5941

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 19/08/2024 xtgmf]k; ນາຍົກລັດຖະມົນຕີ... ຮສສ ເຊື່ອມຊຶມມະຕິ... ກອງປະຊຸມຄະນະກຳມະການ... ນາຍົກລັດຖະມົນຕີ ສົ່ງສານ... ລາຍງານຄວາມຄືບໜ້າ... ຍືນຍົງ ໂດຍສະເພາະໃນທ່າມກາງ ສະພາບປັດຈຸບັນທີ່ພາກພື້ນ ແລະ ໃນໂລກ ຍັງສືບຕໍ່ປະສົບກັບສິ່ງທ້າ ທາຍຫລາຍປະການ ເປັນຕົ້ນ ບັນ ຫາຂໍ້ຂັດແຍ່ງທາງດ້ານພູມສາດ ການເມືອງ, ບັນຫາເສດຖະກິດ, ການຄ້າ, ໄພເງິນເຟີ້, ການປ່ຽນແປງ ຂອງດິນຟ້າອາກາດ ແລະ ໄພທຳ ມະຊາດ, ຕ່ອງໂສ້ການສະໜອງ ໂລກ, ການບໍລິຫານລັດ, ການພັດທະ ນາຊັບພະຍາກອນມະນຸດ, ການຫັນ ເປັນດີຈິຕອນ ແລະ ອື່ນໆ. ໃນໂອກາດນີ້,ທ່ານນາຍົກລັດຖະ ມົນຕີ ສອນໄຊ ສີພັນດອນ ໄດ້ຢໍ້າ ຄືນຄວາມສໍາຄັນຂອງການພົວພັນ ຮ່ວມມືຫລາຍຝ່າຍ ເພື່ອການພັດທະ ນາແບບຍືນຍົງ ເຊິ່ງເຫັນວ່າເປັນບູລິ ມະສິດທີ່ຈຳເປັນ ສໍາລັບປະເທດກຳ ລັງພັດທະນາ ເພື່ອຄວາມຈະເລີນ ກ້າວໜ້າ ກໍຄື ການສືບຕໍ່ຮັກສາ ແລະ ສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມຜາສຸກໃນພາກພື້ນ ແລະ ທົ່ວໂລກ, ລວມທັງຊຸກຍູ້ສົ່ງເສີມການ ຮ່ວມມືກັນຂອງບັນດາປະເທດ ກໍຄື ລະຫວ່າງອົງການຈັດຕັ້ງພາກພື້ນ ຂອງເຂດໂລກໃຕ້ ແລະ ບັນດາຄູ່ ຮ່ວມມືພາຍນອກ ໂດຍສະເພາະໃນ ຂົງເຂດທີ່ເປັນທ່າແຮງຕ່າງໆເຊັ່ນ: ການຄ້າ, ການລົງທຶນ, ການທ່ອງ ທ່ຽວ, ການຫັນເປັນດີຈິຕອນ, ພະລັງ ງານສະອາດ, ການສຶກສາ ແລະ ພັດ ທະນາຊັບພະຍາກອນມະນຸດ ກໍຄື ສ້າງຄວາມເຂັ້ມແຂງໃຫ້ແມ່ຍິງແລະ ຊາວໜຸ່ມ. ໃນຖານະທີ່ ສປປ ລາວ ເປັນປະທານອາຊຽນ ໃນປີ 2024, ສປປ ລາວ ມີຄວາມໝາຍໝັ້ນ ເພື່ອ ຊຸກຍູ້ສົ່ງເສີມການເຊື່ອມໂຍງເຊື່ອມຈອດພາກພື້ນ ແລະ ສົ່ງເສີມ ການຮ່ວມມື ລະຫວ່າງ ບັນດາປະ ເທດສະມາຊິກອາຊຽນ ແລະ ກັບຄູ່ ຮ່ວມມືພາຍນອກຂອງອາຊຽນ ໃຫ້ ແໜ້ນແຟ້ນຂຶ້ນ ເພື່ອໃຫ້ເຮັດໃຫ້ອາ ຊຽນ ສືບຕໍ່ເປັນພາກພື້ນແຫ່ງສັນຕິ ພາບ, ສະຖຽນລະພາບ ແລະ ການ ພັດທະນາແບບຍືນຍົງ. ໃນຕອນທ້າຍ, ທ່ານນາຍົກລັດ ຖະມົນຕີ ສອນໄຊ ສີພັນດອນ ກໍໄດ້ ເຊື້ອເຊີນ ທ່ານ ນາເຣນດຣາ ໂມດີ ນາຍົກລັດຖະມົນຕີ ແຫ່ງ ອິນເດຍ ເພື່ອເດີນທາງມາເຂົ້າຮ່ວມກອງ ປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດ ອື່ນໆທີ່ກ່ຽວຂ້ອງ ເຊິ່ງຈະຈັດຂຶ້ນໃນ ລະຫວ່າງ ວັນທີ 8-11 ຕຸລາ 2024 ທີ່ນະຄອນຫລວງວຽງຈັນ. ໃນໄລຍະກອງປະຊຸມສຸດຍອດ ກະບອກສຽງປະເທດເຂດໂລກໃຕ້ ຄັ້ງທີ 3 ນີ້, ກໍຍັງມີກອງປະຊຸມລັດ ຖະມົນຕີຕ່າງປະເທດ, ກອງປະຊຸມ ລັດຖະມົນຕີສາທາລະນະສຸກ ແລະ ບັນດາກອງປະຊຸມ ແລະ ກິດຈະກຳ ອື່ນໆ ທີ່ປິ່ນອ້ອມຈຳນວນໜຶ່ງ. ຄະນະຜູ້ແທນກະຊວງປ້ອງກັນ... ຕະຫລອດໄລຍະຂອງການ ເຄື່ອນໄຫວຢ້ຽມຢາມແລະ ເຮັດວຽກ ຢູ່ສະຫະພັນຣັດເຊຍຄັ້ງນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມຄະນະໄດ້ເຂົ້າຮ່ວມພິທີເປີດ ງານວາງສະແດງອຸປະກອນເຕັກນິກ ການທະຫານສາກົນ 2024 ທີ່ສູນ ປະຊຸມ ແລະ ວາງສະແດງສາກົນ, ປາຕຣີອົດ, ກູບິນກາ, ມົດສະກູ ຈັດ ຂຶ້ນໃນລະຫວ່າງວັນທີ 12-14 ສິງ ຫາ, ພາຍໃນງານໄດ້ວາງສະແດງ ບັນດາເຕັກໂນໂລຊີຕ່າງໆຫລາກ ຫລາຍຮູບແບບ, ມີທັງອາວຸດຍຸດໂທ ປະກອນເຕັກນິກການທະຫານທີ່ ມີຄວາມທັນສະໄໝທີ່ສຸດ, ມີເອກະ ລັກສະເພາະຕົວຈາກປະເທດຣັດເຊຍ ຊຶ່ງມີບໍລິສັດຊັ້ນນຳທີ່ໄດ້ຮັບການ ຍ້ອງຍໍໃນລະດັບສາກົນ. ນອກນັ້ນ, ຍັງມີ 4 ປະເທດເຂົ້າຮ່ວມ ຄື: ສປ ຈີນ, ເບຣາລຸດ, ອີຣານ, ອິນເດຍແລະ ຕົວແທນບໍລິສັດຈາກຕ່າງປະເທດ ທີ່ລົງທະບຽນເຂົ້າຮ່ວມຫລາຍກວ່າ 120 ແຫ່ງ. ໃນປີນີ້ໄດ້ຈັດຂຶ້ນເປັນ ຄັ້ງທີ 10 ໂດຍມີຜະລິດຕະພັນປະ ມານ 1.500 ລາຍການ ແລະ ໄດ້ ຮັບຄວາມສົນໃຈຈາກຕົວແທນຜູ້ ຊ່ຽວຊານ ແລະ ສື່ຈາກຕ່າງປະເທດ. ທັງນີ້, ກໍຍັງເປັນບ່ອນພົບປະ, ປຶກສາ ຫາລື, ແລກປ່ຽນປະສົບການ, ເພີ່ມ ທະວີການຮ່ວມມືດ້ານການຜະລິດ, ສະໜອງອຸປະກອນເຕັກນິກການທະ ຫານໃຫ້ບໍລິສັດຕ່າງໆຂອງ ຣັດເຊຍ ແລະ ບໍລິສັດອື່ນໆ ຈາກຕ່າງປະເທດ ເພື່ອສ້າງຄວາມເຂົ້າອົກເຂົ້າໃຈເຊິ່ງ ກັນ ແລະ ກັນ, ຊຸກຍູ້ປົກປັກຮັກສາ ສັນຕິພາບ ແລະ ສະຖຽນລະພາບຢູ່ ພາກພື້ນ ແລະ ສາກົນ. ໂອກາດດັ່ງກ່າວ, ສະຫາຍ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ພົບ ປະສອງຝ່າຍກັບ ສະຫາຍ ອານເດຣ ແຣມມົບວິດຈ໌ ເບຍລາອູຊົບ ລັດຖະ ມົນຕີກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ເຊິ່ງສອງຝ່າຍໄດ້ຕາງ ໜ້າໃຫ້ລັດຖະບານຂອງທັງສອງ ປະເທດລົງນາມ ກ່ຽວກັບການພົວ ພັນຮ່ວມມືດ້ານການທະຫານສະ ບັບໃໝ່ ເພື່ອເປັນບ່ອນອີງໃນການ ເສີມຂະຫຍາຍມູນເຊື້ອການພົວພັນ ຮ່ວມມືລະຫວ່າງສອງປະເທດ ໂດຍ ສະເພາະແມ່ນກອງທັບປະຊາຊົນ ລາວ ແລະ ຣັດເຊຍ ໃຫ້ນັບມື້ໄດ້ຮັບ ການພັດທະນາດີຂຶ້ນ. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມຄະນະກໍໄດ້ສືບ ຕໍ່ເຄື່ອນໄຫວເຂົ້າຢ້ຽມຂ່ຳນັບສະ ຫາຍ ດີມີຕຣີເມັດເວເດັບ ຮອງປະ ທານສະພາຄວາມໝັ້ນຄົງ ແຫ່ງ ສ ຣັດເຊຍ, ພ້ອມນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມຄະ ນະຍັງໄດ້ຢ້ຽມຊົມສະຖານທີ່ສຳຄັນ ຕ່າງໆຈຳນວນໜຶ່ງຢູ່ນະຄອນຫລວງ ມົດສະກູ ສ ຣັດເຊຍ ຕື່ມອີກ. ຜົນສຳເລັດຂອງການເດີນທາງ ຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະ ພັນຣັດເຊຍ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງປ້ອງກັນປະເທດແຫ່ງ ສປປ ລາວ ໃນຄັ້ງນີ້, ເປັນການປະກອບ ສ່ວນເຂົ້າໃນການເສີມສ້າງສາຍພົວ ພັນທີ່ເປັນມູນເຊື້ອລະຫວ່າງສອງປະ ເທດ, ສອງກອງທັບ ແລະ ປະຊາຊົນ ສອງຊາດ ລາວ-ຣັດເຊຍ ທີ່ມີມາ ແຕ່ດົນນານແລ້ວນັ້ນ, ໃຫ້ໝັ້ນຄົງທະ ນົງແກ່ນແຕກດອກອອກຜົນ ແລະ ຈະເລີນງອກງາມຂຶ້ນຢ່າງບໍ່ຢຸດຢັ້ງ. ຂ່າວ-ພາບ: ຮ້ອຍເອກ ທອງມາ ໄຊຍະເພັງສາ ໃຫ້ບັນດາປະເທດສະມາຊິກອາ ຊຽນ, ສໍາເລັດຮ່າງເນື້ອໃນບົດປະ ກອບຄໍາເຫັນ ແລະ ເອກະສານຫລັກ ຂອງກອງປະຊຸມ, ສໍາເລັດວຽກ ປະ ສານງານຂອງກອງປະຊຸມ, ສໍາ ເລັດແຜນວຽກງານຮັບປະກັນດ້ານ ພິທີການ ແລະ ວຽກງານຮັບປະກັນ ອະນຸກຳມະການຕ່າງໆ ເປັນຕົ້ນ ສະຖານທີ່, ພາຫະນະຮັບໃຊ້, ຄວາມ ປອດໄພ, ງົບປະມານ, ສື່ສານ, ນະ ໂຍບາຍ, ໂຄສະນາ, ເຊື້ອໄຟ ແລະ ການຈັດກິດຈະກໍາອື່ນໆ. ຈາກນັ້ນ, ບັນດາອະນຸກໍາມະການດ້ານຕ່າງໆ ໄດ້ລາຍງານການກະກຽມຄວາມ ພ້ອມຂອງຕົນ ໃນກອງປະຊຸມຕື່ມ ອີກ. ໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ໂອ້ລົມ ແລະ ເນັ້ນໃຫ້ກອງເລຂາອາຊຽນ, ບັນດາຄະນະກຳມະການ ແລະ ອະນຸ ກຳມະການດ້ານຕ່າງໆ ສືບຕໍ່ປະຕິ ບັນດາໜ້າວຽກທີ່ຍັງບໍ່ທັນສຳເລັດ ສົມບູນ ແລະ ຈັດຕັ້ງປະຕິບັດຕາມ ແຜນການທີ່ໄດ້ກຳນົດໄວ້, ພ້ອມກັນ ເອົາໃຈໃສ່ປະຕິບັດຕາມໜ້າທີ່ຮັບ ຜິດຊອບຂອງຕົນໃຫ້ດີ, ສືບຕໍ່ເຮັດ ສຳເລັດການກະກຽມເນື້ອໃນທີ່ສຳ ຄັນ ເປັນຕົ້ນ ຮ່າງຖະແຫລງການ ຮ່ວມ, ແຜນການສອງປີ, ບາດກ້າວ ດຳເນີນກອງປະຊຸມ ແລະ ອື່ນໆ. ພ້ອມນີ້, ໃຫ້ເອົາໃຈໃສ່ດ້ານວຽກ ງານປ້ອງກັນຮັກສາຄວາມປອດໄພ ໃຫ້ລົງກວດກາ ແລະ ຈັດວາງກຳລັງ ຢູ່ສະຖານທີ່ຕ່າງໆໃຫ້ຮັດກຸມ ແລະ ປະສານສົມທົບກັບພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ເພື່ອຮັບປະກັນໃຫ້ໄດ້ ຄວາມປອດໄພ 100% ແລະ ເຮັດ ສໍາເລັດຕາມຄາດໝາຍທີ່ກໍານົດໄວ້. ຂ່າວ: ໄພນາລິນ ຮອງນາຍົກ ຮ່ວມກອງປະຊຸມ... ຂປລ. ໃນວັນທີ 16 ສິງຫາ 2024 ຜ່ານມາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງການຕ່າງປະ ເທດແຫ່ງ ສປປ ລາວ ໄດ້ນໍາພາຄະ ນະຜູ້ແທນເຂົ້າຮ່ວມກອງປະຊຸມລັດ ຖະມົນຕີຕ່າງປະເທດ ຂອບການ ຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານ ຊ້າງ ຄັ້ງທີ9 ທີ່ຊຽງໃໝ່, ປະເທດໄທ ພາຍໃຕ້ຫົວຂໍ້: ກ້າວໄປສູ່ອະນາຄົດ ຮ່ວມກັນຢ່າງຍືນຍົງ ແລະ ປອດໄພ ຍິ່ງຂຶ້ນໃນພາກພື້ນແມ່ນ້ຳຂອງ-ແມ່ ນ້ຳລ້ານຊ້າງ (Towards the shared future of a safer and sustainable Mekong-Lancang Region) ໂດຍການເປັນ ປະທານຮ່ວມຂອງ ທ່ານ ຫວາງ ອີ້ ກໍາມະການກົມການເມືອງສູນກາງ ພັກ, ຫົວໜ້າຫ້ອງການຄະນະກໍາ ມະການກິດຈະການຕ່າງປະເທດສູນ ກາງພັກກອມມູນິດຈີນ, ລັດຖະມົນ ຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ແລະ ທ່ານ ນາງ ເອກສິຣິ ປິນທະຣຸຈິ ຫົວໜ້າຫ້ອງການກະ ຊວງການຕ່າງປະເທດໄທໂດຍມີບັນ ດາລັດຖະມົນຕີຕ່າງປະເທດພ້ອມ ດ້ວຍຄະນະຜູ້ແທນຈາກປະເທດ ສະມາຊິກຂອບການຮ່ວມມືແມ່ນ້ຳ ຂອງ-ແມ່ນ້ຳລ້ານຊ້າງ ເຂົ້າຮ່ວມ. ກອງປະຊຸມໄດ້ຕີລາຄາ ແລະ ທົບທວນຄືນຜົນຂອງການຮ່ວມມື ໃນຕະຫລອດໄລຍະ 8 ປີຜ່ານມາ ໂດຍເຫັນວ່າຂອບການຮ່ວມມືດັ່ງ ກ່າວ, ໄດ້ມີການຂະຫຍາຍຕົວຢ່າງ ວ່ອງໄວ ແລະ ນໍາເອົາຜົນປະໂຫຍດ ອັນເປັນຮູບປະທໍາມາສູ່ພາກພື້ນແມ່ ນໍ້າຂອງ ໂດຍສະເພາະການຈັດຕັ້ງ ຜັນຂະຫຍາຍຜົນຂອງກອງປະຊຸມ ຜູ້ນໍາແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4, ກອງປະຊຸມລັດຖະມົນຕີ ຕ່າງປະເທດ ຂອບການຮ່ວມມືແມ່ ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8 ແລະ ແຜນປະຕິບັດງານ 5 ປີ (2023-2027)ພາຍໃຕ້3 ເສົາຄ້ໍາ (ການເມືອງ-ຄວາມໝັ້ນຄົງ, ການ ພັດທະນາແບບຍືນຍົງ ແລະ ການ ແລກປ່ຽນວັດທະນະທໍາ-ສັງຄົມ) ແລະ 5 ຂົງເຂດບູລິມະສິດ (ການ ເຊື່ອມຈອດ, ການຄຸ້ມຄອງຊັບພະ ຍາກອນນ້ຳ, ການຄ້າຂ້າມຊາຍແດນ ການສ້າງຂີດຄວາມສາມາດ ໃນ ການຜະລິດກະສິກຳ ແລະ ລຶບລ້າງ ຄວາມທຸກຍາກ) ໂດຍຜ່ານການປະ ຕິບັດບັນດາກິດຈະກຳ ແລະ ໂຄງ ການກອງທຶນພິເສດແມ່ນ້ຳຂອງແມ່ນ້ຳລ້ານຊ້າງ ອັນໄດ້ນໍາຜົນປະ ໂຫຍດຕົວຈິງມາສູ່ປະເທດສະມາ ຊິກ ກໍຄື ພາກພື້ນແມ່ນ້ຳຂອງ. ນັບ ແຕ່ປີ 2017 ເປັນຕົ້ນມາ ກອງທຶນ ດັ່ງກ່າວ, ໄດ້ປະກອບສ່ວນສໍາຄັນ ເຂົ້າໃນບັນດາໂຄງການເພື່ອການ ພັດທະນາເສດຖະກິດ-ສັງຄົມ ຢູ່ ພາກພື້ນແມ່ນໍ້າຂອງ. ສຳລັບ ສປປ ລາວໄດ້ຮັບໂຄງການດັ່ງກ່າວທັງ ໝົດ 90 ໂຄງການ, ລວມມູນຄ່າ 23.925.900 ໂດລາສະຫະລັດ. ພ້ອມກັນນີ້, ກອງປະຊຸມຍັງໄດ້ ຮັບຮອງເອົາເອກະສານສໍາຄັນຈໍາ ນວນ 4 ສະບັບ ຄື: ບົດຖະແຫລງ ຂ່າວຮ່ວມກອງປະຊຸມລັດຖະມົນ ຕີຕ່າງປະເທດແມ່ນໍ້າຂອງ-ແມ່ນໍ້າ ລ້ານຊ້າງ ຄັ້ງທີ 9; ຂໍ້ລິເລີ່ມອາກາດ ບໍລິສຸດແມ່ນ້ຳຂອງ-ແມ່ນ້ຳລ້ານ ຊ້າງ; ລິເລີ່ມການຮ່ວມມືດ້ານຊັບ ພະຍາກອນນ້ຳແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງ; ຖະແຫລງການຮ່ວມວ່າ ດ້ວຍການເພີ່ມທະວີການຮ່ວມມື ຕ້ານອາດຊະຍາກຳຂ້າມແດນພາຍ ໃຕ້ຂອບການຮ່ວມມືແມ່ນໍ້າຂອງແມ່ນ້ຳລ້ານຊ້າງ. ໃນກອງປະຊຸມຄັ້ງນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕີລາຄາ ສູງຕໍ່ໝາກຜົນຂອງການຮ່ວມມື ພາຍໃຕ້ຂອບການຮ່ວມມືດັ່ງກ່າວ, ເຊິ່ງຕະຫລອດໄລຍະ 8 ປີຜ່ານມາ ສປ ຈີນ ໄດ້ປະກອບສ່ວນຢ່າງຕັ້ງ ໜ້າເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ ໃນພາກພື້ນແມ່ນໍ້າຂອງ ເວົ້າລວມ, ເວົ້າສະເພາະ ກໍຄືການປະ ກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງ ສປປລາວ ເປັນຕົ້ນ, ແມ່ນການຈັດຕັ້ງປະຕິບັດ ບັນດາໂຄງການທີ່ແນໃສ່ການພັດ ທະນາແບບຍືນຍົງ, ພ້ອມທັງ, ໄດ້ສະ ເໜີບາງທິດທາງການຮ່ວມມືໃນຕໍ່ ໜ້າ ໂດຍສະເພາະການສ້າງຄວາມ ເຂັ້ມແຂງໃຫ້ແກ່ພື້ນຖານລະບົບ ເສດຖະກິດທັນສະໄໝ, ການພັດທະ ນານະວັດຕະກຳ ແລະ ດີຈິຕອນ, ຍົກ ສູງການພັດທະນາຊັບພະຍາກອນ ມະນຸດ ໃນທຸກຂະແໜງການ ເປັນຕົ້ນ ສຸມໃສ່ຂະແໜງກະສິກຳ, ພະລັງ ງານສະອາດ ແລະ ການທ່ອງທ່ຽວ. ໃນໂອກາດດຽວກັນນີ້, ທ່ານ ສະເຫລີມໄຊ ກົມມະສິດ ກໍໄດ້ເຂົ້າ ຮ່ວມກອງປະຊຸມພົບປະສອງຝ່າຍ ກັບຄູ່ຮ່ວມຕຳແໜ່ງຝ່າຍຈີນ ສະ ຫາຍ ຫວາງ ອີ້ ລັດຖະມົນຕີຕ່າງປະ ເທດ ແຫ່ງ ສປ ຈີນ ເພື່ອສືບຕໍ່ເສີມ ຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມມື ອັນແຕກດອກອອກຜົນຢ່າງງົດ ງາມພາຍໃຕ້ການເປັນຄູ່ຮ່ວມຍຸດທະ ສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມ ຊາຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ ນັບມື້ນັບຂະຫຍາຍຕົວຢ່າງຕໍ່ເນື່ອງ ທັງໃນລວງກວ້າງ ແລະ ລວງເລິກ. ການພົບປະດັ່ງກ່າວ, ສອງຝ່າຍ ໄດ້ແຈ້ງສະພາບຄວາມຄືບໜ້າຂອງ ການຮ່ວມມືໃນໄລຍະຜ່ານມາ ກໍຄື ການຈັດຕັ້ງຜັນຂະຫຍາຍຜົນການ ພົບປະສອງຝ່າຍ ໃນໂອກາດທີ່ ທ່ານລັດຖະມົນຕີຕ່າງປະເທດ ສປ ຈີນ ຢ້ຽມຢາມ ສປປ ລາວ ຢ່າງເປັນ ທາງການ ແລະ ເຂົ້າຮ່ວມກອງປະ ຊຸມລັດຖະມົນຕີຕ່າງປະເທດອາ ຊຽນ ໃນເດືອນກໍລະກົດ 2024 ທີ່ ຜ່ານມາ. ໃນໂອກາດນີ້, ຝ່າຍລາວໄດ້ຕີ ລາຄາສູງຕໍ່ການຊ່ວຍເຫລືອ ແລະ ສະໜັບສະໜູນຂອງລັດຖະບານ ແລະ ປະຊາຊົນ ຈີນ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາທີ່ໄດ້ກວມ ເອົາຫລາຍຂົງເຂດບູລິມະສິດຂອງ ສປປ ລາວ; ພິເສດ ກໍແມ່ນການຊ່ວຍ ເຫລືອ ແລະ ສະໜັບສະໜູນ ສປປ ລາວ ໃນການເປັນປະທານ ອາຊຽນ 2024. ພ້ອມກັນນີ້, ຝ່າຍ ຈີນ ກໍ ໄດ້ໃຫ້ຄຳໝັ້ນສັນຍາຢ່າງໜັກແໜ້ນ ຈະສືບຕໍ່ຊ່ວຍເຫລືອ ແລະ ສະໜັບ ສະໜູນ ສປປ ລາວ ໃນຊຸມປີຕໍ່ໜ້າ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ປຶກ ສາຫາລື ແລະ ແລກປ່ຽນຄໍາຄິດຄໍາ ເຫັນຢ່າງກົງໄປກົງມາກ່ຽວກັບບັນ ຫາພາກພື້ນແລະສາກົນທີ່ຕ່າງຝ່າຍ ໃຫ້ຄວາມສົນໃຈຮ່ວມກັນ. ຂ່າວ-ພາບ: ກຕທ ນາງ ໃບຄຳ ຂັດທິຍະ ເລຂາຄະນະ ພັກ, ລັດຖະມົນຕີກະຊວງ ຮສສ, ມີຮອງລັດຖະມົນຕີ, ຫົວໜ້າກົມຮອງກົມ, ບັນດາສະຫາຍສະມາຊິກ ພັກ-ພະນັກງານ ກະຊວງ ຮສສ ເຂົ້າ ຮ່ວມຮັບຟັງ. ໂອກາດນີ້, ສະຫາຍ ນາງ ໃບຄຳ ຂັດທິຍະ ໄດ້ຍົກໃຫ້ເຫັນມະຕິ ກອງປະຊຸມດັ່ງກ່າວ 6 ຫົວຂໍ້ສຳຄັນ ຄື: ຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຕິດພັນກັບ ການຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂບັນຫາ ຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ ແລະ ວາລະແຫ່ງຊາດວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ. ໃນນີ້, ໄດ້ໃຫ້ຮູ້ເຖິງ 9 ວຽກງານຈຸດ ສຸມໃນ 6 ເດືອນ ທ້າຍປີ 2024; ການປະຕິຮູບລັດວິສາຫະກິດໄດ້ມີ ການຕີລາຄາຢ່າງກົງໄປກົງມາຕໍ່ ສະພາບການດຳເນີນທຸລະກິດຂອງ ລັດວິສາຫະກິດໃນໄລຍະຜ່ານມາ, ພ້ອມທັງໃຫ້ທັດສະນະຕ້ອງສືບຕໍ່ ຢຶດໝັ້ນແນວທາງການສ້າງເສດ ຖະກິດລັດ ກໍຄື ສ້າງລັດວິສາຫະກິດ ໃຫ້ມີຄວາມເຂັ້ມແຂງເປັນເຈົ້າພາບ ທາງໃນລະບົບເສດຖະກິດແຫ່ງຊາດ ແລະ ເປັນເອກະພາບກຳນົດ 5 ຈຸດ ສຸມປະຕິຮູບລັດວິສາຫະກິດ ໃຫ້ ເຂັ້ມແຂງໃນຕໍ່ໜ້າ; ຕີລາຄາກ່ຽວ ກັບການຍົກສູງຄຸນນະພາບການດຳ ເນີນຄະດີຕາມຂະບວນຍຸຕິທໍາ, ຕາມ ມະຕິເລກທີ 112/ກມສພ, ລົງວັນ ທີ 2 ມິຖຸນາ 2020 ຂອງກົມການ ເມືອງສູນກາງພັກ ຊຶ່ງມະຕິກອງປະ ຊຸມແມ່ນໄດ້ເປັນເອກະພາບຕີລາ ຄາສູງຕໍ່ບັນດາຜົນສຳເລັດທີ່ອົງ ການຮັບຜິດຊອບດຳເນີນຄະດີຕາມ ຂະບວນຍຸຕິທໍາຍາດມາໄດ້ພ້ອມ ດຽວກັນກໍໃຫ້ 7 ທິດຊີ້ນໍາບັນຫາ ຈໍານວນໜຶ່ງ; ກ່ຽວກັບການປັບປຸງ ຄຸນນະພາບການສຶກສາ ແລະ ແກ້ ໄຂບັນຫາການປະລະການຮຽນ, ການຂາດແຄນຄູສອນ ຊຶ່ງມະຕິກອງ ປະຊຸມໄດ້ເນັ້ນໜັກໃຫ້ເອົາໃຈໃສ່ 3 ບັນຫາສຳຄັນ; ການກະກຽມເອກະ ສານຕົ້ນຕໍຂອງກອງປະຊຸມໃຫຍ່ ຄັ້ງ ທີ XII ຂອງພັກ ແລະ ບັນດາວຽກ ຈຸດສຸມການຈັດຕັ້ງປະຕິບັດແຕ່ນີ້ ຮອດກອງປ ະຊຸມ ຄົບຄະນະຄັ້ງທີ 9 ໃນທ້າຍປີ 2024. ການເຜີຍແຜ່ເຊື່ອມຊຶມໃນຄັ້ງ ນີ້, ເພື່ອໃຫ້ຜູ້ເຂົ້າຮ່ວມກຳແໜ້ນໄດ້ ເນື້ອໃນບັນດາມະຕິຄຳສັ່ງດັ່ງກ່າວ, ພ້ອມກັນສຸມໃສ່ສ້າງຄວາມຮັບຮູ້, ເຂົ້າໃຈ, ທັງເປັນການເພີ່ມທະວີ ຄວາມຮັບຜິດຊອບ ເພື່ອຈັດຕັ້ງປະ ຕິບັດໜ້າທີ່ການເມືອງໃຫ້ມີຄວາມ ສຳເລັດທັງມີປະສິດທິພາບ ແລະ ປະສິດທິຜົນ. ແລະ ການຮ່ວມມືທີ່ມີມູນເຊື້ອອັນດີ ງາມທີ່ມີມາແຕ່ດົນນານຖານປະ ເທດບ້ານໃກ້ເຮືອນຄຽງທີ່ດີ, ມີວັດ ທະນະທໍາ, ຮີດຄອງປະເພນີຄ້າຍຄື ກັນ, ພາສາປາກເວົ້າເຂົ້າໃຈກັນແລະ ມີປະຫວັດສາດການພົວພັນການ ທູດນໍາກັນທີ່ຍາວນານຫລາຍກວ່າ 7 ທົດສະວັດ ກໍຄື ການເປັນຄູ່ຮ່ວມ ຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ແລັດສະເຕ ໃນນາມຜູ້ສັງເກດການ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ. ກອງປະຊຸມໄດ້ຮັບຊາບຜົນກອງ ປະຊຸມລັດຖະມົນຕີຕ່າງປະເທດຄັ້ງ ທີ 57 ແລະ ກອງປະຊຸມກ່ຽວຂ້ອງ ທີ່ໄດ້ຈັດຂຶ້ນໃນວັນທີ 21-27 ກໍລະ ກົດ 2024 ທີ່ນະຄອນຫລວງວຽງ ຈັນ ໂດຍສະເພາະ ເພື່ອນໍາໄປຈັດ ຕັ້ງຜັນຂະຫຍາຍບັນດາວຽກງານ ທີ່ມອບໝາຍໃຫ້CPR.ນອກຈາກນີ້, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ທົບທວນຄືນຄວາມຄືບໜ້າຂອງ ວຽກງານການສ້າງປະຊາຄົມອາ ຊຽນ, ການພົວພັນ ແລະ ຮ່ວມມືກັບ ພາຍນອກຂອງອາຊຽນ, ພິຈາລະ ນາຮັບຮອງເອົາບັນດາອົງການຈັດ ຕັ້ງພາກພື້ນທີ່ກ່ຽວຂ້ອງກັບອາຊຽນ (ASEAN Entities), ການປັບ ປຸງແຜນວຽກປະຈໍາປີ ຂອງຄະ ນະກໍາມະການຜູ້ຕາງໜ້າຖາວອນ ປະຈໍາອາຊຽນ, ລວມທັງການກະ ກຽມໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ ອາວຸໂສອາຊຽນ ແລະ ບັນດາກອງ ປະຊຸມທີ່ກ່ຽວຂ້ອງ ຈັດຂຶ້ນໃນວັນທີ 21-22 ສິງຫາ 2024 ທີ່ນະຄອນ ຫລວງພະບາງ ກ່ອນກ້າວໄປສູ່ກອງ ປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ຈະຈັດຂຶ້ນໃນເດືອນຕຸລາ 2024 ຢູ່ນະຄອນຫລວງວຽງຈັນ. ຂ່າວ-ພາບ:ກິດຕາ ຍົກລະດັບໃຫ້ພະນັກງານ... ແຫ່ງຊາດ (ມຊ) ຈຳນວນ 50 ກວ່າຄົນ ເພື່ອຝຶກໃຫ້ຄວາມຮູ້ພື້ນ ຖານກ່ຽວກັບພິທີການ ເຊິ່ງສຳມະ ນາກອນທີ່ເຂົ້າຝຶກອົບຮົມຄັ້ງນີ້, ຈະ ກາຍເປັນພະນັກງານທີ່ດີ ເພື່ອຮັບ ໃຊ້ກອງປະຊຸມ ກໍຄື ແຂກຕ່າງປະ ເທດທີ່ເຂົ້າມາຮ່ວມກອງປະຊຸມ ດັ່ງກ່າວ. ຊຸດອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ ຮັບຟັງປະຫວັດຄວາມເປັນມາຂອງ 3 ກອງປະຊຸມນັບແຕ່ຄັ້ງທຳອິດ ຈົນ ເຖິງຄັ້ງປັດຈຸບັນ ແລະ ບັນດາ ປະເທດທີ່ເປັນເຈົ້າພາບ, ສະພາບ ການພັດທະນາເສດຖະກິດ-ສັງຄົມ ຂອງ ນວ ປີ 2024, ບັນດາສະຖານ ທີ່ທ່ອງທ່ຽວທີ່ສຳຄັນຢູ່ ນວ, ກົດ ໝາຍວ່າດ້ວຍການຕ້ານ ແລະ ສະ ກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ ຍິງ-ເດັກນ້ອຍ ແລະ ເອກະສານອື່ນໆ ທີ່ສຳຄັນຈໍານວນໜຶ່ງ. ຂ່າວ: ໜພ ວຽງຈັນໃໝ່ ຂອງສອງປະເທດ ລວມທັງການ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງຂອງອາຊຽນ ໃຫ້ ນັບມື້ນັບກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະ ໄດ້ຕ້ອນຮັບທ່ານເຂົ້າຮ່ວມກອງປະ ຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມອື່ນໆທີ່ກ່ຽວ ຂ້ອງ ໃນລະຫວ່າງວັນທີ 8 - 11 ຕຸລາ 2024 ທີ່ນະຄອນຫລວງວຽງ ຈັນ. ສຸດທ້າຍນີ້, ຂໍອວຍພອນໄຊອັນ ປະເສີດມາຍັງທ່ານຈົ່ງມີພະລານາ ໄມສົມບູນ, ມີຄວາມຜາສຸກ ແລະ ປະ ສົບຜົນສໍາເລັດໃນພາລະກິດອັນສູງ ສົ່ງຂອງທ່ານ.

RkJQdWJsaXNoZXIy MTc3MTYxMQ==