okpq d]a f4t,q o8u g0Q kIj ;,dv'xt-5 ,l5 fpvf dt[vdlP'xtgmfg0f3]d.8h 7A 'mu 3 c[[mk'wd 7totz6 h cmodt-;'xh v'da oxtmf leg]a f dko1h P,1k, c]t gIa f;Pd16j l ia fg-p Iv'okpq d Ij ;,dv'xt-5 ,]a f4t,q o8u 8j k'xtgmf 0v[dkoIj ;,,n c,j oE0v'{c,j oE]h ko-h k' 7A 'mu 9 ra o]tpkdkooe leg]a fdkoIPoI6h ry mu dkom6 f c]t rklkva 'dy f grn j vxtdv[lj ;o;Pd'kovk-Po ]a f4t[ko vq flt8ik]u vq 'dko USAID c]t vq 'dkov5 pou g-[ lq j 'glu ,dko]h P']6 dmu j fu mq j ; lxx ]k; dv'xt-5 ,7totde,tdkoz6h 8k'|h k4k;voxt9evk-Po 7A 'mu 8 Ill g-n j v,-b ,,t8y 8 ltw\mu XI 0v'ra d ]kp'ko7;k,7n [|h kdtdP,dv'xt-5 , z6h [a o-kdkomtskol6 'l5 fvk-Po 7A 'mu 21 okpq d]a f4t,q o8u lqj 'lko -q ,g-u pg4y '76j Ij ;,8ec|j ' pq d]tfa [.sh rtoa d'ko Ia [.-h dv'xt-5 ,g9Q k7v'vk-Po ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 19.08.2024 ປີທີ 23 ສະບັບທີ 5.997 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf ຂປລ. ສະຫາຍ ພົນເອກ ຈັນສະ ໝອນ ຈັນຍາລາດ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງປ້ອງ ກັນປະເທດ ແຫ່ງ ສປປ ລາວ ພ້ອມ ດ້ວຍຄະນະ ໄດ້ສຳເລັດການເດີນ ທາງຢ້ຽມຢາມ ແລະ ເຮັດວຽກຢູ່ສະ “ອຳນາດຂອງປະເທດເຂດໂລກ ໃຕ້ ເພື່ອອະນາຄົດທີ່ຍືນຍົງ” ທີ່ສໍາ ນັກງານນາຍົກລັດຖະມົນຕີ, ນະ ຄອນຫລວງວຽງຈັນ. ກອງປະຊຸມສຸດຍອດຄັ້ງນີ້, ແມ່ນ ຂໍ້ລິເລີ່ມຂອງ ອິນເດຍ ໃນຖານະ ປະເທດປະທານ G20 ປະຈຳປີ 2023 ໂດຍມີການນໍາຂັ້ນສູງ ແລະ ຂັ້ນລັດຖະມົນຕີຕາງໜ້າຈາກ 17 ປະເທດເຂດໂລກໃຕ້ ໄດ້ເຂົ້າຮ່ວມ. ກອງປະຊຸມໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບ ສະພາບການທີ່ຜັນແປຂອງໂລກໃນ ປັດຈຸບັນ ແລະ ຄວາມພະຍາຍາມໃນ ການສືບຕໍ່ສ້າງຄວາມເຂັ້ມແຂງ ຂອງບັນດາປະເທດກຳລັງພັດທະ ນາໃນເຂດໂລກໃຕ້ ເພື່ອອະນາຄົດທີ່ ທ່ານ ສອນໄຊ ສີພັນດອນ ຂປລ. ໂດຍຕອບສະໜອງຕາມ ການເຊື້ອເຊີນຂອງ ທ່ານ ນາເຣນ ດຣາ ໂມດີ ນາຍົກລັດຖະມົນຕີແຫ່ງ ອິນເດຍ,ໃນວັນທີ17 ສິງຫາ2024, ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາ ພາຄະນະຜູ້ແທນລາວ ເຂົ້າຮ່ວມ ກອງປະຊຸມສຸດຍອດກະບອກສຽງ ປະເທດເຂດໂລກໃຕ້ ຄັ້ງທີ 3 ແບບ ທາງໄກ, ພາຍໃຕ້ຫົວຂໍ້ບຸລິມະສິດ: ຫະພັນຣັດເຊຍ ໃນລະຫວ່າງ ວັນທີ 10-16 ສິງຫາ 2024 ນີ້. ຂປລ. ວັນທີ 16 ສິງຫາ 2024 ນີ້, ອະນຸກຳມະການກອງເລຂາຈັດ ຝຶກອົບຮົມໃຫ້ພະນັກງານ LO ແລະ VO ຮັບໃຊ້ກອງປະຊຸມເຈົ້າຄອງ ນະຄອນຫລວງອາຊຽນ (MGMAC), ກອງປະຊຸມເວທີເຈົ້າຄອງ ອາຊຽນ(AMF)ແລະກອງປະຊຸມ ເຄືອຂ່າຍບັນດານະຄອນອາຊີຕາ ເວັນອອກສ່ຽງໃຕ້ຂອງສະມາຄົມ ທີ່ນໍາໃຊ້ພາສາຝຣັ່ງ RVASE (AIMF)ປີ2024ທີ່ນະຄອນຫລວງ ວຽງຈັນ (ນວ) ເປັນເຈົ້າພາບຈັດ ຂຶ້ນທ້າຍເດືອນກັນຍາ 2024 ໂດຍ ມີທ່ານ ວົງໄຊ ພົມມີໄຊ ຫົວໜ້າພະ ແນກການຕ່າງປະເທດ ນວ, ເປົ້າ ໝາຍຜູ້ເຂົ້າຮ່ວມແມ່ນ ຄູ-ອາຈານ ແລະ ນັກສຶກສາທີ່ມາຈາກຄະນະວິ ຂປລ. ກອງເລຂາອາຊຽນກົມ ພົວພັນຕ່າງປະເທດ ຈັດກອງປະ ຊຸມລາຍງານຄວາມຄືບໜ້າໃນການ ກະກຽມຄວາມພ້ອມກອງປະຊຸມຜູ້ ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 21 ແລະ ກອງປະຊຸມປິ່ນ ອ້ອມໃນວັນທີ 15 ສິງຫາ 2024 ທີ່ ສະໂມສອນຫ້ອງວ່າການກະຊວງ ປ້ອງກັນປະເທດ ໂດຍການເປັນປະ ທານຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະ ຊວງປ້ອງກັນປະເທດ, ຫົວໜ້າກົມ ໃຫຍ່ເສນາທິການກອງທັບ, ມີບັນ ດາຄະນະກົມ, ຄະນະກໍາມະການ, ກອງເລຂາອາຊຽນກະຊວງປ້ອງ ກັນປະເທດ, ອະນຸກໍາມະການ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ເຟືອງໄຊ ມີລາກົງ ຮອງຫົວໜ້າກົມພົວພັນ ຕ່າງປະເທດ, ຫົວໜ້າໜ່ວຍງານວິ ຊາການເຈົ້າໜ້າທີ່ອາວຸໂສກະຊວງ ປ້ອງກັນປະເທດອາຊຽນຂອງ ສປປ ລາວ, ຫົວໜ້າກອງເລຂາອາຊຽນ ກະຊວງປ້ອງກັນປະເທດ ໄດ້ລາຍ ງານຄວາມຄືບໜ້າການກະກຽມ ຄວາມພ້ອມຂອງກອງປະຊຸມຜູ້ບັນ ຊາການທະຫານສູງສຸດອາຊຽນ ຄັ້ງ ທີ 21 ແລະ ກອງປະຊຸມປິ່ນອ້ອມ. ໃນນີ້, ໄດ້ເຮັດສໍາເລັດຮ່າງເອກະ ສານ ພ້ອມທັງຈັດສົ່ງຈົດໝາຍເຊີນ ແລະ ເອກະສານຕ່າງໆທີ່ກ່ຽວຂ້ອງ ສະຫາຍ ນາງ ໃບຄຳ ຂັດທິຍະ ຂປລ. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມເຊື່ອມຊຶມມະຕິຂອງ ກອງປະຊຸມຄົບຄະນະບໍລິຫານງານ ສູນກາງພັກ ຄັ້ງທີ 8 ສະໄໝທີ XI ແລະບັນດາມະຕິຄຳສັ່ງ, ຄຳແນະນໍາ ຂອງຄະນະເລຂາທິການສູນກາງ ພັກໃນວັນທີ16ສິງຫາ2024 ໂດຍ ການເປັນປະທານຂອງສະຫາຍ ຂປລ. ໃນວັນທີ 16 ສິງຫາ 2024 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ສົ່ງສານຊົມເຊີຍເຖິງທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນໂອກາດທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່. ເນື້ອໃນສານໄດ້ ລະບຸວ່າ: ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ທ່ານ ເນື່ອງໃນໂອກາດທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກ ລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມສາມາດ ແລະ ປະສົບການທີ່ສູງສົ່ງ ຂອງທ່ານ ຣາຊະອານາຈັກໄທ ຈະສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນຍິ່ງໆຂຶ້ນ. ຂ້າພະເຈົ້າຫວັງວ່າຈະໄດ້ເຮັດວຽກຮ່ວມ ກັບທ່ານ ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ສປປ ລາວ ປະຈໍາອາຊຽນ ໃນນາມ ປະທານຄະນະກໍາມະການຜູ້ຕາງ ໜ້າຖາວອນປະຈໍາອາຊຽນ ສໍາລັບ ປີ 2024 ໄດ້ເປັນປະທານກອງປະ ຊຸມຄະນະກໍາມະການຜູ້ຕາງໜ້າຖາ ວອນປະຈໍາອາຊຽນ ຄັ້ງທີ 8 (Eight Meeting of the Committee of Permanent Representatives to ASEAN (CPR) - 8 / 2 0 2 4 CPR Meeting)ໂດຍມີບັນດາຜູ້ຕາງ ໜ້າຖາວອນປະຈໍາອາຊຽນ, ຕີມໍ ຂປລ. ວັນທີ 18 ສິງຫາ 2024 ທີ່ນະຄອນຫລວງພະບາງ, ທ່ານ ບໍວອນທັດ ດວງຈັກ ເອກອັກຄະລັດ ຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 19/08/2024 xtgmf]k; ນາຍົກລັດຖະມົນຕີ... ຮສສ ເຊື່ອມຊຶມມະຕິ... ກອງປະຊຸມຄະນະກຳມະການ... ນາຍົກລັດຖະມົນຕີ ສົ່ງສານ... ລາຍງານຄວາມຄືບໜ້າ... ຍືນຍົງ ໂດຍສະເພາະໃນທ່າມກາງ ສະພາບປັດຈຸບັນທີ່ພາກພື້ນ ແລະ ໃນໂລກ ຍັງສືບຕໍ່ປະສົບກັບສິ່ງທ້າ ທາຍຫລາຍປະການ ເປັນຕົ້ນ ບັນ ຫາຂໍ້ຂັດແຍ່ງທາງດ້ານພູມສາດ ການເມືອງ, ບັນຫາເສດຖະກິດ, ການຄ້າ, ໄພເງິນເຟີ້, ການປ່ຽນແປງ ຂອງດິນຟ້າອາກາດ ແລະ ໄພທຳ ມະຊາດ, ຕ່ອງໂສ້ການສະໜອງ ໂລກ, ການບໍລິຫານລັດ, ການພັດທະ ນາຊັບພະຍາກອນມະນຸດ, ການຫັນ ເປັນດີຈິຕອນ ແລະ ອື່ນໆ. ໃນໂອກາດນີ້,ທ່ານນາຍົກລັດຖະ ມົນຕີ ສອນໄຊ ສີພັນດອນ ໄດ້ຢໍ້າ ຄືນຄວາມສໍາຄັນຂອງການພົວພັນ ຮ່ວມມືຫລາຍຝ່າຍ ເພື່ອການພັດທະ ນາແບບຍືນຍົງ ເຊິ່ງເຫັນວ່າເປັນບູລິ ມະສິດທີ່ຈຳເປັນ ສໍາລັບປະເທດກຳ ລັງພັດທະນາ ເພື່ອຄວາມຈະເລີນ ກ້າວໜ້າ ກໍຄື ການສືບຕໍ່ຮັກສາ ແລະ ສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມຜາສຸກໃນພາກພື້ນ ແລະ ທົ່ວໂລກ, ລວມທັງຊຸກຍູ້ສົ່ງເສີມການ ຮ່ວມມືກັນຂອງບັນດາປະເທດ ກໍຄື ລະຫວ່າງອົງການຈັດຕັ້ງພາກພື້ນ ຂອງເຂດໂລກໃຕ້ ແລະ ບັນດາຄູ່ ຮ່ວມມືພາຍນອກ ໂດຍສະເພາະໃນ ຂົງເຂດທີ່ເປັນທ່າແຮງຕ່າງໆເຊັ່ນ: ການຄ້າ, ການລົງທຶນ, ການທ່ອງ ທ່ຽວ, ການຫັນເປັນດີຈິຕອນ, ພະລັງ ງານສະອາດ, ການສຶກສາ ແລະ ພັດ ທະນາຊັບພະຍາກອນມະນຸດ ກໍຄື ສ້າງຄວາມເຂັ້ມແຂງໃຫ້ແມ່ຍິງແລະ ຊາວໜຸ່ມ. ໃນຖານະທີ່ ສປປ ລາວ ເປັນປະທານອາຊຽນ ໃນປີ 2024, ສປປ ລາວ ມີຄວາມໝາຍໝັ້ນ ເພື່ອ ຊຸກຍູ້ສົ່ງເສີມການເຊື່ອມໂຍງເຊື່ອມຈອດພາກພື້ນ ແລະ ສົ່ງເສີມ ການຮ່ວມມື ລະຫວ່າງ ບັນດາປະ ເທດສະມາຊິກອາຊຽນ ແລະ ກັບຄູ່ ຮ່ວມມືພາຍນອກຂອງອາຊຽນ ໃຫ້ ແໜ້ນແຟ້ນຂຶ້ນ ເພື່ອໃຫ້ເຮັດໃຫ້ອາ ຊຽນ ສືບຕໍ່ເປັນພາກພື້ນແຫ່ງສັນຕິ ພາບ, ສະຖຽນລະພາບ ແລະ ການ ພັດທະນາແບບຍືນຍົງ. ໃນຕອນທ້າຍ, ທ່ານນາຍົກລັດ ຖະມົນຕີ ສອນໄຊ ສີພັນດອນ ກໍໄດ້ ເຊື້ອເຊີນ ທ່ານ ນາເຣນດຣາ ໂມດີ ນາຍົກລັດຖະມົນຕີ ແຫ່ງ ອິນເດຍ ເພື່ອເດີນທາງມາເຂົ້າຮ່ວມກອງ ປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດ ອື່ນໆທີ່ກ່ຽວຂ້ອງ ເຊິ່ງຈະຈັດຂຶ້ນໃນ ລະຫວ່າງ ວັນທີ 8-11 ຕຸລາ 2024 ທີ່ນະຄອນຫລວງວຽງຈັນ. ໃນໄລຍະກອງປະຊຸມສຸດຍອດ ກະບອກສຽງປະເທດເຂດໂລກໃຕ້ ຄັ້ງທີ 3 ນີ້, ກໍຍັງມີກອງປະຊຸມລັດ ຖະມົນຕີຕ່າງປະເທດ, ກອງປະຊຸມ ລັດຖະມົນຕີສາທາລະນະສຸກ ແລະ ບັນດາກອງປະຊຸມ ແລະ ກິດຈະກຳ ອື່ນໆ ທີ່ປິ່ນອ້ອມຈຳນວນໜຶ່ງ. ຄະນະຜູ້ແທນກະຊວງປ້ອງກັນ... ຕະຫລອດໄລຍະຂອງການ ເຄື່ອນໄຫວຢ້ຽມຢາມແລະ ເຮັດວຽກ ຢູ່ສະຫະພັນຣັດເຊຍຄັ້ງນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມຄະນະໄດ້ເຂົ້າຮ່ວມພິທີເປີດ ງານວາງສະແດງອຸປະກອນເຕັກນິກ ການທະຫານສາກົນ 2024 ທີ່ສູນ ປະຊຸມ ແລະ ວາງສະແດງສາກົນ, ປາຕຣີອົດ, ກູບິນກາ, ມົດສະກູ ຈັດ ຂຶ້ນໃນລະຫວ່າງວັນທີ 12-14 ສິງ ຫາ, ພາຍໃນງານໄດ້ວາງສະແດງ ບັນດາເຕັກໂນໂລຊີຕ່າງໆຫລາກ ຫລາຍຮູບແບບ, ມີທັງອາວຸດຍຸດໂທ ປະກອນເຕັກນິກການທະຫານທີ່ ມີຄວາມທັນສະໄໝທີ່ສຸດ, ມີເອກະ ລັກສະເພາະຕົວຈາກປະເທດຣັດເຊຍ ຊຶ່ງມີບໍລິສັດຊັ້ນນຳທີ່ໄດ້ຮັບການ ຍ້ອງຍໍໃນລະດັບສາກົນ. ນອກນັ້ນ, ຍັງມີ 4 ປະເທດເຂົ້າຮ່ວມ ຄື: ສປ ຈີນ, ເບຣາລຸດ, ອີຣານ, ອິນເດຍແລະ ຕົວແທນບໍລິສັດຈາກຕ່າງປະເທດ ທີ່ລົງທະບຽນເຂົ້າຮ່ວມຫລາຍກວ່າ 120 ແຫ່ງ. ໃນປີນີ້ໄດ້ຈັດຂຶ້ນເປັນ ຄັ້ງທີ 10 ໂດຍມີຜະລິດຕະພັນປະ ມານ 1.500 ລາຍການ ແລະ ໄດ້ ຮັບຄວາມສົນໃຈຈາກຕົວແທນຜູ້ ຊ່ຽວຊານ ແລະ ສື່ຈາກຕ່າງປະເທດ. ທັງນີ້, ກໍຍັງເປັນບ່ອນພົບປະ, ປຶກສາ ຫາລື, ແລກປ່ຽນປະສົບການ, ເພີ່ມ ທະວີການຮ່ວມມືດ້ານການຜະລິດ, ສະໜອງອຸປະກອນເຕັກນິກການທະ ຫານໃຫ້ບໍລິສັດຕ່າງໆຂອງ ຣັດເຊຍ ແລະ ບໍລິສັດອື່ນໆ ຈາກຕ່າງປະເທດ ເພື່ອສ້າງຄວາມເຂົ້າອົກເຂົ້າໃຈເຊິ່ງ ກັນ ແລະ ກັນ, ຊຸກຍູ້ປົກປັກຮັກສາ ສັນຕິພາບ ແລະ ສະຖຽນລະພາບຢູ່ ພາກພື້ນ ແລະ ສາກົນ. ໂອກາດດັ່ງກ່າວ, ສະຫາຍ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ພົບ ປະສອງຝ່າຍກັບ ສະຫາຍ ອານເດຣ ແຣມມົບວິດຈ໌ ເບຍລາອູຊົບ ລັດຖະ ມົນຕີກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ເຊິ່ງສອງຝ່າຍໄດ້ຕາງ ໜ້າໃຫ້ລັດຖະບານຂອງທັງສອງ ປະເທດລົງນາມ ກ່ຽວກັບການພົວ ພັນຮ່ວມມືດ້ານການທະຫານສະ ບັບໃໝ່ ເພື່ອເປັນບ່ອນອີງໃນການ ເສີມຂະຫຍາຍມູນເຊື້ອການພົວພັນ ຮ່ວມມືລະຫວ່າງສອງປະເທດ ໂດຍ ສະເພາະແມ່ນກອງທັບປະຊາຊົນ ລາວ ແລະ ຣັດເຊຍ ໃຫ້ນັບມື້ໄດ້ຮັບ ການພັດທະນາດີຂຶ້ນ. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມຄະນະກໍໄດ້ສືບ ຕໍ່ເຄື່ອນໄຫວເຂົ້າຢ້ຽມຂ່ຳນັບສະ ຫາຍ ດີມີຕຣີເມັດເວເດັບ ຮອງປະ ທານສະພາຄວາມໝັ້ນຄົງ ແຫ່ງ ສ ຣັດເຊຍ, ພ້ອມນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມຄະ ນະຍັງໄດ້ຢ້ຽມຊົມສະຖານທີ່ສຳຄັນ ຕ່າງໆຈຳນວນໜຶ່ງຢູ່ນະຄອນຫລວງ ມົດສະກູ ສ ຣັດເຊຍ ຕື່ມອີກ. ຜົນສຳເລັດຂອງການເດີນທາງ ຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະ ພັນຣັດເຊຍ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງປ້ອງກັນປະເທດແຫ່ງ ສປປ ລາວ ໃນຄັ້ງນີ້, ເປັນການປະກອບ ສ່ວນເຂົ້າໃນການເສີມສ້າງສາຍພົວ ພັນທີ່ເປັນມູນເຊື້ອລະຫວ່າງສອງປະ ເທດ, ສອງກອງທັບ ແລະ ປະຊາຊົນ ສອງຊາດ ລາວ-ຣັດເຊຍ ທີ່ມີມາ ແຕ່ດົນນານແລ້ວນັ້ນ, ໃຫ້ໝັ້ນຄົງທະ ນົງແກ່ນແຕກດອກອອກຜົນ ແລະ ຈະເລີນງອກງາມຂຶ້ນຢ່າງບໍ່ຢຸດຢັ້ງ. ຂ່າວ-ພາບ: ຮ້ອຍເອກ ທອງມາ ໄຊຍະເພັງສາ ໃຫ້ບັນດາປະເທດສະມາຊິກອາ ຊຽນ, ສໍາເລັດຮ່າງເນື້ອໃນບົດປະ ກອບຄໍາເຫັນ ແລະ ເອກະສານຫລັກ ຂອງກອງປະຊຸມ, ສໍາເລັດວຽກ ປະ ສານງານຂອງກອງປະຊຸມ, ສໍາ ເລັດແຜນວຽກງານຮັບປະກັນດ້ານ ພິທີການ ແລະ ວຽກງານຮັບປະກັນ ອະນຸກຳມະການຕ່າງໆ ເປັນຕົ້ນ ສະຖານທີ່, ພາຫະນະຮັບໃຊ້, ຄວາມ ປອດໄພ, ງົບປະມານ, ສື່ສານ, ນະ ໂຍບາຍ, ໂຄສະນາ, ເຊື້ອໄຟ ແລະ ການຈັດກິດຈະກໍາອື່ນໆ. ຈາກນັ້ນ, ບັນດາອະນຸກໍາມະການດ້ານຕ່າງໆ ໄດ້ລາຍງານການກະກຽມຄວາມ ພ້ອມຂອງຕົນ ໃນກອງປະຊຸມຕື່ມ ອີກ. ໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ໂອ້ລົມ ແລະ ເນັ້ນໃຫ້ກອງເລຂາອາຊຽນ, ບັນດາຄະນະກຳມະການ ແລະ ອະນຸ ກຳມະການດ້ານຕ່າງໆ ສືບຕໍ່ປະຕິ ບັນດາໜ້າວຽກທີ່ຍັງບໍ່ທັນສຳເລັດ ສົມບູນ ແລະ ຈັດຕັ້ງປະຕິບັດຕາມ ແຜນການທີ່ໄດ້ກຳນົດໄວ້, ພ້ອມກັນ ເອົາໃຈໃສ່ປະຕິບັດຕາມໜ້າທີ່ຮັບ ຜິດຊອບຂອງຕົນໃຫ້ດີ, ສືບຕໍ່ເຮັດ ສຳເລັດການກະກຽມເນື້ອໃນທີ່ສຳ ຄັນ ເປັນຕົ້ນ ຮ່າງຖະແຫລງການ ຮ່ວມ, ແຜນການສອງປີ, ບາດກ້າວ ດຳເນີນກອງປະຊຸມ ແລະ ອື່ນໆ. ພ້ອມນີ້, ໃຫ້ເອົາໃຈໃສ່ດ້ານວຽກ ງານປ້ອງກັນຮັກສາຄວາມປອດໄພ ໃຫ້ລົງກວດກາ ແລະ ຈັດວາງກຳລັງ ຢູ່ສະຖານທີ່ຕ່າງໆໃຫ້ຮັດກຸມ ແລະ ປະສານສົມທົບກັບພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ເພື່ອຮັບປະກັນໃຫ້ໄດ້ ຄວາມປອດໄພ 100% ແລະ ເຮັດ ສໍາເລັດຕາມຄາດໝາຍທີ່ກໍານົດໄວ້. ຂ່າວ: ໄພນາລິນ ຮອງນາຍົກ ຮ່ວມກອງປະຊຸມ... ຂປລ. ໃນວັນທີ 16 ສິງຫາ 2024 ຜ່ານມາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງການຕ່າງປະ ເທດແຫ່ງ ສປປ ລາວ ໄດ້ນໍາພາຄະ ນະຜູ້ແທນເຂົ້າຮ່ວມກອງປະຊຸມລັດ ຖະມົນຕີຕ່າງປະເທດ ຂອບການ ຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານ ຊ້າງ ຄັ້ງທີ9 ທີ່ຊຽງໃໝ່, ປະເທດໄທ ພາຍໃຕ້ຫົວຂໍ້: ກ້າວໄປສູ່ອະນາຄົດ ຮ່ວມກັນຢ່າງຍືນຍົງ ແລະ ປອດໄພ ຍິ່ງຂຶ້ນໃນພາກພື້ນແມ່ນ້ຳຂອງ-ແມ່ ນ້ຳລ້ານຊ້າງ (Towards the shared future of a safer and sustainable Mekong-Lancang Region) ໂດຍການເປັນ ປະທານຮ່ວມຂອງ ທ່ານ ຫວາງ ອີ້ ກໍາມະການກົມການເມືອງສູນກາງ ພັກ, ຫົວໜ້າຫ້ອງການຄະນະກໍາ ມະການກິດຈະການຕ່າງປະເທດສູນ ກາງພັກກອມມູນິດຈີນ, ລັດຖະມົນ ຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ແລະ ທ່ານ ນາງ ເອກສິຣິ ປິນທະຣຸຈິ ຫົວໜ້າຫ້ອງການກະ ຊວງການຕ່າງປະເທດໄທໂດຍມີບັນ ດາລັດຖະມົນຕີຕ່າງປະເທດພ້ອມ ດ້ວຍຄະນະຜູ້ແທນຈາກປະເທດ ສະມາຊິກຂອບການຮ່ວມມືແມ່ນ້ຳ ຂອງ-ແມ່ນ້ຳລ້ານຊ້າງ ເຂົ້າຮ່ວມ. ກອງປະຊຸມໄດ້ຕີລາຄາ ແລະ ທົບທວນຄືນຜົນຂອງການຮ່ວມມື ໃນຕະຫລອດໄລຍະ 8 ປີຜ່ານມາ ໂດຍເຫັນວ່າຂອບການຮ່ວມມືດັ່ງ ກ່າວ, ໄດ້ມີການຂະຫຍາຍຕົວຢ່າງ ວ່ອງໄວ ແລະ ນໍາເອົາຜົນປະໂຫຍດ ອັນເປັນຮູບປະທໍາມາສູ່ພາກພື້ນແມ່ ນໍ້າຂອງ ໂດຍສະເພາະການຈັດຕັ້ງ ຜັນຂະຫຍາຍຜົນຂອງກອງປະຊຸມ ຜູ້ນໍາແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4, ກອງປະຊຸມລັດຖະມົນຕີ ຕ່າງປະເທດ ຂອບການຮ່ວມມືແມ່ ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8 ແລະ ແຜນປະຕິບັດງານ 5 ປີ (2023-2027)ພາຍໃຕ້3 ເສົາຄ້ໍາ (ການເມືອງ-ຄວາມໝັ້ນຄົງ, ການ ພັດທະນາແບບຍືນຍົງ ແລະ ການ ແລກປ່ຽນວັດທະນະທໍາ-ສັງຄົມ) ແລະ 5 ຂົງເຂດບູລິມະສິດ (ການ ເຊື່ອມຈອດ, ການຄຸ້ມຄອງຊັບພະ ຍາກອນນ້ຳ, ການຄ້າຂ້າມຊາຍແດນ ການສ້າງຂີດຄວາມສາມາດ ໃນ ການຜະລິດກະສິກຳ ແລະ ລຶບລ້າງ ຄວາມທຸກຍາກ) ໂດຍຜ່ານການປະ ຕິບັດບັນດາກິດຈະກຳ ແລະ ໂຄງ ການກອງທຶນພິເສດແມ່ນ້ຳຂອງແມ່ນ້ຳລ້ານຊ້າງ ອັນໄດ້ນໍາຜົນປະ ໂຫຍດຕົວຈິງມາສູ່ປະເທດສະມາ ຊິກ ກໍຄື ພາກພື້ນແມ່ນ້ຳຂອງ. ນັບ ແຕ່ປີ 2017 ເປັນຕົ້ນມາ ກອງທຶນ ດັ່ງກ່າວ, ໄດ້ປະກອບສ່ວນສໍາຄັນ ເຂົ້າໃນບັນດາໂຄງການເພື່ອການ ພັດທະນາເສດຖະກິດ-ສັງຄົມ ຢູ່ ພາກພື້ນແມ່ນໍ້າຂອງ. ສຳລັບ ສປປ ລາວໄດ້ຮັບໂຄງການດັ່ງກ່າວທັງ ໝົດ 90 ໂຄງການ, ລວມມູນຄ່າ 23.925.900 ໂດລາສະຫະລັດ. ພ້ອມກັນນີ້, ກອງປະຊຸມຍັງໄດ້ ຮັບຮອງເອົາເອກະສານສໍາຄັນຈໍາ ນວນ 4 ສະບັບ ຄື: ບົດຖະແຫລງ ຂ່າວຮ່ວມກອງປະຊຸມລັດຖະມົນ ຕີຕ່າງປະເທດແມ່ນໍ້າຂອງ-ແມ່ນໍ້າ ລ້ານຊ້າງ ຄັ້ງທີ 9; ຂໍ້ລິເລີ່ມອາກາດ ບໍລິສຸດແມ່ນ້ຳຂອງ-ແມ່ນ້ຳລ້ານ ຊ້າງ; ລິເລີ່ມການຮ່ວມມືດ້ານຊັບ ພະຍາກອນນ້ຳແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງ; ຖະແຫລງການຮ່ວມວ່າ ດ້ວຍການເພີ່ມທະວີການຮ່ວມມື ຕ້ານອາດຊະຍາກຳຂ້າມແດນພາຍ ໃຕ້ຂອບການຮ່ວມມືແມ່ນໍ້າຂອງແມ່ນ້ຳລ້ານຊ້າງ. ໃນກອງປະຊຸມຄັ້ງນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕີລາຄາ ສູງຕໍ່ໝາກຜົນຂອງການຮ່ວມມື ພາຍໃຕ້ຂອບການຮ່ວມມືດັ່ງກ່າວ, ເຊິ່ງຕະຫລອດໄລຍະ 