄອງການພັດທະ ນາໄປສູ່ຕ່າງປະເທດ ແລະ ການນຳເຂົ້າ ຈາກຕ່າງປະເທດ, ເປີດກວ້າງການ ແລກປ່ຽນ ແລະ ການຮ່ວມມືດ້ານວັດ ທະນະທຳ ໃນສາກົນ. ປັບປຸງລະບົບລະບຽບການຮັບປະ ກັນ ແລະ ປັບປຸງຊີວິດການເປັນຢູ່ຂອງ ປະຊາຊົນນັ້ນໃຫ້ຄົບຖ້ວນການຮັບປະ ກັນ ແລະ ປັບປຸງຊີວິດການເປັນຢູ່ຂອງ ປະຊາຊົນໃຫ້ດີຂຶ້ນໃນການພັດທະນາ ນັ້ນ ແມ່ນໜ້າທີ່ອັນສຳຄັນຂອງຄວາມ ທັນສະໄໝແບບຈີນ. ຕ້ອງຍຶດໝັ້ນທຳ ຄວາມພະຍາຍາມຢ່າງສຸດຂີດ ແລະ ປະ ຕິບັດຕາມຄວາມສາມາດ, ປັບປຸງລະ ບົບລະບຽບການບໍລິການສາທາລະນະ ຂັ້ນພື້ນຖານໃຫ້ສົມບູນ, ເພີ່ມທະວີການ ສ້າງຊີວິດການເປັນຢູ່ຂອງປະຊາຊົນ ທີ່ ມີລັກສະນະໃຫ້ຜົນປະໂຫຍດທົ່ວເຖິງ ລັກສະນະພື້ນຖານ ແລະ ລັກສະນະຄຸນ ນະພາບຕ່ຳສຸດ, ແກ້ໄຂບັນຫາຜົນປະ ໂຫຍດທີ່ປະຊາຊົນເອົາໃຈໃສ່ທີ່ສຸດ ໂດຍກົງທີ່ສຸດ ແລະ ຕົວຈິງທີ່ສຸດນັ້ນໃຫ້ ດີ, ຕອບສະໜອງຄວາມມຸ່ງມາດປາດ ຖະໜາຂອງປະຊາຊົນທີ່ມີຕໍ່ຊີວິດການ ເປັນຢູ່ອັນດີງາມຢ່າງບໍ່ຢຸດຢັ້ງ. 42. ປັບປຸງລະບຽບການແບ່ງປັນ ລາຍຮັບໃຫ້ສົມບູນ. ສ້າງລະບົບລະ ບຽບການແບ່ງປັນຄັ້ງທຳອິດຄັ້ງທີສອງ ແລະຄັ້ງທີສາມທີ່ປະສານກົມກຽວແລະ ເປັນຊຸດ, ຍົກສູງມາດຕາສ່ວນດ້ານລາຍ ຮັບຂອງປະຊາຊົນໃນການແບ່ງປັນ ລາຍຮັບຂອງພົນລະເມືອງ, ຍົກສູງມາດ ຕາສ່ວນຂອງຄ່າອອກແຮງງານໃນ ການແບ່ງປັນຄັ້ງທຳອິດ. ປັບປຸງກົນ ໄກທີ່ຕົກລົງ ເພີ່ມຢ່າງສົມເຫດສົມຜົນ ແລະຮັບປະກັນການເບີກຈ່າຍເງິນເດືອນ ໃຫ້ຜູ້ອອກແຮງງານນັ້ນໃຫ້ສົມບູນ, ປັບປຸງລະບຽບການນະໂຍບາຍທີ່ ແບ່ງປັນຕາມປັດໄຈໃຫ້ຄົບຖ້ວນ. ປັບ ປຸງກົນໄກດັດປັບການແບ່ງປັນຄັ້ງທີ ສອງປະເພດຕ່າງໆ ເຊັ່ນ: ສ່ວຍສາອາ ກອນ, ການປະກັນສັງຄົມ ແລະ ການ ໂອນຈ່າຍເປັນຕົ້ນໃຫ້ສົມບູນ. ສະໜັບ ສະໜູນການພັດທະນາພາລະກິດການ ກຸສົນສາທາລະນະປະໂຫຍດ. ເຮັດໃຫ້ລະບຽບການແບ່ງປັນລາຍ ຮັບເປັນລະບຽບແບບແຜນ, ເຮັດໃຫ້ກົນ ໄກການສະສົມຊັບສິນເປັນລະບຽບ ແບບແຜນ, ເພີ່ມທະວີລາຍຮັບລັກສະ ນະຊັບສິນຂອງປະຊາຊົນໃນຕົວເມືອງ ແລະ ຊົນນະບົດຈາກຫຼາຍຊ່ອງທາງ, ສ້າງໃຫ້ເປັນລະບົບລະບຽບການເພີ່ມ ລາຍຮັບຂອງກຸ່ມຄົນທີ່ມີລາຍຮັບຕ່ຳ ຢ່າງມີປະສິດທິຜົນ ເປີດກວ້າງຂະໜາດ ຂອງກຸ່ມຄົນທີ່ມີລາຍໄດ້ປານກາງຢ່າງ ໜັກແໜ້ນ ແລະ ດັດສົມລາຍໄດ້ທີ່ສູງ ເກີນໄປຢ່າງສົມເຫດສົມຜົນ. ລົງເລິກ ປະຕິຮູບກົນໄກຕົກລົງເງິນເດືອນຂອງ ລັດວິສາຫະກິດ, ກຳນົດເງິນເດືອນ ເງິນ ອຸດໜູນ ແລະ ເງິນເກື້ອກູນເປັນຕົ້ນຂອງ ຜູ້ຮັບຜິດຊອບຕຳແໜ່ງຕ່າງໆໃນລັດ ວິສາຫະກິດຢ່າງສົມເຫດສົມຜົນ ທັງ ເຮັດໃຫ້ເປັນລະບຽບແບບແຜນຢ່າງ ເຂັ້ມງວດ. *** ອ່ານຕໍ່ສະບັບໜ້າ *** lkpdko[y os;Pfg9a f wfh Ia []k';a odkomj v'mj P;3]d *** ຕໍ່ຈາກໜ້າ 1 *** ນາຍົກລັດຖະມົນຕີ... ຂປລ. ສາຍການບິນຫວຽດເຈັດ (VietJet) ໄດ້ຮັບ 2 ລາງວັນ ການ ທ່ອງທ່ຽວຂອງ ໂລກປີ 2024 ຄື: ລາງ ວັນສາຍການບິນຊັ້ນນໍາຂອງອາຊີ ດ້ານ ການໃຫ້ປະສົບການແກ່ລູກຄ້າ ແລະ ລາງວັນສາຍການບິນຊັ້ນນໍາດ້ານໂປຣ ແກມສະສົມຄະແນນຂອງອາຊີ ໂດຍ ພິທີໄດ້ຈັດຂຶ້ນຢູ່ນະຄອນຫລວງມະນີ ລາ ປະເທດຟີລິບປິນ, ໂດຍການເຂົ້າ ຮ່ວມຂອງຜູ້ນໍາຕ່າງປະເທດ ແລະ ຜູ້ ຊ່ຽວຊານດ້ານຂະແໜງການການ ບິນ, ການເດີນທາງ ແລະ ການທ່ອງທ່ຽວ. ນີ້ແມ່ນຂ່າວດີ ສຳລັບນັກທ່ອງທ່ຽວ ໃນປະເທດລາວ ເພາະສາຍການບິນ ດັ່ງກ່າວໄດ້ໃຫ້ການບໍລິການສາຍການ ບິນໂດຍກົງລະຫວ່າງນະຄອນຫລວງ ວຽງຈັນຫາ ນະຄອນໂຮ່ຈີ່ມິງ ເຊິ່ງເປີດ ໂອກາດໃຫ້ແກ່ນັກທ່ອງທ່ຽວ ໄດ້ໄປ ທ່ຽວຫວຽດນາມ ໄດ້ຢ່າງສະດວກສະ ບາຍໃນຖ້ຽວບິນທີ່ສັ້ນແລະຍັງເປັນຈຸດ ເຊື່ອມຕໍ່ຂອງບັນດາຈຸດໝາຍປາຍທາງ ແລະ ແຫລ່ງທ່ອງທ່ຽວອື່ນໆຂອງອາ ຊີ - ປາຊີຟິກ ອີກດ້ວຍ. ລາງວັນການ ທ່ອງທ່ຽວໂລກ (WTA) ໄດ້ຖືກການ ຍອມຮັບໃນທົ່ວໂລກ, ລາງວັນປະຈໍາປີ ແມ່ນຖືກຕັດສິນໂດຍການລົງຄະແນນ ສຽງຈາກຜູ້ບໍລິຫານທີ່ມີຄຸນນະສົມ ຫລອດການເດີນທາງ, ຕັ້ງແຕ່ການ ຈອງປີ້ ແລະ ການເຊັກອິນໄປຈົນເຖິງ ການມາຮອດ.VietJet ຍັງໄດ້ຮັບລາງ ວັນສາກົນທີ່ມີຊື່ສຽງຫລາຍຢ່າງຈາກ Skytrax, Wor ld Business Outlook ແລະ Airline Ratings ໃນທ້າຍປີນີ້, ສາຍການບິນໄດ້ກໍານົດ ຈະເພີ່ມເຮືອບິນໃໝ່ 10 ລໍາ, ການລົງ ທຶນໃນເຮືອບິນທີ່ທັນສະໄໝ ແລະ ຂະ ຫຍາຍເຄືອຂ່າຍການບິນ ເພື່ອຍົກລະ ດັບປະສົບການການເດີນທາງໃຫ້ແກ່ຜູ້ ໂດຍສານໃນຂະນະທີ່ປະຕິບັດຕາມຍຸດ ທະສາດການພັດທະນາແບບຍືນຍົງໃນ ອຸດສະຫະກໍາການບິນ ເພື່ອຫລຸດຜ່ອນ ການປ່ອຍອາຍມົນລະພິດ. ສາຍການບິນ VietJet ບໍ່ພຽງແຕ່ ໄດ້ປະຕິວັດອຸດສາຫະກຳການບິນຢູ່ ຫວຽດນາມເທົ່ານັ້ນ ແຕ່ຍັງເປັນສາຍ ການບິນທີ່ບຸກເບີກໃນທົ່ວພາກພື້ນແລະ ທົ່ວໂລກ ໂດຍເນັ້ນໃສ່ຄວາມສາມາດ ໃນການບໍລິຫານຈັດການຕົ້ນທຶນ ການ ດໍາເນີນງານຢ່າງມີປະສິດທິພາບ ການ ນໍາໃຊ້ເທັກໂນໂລຊີໃໝ່ຫລ້າສຸດມາປະ ຍຸກໃຊ້ໃນທຸກກິດຈະກໍາ ແລະ ເປັນຜູ້ນຳ ທີ່ທັນກະແສສັງຄົມ VietJet ສະເໜີ ໂອກາດການບິນດ້ວຍຄ່າໂດຍສານທີ່ ປະຢັດ ແລະ ຄ່ອງຕົວ ພ້ອມທັງການ ບໍລິການທີ່ຫລາກຫລາຍ ເພື່ອຕອບສະ ໜອງຄວາມຕ້ອງການຂອງລູກຄ້າ. ບັດໃນສາຂາເຫລົ່ານີ້ ລວມທັງຜູ້ບໍລິ ໂພກການທ່ອງທ່ຽວທົ່ວໂລກ ເພື່ອໃຫ້ ເປັນທີ່ຮັບຮູ້ຂອງທຸລະກິດທີ່ມີຜະລິດ ຕະພັນທີ່ໂດດເດັ່ນທີ່ສຸດ. VietJet ເປັນຜູ້ນຳໃນການສະ ໜອງປະສົບການທີ່ສ້າງສັນ ແລະ ລ້ຳ ຄ່າໃຫ້ແກ່ຜູ້ໂດຍສານ ພ້ອມກັບສະເໜີ ຖ້ຽວບິນທີ່ເປັນຕາຕື່ນໃຈເຊັ່ນ: ປະກັນ ໄພ Sky Care ທີ່ໃຫ້ການຄຸ້ມຄອງທີ່ ກວ້າງຂວາງເພື່ອຄວາມປອດໄພ ໃນ ການເດີນທາງ. ເພີ່ມເຕີມກໍ່ຄືການສະ ສົມຄະແນນ ຂອງ VietJet Sky Joy ຊ່ວຍໃຫ້ສະມາຊິກທັງພາຍໃນ ແລະ ຕ່າງປະເທດໄດ້ຮັບ Sky Points ຜ່ານ ກິດຈະກໍາຕ່າງໆເມື່ອບິນກັບ VietJet ຄະແນນເຫລົ່ານີ້ສາມາດແລກຊື້ປີ້ຍົນ ຫລື ຜະລິດຕະພັນ ແລະ ການບໍລິການ ທີ່ຫລາກຫລາຍຈາກແບຣນດັງກວ່າ 250 ແບຣນ. ເມື່ອບໍ່ດົນມານີ້, ສາຍ ການບິນໄດ້ນໍາສະເໜີການບໍລິການໃໝ່ ເຊັ່ນ: ການແຈ້ງເຕືອນຂໍ້ມູນການບິນ ຜ່ານ Zalo ແລະ WhatsApp, ເປັນ ການອັບເດດຂໍ້ມູນໃຫ້ທັນເວລາແລະສະ ດວກສໍາລັບຜູ້ໂດຍສານ VietJet ຍັງ ນຳໃຊ້ເທັກໂນໂລຊີ AI ແລະ chatbot ເພື່ອເພີ່ມປະສົບການຂອງ ລູກຄ້າຕະ ສະໜັບສະໜູນ ແລະ ການຮ່ວມມື ກໍຄື ການຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ການພັດທະນາຊັບພະຍາກອນມະ ນຸດ ຈາກບັນດາປະເທດອາຊຽນ ແລະ ບັນດາຄູ່ຮ່ວມມືພາຍນອກຂອງອາຊຽນ ເພື່ອມາສົມທົບກັບທ່າແຮງພາຍໃນ ໃນການຈັດຕັ້ງປະຕິບັດ ພາລະກິດປົກ ປັກຮັັກສາ ແລະ ສ້າງສາພັດທະນາ ສປປ ລາວ. ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໄດ້ດຳເນີນ ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມ ຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ຄໍາຂວັນດັ່ງກ່າວ ແມ່ນສອດຄ່ອງກັບ ນະໂຍບາຍ ແລະ ເປົ້າໝາຍຂອງ ສປປ ລາວ ໃນການຫັນປະເທດ ຈາກປະເທດ ທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ເປັນ ສູນກາງຂອງການເຊື່ອມໂຍງ-ເຊື່ອມ ຈອດຂອງພາກພື້ນແລະທັງສອດຄ່ອງ ກັບເປົ້າໝາຍລວມຂອງອາຊຽນ ໃນ ການສ້າງອາຊຽນໃຫ້ເປັນພາກພື້ນທີ່ ມີການເຊື່ອມໂຍງ-ເຊື່ອມຈອດ ແລະ ມີ ຄວາມເຂັ້ມແຂງ ເພື່ອສາມາດຮັບມືກັບ ສິ່ງທ້າທາຍຕ່າງໆ ໄດ້ຢ່າງມີປະສິດທິ ພາບ ແລະ ທັນການ ໃນທ່າມກາງສະ ພາບການຂອງພາກພື້ນແລະຂອງໂລກ ທີ່ພວມຜັນແປໄປຢ່າງໄວວາ ແລະ ສະ ຫລັບສັບຊ້ອນ. ການເປັນປະທານອາຊຽນຂອງ ສປປ ລາວ ໃນໄລຍະ 8 ເດືອນທີ່ຜ່ານ ມາໄດ້ຮັບຜົນສໍາເລັດເປັນກ້າວໆມາ. ບັນດາກະຊວງ-ຂະແໜງການຂອງ ສປປ ລາວ ພາຍໃຕ້ 3 ເສົາຄໍ້າປະຊາ ຄົມອາຊຽນ ໄດ້ສຳເລັດການເປັນເຈົ້າ ພາບແລະປະທານກອງປະຊຸມອາຊຽນ ໃນລະດັບຕ່າງໆພາຍໃຕ້ຄວາມຮັບຜິດ ຊອບຂອງຕົນຢ່າງມີຜົນສໍາເລັດ, ລວມ ທັງກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນຄັ້ງທີ57ແລະບັນດາກອງ ປະຊຸມລະດັບລັດຖະມົນຕີຕ່າງປະເທດ ທີ່ກ່ຽວຂ້ອງ ຊຶ່ງຈັດຂຶ້ນໃນວັນທີ 2427 ກໍລະກົດ 2024 ທີ່ນະຄອນຫລວງ ວຽງຈັນ. ຜົນສຳເລັດດັ່ງກ່າວແມ່ນ ໝາກຜົນລວມຂອງບັນດາກະຊວງ- ຂະແໜງການ ແລະ ການປະກອບສ່ວນ ຂອງທຸກພາກສ່ວນ, ລວມທັງພໍ່ແມ່ ພີ່ ນ້ອງ ປະຊາຊົນລາວບັນດາເຜົ່າ, ພະ ນັກງານ, ທະຫານ, ຕຳຫລວດ ແລະ ພາກທຸລະກິດ. ຂ້າພະເຈົ້າ ຂໍຖືໂອກາດນີ້, ສະແດງ ຄວາມຊົມເຊີຍຢ່າງຈິງໃຈຕໍ່ທຸກການ ປະກອບສ່ວນ ກໍຄືຜົນສຳເລັດດັ່ງກ່າວ ໃນໄລຍະຜ່ານມາ ແລະ ພວກເຮົາ ຈະສືບ ຕໍ່ເປັນເຈົ້າພາບແລະປະທານກອງປະຊຸມ ຕ່າງໆຂອງອາຊຽນ ແຕ່ນີ້ ຫາ ທ້າຍປີ 2024 ໃຫ້ສຳເລັດຜົນຕາມຄາດໝາຍ. ສິ່ງສຳຄັນທີ່ສຸດ, ສປປ ລາວ ພວກ ເຮົາ ຈະໄດ້ເປັນເຈົ້າພາບ ແລະ ປະທານ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມ ສຸດຍອດທີ່ກ່ຽວຂ້ອງ ໃນລະຫວ່າງ ວັນທີ 8-11 ຕຸລາ 2024 ທີ່ນະຄອນ ຫລວງວຽງຈັນ ຊຶ່ງຈະມີບັນດາປະ ມຸກລັດ ຫລື ຫົວໜ້າລັດຖະບານ ຈາກ ບັນດາປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມມືພາຍນອກຂອງອາຊຽນ ລວມ ທັງໝົດ 20 ກວ່າປະເທດ ແລະ ຫົວໜ້າ ອົງການຈັດຕັ້ງພາກພື້ນ ແລະ ສາກົນ ເຂົ້າຮ່ວມ. ຂ້າພະເຈົ້າ, ຕາງໜ້າໃຫ້ສູນກາງ ພັກ-ລັດຖະບານ ແລະ ປວງຊົນລາວ ທັງຊາດຂໍຖືໂອກາດນີ້ ເຊີນຊວນພະນັກ ງານ, ທະຫານ, ຕໍາຫລວດ ແລະ ປະຊາ ຊົນລາວບັນດາເຜົ່າໃນທົ່ວປະເທດ ໃຫ້ ການສະໜັບສະໜູນ ແລະ ພ້ອມໃຈກັນ ເປັນເຈົ້າພາບທີ່ດີ ດ້ວຍການປະ ກອບ ສ່ວນຕາມພາລະບົດບາດ ແລະ ຄວາມ ຮັບຜິດຊອບຂອງຕົນ ໂດຍສະເພາະ ການເອົາໃຈໃສ່ເຮັດວຽກປ້ອງກັນຊາດ- ປ້ອງກັນຄວາມສະຫງົບຢ່າງແຂງ ແຮງ, ອະນາໄມ-ປະດັບປະດາ ໃຫ້ມີ ຄວາມເປັນລະບຽບຮຽບຮ້ອຍ ແລະ ສະ ອາດຈົບງາມ, ຮັກສາວັດທະນະທຳອັນ ດີງາມຂອງຊາດ, ມີນ້ຳໃຈເອື້ອເຟື້ອເຜື່ອ ແຜ່ຕ້ອນຮັບຜູ້ແທນກອງປະຊຸມ ເພື່ອ ສ້າງຄວາມພ້ອມໃນທຸກດ້ານ ສຳລັບ ການເປັນປະທານ ແລະ ເປັນເຈົ້າພາບ ກອງປະຊຸມສຸດຍອດອາຊຽນ ຄັ້ງນີ້ ໃຫ້ ໄດ້ຮັບຜົນສຳເລັດຕາມຄາດໝາຍ. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມ ປຸ້ມລຸມສາມັກຄີຂອງພວກເຮົາ, ຈະເຮັດ ໃຫ້ການເປັນເຈົ້າພາບ ແລະ ປະທານ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມ ສຸດ ຍອດທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນ ວັນ ທີ 8-11 ຕຸລາ 2024 ນີ້ ຈະໄດ້ຮັບຜົນ ສໍາເລັດອັນຈົບງາມ. ພວກເຮົາມາພ້ອມກັນເປັນເຈົ້າພາບ ທີ່ດີ ເພື່ອຜົນສຳເລັດຂອງການເປັນປະ ທານອາຊຽນ ແລະ ປີທ່ອງທ່ຽວລາວ ໃນປີ 2024 ນີ້. ພາບ: ຂັນໄຊ

RkJQdWJsaXNoZXIy MTc3MTYxMQ==