lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 26/08/2024 xtgmf]k; ກອງປະຊຸມຄົບຄະນະ... ໃນການຈັດຕັ້ງຜັນຂະຫຍາຍຄຳໝາຍ ໝັ້ນຂອງອາຊຽນ ເຂົ້າໃນວຽກງານສົ່ງ ເສີມຄວາມກ້າວໜ້າຂອງແມ່ຍິງ ໂດຍ ສະເພາະການສ້າງຄວາມເຂັ້ມແຂງ ໃຫ້ກັບແມ່ຍິງ ທີ່ເຮັດວຽກເສດຖະກິດ ການດູແລເບິ່ງແຍງ ໄປສູ່ລວງເລິກ ແລະ ເປັນຮູບປະທໍາ, ທັງເປັນການປະ ກອບສ່ວນ ສຳຄັນເຂົ້າໃນການສົ່ງເສີມ ການພັດທະນາ, ການແລກປ່ຽນບົດ ຮຽນທີ່ດີຮ່ວມກັນໃນການລິເລີ່ມພິຈາ ລະນາ, ແກ້ໄຂບັນດາຂໍ້ຈໍາກັດໃນຂົງ ເຂດວຽກງານການດູແລເບິ່ງແຍງທີ່ ບໍ່ໄດ້ຮັບຄ່າຈ້າງໃນອາຊຽນ ໄປພ້ອມ ກັບການຈັດຕັ້ງປະຕິບັດບັນດາແຜນ ງານພາກພື້ນ ແລະ ແຜນດຳເນີນງານ ເພື່ອຜັນຂະຫຍາຍບັນດາຖະແຫລງ ການອາຊຽນ ທີ່ກ່ຽວຂ້ອງ ໃຫ້ບັນລຸຄຳ ໝາຍໝັ້ນຂອງອາຊຽນໃນການສົ່ງເສີມ ຄວາມສະເໝີພາບ ຍິງ-ຊາຍ ແລະ ການ ສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ເດັກຍິງທຸກຄົນ ໄດ້ຮັບການພັດທະນາ. ທ່ານ ສອນໄຊ ສີພັນດອນ ຍັງໄດ້ ສະແດງຄວາມເຊື່ອໝັ້ນວ່າ “ຖະແຫລງ ການອາຊຽນ ວ່າດ້ວຍການສົ່ງເສີມ ວຽກງານເສດຖະກິດການດູແລເບິ່ງ ແຍງ ແລະ ຄວາມເຂັ້ມແຂງ ເພື່ອກ້າວ ສູ່ປະຊາຄົມອາຊຽນທີ່ຍືນຍົງ ຫລັງ ປີ 2025”ທີ່ຈະຖືກຮັບຮອງເອົາ ໃນກອງ ປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ໃນເດືອນຕຸລາ 2024 ທີ່ຈະມາ ເຖິງນີ້ ທີ່ນະຄອນຫລວງວຽງຈັນ ແລະ ຈະປະກອບສ່ວນອັນສຳຄັນໃນການ ແກ້ໄຂບາງຂໍ້ຈຳກັດ ກ່ຽວກັບວຽກງານ ການດູແລເບິ່ງແຍງ ທີ່ບໍ່ໄດ້ຮັບຄ່າຈ້າງ ເພື່ອສ້າງຄວາມເປັນເອກະພາບ ໃນ ການສືບຕໍ່ຜັນຂະຫຍາຍແລະຈັດຕັ້ງປະ ຕິບັດຖະແຫລງການຮ່ວມກັນ ໂດຍສະ ເພາະ ສົ່ງເສີມຄວາມກ້າວໜ້າຂອງແມ່ ຍິງ, ຄວາມສະເໝີພາບ ຍິງ-ຊາຍ ແລະ ຄວາມເຂັ້ມແຂງໃຫ້ແມ່ຍິງ-ເດັກຍິງ ໃນ ພາກພື້ນອາຊຽນ ໃຫ້ປະກົດຜົນເປັນຈິງ. ກອງປະຊຸມໃນຄັ້ງນີ້, ບັນດາການ ນຳອາຊຽນ ແລະ ບັນດາລັດຖະມົນຕີ ຮັບຜິດຊອບວຽກແມ່ຍິງອາຊຽນ ໄດ້ ພ້ອມກັນປຶກສາຫາລື ໃນຫລາຍຫົວ ຂໍ້ທີ່ສຳຄັນ ຕໍ່ແມ່ຍິງ ແລະ ເດັກຍິງ ໃນ ທົ່ວອາຊຽນ ເພື່ອກຳນົດບັນດາສິ່ງທ້າ ທາຍ, ແບ່ງປັນການປະຕິບັດ ທີ່ດີ ແລະ ຕົກລົງບັນດາບົດແນະນຳນະໂຍບາຍ ທີ່ກ່ຽວຂ້ອງ ແນໃສ່ສ້າງການສົນທະ ນາແລະຖະແຫລງການທີ່ຜ່ານມາ ເພື່ອ ຄົ້ນຄວ້າລະອຽດຕື່ມກ່ຽວກັບສິ່ງທ້າ ທາຍສະເພາະທີ່ມີຜົນກະທົບຕໍ່ແມ່ຍິງ ແລະເດັກຍິງໃນດ້ານເສດຖະກິດການດູ ແລ ໃນທົ່ວອາຊຽນ ເພື່ອສ້າງຖະແຫລງ ການ ໃນບົດສະຫລຸບຂອງແມ່ຍິງ ອາ ຊຽນ ຄັ້ງທີ 3. ພ້ອມນີ້, ກອງປະຊຸມຍັງ ໄດ້ຮັບຮູ້ບົດບາດສຳຄັນ, ທ່າແຮງ ແລະ ຄວາມເຂັ້ມແຂງຂອງຜູ້ນຳແມ່ຍິງແລະ ແມ່ຍິງທຸກຄົນໃນອາຊຽນ ໃນການວາງ ທິດທາງການຟື້ນຟູ ແລະ ການສ້າງອະ ນາຄົດຂອງພາກພື້ນອາຊຽນ ພາຍຫລັງ ມີການລະບາດຂອງພະຍາດ. ພ້ອມນີ້, ກອງປະຊຸມຍັງໄດ້ຢືນຢັນຄືນຄວາມ ມຸ່ງໝັ້ນຂອງອາຊຽນ ໃນການສະໜັບ ສະໜູນແມ່ຍິງ ແລະ ເດັກຍິງ ຢູ່ໃນເສດ ຖະກິດການເບິ່ງແຍງດູແລ ທີ່ໄດ້ຮັບຄ່າ ຈ້າງ ແລະ ບໍ່ໄດ້ຮັບຄ່າຈ້າງ ທີ່ເປັນວາ ລະສຳຄັນຂອງພາກພື້ນ ແລະ ໄດ້ຮັບຮູ້ ສິ່ງທ້າທາຍສະເພາະ, ໂອກາດເພື່ອສະ ໜັບສະໜູນແມ່ຍິງ ແລະ ເດັກຍິງ ໃນສະ ພາບການສ້າງຄວາມເຂັ້ມແຂງ, ພ້ອມ ທັງ ໄດ້ຮັບຮອງຖະແຫລງການ ສະບັບ ສຸດທ້າຍ ທີ່ກໍານົດຂໍ້ສະເໜີແນະສະ ເພາະ ສໍາລັບການແກ້ໄຂສິ່ງທ້າທາຍທີ່ ແມ່ຍິງແລະ ເດັກຍິງຜະເຊີນໃນສະພາບ ການຂອງເສດຖະກິດການເບິ່ງແຍງດູ ແລ ທີ່ໄດ້ຮັບຄ່າຈ້າງ, ບໍ່ໄດ້ຮັບຄ່າຈ້າງ ແລະ ການກໍ່ສ້າງຄວາມເຂັ້ມແຂງ. ກອງປະຊຸມສຸດຍອດການນໍາແມ່ ການລະດັບຊາດ ປັບປຸງລັດຖະທຳ ມະນູນ ປີ 2015, ມີຄະນະກຳມະການ ລະດັບຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດນີ້, ທ່ານ ໄຊສົມພອນ ພົມ ວິຫານ ໄດ້ມີຄໍາເຫັນວ່າ: ຄະນະກໍາ ມະການລະດັບຊາດ ປັບປຸງລັດຖະທໍາ ມະນູນ ປີ 2015 ໄດ້ດໍາເນີນກອງປະ ຊຸມປະຈໍາເດືອນ ສິງຫາ 2024 ເພື່ອ ຮັບຟັງການສະຫລຸບການເຄື່ອນໄຫວ ວຽກງານໄລຍະຜ່ານມາ ຂອງຄະນະ ກໍາມະການລະດັບຊາດ ປັບປຸງລັດຖະ ທໍາມະນູນ ແລະ ທິດທາງແຜນການ ຮອດເດືອນ ທັນວາ 2024; ບົດລາຍ ງານການປະເມີນຜົນການຈັດຕັ້ງປະ ຕິບັດລັດຖະທໍາມະນູນ ສະບັບປີ 2015 ຢູ່ຂັ້ນສູງກາງ ແລະ ທ້ອງຖິ່ນໃນທົ່ວປະ ເທດ; ແຜນການຈັດກອງປະຊຸມວິທະ ຍາສາດ ກ່ຽວກັບການປັບປຸງລັດຖະ ທໍາມະນູນ ແລະ ບົດລາຍງານກ່ຽວກັບ ການປະເມີນການຈັດຕັ້ງລັດຖະທໍາມະ ນູນ ຕໍ່ກອງປະຊຸມກົມການເມືອງສູນ ກາງພັກ ໃນທ້າຍເດືອນສິງຫາ 2024. ເພື່ອເຮັດໃຫ້ການຄົ້ນຄວ້າປັບປຸງ ລັດຖະທຳມະນູນ ສະບັບປີ 2015 ດໍາ ເນີນໄປຕາມແຜນການ ແລະ ຖືກຕ້ອງ ຕາມຂັ້ນຕອນທີ່ໄດ້ກຳນົດໄວ້ໃນກົດ ໝາຍວ່າດ້ວຍ ການສ້າງນິຕິກຳ ສະບັບ ເລກທີ 06/ສພຊ, ລົງວັນທີ 16 ພະຈິກ 2021, ຄະນະປະຈຳການ ຈຶ່ງໄດ້ກຳ ນົດແຜນການຄື: ເພື່ອຄົ້ນຄວ້າບັນດາ ເນື້ອໃນສໍາຄັນທີ່ສັງລວມໄດ້ຈາກຜົນ ປະເມີນການຈັດຕັ້ງປະຕິບັດລັດຖະທຳ ມະນູນ ແລະ ຄໍາເຫັນເບື້ອງຕົ້ນຂອງ ຜູ້ເຂົ້າຮ່ວມປະເມີນ ໄດ້ສະເໜີປັບປຸງ ລັດຖະທຳມະນູນ ໃຫ້ສອດຄ່ອງກັບສະ ພາບການພັດທະນາ ໃນໄລຍະໃໝ່; ຄົ້ນຄວ້າປະກອບຄໍາເຫັນໃສ່ໂຄງຮ່າງ ເບື້ອງຕົ້ນຂອງຮ່າງລັດຖະທຳມະນູນ ສະບັບປັບປຸງ, ເກັບກຳຄໍາຄິດຄໍາເຫັນ ຂອງສັງຄົມ ຕໍ່ການຈັດຕັ້ງປະຕິບັດລັດ ຖະທຳມະນູນ ໃຫ້ຫລາກຫລາຍ, ກວ້າງ ຂວາງແລະເລິກເຊິ່ງ, ເປັນການສັງລວມ ແນວຄວາມຄິດໃນການຄົ້ນຄວ້າປັບ ປຸງເນື້ອໃນຂອງລັດຖະທຳມະນູນໃຫ້ມີ ເນື້ອໃນຖືກຕ້ອງ,ສອດຄ່ອງ,ຄົບຖ້ວນ, ສາມາດນໍາໄປສູ່ການພິຈາລະນາຮັບ ຮອງ ແລະ ຈັດຕັ້ງປະຕິບັດໄດ້. ຂ່າວ: ວຽງສະຫວັນ; ພາບ: ຂັນໄຊ ສະໜັບສະໜູນຈາກອົງການ UNFPA ປະຈຳພາກພື້ນອາຊີປາຊີຟິກ ແລະ ປະຈຳ ສປປ ລາວ ໄດ້ຜັນຂະຫຍາຍຊຸດ ບໍລິການທີ່ຈຳເປັນ ເຂົ້າໃນແຜນດຳເນີນ ງານແຫ່ງຊາດເພື່ອປ້ອງກັນ ແລະ ລຶບ ລ້າງຄວາມຮຸນແຮງຕໍ່ແມ່ຍິງ 5 ປີ ຄັ້ງ ທີ II (2021-2025), ແຜນດຳເນີນງານແຫ່ງຊາດສະບັບ ດັ່ງກ່າວໄດ້ລະບຸແຜນວຽກບູລິມະສິດ ແລະ ຕົວຊີ້ບອກທີ່ຈຳເປັນໃນການພັດ ທະນາມາດຕະຖານດຳເນີນງານໃນ ແຕ່ລະຂະແໜງການໂດຍໃຫ້ສອດ ຄ່ອງກັບຊຸດບໍລິການທີ່ຈໍາເປັນ. ຂ່າວ: ທະນູທອງ; ພາບ: ເກດສະໜາ ຍິງ ອາຊຽນຄັ້ງທີ 3 ຈະໄດ້ຮັບການ ພິຈາລະນາຈາກຜູ້ນຳອາຊຽນໃນກອງ ປະຊຸມສຸດຍອດອາຊຽນຄັ້ງທີ 44, 45 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນເດືອນຕຸລາ 2024 ທີ່ ຈະມາເຖິງນີ້, ທີ່ນະຄອນຫລວງວຽງ ຈັນ ສປປ ລາວ. ຂ່າວ: ທະນູທອງ; ພາບ: ເກດສະໜາ ແມ່ນວັນໄຂສັງກາດໃໝ່, ສັງກາດທີ່ປະ ຊາຊົນລາວ ກໍຄື ຊາວນະຄອນຫລວງ ວຽງຈັນ ໄດ້ມີຄວາມເປັນເອກະລາດ, ມີອຳນາດອະທິປະໄຕ ແລະ ຜືນແຜ່ນ ດິນອັນຄົບຖ້ວນ, ມີລະບົບການເມືອງທີ່ ເປັນເອກະພາບ, ມີພັກເປັນແກນນຳປະ ເທດ ໄດ້ຮັບການສ້າງສາພັດທະນາ, ສັງຄົມມີຄວາມສະຫງົບເປັນລະບຽບ ຮຽບຮ້ອຍ, ບົດບາດອິດທິພົນຂອງຊາດ ລາວ ໄດ້ຮັບການຍົກສູງໃນເວທີສາກົນ. ຂ່າວ: ສົມຫວັງ; ພາບ: ອ່າຍຄໍາ ໄປຍັງ ສະຫາຍ ກິມ ເຈິງ ອຸນ ເລຂາ ທິການໃຫ່ຍພັກແຮງງານເກົາຫລີ, ປະ ທານກິດຈະການແຫ່ງລັດ, ຜູ້ບັນຊາ ການສູງສຸດກຳລັງປະກອບອາວຸດ ສປປ ເກົາຫລີ ແລະ ປະຊາຊົນ ສປປ ເກົາຫລີ ອ້າຍນ້ອງທຸກຖ້ວນໜ້າ. ສະຫາຍ ແຈ ຣອງ ແຮ ໄດ້ສະແດງ ຄວາມຊົມເຊີຍຕໍ່ ສະຫາຍ ແກ້ວ ມັກຄະ ຜົນ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳ ແໜ່ງ ເປັນເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ຄົນໃໝ່ ປະຈໍາ ສາທາລະນະ ລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ເພື່ອປະຕິບັດໜ້າທີ່ອັນຊົງກຽດແລະສູງ ສົ່ງ, ພ້ອມທັງອວຍພອນໃຫ້ສະຫາຍ ເອກອັກຄະລັດຖະທູດຈົ່ງປະສົບຜົນສຳ ເລັດ ໃນການເຄື່ອນໄຫວວຽກງານ ການທູດຂອງຕົນ. ພ້ອມກັນນີ້, ສະຫາຍ ແຈ ຣອງ ແຮ ໄດ້ນໍາເອົາຄວາມຢື້ຢາມ ຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນ ປະເສີດ ຈາກ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫ່ຍພັກແຮງງານເກົາ ຫລີ, ປະທານກິດຈະການແຫ່ງລັດ, ຜູ້ ບັນຊາການສູງສຸດ ກຳລັງປະກອບອາ ວຸດ ສປປ ເກົາຫລີ ແລະ ປະຊາຊົນ ສປປ ເກົາຫລີ ໂດຍຜ່ານ ສະຫາຍ ເອກອັກ ຄະລັດຖະທູດ ໄປຍັງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະ ຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ທະນາຄານລາວ ແລະ ທະນາຄານທຸ ລະກິດ ທັງໝົດ 15 ທະນາຄານ. ປັດຈຸ ບັນ ລະບົບດັ່ງກ່າວ, ມີຄວາມພ້ອມເປີດ ໃຫ້ບໍລິການ ແກ່ມວນຊົນເຂົ້າມາດໍາ ເນີນທຸລະກຳແລກປ່ຽນເງິນຕາຕ່າງ ປະເທດນັບແຕ່ວັນທີ22ສິງຫາ 2024 ເປັນຕົ້ນໄປ ໂດຍຜ່ານແອັບພລິເຄ ຊັນ LFX ຂອງທະນາຄານທຸລະກິດ ຈໍາ ນວນໜຶ່ງ ທີ່ສາມາດໃຫ້ບໍລິການເປັນ ຕົ້ນ ທະນາຄານການຄ້າຕ່າງປະເທດ ລາວມະຫາຊົນ, ທະນາຄານສົ່ງເສີມກະ ສິກຳ ແລະ ທະນາຄານເອັດທີ. ພ້ອມນີ້, ຍັງຈະຂະຫຍາຍໄປບັນດາ ທະນາຄານ ທຸລະກິດແຫ່ງອື່ນໆທີ່ໄດ້ເຂົ້າຮ່ວມໃຫ້ບໍ ລິການຜ່ານລະບົບດັ່ງກ່າວ ເຊິ່ງບັນດາ ທະນາຄານເຫລົ່ານັ້ນ ພວມສຸມໃສ່ປັບ ປຸງລະບົບພາຍໃນໃຫ້ສາມາດເຊື່ອມຕໍ່ ກັບລະບົບແລກປ່ຽນເງິນຕາດັ່ງກ່າວ ໃນໄວໆນີ້. ຄຽງຄູ່ກັນນີ້, ໃນການສ້າງຕັ້ງຕະ ແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະ ຊາຊົນຂັ້ນແຂວງ ແລະ ກົດໝາຍວ່າດ້ວ ຍການເລືອກຕັ້ງສະມາຊິກສະພາແຫ່ງ ຊາດ ແລະ ສະພາປະຊາຊົນຂັ້ນແຂວງ ພາຍຫລັງທີ່ໄດ້ຖືກຮັບຮອງເອົາ ໃນ ກອງປະຊຸມສະ ໄໝສາມັນເທື່ອທີ 7 ຂອງສພຊຊຸດທີ IX ເພື່ອໃຫ້ມີຄວາມ ຈະແຈ້ງ, ຮັດກຸມ, ສອດຄ່ອງກັບລັດຖະ ທໍາມະນູນແລະກົດໝາຍອື່ນໆກ່ອນນຳ ສະເໜີກອງປະຊຸມຄະນະປະຈຳສະພາ ແຫ່ງຊາດ ພິຈາລະນາ ແລະ ນຳສະເໜີ ປະກາດໃຊ້ຕາມກົດໝາຍ. ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ ມີຄຳເຫັນກ່າວເປີດກອງປະຊຸມ ໂດຍ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງ ຮຽບຮຽງກົດໝາຍ... ລາວ ເປັນເຈົ້າພາບ... ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂດຍມີບັນດາຜູ້ນຳອາ ຊຽນ, ບັນດາລັດຖະມົນຕີຮັບຜິດຊອບ ວຽກແມ່ຍິງອາຊຽນ ແລະ ຕີມໍແລັດ ສະເຕ, ເລຂາທິການໃຫຍ່ອາຊຽນ, ຜູ້ ຕາງໜ້າຈາກຄູ່ຮ່ວມພັດທະນາ, ພ້ອມ ດ້ວຍຫົວໜ້າຂະແໜງການທີ່ກ່ຽວຂ້ອງ ຂອງ 10 ປະເທດອາຊຽນ ເຂົ້າຮ່ວມ ແບບເຊິ່ງໜ້າ ແລະ ແບບທາງໄກ. ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ຂຶ້ນກ້າວເປີດກອງປະຊຸມ ຢ່າງເປັນທາງການວ່າ: ກອງປະຊຸມໃນ ຄັ້ງນີ້, ສະແດງເຖິງຄວາມໝາຍໝັ້ນ ຂອງບັນດາປະເທດສະມາຊິກ ອາຊຽນ ທີ່ຈະສືບຕໍ່ເສີມຂະຫຍາຍການຮ່ວມມື ໃຫ້ເລິກເຊິ່ງແລະ ເປັນຮູບປະທຳຫລາຍ ຂຶ້ນ, ເພື່ອຍົກສູງການຮ່ວມມືຄຽງຄູ່ ກັບການສົ່ງເສີມບົດບາດຂອງແມ່ຍິງ ໃນພາກພື້ນອາຊຽນແລະນອກພາກພື້ນ ເພື່ອຮັດແໜ້ນປະຊາຄົມອາຊຽນ, ກ້າວ ໄປເຖິງການບັນລຸເປົ້າໝາຍການພັດ ທະນາແບບຍືນຍົງ (SDGs) ແລະ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ທັງຈະເປັນໂອກາດອັນດີ ສຳລັບບັນດາ ຜູ້ນຳອາຊຽນ ແລະ ບັນດາລັດຖະມົນຕີ ຮັບຜິດຊອບວຽກງານແມ່ຍິງອາຊຽນ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ມີ ບັນດາຄະນະປະຈຳພັກ, ຄະນະພັກ-ຄະ ນະນຳ, ຄະນະປະຈຳສະພາປະຊາຊົນ ນະຄອນຫລວງວຽງຈັນ, ເມືອງ, ພະ ແນກການ-ອົງການທຽບເທົ່າ, ສະມາ ຊິກພັກ, ພະນັກງານ, ທະຫານ, ຕໍາ ຫລວດ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ອານຸພາບ ຕຸນາລົມ ໄດ້ໃຫ້ຮູ້ວ່າ: ວັນຢຶດອຳນາດ 23 ສິງຫາ ມີອາຍຸຄົບຮອບ 49 ປີ ເຊິ່ງ ເປັນວັນທີ່ມີຄວາມໝາຍສຳຄັນທາງ ປະຫວັດສາດຂອງຊາດ, ຂອງພັກແລະ ປະຊາຊົນລາວບັນດາເຜົ່າທົ່ວປະເທດ. ສະນັ້ນ, ເພື່ອໂຄສະນາ ເຜີຍແຜ່ໃຫ້ສະ ມາຊິກພັກ, ພະນັກງານ, ທະຫານ, ຕໍາ ຫລວດ, ນັກຮຽນຮູ້ປັນຍາຊົນ ແລະ ປະຊາຊົນບັນດາເຜົ່າ ພາຍໃນນະຄອນ ຫລວງວຽງຈັນ ໄດ້ຮັບຮູ້, ເຂົ້າໃຈ ເຊື່ອມຊຶມ ແລະ ກໍາແໜ້ນຢ່າງເລິກເຊິ່ງ ກ່ຽວກັບປະຫວັດສາດ ແລະ ມູນເຊື້ອ ຜົນງານ ໃນການຕໍ່ສູ້ກັບພວກລ່າເມືອງ ຂຶ້ນແບບເກົ່າ ແລະ ແບບໃໝ່, ວັນທີ 23 ສິງຫາ 1975 ໄດ້ເປັນຂີດໝາຍສໍາຄັນ ໃນການກ້າວສູ່ການສະຖາປະນາ ສປປ ລາວ ຢ່າງສົມບູນ; ໃຫ້ເຫັນໄດ້ຄວາມ ໝາຍ, ຄວາມສໍາຄັນຂອງວັນດັ່ງກ່າວ ຖືເປັນຂີດໝາຍໃນຂະບວນການຕໍ່ສູ້ກູ້ ຊາດ ເພື່ອຢຶດເອົາເອກະລາດ ອໍານາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບ ຖ້ວນມາສູ່ປະເທດຊາດ ແລະ ປະຊາຊົນ ລາວບັນດາເຜົ່າຢ່າງມີໄຊ ເຊິ່ງໄຊຊະ ນະ ວັນທີ 23 ສິງຫາ 1975 ມີຄວາມ ໝາຍສໍາຄັນຕໍ່ປະຊາຊົນລາວທັງຊາດ ເພາະວ່າມັນແມ່ນໝາກຜົນແຫ່ງການ ຕໍ່ສູ້ປະຕິວັດອັນຍືດເຍື້ອຍາວນານຂອງ ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການ ນຳພາຂອງພັກປະຊາຊົນປະຕິວັດ ລາວ; ມັນແມ່ນຜົນທີ່ເກີດຈາກຄວາມ ກ້າຫານປະດິດສ້າງແຫ່ງການນຳໃຊ້ 3 ບາດຄ້ອນຍຸດທະສາດ ເພື່ອຢຶດອຳ ນາດການປົກຄອງໃນທົ່ວປະເທດແບບ “ບົວບໍ່ຊ້ຳນ້ຳບໍ່ຂຸ່ນ”; ມັນແມ່ນໄຊຊະ ນະຂອງແນວທາງປະຕິວັດອັນຖືກຕ້ອງ ແລະ ການນຳພາອັນສະຫລາດສ່ອງ ໃສຂອງພັກ ທີ່ຮູ້ໝູນໃຊ້ລັດທິມາກເລນິນ ເຂົ້າໃນພຶດຕິກຳຕົວຈິງ ຂອງ ການປະຕິວັດລາວຢ່າງປະດິດສ້າງ; ມັນແມ່ນໄຊຊະນະຂອງກໍາລັງແຮງ ແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈ ດຽວກັນຂອງປວງຊົນທັງຊາດ, ຄວາມ ເປັນອັນໜຶ່ງອັນດຽວກັນ ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ, ແມ່ນ ໄຊຊະນະຂອງຄວາມສາມັກຄີຮ່ວມ ສຳພັນສູ້ຮົບ ລະຫວ່າງປະຊາຊົນລາວ, ປະຊາຊົນຫວຽດນາມ ແລະ ປະຊາຊົນ ກຳປູເຈຍ ທີ່ໄດ້ຄຽງບ່າຄຽງໄຫລ່ກັນ ຕ້ານສັດຕູໂຕດຽວກັນ ຕະຫລອດໄລຍະ ການປະຕິວັດປົດປ່ອຍຊາດໃນເມື່ອ ກ່ອນ ກໍຄື ໃນພາລະກິດປົກປັກຮັກສາ ແລະ ກໍ່ສ້າງປະເທດຊາດໃນປັດຈຸບັນ. ພ້ອມນັ້ນ, ກໍເປັນໄຊຊະນະຂອງການ ຊ່ວຍເຫລືອ, ສະໜັບສະໜູນອັນແຂງ ແຮງ ແລະ ປະເສີດເລີດລ້ຳຂອງບັນດາ ປະເທດສັງຄົມນິຍົມອ້າຍນ້ອງ ເປັນຕົ້ນ ແມ່ນອະດີດສະຫະພາບໂຊວຽດ ແລະ ສາທະນະລັດ ປະຊາຊົນຈີນ ແລະ ຂອງ ປະຊາຊົນຜູ້ກ້າວໜ້າໃນໂລກ. ສະຫາຍ ອານຸພາບ ຕຸນາລົມ ຍັງໃຫ້ ຮູ້ອີກວ່າ: ວັນທີ 23 ສິງຫາ ປີ 1975 ຂປລ. ກອງປະຊຸມປິ່ນອ້ອມພາຍ ໃຕ້ ຫົວຂໍ້ “ບໍ່ມີປະຕູໃດທີ່ຜິດ” ບົດຮຽນ ອັນດີລະບົບການປະສານງານໃນການ ແກ້ໄຂ, ການປົກປ້ອງ, ການບໍລິການ ທາງສັງຄົມ, ການຊ່ວຍເຫລືອທາງ ດ້ານສຸຂະພາບ ແລະ ການສົ່ງຕໍ່ຄວາມ ຮຸນແຮງບົນພື້ນຖານທາງເພດ ຈັດຂຶ້ນ ໃນວັນທີ 22 ສິງຫາ 2024 ຢູ່ນະ ຄອນ ຫລວງວຽງຈັນ ສປປ ລາວ ເພື່ອປຶກ ສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ໃນຫລາຍບັນຫາສຳຄັນ ໂດຍ ສະເພາະການຈັດຕັ້ງປະຕິບັດກ່ຽວ ກັບການຕອບໂຕ້ ການໃຊ້ຄວາມຮຸນ ແຮງບົນພື້ນຖານທາງເພດ ໂດຍມີຮອງ ຫົວໜ້າກົມຄວາມສະເໝີພາບຍິງ-ຊາຍ ກະຊວງແຮງງານ ແລະ ສະຫວັດດີ ການ-ສັງຄົມ ສສ ຫວຽດນາມ, ຜູ້ຕາງ ໜ້າອົງການສະຫະປະຊາຊາດກອງ ທຶນສຳລັບປະຊາກອນ ແລະ ຜູ້ອຳນວຍ ການອົງການ KOICA ປະຈຳ ສປປ ລາວ ພ້ອມດ້ວຍ ຜູ້ຕາງໜ້າຄະນະ ກຳມະການແມ່ຍິງອາຊຽນ, ຄະນະ ກຳມາທິການອາຊຽນ ເພື່ອສົ່ງເສີມ ແລະ ປົກປ້ອງສິດທິ ຂອງແມ່ຍິງ-ເດັກ ແລະ ຜູ້ຕາງໜ້າຈາກຂະແໜງການທີ່ ກ່ຽວຂ້ອງຂອງອາຊຽນ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານນາງຈັນໂສ ດາ ພອນທິບ ຮອງປະທານສູນກາງ ສະຫະພັນແມ່ຍິງລາວ, ທັງເປັນຮອງ ປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າ ຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ໃຫ້ຮູ້ວ່າ: ກອງປະຊຸມ ໃນຄັ້ງນີ້, ບັນດາຜູ້ຕາງໜ້າຈາກ ສປປ ລາວ, ສສ ຫວຽດນາມ ແລະ ປະເທດ ໄທ ໄດ້ແບ່ງປັນບົດຮຽນ ແລະ ການ ຈັດຕັ້ງປະຕິບັດ ກ່ຽວກັບການຕອບໂຕ້ ການໃຊ້ຄວາມຮຸນແຮງບົນພື້ນຖານ ທາງເພດ ໃນຫລາຍຂະແໜງການ ໂດຍເນັ້ນໃສ່ຂະບວນການຮ່າງ ແລະ ການຈັດຕັ້ງປະຕິບັດຊຸດບໍລິການທີ່ຈຳ ເປັນສຳລັບແມ່ຍິງ ແລະ ເດັກຍິງທີ່ຖືກ ຄວາມຮຸນແຮງ ກໍຄື ມາດຕະຖານດຳ ເນີນງານຂອງແຕ່ລະຂະແໜງການ ເພື່ອຕອບໂຕ້ຄວາມຮຸນແຮງບົນພື້ນ ຖານທາງເພດ ທີ່ຕິດພັນກັບຂະແໜງ ສຸຂະພາບ, ຂະແໜງ ຍຸຕິທຳ ແລະ ຕຳ ຫລວດ, ຂະແໜງ ສັງຄົມ ແລະ ຂະ ແໜງການປະສານງານ. ທ່ານນາງ ຈັນໂສດາ ພອນທິບ ໃຫ້ຮູ້ອີກວ່າ: ສຳລັບສປປລາວ, ແມ່ຍິງ 30% ທີ່ເຄີຍມີຄອບຄົວ ໄດ້ມມີປະສົບ ການຖືກຄວາມຮຸນແຮງທາງດ້ານ ຮ່າງກາຍ ແລະ ທາງເພດ ຈາກຄູ່ຄອງ ໃນຊ່ວງຊີວິດຂອງເຂົາເຈົ້າ ແລະ ແມ່ ຍິງ ຫລາຍກວ່າ 70% ມີປະສົບການ ຄວາມຮຸນແຮງ ທີ່ບໍ່ໄດ້ຮັບການຊ່ວຍ ເຫລືອຍ້ອນຂາດຄວາມຮູ້, ຄວາມໄວ້ ວາງໃຈແລະ ອື່ນໆ. ໃນປີ 2019, ສປປ ລາວ ລິເລີ່ມ ປຶກສາຫາລືກັບບັນດາຂະແໜງການ ເພື່ອໃຫ້ຄວາມຮູ້ກັບຂະແໜງການພາກ ລັດກ່ຽວກັບຊຸດບໍລິການທີ່ຈຳເປັນຂັ້ນ ພື້ນຖານ ໃນການຊ່ວຍເຫລືອທາງດ້ານ ສຸຂະພາບ, ຍຸຕິທໍາ, ຕໍາຫລວດ ແລະ ສັງຄົມ ສຳລັບຜູ້ລອດຊີວິດຈາກຄວາມ ຮຸນແຮງ. ໃນປີ 2020, ສປປ ລາວ ໂດຍການ ນວ ຫວນຄືນ... ແມ່ຍິງອາຊຽນ... ການຮຽບຮຽງເນື້ອໃນ 3 ກົດໝາຍ ຂົງ ເຂດສະພາແຫ່ງຊາດ (ສະບັບປັບປຸງ) ຕາມການປະກອບຄໍາ ເຫັນຂອງບັນດາ ສະມາຊິກສະພາແຫ່ງຊາດ ໃນກອງປະ ຊຸມສະໄໝສາ ມັນເທື່ອທີ 7 ຂອງສະ ພາແຫ່ງຊຸດທີ IX ຄັ້ງວັນທີ 24 ມິຖຸ ນາ 2024 ຊຶ່ງຄະນະຮັບຜິດຊອບປັບປຸງ 3 ກົດໝາຍດັ່ງກ່າວ ກໍໄດ້ຄົ້ນຄວ້າພິ ຈາລະນາປັບປຸງສຳເລັດໂດຍພື້ນຖານ ແລະ ໃນວັນທີ 28 ມິຖຸນາ 2024 ກອງ ປະຊຸມສະໄໝສາມັນເທື່ອທີ 7 ໄດ້ພິຈາ ລະນາຮັບຮອງເອົາດ້ວຍຄະແນນສຽງ ເຫັນດີເປັນສ່ວນຫລາຍ. ການຮຽບຮຽງທັງ 3 ກົດໝາຍດັ່ງ ກ່າວ, ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ຍົກ ສູງຄວາມຮັບຜິດຊອບຂອງຕົນໃນ ການຮຽບຮຽງເຮັດໃຫ້ເນື້ອໃນມີຄວາມ ຈະແຈ້ງ, ຊັນເຈນຂຶ້ນກວ່າເກົ່າ ຊຶ່ງສາ ມາດນຳລາຍງານຕໍ່ຄະນະປະຈຳສະ ພາແຫ່ງຊາດ ແລະ ກ້າວໄປເຖິງການ ປະກາດໃຊ້ໃນຕໍ່ໜ້າ. ຂ່າວ-ພາບ: ກຸກກິກ ບຸດດາໄຊ ທູດລາວ... ປະຊາຊົນລາວ ແລະ ປະຊາຊົນລາວ ທຸກທົ່ວໜ້າໃນໂອກາດນີ້ດ້ວຍ. ໃນໂອກາດຍື່ນສານຕາຕັ້ງດັ່ງ ກ່າວ, ສະຫາຍແກ້ວມັກຄະຜົນໄດ້ຕີລາ ຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງສປປລາວ ແລະ ສປປ ເກົາຫລີ ເຊິ່ງແມ່ນການພົວ ພັນຮ່ວມມືທີ່ມີມູນເຊື້ອມາ ແຕ່ດົນນານ ທີ່ໄດ້ຮັບການກໍ່ຕັ້ງຂຶ້ນໂດຍ ສະຫາຍ ປະທານ ໄກສອນ ພົມວິຫານ, ຜູ້ນໍາ ທີ່ແສນເຄົາລົບຮັກຂອງປະຊາຊົນ ລາວ ແລະ ສະຫາຍ ປະທານ ກິມ ອິນ ຊຸງ ຜູ້ນໍາທີ່ຍິ່ງໃຫ່ຍຂອງປະຊາຊົນ ສປປ ເກົາຫລີ ແລະ ສືບທອດ ໂດຍບັນ ດາຜູ້ນໍາຮຸ່ນຕໍ່ມາຂອງສອງປະເທດ, ສປປ ລາວ ແລະ ສປປ ເກົາຫລີ ສອງ ປະເທດພວກເຮົາໄດ້ໃຫ້ການສະໜັບ ສະໜູນຊ່ວຍເຫລືອເຊິ່ງກັນແລະກັນໃນ ໄລຍະການຕໍ່ສູ້ເພື່ອປົດປ່ອຍປະເທດ ຊາດໃນເມື່ອກ່ອນ ກໍຄື ການປົກປັກຮັກ ສາ ແລະ ພັດທະນາປະເທດຊາດຂອງ ແຕ່ລະປະເທດໃນປັດຈຸບັນ. ສາຍພົວພັນ ດັ່ງກ່າວ ໄດ້ປະກອບສ່ວນເຂົ້າໃນການ ຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສອງປະເທດ ກໍຄື ປະກອບສ່ວນເຂົ້າ ໃນພາລະກິດປົກປັກຮັກສາສັນຕິພາບ ແລະ ເສີມຂະຫຍາຍການຮ່ວມມື ເພື່ອ ພັດທະນາໃນພາກພື້ນ ແລະ ໃນໂລກ. ສະຫາຍ ແກ້ວ ມັກຄະຜົນ ໄດ້ສະ ແດງຄວາມຂອບໃຈຢ່າງຈິງໃຈຕໍ່ການ ຕ້ອນຮັບອັນອົບອຸ່ນ ແລະ ຄໍາເວົ້າ ອັນ ດີງາມຂອງ ສະຫາຍ ແຈ ຣອງ ແຮ ທີ່ມີຕໍ່ສາຍພົວພັນມິດຕະພາບຖານສະ ຫາຍອ້າຍນ້ອງ ລະຫວ່າງ ສອງປະ ເທດ. ພ້ອມກັນນັ້ນ, ກໍໄດ້ອວຍພອນໄຊ ອັນປະເສີດໃຫ້ ສະຫາຍ ແຈ ຣອງ ແຮ ຈົ່ງມີພະລານາໄມສົມບູນ ແລະ ປະສົບ ຜົນສໍາເລັດໃນໜ້າທີ່ວຽກງານອັນຊົງ ກຽດຂອງຕົນ. ຫລາດແລກປ່ຽນເງິນຕາ ຍັງຕ້ອງໄດ້ ກະກຽມຄວາມພ້ອມດ້ານອື່ນໆ ເພື່ອ ສ້າງຕັ້ງເປັນນິຕິບຸກຄົນ ກໍຄື ສ້າງຕັ້ງ ບໍລິສັດ ທີ່ຈະບໍລິຫານຕະຫລາດແລກ ປ່ຽນເງິນຕາຕ່າງປະເທດນີ້ ໃຫ້ຖືກ ຕ້ອງແລະສອດຄ່ອງກັບກົດໝາຍຂອງ ສປປ ລາວ ເຊິ່ງຄາດວ່າຈະໃຫ້ສໍາເລັດ ແລະ ໄດ້ເປີດເປັນທາງການໃນຕົ້ນ ເດືອນຕຸລາ 2024 ນີ້. ໃນໄລຍະທຳອິດ ແມ່ນເປີດໃຫ້ບໍລິ ຫານ ແຕ່ວັນຈັນ-ວັນສຸກ ເວລາ 9:0014:00 ໂມງ, ສາມາດ ຊື້-ຂາຍ ເງິນ ຕາຕ່າງປະເທດ ໄດ້ 3 ສະກຸນຄື: ໂດລາ ສະຫະລັດ, ບາດ ແລະ ຢວນ, ຜູ້ທີ່ມີ ຄວາມສົນໃຈສາມາດ ໂທສອບຖາມຂໍ້ ມູນເພີ່ມເຕີມ ໄດ້ທີເບີ 021 858 888 ຫລື ເບີສາຍດ່ວນຂອງທະນາຄານ ທີ່ ທ່ານໃຊ້ບໍລິການ. ຂ່າວ: ທະນູທອງ; ພາບ: ເກດສະໜາ ແມ່ຍິງອາຊຽນ...
RkJQdWJsaXNoZXIy MTc3MTYxMQ==