5946

0= h 8q d]q '0v'l6 odk'ra ddv,,6 oy f9u o dj P;da [dko]q 'g]y d dkoxt8y I6 [1j k'Iv[fh ko grnj v-5 dp6h 7;k,ma oltw\c[[9u o xtgmf]k; 4 3]d c]t gsfdko *** ຕໍ່ຈາກສະບັບກ່ອນ*** 26/08/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ສ້າງຄວາມເຂັ້ມແຂງໃຫ້ກັບບົດ ບາດທີ່ເປັນພາກສ່ວນຫລັກຂອງວິສາ ຫະກິດ ໃນດ້ານການປະດິດສ້າງວິທະ ຍາສາດເຕັກໂນໂລຊີ, ສ້າງກົນໄກບໍາລຸງ ສ້າງວິສາຫະກິດແຖວໜ້າດ້ານວິທະ ຍາສາດເຕັກ ໂນໂລຊີໃຫ້ເຕີບໃຫຍ່, ເພີ່ມ ທະວີການເຊື່ອມໂຍງເຂົ້າກັນລະຫວ່າງ ການຜະລິດການສຶກສາ ແລະ ການຄົ້ນ ຄວ້າ ໃຫ້ລົງສູ່ລວງເລິກທີ່ນໍາພາໂດຍ ວິສາຫະກິດ, ສ້າງລະບຽບການຄັງສໍາ ຮອງດ້ານການຄົ້ນຄວ້າ ແລະ ພັດທະນາ ຂອງວິສາຫະກິດ, ສະໜັບສະໜູນວິສາ ຫະກິດເປັນເຈົ້າການນໍາພາ ຫລື ເຂົ້າ ຮ່ວມໜ້າທີ່ແກ້ໄຂຂອດຫຍຸ້ງຍາກດ້ານ ວິທະຍາສາດເຕັກໂນໂລຊີຂອງຊາດ. ສ້າງກົນໄກຊຸກຍູ້ການເຕີບໃຫຍ່ຂະ ຫຍາຍຕົວຂອງວິສາຫະກິດຂະໜາດ ກາງ-ຂະໜາດນ້ອຍທີ່ມີລັກສະນະເຈາະ ຈົງດີເລີດພິເສດ ແລະ ຮູບແບບໃໝ່. ສົ່ງ ເສີມວິສາຫະກິດດ້ານວິທະຍາສາດເຕັກ ໂນໂລຊີຂະໜາດກາງ-ຂະໜາດນ້ອຍ ໃຫ້ເພີ່ມການລົງທຶນເຂົ້າໃນການຄົ້ນ ຄວ້າແລະພັດທະນາ,ຍົກສູງອັດຕາສ່ວນ ຄ່າໃຊ້ຈ່າຍດ້ານການຄົ້ນຄວ້າ ແລະ ພັດ ທະນາທີ່ບໍ່ຕ້ອງເສຍອາກອນລາຍໄດ້ ຂອງວິສາຫະກິດ. ສົ່ງເສີມ-ຊີ້ນໍາມະ ຫາວິທະຍາໄລ ແລະ ສະຖາບັນຄົ້ນຄວ້າ ວິທະຍາສາດ ອະນຸຍາດໃຫ້ວິສາຫະກິດ ຂະໜາດ ກາງ-ຂະໜາດນ້ອຍ-ຈຸນລະວິ ສາຫະກິດ ນໍາໃຊ້ຜົນງານດ້ານວິທະຍາ ສາດເຕັກໂນໂລຊີໂດຍຜ່ານຮູບແບບນໍາ ໃຊ້ກ່ອນ ແລະ ເສຍຄ່າໃຊ້ຈ່າຍນໍາຫລັງ. ປັບປຸງກົນໄກຈັດສັນ ຄຸ້ມຄອງ ແລະ ນໍາໃຊ້ງົບປະມານດ້ານວິທະຍາສາດ ເຕັກໂນໂລຊີ ຂອງການເງິນສູນກາງໃຫ້ ສົມບູນຂຶ້ນ, ປັບປຸງກົນໄກຈັດຕັ້ງປະຕິ ບັດແຜນການວິທະຍາສາດເຕັກໂນໂລຊີ ໃນງົບປະມານສູນກາງ ແລະ ຄຸ້ມຄອງ ໂດຍອົງການຈັດຕັ້ງວິຊາການໃຫ້ຄົບ ຖ້ວນ. ເປີດກວ້າງຂອບເຂດ “ລະບຽບ ການມອບເໝົາ” ງົບປະມານໂຄງການ ຄົ້ນຄວ້າວິທະຍາສາດ, ມອບສິດຕັດສິນ ທິດທາງເຕັກນິກຫລາຍກວ່າເກົ່າສິດ ນຳໃຊ້ງົບປະມານຫລາຍກວ່າເກົ່າ ແລະ ສິດຈັດສັນຊັບພະຍາກອນຫລາຍກວ່າ ເກົ່າໃຫ້ແກ່ນັກວິທະຍາສາດ. ສ້າງກົນ ໄກຄັດເລືອກໂຄງການທີ່ຍັງບໍ່ທັນໄດ້ ຮັບຄວາມເຫັນ ເປັນເອກະພາບກັນ ແຕ່ ໄດ້ຮັບການນໍາສະເໜີຈາກຜູ້ຊ່ຽວຊານ ແບບເປີດເຜີຍຊື່. ອະນຸຍາດໃຫ້ໜ່ວຍ ງານວິຊາການປະເພດຄົ້ນຄວ້າວິທະຍາ ສາດ ປະຕິບັດລະບຽບການຄຸ້ມຄອງທີ່ ຄ່ອງຕົວກວ່າໜ່ວຍງານ ວິຊາການທົ່ວ ໄປ ພ້ອມທັງທົດລອງປະຕິບັດການຄຸ້ມ ຄອງແບບວິສາຫະກິດ. ລົງເລິກປະຕິຮູບກົນໄກຫັນຜົນງານ ວິທະຍາສາດເຕັກໂນໂລຊີ ໃຫ້ກາຍ ເປັນການປະຍຸກໃຊ້ຕົວຈິງ, ເພີ່ມທະວີ ການສ້າງລະບົບຖ່າຍ ໂອນເຕັກນິກລະ ດັບຊາດ, ເລັ່ງຈັດວາງສ້າງເວທີພິສູດ ຄວາມເປັນໄປໄດ້ຂອງມະໂນພາບ ແລະ ເວທີທົດລອງໄລຍະກາງ ງວດໜຶ່ງ, ປັບປຸງນະໂຍບາຍການນໍາ ໃຊ້ຜົນງານ ດ້ານວິທະຍາສາດເຕັກໂນໂລຊີຊຸດທໍາ ອິດ ງວດທໍາອິດ ແລະ ລຸ້ນທໍາອິດໃຫ້ ສົມບູນຂຶ້ນ, ເພີ່ມຄວາມແຮງໃນການຈັດ ຊື້ຂອງພາກລັດ ຕໍ່ຜະລິດຕະພັນທີ່ປະ ດິດສ້າງດ້ວຍຕົນເອງໃຫ້ຫລາຍຂຶ້ນ. ເພີ່ມທະວີການສ້າງຖັນແຖວຜູ້ຈັດການ ດ້ານເຕັກນິກ. ອະນຸຍາດໃຫ້ພະນັກງານວິທະຍາ ສາດເຕັກໂນໂລຊີ ມີສິດເປັນເຈົ້າຕົນເອງ ຫລາຍກວ່າເກົ່າໃນການ ແບ່ງປັນລາຍ ຮັບຈາກການຫັນຜົນງານວິທະຍາ ສາດເຕັກໂນໂລຊີ ໃຫ້ກາຍເປັນການປະ ຍຸກໃຊ້ຕົວຈິງ, ສ້າງລະບຽບການຄຸ້ມ ຄອງບັນຊີດຽວ ຕໍ່ກັບຊັບສິນທີ່ໄດ້ຮັບ ຈາກຜົນງານການຄົ້ນຄວ້າວິທະຍາ ສາດເຕັກໂນໂລຊີໃນໄລຍະດຳລົງຕໍາ ແໜ່ງ, ລົງເລິກປະຕິຮູບການມອບສິດ ດ້ານຜົນງານວິທະຍາສາດເຕັກໂນໂລຊີ ໃນໄລຍະດຳລົງຕໍາແໜ່ງ. ລົງເລິກປະຕິ ຮູບການແບ່ງປັນລາຍຮັບຂອງ ມະຫາ ວິທະຍາໄລ ແລະ ສະຖາບັນຄົ້ນຄວ້າວິ ທະຍາສາດ. ອະນຸຍາດໃຫ້ລັດວິສາ ຫະກິດທີ່ສອດຄ່ອງກັບເງື່ອນໄຂນັ້ນ ຖືເອົາການປະດິດສ້າງເປັນທິດທາງ, ດໍາເນີນການຊຸກຍູ້ສົ່ງເສີມພະນັກງານ ຄົ້ນຄວ້າວິທະຍາສາດດ້ວຍຫລາຍຮູບ ແບບໃນໄລຍະກາງ ແລະ ໄລຍະຍາວ ໃຫ້ຫລາຍກວ່າເກົ່າ. ສ້າງໂຄງປະກອບການທະນາ ຄານດ້ານວິທະຍາສາດເຕັກໂນໂລຊີ ທີ່ ແທດເໝາະກັບການປະດິດ ສ້າງວິທະ ຍາສາດເຕັກໂນໂລຊີ, ເພີ່ມທະວີການ ສະໜັບສະໜູນດ້ານການທະນາ ຄານຕໍ່ ໜ້າທີ່ວິທະຍາ ສາດເຕັກໂນໂລຊີທີ່ສໍາ ຄັນຂອງຊາດ ແລະ ຕໍ່ວິສາຫະກິດວິທະ ຍາສາດເຕັກໂນໂລຊີຂະໜາດກາງ-ຂະ ໜາດນ້ອຍ, ປັບປຸງນະໂຍບາຍສະໜັບ ສະໜູນທີ່ໃຫ້ການລົງທຶນໄລຍະຍາວ ນັ້ນລົງທຶນ ຕໍ່ຜົນງານວິທະຍາສາດເຕັກ ໂນໂລຊີໃນໄລຍະຕົ້ນຂອງການຫັນເປັນ ອຸດສາຫະກຳ ລົງທຶນຕໍ່ວິສາຫະກິດຂະ ໜາດນ້ອຍ ລົງທຶນໄລຍະຍາວ ແລະ ລົງ ທຶນຕໍ່ວິທະຍາສາດເຕັກໂນໂລຊີທີ່ມີກໍາ ລັງເຂັ້ມແຂງໃຫ້ສົມບູນຂຶ້ນ. ປັບປຸງກົນ ໄກກະຈາຍຄວາມສ່ຽງ ໃນການແກ້ໄຂ ຂອດຫຍຸ້ງຍາກດ້ານເຕັກນິກທີ່ສໍາຄັນ ໃຫ້ຄົບຖ້ວນ, ສ້າງລະບົບນະໂຍບາຍປະ ກັນໄພດ້ານວິທະຍາສາດເຕັກໂນໂລ ຊີ. ຍົກລະດັບໃຫ້ທຶນຕ່າງປະເທດມີຄວາມ ສະດວກຫລາຍຂຶ້ນກວ່າເກົ່າ ໃນການ ເຂົ້າມາລົງທຶນຕໍ່ສິດຖືຫຸ້ນ ແລະ ລົງທຶນ ຕໍ່ໂຄງການທີ່ມີຄວາມສ່ຽງຢູ່ຈີນ. *** ອ່ານຕໍ່ສະບັບໜ້າ *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** lkpdko[y os;Pfg9a f lts]v'z6h 3fplko 7q [ 200 ]h ko7q o ,v[lj ;os]5 f 20% m5 dglA omk'[y o ຂປລ. ຂ່າວດີສຳລັບນັກທ່ອງ ທ່ຽວທີ່ເດີນທາງຈາກລາວໄປຫວຽດ ນາມ ແລະ ສະຖານທີ່ອື່ນໆ ເມື່ອສາຍ ການບິນຫວຽດເຈັດ (Vietjet) ກໍາລັງສະເຫລີມສະຫລອງວັນສຳ ຄັນທີ່ມີຜູ້ໂດຍສານຄົບ200ລ້ານຄົນ ໂດຍການເປີດໂປຣໂມຊັນພິເສດຕະ ຫລອດ 01 ເດືອນ ແຕ່ມື້ນີ້ຈົນຮອດ ວັນທີ15ກັນຍາ 2024ຊຶ່ງນັກທ່ອງ ທ່ຽວສາມາດຮັບສ່ວນຫລຸດ 20% (ຕາມເງື່ອນໄຂ ແລະ ຂໍ້ກໍານົດ) ໃນ ເສັ້ນທາງນະຄອນຫລວງວຽງຈັນ- ນະຄອນໂຮ່ຈີ່ມິງ ແລະ ທຸກຖ້ຽວບິນ ໃນເຄືອຂ່າຍຂອງ Vietjet ໂດຍ ໃຊ້ລະຫັດໂປຣໂມຊັນ VJ200 ເມື່ອ ຈອງຜ່ານທາງ www.vietjetair. com ຫລື ແອັບມືຖື Vietjet Air. ຂໍ້ສະເໜີພິເສດນີ້ ສາມາດໃຊ້ກັບ ປີ້ຍົນປະເພດ Eco ແລະ ໃຊ້ໄດ້ສຳ ລັບການເດີນທາງຕັ້ງແຕ່ມື້ນີ້ຈົນ ຮອດວັນທີ 15 ພະຈິກ 2024. ເຊິ່ງ ເປັນເວລາທີ່ເໝາະສົມແກ່ການສຳ ຜັດກັບລະດູໃບໄມ້ຫລົ່ນ ທີ່ໜ້າຕື່ນ ຕາຕື່ນໃຈໃນທົ່ວຫວຽດນາມ ແລະ ຈຸດໝາຍປາຍທາງອື່ນໆ ໃນທະວິບ ອາຊີ ຫລື ຈະໄປສຳຫລວດລະດູໃບ ໄມ້ປົ່ງທີ່ສົດຊື່ນຂອງປະເທດອົດ ສະຕຣາລີ ກໍໄດ້ເຊັ່ນກັນ. ປັດຈຸບັນ Vietjet ໃຫ້ບໍລິການເສັ້ນທາງການ ບິນຫລາຍກວ່າ 149 ເສັ້ນທາງ ທັງ ພາຍໃນ ແລະ ຕ່າງປະເທດ. ໃນນັ້ນມີ 38 ເສັ້ນທາງພາຍໃນ ແລະ ມີ 111 ເສັ້ນທາງຕ່າງປະເທດ, ພ້ອມກັບສະ ໜອງການບໍລິການໃຫ້ແກ່ນັກທ່ອງ ທ່ຽວລາວ ພ້ອມກັບເສັ້ນທາງ ໂດຍ ກົງທີ່ເຊື່ອມຕໍ່ຈາກນະຄອນຫລວງ ວຽງຈັນ ຫາ ນະຄອນໂຮ່ຈີ່ມິງ. ນັກ ທ່ອງທ່ຽວລາວ ບໍ່ພຽງແຕ່ສາມາດ ທ່ຽວສູນລວມເສດຖະກິດ ແລະ ສະ ຖານທີ່ທ່ອງທ່ຽວທີ່ໃຫຍ່ທີ່ສຸດຂອງ ຫວຽດນາມເທົ່ານັ້ນ, ຫາກຍັງສາ ມາດໄປທ່ຽວຊົມແຫລ່ງທ່ອງທ່ຽວ ທີ່ມີຊື່ສຽງຂອງຫວຽດນາມ ເຊັ່ນ: Da Nang, Hue, Nha Trang, PhuQuoc,Hanoi ແລະບັນດາສະ ຖານທີ່ທ່ອງທ່ຽວຫລາຍແຫ່ງໃນ ພາກພື້ນອາຊີປາຊີຟິກເຊັ່ນ: ສ ເກົາ ຫລີ, ຍີ່ປຸ່ນ, ອົດສະຕຣາລີ, ອິນເດຍ, ແລະ ອື່ນໆ. ໃນໂອກາດສະເຫລີມສະຫລອງ ຜູ້ໂດຍສານຄົບ 200 ລ້ານຄົນ, ສາຍ ການບິນຍັງໄດ້ມອບປີ້ຍົນ 2 ລ້ານ ໃບ ໃນລາຄາເລີ່ມຕົ້ນພຽງ 55 ໂດ ລາສະຫະລັດ/ຖ້ຽວ (ລວມພາສີ ແລະຄ່າທຳນຽມ)ໃນເສັ້ນທາງສາຍ ການບິນນະຄອນຫລວງວຽງຈັນນະຄອນໂຮ່ຈີ່ມິງ ແລະ ເສັ້ນທາງ ອື່ນໆຂອງ Vietjet ທັງພາຍໃນ ຫວຽດນາມ ແລະ ຕ່າງປະເທດ. ລາ ຄາໂປຣໂມຊັນເຫລົ່ານີ້ມີໃຫ້ຈອງ ໃນຊ່ວງ“ນາທີທອງ”ເວລາ12:00 ຫາ 14:00 ໂມງ (UTC+7) ຂອງ ທຸກໆ ມື້ ຈົນຮອດ ວັນທີ 31 ສິງຫາ 2024. ສໍາລັບການເດີນທາງແມ່ນ ເລີ່ມ ຕັ້ງແຕ່ວັນ ທີ 4 ກັນຍາ 2024 ຫາ 22 ພຶດສະພາ 2025 (ຕາມ ເງື່ອນໄຂ ແລະ ຂໍ້ກໍານົດ). Vietjet ມຸ່ງໝັ້ນທີ່ຈະຊຸກຍູ້ສາຍການບິນ ດ້ວຍການເພີ່ມເຮືອບິນໃໝ່ 10 ລຳ ທີ່ມີກຳນົດຈັດສົ່ງໃນຊ່ວງທ້າຍ ປີ 2024. ເຮືອບິນເຫລົ່ານີ້ແມ່ນ A321neo ACF ລຸ້ນທີ່ທັນສະໄໝ ເຊິ່ງຈະສະໜັບສະໜູນການຂະຫຍາຍ ສາຍການບິນ ແລະ ເສີມສ້າງປະສົບ ການແກ່ຜູ້ໂດຍສານທັງພາຍໃນ ແລະ ຕ່າງປະເທດ. ຜູ້ໂດຍສານສາມາດເພີດເພີນໃນ ເຮືອບິນທີ່ທັນສະໄໝທີ່ມີພະນັກງານ ຫ້ອງໂດຍສານທີ່ເປັນມືອາຊີບ, ເພີດ ເພີນກັບອາຫານທີ່ມີວັດຖຸດິບທີ່ດີ, ປອດສານພິດ ແລະ ຍັງໄດ້ສໍາຜັດກັບ ການສະແດງສິລະປະວັດທະນະທໍາ. ນອກຈາກນັ້ນ, ນັກທ່ອງທ່ຽວສາ ມາດເຂົ້າຮ່ວມໂຄງການສະສົມຄະ ແນນຂອງ Vietjet SkyJoy ເພື່ອ ຮັບຄະແນນ ແລະ ແລກຂອງລາງ ວັນຈາກ Vietjet ຫລາຍກວ່າ 250 ຍີ່ຫໍ້ດັງ. 2024. ເຂົ້າຮ່ວມໃນພິທີ ມີທ່ານ ສຸດໃຈ ໄຊຍະວົງ ເຈົ້າເມືອງໆພີນ, ທ່ານ ບຸນ ຕາ ຈິມມາລາ ຮອງຫົວໜ້າພະແນກ ພະລັງງານ ແລະ ບໍໍ່ແຮ່ ແຂວງສະຫວັນ ນະ ເຂດ, ຜູ້ຕາງໜ້າຈາກຫ້ອງວ່າການ ແຂວງສະຫວັນນະເຂດແລະ ຜູ້ຕາງໜ້າ ຈາກພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ແຂວງສະ ຫວັນນະເຂດ, ທ່ານ ຄໍາສະຫວາດ ບຸນ ວິໄລ ຜູ້ອໍານວຍການ ບໍລິສັດ ນາແສງວາໂຍ ຈຳກັດ ແລະ ທ່ານ ລາມ ມິ່ງ ຜູ້ອຳນວຍການບໍລິສັດ UPC ຫວຽດ ນາມ( ສິງກະໂປ) ຈໍາກັດພ້ອມ ດ້ວຍຜູ້ ຕາງ ໜ້າຈາກບັນດາຫ້ອງການເມືອງ ພີນ, ພະນັກງານຂອງ ບໍລິສັດ ແລະ ປະ ຊາຊົນເຂົ້າຮ່ວມຢູ່າງພ້ອມພຽງ. ເສົາອຸຕຸນິຍົມແຫ່ງທຳອິດນີ້ຖືກ ໂຄງການພະລັງງານລົມ... ສ້າງຂຶ້ນເພືຶ່ອວັດແທກແຮງລົມ ແລະ ກວດສອບຄຸນລັກສະນະຂອງລົມ ເຊິ່ງ ຂໍ້ມູນທີ່ເກັບກຳໄດ້ຈະຖືກນຳໃຊ້ ເພື່ອ ການສຶກສາຄວາມເປັນໄປໄດ້ຂອງ ໂຄງການພະລັງງານລົມ ແລະ ໄລຍະຕໍ່ ໄປຈະສືບຕໍໍ່ກໍໍ່ສ້າງ ແລະ ຕິດຕັັ້ງໃນເຂດ ໂຄງການຢູ່ເມືອງວີລະບູລີ ແລະ ເມືອງ ອາດສະພອນ ເຊິ່ງຜູ້ລົງທຶນໄດ້ດຳເນີນ ການແລະຈັດຕັັ້ງປະຕິບັດຕາມລະບຽບ ການຂອງລັດຖະບານ ແລະ ຕາມມາດ ຕະຖານສາກົນ. ທຸກໆຂັັ້ນຕອນທີ່ຈໍາ ເປັນຕ້ອງໄດ້ສໍາເລັດກ່ອນເລີ່ມລົງມື ກໍໍ່ສ້າງ ລວມເຖິງການສໍາຫລວດຈຸດທີ່ ຕັັ້ງເສົາວັດແທກອຸຕຸນິຍົມ, ທາງດ້ານ ການອອກແບບ ແລະ ທາງວິສະວະກຳ, ວິທີການຂົນສົົ່ງວັດຖຸ, ເສົາ ແລະ ອຸປະ ກອນວັດແທກ, ການກວດຫາ ແລະ ເກັບກູ້ລະເບີດທີ່ບໍ່ທັນແຕກ (UXO), ເພື່ອໃຫ້ແນ່ໃຈວ່າບໍ່ໃຫ້ເກີດມີຜົນກະ ທົບຕໍໍ່ສະພາບປ່າໄມ້ໃນປັດຈຸບັນຢູ່ເຂດ ກໍໍ່ສ້າງ. ໃນໄລຍະການກໍໍ່ສ້າງເສົາວັດ ແທກອຸຕຸນິຍົມນີ້ຜູ້ລົງທຶນໄດ້ຮັບການ ສະໜັບສະໜູນເປັນຢ່າງດີຈາກອຳ ນາດການປົກຄອງທ້ອງຖິ່ນ ແລະ ຜູ້ລົງ ທຶນໄດ້ສະໜັບສະໜູນໃນການສ້ອມແປງ ເສັັ້ນທາງພາຍໃນທ້ອງຖິ່ນຈໍານວນໜຶ່ງ ເພືຶ່ອໃຫ້ປະຊາຊົນສາມາດໄປມາສະ ດວກຍາມຝົນ. ບໍລິສັດນາແສງ-ວາໂຍ ຊັບພະຍາ ກອນທົດແທນ ແລະ ລົງທຶນຈໍາກັດ ແລະ ບໍລິສັດ UPC ຫວຽດນາມ (ສິງ ກະໂປ) ຈໍາກັດ(NSW-UPC) ໄດ້ ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ກັບ ລັດຖະບານແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໃນວັນທີ 13 ພະຈິກ 2023 ເພືຶ່ອ ສະເໜີໂຄງການກໍໍ່ສ້າງພະລັງງານລົມ ຢູ່ມືອງພິນ, ເມືອງວິລະບູລີ ແລະ ເມືອງ ອາດສະພອນ ແຂວງສະຫວັນນະເຂດ ເພືຶ່ອສົົ່ງອອກພະລັງງານສະອາດໄປ ປະເທດໄທ ຫລື ສສ ຫວຽດນາມ. ໂຄງ ການ ດັ່ງກ່າວໄດ້ສຳເລັດບົດລາຍງານ ຄວາມເປັນໄປໄດ້ເບື້ອງຕົ້ນ ແລະ ຢູ່ ໃນ ຂັັ້ນ ຕອນການລົງນາມ PDA ກັບລັດ ຖະບານລາວ. ເຖິງແມ່ນວ່າຈະມີສິ່ງທ້າ ທາຍຫລາຍຢ່າງຈາກສະພາບດິນຟ້າ ອາກາດໃນລະດູຝົນ, ລວມທັງສະພາບ ນໍ້າຖ້ວມ ແລະ ເສັັ້ນທາງຫຍຸ້ງຍາກ, ແຕ່ວ່າຜູ້ລົງທຶນກໍໄດ້ສະແດງຄວາມ ຕັັ້ງໃຈທີ່ຈະກໍໍ່ສ້າງ ແລະ ຕິດຕັັ້ງເສົາວັດ ແທກອຸຕຸນິຍົມແຫ່ງທຳອິດນີ້ ເຊິ່ງຄາດ ວ່າຈະໃຫ້ສຳເລັດໃນທ້າຍເດືອນກັນຍາ 2024. ບໍລິສັດAUSLAOGROUP ຈຳກັດ ເປັນບໍລິສັດເກັບກູ້ລະເບີດທີ່ບໍ່ ທັນແຕກ(UXO) ຄູ່ຮ່ວມສັນຍາ ແລະ ບໍລິສັດ VREE ໃນຖານະຜູ້ຮັບເໝົາ ກໍໍ່ສ້າງ ແລະ ຕິດຕັັ້ງເສົາວັດແທກ ອຸຕຸ ນິຍົມ ກໍ່ໄດ້ໃຫ້ການສະໜັບສະໜູນວຽກ ງານສຳຄັນດັ່ງກ່າວ. ຂອບເຂດທົ່ວປະເທດ ເຊິ່ງເປັນໜ້າທີ່ ອັນມີກຽດທີ່ ພັກ-ລັດ ແລະ ປະຊາຊົນ ມອບໝາຍໃຫ້. ຈາກສະພາບດິນຟ້າອາກາດນັບມື້ ມີການປ່ຽນແປງ, ໄພທຳມະຊາດໄດ້ ກັບມາຮຸກຮານ ການດຳລົງຊີວິດທີ່ສະ ຫງົບສຸກຂອງປະຊາຊົນ, ການຜະລິດ ຕ້ອງພົບກັບຄວາມຫຍຸ້ງ ຍາກ, ໄຮ່ນາທີ່ ເຄີຍໃຫ້ໝາກໃຫ້ຜົນໃນເມື່ອກ່ອນ ໄດ້ ກາຍເປັນທົ່ງນາເປົ່າວ່າງເນື່ອງເກີດ ໄພນ້ຳຖ້ວມ. ຮ້າຍແຮງໄປກວ່ານັ້ນເກີດ ມີພາຍຸ ຫລື ສະພາບດິນຟ້າອາກາດ ປ່ຽນແປງຢ່າງຮຸນແຮງ ເຮັດໃຫ້ເກີດນ້ຳ ຖ້ວມຢ່າງກະທັນຫັນຢູ່ແຂວງຫລວງ ກຳລັງປ້ອງກັນຊາດ... ຫານແຂວງ, ກອງພັນໃຫຍ່, ໂຮງຮຽນ, ໂຮງໝໍ ແລະ ບັນດາກົມກອງທຽບເທົ່າ ໃນທົ່ວປະເທດ ໄດ້ເພີ່ມທະວີການກຽມ ພ້ອມຕອບຕ້ານ ແລະ ແກ້ໄຂຜົນກະທົບ ຈາກໄພພິບັດທໍາມະຊາດ ທີ່ອາດຈະ ເກີດຂຶ້ນໃນທຸກກກໍລະນີ ໃນຂອບເຂດ ພື້ນທີ່ຂອງກົມກອງຮັບຜິດຊອບ ແລະ ກວດກາຊຸກຍູ້ການຈັດຕັ້ງປະຕິບັດຕົວ ຈິງຂອງບັນດາອົງການ, ກົມກອງທີ່ມີ ຫົວໜ່ວຍຂຶ້ນກັບຕົນຢ່າງໃກ້ຊິດຄະນະ ພັກ-ຄະນະບັນຊາບັນດາອົງການ, ກົມ ກອງທຸກຂັ້ນໄດ້ຈັດຕັ້ງເຜີຍແຜ່ກ່ຽວກັບ ສະພາບດິນຟ້າອາກາດ ປັດຈຸບັນທີ່ມີ ການປ່ຽນແປງໃນແຕ່ລະວັນຢ່າງໄວ ວາແລະມີຄວາມສ່ຽງສູງອາດມີຜົນກະ ທົບຕໍ່ຊີວິດ ຊັບສິນຂອງລັດ ແລະ ຂອງ ພໍ່ແມ່ປະຊາຊົນໃນຕໍ່ໜ້າ ຕິດຕາມ ແລະ ກໍາແໜ້ນຂ່າວພະຍາກອນອາກາດ ໃນ ແຕ່ລະວັນເປັນປົກກະຕິ, ຖ້າມີກໍລະນີ ເກີດຂຶ້ນຕ້ອງແກ້ໄຂໃຫ້ທັນເວລາ ແລະ ມີປະສິດທິຜົນສູງ, ບັນດາອົງການ, ກົມກອງ, ທ້ອງຖິ່ນທຸກຂັ້ນມີປະຈໍາ ການກໍາລັງປະຈໍາການແລະພາຫະນະ ປະຈໍາການຄົບຊຸດຄືກັນກັບການກຽມ ພ້ອມສູ້ຮົບຕະຫລອດ 24 ຊົ່ວໂມງ ເພື່ອ ກຽມພ້ອມແກ້ໄຂ ແລະ ກອບກູ້ໄພພິບັດ ທໍາມະຊາດທີ່ອາດຈະເກີດຂຶ້ນຢູ່ຂອບ ເຂດກົມກອງຮັບຜິດຊອບໄດ້ເອົາໃຈໃສ່ ຕິດຕາມກໍາແໜ້ນສະພາບຮອບດ້ານ ຢ່າງໃກ້ຊິດມີມາດຕະການວິທີການແກ້ ໄຂຢ່າງລະອຽດ ຖ້າເຫດການເກີດຂຶ້ນ ຢູ່ຂອບເຂດຮັບຜິດຊອບກົມກອງໃດ, ແມ່ນກອງນັ້ນເປັນເຈົ້າການສົມທົບ ກັບແຕ່ລະພາກສ່ວນ ເພື່ອຕອບຕ້ານ ແລະ ກອບກູ້ຊ່ວຍເຫລືອໃຫ້ທັນເວລາ ໄດ້ເພີ່ມທະວີຄວາມເປັນເຈົ້າການໃນ ການປະສານສົມທົບກັບພາກສ່ວນ ກ່ຽວຂ້ອງອົງການພາກລັດແລະ ເອກະ ຊົນອໍານາດການປົກຄອງບ້ານ, ເມືອງ, ແຂວງ ໃນຂອບເຂດກົມກອງຮັບຜິດ ຊອບ ເພື່ອປຸກລະດົມກໍາລັງເຂົ້າຮ່ວມ ເຮັດໜ້າທີ່ກຽມ ພ້ອມຊ່ວຍເຫລືອ ແລະ ກອບກູ້ ຍົກຍ້າຍເອົາພາກສ່ວນທີ່ຖືກ ຜົນກະທົບໄປສູ່ເຂດປອດໄພ ແລະ ເອົາ ໃຈໃສ່ການປ້ອງກັນເວນຍາມໃຫ້ມີ ຄວາມປອດໄພ. ພ້ອມກັນນັ້ນ, ກໍໄດ້ປະ ສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການສະກັດກັ້ນແລະແກ້ໄຂພະຍາດ ຕ່າງໆທີ່ອາດຈະລະບາດເວລານໍ້າຖ້ວມ ຫລືນໍ້າຖ້ວມຂັງແກ່ຍາວພ້ອມກັນມີວິທີ ການແກ້ໄຂໃຫ້ທັນເວລາ ແລະ ມີປະ ສິດທິຜົນສູງ. ຂ່າວ: ໂຊເລ້ ບຸນເຮືອງ ພະບາງ, ໄຊຍະບູລີ, ຊຽງຂວາງ, ບໍ່ ແກ້ວ, ອຸດົມໄຊ, ຫົວພັນ ແລະ ແຂວງ ອື່ນໆ ຍ້ອນຝົນຕົກຕໍ່ເນື່ອງ ກັນຫລາຍ ວັນເຮັດ ໃຫ້ບ້ານເຮືອນ, ຊັບສິນທີ່ມີຄ່າ ແລະ ພື້ນທີ່ທຳການຜະລິດຂອງພໍ່ແມ່ ປະຊາຊົນ ໄດ້ຮັບຄວາມເສຍຫາຍຢ່າງ ໜັກ ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ພື້ນ ຖານການດຳລົງຊີວິດ, ການພັດທະນາ ເສດຖະກິດ-ສັງຄົມຂອງເມືອງ, ແຂວງ ໄປຈົນເຖິງສົ່ງຜົນກະທົບຕໍ່ຄວາມໝັ້ນ ຄົງ ເສດຖະກິດ-ສັງຄົມ ແຫ່ງຊາດ. ສໍາລັບໃນປີນີ້, ໄດ້ກ້າວເຂົ້າສູ່ລະດູ ຝົນ ໃນໄລຍະເດືອນກໍລະກົດ ຫາ ເດືອນ ສິງຫາ ສະພາບດິນຟ້າອາກາດມີການ ປ່ຽນແປງຢູ່ເລື່້ອຍໆ ມີຝົນຕົກໜັກຕໍ່ ເນື່ອງໂດຍສະເພາະຢູ່ບັນດາແຂວງ ພາກເໜືອ ມີຝົນຕົກໜັກເປັນບໍລິເວນ ກວ້າງ ເຮັດໃຫ້ນ້ຳຖ້ວມ, ນໍ້າໄຫລຊຸເຂົ້າ ບ້ານເຮືອນ ແລະ ພື້ນທີ່ທໍາການຜະລິດ ຂອງປະຊາຊົນເສຍຫາຍຢ່າງຫລວງ ຫລາຍ. ຈາກສະພາບການດັ່ງກ່າວ, ພັກ, ລັດຖະບານອໍານາດການປົກຄອງ ແຂວງ, ເມືອງ ກໍຄື ທຸກອົງການຈັດຕັ້ງ ທຸກຂັ້ນ ມີຄວາມເປັນຫ່ວງເປັນໃຍ ແລະ ໄດ້ຮີບຮ້ອນ ຈັດຕັ້ງໜ່ວຍງານ ຄະນະຮັບຜິດຊອບລົງໄປຊ່ວຍເຫລືອ ແລະ ຕິດຕາມຢ່າງຮີບດ່ວນຕະຫລອດ 24 ຊົ່ວໂມງ. ໃນນັ້ນ, ກຳລັງອ້າຍ ນ້ອງ ທະຫານແມ່ນກຳລັງຫລັກ ໄດ້ເຂົ້າຊ່ວຍ ເຫລືອນັບແຕ່ມື້ເກີດເຫດຈົນມາ ເຖິງ ປັດຈຸບັນສາມາດແກ້ໄຂສະພາບໃນ ເບື້ອງຕົ້ນໄດ້ ໂດຍຊ່ວຍເຫລືອເອົາພໍ່- ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບນ້ຳ ຖ້ວມໄຫລຊຸແຮງອອກຈາກພື້ນທີ່ອັນ ຕະລາຍໄປຢູ່ເຂດປອດໄພ ແລະ ນໍາເອົາ ເຄື່ອງຊ່ວຍເຫລືອຈາກພາກສ່ວນ ຕ່າງໆ ທີ່ຈຳເປັນໄປມອບໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຢ່າງທົ່ວເຖິງ. ດັ່ງ ນັ້ນ, ທຸກອົງການຈັດຕັ້ງ, ອຳນາດການ ປົກຄອງທຸກຂັ້ນ ແລະ ພໍ່ແມ່ປະຊາຊົນ ໃຫ້ລະມັດລະວັງ ແລະ ຕິດຕາມການ ແຈ້ງເຕື່ອນສະພາບອາກາດຕະຫລອດ ເວລາ ເພາະໃນໄລຍະນີ້ເປັນລະດູຝົນ ແລະ ສະພາບດິນຟ້າອາກາດກໍມີການ ປ່ຽນແປງຢູ່ເລື້ອຍໆ. ເພື່ອກຽມພ້ອມຕອບຕ້ານ ແລະ ແກ້ ໄຂຜົນກະທົບຈາກໄພພິບັດທໍາມະຊາດ ທີ່ຈະເກີດຂຶ້ນ ແນໃສ່ຊ່ວຍເຫລືອກອບ ກູ້ເອົາຊີວິດ ແລະ ຊັບສິນຂອງປະຊາຊົນ ໃຫ້ທັນການຄະນະພັກ-ຄະນະບັນຊາ ອົງການ, ກົມກອງກອງບັນຊາການທະ

RkJQdWJsaXNoZXIy MTc3MTYxMQ==