xtgmf]k; 3 19/08/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຂ່າວ: ສີອຳພອນ ບົດສະເໜີ gIa fc9j ;xk[E0kp lh k']kpIa [ wfh 180 ]h kodu [8+ gfn vo ຈັນ, ພຸດ ໂດຍ: ເຂົ້າຈານນໍ້າ lnj ,;o-q o gxa oz6h lt|v'0= h ,6 o0j k;lko .sh m5 d-A o7q o dko9a f8A ' c]t la '7q , * ສື່ມວນຊົນໃນປັດຈຸບັນ, ມີ ຄວາມສໍາຄັນ ແລະ ຈໍາເປັນຫລາຍ ເປັນວຽກງານໜຶ່ງ ເຊິ່ງເປັນສື່ກາງ ໃນການເກັບກໍາສະພາບການຕ່າງໆ ແລະ ສະໜອງຂໍ້ມູນຂ່າວສານໃຫ້ ທຸກຊັ້ນຄົນ, ການຈັດຕັ້ງ ແລະ ສັງ ຄົມ. ສະເພາະວຽກງານສື່ມວນຊົນ ກໍຄື ວຽກງານຂ່າວສານຂອງສູນ ກາງສະຫະພັນກໍາມະບານລາວ ກໍ ໄດ້ເຄື່ອນໄຫວວຽກງານດັ່ງກ່າວ ຢູ່ງມີປະສິດທິຜົນ. ທ່ານ ນາງ ອາລິຍາວັນ ອັກຄະ ວົງ ຮອງປະທານ ຄະນະບໍລິຫານ ງານສູນກາງ ສະຫະພັນກໍາມະບານ ລາວ ຜູ້ຊີ້ນໍາວຽກງານສື່ມວນຊົນ ໄດ້ສະແດງທັດສະນະຕໍ່ວັນສື່ມວນ ຊົນ ແລະ ພິມຈຳໜ່າຍ ຄົບຮອບ 74 ປີວ່າ: ສູນກາງສະຫະພັນກໍາມະ ບານລາວ ເປັນອົງການຈັດຕັ້ງມະ ຫາຊົນໜຶ່ງທີ່ກວ້າງຂວາງ.ໃນນັ້ນ, ວຽກງານສື່ມວນຊົນ ກໍຄື ວຽກງານ ຂ່າວສານ ພວກເຮົາຖືວ່າເປັນກະ ບອກສຽງອັນແຫລມຄົມ ແລະ ເປັນ ເວທີຖະແຫລງຂ່າວ ເພື່ອໂຄສະນາ ປຸກລະດົມ, ຂົນຂວາຍ, ເຜີຍແຜ່ບັນ ດາແນວທາງແຜນນະໂຍບາຍຂອງ ພັກ, ກົດໝາຍ ແລະ ລະບຽບການ ຂອງລັດ, ການເຄື່ອນໄຫວວຽກ ງານຂອງສະຫະພັນກໍາມະບານ ແຕ່ລະຂັ້ນ, ຂະບວນການແຂ່ງຂັນ5 ເປັນເຈົ້າ, ຕົວແບບໃນການຜະລິດ, ການສ້າງເສດຖະ ກິດຄອບຄົວ ແລະ ອື່ນໆ ໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ ຜູ້ອອກແຮງງານ, ສັງ ຄົມໄດ້ຮັບຮູ້ ແລະ ເຂົ້າໃຈ. ສື່ມວນຊົນຂອງສະຫະພັນກໍາ ມະບານ ປະກອບດ້ວຍສື່ສິ່ງພິມ ກໍຄື ໜັງສືພິມແຮງງານ ທີ່ໄດ້ຮັບການ ສ້າງຕັ້ງມາແຕ່ປີ 1979 ແລະ ສື່ເອ ເລັກໂຕນິກ, ປະກອບມີລາຍການ ວິທະຍຸ ແລະ ລາຍການໂທ ລະພາບ ເພື່ອນກໍາມະກອນ ຊຶ່ງສ້າງຕັ້ງມາ ແຕ່ປີ1980ມາຮອດປີ2015ສ້າງ ຕັ້ງວາລະສານກໍາມະບານລາວ ແລະ ສື່ອອນລາຍ ຂອງກໍາມະບານ ກໍໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2018. ໃນນັ້ນ, ສະຫະພັນກໍາມະ ບານ ແຕ່ລະຂັ້ນໃນທົ່ວປະເທດ ໄດ້ ປັບປຸງການເຄື່ອນໄຫວວຽກງານ ສື່ມວນຊົນ ກໍຄື ວຽກງານຂ່າວສານ ນັບແຕ່ມື້ສ້້າງຕັ້ງເຖິງປັດຈຸບັນ ກໍໄດ້ ຮັບການພັດທະນາ ເປັນກ້າວໆມາ ອັນໄດ້ສ້າງຄວາມເຊື່ອໝັ້ນຈາກ ເພື່ອນຜູ້ອ່ານ, ຜູ້ຊົມ ແລະ ຜູ້ຟັງໄດ້ ດີ, ເຖິງວ່າປັດຈຸບັນ, ສື່ສັງຄົມອອນ ລາຍໄດ້ມີການພັດທະນາຂຶ້ນເລື້ອຍໆ ແລະ ເປັນທີ່ນິຍົມຂອງສັງຄົມກໍຕາມ ແຕ່ສື່ຂອງກຳມະບານກໍຍັງມີຂອດ ທີ່ຈະປັບປຸງບາງດ້ານເປັນຕົົ້ນ ເນື້ອ ໃນໂຄສະນາ, ເນື້ອໃນຂອງບົດຂ່າວ ໃຫ້ມີຄຸນນະພາບກະທັດຮັດ, ສາ ມາດເປັນຂໍ້ມູນ ແລະ ບົດຮຽນໄດ້. ພ້ອມກັນນັ້ນ, ພະນັກງານທີ່ຮັບຜິດ ຊອບວຽກງານສື່ມວນຊົນ ກໍຕ້ອງ ໄດ້ມີການພັດທະນາທາງດ້ານ ຄວາມຮູ້, ການນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ເຂົ້າໃນການເຄື່ອນ ໄຫວວຽກງານຂອງຕົນ. * ແນນອນ ຊາວຊົນນະບົດ ພາຍ ຫລັງທຳການຜະລິດກະສິກຳແລ້ວ ກໍ່ຕ້ອງໄດ້ຂົນສົ່ງອອກສູ່ຕະຫລາດ ໃນເມືອງ, ແຕ່ກໍ່ຍັງພົບບັນຫາ ຫລາຍດ້ານ ໂດຍສະເພາະຍາມຝົນ ຄືປັດຈຸບັນນີ້, ເສັ້ນທາງຄົມມະນາ ຄົມຂົນສົ່ງຍັງເປັນບັນຫາໜຶ່ງທີ່ ສ້າງຄວາມຫຍຸ້ງຍາກບໍ່ໜ້ອຍຕໍ່ ຊາວຊົນນະບົດທີ່ເອົາສິນຄ້າລົງສູ່ ໃນເມືອງ. ເຖິງແມ່ນວ່າ ພັກ-ລັດຖະບານ ໄດ້ສຸມທຶນຮອນສ້າງສາພັດທະນາ ພື້ນຖານໂຄງລ່າງທີ່ຈຳເປັນຕໍ່ການ ດຳລົງຊີວິດປະຈຳວັນຢູ່ເຂດຊົນນະ ບົດບໍ່ໜ້ອຍເຊັ່ນວ່າ: ໄຟຟ້າ, ນ້ຳລິນ, ໂຮງຮຽນ, ຊົນລະປະທານອື່ນໆ, ແຕ່ກໍ່ຍັງມີບາງດ້ານຍັງສ້າງຄວາມ ຫຍຸ້ງຍາກໃຫ້ແກ່ປະຊາຊົນຊົນນະ ບົດເປັນຕົ້ນແມ່ນເສັ້ນທາງການໄປ ມາຫາສູ່ກັນ. ອັນພົ້ນເດັ່ນແມ່ນຍາມ ຝົນຄືທຸກມື້ນີ້ ຍິ່ງສ້າງຄວາມຫຍຸ້ງ ຍາກໃນການໄປມາ, ການຂົນສົ່ງ ສິນຄ້າ. ເມື່ອບໍ່ດົນມານີ້, ຜູ້ຂຽນໄດ້ ໄປເຂດຊົນນະບົດ ໂດຍສະເພາະແມ່ນ ເຂດບ້ານນ້ຳທວາຍຫາບ້ານພູກະ ທະ ເມືອງຮົ່ມ ແຂວງໄຊສົມບູນ ເຊິ່ງ ສອງບ້ານດັ່ງກ່າວ ປະຊາຊົນສ່ວນ ໃຫຍ່ແມ່ນມີອາຊີບເຮັດນາເປັນຕົ້ນ ຕໍ ແລະ ປູກຝັງ-ລ້ຽງສັດເປັນສຳ ຮອງ. ຂະນະທີ່ປັດຈຸບັນນີ້, ສິ່ງທີ່ຈະ ເປັນເງິນເປັນຄຳເຂົ້າຄອບຄົວ ຂອງ ເຂົາເຈົ້າແມ່ນການຂີດຢາງພາລາ ຂາຍ, ແຕ່ເສັ້ນທາງການຂົນສົ່ງ ແມ່ນສ້າງຄວາມຫຍຸ້ງຍາກບໍ່ໜ້ອຍ ໃນ ລະດູຝົນນີ້, ເຊິ່ງຕ້ອງໃຊ້ເວລາ ຫລາຍຊົ່ວໂມງຈຶ່ງຮອດບ່ອນຊື້- ຂາຍ. ຕົວຢ່າງ: ມື້ຊື້-ຂາຍແມ່ນວັນ ທິດ, ແຕ່ຕ້ອງໄດ້ມາວັນເສົາ. ແນວ ໃດກໍ່ຕາມສິ່ງທີ່ປະຊາຊົນຮອງຮຽກ ຮ້ອງທີ່ສຸດ ຄືຢາກໃຫ້ຂັ້ນເທິງສ້າງ ຂົວຂ້າມຫ້ວຍແຕ່ລະຫ້ວຍໃຫ້ສາ ມາດໄປມາໄດ້ລະຫວ່າງບ້ານພູກະ ທະຫາບ້ານນ້ຳທວາຍ, ບ້ານນ້ຳ ທວາຍຫາບ້ານພູກະທະ ເພາະໄລຍະ ຜ່ານມາການຂົນສົ່ງນ້ຳຢາງພາລາ ໄປຂາຍຢູ່ລານຮັບຊື້ຢູ່ບ້ານເວີນ ທາດ ກໍ່ໄດ້ເກີດອຸບັດເຫດມາແລ້ວ (ລົດຕົກຂົວອູ່). ທ້າວ ເຢັ້ງຊົ່ງກໍ່ແມ່ນຜູ້ໜຶ່ງທີ່ຮັບ glA omk'-q oot[q f pa 'gxa ov5 xtla d 8+ dkocdh w0 7;k,m5 dpkd0v'xt-k-q o ໃຊ້ ຫລື ຮັບຈ້າງຂົນສົ່ງເອົານ້ຳຢາງ ພາລາຂອງຊາວສວນບ້ານພູກະທະ ເມືອງຮົ່ມ ລົງຂາຍຢູ່ລານຊື້-ຂາຍ ຢາງຢູ່ບ້ານເວີນທາດ ເມືອງທ່່າພະ ບາດແຂວງບໍລິຄຳໄຊເວົ້າ:ມີຄວາມ ຫຍຸ້ງຍາກຫລາຍໃນ ໄລຍະນີ້ຖ້າ ມີຂົວຂ້າມຫ້ວຍແຕ່ລະຫ້ວຍກໍ່ບໍ່ ເທົ່າໃດ (ຫ້ວຍນ້ຳປາ) ກໍ່ບໍ່ຫຍຸ້ງ ຍາກພໍເທົ່າໃດ. ຂະນະທີ່ຊາວສວນ ຢາງບ້ານພູກະທະກໍ່ຢາກໃຫ້ຂັ້ນ ເທິງຊ່ວຍສ້າງຂົວຂ້າມນ້ຳດັ່ງກ່າວ ເພື່ອຄວາມສະດວກຂຶ້ນອີກໜ້ອຍ ໜຶ່ງຕື່ມ. ສຳລັບລາຄາຢາງພາລາໃນປັດ ຈຸບັນ, ປະຊາຊົນຜູ້ຂີດຢາງຂາຍ ແມ່ນເພິ່ງພໍໃຈໂດຍສະເລ່ຍກິໂລໜຶ່ງ ກວ່າ 20.000 ກີບ ເຊິ່ງການຂາຍ ຢາງໃນແຕ່ລະຊຸດ ໄດ້ສ້າງລາຍຮັບ ເປັນກອບ ເປັນກຳໃຫ້ແກ່ປະຊາຊົນ ເພື່ອນຳໄປພັດທະນາຊີວິດການ ເປັນຢູ່ກໍ່ຄືແກ້ໄຂຄວາມທຸກຍາກໃຫ້ ນັບມື້ຫລຸດລົງເປັນກ້າວໆ. * ແຫລ່ງຂ່າວຈາກ ແຂວງຫົວ ພັນ ໃຫ້ຮູ້ວ່າ: ແຈ່ວປາບໍ້າເປັນອາ ຫານພື້ນບ້ານປະເພດໜຶ່ງຂອງຊາວ ແຂວງຫົວພັນເວົ້າລວມ, ເວົ້າສະ ເພາະແມ່ນເມືອງຊໍາເໜືອ, ຊຶ່ງໃນ ປັດຈຸບັນ, ແຈ່ວປາບ້ຳໄດ້ຮັບຄວາມ ນິຍົມຢ່າງກວ້າງຂວາງຈາກຜູ້ບໍລິ ໂພກທັງພາຍໃນ ແລະ ຕ່າງປະເທດ ແລະ ຍັງໄດ້ຖືກຮັບຮອງເປັນສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນຂອງ ເມືອງຊຳເໜືອ ແລະ ມີຫລາຍຄອບ ຄົວຍຶດຖືເອົາການຜະລິດແຈ່ວປາ ບ້ຳ ເພື່ອເປັນສິນຄ້າ ແລະ ສ້າງລາຍ ຮັບເຂົ້າສູ່ຄອບຄົວ. ຄອບຄົວທ່ານ ນາງ ກອງຄຳ ປະຊາຊົນບ້ານນາ ວຽງ ເມືອງຊຳເໜືອ ແຂວງຫົວພັນ ກໍແມ່ນຄອບຄົວໜຶ່ງທີ່ໄດ້ຖືເອົາ ການເຮັດແຈ່ວປາບໍ້າ ເປັນອາຊີບ ຫລັກ ຊຶ່ງສາມາດສ້າງລາຍຮັບໄດ້ 180 ລ້ານກີບຕໍ່ເດືອນ. ທ່ານນາງ ກອງຄຳ ໃຫ້ຮູ້ວ່າ: ພາຍ ໃນຄອບຄົວຂອງຕົນມີສະມາ ຊິກ ທັງໝົດ 4 ຄົນ, ຍິງ 2 ຄົນ, ແຮງ ງານຕົ້ນຕໍ 3 ຄົນ, ເມື່ອກ່ອນຕົນມີ ອາຊີບເຮັດນາ, ຕັດຫຍິບຊຶ່ງພໍພຽງ ແຕ່ກຸ້ມກິນເທົ່ານັ້ນ. ຍ້ອນສະພາບ ເສດຖະກິດມີການປ່ຽນແປງບວກ ໃສ່ຄວາມເປັນເອພະພາບຂອງທຸກ ຄົນໃນຄອບຄົວ ເພື່ອຊອກລາຍຮັບ ເພີ່ມເຂົ້າສູ່ຄອບຄົວ, ດັ່ງນັ້ນຕົນ ຈິ່ງໄດ້ເລີ່ມເຮັດແຈ່ວປາບໍ້າຂາຍ ນັບແຕ່ປີ 2010 ເປັນຕົ້ນມາ ໂດຍ ເຮັດຂາຍຢູ່ພາຍໃນບ້ານ ແລະ ບ້ານອ້ອມຂ້າງ ໃນໄລຍະນັ້ນຂາຍ 50.000 ກີບຕໍ່1 ກິໂລກຣາມ. ຈາກ ການຂາຍແຈ່ວປ້າບໍ້າມາໃນໄລຍະ ໜຶ່ງ ເຫັນວ່າໄດ້ຮັບຄວາມນິຍົມຈາກ ລູກຄ້າຫລາຍຂຶ້ນຕົນເອງ ແລະ ຄອບຄົວຈິ່ງໄດ້ຍຶດຖືເອົາອາຊີບນີ້ ເປັນຫລັກແລະຄ່ອຍໆພັດທະນາສູດ ແລະ ວິທີການຜະລິດໃຫ້ດີຂຶ້ນ. ສ່ວນປະກອບຫລັກຂອງແຈ່ວມີ: ໝາກເພັດແຫ້ງ, ກະທຽມແຫ້ງ, ໝາກມາດ, ເກືອ-ແປ້ງນົວ ແລະ ປາ ບ້ຳ (ປາແດກຊຳເໜືອ). ສ່ວນວິທີ ການຜະລິດເຮັດແບບດັ້ງເດີມໃຊ້ ແຮງຄົນເປັນຫລັກ. ສໍາລັບການ ຈໍາໜ່າຍແມ່ນເຮັດຕາມລູກຄ້າສັ່ງ (ບໍ່ມີໜ້າຮ້ານ) ເຮັດແລ້ວລູກຄ້າ ຈະມາເອົາຢູ່ເຮືອນເລີຍ ແລະ ຍັງມີ ລູກຄ້າຕ່າງແຂວງຈໍານວນໜຶ່ງທີ່ ສັ່ງ ແລະ ເອົາໄປຂາຍຕໍ່. ປັດຈຸບັນ, ໃນໜຶ່ງມື້ສາມາດປຸງແຕ່ງແຈ່ວ ໄດ້ປະມານ30ກິໂລ,ຂາຍໃນລາຄາ ກິໂລລະ 200.000 ກີບ, ສາມາດ ສ້າງລາຍຮັບເຂົ້າສູ່ຄອບຄົວໄດ້ ປະ ມານ 180 ລ້ານກີບຕໍ່ເດືອນ. ນອກຈາກເຮັດແຈ່ວປາບ້ຳ ແລ້ວຄອບຄົວ ທ່ານ ນາງ ກອງຄຳ ຍັງໄດ້ເຮັດໜັງແຊ່ເພ້ຍຂາຍຕື່ມອີກ ໄດ້ປະມານ 130 ກິໂລກຣາມຕໍ່ 1 ເດືອນ, ຂາຍໃນລາຄາກິໂລລະ 80.000 ກີບ, ສາມາດສ້າງລາຍ ຮັບເພີ່ມ 10 ລ້ານກວ່າກີບ. ລວມ ລາຍຮັບທັງໝົດຈາກການຂາຍເຈ້ວ ປາບໍ້າ ແລະ ໜັງແຊ່ເພ້ຍເດືອນໜຶ່ງ ໄດ້ 190 ລ້ານກີບ. ຈາກການເຮັດ ອາຊີບດັ່ງກ່າວ, ມາຮອດປັດຈຸບັນ ເຫັນວ່າຊີວິດການເປັນຢູ່ຂອງຄອບ ຄົວໄດ້ຮັບການພັດທະນາດີຂຶ້ນ ກວ່າເກົ່າ.
RkJQdWJsaXNoZXIy MTc3MTYxMQ==