8 ປີຜ່ານມາ ສປ ຈີນ ໄດ້ປະກອບສ່ວນຢ່າງຕັ້ງ ໜ້າເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ ໃນພາກພື້ນແມ່ນໍ້າຂອງ ເວົ້າລວມ, ເວົ້າສະເພາະ ກໍຄືການປະ ກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງ ສປປລາວ ເປັນຕົ້ນ, ແມ່ນການຈັດຕັ້ງປະຕິບັດ ບັນດາໂຄງການທີ່ແນໃສ່ການພັດ ທະນາແບບຍືນຍົງ, ພ້ອມທັງ, ໄດ້ສະ ເໜີບາງທິດທາງການຮ່ວມມືໃນຕໍ່ ໜ້າ ໂດຍສະເພາະການສ້າງຄວາມ ເຂັ້ມແຂງໃຫ້ແກ່ພື້ນຖານລະບົບ ເສດຖະກິດທັນສະໄໝ, ການພັດທະ ນານະວັດຕະກຳ ແລະ ດີຈິຕອນ, ຍົກ ສູງການພັດທະນາຊັບພະຍາກອນ ມະນຸດ ໃນທຸກຂະແໜງການ ເປັນຕົ້ນ ສຸມໃສ່ຂະແໜງກະສິກຳ, ພະລັງ ງານສະອາດ ແລະ ການທ່ອງທ່ຽວ. ໃນໂອກາດດຽວກັນນີ້, ທ່ານ ສະເຫລີມໄຊ ກົມມະສິດ ກໍໄດ້ເຂົ້າ ຮ່ວມກອງປະຊຸມພົບປະສອງຝ່າຍ ກັບຄູ່ຮ່ວມຕຳແໜ່ງຝ່າຍຈີນ ສະ ຫາຍ ຫວາງ ອີ້ ລັດຖະມົນຕີຕ່າງປະ ເທດ ແຫ່ງ ສປ ຈີນ ເພື່ອສືບຕໍ່ເສີມ ຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມມື ອັນແຕກດອກອອກຜົນຢ່າງງົດ ງາມພາຍໃຕ້ການເປັນຄູ່ຮ່ວມຍຸດທະ ສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມ ຊາຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ ນັບມື້ນັບຂະຫຍາຍຕົວຢ່າງຕໍ່ເນື່ອງ ທັງໃນລວງກວ້າງ ແລະ ລວງເລິກ. ການພົບປະດັ່ງກ່າວ, ສອງຝ່າຍ ໄດ້ແຈ້ງສະພາບຄວາມຄືບໜ້າຂອງ ການຮ່ວມມືໃນໄລຍະຜ່ານມາ ກໍຄື ການຈັດຕັ້ງຜັນຂະຫຍາຍຜົນການ ພົບປະສອງຝ່າຍ ໃນໂອກາດທີ່ ທ່ານລັດຖະມົນຕີຕ່າງປະເທດ ສປ ຈີນ ຢ້ຽມຢາມ ສປປ ລາວ ຢ່າງເປັນ ທາງການ ແລະ ເຂົ້າຮ່ວມກອງປະ ຊຸມລັດຖະມົນຕີຕ່າງປະເທດອາ ຊຽນ ໃນເດືອນກໍລະກົດ 2024 ທີ່ ຜ່ານມາ. ໃນໂອກາດນີ້, ຝ່າຍລາວໄດ້ຕີ ລາຄາສູງຕໍ່ການຊ່ວຍເຫລືອ ແລະ ສະໜັບສະໜູນຂອງລັດຖະບານ ແລະ ປະຊາຊົນ ຈີນ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາທີ່ໄດ້ກວມ ເອົາຫລາຍຂົງເຂດບູລິມະສິດຂອງ ສປປ ລາວ; ພິເສດ ກໍແມ່ນການຊ່ວຍ ເຫລືອ ແລະ ສະໜັບສະໜູນ ສປປ ລາວ ໃນການເປັນປະທານ ອາຊຽນ 2024. ພ້ອມກັນນີ້, ຝ່າຍ ຈີນ ກໍ ໄດ້ໃຫ້ຄຳໝັ້ນສັນຍາຢ່າງໜັກແໜ້ນ ຈະສືບຕໍ່ຊ່ວຍເຫລືອ ແລະ ສະໜັບ ສະໜູນ ສປປ ລາວ ໃນຊຸມປີຕໍ່ໜ້າ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ປຶກ ສາຫາລື ແລະ ແລກປ່ຽນຄໍາຄິດຄໍາ ເຫັນຢ່າງກົງໄປກົງມາກ່ຽວກັບບັນ ຫາພາກພື້ນແລະສາກົນທີ່ຕ່າງຝ່າຍ ໃຫ້ຄວາມສົນໃຈຮ່ວມກັນ. ຂ່າວ-ພາບ: ກຕທ ນາງ ໃບຄຳ ຂັດທິຍະ ເລຂາຄະນະ ພັກ, ລັດຖະມົນຕີກະຊວງ ຮສສ, ມີຮອງລັດຖະມົນຕີ, ຫົວໜ້າກົມຮອງກົມ, ບັນດາສະຫາຍສະມາຊິກ ພັກ-ພະນັກງານ ກະຊວງ ຮສສ ເຂົ້າ ຮ່ວມຮັບຟັງ. ໂອກາດນີ້, ສະຫາຍ ນາງ ໃບຄຳ ຂັດທິຍະ ໄດ້ຍົກໃຫ້ເຫັນມະຕິ ກອງປະຊຸມດັ່ງກ່າວ 6 ຫົວຂໍ້ສຳຄັນ ຄື: ຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຕິດພັນກັບ ການຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂບັນຫາ ຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ ແລະ ວາລະແຫ່ງຊາດວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ. ໃນນີ້, ໄດ້ໃຫ້ຮູ້ເຖິງ 9 ວຽກງານຈຸດ ສຸມໃນ 6 ເດືອນ ທ້າຍປີ 2024; ການປະຕິຮູບລັດວິສາຫະກິດໄດ້ມີ ການຕີລາຄາຢ່າງກົງໄປກົງມາຕໍ່ ສະພາບການດຳເນີນທຸລະກິດຂອງ ລັດວິສາຫະກິດໃນໄລຍະຜ່ານມາ, ພ້ອມທັງໃຫ້ທັດສະນະຕ້ອງສືບຕໍ່ ຢຶດໝັ້ນແນວທາງການສ້າງເສດ ຖະກິດລັດ ກໍຄື ສ້າງລັດວິສາຫະກິດ ໃຫ້ມີຄວາມເຂັ້ມແຂງເປັນເຈົ້າພາບ ທາງໃນລະບົບເສດຖະກິດແຫ່ງຊາດ ແລະ ເປັນເອກະພາບກຳນົດ 5 ຈຸດ ສຸມປະຕິຮູບລັດວິສາຫະກິດ ໃຫ້ ເຂັ້ມແຂງໃນຕໍ່ໜ້າ; ຕີລາຄາກ່ຽວ ກັບການຍົກສູງຄຸນນະພາບການດຳ ເນີນຄະດີຕາມຂະບວນຍຸຕິທໍາ, ຕາມ ມະຕິເລກທີ 112/ກມສພ, ລົງວັນ ທີ 2 ມິຖຸນາ 2020 ຂອງກົມການ ເມືອງສູນກາງພັກ ຊຶ່ງມະຕິກອງປະ ຊຸມແມ່ນໄດ້ເປັນເອກະພາບຕີລາ ຄາສູງຕໍ່ບັນດາຜົນສຳເລັດທີ່ອົງ ການຮັບຜິດຊອບດຳເນີນຄະດີຕາມ ຂະບວນຍຸຕິທໍາຍາດມາໄດ້ພ້ອມ ດຽວກັນກໍໃຫ້ 7 ທິດຊີ້ນໍາບັນຫາ ຈໍານວນໜຶ່ງ; ກ່ຽວກັບການປັບປຸງ ຄຸນນະພາບການສຶກສາ ແລະ ແກ້ ໄຂບັນຫາການປະລະການຮຽນ, ການຂາດແຄນຄູສອນ ຊຶ່ງມະຕິກອງ ປະຊຸມໄດ້ເນັ້ນໜັກໃຫ້ເອົາໃຈໃສ່ 3 ບັນຫາສຳຄັນ; ການກະກຽມເອກະ ສານຕົ້ນຕໍຂອງກອງປະຊຸມໃຫຍ່ ຄັ້ງ ທີ XII ຂອງພັກ ແລະ ບັນດາວຽກ ຈຸດສຸມການຈັດຕັ້ງປະຕິບັດແຕ່ນີ້ ຮອດກອງປ ະຊຸມ ຄົບຄະນະຄັ້ງທີ 9 ໃນທ້າຍປີ 2024. ການເຜີຍແຜ່ເຊື່ອມຊຶມໃນຄັ້ງ ນີ້, ເພື່ອໃຫ້ຜູ້ເຂົ້າຮ່ວມກຳແໜ້ນໄດ້ ເນື້ອໃນບັນດາມະຕິຄຳສັ່ງດັ່ງກ່າວ, ພ້ອມກັນສຸມໃສ່ສ້າງຄວາມຮັບຮູ້, ເຂົ້າໃຈ, ທັງເປັນການເພີ່ມທະວີ ຄວາມຮັບຜິດຊອບ ເພື່ອຈັດຕັ້ງປະ ຕິບັດໜ້າທີ່ການເມືອງໃຫ້ມີຄວາມ ສຳເລັດທັງມີປະສິດທິພາບ ແລະ ປະສິດທິຜົນ. ແລະ ການຮ່ວມມືທີ່ມີມູນເຊື້ອອັນດີ ງາມທີ່ມີມາແຕ່ດົນນານຖານປະ ເທດບ້ານໃກ້ເຮືອນຄຽງທີ່ດີ, ມີວັດ ທະນະທໍາ, ຮີດຄອງປະເພນີຄ້າຍຄື ກັນ, ພາສາປາກເວົ້າເຂົ້າໃຈກັນແລະ ມີປະຫວັດສາດການພົວພັນການ ທູດນໍາກັນທີ່ຍາວນານຫລາຍກວ່າ 7 ທົດສະວັດ ກໍຄື ການເປັນຄູ່ຮ່ວມ ຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ແລັດສະເຕ ໃນນາມຜູ້ສັງເກດການ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ. ກອງປະຊຸມໄດ້ຮັບຊາບຜົນກອງ ປະຊຸມລັດຖະມົນຕີຕ່າງປະເທດຄັ້ງ ທີ 57 ແລະ ກອງປະຊຸມກ່ຽວຂ້ອງ ທີ່ໄດ້ຈັດຂຶ້ນໃນວັນທີ 21-27 ກໍລະ ກົດ 2024 ທີ່ນະຄອນຫລວງວຽງ ຈັນ ໂດຍສະເພາະ ເພື່ອນໍາໄປຈັດ ຕັ້ງຜັນຂະຫຍາຍບັນດາວຽກງານ ທີ່ມອບໝາຍໃຫ້CPR.ນອກຈາກນີ້, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ທົບທວນຄືນຄວາມຄືບໜ້າຂອງ ວຽກງານການສ້າງປະຊາຄົມອາ ຊຽນ, ການພົວພັນ ແລະ ຮ່ວມມືກັບ ພາຍນອກຂອງອາຊຽນ, ພິຈາລະ ນາຮັບຮອງເອົາບັນດາອົງການຈັດ ຕັ້ງພາກພື້ນທີ່ກ່ຽວຂ້ອງກັບອາຊຽນ (ASEAN Entities), ການປັບ ປຸງແຜນວຽກປະຈໍາປີ ຂອງຄະ ນະກໍາມະການຜູ້ຕາງໜ້າຖາວອນ ປະຈໍາອາຊຽນ, ລວມທັງການກະ ກຽມໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ ອາວຸໂສອາຊຽນ ແລະ ບັນດາກອງ ປະຊຸມທີ່ກ່ຽວຂ້ອງ ຈັດຂຶ້ນໃນວັນທີ 21-22 ສິງຫາ 2024 ທີ່ນະຄອນ ຫລວງພະບາງ ກ່ອນກ້າວໄປສູ່ກອງ ປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ຈະຈັດຂຶ້ນໃນເດືອນຕຸລາ 2024 ຢູ່ນະຄອນຫລວງວຽງຈັນ. ຂ່າວ-ພາບ:ກິດຕາ ຍົກລະດັບໃຫ້ພະນັກງານ... ແຫ່ງຊາດ (ມຊ) ຈຳນວນ 50 ກວ່າຄົນ ເພື່ອຝຶກໃຫ້ຄວາມຮູ້ພື້ນ ຖານກ່ຽວກັບພິທີການ ເຊິ່ງສຳມະ ນາກອນທີ່ເຂົ້າຝຶກອົບຮົມຄັ້ງນີ້, ຈະ ກາຍເປັນພະນັກງານທີ່ດີ ເພື່ອຮັບ ໃຊ້ກອງປະຊຸມ ກໍຄື ແຂກຕ່າງປະ ເທດທີ່ເຂົ້າມາຮ່ວມກອງປະຊຸມ ດັ່ງກ່າວ. ຊຸດອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ ຮັບຟັງປະຫວັດຄວາມເປັນມາຂອງ 3 ກອງປະຊຸມນັບແຕ່ຄັ້ງທຳອິດ ຈົນ ເຖິງຄັ້ງປັດຈຸບັນ ແລະ ບັນດາ ປະເທດທີ່ເປັນເຈົ້າພາບ, ສະພາບ ການພັດທະນາເສດຖະກິດ-ສັງຄົມ ຂອງ ນວ ປີ 2024, ບັນດາສະຖານ ທີ່ທ່ອງທ່ຽວທີ່ສຳຄັນຢູ່ ນວ, ກົດ ໝາຍວ່າດ້ວຍການຕ້ານ ແລະ ສະ ກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ ຍິງ-ເດັກນ້ອຍ ແລະ ເອກະສານອື່ນໆ ທີ່ສຳຄັນຈໍານວນໜຶ່ງ. ຂ່າວ: ໜພ ວຽງຈັນໃໝ່ ຂອງສອງປະເທດ ລວມທັງການ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງຂອງອາຊຽນ ໃຫ້ ນັບມື້ນັບກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະ ໄດ້ຕ້ອນຮັບທ່ານເຂົ້າຮ່ວມກອງປະ ຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມອື່ນໆທີ່ກ່ຽວ ຂ້ອງ ໃນລະຫວ່າງວັນທີ 8 - 11 ຕຸລາ 2024 ທີ່ນະຄອນຫລວງວຽງ ຈັນ. ສຸດທ້າຍນີ້, ຂໍອວຍພອນໄຊອັນ ປະເສີດມາຍັງທ່ານຈົ່ງມີພະລານາ ໄມສົມບູນ, ມີຄວາມຜາສຸກ ແລະ ປະ ສົບຜົນສໍາເລັດໃນພາລະກິດອັນສູງ ສົ່ງຂອງທ່ານ.
xtgmf]k; 3 19/08/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຂ່າວ: ສີອຳພອນ ບົດສະເໜີ gIa fc9j ;xk[E0kp lh k']kpIa [ wfh 180 ]h kodu [8+ gfn vo ຈັນ, ພຸດ ໂດຍ: ເຂົ້າຈານນໍ້າ lnj ,;o-q o gxa oz6h lt|v'0= h ,6 o0j k;lko .sh m5 d-A o7q o dko9a f8A ' c]t la '7q , * ສື່ມວນຊົນໃນປັດຈຸບັນ, ມີ ຄວາມສໍາຄັນ ແລະ ຈໍາເປັນຫລາຍ ເປັນວຽກງານໜຶ່ງ ເຊິ່ງເປັນສື່ກາງ ໃນການເກັບກໍາສະພາບການຕ່າງໆ ແລະ ສະໜອງຂໍ້ມູນຂ່າວສານໃຫ້ ທຸກຊັ້ນຄົນ, ການຈັດຕັ້ງ ແລະ ສັງ ຄົມ. ສະເພາະວຽກງານສື່ມວນຊົນ ກໍຄື ວຽກງານຂ່າວສານຂອງສູນ ກາງສະຫະພັນກໍາມະບານລາວ ກໍ ໄດ້ເຄື່ອນໄຫວວຽກງານດັ່ງກ່າວ ຢູ່ງມີປະສິດທິຜົນ. ທ່ານ ນາງ ອາລິຍາວັນ ອັກຄະ ວົງ ຮອງປະທານ ຄະນະບໍລິຫານ ງານສູນກາງ ສະຫະພັນກໍາມະບານ ລາວ ຜູ້ຊີ້ນໍາວຽກງານສື່ມວນຊົນ ໄດ້ສະແດງທັດສະນະຕໍ່ວັນສື່ມວນ ຊົນ ແລະ ພິມຈຳໜ່າຍ ຄົບຮອບ 74 ປີວ່າ: ສູນກາງສະຫະພັນກໍາມະ ບານລາວ ເປັນອົງການຈັດຕັ້ງມະ ຫາຊົນໜຶ່ງທີ່ກວ້າງຂວາງ.ໃນນັ້ນ, ວຽກງານສື່ມວນຊົນ ກໍຄື ວຽກງານ ຂ່າວສານ ພວກເຮົາຖືວ່າເປັນກະ ບອກສຽງອັນແຫລມຄົມ ແລະ ເປັນ ເວທີຖະແຫລງຂ່າວ ເພື່ອໂຄສະນາ ປຸກລະດົມ, ຂົນຂວາຍ, ເຜີຍແຜ່ບັນ ດາແນວທາງແຜນນະໂຍບາຍຂອງ ພັກ, ກົດໝາຍ ແລະ ລະບຽບການ ຂອງລັດ, ການເຄື່ອນໄຫວວຽກ ງານຂອງສະຫະພັນກໍາມະບານ ແຕ່ລະຂັ້ນ, ຂະບວນການແຂ່ງຂັນ5 ເປັນເຈົ້າ, ຕົວແບບໃນການຜະລິດ, ການສ້າງເສດຖະ ກິດຄອບຄົວ ແລະ ອື່ນໆ ໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ ຜູ້ອອກແຮງງານ, ສັງ ຄົມໄດ້ຮັບຮູ້ ແລະ ເຂົ້າໃຈ. ສື່ມວນຊົນຂອງສະຫະພັນກໍາ ມະບານ ປະກອບດ້ວຍສື່ສິ່ງພິມ ກໍຄື ໜັງສືພິມແຮງງານ ທີ່ໄດ້ຮັບການ ສ້າງຕັ້ງມາແຕ່ປີ 1979 ແລະ ສື່ເອ ເລັກໂຕນິກ, ປະກອບມີລາຍການ ວິທະຍຸ ແລະ ລາຍການໂທ ລະພາບ ເພື່ອນກໍາມະກອນ ຊຶ່ງສ້າງຕັ້ງມາ ແຕ່ປີ1980ມາຮອດປີ2015ສ້າງ ຕັ້ງວາລະສານກໍາມະບານລາວ ແລະ ສື່ອອນລາຍ ຂອງກໍາມະບານ ກໍໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2018. ໃນນັ້ນ, ສະຫະພັນກໍາມະ ບານ ແຕ່ລະຂັ້ນໃນທົ່ວປະເທດ ໄດ້ ປັບປຸງການເຄື່ອນໄຫວວຽກງານ ສື່ມວນຊົນ ກໍຄື ວຽກງານຂ່າວສານ ນັບແຕ່ມື້ສ້້າງຕັ້ງເຖິງປັດຈຸບັນ ກໍໄດ້ ຮັບການພັດທະນາ ເປັນກ້າວໆມາ ອັນໄດ້ສ້າງຄວາມເຊື່ອໝັ້ນຈາກ ເພື່ອນຜູ້ອ່ານ, ຜູ້ຊົມ ແລະ ຜູ້ຟັງໄດ້ ດີ, ເຖິງວ່າປັດຈຸບັນ, ສື່ສັງຄົມອອນ ລາຍໄດ້ມີການພັດທະນາຂຶ້ນເລື້ອຍໆ ແລະ ເປັນທີ່ນິຍົມຂອງສັງຄົມກໍຕາມ ແຕ່ສື່ຂອງກຳມະບານກໍຍັງມີຂອດ ທີ່ຈະປັບປຸງບາງດ້ານເປັນຕົົ້ນ ເນື້ອ ໃນໂຄສະນາ, ເນື້ອໃນຂອງບົດຂ່າວ ໃຫ້ມີຄຸນນະພາບກະທັດຮັດ, ສາ ມາດເປັນຂໍ້ມູນ ແລະ ບົດຮຽນໄດ້. ພ້ອມກັນນັ້ນ, ພະນັກງານທີ່ຮັບຜິດ ຊອບວຽກງານສື່ມວນຊົນ ກໍຕ້ອງ ໄດ້ມີການພັດທະນາທາງດ້ານ ຄວາມຮູ້, ການນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ເຂົ້າໃນການເຄື່ອນ ໄຫວວຽກງານຂອງຕົນ. * ແນນອນ ຊາວຊົນນະບົດ ພາຍ ຫລັງທຳການຜະລິດກະສິກຳແລ້ວ ກໍ່ຕ້ອງໄດ້ຂົນສົ່ງອອກສູ່ຕະຫລາດ ໃນເມືອງ, ແຕ່ກໍ່ຍັງພົບບັນຫາ ຫລາຍດ້ານ ໂດຍສະເພາະຍາມຝົນ ຄືປັດຈຸບັນນີ້, ເສັ້ນທາງຄົມມະນາ ຄົມຂົນສົ່ງຍັງເປັນບັນຫາໜຶ່ງທີ່ ສ້າງຄວາມຫຍຸ້ງຍາກບໍ່ໜ້ອຍຕໍ່ ຊາວຊົນນະບົດທີ່ເອົາສິນຄ້າລົງສູ່ ໃນເມືອງ. ເຖິງແມ່ນວ່າ ພັກ-ລັດຖະບານ ໄດ້ສຸມທຶນຮອນສ້າງສາພັດທະນາ ພື້ນຖານໂຄງລ່າງທີ່ຈຳເປັນຕໍ່ການ ດຳລົງຊີວິດປະຈຳວັນຢູ່ເຂດຊົນນະ ບົດບໍ່ໜ້ອຍເຊັ່ນວ່າ: ໄຟຟ້າ, ນ້ຳລິນ, ໂຮງຮຽນ, ຊົນລະປະທານອື່ນໆ, ແຕ່ກໍ່ຍັງມີບາງດ້ານຍັງສ້າງຄວາມ ຫຍຸ້ງຍາກໃຫ້ແກ່ປະຊາຊົນຊົນນະ ບົດເປັນຕົ້ນແມ່ນເສັ້ນທາງການໄປ ມາຫາສູ່ກັນ. ອັນພົ້ນເດັ່ນແມ່ນຍາມ ຝົນຄືທຸກມື້ນີ້ ຍິ່ງສ້າງຄວາມຫຍຸ້ງ ຍາກໃນການໄປມາ, ການຂົນສົ່ງ ສິນຄ້າ. ເມື່ອບໍ່ດົນມານີ້, ຜູ້ຂຽນໄດ້ ໄປເຂດຊົນນະບົດ ໂດຍສະເພາະແມ່ນ ເຂດບ້ານນ້ຳທວາຍຫາບ້ານພູກະ ທະ ເມືອງຮົ່ມ ແຂວງໄຊສົມບູນ ເຊິ່ງ ສອງບ້ານດັ່ງກ່າວ ປະຊາຊົນສ່ວນ ໃຫຍ່ແມ່ນມີອາຊີບເຮັດນາເປັນຕົ້ນ ຕໍ ແລະ ປູກຝັງ-ລ້ຽງສັດເປັນສຳ ຮອງ. ຂະນະທີ່ປັດຈຸບັນນີ້, ສິ່ງທີ່ຈະ ເປັນເງິນເປັນຄຳເຂົ້າຄອບຄົວ ຂອງ ເຂົາເຈົ້າແມ່ນການຂີດຢາງພາລາ ຂາຍ, ແຕ່ເສັ້ນທາງການຂົນສົ່ງ ແມ່ນສ້າງຄວາມຫຍຸ້ງຍາກບໍ່ໜ້ອຍ ໃນ ລະດູຝົນນີ້, ເຊິ່ງຕ້ອງໃຊ້ເວລາ ຫລາຍຊົ່ວໂມງຈຶ່ງຮອດບ່ອນຊື້- ຂາຍ. ຕົວຢ່າງ: ມື້ຊື້-ຂາຍແມ່ນວັນ ທິດ, ແຕ່ຕ້ອງໄດ້ມາວັນເສົາ. ແນວ ໃດກໍ່ຕາມສິ່ງທີ່ປະຊາຊົນຮອງຮຽກ ຮ້ອງທີ່ສຸດ ຄືຢາກໃຫ້ຂັ້ນເທິງສ້າງ ຂົວຂ້າມຫ້ວຍແຕ່ລະຫ້ວຍໃຫ້ສາ ມາດໄປມາໄດ້ລະຫວ່າງບ້ານພູກະ ທະຫາບ້ານນ້ຳທວາຍ, ບ້ານນ້ຳ ທວາຍຫາບ້ານພູກະທະ ເພາະໄລຍະ ຜ່ານມາການຂົນສົ່ງນ້ຳຢາງພາລາ ໄປຂາຍຢູ່ລານຮັບຊື້ຢູ່ບ້ານເວີນ ທາດ ກໍ່ໄດ້ເກີດອຸບັດເຫດມາແລ້ວ (ລົດຕົກຂົວອູ່). ທ້າວ ເຢັ້ງຊົ່ງກໍ່ແມ່ນຜູ້ໜຶ່ງທີ່ຮັບ glA omk'-q oot[q f pa 'gxa ov5 xtla d 8+ dkocdh w0 7;k,m5 dpkd0v'xt-k-q o ໃຊ້ ຫລື ຮັບຈ້າງຂົນສົ່ງເອົານ້ຳຢາງ ພາລາຂອງຊາວສວນບ້ານພູກະທະ ເມືອງຮົ່ມ ລົງຂາຍຢູ່ລານຊື້-ຂາຍ ຢາງຢູ່ບ້ານເວີນທາດ ເມືອງທ່່າພະ ບາດແຂວງບໍລິຄຳໄຊເວົ້າ:ມີຄວາມ ຫຍຸ້ງຍາກຫລາຍໃນ ໄລຍະນີ້ຖ້າ ມີຂົວຂ້າມຫ້ວຍແຕ່ລະຫ້ວຍກໍ່ບໍ່ ເທົ່າໃດ (ຫ້ວຍນ້ຳປາ) ກໍ່ບໍ່ຫຍຸ້ງ ຍາກພໍເທົ່າໃດ. ຂະນະທີ່ຊາວສວນ ຢາງບ້ານພູກະທະກໍ່ຢາກໃຫ້ຂັ້ນ ເທິງຊ່ວຍສ້າງຂົວຂ້າມນ້ຳດັ່ງກ່າວ ເພື່ອຄວາມສະດວກຂຶ້ນອີກໜ້ອຍ ໜຶ່ງຕື່ມ. ສຳລັບລາຄາຢາງພາລາໃນປັດ ຈຸບັນ, ປະຊາຊົນຜູ້ຂີດຢາງຂາຍ ແມ່ນເພິ່ງພໍໃຈໂດຍສະເລ່ຍກິໂລໜຶ່ງ ກວ່າ 20.000 ກີບ ເຊິ່ງການຂາຍ ຢາງໃນແຕ່ລະຊຸດ ໄດ້ສ້າງລາຍຮັບ ເປັນກອບ ເປັນກຳໃຫ້ແກ່ປະຊາຊົນ ເພື່ອນຳໄປພັດທະນາຊີວິດການ ເປັນຢູ່ກໍ່ຄືແກ້ໄຂຄວາມທຸກຍາກໃຫ້ ນັບມື້ຫລຸດລົງເປັນກ້າວໆ. * ແຫລ່ງຂ່າວຈາກ ແຂວງຫົວ ພັນ ໃຫ້ຮູ້ວ່າ: ແຈ່ວປາບໍ້າເປັນອາ ຫານພື້ນບ້ານປະເພດໜຶ່ງຂອງຊາວ ແຂວງຫົວພັນເວົ້າລວມ, ເວົ້າສະ ເພາະແມ່ນເມືອງຊໍາເໜືອ, ຊຶ່ງໃນ ປັດຈຸບັນ, ແຈ່ວປາບ້ຳໄດ້ຮັບຄວາມ ນິຍົມຢ່າງກວ້າງຂວາງຈາກຜູ້ບໍລິ ໂພກທັງພາຍໃນ ແລະ ຕ່າງປະເທດ ແລະ ຍັງໄດ້ຖືກຮັບຮອງເປັນສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນຂອງ ເມືອງຊຳເໜືອ ແລະ ມີຫລາຍຄອບ ຄົວຍຶດຖືເອົາການຜະລິດແຈ່ວປາ ບ້ຳ ເພື່ອເປັນສິນຄ້າ ແລະ ສ້າງລາຍ ຮັບເຂົ້າສູ່ຄອບຄົວ. ຄອບຄົວທ່ານ ນາງ ກອງຄຳ ປະຊາຊົນບ້ານນາ ວຽງ ເມືອງຊຳເໜືອ ແຂວງຫົວພັນ ກໍແມ່ນຄອບຄົວໜຶ່ງທີ່ໄດ້ຖືເອົາ ການເຮັດແຈ່ວປາບໍ້າ ເປັນອາຊີບ ຫລັກ ຊຶ່ງສາມາດສ້າງລາຍຮັບໄດ້ 180 ລ້ານກີບຕໍ່ເດືອນ. ທ່ານນາງ ກອງຄຳ ໃຫ້ຮູ້ວ່າ: ພາຍ ໃນຄອບຄົວຂອງຕົນມີສະມາ ຊິກ ທັງໝົດ 4 ຄົນ, ຍິງ 2 ຄົນ, ແຮງ ງານຕົ້ນຕໍ 3 ຄົນ, ເມື່ອກ່ອນຕົນມີ ອາຊີບເຮັດນາ, ຕັດຫຍິບຊຶ່ງພໍພຽງ ແຕ່ກຸ້ມກິນເທົ່ານັ້ນ. ຍ້ອນສະພາບ ເສດຖະກິດມີການປ່ຽນແປງບວກ ໃສ່ຄວາມເປັນເອພະພາບຂອງທຸກ ຄົນໃນຄອບຄົວ ເພື່ອຊອກລາຍຮັບ ເພີ່ມເຂົ້າສູ່ຄອບຄົວ, ດັ່ງນັ້ນຕົນ ຈິ່ງໄດ້ເລີ່ມເຮັດແຈ່ວປາບໍ້າຂາຍ ນັບແຕ່ປີ 2010 ເປັນຕົ້ນມາ ໂດຍ ເຮັດຂາຍຢູ່ພາຍໃນບ້ານ ແລະ ບ້ານອ້ອມຂ້າງ ໃນໄລຍະນັ້ນຂາຍ 50.000 ກີບຕໍ່1 ກິໂລກຣາມ. ຈາກ ການຂາຍແຈ່ວປ້າບໍ້າມາໃນໄລຍະ ໜຶ່ງ ເຫັນວ່າໄດ້ຮັບຄວາມນິຍົມຈາກ ລູກຄ້າຫລາຍຂຶ້ນຕົນເອງ ແລະ ຄອບຄົວຈິ່ງໄດ້ຍຶດຖືເອົາອາຊີບນີ້ ເປັນຫລັກແລະຄ່ອຍໆພັດທະນາສູດ ແລະ ວິທີການຜະລິດໃຫ້ດີຂຶ້ນ. ສ່ວນປະກອບຫລັກຂອງແຈ່ວມີ: ໝາກເພັດແຫ້ງ, ກະທຽມແຫ້ງ, ໝາກມາດ, ເກືອ-ແປ້ງນົວ ແລະ ປາ ບ້ຳ (ປາແດກຊຳເໜືອ). ສ່ວນວິທີ ການຜະລິດເຮັດແບບດັ້ງເດີມໃຊ້ ແຮງຄົນເປັນຫລັກ. ສໍາລັບການ ຈໍາໜ່າຍແມ່ນເຮັດຕາມລູກຄ້າສັ່ງ (ບໍ່ມີໜ້າຮ້ານ) ເຮັດແລ້ວລູກຄ້າ ຈະມາເອົາຢູ່ເຮືອນເລີຍ ແລະ ຍັງມີ ລູກຄ້າຕ່າງແຂວງຈໍານວນໜຶ່ງທີ່ ສັ່ງ ແລະ ເອົາໄປຂາຍຕໍ່. ປັດຈຸບັນ, ໃນໜຶ່ງມື້ສາມາດປຸງແຕ່ງແຈ່ວ ໄດ້ປະມານ30ກິໂລ,ຂາຍໃນລາຄາ ກິໂລລະ 200.000 ກີບ, ສາມາດ ສ້າງລາຍຮັບເຂົ້າສູ່ຄອບຄົວໄດ້ ປະ ມານ 180 ລ້ານກີບຕໍ່ເດືອນ. ນອກຈາກເຮັດແຈ່ວປາບ້ຳ ແລ້ວຄອບຄົວ ທ່ານ ນາງ ກອງຄຳ ຍັງໄດ້ເຮັດໜັງແຊ່ເພ້ຍຂາຍຕື່ມອີກ ໄດ້ປະມານ 130 ກິໂລກຣາມຕໍ່ 1 ເດືອນ, ຂາຍໃນລາຄາກິໂລລະ 80.000 ກີບ, ສາມາດສ້າງລາຍ ຮັບເພີ່ມ 10 ລ້ານກວ່າກີບ. ລວມ ລາຍຮັບທັງໝົດຈາກການຂາຍເຈ້ວ ປາບໍ້າ ແລະ ໜັງແຊ່ເພ້ຍເດືອນໜຶ່ງ ໄດ້ 190 ລ້ານກີບ. ຈາກການເຮັດ ອາຊີບດັ່ງກ່າວ, ມາຮອດປັດຈຸບັນ ເຫັນວ່າຊີວິດການເປັນຢູ່ຂອງຄອບ ຄົວໄດ້ຮັບການພັດທະນາດີຂຶ້ນ ກວ່າເກົ່າ.
RkJQdWJsaXNoZXIy MTc3MTYxMQ==