0= 8q d]q '0v'l6 odk'ra ddv,,6 oy f9u o dj P;da [dko]q 'g]y d dkoxt8y I6 [1j k'Iv[fh ko grnj v-5 dp6h 7;k,ma oltw\c[[9u o h lt4kom6 f]k;muj s;Pfok, gzu pczj zq oleg]a f dv'xt-5 ,ltw\lk,a ogmnj vmu 7 ltrkcsj '-kf -5 fmu IX xtgmf]k; 4 3]d c]t gsfdko *** ຕໍ່ຈາກສະບັບກ່ອນ*** *** ຕໍ່ຈາກໜ້າ 1 *** 19/08/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ປັບປຸງລະບຽບການວິສາຫະກິດ ຍຸກປັດຈຸບັນທີ່ມີສີສັນພິເສດຂອງຈີນ ໃຫ້ສົມບູນ, ສົ່ງເສີມນ້ຳໃຈນັກທຸລະກິດ, ສະໜັບສະໜູນແລະຊີ້ນຳນຳພາວິສາຫະ ກິດປະເພດຕ່າງໆຍົກສູງປະສິດທິພາບ ການນຳໃຊ້ຊັບພະຍາກອນ ແລະ ປັດໄຈ ການຜະລິດ ພ້ອມດ້ວຍລະດັບທຸລະກິດ ຄຸ້ມຄອງບໍລິຫານ, ປະຕິບັດຄວາມຮັບ ຜິດຊອບທາງສັງຄົມ, ເລັ່ງລັດສ້າງວິສາ ຫະກິດລະດັບແຖວໜ້າຂອງໂລກໃຫ້ ຫລາຍກວ່າເກົ່າ. 6. ສ້າງຕະຫລາດໃຫຍ່ທີ່ເປັນເອກະ ພາບກັນໃນທົ່ວປະເທດ. ຊຸກຍູ້ໃຫ້ລະ ບຽບການ ແລະ ກົດລະບຽບພື້ນຖານ ຂອງຕະຫລາດເປັນເອກະພາບກັນການ ຕິດຕາມຄຸ້ມຄອງຕະຫລາດມີຄວາມ ຍຸຕິທຳ ແລະ ເປັນເອກະພາບກັນພ້ອມ ດ້ວຍສິ່ງກໍ່ສ້າງຕະຫລາດເຊື່ອມຈອດ ກັນໃນມາດຕະຖານສູງ. ເພີ່ມທະວີການ ຜູກມັດທີ່ເຂັ້ມແຂງ ໃນການກວດກາ ການແຂງຂັນແບບຍຸຕິທຳ, ເພີ່ມທະວີ ການຕ້ານການຜູກຂາດ ແລະ ຕ້ານການ ແຂ່ງຂັນທີ່ບໍ່ຖືກຕ້ອງ, ຊອກຮູ້-ຍົກເລີກ ຂໍ້ກຳນົດ ແລະ ວິທີການຕ່າງໆທີ່ເປັນ ອຸປະສັກຕໍ່ຕະຫລາດທີ່ເປັນເອກະພາບ ກັນໃນທົ່ວປະເທດ ແລະ ການແຂ່ງຂັນ ແບບຍຸຕິທຳ. ປັບປຸງລະບຽບກົດໝາຍ ແລະ ລະບຽບການດຶງດູດການລົງທຶນ ຂອງທ້ອງຖິ່ນຕ່າງໆ ໃຫ້ເປັນລະບຽບ ແບບແຜນ, ຫ້າມບໍ່ໃຫ້ມີນະໂຍບາຍພິ ເສດທີ່ຜິດກົດໝາຍ. ສ້າງຕັ້ງ ແລະ ປັບ ປຸງລະບົບເວທີຊື້ຂາຍຊັບພະຍາກອນ ສາທາລະນະ ເຊັ່ນ: ການຮັບປະມູນແຂ່ງຂັນປະມູນພ້ອມດ້ວຍການຈັດຊື້ຈັດ ຈ້າງຂອງອົງການລັດໜ່ວຍງານວິຊາ ການລັດວິສາຫະກິດ ແລະ ອື່ນໆ ທີ່ເປັນ ເອກະພາບກັນເປັນລະບຽບແບບແຜນ ແລະ ຊົມໃຊ້ຂໍ້ມູນຂ່າວສານຮ່ວມກັນນັ້ນ ໃຫ້ຄົບຖ້ວນ, ຄຸ້ມຄອງທຸກຂັ້ນຕອນຂອງ ໂຄງການຢ່າງເປີດເຜີຍ. ຍົກສູງຄວາມ ສາມາດ ແລະ ລະດັບການຕິດຕາມ ຄຸ້ມຄອງຕະຫລາດແບບສັງລວມ. ປັບ ປຸງລະບົບມາດຕະຖານຂອງລັດໃຫ້ ຄົບຖ້ວນ, ລົງເລິກປະຕິຮູບລະບຽບການ ຄຸ້ມຄອງມາດຕະຖານຂອງທ້ອງຖິ່ນ. ປັບປຸງລະບຽບການຂອງຕະຫລາດ ແລະ ກົດລະບຽບຂອງປັດໄຈການ ຜະລິດໃຫ້ສົມບູນ, ຊຸກຍູ້ໃຫ້ປັດໄຈການ ຜະລິດເຄື່ອນໄຫວຢ່າງໂລ່ງລ່ຽນ, ຈັດ ສັນຊັບພະຍາກອນປະເພດຕ່າງໆຢ່າງ ມີປະສິດທິພາບສູງ, ຂຸດຄົ້ນກຳລັງແຮງ ບົ່ມຊ້ອນຂອງຕະຫລາດຢ່າງເຕັມສ່ວນ. ສ້າງຕະຫລາດທີ່ດິນປຸກສ້າງເປັນ ເອກະພາບກັນຢູ່ຕົວເມືອງ ແລະ ຊົນນະ ບົດ. ປັບປຸງລະບຽບການພື້ນຖານທີ່ຊຸກ ຍູ້ການພັດທະນາຢ່າງເປັນລະບຽບແບບ ແຜນຂອງຕະຫລາດທຶນນັ້ນໃຫ້ສົມບູນ. ບຳລຸງສ້າງຕະຫລາດດ້ານເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານທີ່ເປັນອັນໜຶ່ງ ອັນດຽວໃນທົ່ວປະເທດ. ປັບປຸງກົນໄກ ທີ່ຕົ້ນຕໍແມ່ນໃຫ້ສາຍພົວພັນລະຫວ່າງ ການສະໜອງ ແລະ ຄວາມຕ້ອງການ ຕັດສິນລາຄາຂອງປັດໄຈການຜະລິດ ນັ້ນໃຫ້ສົມບູນ, ປ້ອງກັນບໍ່ໃຫ້ລັດຖະ ບານດຳເນີນການແຊກແຊງທີ່ບໍ່ຖືກ ຕ້ອງຕໍ່ການກຳນົດລາຄາ. ປັບປຸງກົນ ໄກທີ່ໃຫ້ຕະຫລາດປະເມີນຜົນການປະ ກອບສ່ວນ ແລະ ຕັດສິນຄ່າຕອບແທນ ຂອງປັດໄຈການຜະລິດຕ່າງໆເຊັ່ນ: ແຮງງານທຶນທີ່ດິນຄວາມຮູ້ ເຕັກໂນໂລ ຊີການຄຸ້ມຄອງຂໍ້ມູນ ແລະ ອື່ນໆນັ້ນ ໃຫ້ ຄົບຖ້ວນ. ຊຸກຍູ້ການປະຕິຮູບລາຄາໃນ ຂົງເຂດນ້ຳພະລັງງານຄົມມະນາຄົມ ແລະຂົງເຂດອື່ນໆ, ປັບປຸງລະບຽບການ ກຳນົດລາຄານ້ຳລາຄາໄຟຟ້າ ແລະ ລາຄາອາຍແກັດທຳມະຊາດແບບລູກ ລະນາດສຳລັບພົນລະເມືອງ, ປັບປຸງ ກົນໄກກຳນົດລາຄານ້ຳມັນເຊື້ອໄຟໃຫ້ ສົມບູນ. ປັບປຸງໂຄງປະກອບການຈໍລະຈອນ ໃຫ້ສົມບູນ, ເລັ່ງລັດພັດທະນາເຄືອ ຂ່າຍວັດຖຸສິ່ງຂອງ, ປັບປຸງກົດລະບຽບ ແລະ ມາດຕະຖານຈໍລະຈອນທີ່ເຊື່ອມ ຈອດເປັນອັນໜຶ່ງອັນດຽວນັ້ນໃຫ້ຄົບ ຖ້ວນ, ຫລຸດຜ່ອນຕົ້ນທຶນຈໍລະຈອນ ສິນຄ້າໃນທົ່ວສັງຄົມ. ລົງເລິກປະຕິຮູບ ໂຄງປະກອບການຄຸ້ມຄອງພະລັງງານ, ສ້າງຕະຫລາດພະລັງງານໄຟຟ້າທີ່ ເປັນເອກະພາບກັນໃນທົ່ວປະເທດ, ປັບ ປຸງກົນໄກດຳເນີນງານ ແລະ ຈັດສັນ ເຄືອຂ່າຍທໍ່ສົ່ງນ້ຳມັນ ແລະ ອາຍແກັດ ທຳມະຊາດໃຫ້ດີຂຶ້ນ. ເລັ່ງລັດບຳລຸງສ້າງລະບົບຄວາມ ຕ້ອງການພາຍໃນທີ່ຄົບຖ້ວນ, ສ້າງກົນ ໄກທີ່ມີປະສິດທິຜົນຍາວນານທີ່ລັດຖະ ບານລົງທຶນ ເພື່ອສະໜັບສະໜູນໂຄງ ການສຳຄັນຂະໜາດໃຫຍ່ທີ່ມີລັກສະ ນະເປັນພື້ນຖານລັກສະນະສາທາລະ ນະປະໂຫຍດ ແລະ ລັກສະນະໄລຍະ ຍາວ, ປັບປຸງໂຄງປະກອບ ແລະ ກົນ ໄກທີ່ການລົງທຶນພາກລັດຊຸກຍູ້ການລົງ ທຶນພາກເອກະຊົນຢ່າງມີປະສິດທິຜົນ, ລົງເລິກປະຕິຮູບລະບຽບການພິຈາລະ ນາອະນຸມັດການລົງທຶນ, ປັບປຸງກົນ ໄກກະຕຸກຊຸກຍູ້ພະລັງຊີວິດແຫ່ງການ ລົງທຶນພາກເອກະຊົນ ແລະ ຊຸກຍູ້ການ ຈັດຕັ້ງປະຕິບັດໂຄງການລົງທຶນນັ້ນ ໃຫ້ສົມບູນ, ສ້າງກົນໄກການລົງທຶນ ທີ່ມີປະສິດທິຜົນນັ້ນເພີ່ມຂຶ້ນຈາກແຮງ ຂັບເຄື່ອນພາຍໃນຕົວ ເຊິ່ງນຳພາໂດຍ ຕະຫລາດເປັນຫລັກ. ປັບປຸງກົນໄກ ເປີດກວ້າງການບໍລິໂພກຢ່າງມີປະສິດ ທິຜົນຍາວນານນັ້ນໃຫ້ສົມບູນ, ຫລຸດ ຜ່ອນມາດຕະການຈຳກັດ, ເພີ່ມທະວີ ການບໍລິໂພກລະບົບສາທາລະນະຢ່າງ ສົມເຫດສົມຜົນ, ຕັ້ງໜ້າຊຸກຍູ້ເສດຖະ ກິດແບບນຳສະເໜີຄັ້ງທຳອິດ. 7. ປັບປຸງລະບອບພື້ນຖານຂອງ ເສດຖະກິດຕະຫລາດໃຫ້ສົມບູນ. ປັບປຸງ ລະບຽບການສິດຊັບສິນໃຫ້ສົມບູນ, ປົກປ້ອງສິດຊັບສິນຂອງເສດຖະກິດກຳ ມະສິດປະເພດຕ່າງໆຢ່າງສະເໝີພາບ ແລະ ຖາວອນຕາມກົດໝາຍ, ສ້າງໂຄງ ປະກອບຄຸ້ມຄອງຊັບສິນທາງປັນຍາ ແບບສັງລວມຢ່າງມີປະສິດທິພາບສູງ. *** ອ່ານຕໍ່ສະບັບໜ້າ *** ຂປລ. ສະຖານທູດລາວ ປະຈຳ ສສ ຫວຽດນາມ ຮ່ວມກັບສະພາ ແຫ່ງຊາດລາວ ຈັດເຜີຍແຜ່ຜົນສຳ ເລັດກອງປະຊຸມສະໄໝສາມັນເທື່ອ ທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ສິງຫາ 2024 ຢູ່ສຳ ນັກງານສະຖານທູດລາວໃນນະ ຄອນຫລວງຮ່າໂນ້ຍ ໂດຍການເຜີຍ ແຜ່ຂອງ ທ່ານ ພົຕ ວົງສັກ ພັນທະວົງ ຄະນະປະຈຳສະພາແຫ່ງຊາດ, ປະ ທານກຳມາທິການປ້ອງກັນຊາດ- ປ້ອງກັນຄວາມສະຫງົບສະພາ ແຫ່ງ ຊາດລາວ, ມີ ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິ ສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມ ຄະນະນຳ, ພະນັກງານສະຖານທູດ, ການບິນລາວ ແລະ ຜູ້ຕາງໜ້ານັກ ສຶກສາລາວທີ່ກຳລັງສຶກສາຮ່ຳຮຽນ ຢູ່ສະຖານບັນການສຶກສາໃນນະ ຄອນຫລວງຮ່າໂນ້ຍ ເຂົ້າຮ່ວມ. ທັງ ນີ້, ເພື່ອນຳເອົາບັນດາເນື້ອໃນຈິດ ໃຈ ກໍຄື ບັນຫາສຳຄັນຕ່າງໆທີ່ກອງ ປະຊຸມສະພາແຫ່ງຊາດ ໄດ້ພິຈາລະ ນາ ແລະ ຮັບຮອງເອົາຄັ້ງນີ້ ແຈ້ງໃຫ້ ບັນດາຜູ້ທີ່ມີສິດເລືອກຕັ້ງຢູ່ຕ່າງ ປະເທດ ໂດຍສະເພາະແມ່ນບັນດາ ຄະນະນຳ, ພະນັກງານ ແລະ ນັກສຶກ ສາລາວທີ່ກຳລັງເຮັດວຽກ ແລະ ຮ່ຳຮຽນຢູ່ ສສ ຫວຽດນາມ ໄດ້ຮັບ ຊາບຢ່າງທົ່ວເຖິງ. ໂອກາດນີ້, ທ່ານ ພົຕ ວົງສັກ ພັນທະວົງ ໄດ້ຍົກໃຫ້ເຫັນຫລາຍ ບັນຫາສຳຄັນຂອງປະຊາດ ທີ່ກອງ ປະຊຸມໄດ້ພິຈາລະນາ, ຮັບຮອງເອົາ ເຊັ່ນ: ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນ ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງ ລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນ ທ້າຍປີ 2024; ບົດລາຍງານຂອງ ອົງການກວດສອບແຫ່ງລັດ ກ່ຽວ ກັບການແກ້ໄຂຜົນການກວດສອບ ປະຈຳປີ 2022; ບົດລາຍງານກ່ຽວ ກັບການເຄື່ອນໄຫວວຽກງານແຕ່ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຫາເທື່ອທີ 7 ແລະ ແຜນການຮອດ ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX; ການພິຈາລະນາ ແລະ ຮັບຮອງເອົາ ການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 13 ສະບັບ (ສ້າງໃໝ່ 2 ກົດໝາຍ, ປັບປຸງ 11 ກົດໝາຍ). ຜົນສຳເລັດຂອງກອງປະຊຸມສະໄໝ ສາມັນ ເທື່ອທີ 7 ຂອງສະພາແຫ່ງ ຊາດ ຊຸດທີ IX ຄັ້ງນີ້ ເປັນການຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງ ທີ XI ຂອງພັກ, ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ເຂົ້າສູ່ຊີວິດຕົວຈິງ, ແມ່ນໝາກ ຜົນແຫ່ງການລວມສູນສະຕິປັນຍາ, ສິດປະຊາທິປະໄຕ ກໍຄື ການຍົກສູງ ຄວາມຮັບຜິດຊອບທາງການເມືອງ ຂອງບັນດາສະມາຊິກສະພາແຫ່ງ ຊາດ, ການຕັດສິນໃຈສູງຂອງລັດ ຖະບານ, ອົງການທີ່ກ່ຽວຂ້ອງໃນ ການແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນໃຫ້ຕົກ ໄປເທື່ອລະກ້າວ ເພື່ອພັດທະນາປະ ເທດຊາດ ໃຫ້ມີຄວາມໜັກແໜ້ນຂຶ້ນ ໄປເລື້ອຍໆ. ພ້ອມນີ້, ທ່ານຍັງໄດ້ ຮຽກຮ້ອງໃຫ້ຄະນະພັກ-ຄະນະນຳ ແຕ່ລະຂັ້ນ, ພະນັກງານ, ທະຫານ, ຕຳຫລວດ, ປະຊາຊົນທຸກຊັ້ນຄົນ ໃນສັງຄົມ ໂດຍສະເພາະແມ່ນຄະນະ ພັກ-ຄະນະນຳ, ພະນັກງານສະຖານ ທູດ, ນັກສຶກສາລາວທີ່ກຳລັງປະຕິ ບັດໜ້າທີ່ແລະ ສຶກສາຮ່ຳຮຽນຢູ່ສສ ຫວຽດນາມ ຈົ່ງນຳເອົາມະຕິຂອງ ກອງປະຊຸມສະພາແຫ່ງຊາດ ໃນ ຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າ ໃນວຽກງານຕົວຈິງໃນຂອບເຂດ ຄວາມຮັບຜິດຊອບຂອງຕົນໃຫ້ໄດ້ ເປັນຮູບປະທຳ ແລະ ໄດ້ຮັບຜົນສຳ ເລັດເປັນຢ່າງດີ. ໃນໂອກາດດັ່ງກ່າວ, ທ່ານເອກ ອັກຄະລັດຖະທູດ ກໍໄດ້ລາຍງານສະ ພາບລວມຂອງສະຖານທູດ ແລະ ຜົນສຳເລັດໂດຍຫຍໍ້ໃນໄລຍະຜ່ານ ມາໃຫ້ຄະນະຜູ້ແທນແລະຜູ້ເຂົ້າຮ່ວມ ກອງປະຊຸມໄດ້ຮັບຊາບຕື່ມອີກ. ຂ່າວ-ພາບ: ສະຖານທູດລາວ ທີ່ຮ່າໂນ້ຍ. ພັນລະຍາການນຳ ສຳເລັດ... ລັດຖະບານ ອົດສະຕຣາລີ... ຂປລ. ອົງການ ອຸຍນີເຊບ ໂດຍ ໄດ້ຮັບການສະໜັບສະໜູນຈາກ ລັດຖະບານ ອົດສະຕຣາລີ ແລະ ອົງ ການ USAID ໄດ້ປະກອບສ່ວນ ມອບເຄື່ອນມືແລະ ອຸປະກອນໃຫ້ແກ່ ສະຫະພັນແມ່ຍິງລາວ ເພື່ອສະໜັບ ສະໜູນການຜັນຂະຫຍາຍ “ແຜນ ງານຮັກລູກໃຫ້ໃສ່ໃຈ” ເຊິ່ງມີເປົ້າ ໝາຍສົ່ງເສີມການລ້ຽງລູກໃນທາງ ບວກໃນບັນດາຄອບຄົວທົ່ວ ສປປ ລາວເຊິ່ງອຸປະກອນເຫລົ່ານີ້ຈະຊ່ວຍ ໃຫ້ພະນັກງານສັງຄົມສົງເຄາະສາ ມາດສື່ສານ ເເລະ ເຜີຍແຜ່ຂໍ້ມູນກ່ຽວ ກັບການລ້ຽງລູກທີ່ດີໃຫ້ແກ່ພໍ່ແມ່ ແລະ ຜູ້ລ້ຽງ ພາຍໃນຊຸມຊົນທ້ອງ ຖິ່ນຢ່າງມີປະສິດທິພາບ. ທັງນີ້, ກໍ ເພື່ອເພີ່ມຂີດຄວາມສາມາດໃຫ້ແກ່ ເຂົາເຈົ້າ ໄດ້ມີຄວາມຮູ້ ແລະ ທັກສະ ທີ່ຈໍາເປັນໃນການລ້ຽງດູລູກຂອງ ພວກເຂົາເຈົ້າ. ທ່ານ ນາງ ເມແກນ ໂຈນສ໌ ເອກ ອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ ໄດ້ກ່າວ: ແຜນ ງານຮັກລູກໃຫ້ໃສ່ໃຈເປັນໂຄງການ ທີ່ເນັ້ນໃຫ້ເຫັນເຖີງບົດບາດອັນ ສຳຄັນຂອງທັງ ແມ່ແລະ ພໍ່ ໃນການ ລ້ຽງດູລູກ, ເພື່ອຮັບປະກັນວ່າພວກ ເຂົາສາມາດເລີ່ມຕົ້ນຊີວິດໄດ້ດີທີ່ ສຸດ. ອົດສະຕຣາລີ, ພ້ອມດ້ວຍຄູ່ ຮ່ວມພັດທະນາພວກເຮົາ, ມີຄວາມ ພາກພູມໃຈທີ່ໄດ້ສະໜັບສະໜູນໂຄງ ການລິເລີ່ມນີ້ ນຳພາໂດຍສະຫະພັນ ແມ່ຍິງລາວ ເຊິ່ງບໍ່ພຽງແຕ່ສົ່ງເສີມ *** ຕໍ່ຈາກໜ້າ 1 *** ສະພາບແວດລ້ອມໃນການລ້ຽງດູ ເດັກທີ່ດີເທົ່ານັ້ນ ແຕ່ຍັງສົ່ງເສີມ ຄວາມສະເໝີພາບລະຫວ່າງຍິງຊາຍ ອີກດ້ວຍ. ນັບຕັ້ງແຕ່ການເລີ່ມ ຕົ້ນໂຄງການດັ່ງກ່າວ, ແຜນງານ ຮັກລູກໃຫ້ໃສ່ໃຈໄດ້ສົ່ງຜົນກະທົບ ໃນທາງບວກຕໍ່ຄອບຄົວຫລາຍ ກວ່າ 40.000 ຄອບຄົວ ໃນໄລຍະ ທົດລອງໂຄງການ. ໂຄງການດັ່ງ ກ່າວ, ມີກໍານົດໝາຍຈະຜັນຂະ ຫຍາຍອອກສູ່ 518 ໝູ່ບ້ານ ໃນ 6 ແຂວງ ພາຍໃນປີ 2025. ທ່ານ ໄມເຄິລ ແມັກຄອດ ຜູ້ ຕາງໜ້າອົງການ USAID ປະຈໍາ ສປປ ລາວ ໄດ້ກ່າວ: ອົງການ USAID ມີຄວາມມຸ່ງໝັ້ນໃນການຮັບ ປະກັນການເລີ່ມຕົ້ນຊີວິດທີ່ດີສຳ ລັບເດັກນ້ອຍທຸກຄົນ, ພວກເຮົາ ມີ ຄວາມພາກພູມໃຈ ທີ່ໄດ້ຮ່ວມມືກັບ ລັດຖະບານ ເເຫ່ງ ສປປ ລາວ ແລະ ຄູ່ຮ່ວມພັດທະນາສາກົນ ເພື່ອຮັບ ປະກັນວ່າເດັກນ້ອຍ ໄດ້ຮັບການບໍ ລິການຄອບຄຸມທີ່ຈໍາເປັນສໍາລັບ ການພັດທະນາໃນໄລຍະຍາວຂອງ ພວກເຂົາ. ການຮ່ວມມືຂອງພວກ ເຮົາເເມ່ນມີຄວາມສຳຄັນໃນການ ສ້າງການປ່ຽນແປງແບບຍືນຍົງ ແລະ ເປັນຮູບປະທໍາທີ່ເປັນຜົນປະ ໂຫຍດແກ່ເດັກນ້ອຍ, ຄອບຄົວ ແລະ ຊຸມຊົນ ໃນທົ່ວ ສປປ ລາວ. ນອກ ຈາກການເສີມສ້າງປະຕິສຳພັນທາງ ບວກລະຫວ່າງ ພໍ່ແມ່ ແລະ ເດັກ, ພ້ອມການສົ່ງເສີມກິດຈະກຳການ ຮຽນຮູ້ກ່ອນໄວ ເພື່ອກະຕຸ້ນການພັດ ທະນາຄວາມຮູ້ຂອງເດັກແລ້ວ, ແຜນ ງານຮັກລູກໃຫ້ໃສ່ໃຈຍັງໃຫ້ຄຳແນະ ນຳກ່ຽວກັບສຸຂະພາບ, ໂພຊະນາ ການ ແລະ ການເບິ່ງແຍງດູແລລູກ ທີ່ດີໃຫ້ແກ່ຜູ້ປົົກຄອງອີກດ້ວຍ. ທ່ານ ບິລາລ ອູແຣັງ ເຊັບ ດູຣານິ ຜູ້ຕາງໜ້າອົງການອຸຍນີເຊບ ປະ ຈໍາສປປລາວໄດ້ກ່າວ: ໄວເດັກເປັນ ຊ່ວງເວລາອັນສຳຄັນທີ່ເປັນຫາກ ຖານໃນການກຳນົດການພັດທະນາ ຂອງເດັກຕະຫລອດຊີວິດ. ດັ່ງນັ້ນ, ການລົງທຶນໃນໄວເດັກ ກໍຄື ການລົງ ທຶນໃນອະນາຄົດຂອງປະເທດຊາດ. ຂ້າພະເຈົ້າຂໍຊົມເຊີຍສະຫະພັນແມ່ ຍິງລາວ ໃນການນຳພາແຜນງານ ຮັກລູກໃຫ້ໃສ່ໃຈ ແລະ ຂໍຂອບໃຈລັດ ຖະບານ ອົດສະຕຣາລີ ແລະ ອົງ ການ USAID ສໍາລັບການສະໜັບ ສະໜູນໂຄງການດັ່ງກ່າວ. ແຜນງານຮັກລູກໃຫ້ໃສ່ໃຈແມ່ນ ນໍາພາໂດຍສະຫະພັນແມ່ຍິງລາວ ໂດຍໄດ້ຮັບການສະໜັບສະໜູນດ້ານ ວິຊາການຈາກ ອົງການອຸຍນີເຊບ ແລະ ບັນດາກະຊວງຕ່າງໆ. ໂຄງ ການລິເລີ່ມດັ່ງກ່າວນີ້ໄດ້ຮັບການສະ ໜັບສະໜູນດ້ານງົບປະມານຈາກ ອົງການຢູນິເຊັບ ປະຈໍາ ອົດສະຕຣາ ລີ ຜ່ານໂຄງການຮ່ວມມືອົງການຈັດ ຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ ຂອງອົດສະຕຣາລີ ແລະ ອົງການ USAID. ຂປລ.ໃນວັນທີ16ສິງຫາ2024 ນີ້, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດພິ ທີປິດຊຸດຝຶກອົບຮົມພິທີການທູດ ແລະ ພາສາອັງກິດ ສຳລັບພັນລະ ຍາການນຳ ເພື່ອປະກອບສ່ວນເຂົ້າ ໃນກິດຈະກໍາວຽກງານອາຊຽນ ປີ 2024 ພາຫລັງດຳເນີນມາແຕ່ວັນ ທີ 14-16 ສິງຫາ 2024 ໂດຍໄດ້ ຮັບການສະໜັບສະໜູນຈາກສະ ຖານທູດອົດສະຕຣາລີປະຈໍາ ສປປ ລາວ ແລະ ກະຊວງການຕ່າງປະ ເທດ, ໃຫ້ກຽດເຂົ້າຮ່ວມປິດຊຸດຝຶກ ອົບຮົມດັ່ງກ່າວ, ມີທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ, ມີເອກອັກ ຄະລັດຖະທູດອົດສະຕຣາລີ ປະຈຳ ລາວ, ພະນັກງານສະຖານທູດ, ຕາງ ໜ້າຈາກບັນດາກົມ ຈາກກະຊວງ ການຕ່າງປະເທດ, ຄະນະສະຖາບັນ ການຕ່າງປະເທດ ເຂົ້າຮ່ວມ. ການຈັດຝຶກອົບຮົມໃນຄັ້ງນີ້, ເປັນການກະກຽມຄວາມພ້ອມໃນ ດ້ານຕ່າງໆ ໃຫ້ແກ່ບັນດາພັນລະຍາ ການນຳຂັ້ນສູງຈາກສຳນັກງານ ປະທານປະເທດ, ສຳນັກງານນາຍົກ ລັດຖະມົນຕີ, ກະຊວງການຕ່າງປະ ເທດ, ສະພາແຫ່ງຊາດ, ຄະນະພົວ ພັນຕ່າງປະເທດສູນກາງພັກ ແລະ ບັນດາກະຊວງທີ່ກ່ຽວຂ້ອງຈາກ 3 ເສົາຄໍ້າປະຊາຄົມອາຊຽນແລະອື່ນໆ ກ່ຽວກັບວຽກພິທີການທູດ ແລະ ການສື່ສານພາສາອັງກິດຂັ້ນພື້ນ ຖານ ໃຫ້ແກ່ພັນລະຍາການນຳຂັ້ນ ສູງ ເພື່ອເປັນຄວາມຮູ້ພື້ນຖານໃນ ການເຄື່ອນໄຫວວຽກງານຕາມພາ ລະບົດບາດໃນການເປັນເຈົ້າພາບ ໃນໂອກາດຕິດຕາມການເຄື່ອນໄຫວ ຕ່າງປະເທດ ແລະ ໂອກາດວັນສໍາ ຄັນຕ່າງໆ. ພ້ອມນີ້, ກໍເປັນການກະ ກຽມຄວາມພ້ອມໃນການຕ້ອນຮັບ ແລະ ເຂົ້າຮ່ວມກິດຈະກຳຕ່າງໆຂອງ ພັນລະຍາການນຳອາຊຽນໃນໄລຍະ ທີ່ ສປປ ລາວ ເປັນເຈົ້າພາບກອງ ປະຊຸມສຸດຍອດອາຊຽນ ປີ 2024 ແລະ ການເຄື່ອນໄຫວການພົບປະ ສອງຝ່າຍທາງລັດຖະການ. ການຈັດຊຸດຝຶກອົບຮົມຄັ້ງນີ້, ໄດ້ ຮັບຜົນສໍາເລັດເປັນຢ່າງດີ ຊຸດຝຶກ ອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຮູ້ ຂໍ້ມູນພື້ນຖານກ່ຽວກັບວຽກງານ ຕ່າງໆ ເປັນຕົ້ນ ໄດ້ແລກປ່ຽນຄໍາຄິດ ຄໍາເຫັນກ່ຽວກັບພິທີການທູດ-ມາ ລະຍາດທາງສັງຄົມ, ການກະກຽມ ດ້ານພິທີການໃຫ້ແກ່ການໄປເຄື່ອນ ໄຫວຢູ່ພາຍໃນ ແລະ ຕ່າງປະເທດ, ການຕ້ອນຮັບແຂກຂັ້ນສູງຂອງຕ່າງ ປະເທດ, ພ້ອມທັງໄດ້ມີການຝຶກ ຊ້ອມການເຮັດຈຳລອງຕົວຈິງອື່ນໆ. ນອກຈາກນີ້, ຜູ້ເຂົ້າຮ່ວມກໍໄດ້ມີໂອ ກາດແລກປ່ຽນປະສົບການ, ການ ເປັນເຈົ້າພາບກອງປະຊຸມສຸດຍອດ ອາຊຽນ-ອົດສະຕຣາລີ ຂອງອົດສະ ຕຣາລີ ແລະ ແຜນການເຄື່ອນໄຫວ ກິດຈະກໍາຕ່າງໆ ຂອງພັນລະຍາ ການນໍາອາຊຽນ ສໍາລັບປີ 2024 ເຊິ່ງເຫັນວ່າເປັນບົດຮຽນທີ່ສໍາຄັນ ໃຫ້ແກ່ບັນດາຜູ້ເຂົ້າຮ່ວມ ເພື່ອນໍາ ມາໝູນໃຊ້ໃນການປະຕິບັດຕົວຈິງ ໂດຍສະເພາະປະກອບສ່ວນເຂົ້າໃນ ກິດຈະກໍາຕ່າງໆຂອງພັນລະຍາ ການນໍາອາຊຽນ ໃນໄລຍະທີ່ ສປປ ລາວ ເປັນປະທານອາຊຽນປີ2024 ໃຫ້ໄດ້ຮັບໝາກຜົນຢ່າງຈົບງາມ. ພາບ: ເກດສະໜາ
RkJQdWJsaXNoZXIy MTc3MTYxMQ==