5940

0= 8q d]q '0v'l6 odk'ra ddv,,6 oy f9u o dj P;da [dko]q 'g]y d dkoxt8y I6 [1j k'Iv[fh ko grnj v-5 dp6h 7;k,ma oltw\c[[9u o h xtgmf]k; 4 3]d c]t gsfdko *** ຕໍ່ຈາກສະບັບກ່ອນ*** gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 5. ຍຶດໝັ້ນ ແລະ ຈັດຕັ້ງປະຕິບັດ “2 ບໍ່ຫວັ່ນໄຫວຄອນແຄນແມ່ນແຕ່ ໜ້ອຍດຽວ”. ບູລະນະ ແລະ ພັດທະນາ ເສດຖະກິດກຳມະສິດສ່ວນລວມຢ່າງ ບໍ່ຫວັ່ນໄຫວຄອນແຄນແມ່ນແຕ່ໜ້ອຍ ດຽວ, ສົ່ງເສີມສະໜັບສະໜູນແລະຊີ້ນຳ ນຳພາການພັດທະນາເສດຖະກິດທີ່ບໍ່ ແມ່ນກຳມະສິດສ່ວນລວມຢ່າງບໍ່ຫວັ່ນ ໄຫວຄອນແຄນແມ່ນແຕ່ໜ້ອຍດຽວ, ຮັບປະກັນໃຫ້ເສດຖະກິດທີ່ແມ່ນກຳ ມະສິດຕ່າງໆນຳໃຊ້ປັດໄຈການຜະລິດ ຢ່າງສະເໝີພາບກັນຕາມກົດໝາຍເຂົ້າ ຮ່ວມການແຂ່ງຂັນໃນຕະຫລາດຢ່າງຍຸ ຕິທຳ ແລະ ສາມາດໄດ້ ຮັບການປົກ ປ້ອງຈາກກົດໝາຍຢ່າງເທົ່າທຽມກັນ, ຊຸກຍູ້ໃຫ້ເສດຖະກິດທີ່ແມ່ນກຳມະສິດ ຕ່າງໆເສີມຂະຫຍາຍທ່າແຮງແບບຊ່ວຍ ຊູຍູ້ໜູນກັນ ແລະ ພັດທະນາໄປພ້ອມກັນ. ລົງເລິກການປະຕິຮູບທຶນລັດ ແລະ ລັດວິສາຫະກິດ, ປັບປຸງໂຄງປະກອບ ແລະກົນໄກຕິດຕາມຄຸ້ມຄອງໃຫ້ສົມບູນ, ເພີ່ມທະວີການປະສານສົມທົບກັນ ດ້ານຍຸດທະສາດລະຫວ່າງພາກສ່ວນ ຄຸ້ມຄອງຕ່າງໆ, ຊຸກຍູ້ການປັບປຸງການ ແບ່ງເຂດ ແລະ ໂຄງປະກອບຂອງ ເສດຖະກິດພາກລັດໃຫ້ດີຂຶ້ນ, ຊຸກຍູ້ໃຫ້ ທຶນລັດ ແລະ ລັດວິສາຫະກິດມີຄວາມ ເຂັ້ມແຂງຂຶ້ນມີຄຸນນະພາບດີຂຶ້ນ ແລະ ມີຂະໜາດໃຫຍ່ຂຶ້ນ, ເພີ່ມທະວີບົດ ບາດແກນກາງ, ຍົກສູງກຳລັງແຂ່ງຂັນ ແກນກາງ. ກຳນົດຖານະບົດບາດຂອງ ລັດວິສາຫະກິດປະເພດຕ່າງໆໃຫ້ຊັດ ເຈນຕື່ມອີກ,ປັບປຸງການຄຸ້ມຄອງຄວາມ ຮັບຜິດຊອບຫລັກ ແລະ ທຸລະກິດຫລັກ ໃຫ້ສົມບູນ, ກຳນົດຂົງເຂດ ແລະ ທິດ ທາງທີ່ເປັນຈຸດສຸມໃນການລົງທຶນຂອງ ທຶນລັດຢ່າງຈະແຈ້ງ. ຊຸກຍູ້ໃຫ້ທຶນລັດ ລວມສູນເຂົ້າສູ່ຂະແໜງການສຳຄັນ ແລະ ຂົງເຂດທີ່ມີລັກສະນະເປັນຂໍກຸ ນແຈສຳຄັນ ໂດຍພົວພັນເຖິງຄວາມ ໝັ້ນຄົງຂອງຊາດ ແລະ ເສັ້ນຊີວິດຂອງ ເສດຖະກິດແຫ່ງຊາດ, ລວມສູນເຂົ້າສູ່ ຂົງເຂດການບໍລິການສາທາລະນະ ຂົງເຂດຄວາມສາມາດຮັບມືສຸກເສີນ ຂົງເຂດສາທາລະນະປະໂຫຍດ ແລະ ອື່ນໆທີ່ພົວພັນເຖິງແຜນການພັດທະ ນາແຫ່ງຊາດ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ, ລວມສູນເຂົ້າສູ່ອຸດສາ ຫະກຳໃໝ່ທີ່ມີລັກສະນະເບິ່ງກວ້າງ ມອງໄກ ແລະ ລັກສະນະຍຸດທະສາດ. ປັບປຸງມາດຕະການກ່ຽວກັບການຊຸກຍູ້ ລະບຽບການປະດິດສ້າງໃໝ່ຂອງລັດ ວິສາຫະກິດໃຫ້ຄົບຖ້ວນ. ລົງເລິກປະ ຕິຮູບບໍລິສັດທີ່ລົງທຶນ ແລະ ດຳເນີນທຸ ລະກິດໂດຍທຶນລັດ. ສ້າງລະບຽບການ ປະເມີນຜົນກ່ຽວກັບລັດວິສາຫະກິດປະ ຕິບັດຕາມພາລະກຳດ້ານຍຸດທະສາດ, ປັບປຸງລະບົບການກວດສອບ ແລະ ປະເມີນຜົນຂອງລັດວິສາຫະກິດຕາມ ທຸກປະເພດນັ້ນໃຫ້ສົມບູນ, ດຳເນີນການ ໄລ່ລຽງມູນຄ່າເພີ່ມຂອງເສດຖະກິດ ພາກລັດ. ຊຸກຍູ້ການປະຕິຮູບການດຳ ເນີນທຸລະກິດແບບອິດສະຫລະໃນ ຂັ້ນ ຕອນທີ່ມີການຜູກຂາດແບບທຳມະຊາດ ແລະ ການຫັນເປັນຕະຫລາດໃນຂັ້ນ ຕອນທີ່ມີການແຂ່ງຂັນຂອງຂະແໜງ ການພະລັງງານທາງລົດໄຟ ໂທລະ ຄົມມະນາຄົມຊົນລະປະທານສາທາລະ ນຸປະໂພກ ແລະອື່ນໆ, ປັບປຸງໂຄງປະ ກອບ ແລະ ກົນໄກຕິດຕາມຄຸ້ມຄອງ ໃຫ້ຄົບຖ້ວນ. ຍຶດໝັ້ນທິດທາງນະໂຍບາຍທີ່ອອກ ແຮງສ້າງສະພາບແວດລ້ອມທີ່ດີ ແລະ ສະໜອງໂອກາດ ຫລາຍກວ່າເກົ່າໃຫ້ ແກ່ການພັດທະນາເສດຖະກິດທີ່ບໍ່ແມ່ນ ກຳມະສິດສ່ວນລວມ. ສ້າງກົດໝາຍ ດ້ານສົ່ງເສີມເສດຖະກິດເອກະຊົນ. ລົງ ເລິກທັບມ້າງອຸປະສັກດ້ານການອະນຸ ຍາດເຂົ້າຕະຫລາດ, ຊຸກຍູ້ໃຫ້ເປີດປະ ຕູຂອງຂົງເຂດທີ່ມີລັກສະນະການ ແຂ່ງຂັນ ດ້ານພື້ນຖານໂຄງລ່າງຕໍ່ໜ່ວຍ ງານທຸລະກິດຢ່າງຍຸຕິທຳ, ປັບປຸງກົນ ໄກທີ່ມີປະສິດທິຜົນຍາວນານ ທີ່ວິສາ ຫະກິດເອກະຊົນເຂົ້າຮ່ວມການສ້າງ ໂຄງການສຳຄັນຂະໜາດໃຫຍ່ຂອງລັດ ນັ້ນໃຫ້ຄົບຖ້ວນ. ສະໜັບສະໜູນວິສາ ຫະກິດເອກະຊົນທີ່ມີຄວາມສາມາດນຳ ໜ້າແບກຫາບໜ້າທີ່ແກ້ໄຂຂໍ້ຫຍຸ້ງຍາກ ດ້ານເຕັກນິກທີ່ສຳຄັນຂອງລັດ, ເປີດພື້ນ ຖານໂຄງລ່າງສຳຄັນດ້ານການຄົ້ນ ຄວ້າວິທະຍາສາດຂອງລັດຕໍ່ວິສາຫະ ກິດເອກະຊົນຕື່ມອີກ. ປັບປຸງນະໂຍບາຍ ແລະ ລະບຽບການທີ່ສະໜັບສະໜູນ ການລະດົມທຶນຂອງວິສາຫະກິດເອກະ ຊົນນັ້ນໃຫ້ຄົບຖ້ວນ, ແກ້ໄຂບັນຫາທີ່ລະ ດົມທຶນໄດ້ຍາກ ແລະ ມີຕົ້ນທຶນສູງໃນ ການລະດົມທຶນ. ປັບປຸງລະບົບລະບຽບ ກົດໝາຍກ່ຽວກັບການຕິດຕາມຄຸ້ມ ຄອງການເກັບຄ່າທຳນຽມ ທີ່ກ່ຽວຂ້ອງ ກັບວິສາຫະກິດທີ່ເຫັນຜົນໄລຍະຍາວ ແລະ ການຊຳລະຄ່າໃຊ້ຈ່າຍທີ່ຖ່ວງດຶງ ເວລາຕໍ່ກັບວິສາຫະກິດນັ້ນໃຫ້ຄົບ ຖ້ວນ. ເລັ່ງລັດສ້າງລະບົບປະເມີນ ຜົນແບບສັງລວມຕໍ່ສະພາບຄວາມໜ້າ ເຊື່ອຖືຂອງວິສາຫະກິດເອກະຊົນ, ປັບປຸງລະບຽບການເພີ່ມຄວາມໜ້າ ເຊື່ອຖືຂອງວິສາຫະກິດເອກະຊົນຂະ ໜາດກາງ ແລະ ນ້ອຍໃຫ້ຄົບຖ້ວນ. ສະ ໜັບສະໜູນ ແລະ ຊີ້ນຳນຳພາວິສາຫະ ກິດເອກະຊົນປັບປຸງໂຄງປະກອບ ການ ບໍລິຫານແລະລະບຽບການຄຸ້ມຄອງໃຫ້ ສົມບູນ, ເພີ່ມທະວີຄວາມຖືກຕ້ອງຕາມ ກົດລະບຽບຂອງວິສາຫະກິດແລະການ ປ້ອງກັນ ຄວບຄຸມຄວາມສ່ຽງດ້ານ ຄວາມປອດໃສຂາວສະອາດ. ເພີ່ມທະ ວີການຕິດຕາມຄຸ້ມຄອງຢູ່ໃນໄລຍະດຳ ເນີນງານ ແລະ ພາຍຫລັງດຳເນີນງານ, ປັບປຸງການກວດກາດ້ານການບໍລິຫານ ທີ່ກ່ຽວຂ້ອງກັບວິສາຫະກິດເອກະຊົນ ນັ້ນໃຫ້ເປັນລະບຽບແບບແຜນ. *** ອ່ານຕໍ່ສະບັບໜ້າ *** dkoxq dxa dIa dlklyj 'c;f]h v,0v'9u o grnj vlqj 'glu ,7;k,pn opq '.orkdrN o *ໃນໄລຍະຫລາຍປີຜ່ານມານີ້, ທົ່ວ ໂລກໄດ້ປະສົບພົບພໍ້ ແລະ ສືບຕໍ່ຜະ ເຊີນໜ້າກັບໄພພິບັດຈາກທໍາມະຊາດ, ຊື່ງໄດ້ສ້າງຄວາມເສຍຫາຍຢ່າງມະຫາ ສານໃຫ້ແກ່ມວນມະນຸດ ແລະ ຍັງເປັນ ສິ່ງທ້າທາຍໃຫ້ແກ່ປະຊາຄົມໂລກໃນ ການຮັບມືກັບໄພພິບັດທາງທໍາມະຊາດ ທີ່ເກີດຂື້ນຢ່າງບໍ່ຄາດຝັນ. ຍ້ອນເຫັນ ໄດ້ເຖິງຄວາມຮ້າຍເເຮງດັ່ງກ່າວ, ຈຶ່ງ ໄດ້ເຮັດໃຫ້ການປົກປັກຮັກສາສິ່ງແວດ ລ້ອມ ແລະ ການພັດທະນາແບບຍຶນ ຍົງກາຍເປັນວຽກງານບູລິມະສິດໃນ ຫລາຍປະເທດ, ໂດຍສະເພາະຢູ່ພາກພື້ນ ອາຊີທີ່ມີເນື້ອທີ່ກວ້າງຂວາງ ແລະ ມີ ການພັດທະນາປະເທດ ແບບກ້າວກະ ໂດດເຮັດໃຫ້ການນໍາໃຊ້ຊັບພະຍາກອນ ທາງທໍາມະຊາດຫລາຍຂຶ້ນ ຕາມລໍາດັບ ແລະ ເຮັດໃຫ້ສະພາບເເວດລ້ອມບາງ ສ່ວນຖືກທໍາລາຍ. ຕະຫລອດໄລຍະ ຫລາຍປີທີ່ຜ່ານມາ, ສປຈີນ ໄດ້ມີຄວາມ ພະຍາຍາມ ແລະ ປະສົບຜົນສໍາເລັດໃນ ການແກ້ໄຂບັນຫາດ້ານສິ່ງເເວດລ້ອມ ໃນລະດັບທີ່ໜ້າເພິ່ງພໍໃຈ, ຜົນສໍາເລັດດັ່ງ ກ່າວໄດ້ຊຸກຍູ້ແລະກາຍເປັນບົດຮຽນ ໃຫ້ບັນດາປະເທດອື່ນໆໃນພາກພື້ນ ນໍາມາເປັນແນວທາງໃນການຈັດຕັ້ງປະ ຕິບັດເພຶ່ອແກ້ໄຂບັນຫາສິ່ງເເວດລ້ອມ ໃນປະເທດຕົນເອງ. ສາເຫດຫລັກທີ່ພາໃຫ້ ສປ ຈີນ ຜະເຊີນໜ້າກັບຄວາມເສຍຫາຍຈາກ ການນໍາໃຊ້ຊັບພະຍາກອນທໍາມະຊາດ ຈໍານວນມະຫາສານເເມ່ນເກີດຈາກ ການນໍາໃຊ້ຖ່ານຫີນເຊິ່ງເປັນແຫລ່ງ ພະລັງງານຫລັກໄດ້ກໍ່ໃຫ້ເກີດມົນລະ ພິດທາງອາກາດຢ່າງຮ້າຍເເຮງຢູ່ໃນ ຫລາຍຕົວເມືອງ ເນື່ອງຈາກມາດຕະ ການ, ລະບຽບການແລະກົດໝາຍດ້ານ ສິ່ງເເວດລ້ອມທີ່ຍັງບໍ່ເຂັ້ມງວດ. ມົນລະ ພິດທາງນ້ຳກໍເປັນອີກໜຶ່ງບັນຫາໃຫຍ່ ເນື່ອງຈາກແມ່ນ້ຳແລະແຫລ່ງນໍ້າໄດ້ ມີການປົນເປື້ອນຈາກສິ່ງເສດເຫລືອ ຈາກການຜະລິດອຸດສາຫະກຳ ແລະ ໂຮງຈັກໂຮງງານ. ນອກຈາກມົນລະພິດ ທາງອາກາດ ແລະ ນໍ້າແລ້ວ, ຍັງມີ ການປົນເປື້ອນຂອງດິນທີ່ໄດ້ຮັບຜົນ ກະທົບຈາກການຜະລິດກົນຈັກໜັກຢູ່ໃນ ຫລາຍພື້ນທີ່. ເຫັນໄດ້ຈາກຜົນກະທົບທີ່ນັບມື້ຮ້າຍ ເເຮງຂື້ນ ແລະ ສືບຕໍ່ເປັນສິ່ງທ້າທາຍ ທີ່ສົ່ງຜົນກະທົບໃຫ້ແກ່ຊີວິດການເປັນ ຢູ່ຂອງປະຊາຊົນ, ລັດຖະບານຈີນ ຈຶ່ງ ໄດ້ມີມາດຕະການໃນການແກ້ໄຂບັນ ຫາສິ່ງເເວດລ້ອມ, ໂດຍໄດ້ເພີ່ມທະວີ ການຈັດຕັ້ງປະຕິບັດຂໍ້ກໍານົດ, ລະບຽບ ກົດໝາຍທີ່ເຂັ້ມງວດເຮັດໃຫ້ບັນຫາສິ່ງ ເເວດລ້ອມໄດ້ຮັບການແກ້ໄຂ ແລະ ມີ ຄວາມຄືບໜ້າທີ່ເຫັນໄດ້ຢ່າງຈະແຈ້ງ. ໃນປີ 2014, ລັດຖະບານຈີນໄດ້ອອກ ກົດໝາຍທີ່ເຄັ່ງຄັດ ແລະ ເຂັ້ມງວດຂຶ້ນ ກວ່າເກົ່າເຊັ່ນ: ກົດໝາຍວ່າດ້ວຍການ ປົກປ້ອງສິ່ງແວດລ້ອມ, ກົດໝາຍວ່າ ດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດ ລ້ອມ, ມາດຕະການສໍາລັບການອະນຸ ຍາດໃຫ້ປ່ອຍອາຍມົນລະພິດ, ກົດໝາຍ ສົ່ງເສີມການຜະລິດສະອາດ, ກົດໝາຍ ວ່າດ້ວຍການປ້ອງກັນ ແລະ ຄວບຄຸມ ມົນລະພິດທາງອາກາດ, ທາງທະເລ, ທາງນ້ຳ, ທາງດິນ, ປ່າໄມ້ ແລະ ອື່ນໆ, ເພື່ອເປັນການເພີ່ມມາດຕະການລົງ ໂທດໃຫ້ແກ່ນາຍທຶນ ຫລື ບໍລິສັດທີ່ສ້າງ ມົນລະພິດ. ສປ ຈີນ ຍັງໄດ້ລົງທຶນເປັນ ຈໍານວນຫລວງຫລາຍໃນການຄິດຄົ້ນ ແລະ ສ້າງພະລັງງານທົດແທນ, ໂດຍ ສະເພາະພະລັງງານແສງອາທິດ ແລະ ພະລັງງານລົມ, ພ້ອມທັງໄດ້ວາງເປົ້າ ໝາຍໃນການຫລຸດຜ່ອນການໃຊ້ຖ່ານ ຫີນໃຫ້ໜ້ອຍລົງ. ລັດຖະບານໄດ້ນຳໃຊ້ ມາດຕະການເພື່ອຫລຸດຜ່ອນມົນລະພິດ ທາງອາກາດເຊັ່ນ: ການສະໜັບສະໜູນ ຊຸກຍູ້ໃຫ້ນຳໃຊ້ຍານພາຫະນະໄຟຟ້າ ແລະ ສັ່ງປິດບັນດາໂຮງຈັກ ໂຮງງານທີ່ ສ້າງມົນລະພິດຢ່າງໜັກໜ່ວງ. ນອກ ນັ້ນ, ຍັງໄດ້ລິເລີ່ມຫລາຍໂຄງການເພື່ອ ແນໃສ່ປົກປັກຮັກສາສິ່ງແວດລ້ອມ, ເປັນຕົ້ນ: ໂຄງການ “Green Great Wall”ມີຈຸດປະສົງແມ່ນເພື່ອຢັບຢັ້ງ ການຂະຫຍາຍຕົວຂອງທະເລຊາຍ Gobi, ປ້ອງກັນການເຊາະເຈື່ອນຂອງ ດິນ ແລະ ສະໜອງປ່າໄມ້ໃຫ້ແກ່ປະ ຊາຊົນທ້ອງຖິ່ນ. ໂຄງການ “The Beautiful Chinainitiative”ທີ່ໄດ້ ສ້າງຕັ້ງຂຶ້ນ ໃນປີ 2015 ແນໃສ່ການ ສ້າງຄວາມອຸດົມສົມບູນດ້ານນິເວດວິ ທະຍາ ແລະ ຊຸກຍູ້ການພັດທະນາແບບ ຍຶນຍົງ, ຂະຫຍາຍການພັດທະນາສີ ຂຽວ, ການພັດທະນາລະບົບແຫລ່ງພະ ລັງງານທົດແທນໃໝ່ ແລະ ຊຸກຍູ້ການ ເຕີບໂຕຂອງເສດຖະກິດ. ຜົນສໍາເລັດຂອງຄວາມພະຍາ ຍາມໃນການປົກປັກຮັກສາສິ່ງເເວດ ລ້ອມຂອງສປຈີນໄດ້ຮັບໝາກຜົນທີ່ໜ້າ ເພິ່ງພໍໃຈສະເເດງອອກໃນຄຸນນະພາບ ອາກາດໃນຫລາຍເມືອງແມ່ນມີສະພາບ ທີ່ດີຂຶ້ນ,ໃນລະຫວ່າງປີ 2013 ຫາ 2019 ຄວາມເຂັ້ມຂຸ້ນຂອງຝຸ່ນ PM 2,5 (ອະນຸພາກຫລາຍກວ່າ 2,5 microns) ຫລຸດລົງຈາກ 65,7mg/m3 ເປັນ36,8 mg/m3, ຄິດເປັນ 33%; ລະຫວ່າງປີ 2005 ຫາ 2019 ມີການ ຫລຸດຜ່ອນການປ່ອຍອາຍພິດເຮືອນ ແກ້ວ,ຄວາມເຂັ້ມຂຸ້ນຂອງກາກບອນ ຈາກການຜະລິດຫລຸດລົງ 48.1% ຊຶ່ງໄດ້ສົ່ງຜົນດີຕໍ່ສະພາບແວດລ້ອມ ໂດຍລວມຂອງໂລກ, ເນື່ອງຈາກ ສປ ຈີນ ເປັນປະເທດທີ່ປ່ອຍອາຍພິດ ເຮືອນແກ້ວທີ່ໃຫຍ່ທີ່ສຸດຂອງໂລກ ກວມເອົາປະມານ 28% ຂອງການ ປ່ອຍອາຍພິດທົ່ວໂລກ. ບົດຮຽນການປົກປັກຮັກສາສິ່ງ ແວດລ້ອມຂອງ ສປ ຈີນ ໄດ້ປະກອບ ສ່ວນ ແລະ ສົ່ງເສີມຄວາມຍຶນຍົງໃນ ພາກພື້ນອາຊີ ໂດຍສາມາດເປັນແຮງ ກະຕຸກຊຸກຍູ້ໃຫ້ປະເທດອື່ນໆໃນອາຊີ ໝູນໃຊ້ມາດຕະການທີ່ຄ້າຍຄືກັນ, ເຊັ່ນ: ປະເທດ ອິນເດຍ ໄດ້ກໍານົດເປົ້າ ໝາຍໃນການເພີ່ມການນໍາໃຊ້ພະລັງ ງານທົດແທນ, ໂດຍມີເປົ້າຫມາຍທີ່ຈະ ຜະລິດພະລັງງານທົດແທນໃຫ້ໄດ້ 175GW ພາຍໃນປີ 2022. ປະເທດ ອື່ນໆໃນພາກພື້ນເຊັ່ນ:ຫວຽດນາມແລະ ອິນໂດເນເຊຍ, ກໍໄດ້ດໍາເນີນມາດຕະ ການການເພື່ອຫລຸດຜ່ອນການນໍາໃຊ້ ຖ່ານຫິນ ແລະ ເພີ່ມທະວີການນຳໃຊ້ ພະລັງງານທົດແທນ. ເຖິງເເນວໃດກໍດີ, ການເເກ້ໄຂບັນຫາດ້ານສິ່ງເເວດລ້ອມ ຍັງເປັນບັນຫາສໍາຄັນ ແລະ ທ້າທາຍ ໃນທົ່ວໂລກຊຶ່ງຕ້ອງມີການຮັບມື ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງພ້ອມ ພຽງກັນ. ການແກ້ໄຂບັນຫາດ້ານສິ່ງ ເເວດລ້ອມ ແລະ ຫລຸດຜ່ອນຜົນກະທົບ ຈາກໄພພິບັດທາງທຳມະຊາດຂອງ ສປ ຈີນ ຖືເປັນການລິເລີ່ມ ແລະ ເປັນອີກ ໜຶ່ງບົດຮຽນໃຫ້ແກ່ປະເທດອື່ນໆທີ່ມີ ແນວທາງແລະປະສົບພົບພໍ້ກັບບັນຫາທີ່ ຄ້າຍຄືກັນ ຊຶ່ງນັ້ນໄດ້ສົ່ງຜົນສະທ້ອນ ອັນດີໃຫ້ແກ່ສະພາບເເວດລ້ອມທາງທໍາ ມະຊາດໂດຍລວມບໍ່ວ່າໃນພາກພື້ນກໍຄື ໃນໂລກ. ການປັບປຸງສະພາບສິ່ງເເວດ ລ້ອມ ແລະ ຮັກສາຄວາມສົມດຸນທາງ ທໍາມະຊາດເປັນສິ່ງທີ່ຕ້ອງໄດ້ອາໄສ ການຮ່ວມມືກັນຂອງມວນມະນຸດຊາດ ແລະ ໄລຍະເວລາທີ່ຍາວນານ, ນອກ ຈາກການປົວແປງຮັກສາແລ້ວຍັງຕ້ອງ ຮັບປະກັນວ່າຈະຫລຸດຜ່ອນການທຳ ລາຍທີ່ອາດສ້າງຄວາມເສຍຫາຍເພີ່ມ ຂຶ້ນໃນອະນາຄົດ ເພື່ອເຮັດໃຫ້ໂລກຂອງ ເຮົາມີຄວາມຍືນຍົງຕໍ່ໄປ. ທ່ານ ອິນຖາ ສີສົມພອນ ຮອງ ຫົວໜ້າກົມຈັດຕັ້ງ-ພະນັກງານກະ ຊວງ ຖວທ ໄດ້ໃຫ້ຮູ້ວ່າ: ພາຍຫລັງ ລັດຖະບານ ໄດ້ເປີດຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ຜັນຂະຫຍາຍວຽກງານສາມ ສ້າງສູ່ລວງເລິກທົ່ວປະເທດ, ກະ ຊວງ ຖວທ ໄດ້ເປີດຂະບວນການ ແຂ່ງຂັນ ແລະ ພ້ອມກັນຈັບມືແຂ່ງ ຂັນພາຍໃຕ້ຄຳຂວັນ “ການນຳພາ ເຂັ້ມແຂງ ການຄຸມຄອງສັກສິດ, ຂ່າວສານທັນສະໄໝ, ວັດທະນະ ທຳສີວິໄລ ທ່ອງທ່ຽວຍືນຍົງ” ລວມ ທັງໝົດ 27 ພາກສ່ວນ. ພາຍພາຍ ຫລັງໄດ້ເປີດຂະບວນການແຂ່ງຂັນ ແລະ ລົງທະບຽນການແຂ່ງຂັນ, ຄະນະຊີ້ນໍາວຽກງານແຂ່ງຂັນ-ຍ້ອງ ຍໍກໍ່ໄດ້ມີການເຄື່ອນໄຫວຊຸກຍູ້ໃຫ້ ບັນດາກົມ, ກອງປະຕິບັດໜ້າທີ່ ຕາມພາລະບົດບາດຕົນດ້ວຍຄວາມ ຮັບຜິດຊອບສູງ ແລະ ໃຫ້ບັນດາ ກົມ, ກອງຈັດຕັ້ງເປີດຂະບວນການ ແຂ່ງຂັນ ແລະ ລົງທະບຽນການ ແຂ່ງຂັນແຕ່ປີ 2021-2025 ມີຜູ້ ເຂົ້າຮ່ວມແຂ່ງຂັນທັງໝົດ 1.466 ຄົນ, ຍິງ 610 ຄົນ ເຊິ່ງການຈັດຕັ້ງ ປະຕິບັດຂະບວນການແຂ່ງຂັນໃນ ໄລຍະຜ່ານມາ; ຄະນະພັກ-ຄະນະນຳ ແຕ່ລະຂັ້ນໄດ້ເຊື່ອມຊຶມ ແລະ ເອົາ ໃຈໃສ່ໃນການຜັນຂະຫຍາຍວຽກ ງານແຂ່ງຂັນ ແລະ ຍ້ອງຍໍຮັກຊາດ ແລະ ພັດທະນາເຂົ້າສູ່ວຽກງານ ທີ່ຕົນຮັບຜິດຊອບ; ພະນັກງານ- ລັດ ຖະກອນມີຄວາມຮັບຮູ້ ແລະ ເຂົ້າ ໃຈຕໍ່ວຽກງານການແຂ່ງຂັນຮັກ ຊາດ ແລະ ພັດທະນາ; ໂດຍຜ່ານ ຂະບວນການແຂ່ງຂັນທີ່ມີການຈັດ ຕັ້ງ, ມີເນື້ອໃນ ແລະ ຄາດໝາຍສູ້ຊົນ ຈະແຈ້ງ, ເສີມຂະຫຍາຍຫົວຄິດປະ ດິດສ້າງດຶງດູດເອົາທຶນຮອນ, ບົດ ຮຽນທີ່ດີຈາກພາຍໃນ ແລະ ພາຍ ນອກ; ທັງເປັນການຈາລຶກຜົນງານ ແລະ ສືບທອດຄຸນງາມຄວາມດີຂອງ ບຸກຄົນ ແລະ ການຈັດຕັ້ງທີ່ໄດ້ອຸທິດ ເຫື່ອແຮງ, ສະຕິປັນຍາໃຫ້ແກ່ພາ ລະກິດປົກປັກຮັກສາ ແລະ ພັດທະ ນາປະເທດຊາດ. ເຖິງຢ່າງໃດກໍຕາມຍັງມີບາງ ດ້ານຂໍ້ຄົງຄ້າງ, ຂໍ້ຫຍຸ້ງຍາກທີ່ຕ້ອງ ສຶບຕໍ່ປັບປຸງແກ້ໄຂ ເປັນຕົ້ນ ການໂຄ ສະນາເຜີຍແຜ່, ເຊື່ອມຊຶມມະຕິກ່ຽວ ກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາຍັງບໍ່ເປັນ ຂະບວນການຟົດຟື້ນ, ບໍ່ທັນເຂົ້າສູ່ ລວງເລິກແທດເຖິງເທົ່າທີ່ຄວນ; ຈຶ່ງເຮັດ ໃຫ້ການຄັດເລືອກຜົນງານ ດີເດັ່ນຂອງກົມກອງລວມໝູ່,ບຸກຄົນ ຍັງບໍ່ພາວະວິໄສ, ການສະຫລຸບ, ຕີລາຄາ,ຖອດຖອນບົດຮຽນກ່ຽວ ກັບວຽກງານແຂ່ງຂັນ-ຍ້ອງຍໍຮັກ ຊາດ ແລະ ພັດທະນາໃນແຕ່ລະໄລ ຍະຍັງເຮັດບໍ່ເປັນປົກກະຕິ; ການປະ ສານສົມທົບລະຫວ່າງພາກສ່ວນ ທີ່ ກ່ຽວຂ້ອງຍັງບໍ່ທັນໂລ່ງລ່ຽນ. ສຳລັບທິດທາງແຜນວຽກງານ ຈຸດສຸມປີ 2024 ສຸມໃສ່ການແຂ່ງ ຂັນປະຕິບັດໜ້າທີ່ການເມືອງຕາມ ພາລະບົດບາດຕາມແຜນພັດທະນາ ວຽກງານ ຖວທ; ສຸມໃສ່ການແຂ່ງ ຂັນຮັບໃຊ້ກອງປະຊຸມສະພາປະຊາ ຄົມວັດທະນະທຳ-ສັງຄົມອາຊຽນ ກໍຄື ກອງປະຊຸມສຸດຍອດອາຊຽນ ປີ 2024 ທີ່ ສປປ ລາວ ເປັນເຈົ້າ ພາບ; ສຸມໃສ່ການໂຄສະນາ ແລະ ການຈັດຕັ້ງປະຕິບັດບັນດາກິດຈະ ກໍາຕ່າງໆ ໃນໂອກາດເປີດປີທ່ອງ ທ່ຽວລາວ 2024 ໃຫ້ບັນລຸຕາມ ແຜນການທີ່ວາງໄວ້; ຈັດຝຶກອົບຮົມ ກ່ຽວກັບວຽກງານແຂ່ງຂັນ-ຍ້ອງ ຍໍຮັກຊາດ ແລະ ພັດທະນາ ໃຫ້ຜູ້ຮັບ ຜິດຊອບວຽກງານແຂ່ງຂັນ-ຍ້ອງ ຍໍຂອງບັນດາກົມ, ກອງອ້ອມຂ້າງ ກະຊວງ ຖວທ; ລົງທະບຽນການ ແຂ່ງຂັນຍ້ອງຍໍໃນແຕ່ລະປີໃຫ້ວ່ອງ ໄວຂຶ້ນກ່ວາເກົ່າ; ອອກຄໍາແນະນໍາ, ແຈ້ງການກ່ຽວກັບການຄັດເລືອກ ຜົນງານການ ແຂ່ງຂັນ-ຍ້ອງຍໍຮັກ ຊາດ ແລະ ພັດທະນາ. ຂ່າວ: ກິດຕາ *** ຕໍ່ຈາກໜ້າ 1 *** ຕິດຕາມ-ຊຸກຍູ້... ຂປລ. ສາຍການບິນຫວຽດເຈັດ (VietJet) ໄດ້ສືບຕໍ່ຍົກລະດັບປະ ສົບການຂອງລູກຄ້າຢ່າງຕໍ່ເນື່ອງດ້ວຍ ການເປີດຕົວໄກ້ນໍາທ່ຽວສະເໝືອນຈິງ “Joyful Elephant”(ຊ້າງທີ່ມີຄວາມ ສຸກ) ເພື່ອເປັນການຕ້ອນຮັບຜູ້ໂດຍສານ ໃນຖ້ຽວບິນຂອງຕົນ ເຊິ່ງກົງກັບພິທີສະ ເຫລີມສະຫລອງຈຳນວນຜູ້ໂດຍສານ 200 ລ້ານຄົນ. ໃນທ້າຍອາທິດຜ່ານມາຂອງຖ້ຽວ ບິນຈາກນະຄອນຫລວງວຽງຈັນ ໄປ ນະຄອນໂຮ່ຈີ່ມິງ. ບໍລິສັດ Vietjet ໄດ້ສ້າງສັນບັນຍາກາດຄວາມມ່ວນຊື່ນ ເພື່ອສະເຫລີມສະຫລອງວັນຊ້າງໂລກ (12 ສິງຫາ) ວັນຊ້າງໂລກແມ່ນເປັນ ການເຕືອນໃຈຄົນທົ່ວໂລກກ່ຽວກັບ ຄວາມສໍາຄັນຂອງການປົກປັກຮັກສາ ແລະ ອະນຸລັກຊ້າງ ໂດຍຖ້ຽວບິນຂອງ Vietjet ໄດ້ເຮັດໃຫ້ວັນສຳຄັນນີ້ກາຍ ເປັນປະສົບການທີ່ມີຄວາມມ່ວນຊື່ນ ແລະ ມີຄວາມໝາຍສຳຄັນສຳລັບຜູ້ ໂດຍສານ ດ້ວຍການສະແດງ ທີ່ໜ້າຕື່ນ ເຕັ້ນ, ການມອບພວງດອກໄມ້ ແລະ ຂອງຂວັນສຸດພິເສດ ທີ່ຈະເຮັດໃຫ້ທຸກ ຄົນຮູ້ສຶກວ່າເປັນສ່ວນໜຶ່ງຂອງງານທີ່ ແທ້ຈິງ. ຂະນະທີ່ ພາຍໃນຫ້ອງໂດຍສານ ຂອງເຮືອບິນໄດ້ຖືກຕົບແຕ່ງຢ່າງເປັນ ເອກະລັກດ້ວຍຮູບແບບຂອງ”Joyful Elephant”ຢູ່ທົ່ວທຸກແຫ່ງຕັ້ງແຕ່ເຄື່ອງ ໃຊ້ໃນຫ້ອງອາຫານຈົນເຖິງບ່ອນນັ່ງ ເພື່ອເພີ່ມບັນຍາກາດໃຫ້ເບີກບານມ່ວນ ຊື່ນ ແລະ ເປັນກັນເອງເຮັດໃຫ້ການເດີນ ທາງໄດ້ປະສົບການທີ່ມີຄວາມສຸກ. ຜູ້ ໂດຍສານໄວໜຸ່ມບາງຄົນຮູ້ສຶກດີໃຈທີ່ ໄດ້ຮັບຕຸກກະຕາຊ້າງ ແລະ ສະແດງ ຄວາມຕື່ນເຕັ້ນຕໍ່ກັບເຄື່ອງຂອງຕົກ ແຕ່ງເປັນຮູບແບບຊ້າງຢູ່ໃນຖ້ຽວບິນ. ປະສົບການນີ້ ຍັງໄດ້ກະຕຸ້ນຄວາມສົນ ໃຈຂອງເຂົາເຈົ້າໃນການຮຽນຮູ້ເພີ່ມ ເຕີມກ່ຽວກັບສັດເຫລົ່ານີ້ ແລະ ຄວາມ ປາຖະໜາທີ່ຈະຊ່ວຍປົກປ້ອງພວກມັນ lkpdko[y os;Pfg9a f ,v[7;k,,j ;o-nj o .sh z6h 3fplkofh ;pdy f9tdelts]v';a o-h k'3]d ໃນອະນາຄົດ. ສາຍການບິນ Vietjet ໄດ້ສ້າງຄວາມເບີກບານມ່ວນຊື່ນໃຫ້ແກ່ ຜູ້ໂດຍສານ ທີ່ຢູ່ໃນສະໜາມບິນ TON SON NHAT (ນະຄອນໂຮ່ຈີ່ມິງ) ແລະ ສະໜາມບິນນະຄອນຫລວງວຽງ ຈັນ (ປະເທດລາວ) ດ້ວຍລະຫັດ AR ທີ່ຮ່ວມລາຍການ. ສິ່ງເຫລົ່ານີ້ເຮັດໃຫ້ຜູ້ ໂດຍສານສາມາດຖ່າຍຮູບກັບ “Joyful Elephant” ເປັນການສ້າງຊ່ວງ ເວລາທີ່ສະໜຸກສະໜານ ແລະ ກະຕຸ້ນ ໃຫ້ທຸກຄົນ “CHECK-IN.” ແມ່ນແຕ່ ຜູ້ໂດຍສານສູງອາຍຸກໍ່ຍັງເພີດເພີນກັບ ການໄດ້ຫລິ້ນຕຸກກະຕາຂອງ Joyful Elephant ເປັນຄັ້ງທໍາອິດ. ເນື່ອງໃນໂອກາດວັນຊ້າງໂລກ, Vietjet ຂໍເປັນສ່ວນໜຶ່ງຂອງການສະ ເຫລີມສະຫລອງໃນລະດູຮ້ອນ ເພື່ອ ປົກປັກຮັກສາສັດປ່າ, ເຫດການໃນວັນ ຊ້າງໂລກໄດ້ ນຳມາເຊິ່ງຄວາມເບີກ ບານມ່ວນຊື່ນ ແລະ ສ້າງຄວາມຜູກພັນ ໃຫ້ແກ່ຜູ້ໂດຍສານຂອງ Vietjet. ກິດ ຈະກຳດັ່ງກ່າວ ຈັດຂຶ້ນຕໍ່ເນື່ອງຈາກກິດ ຈະກຳຂອງຫົວຂໍ້ທີ່ຜ່ານມາທີ່ມີນົກຍູງ ໃນປະເທດອິນເດຍ ແລະ ໝີPanda ໃນ ປະເທດຈີນ, ການສະຫລອງໃນຄັ້ງນີ້ ຍັງສືບຕໍ່ຄໍາໝັ້ນສັນຍາຂອງສາຍການ ບິນເພື່ອປູກຈິດສໍານຶກໃນການອະນຸ ລັກສັດປ່າ. ໂດຍການເຂົ້າຮ່ວມການ ເຄື່ອນໄຫວດັ່ງກ່າວ, ຜູ້ໂດຍສານVietJet ສາມາດໄດ້ສຳພັດປະສົບການ ສຸດພິເສດ ພ້ອມທັງມີສ່ວນຮ່ວມເຂົ້າ ໃນການປົກປັກຮັກສາສິ່ງແວດລ້ອມ ແລະ ພັດທະນາແບບຍືນຍົງ, ເພື່ອເປັນ ການສະໜັບສະໜູນຊ່ວຍໃຫ້ເປົ້າໝາຍ ຂອງສາຍການບິນບັນລຸການຫລຸດຜ່ອນ ການປ່ອຍອາຍມົນລະພິດສຸດທິຮອດປີ 2050 ເພື່ອອານາຄົດທີ່ດີກວ່າເກົ່າ. ສາຍການບິນດັ່ງກ່າວແມ່ນມີຖ້ຽວບິນ ຈາກນະຄອນຫລວງວຽງຈັນຫານະ ຄອນໂຮ່ຈີ່ມິງ, ໂດຍມີ 4 ຖ້ຽວບິນໄປ ກັບໃນວັນຈັນ, ວັນພຸດ, ວັນສຸກແລະວັນ ອາທິດ ເຊິ່ງໃຊ້ເວລາບິນແມ່ນພຽງແຕ່ 1 ຊົ່ວໂມງ 45 ນາທີ. ນອກຈາກນັ້ນ, ນັກທ່ອງທ່ຽວຍັງສາມາດໄປເຖິງສະ ຖານທີ່ທ່ອງທ່ຽວອື່ນໆໃນພາກພື້ນອາ ຊີປາຊີຟິກໄດ້ຢ່າງງ່າຍດາຍໂດຍຜ່ານ ຈຸດເຊື່ອມຕໍ່ຢູ່ນະຄອນໂຮ່ຈີ່ມິງ.

RkJQdWJsaXNoZXIy MTc3MTYxMQ==