xtgmf]k; 6 16/08/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d oa dmj v'mj P;gfu omk'0h k,-kpcfo]k;{dex6 g9p gruj ,0B o ໂດຍ: ເກີດຂວັນໃຈ ມາລີຈັນສີ ໂດຍ: ເກີດຂວັນໃຈ ມາລີຈັນສີ vk-Po ln [8+ xt8y [a fs]5 fzj vo7;a o1kl6 [.o8q ;g,n v' * ອາຊຽນໃຫ້ຄວາມສໍາຄັນໃນ ການຫລຸດຜ່ອນຄວັນຢາສູບໃນຕົວ ເມືອງແລະກ້າວໄປຫາປອດຄວັນຢາ ສູບ ຢ່າງຂາດຕົວ ຂະນະທີ່ປີ 2024 ນີ້ປະເທດຟີລິບປິນໄດ້ຮັບລາງວັນ ປອດຄວັນຢາສູບໃນຕົວເມືອງ. ຫວ່າງບໍ່ດົນມານີ້, ພິທີປະກາດ ລາງວັນເມືອງປອດຄວັນຢາສູບ ຂອງອາຊຽນ (ASEAN Smoke- Free Awards-ASA) ໄດ້ຈັດຂຶ້ນ ໃນວັນທີ 8 ສິງຫາ 2024 ທີ່ປະ ເທດຟີລິບປິນ ໄດ້ຮັບລາງວັນຄຳ ທີ່ເປັນຄະແນນສູງສຸດພາຍຫລັງ ການກວດກາຢ່າງເຄັ່ງຄັດ. ເມືອງໂບໂກ ປະເທດອິນໂດເນ ເຊຍ ໄດ້ຮັບລາງວັນເງິນ, ສ່ວນລາງ ວັນທອງ ແມ່ນມອບໃຫ້ເທສະບານ ເມືອງແສນສຸກຂອງໄທ ແລະ ນະ ຄອນ Bagan ປະເທດມຽນມາ. ສປປ ລາວ, ປະທານກອງປະ ຊຸມລັດຖະມົນຕີສາທາລະນະສຸກ ອາຊຽນ (ASEAN Heal th Ministers Meeting -AHMM), ພ້ອມກັບກອງເລຂາອາຊຽນ ແລະ ສະມາພັນຄວບຄຸມຢາສູບອາຊີຕາ ເວັນອອກສ່ຽງໃຕ້ (SEATCA), ໄດ້ມອບລາງວັນອັນມີກຽດໃຫ້ແກ່ ເມືອງທີ່ບໍ່ມີຄວັນຢາສູບເຫລົ່ານີ້. ທ່ານປອດຣບຸນແຝງພູມມະໄລສິດ ການຕ້ານການສູບຢາຂອງເມືອງ Iloilo(IloiloCityAnti-Smoking Task Force-ICAST), ກ່າວ ວ່າ “ລາງວັນອັນມີກຽດນີ້ແມ່ນໄດ້ ໃຫ້ກຽດແກ່ບັນດາຫົວໜ່ວຍລັດຖະ ບານທ້ອງຖິ່ນທີ່ ເຂັ້ມແຂງສາມາດ ຮັກສາ ແລະ ບັງຄັບໃຊ້ມາດຕະການ ຄວບຄຸມຢາສູບ ແລະ ການປົກປ້ອງ ຊາວໜຸ່ມ ທ່າມກາງສິ່ງທ້າທາຍທີ່ ຍັງຄ້າງຄາຢູ່”. ໂດຍຮັບຮູ້ວ່າລັດ ຖະບານທ້ອງຖິ່ນມີຫນ້າທີ່ສໍາຄັນ ເພື່ອຮັບປະກັນສະຖານທີ່ສາທາລະ ນະໃຫ້ປອດໄພ,ບໍ່ມີຄວັນຢາສູບແລະ ສະອາດ. ນະຄອນ Iloilo ມີຊື່ສຽງ ທາງດ້ານມໍລະດົກທາງປະຫວັດ ສາດ ແລະ ຄວາມສຳຄັນທາງດ້ານ ເສດຖະກິດທີ່ເຕີບໃຫຍ່, ມີປະຊາ ລັດຖະມົນຕີກະຊວງສາທາລະນະ ສຸກ ສປປ ລາວ ໄດ້ນໍາພາການມອບ ລາງວັນ ASA ໄດ້ຈັດຂຶ້ນໃນພິທີ ເປີດກອງປະຊຸມ AHMM ຄັ້ງ ທີ 16 ເມື່ອວັນທີ 8 ສິງຫາ ທີ່ນະ ຄອນຫລວງວຽງຈັນ ສປປ ລາວ, ເພື່ອເປັນສັນຍາລັກໃຫ້ແກ່ການອຸ ທິດຕົນຢ່າງຕໍ່ເນື່ອງ ໃນການສົ່ງເສີມ ສິ່ງແວດລ້ອມປອດຄວັນຢາສູບ ໃນ ຂອບເຂດທົ່ວພາກພື້ນ. ບົດລາຍ ງານການປອດຄວັນຢາສູບຂອງ ອາຊຽນປີ 2024, ຍັງໄດ້ຖືກແຈກ ຢາຍເປັນການອ້າງອີງໃນການປະ ຕິບັດທີ່ດີທີ່ສຸດໃນການສ້າງພື້ນທີ່ປ ອດຄວັນຢາສູບເພື່ອເປັນການກະ ຕຸ້ນໃຫ້ຕົວເມືອງອື່ນໆ; ເພີ່ມທະວີ ນະໂຍບາຍການປອດຄວັນຢາສູບ ຂອງເຂົາເຈົ້າ ແລະ ດໍາເນີນການຂໍ້ລິ ເລີ່ມການປອດຄວັນຢາສູບປະສິດທິ ຜົນ. ASA ເນັ້ນໜັກເຖິງຄວາມສໍາ ຄັນຂອງສະພາບແວດລ້ອມທີ່ບໍ່ມີ ຄວັນຢາສູບເພື່ອປົກປ້ອງສຸຂະພາບ ສາທາລະນະ ແລະ ສິ່ງແວດລ້ອມ, ໂດຍຜ່ານນະໂຍບາຍທີ່ບໍ່ມີຄວັນຢາ ສູບທີ່ມີປະສິດທິພາບ ແລະ ການປະ ຕິບັດການບັງຄັບໃຊ້ທີ່ສອດຄ່ອງ. ຂໍ້ລິເລີ່ມນີ້, ແມ່ນສອດຄ່ອງກັ ບວາລະການພັດທະນາສຸຂະພາບ ຂອງອາຊຽນ ຫລັງປີ 2015 ວາລະ 2016-2025, ໂດຍສະເພາະການ ສຸມໃສ່ການຫລຸດຜ່ອນການບໍລິ ໂພກຢາສູບເປັນໜຶ່ງໃນບຸລິມະສິດ ດ້ານສຸຂະພາບ, ເພື່ອສົ່ງເສີມວິຖີຊີ ວິດສຸຂະພາບພາຍໃຕ້ກຸ່ມສຸຂະພາບ ອາຊຽນ. ພ້ອມທັງປະຕິບັດຖະ ແຫລງການອາຊຽນກ່ຽວກັບວັດ ທະນະທຳປ້ອງກັນຄວາມສະຫງົບ, ເປັນເອກະພາບ, ສະຖຽນລະພາບ, ມີສຸຂະພາບເຂັ້ມແຂງ ແລະ ຄວາມ ກົມກຽວກັນ, ໄດ້ຮັບຮອງເອົາໃນ ກອງປະຊຸມສຸດຍອດອາຊຽນຄັ້ງ ທີ 31 ໃນເດືອນພະຈິກ 2017. ໂດຍການສົ່ງເສີມຊີວິດສຸຂະພາບ. ທ່ານ Iñigo Garingalao, ຜູ້ອຳ ນວຍການຝ່າຍບໍລິຫານຂອງອົງ ກອນປະມານເຄິ່ງລ້ານຄົນ, ແຕ່ ປະ ຊາກອນເພີ່ມຂຶ້ນຫລາຍກວ່າລ້ານ ຄົນໃນມື້ເຮັດວຽກ ແລະ ມື້ເຂົ້າຮຽນ. “ລາງວັນອາຊຽນ ປອດຄວັນ ຢາສູບ ເປັນການຢັ້ງຢືນເຖິງຄວາມ ມຸ່ງໝັ້ນອັນໝັ້ນຄົງຂອງບັນດາ ເມືອງໃນອາຊຽນ, ເພື່ອຮັບປະກັນ ໃຫ້ພົນລະເມືອງຂອງ ເຂົາເຈົ້າສາ ມາດດຳລົງຊີວິດ, ຮຽນຮູ້ ແລະ ເຮັດ ວຽກຢູ່ໃນຊຸມຊົນທີ່ມີສຸຂະພາບດີ, ປອດຄວັນຢາສູບ. ນີ້ແມ່ນສິ່ງຈໍາເປັນ ສໍາລັບການຢຸດການລະບາດຂອງ ຢາສູບໃນທຸກປະເທດ,” ທ່ານ ດຣ Ulysses Dorotheo ຜູ້ອໍານວຍ ການບໍລິຫານ SEATCA ກ່າວ. ທ່ານກ່າວຕື່ມວ່າ: SEATCAຂໍສະ ແດງຄວາມຍິນດີກັບຜູ້ຊະນະທັງ ໝົດ ແລະ ຊຸກຍູ້ໃຫ້ເມືອງອື່ນໆ ກ້າວ ໄປສູ່ຄວາມທ້າທາຍ ແລະ ຫວັງວ່າ ຈະສາມາດ ຊະນະ ASA ໃນຊຸມ ປີຂ້າງໜ້າ”. * ປະຊາຊົນລາວ, ກໍາປູເຈຍ, ນັກທ່ອງທ່ຽວເດີນທາງອອກ-ເຂົ້າ ຜ່ານຊາຍແດນລະຫວ່າງ2ປະເທດ ລາວ-ກໍາປູເຈຍ ເພີ່ມຂຶ້ນຢ່າງຫລວງ ຫລາຍ ພາຍຫລັງພະຍາດໂຄວິດ- 19 ຈາງຫາຍ ແຕ່ສ່ວນໃຫຍ່ນັກ ເດີນທາງມັກຂີ່ລົດໂດຍສານຂ້າມ ປະເທດຫລາຍກວ່າຂີ່ເຮືອບິນ. ອີງຕາມການລາຍງານ ຂອງ ໜັງສືພິມ Kiripost ຂອງກໍາປູເຈຍ ລາຍງານໃຫ້ຮູ້ວ່າ ຄົນກຳປູເຈຍ ແລະ ຄົນລາວ ພາກັນເລືອກເດີນ ທາງເຂົ້າ-ອອກປະເທດ ດ້ວຍລົດເມ ຫລາຍກວ່າເຮືອບິນ, ໂດຍນັກຊ່ຽວ ຊານ ໃຫ້ຂໍ້ສັງເກດວ່າປະຊາຊົນມັກ ເດີນທາງ ຜ່ານທາງບົກຫລາຍກວ່າ ທາງຍົນ. ຫວ່າງມໍ່ໆມານີ້, ໄດ້ມີການລົງ ນາມຂໍ້ຕົກລົງລະຫວ່າງ VET Air Bus Express ແລະ Sengchlern Tranportcoltd Scl ເພື່ອເພີ່ມທະ ວີການເຊື່ອມຕໍ່ການພັດທະນາການ ທ່ອງທ່ຽວລະຫວ່າງສອງປະເທດ. ທ່ານ Yoy Vibol, ຜູ້ຈັດການ ທົ່ວໄປຂອງບໍລິສັດ VET Air Bus Express ກ່າວວ່າ ປະຊາ ຊົນສາມາດເດີນທາງ ໂດຍໃຊ້ລົດ ເມຈາກພະນົມເປັນ ຫລື Siem Reap ໄປແຂວງຈໍາປາສັກ ໂດຍ ການບໍລິການຈະເລີ່ມຕົ້ນ ໃນວັນທີ 1 ກັນຍາ 2024. “ຂ້າພະເຈົ້າຫວັງວ່າຈຳນວນ ຊາວກຳປູເຈຍທີ່ມາຢ້ຽມຢາມລາວ ຈະເພີ່ມຂຶ້ນ. ແຕ່ກ່ອນການແລ່ນລົດ ເມບໍ່ສະດວກ, ແຕ່ປັດຈຸບັນມີບັນດາ ບໍລິສັດຂົນສົ່ງໂດຍສານ ເຮັດວຽກ ຢ່າງໃກ້ຊິດເພື່ອສະໜອງຮອຍຍິ້ມ ແລະຄວາມປອດໄພໃຫ້ແກ່ລູກຄ້າ”. ພ້ອມດຽວກັນນີ້, ທ່ານ Sengchalern Tranportcoltd Scl, ໄດ້ກ່າວໃນໜ້າທາງການຂອງຕົນ ວ່າ: “ຂໍຂອບໃຈຄະນະບໍລິຫານ ງານ ບໍລິສັດ VET Cambodia ແລະ ຄະນະບໍລິຫານຂອງບໍລິສັດ ແສງຈະເລີນ ທີ່ໄດ້ຮ່ວມແຮງຮ່ວມ ໃຈກັນມາຈົນເຖິງທຸກມື້ນີ້. ໃນ 6 ເດືອນຕົ້ນ ປີ 2024, ນັກທ່ອງທ່ຽວ ລາວ ເຂົ້າມາທ່ຽວ ປະເທດ ກໍາປູເຈຍ 188.373 ຄົນ, ໃນປີ 2023 ມີ ນັກທ່ອງທ່ຽວລາວ ເຂົ້າມາທ່ຽວ ກຳປູເຈຍ ທັງໝົດ 140.373 ຄົນ. ທ່ານໃຫ້ຮູ້ວ່າ: ຫວ່າງມໍ່ໆມານີ້, ນັກທ່ອງທ່ຽວຫລາຍຄົນທີ່ອາໄສຢູ່ ໃກ້ກັບຊາຍແດນ, ມີທ່າອ່ຽງໄປທ່ຽວ ປະເທດເພື່ອນບ້ານດ້ວຍທາງບົກ. ກ່ຽວກັບການບໍລິການຂົນສົ່ງ ລາວ-ກຳປູເຈຍ, ໃນກາງເດືອນ ມິຖຸນາ 2024, ບໍລິສັດການບິນ ລາວ ໄດ້ປະກາດ ຈະບໍ່ມີຖ້ຽວບິນ ກົງລະຫວ່າງ ວຽງຈັນ-ກຳປູເຈຍ ນັບແຕ່ວັນທີ 15 ມິຖຸນາ 2024 ເປັນຕົ້ນໄປ ເນື່ອງຈາກເງື່ອນໄຂ ຂອງ ຕະຫລາດໄດ້ບັງຄັບໃຫ້ຕ້ອງ ຢຸດການບໍລິການ.
RkJQdWJsaXNoZXIy MTc3MTYxMQ==