5949

ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 29.08.2024 ປີທີ 23 ສະບັບທີ 6.005 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf Iv'okpq d]a f4t,q o8u rq [xt g]0kmy dko.spj vk-Po lxx ]k; gxa og9Q krk[ dv'xt-5 ,]a f4t,q o8u vk-Po ;j kfh ;pdko8h kovk-tpkde0h k,-kf 7A 'mu 18 le,tok dko;y g7ktltrk[ dkorQ ogfaj orkdrN o c]t lkdq o Iv'okpq d]a f4t,q o8u 3m]tla [-q ,g-u p Iv'okpq d]a f4t,q o8u s;Pfok, 7q o.\j ສປປ ລາວ, ມີ ທ່ານ ດຣ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ, ບັນດາລັດ ຖະມົນຕີປະເທດສະມາຊິກອາຊຽນ, ປະເທດຕີມໍແລັດສະເຕ, ປະເທດຄູ່ ຮ່ວມເຈລະຈາທີ່ຮັບຜິດຊອບວຽກງານ ການຕ້ານອາຊະຍາກໍາຂ້າມຊາດ, ພ້ອມ ດ້ວຍຄະນະຜູ້ແທນຈາກປະເທດສະມາ ຊິກອາຊຽນ ເຂົ້າຮ່ວມ. ໂອກາດນີ້, ທ່ານ ພົອ ວິໄລ ຫລ້າຄໍາ ຟອງ ໄດ້ໃຫ້ຮູ້ວ່າ: ສປປ ລາວ ຮັບຮູ້ ແລະ ເຂົ້າໃຈດີວ່າ ບໍ່ມີປະເທດໃດຢາກ ໃຫ້ມີອາຊະຍາກຳເກີດຂຶ້ນໃນດິນແດນ ຂອງຕົນ ແຕ່ຍ້ອນສະພາບທີ່ຕັ້ງພູມ ສາດ ແລະ ເງື່ອນໄຂການເຂົ້າ-ອອກປະ ເທດທີ່ເອື້ອອໍານວຍ ເຮັດໃຫ້ພວກຄົນບໍ່ ດີທີ່ກໍ່ອາຊະຍາກຳສາມາດຫລົບຫລີກ ແລະ ເຄື່ອນໄຫວກະທຳຜິດ ຢູ່ໃນດິນ ແດນຂອງຕົນ, ບັນຫາອາຊະຍາກຳ sh v';j kdkol6 odk'ra d gzu pczj 0= h 8q d]q ' ;j kfh ;pdkoltlk' ]q f0v']a f ຂປລ. ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ຈັດກອງສໍາ ມະນາວິຊາການຫົວຂໍ້“ວິເຄາະສະພາບ ການພົ້ນເດັ່ນພາກພື້ນ ແລະ ສາກົນ” ຂຶ້ນວັນທີ 27 ສິງຫາ 2024 ທີ່ສະຖາ ບັນການຕ່າງປະເທດ ໂດຍເປັນປະ ທານດໍາເນີນກອງປະຊຸມ ຂອງທ່ານ ໄຊຍະການ ສີສຸວົງ ປະທານສະໂມ ສອນນັກການທູດລາວ, ມີບັນດາທູດ ອາວຸໂສຈາກສະໂມສອນນັກການທູດ ລາວ, ບັນດາກົມຈາກກະຊວງການ ຕ່າງປະເທດ, ຄະນະພົວພັນຕ່າງປະ ເທດສູນກາງພັກ, ຜູ້ຊ່ຽວຊານຈາກ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດ, ສະຖາບັນອຸດ ສະຫະກຳ ແລະ ການຄ້າ, ສະຖາບັນ ຂປລ. ໃນວັນທີ 26 ສິງຫາ 2024 ນີ້, ກອງບັນຊາການ ປກສ ເຂດເສດ ຖະກິດພິເສດສາມຫລ່ຽມຄໍາ ສົມທົບ ກັບຄະນະຄຸ້ມຄອງເຂດ, ສະພາບໍລິ ຫານເຂດ, ຄະນະປະສານງານທະຫານ ເຂດ ເປີດກອງປະຊຸມປຶກສາຫາລືກຽມ ຄວາມພ້ອມ ໃນການຈັດຕັ້ງປະຕິບັດ ດໍາເນີນການກວດກາ ແລະ ລົບລ້າງ ກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ (Call Center) ຢູ່ເຂດເສດຖະກິດ ພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍການເປັນປະທານ ຂອງ ທ່ານ ພົຕ ສາຍໃຈ ກົມມະສິດ ຂປລ. ກອງປະຊຸມລັດຖະມົນຕີ ອາຊຽນ ວ່າດ້ວຍການຕ້ານອາຊະຍາ ກໍາຂ້າມຊາດ ຄັ້ງທີ 18 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນ ວັນທີ 28 ສິງຫາ 2024 ຢູ່ນະຄອນ ຫລວງວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ພົອ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ຂປລ. ໃນວັນທີ 27 ສິງຫາ 2024 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດແຫ່ງສປປລາວ ໄດ້ໂທລະສັບແບບເຫັນໜ້າ (Video Call) ເພື່ອສະແດງຄວາມຊົມເຊີຍທ່ານ ບຸຍ ແທັງ ເຊີນ ລັດຖະມົນຕີກະຊວງ ການຕ່າງປະເທດແຫ່ງສສຫວຽດນາມ ;k'czocdh w0 dkog7nj vows; vvo]kp zy fdq f\kp ຮອງເຈົ້າແຂວງໆບໍ່ແກ້ວ ໂດຍມີຜູ້ຕາງ ໜ້າຈາກ ກຳລັງ ປກສ-ປກຊ ແຂວງ, ເມືອງ, ຄະນະປະສານງານກຳມະທິ ການ ປກຊ ປະຈຳເຂດ-ກອງບັນຊາ ການ ປກສ ເຂດ, ພ້ອມດ້ວຍຂະແໜງ ການປິ່ນອ້ອມພາຍໃນເຂດເສດຖະກິດ ພິເສດສາມ ຫລ່ຽມຄຳ ເຂົ້າຮ່ວມ. ໂອກາດດັ່ງກ່າວ,ທ່ານພັອອານຸສິນ ສັກປະເສີດ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ເຂດເສດຖະ ກິດພິເສດສາມຫລ່ຽມຄຳ ໄດ້ໃຫ້ຮູ້ວ່າ: ການຈັດກອງປະຊຸມຄັ້ງນີ້, ເພື່ອປຶກສາ 7totoedt-;'dko8j k'xtgmf v;prvo;a o-kfs;Pfok, 7q [Iv[ 79 xu ຂປລ. ຕອນເຊົ້າວັນທີ 28 ສິງຫາ 2024 ນີ້, ສະຫາຍ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີ ກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ໄດ້ນຳພາ ຄ ນະໄປອວຍພອນ ສະຫາຍ ຟານ ມິງ ຈ້ຽນ ອຸປະທູດຊົ່ວຄາວ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ເນື່ອງ ໃນໂອກາດວັນຊາດສາທາລະນະລັດ ການເມືອງການປົກຄອງ, ມະຫາວິທະ ຍາໄລແຫ່ງຊາດ. ການສໍາມະນາຄັ້ງນີ້, ເພື່ອແລກ ປ່ຽນທັດສະນະ, ຕີລາຄາ, ວິເຄາະ-ວິໄຈ ແລະ ຄາດຄະເນຜົນກະທົບທີ່ເກີດຂຶ້ນຕໍ່ ສະພາບການພາກພື້ນແລະສາກົນທີ່ພົ້ນ ເດັ່ນໃນປັດຈຸບັນ. ໃນດ້ານການເມືອງ, ເສດຖະກິດແລະບັນຫາອື່ນໆແລະຄາດ ຄະເນທ່າອ່ຽງຂອງໂລກ ໃນອະນາຄົດ ແລະ ເພື່ອເປັນການຖ່າຍທອດບົດຮຽນ ປະສົບການໃນການຕີລາຄາບັນຫາ ພາກພື້ນ ແລະ ສາກົນ ຈາກບັນດານັກ ການທູດອາວຸໂສ ໃຫ້ແກ່ນັກການທູດ ຮຸ່ນສືບທອດ ກໍຄື ພະນັກງານກະຊວງ ການຕ່າງປະເທດ. ຂປລ. ໃນວັນທີ 28 ສິງຫາ 2024 ນີ້, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປລາວໄດ້ພົບປະກັບທ່ານດຣກາວ ກິມ ຮຸນ ເລຂາທິການໃຫຍ່ ອາຊຽນ ກ່ອນເຂົ້າຮ່ວມກອງປະຊຸມລັດຖະມົນ ຕີອາຊຽນ ວ່າດ້ວຍການຕ້ານອາຊະຍາ ກໍາຂ້າມຊາດ ຄັ້ງທີ 18. ໂອກາດນີ້, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ໄດ້ແຈ້ງສະພາບ ແລະ ບັນຫາຕ່າງໆກ່ຽວກັບການກະກຽມ ຄວາມພ້ອມໃນການດໍາເນີນກອງປະ ຊຸມລັດຖະມົນຕີອາຊຽນ ວ່າດ້ວຍການ ຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 18 ທີ່ສປປລາວ ໄດ້ຮັບກຽດເປັນເຈົ້າພາບ ເຊິ່ງມາຮອດປັດຈຸບັນແມ່ນໄດ້ມີຄວາມ ພ້ອມ 100%. ໂອກາດນີ້, ທ່ານ ດຣ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍ ພ້ອມທັງຕີ ລາຄາສູງຕໍ່ການກະກຽມເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມ ຊາດ ຄັ້ງທີ 18 ຂອງ ສປປ ລາວ, ກອງ ປະຊຸມຄັ້ງນີ້ ໄດ້ມີບົດບາດສໍາຄັນໃນ ການຊຸກຍູ້ບັນດາກົນໄກທີ່ຂຶ້ນກັບ ໂດຍ ສະເພາະແມ່ນ ກອງປະຊຸມເຈົ້າໜ້າທີ່ ອາວຸໂສອາຊຽນ ວ່າດ້ວຍການຕ້ານ v5 85 oy pq , c9h 'g8n voxt-k-q o 16j g0f c7,oE0v' 16j o; .sh g/Q k]t;a 'oE4h ;, ຂປລ. ກົມອຸຕຸນິຍົມ ແລະ ອຸທົກ ກະສາດ ກະຊວງຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ແຈ້ງເຕືອນ ເຝົ້າລະວັງນໍ້າຖ້ວມຍຶ່ງ ໃນລະຫວ່າງ ວັນທີ 28-30 ສິງຫາ 2024 ສະບັບທີ F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 29/08/2024 xtgmf]k; ສປປ ລາວ... ຂ້າມຊາດເປັນບັນຫາລວມຂອງວົງຄະ ນາຍາດສາກົນ, ມີຄວາມສະຫລັບສັບ ຊ້ອນ ສາມາດເກີດຂຶ້ນໄດ້ຢູ່ທຸກພາກພື້ນ ແລະ ບໍ່ມີປະເທດໃດຈະສາມາດແກ້ໄຂ ບັນຫາດັ່ງກ່າວໄດ້ດ້ວຍຕົນເອງ. ສະນັ້ນ, ຍາມໃດ ສປປ ລາວ ກໍເຫັນວ່າຄວາມ ພະຍາຍາມຮ່ວມກັນ, ຄວາມເຊື່ອໝັ້ນ, ຄວາມເຂົ້າອົກເຂົ້າໃຈ ແລະ ການຮ່ວມ ມືທີ່ຈິງໃຈ ລະຫວ່າງ ບັນດາປະເທດໃນ ພາກພື້ນ ແລະ ສາກົນ ເປັນສິ່ງທີ່ສໍາຄັນ ແລະ ຈໍາເປັນທີ່ສຸດ ສໍາລັບການແກ້ໄຂ ບັນຫາອາຊະຍາກຳຂ້າມຊາດ. ດ້ວຍ ເຫດຜົນດັ່ງກ່າວ, ທ່ານເຊື່ອໝັ້ນວ່າ ກົນ ໄກກອງປະຊຸມລັດຖະມົນຕີ ອາຊຽນ ວ່າດ້ວຍການຕ້ານອາຊະຍາກຳຂ້າມ ຊາດ ແລະ ບັນດາກົນໄກທີ່ຂຶ້ນກັບ ເປັນ ກົນໄກທີ່ສອດຄ່ອງເໝາະສົມສໍາລັບ ການແກ້ໄຂບັນຫາອາຊະຍາກຳຂ້າມ ຊາດ ໃນພາກພື້ນອາຊຽນ. ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກຳຂ້າມ ຊາດແມ່ນກົນໄກປຶກສາຫາລືລະດັບສູງ ທີ່ມີບົດບາດສໍາຄັນໃນການສົ່ງເສີມ ການຮ່ວມມື ເພື່ອສະກັດກັ້ນ ແລະ ຕ້ານ ອາຊະຍາກຳຂ້າມຊາດ. ນັບແຕ່ໄດ້ຮັບ ການສ້າງຕັ້ງຂຶ້ນ ໃນປີ 1997 ເປັນຕົ້ນ ມາ ກົນໄກກອງປະຊຸມໄດ້ເຕີບໃຫຍ່ຂະ ຫຍາຍຕົວຢ່າງຕໍ່ເນື່ອງ, ບັນດາປະເທດ ສະມາຊິກ ແລະ ຄູ່ຮ່ວມເຈລະຈາ ໄດ້ ສ້າງແລະປັບປຸງກົນໄກກອງປະຊຸມລະ ດັບລັດຖະມົນຕີ ແລະ ບັນດາກົນໄກທີ່ ຂຶ້ນກັບ ເພື່ອໃຫ້ສອດຄ່ອງກັບສະພາບ ການຕົວຈິງໃນແຕ່ໄລຍະ,ສ້າງແລະປັບ ປຸງບັນດາເອກະສານທີ່ເປັນບ່ອນອີງ ໃຫ້ແກ່ການຮ່ວມມື ເປັນຕົ້ນແມ່ນສົນ ທິສັນຍາ, ແຜນປະຕິບັດງານ, ແຜນ ງານ, ແຜນວຽກ ເພື່ອຕ້ານອາຊະຍາ ກຳຂ້າມຊາດໃນພາກພື້ນ ແລະ ມີການ ຈັດກອງປະຊຸມປຶກສາຫາ ທົບທວນຄືນ ການຈັດຕັ້ງປະຕິບັດການຮ່ວມມືໃນແຕ່ ລະປີ, ຊອກວິທີແກ້ໄຂບັນຫາອາຊະ ຍາກຳຂ້າມຊາດຮ່ວມກັນ, ແລກປ່ຽນ ບົດຮຽນໃນແກ້ໄຂບັນຫາອາຊະຍາກຳ ຂ້າມຊາດ ໃນລະດັບສາກົນ, ພາກພື້ນ ແລະລະດັບຊາດ. ກອງປະຊຸມດັ່ງກ່າວ, ມີບົດບາດສໍາຄັນໃນການຊຸກຍູ້ບັນດາ ກົນໄກທີ່ຂຶ້ນກັບ ໂດຍສະເພາະແມ່ນ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍການຕ້ານອາຊະຍາກຳຂ້າມ ຊາດ ແລະ ກອງປະຊຸມຫົວໜ້າກົມ ຕຳ ຫລວດກວດຄົນ ເຂົ້າ-ອອກເມືອງ ແລະ ຫົວໜ້າພະແນກກົງສຸນຂອງກະຊວງ ການຕ່າງປະເທດອາຊຽນ ຈັດຕັ້ງປະ ຕິບັດການຮ່ວມມືພາຍໃຕ້ກົນໄກຂອງ ຕົນຢ່າງເປັນປົກກະຕິຕໍ່ເນື່ອງ, ປະກອບ ສ່ວນຮັບປະກັນຄວາມສະຫງົບປອດ ໄພ, ສ້າງເງື່ອນໄຂອໍານວຍຄວາມສະ ດວກໃຫ້ແກ່ການພັດທະນາເສດຖະ ກິດ-ສັງຄົມ ຍົກລະດັບຊີວິດການເປັນ ຢູ່ໃນພາກພື້ນໃຫ້ນັບມື້ດີຂຶ້ນ. ທ່ານ ພົອ ວິໄລ ຫລ້າຄໍາຟອງ ຍັງ ກ່າວອີກວ່າ: ໃນປັດຈຸບັນ, ພາກພື້ນຂອງ ພວກເຮົາ ຍັງຜະເຊີນກັບໄພຂົ່ມຂູ່ຈາກ ອາຊະຍາກຳຂ້າມຊາດ ຫລາຍປະເພດ ເປັນຕົ້ນ ການຄ້າຂາຍຢາເສບຕິດ ໂດຍ ສະເພາະແມ່ນຢາເສບຕິດປະເພດສັງ ເຄາະ ຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງເຫັນໄດ້ຈາກປະລິມານຢາເສບຕິດ ທີ່ຢຶດໄດ້ໃນພາກພື້ນ ໃນແຕ່ລະປີແມ່ນມີ ຈໍານວນເພີ່ມຂຶ້ນ. ນອກນັ້ນ, ການກໍ່ການ ຮ້າຍ, ການລັກລອບຄ້າອາວຸດເສິກ, ການລັກລອບນໍາຄົນເຂົ້າ-ອອກເມືອງ, ການຟອກເງິນ ແລະ ອື່ນໆ ຍັງເປັນໄພ ຂົ່ມຂູ່ຕໍ່ຄວາມໝັ້ນຄົງ, ຄວາມສະຫງົບ ປອດໄພໃນພາກພື້ນ, ມີຜົນກະທົບຕໍ່ ການພັດທະນາເສດຖະກິດ-ສັງຄົມ ແລະ ການດໍາລົງຊີວິດຂອງປະຊາຊົນ; ກົນໄກກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກຳຂ້າມ ຊາດ ຈະສືບຕໍ່ເປັນໃຈກາງໃນການກຳ ນົດນະໂຍບາຍແລະມາດຕະການຕ່າງໆ ເພື່ອຕ້ານອາຊະຍາກຳຂ້າມຊາດໃນ ພາກພື້ນ. ກອງປະຊຸມລັດຖະມົນຕີ ອາຊຽນ ວ່າດ້ວຍການຕ້ານອາຊະຍາກຳຂ້າມ ຊາດຄັ້ງທີ18ນີ້, ຈະເປັນກອງປະຊຸມທີ່ ມີໝາກມີຜົນ, ປຶກສາຫາລື ແລະ ຮັບ ຮອງເອົາຫລາຍບັນຫາທີ່ສໍາຄັນສໍາ ລັບການຕ້ານອາຊະຍາກຳຂ້າມຊາດ ເພື່ອເຮັດໃຫ້ພາກພື້ນຂອງພວກເຮົາມີ ຄວາມສະຫງົບປອດໄພດີກວ່າເກົ່າ. ຂ່າວ: ສົມຫວັງ ; ພາບ: ອ່າຍຄໍາ ຫວຽດນາມ ຕື່ມອີກດ້ວຍ. ໃນຂະນະດຽວກັນ, ທ່ານ ບຸຍ ແທັງ ເຊີນ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ກໍໄດ້ສະແດງຄວາມ ຂອບໃຈຕໍ່ຄໍາຊົມເຊີຍ ແລະ ຄໍາອວຍ ພອນອັັນປະເສີດ ພ້ອມທັງສະແດງ ຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກ ຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອປະ ກອບສ່ວນເສີມຂະຫຍາຍສາຍພົວພັນ ແລະການຮ່ວມມືແບບພິເສດລະຫວ່າງ ສອງປະເທດ ໃຫ້ນັບມື້ກ້າວເຂົ້າສູ່ລວງ ເລິກ ເພື່ອນໍາເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນສອງຊາດ ລາວ-ຫວຽດ ນາມ ໃນຕໍ່ໜ້າ. ອາຊະຍາກຳຂ້າມຊາດ ແລະ ກອງ ປະຊຸມຫົວໜ້າກົມຕຳຫລວດກວດຄົນ ເຂົ້າ-ອອກເມືອງ ແລະ ຫົວໜ້າພະແນກ ກົງສູນຂອງກະຊວງການຕ່າງປະເທດ ອາຊຽນ ຈັດຕັ້ງປະຕິບັດການຮ່ວມມື ພາຍໃຕ້ກົນໄກຂອງຕົນຢ່າງເປັນປົກ ກະຕິຕໍ່ເນື່ອງ ປະກອບສ່ວນຮັບປະກັນ ຄວາມສະຫງົບປອດໄພ, ສ້າງເງື່ອນໄຂ ອໍານວຍຄວາມສະດວກ ໃຫ້ແກ່ການ ພັດທະນາເສດຖະກິດ-ສັງຄົມ, ຍົກລະ ດັບຊີວິດການເປັນຢູ່ຂອງປະຊາຊົນ ໃນພາກພື້ນໃຫ້ນັບມື້ດີຂຶ້ນ, ພ້ອມທັງ ອວຍພອນໃຫ້ການດໍາເນີນກອງປະຊຸມ ຄັ້ງນີ້ ສໍາເລັດໄປດ້ວຍຜົນສໍາເລັດຢ່າງ ຈົບງາມ. ຂ່າວ: ສົມຫວັງ ທີ່ໄດ້ຮັບການແຕ່ງຕັ້ງ ເປັນຮອງນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຄົນ ໃໝ່ ໃນວາລະກອງ ປະຊຸມສະໄໝວິສາ ມັນ ເທື່ອທີ 8 ຂອງ ສະພາແຫ່ງຊາດ ຊຸດທີ 15 ຈັດຂຶ້ນ ໃນ ວັນທີ 26 ສິງຫາ 2024 ຜ່ານມາ. ໃນໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ຕີລາຄາສູງຕໍ່ການໄດ້ຮັບການແຕ່ງ ຕັ້ງໃຫ້ດໍາລົງຕໍາແໜ່ງສໍາຄັນດັ່ງກ່າວ ເຊິ່ງເປັນການສະແດງໃຫ້ເຫັນເຖິງ ຄວາມໄວ້ເນື້ອເຊື່ອໃຈ ແລະ ການຕີລາ ຄາສູງຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງທີ່ມີຕໍ່ ທ່ານ ບຸຍ ແທັງ ເຊີນ. ພ້ອມທັງໄດ້ສະແດງຄວາມ ຢືນຢັນ ແລະ ຍິນດີທີ່ຈະສືບຕໍ່ເຮັດວຽກ ຮ່ວມກັນຢ່າງໃກ້ຊິດ ເພື່ອສືບຕໍ່ເຮັດໃຫ້ ຂະແໜງການຕ່າງປະເທດ ປະກອບ ສ່ວນອັນສໍາຄັນເຂົ້າໃນການເພີ່ມພູນ ຄູນສ້າງສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານອັນເປັນມູນເຊື້ອທີ່ດີ ງາມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດ ນາມ ໃຫ້ນັບມື້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ໂດຍສະ ເພາະການກະກຽມໃຫ້ແກ່ການເດີນ ທາງຢ້ຽມຢາມລັດຖະກິດຢູ່ສສຫວຽດ ນາມ ຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໃນກາງເດືອນກັນຍາ 2024 ແລະ ການເດີນທາງເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ທີ່ຈະ ຈັດຂຶ້ນ ຢູ່ ສປປ ລາວ ໃນເດືອນຕຸລາ 2024 ຂອງການນໍາຂັ້ນສູງ ແຫ່ງ ສສ ຫວຽດນາມ. ເນື່ອງໃນໂອກາດວັນ ຊາດ ແຫ່ງ ສສ ຫວຽດນາມ ຄົບຮອບ 79 ປີ (2/9/1945-2/9/2024) ແລະ ວັນສ້າງຕັ້ງສາຍພົວພັນການ ທູດ ລາວ-ຫວຽດນາມ ຄົບຮອບ 62 ປີ (5/9/1962-5/9/2024) ທີ່ຈະມາ ເຖິງໃນມໍ່ໆນີ້, ທ່ານຮອງນາຍົກລັດ ຖະມົນຕີ ສະເຫລີມໄຊ ກົມມະສິດ ກໍ ໄດ້ສະແດງຄວາມຊົມເຊີຍ ແລະ ອວຍ ພອນໄຊອັນປະເສີດແກ່ ສະຫາຍ ບຸຍ ແທັງ ເຊີນ ກໍຄື ບັນດາການນໍາພັກ-ລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 79 ປີ (02/09/1945-02/09/2024) ແລະ ວັນການທູດຫວຽດນາມຄົບຮອບ 79 ປີ (28/08/1945-28/08/ 2024), ທີ່ສະຖານເອກອັກຄະລັດ ຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ. ໂອກາດນີ້, ສະຫາຍ ຮອງລັດຖະ ມົນຕີ ໂພໄຊ ໄຂຄຳພິທູນ ໄດ້ຕາງໜ້າ ໃຫ້ຄະນະພັກ-ຄະນະນໍາ ແລະ ພະນັກ ງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສະແດງຄວາມຊົມເຊີຍ ແລະອວຍພອນສະຫາຍຟານມິງຈ້ຽນ ພ້ອມດ້ວຍພະນັກງານສະຖານທູດ ທຸກ ສະຫາຍ ແລະ ຜ່ານສະຫາຍໄປຍັງ ຄະນະພັກ-ຄະນະນໍາ ແລະ ພະນັກງານ ກະຊວງການຕ່າງປະເທດ ກໍຄື ການ ນໍາພັກ-ລັດ ຂອງຫວຽດນາມ ຊຶ່ງ ຫລາຍກວ່າເຈັດທົດສະວັດ ສະຫາຍ ຫວຽດນາມ ສາມາດຍາດໄດ້ຜົນສໍາ ເລັດອັນໃຫຍ່ຫລວງໃນຫລາຍດ້ານ, ພ້ອມທັງໄດ້ສະແດງຄວາມເຊື່ອໝັ້ນ ຢ່າງໜັກແໜ້ນວ່າ ພາຍໃຕ້ການນໍາພາ ອັນສະຫລາດສ່ອງໃສຂອງພັກກອມ ມູນິດຫວຽດນາມ ໂດຍມີ ສະຫາຍ ໂຕ ເລີມ ເປັນຜູ້ນໍາພານັ້ນ, ສະຫາຍຫວຽດ ນາມ ຈະສືບຕໍ່ໄດ້ຮັບຜົນສໍາເລັດອັນ ໃໝ່ໃຫຍ່ຫລວງກວ່າເກົ່າ ໃນການຈັດ ຕັ້ງແລະຜັນຂະຫຍາຍມະຕິກອງປະຊຸມ ໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ, ບັນລຸຈຸດໝາຍແຫ່ງການ ສ້າງ ສສ ຫວຽດນາມ ໃຫ້ເປັນປະເທດ ອຸດສາຫະກໍາຕາມທິດທັນສະໄໝໃຫ້ ສໍາເລັດ ໂດຍກໍານົດເປົ້າໝາຍ ແລະ ທິດທາງຍຸດທະສາດຮອດປີ 2030 ແລະ ວິໄສທັດ ຮອດປີ 2045 ເພື່ອເຮັດ ໃຫ້ປະເທດຫວຽດນາມ ກາຍເປັນປະ ເທດທີ່ທັນສະໄໝ ແລະ ມີລາຍຮັບສູງ. ພ້ອມນີ້, ສະຫາຍ ຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ ຍັງໄດ້ສະແດງ ຄວາມຊົມເຊີຍ ຕໍ່ຜົນສຳເລັດທີ່ຂະ ແໜງການຕ່າງປະເທດຫວຽດນາມ ຍາດມາໄດ້ຕະຫລອດໄລຍະ 79 ປີ ຜ່ານມາ ຊຶ່ງເປັນຂະແໜງການນໍາໜ້າ ພາທາງທີ່ເຂັ້ມແຂງ ແລະ ມີການວາງ ນະໂຍບາຍທີ່ຖືກຕ້ອງຕາມແຕ່ລະໄລ ຍະອັນເຮັດໃຫ້ບົດບາດ, ຊື່ສຽງ ແລະ ອິດທິພົນຂອງຫວຽດນາມ ນັບມື້ນັບ ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາ ກົນ, ປະກອບສ່ວນສໍາຄັນ ໃຫ້ແກ່ການ ພັດທະນາເສດຖະກິດ-ສັງຄົມ ຂອງ ສສ ຫວຽດນາມ ໃຫ້ຂະຫຍາຍຕົວ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ໄດ້ຕີ ລາຄາສູງ ຕໍ່ການຊ່ວຍເຫລືອຢ່າງທັນ ການ ແລະ ມີຄຸນຄ່າຂອງສະຫາຍ ຫວຽດນາມ ຕໍ່ ສປປ ລາວ ໃນໄລຍະ ຜ່ານມາ ບໍ່ວ່າໃນສະໄໝຕໍ່ສູ້ກູ້ຊາດ ກໍຄື ໃນໄລຍະສ້າງສາ ແລະ ພັດທະນາປະ ເທດຊາດໃນປັດຈຸບັນ, ພ້ອມທັງໄດ້ສະ ແດງຄວາມຊົມເຊີຍຕໍ່ການຮ່ວມມືແລະ ປະກອບສ່ວນສໍາຄັນຂອງ ສະຖານທູດ ຫວຽດນາມ ໃນການປະສານງານ ແລະ ອຳນວຍຄວາມສະດວກດ້ານຕ່າງໆ ໃນໄລຍະຜ່ານມາ, ເຮັດໃຫ້ການເຄື່ອນ ໄຫວຢ້ຽມຢາມ ແລະ ການຮ່ວມມືສອງ ຝ່າຍລະຫວ່າງ ລາວ-ຫວຽດນາມ ໄດ້ ຮັບຜົນສຳເລັດຢ່າງຈົບງາມ, ລວມທັງ ການປະກອບສ່ວນຊຸກຍູ້ໃຫ້ຫລາຍ ໂຄງການຮ່ວມມືສອງຝ່າຍມີຄວາມ ຄືບໜ້າເປັນກ້າວໆ, ຫລາຍໂຄງການກໍ ໄດ້ເຮັດສຳເລັດ ແລະ ເປີດນຳໃຊ້ຢ່າງມີ ປະສິດທິຜົນ ຊຶ່ງປະກອບສ່ວນເຂົ້າໃນ ການເສີມຂະຫຍາຍສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດ ຫວຽດນາມ-ລາວ. ໃນໂອກາດດຽວກັນນີ້, ສະຫາຍ ຟານ ມິງ ຈ້ຽນ ໄດ້ສະແດງຄວາມຂອບ ໃຈຢ່າງຈິງໃຈຕໍ່ຄໍາອວຍພອນອັນປະ ເສີດ, ຄໍາຊົມເຊີຍ ແລະ ຄໍາເວົ້າອັນຈົບ ງາມຂອງ ສະຫາຍ ຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ ແລະ ຄະນະຈາກ ກະຊວງການ ຕ່າງປະເທດລາວ ທີ່ມາ ອວຍພອນໃນຄັ້ງນີ້, ພ້ອມທັງສະແດງ ຄວາມຢືນຢັນວ່າ ສະຖານທູດ ກໍຄື ກະ ຊວງການຕ່າງປະເທດຫວຽດນາມ ຈະ ສືບຕໍ່ຮັກສາມູນເຊື້ອການພົວພັນອັນ ສະໜິດແໜ້ນ ກັບກະຊວງການຕ່າງປະ ເທດລາວ ເພື່ອຮ່ວມກັນຈັດຕັ້ງຜັນຂະ ຫຍາຍບັນດາວຽກງານທີ່ຂັ້ນເທິງໄດ້ ຕົກລົງຮ່ວມກັນແລ້ວນັ້ນ ໃຫ້ປະກົດຜົນ ເປັນຈິງ, ມີປະສິດທິພາບ ແລະ ປະສິດ ທິຜົນ ເພື່ອນໍາເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນສອງຊາດ ລາວ-ຫວຽດ ນາມ, ຫວຽດນາມ-ລາວ. ໃນໂອກາດນີ້, ສະຖາບັນການຕ່າງ ປະເທດ ໃນຖານະເປັນກອງເລຂາ ຂອງ ສະໂມສອນນັກການທູດລາວ ແລະ ເປັນຜູ້ຈັດຕັ້ງປະຕິບັດກິດຈະກຳການ ເຄື່ອນໄຫວຕ່າງໆຕາມແຜນວຽກ ຂອງ ສະໂມສອນການທູດລາວ, ຫົວໜ້າສະ ຖາບັນການຕ່າງປະເທດ ກໍໄດ້ເນັ້ນໃຫ້ ເຫັນເຖິງຄວາມສໍາຄັນວຽກງານການ ຄົ້ນຄວ້າ ໂດຍສະເພາະການຄົ້ນຄວ້າ ວິເຄາະ-ວິໄຈສະພາບການຂອງພາກ ພື້ນ ແລະ ສາກົນ ທີ່ກຳລັງເກີດຂຶ້ນໃນ ປັດຈຸບັນ ອັນໄດ້ສົ່ງຜົນສະທົບທາງກົງ ແລະ ທາງອ້ອມຕໍ່ການດໍາລົງຊີວິດຂອງ ພວກເຮົາ, ພ້ອມກັນນີ້, ຜູ້ເຂົ້າຮ່ວມກໍໄດ້ ຮ່ວມກັນແລກປ່ຽນທັດສະນະ, ບົດ ຮຽນແລະປະສົບການໃນການຕີລາຄາ ບັນຫາຢ່າງກົງໄປກົງມາ ແລະ ໄດ້ສະ ເໜີແນະວິທີທາງໃນການຮັບມືຈາກຜົນ ກະທົບໄລຍະສັ້ນ ແລະ ຍາວຕໍ່ ສປປ ລາວ ກໍຄື ພາກພື້ນ ແລະ ສາກົນ ເພື່ອນໍາ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ສອດຄ່ອງກັບວຽກງານຄົ້ນຄວ້າ ໃນຂະແໜງການທີ່ຕົນຮັບຜິດຊອບ, ມີການປະສານກັນຢ່າງກົມກຽວກັບ ພາກສ່ວນກ່ຽວຂ້ອງ ເພື່ອຮັດແໜ້ນ ເຄື່ອຂ່າຍນັກຄົ້ນຄວ້າຂອງ ສປປ ລາວ ແນໃສ່ຍົກສູງຄວາມສາມາດໃນການ ປະຕິບັດໜ້າທີ່ເປັນເສນາທິການໃຫ້ ແກ່ຂັ້ນເທິງ ຢ່າງມີປະສິດທິພາບ ແລະ ປະສິດທິຜົນຂຶ້ນກວ່າເກົ່າໃນອະນາຄົດ. ຂ່າວ-ພາບ: ສະຖາບັນຕ່າງປະເທດ ລະດັບຄາດໝາຍທີ່ວາງໄວ້ ເຊິ່ງການ ຈັດຕັ້ງປະຕິບັດ ໄດ້ແບ່ງກໍາລັງອອກ ເປັນ4ຈຸແຕ່ລະຈຸໄດ້ປະກອບກໍາລັງຄົບ ທຸກພາກສ່ວນ ພ້ອມແບ່ງຄວາມຮັບ ຜີດຊອບໃຫ້ແຕ່ລະພາກສ່ວນຢ່າງລະ ອຽດ. ໃນນີ້, ເຈົ້າໜ້າທີ່ກໍາລັງປ້ອງກັນ ຊາດ ແມ່ນເຂົ້າຮ່ວມຊ່ວຍໜູນການ ຄວບຄຸມສະຖານທີ່ ແລະ ຮັກສາຄວາມ ສະຫງົບປອດໄພຂອງສະຖານ ແລະ ແກ້ໄຂບັນຫາສຸກເສີນຕາມແຕ່ລະກໍລະ ນີ, ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແມ່ນເຮັດວຽກລົງເລິກການຄວບຄຸມ ສະຖານທີ່ ແລະ ບຸກຄົນ, ສືບສວນສອບ ສວນ, ກວດກາສະຖານທີ່, ບຸກຄົນ, ເອ ກະສານບັດໃບຕ່າງໆຂອງບໍລິສັດແລະ ບຸກຄົນຂອງຜູ້ບໍລິຫານ ແລະ ແຮງງານ ແລະ ເຄື່ອງອຸປະກອນຕ່າງໆເປັນຫລັກ ຕາມຫລັກການວຽກງານວິຊາສະ ເພາະຂອງຕົນ, ຖ້າພົບເຫັນບັນຫາ ເຊິ່ງ ໜ້າກໍແກ້ໄຂຕາມລະບຽບກົດໝາຍ, ສ່ວນເຈົ້າໜ້າທີ່ດ່ານຕໍາຫລວດກວດ ຄົນເຂົ້າເມືອງ ຫລື ຕມ ສາກົນສາມ ຫລ່ຽມຄໍາ ເປັນຜູ້ກວດກາແລະປະສານ ງານບໍລິສັດ ທີ່ນໍາເອົາແຮງງານຕ່າງ ປະເທດ ທີ່ເຂົ້າຜ່ານດ່ານສາກົນສາມ ຫລ່ຽມຄໍາ ທີ່ມີເງິນຄໍ້າປະກັນ ເພື່ອຈັດ ສົ່ງເຂົາເຈົ້າກັບຄືນປະເທດ ເເລະ ວຽກ ງານປີ່ນອ້ອມອື່ນໆ. ທ່ານ ພົຕ ສາຍໃຈ ກົມມະສິດ ຮອງເຈົ້າເເຂວງໆບໍ່ເເກ້ວ ໄດ້ສະເເດງ ຄວາມຍ້ອງຍໍຊົມເຊີຍ ຕໍ່ເຈົ້າໜ້າທີ່ໆ ກ່ຽວຂ້ອງທີ່ເອົາໃຈໃສ່ຕິດຕາມກວດ ກາຊອກຫາກຸ່ມເປົ້າໝາຍ ໃນໄລຍະ ຜ່ານມາ ກໍຄື ປັດຈຸບັນ ເພື່ອລົບລ້າງກຸ່ມ ແກ້ງສໍ້ໂກງຊັບທາງໂທລະຄົມ ຫລື Call Center ພາຍໃນເຂດເສດຖະກິດ ພິເສດສາມຫລ່ຽມຄໍາ ໄດ້ຢ່າງທັນການ ເພື່ອຮັກສາພາບພົດການລົງທຶນລະ ຫວ່າງປະເທດ ໂດຍສະເພາະຢູ່ພາຍ ໃນເຂດເສດຖະກິດພິເສດສາມຫລ່ຽມ ຄໍາ ເເນໃສ່ເຮັດໃຫ້ເຂດດັ່ງກ່າວ, ກາຍ ເປັນເຂດທີ່ມີການພັດທະນາຢ່າງມີຈຸດ ສຸມ ແລະ ຕໍ່ເນື່ອງ, ຖືກຕ້ອງຕາມລະ ບຽບກົດໝາຍ, ມີຄວາມສະຫງົບປອດ ໄພ, ຫລຸດຜ່ອນຫາງສຽງດ້ານລົບຈາກ ພາຍນອກ, ສິ່ງສໍາຄັນເເມ່ນລົບລ້າງ ກຸ່ມເເກ້ງສໍ້ໂກງຊັບທາງໂທລະຄົມ ຫລື Call Center, ບັນຫາອາຊະຍາກໍາ ແລະ ບັນຫາທີ່ເປັນສີ່ງຫຍໍ້ທໍ້ຕ່າງໆໃຫ້ ໝົດໄປຈາກເຂດເສດຖະກິດພິເສດ ສາມຫລ່ຽມຄໍາຢ່າງສີ້ນເຊີງ. ສ່ວນ ບາງບໍລິສັດ ທີ່ມາຂື້ນຖະບຽນຖືກຕ້ອງ ຕາມລະບຽບກົດໝາຍ ແລະ ຢູ່ພາຍໃຕ້ ການຄວບຄຸມຂອງເຈົ້າໜ້າທີ່ກ່ຽວ ຂ້ອງ ເເມ່ນອະນຸຍາດໃຫ້ດໍາເນີນກິດຈະ ການຕໍ່ໄປເເຕ່ຕ້ອງຢູ່ພາຍໃຕ້ລະບຽບ ກົດໝາຍຂອງລາວ. ພ້ອມນີ້, ທ່ານຍັງ ໄດ້ເນັ້ນໃຫ້ເຈົ້າໜ້າທີ່ ປກສ-ປກຊ ລົງ ເຄື່ອນໄຫວລົບລາງກຸ່ມແກ້ງສໍ້ໂກງ ທາງໂທລະຄົມຂ້າມຊາດ ຢ່າງເອົາຈິງ ເອົາຈັງ, ປະຕິບັດໜ້າທີ່ດ້ວຍຄວາມໂປ່ງ ໃສ່, ຍຸດຕິທຳ, ພ້ອມທັງສະແດງຄວາມ ຂອບໃຈແລະຕີລາຄາສູງຕໍ່ບໍລິສັດດອກ ງິ້ວຄຳທີ່ໄດ້ຢືນຢັນວ່າຈະໃຫ້ການຮ່ວມ ມື, ສະໜັບສະໜູນຢ່າງ ເຕັມທີ່ໃນການ ປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ດໍາເນີນ ການກວດກາ ແລະ ລົບລ້າງກຸ່ມແກ້ງສໍ້ ໂກງຊັບທາງໂທລະຄົມ ໃຫ້ສຳເລັດ ຕາມເປົ້າໝາຍທີ່ວາງໄວ້. ໃນໂອກາດດຽວກັນ, ກອງບັນຊາ ການ ປກສ ເຂດເສດຖະກິດພິເສດສາມ ຫລ່ຽມຄໍາ ຍັງໄດ້ຈັດກອງປະຊຸມ ເພື່ອ ແນະນໍາເຈົ້າໜ້າທີ່ ກ່ອນການລົງເຄື່ອນ ໄຫວວຽກງານຕົວຈິງ, ພ້ອມທັງຜ່ານຂໍ້ ຕົກລົງເເຕ່ງຕັ້ງອະນຸກໍາມະການຮັບ ຜິດຊອບດ້ານວຽກງານຕ່າງໆທີ່ປີ່ນ ອ້ອມ ເພື່ອເປັນບ່ອນອີງ ແລະ ອໍານວຍ ຄວາມສະດວກ ໃນການປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ ປກສ-ປກຊ ຈົນກວ່າ ຈະປາບປາມກຸ້ມແກ້ງສໍ້ໂກງຊັບທາງ ໂທລະຄົມ ຫລື Call Center ໃຫ້ໝົດ ໄປຈາກເຂດເສດຖະກິດພິເສດສາມ ຫລ່ຽມຄໍາ. ໃນຕອນບ່າຍວັນດຽວກັນ, ກອງ ບັນຊາປ້ອງກັນຄວາມສະຫງົບເຂດ ເສດຖະກິດພິເສດສາມຫລ່ຽມຄໍາ ໄດ້ ນໍາໃຊ້ກໍາລັງເຈົ້າໜ້າທີ່ ປ້ອງກັນຄວາມ ສະຫງົບເຂດ, ສະພາບໍລິຫານເຂດ, ຄະ ນະປະສານງານທະຫານເຂດ, ຄະນະ ຄຸ້ມຄອງເຂດ ແລະ ບໍລິສັດ ຈັດການ ໄຊເບີລາວ ຈໍາກັດ ທັງໝົດ 250 ຄົນ ລົງເຄື່ອນໄຫວ ດໍາເນີນການກວດກາ ແລະ ລົບລ້າງກຸ່ມແກ້ງສໍ້ໂກງຊັບທາງ ໂທລະຄົມ ຕົວຈິງເພື່ອມ້າງເພກຸ່ມເປົ້າ ໝາຍທີ່ເຄື່ອນໄຫວບໍ່ຖືກຕ້ອງຢູ່ 4 ຈຸດ ມີທັງໝົດ 16 ບໍລິສັດ ທີ່ນອນໃນເຂດ ເສດຖະກິດພິເສດສາມຫລ່ຽມຄໍາ. 1 ຄື: ຮ່ອງຄວາມກົດດັນອາກາດຕໍ່າ ໄດ້ພາດຜ່ານເຂດພາກເໜືອ ແລະ ພາກ ກາງຂອງປະເທດລາວ, ສົມທົບກັບ ລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດ ປົກຄຸມ ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າ ຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຫາ ປານກາງຢູ່ໃນແຕ່ລະພາກ ແລະ ຈະຕົກ ໜັກຢູ່ບາງທ້ອງຖິ່ນ, ພ້ອມມີລົມພັດ ແຮງເປັນບາງໂອກາດ. ເນື່ອງຈາກມີຝົນຕົກໃນລະດັບປານ ກາງ ຫາໜັກຕິດຕໍ່ກັນຫລາຍວັນຜ່ານ ມາ ໄດ້ເຮັດໃຫ້ລະດັບນໍ້າຢູ່ບັນດາສະ ຖານີຕາມລໍານໍ້າຂອງໃນຂອບເຂດນະ ຄອນຫລວງວຽງຈັນ (ນວ) ເພີ່ມຂຶ້ນ ສູງ ໂດຍສະເພາະສະຖານີວຽງຈັນ ກິໂລແມັດ 4 ເມືອງສີສັດຕະນາກ ນະ ຄອນຫລວງວຽງຈັນ ໄດ້ຂຶ້ນຮອດລະ ດັບ ເຕືອນໄພ ໃນເວລາ 12:00 ໂມງ ວັນທີ 28 ສິງຫາ 2024 ແທກໄດ້ 11,68 ແມັດ (ລະດັບນ້າເຂດເຕືອນ ໄພ 11,50 ແມັດ, ເຂດອັນຕະລາຍ 12,50 ແມັດ) ແລະ ຄາດວ່າໃນວັນທີ 29 ລະດັບນໍ້າຈະມີທ່າອ່ຽງເພີ່ມຂຶ້ນ ຕື່ມອີກ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງພໍ່ແມ່ ປະຊາຊົນບັນດາເຜົ່າ ແລະ ອຳນາດ ການປົກຄອງທ້ອງຖິ່ນທຸກພາກສ່ວນ ທີ່ອາໄສຢູ່ຕາມແຄມແມ່ນໍ້າຂອງ ໃນນະ ຄອນຫລວງວຽງຈັນ ໂດຍສະເພາະ ເຂດພື້ນທີ່ຕໍ່າໃນຂອບເຂດເມືອງສີ ໂຄດຕະບອງ ເປັນຕົ້ນ ເຂດບ້ານໜອງ ດາ; ເມືອງສີສັດຕະນາກ; ເມືອງຫາດ ຊາຍຟອງ ເຂດບ້ານຫ້ອມ ຊຶ່ງເປັນເຂດ ທີ່ມີຊາຍແດນລຽບຕາມແຄມແມ່ນໍ້າຂ ອງ ຈົ່ງມີສະຕິເຝົ້າລະວັງນໍ້າຖ້ວມ ແລະ ສະພາບຝົນຍັງຈະສືບຕໍ່ຕົກຕື່ມອີກ ໃນ ໄລຍະວັນທີ 28-30 ສິງຫາ 2024, ໃຫ້ກຽມພ້ອມຮັບມືຕໍ່ສະພາບນໍ້າຖ້ວມ ຍຶ່ງ ທີ່ອາດຈະເກີດຂຶ້ນ, ພ້ອມທັງກະ ກຽມຍົກຍ້າຍວັນຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ລະດັບນໍ້າ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ. ຂໍ້ມູນ: ກົມອຸຕຸນິຍົມແລະ ອຸທົກກະສາດ ຮອງນາຍົກລັດຖະມົນຕີ ພົບປະ... ຮອງນາຍົກລັດຖະມົນຕີ ໂທລະສັບ... ຄະນະນຳກະຊວງ... ສຳມະນາ... ຫ້ອງວ່າການສູນກາງພັກ... ຂປລ. ຫ້ອງວ່າການສູນກາງພັກ ຈັດເຜີຍແຜ່, ເຊື່ອມຊຶມ, ຂໍ້ຕົກລົງວ່າ ດ້ວຍການສະສາງລົດຂອງລັດ ແລະ ນິຕິກຳທີ່ກ່ຽວຂ້ອງໃນວັນທີ27ສິງຫາ 2024 ໂດຍການເປັນປະທານ ຂອງ ທ່ານ ມີໄຊ ພົມເຂ ຄະນະປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງ ພັກ, ມີຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງຫົວໜ້າພະແນກ ແລະ ພະນັກງານບຳນານ, ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ສົມບູນ ແກ່ນປະເສີດ ຫົວໜ້າ ພະແນກ ຄຸ້ມຄອງສັງຫາລິມະຊັບກົມ ຊັບສິນແຫ່ງລັດ ກະຊວງການເງິນ ໄດ້ ເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍການສະສາງ ລົດຂອງລັດ ແລະ ນິຕິກຳທີ່ກ່ຽວຂ້ອງ ໂດຍໄດ້ໃຫ້ຮູ້ວ່າ: ວຽກງານການຄຸ້ມ ຄອງແລະນໍາໃຊ້ລົດຂອງລັດໃນໄລຍະ ຜ່ານມາເຫັນວ່າພົບຄວາມຫຍຸ້ງຍາກ ແລະ ການຄຸ້ມຄອງກໍຍັງບໍ່ທັນຄົບຖ້ວນ ຕາມທີ່ກົດໝາຍວ່າດ້ວຍຊັບສິນຂອງ ລັດ ແລະ ດຳລັດວ່າດ້ວຍລົດຂອງລັດ ໄດ້ກຳນົດໄວ້ ຊຶ່ງຈະຕ້ອງໄດ້ເອົາໃຈ ໃສ່ປະຕິບັດໃຫ້ສອດຄ່ອງກັບສະພາບ ຕົວຈິງ ຂອງການພັດທະນາເສດຖະ ກິດ-ສັງຄົມ ໃນແຕ່ລະໄລຍະຂອງປະ ເທດເຮົາ.ສະນັ້ນ, ເພື່ອເປັນການກະກຽມ ໃຫ້ແກ້ການກວດກາ, ຈັດສັນ, ດຸນດ່ຽງ ການນໍາໃຊ້ລົດຂອງລັດ ໃນແຕ່ລະບາດ ກ້າວໃຫ້ຖືກຕ້ອງ ຊຶ່ງເຫັນວ່າການສະ ສາງລົດເກົ່າຂອງລັດ ກໍແມ່ນເປັນການ ແກ້ໄຂບັນຫາການນໍາໃຊ້ລົດຂອງລັດ ໃຫ້ຖືກຕ້ອງຕາມເປົ້າໝາຍແລະລະບຽບ ການ, ແກ້ໄຂລົດພະນັກງານບໍານານ ທີ່ເອົາໄປນໍາໃຊ້ຜ່ານມານັ້ນ ເນື່ອງຈາກ ລົດປ້າຍລັດບໍລິຫານທີ່ພະນັກງານບຳ ນານນໍາໃຊ້ແມ່ນບໍ່ໄດ້ຕິດຄິວອາໂຄ້ດ (QR code) ຊຶ່ງຍັງມີຄວາມສັບສົນ ກັບລົດ ທີ່ນອນໃນບັນຊີລົດຂອງລັດ ຕົວຈິງ ທີ່ນໍາໃຊ້ໃນວຽກງານທາງລັດ ຖະການຂອງແຕ່ລະກະຊວງ, ອົງການ ແລະ ອົງການປົກຄອງທ້ອງ ຖິ່ນ. ໂອກາດນີ້, ນີ້ຜູ້ເຂົ້າຮ່ວມຍັງໄດ້ຮັບ ຟັງການເຜີຍແຜ່ຂໍ້ຕົກລົງຂອງທ່ານນາ ຍົກລັດຖະມົນຕີ ສະບັບເລກທີ 169/ນຍ ວ່າດ້ວຍການສະສາງລົດຂອງລັດ ຊຶ່ງ ລວມມີ 5 ໜວດ, 12 ມາດຕາ, ແຈ້ງ ການຂອງກະຊວງການເງິນ ເລກທີ 0589/ກງ ວ່າດ້ວຍການຈັດຕັ້ງປະຕິ ບັດຂໍ້ຕົກລົງວ່າດ້ວຍການສະສາງລົດ ຂອງລັດ ແລະ ນິຕິກຳທີ່ກ່ຽວຂ້ອງໃນ ການຄຸ້ມຄອງ, ນຳໃຊ້ລົດຂອງລັດ, ເຜີຍ ແຜ່ປື້ມຄູ່ມືແນະນຳຂັ້ນຕອນການຈັດ ຕັ້ງປະຕິບັດຕີລາຄາລົດ ໂດຍສະເພາະ ບັນດາທ່ານທີ່ປະຕິບັດວຽກງານຕົວ ຈິງ ກ່ຽວກັບການຄຸ້ມຄອງນຳໃຊ້ລົດ ຂອງລັດແຕ່ລະປະເພດ ໃຫ້ກຳໄດ້ຢ່າງ ວາງແຜນແກ້ໄຂ... ຫາລືແລະວາງເເຜນການຢ່າງລະອຽດ ເເລະ ຮັດກຸມ ເພື່ອດໍາເນີນການກວດກາ ແລະ ລົບລ້າງກຸ່ມແກ້ງສໍ້ໂກງຊັບທາງ ໂທລະຄົມ (Call Center) ຢູ່ພາຍໃນ ເຂດເສດຖະກິດພິເສດສາມຫລ່ຽມຄໍາ ກໍຄື ລົງກວດກາສະຖານທີ່ເຮັດວຽກຢູ່ ອາຄານເປົ້າໝາຍ ທີ່ສົງໃສວ່າມີການ ເຄື່ອນໄຫວຕອບແຊັດ ຫລື ການສໍ້ໂກງ ທາງໂທລະຄົມຢູ່ແຕ່ລະຫ້ອງ, ແຕ່ລະ ຊັ້ນຢ່າງລະອຽດ ໃຫ້ມີຜົນສໍາເລັດຕາມ ລະອຽດທາງດ້ານຫລັກການ, ເປົ້າ ໝາຍ, ເງື່ອນໄຂ, ຂັ້ນຕອນການສະສາງ ແລະ ຖອນຄືນລົດຂອງລັດ ແນໃສ່ຫັນ ກຳມະສິດລົດຂອງລັດທີ່ພະນັກງານ ນຳໃຊ້ ຊຶ່ງການຈັດຕັ້ງຂອງລັດບໍ່ມີແຜນ ການນຳໃຊ້ແລ້ວນັ້ນໃຫ້ຂາດຕົວ, ແກ້ ໄຂບັນຫາບຸກຄົນ ຫລື ການຈັດຕັ້ງທີ່ບໍ່ ນອນໃນອົງການຈັດຕັ້ງຂອງລັດ ແຕ່ ນຳໃຊ້ລົດຂອງລັດໃຫ້ສຳເລັດ, ເພື່ອ ເປັນການກະກຽມໃຫ້ແກ່ການກວດ ກາ, ຈັດສັນ, ດຸນດ່ຽງການນຳໃຊ້ລົດ ຂອງລັດ ໃນແຕ່ລະບາດກ້າວ ໃຫ້ຖືກ ຕ້ອງ, ແກ້ໄຂລົດທີ່ພະນັກງານບຳນານ ໄດ້ເອົາໄປນຳໃຊ້ໃນໄລຍະຜ່ານມານັ້ນ. ຕອນທ້າຍ, ທ່ານ ມີໄຊ ພົມເຂ ໄດ້ ຮຽກຮ້ອງມາຍັງຜູ້ເຂົ້າຮ່ວມຈົ່ງພ້ອມ ກັນນຳເອົາເນື້ອໃນຈິດໃຈ, ຈຸດປະສົງ, ເປົ້າໝາຍ, ຫລັກການ, ຂັ້ນຕອນການ ຈັດຕັ້ງປະຕິບັດ, ການປະກອບເອກະ ສານ, ການຊຳລະເງິນຈາກການສະ ສາງເຂົ້າງົບປະມານແຫ່ງລັດ, ການປົດ ປ້າຍທະບຽນ ໄປເຜີຍແຜ່ໃຫ້ການຈັດ ຕັ້ງທີ່ຕົນສັງ ກັດ ແລະ ພະນັກງານຜູ້ນຳ ໃຊ້ລົດຂອງລັດ ໄດ້ຮັບຮູ້, ເຂົ້າໃຈໄປໃນ ລວງດຽວກັນ ເພື່ອຮັບປະກັນການຈັດ ຕັ້ງປະຕິບັດຂໍ້ຕົກລົງຂອງທ່ານນາຍົກ ລັດຖະມົນຕີ ວ່າດ້ວຍການສະສາງລົດ ຂອງລັດສະບັບນີ້ ຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ. ຂ່າວ-ພາບ: ຫ້ອງວ່າການສູນກາງພັກ ອຸຕຸນິຍົມ...

RkJQdWJsaXNoZXIy MTc3MTYxMQ==