5940

xtgmf]k; 3 16/08/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ໂດຍ: ໄໝຄຳຍ້ອມສິນ dkolh k'7vogmA o.oln j vvo]kp 9tfu s]kp 4h k,u 7;k,Ia [zy f-v[8+ la '7q , rh v,da o75h ,7v'gsa fcf' me,t-kf .sh ,u 7;k,pn opq ' ໂດຍ: ຢ່າຕົ່ງ rh v,da o8nj o8q ;xtdv[7egsa o 8+ Ij k']a f4tme,to6 olt[a [xa [x5 ' (ເນື່ອງໃນໂອກາດ ວັນລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 33 ປີ , ວັນທີ 15/8/1991 – 15/8/2024) * ໃນປັດຈຸບັນການນຳໃຊ້ສື່ສັງ ຄົມອອນລາຍ ເຂົ້າໃນການຄ້າຂາຍ ສ້າງລາຍຮັບ ຖືວ່າເປັນທີ່ນິຍົມສູງ ສົມຄວນໃນສັງຄົມລາວ, ເຮັດໃຫ້ ພໍ່ຄ້າແມ່ຄ້າອອນລາຍບາງຄົນສາ ມາດລໍ້າລວຍມີຖານະ ແລະ ມີບົດ ບາດເປັນທີ່ຮູ້ຈັກໃນສັງຄົມຫລາຍ ສົມຄວນ ຊຶ່ງສິ່ງນັ້ນເກີດຂຶ້ນໄດ້ກໍ ຍ້ອນມີແນວຄິດສ້າງສັນໃນການ ສ້າງສິ່ງດຶງດູດໃຫ້ຄົນສົນໃຈ ຫລື ທີ່ເອີ້ນວ່າ: “ຄອນເທັ້ນ”. ສະນັ້ນ, ຄອນເທັ້ນ ຖືວ່າເປັນສິ່ງສຳຄັນໃນ ການຄ້າຂາຍອອນລາຍ ເພາະສາ ມາດສ້າງສິ່ງດຶງດູດໃຫ້ສັງຄົມເຂົ້າ ມາເບິ່ງມາຊົມແລ້ວຊວນເຊື່ອໃຫ້ມີ ການຊື້-ຂາຍສິນຄ້າ. ຜ່ານມາກໍມີນັກສ້າງຄອນເທັ້ນ ຫລາຍຄົນ ທີ່ສາມາດດຶງດູດຄວາມ ສົນໃຈສັງຄົມ ດ້ວຍແນວຄິດທີ່ສ້າງ ສັນ, ສາມາດເປັນແບບຢ່າງອັນດີ ໃຫ້ຫລາຍຄົນມີແຮງບັນດານໃຈໃນ * ເຄື່ອງປ່າຂອງດົງ ກໍ່ມີບົດບາດ ສໍາຄັນສໍາລັບເສດຖະກິດຂອງປະ ຊາຊົນ ໃນຊົນນະບົດຢູ່ປະເທດເຮົາ ແລະ ເປັນທີ່ຮູ້ກັນດີແລ້ວວ່າຊະນິດ ພັນພືດຕ່າງໆໄດ້ຕອບສະໜອງຜະ ລິດຕະພັນຢ່າງກວ້າງຂວາງໃນການ ບໍລິໂພກ ແລະ ການຜະລິດເປັນສິນ ຄ້າ ເຊິ່ງລວມມີອາຫານທີ່ມີໂປລເຕ ອິນຈາກພືດເຊັ່ນ: ເຫັດ ແລະ ອື່ນໆ. ຢ່າງໃດກໍ່ດີ ເຄື່ອງປ່າຂອງດົງ ແມ່ນອົງປະກອບທີ່ສໍາຄັນໃນການ ດໍາລົງຊີວິດຂອງຄົວເຮືອນ ໂດຍ ສະເພາະເປັນອາຫານສໍາລັບປະ ຊາຊົນໃນຊົນນະບົດ, ອາຫານທີ່ ຫາໄດ້ຈາກປ່າແມ່ນສໍາຄັນກວ່າໝູ່ ການຄ້າຂາຍ ເພື່ອສ້າງລາຍຮັບ ດ້ວຍຕົນເອງ ຈົນມີຄວາມໝັ້ນຄົງ ດ້ານການເງິນພໍສົມຄວນຊຶ່ງນັ້ນກໍຂໍ ສະແດງຄວາມຊົມເຊີຍ ທີ່ສາມາດ ເປັນແບບຢ່າງອັນດີໃຫ້ສັງຄົມ ຖື ວ່າເປັນບຸກຄົນໜຶ່ງທີ່ມີຄວາມຮັບ ຜິດຊອບຕໍ່ສັງຄົມ. ແຕ່ແນວໃດກໍດີ ຍັງມີນັກສ້າງຄອນເທັ້ນຫລາຍຄົນ ທີ່ຄຳນຶ່ງເຖິງແຕ່ລາຍຮັບຈົນລືມ ຈັນຍາບັນ, ຈັນຍາທຳ ດ້ວຍການ ສ້າງຄອນເທັ້ນບໍ່ສ້າງສັນ, ໃຊ້ກິລິຍາ ມາລະຍາດບໍ່ເໝາະສົມ, ໃຊ້ສັບພາ ສາທີ່ບໍ່ຖືກຕ້ອງ ແລະ ຮ້າຍແຮງໄປ ກວ່ານັ້ນຍັງສ້າງເນື້ອຫາທີ່ຂ້ອນ ຂ້າງລາມົກອານາຈານ ຊຶ່ງເປັນ ແບບຢ່າງທີ່ບໍ່ເໝາະສົມໃຫ້ແກ່ເຍົາ ວະຊົນ ແລະ ສັງຄົມ ຜ່ານມາກໍປາ ກົດໃຫ້ເຫັນ ແລະ ເປັນກະແສພໍສົມ ຄວນໃນສື່ສັງຄົມອອນລາຍ ຊຶ່ງມີ ຄອນເທັ້ນຫຍັງແດ່ຜູ້ຂຽນບໍ່ຂໍລົງ ເລິກລາຍລະອຽດ. ແຕ່ຢາກຂໍຝາກ ເຖິງນັກສ້າງຄອນເທັ້ນທັງຫລາຍ ຄວນຄຳນຶງເຖິງຈັນຍາບັນ, ຈັນຍາ ທຳ, ມີຄວາມຮັບຜິດຊອບຕໍ່ສັງຄົມ ໃຫ້ສູງຂຶ້ນ, ບໍ່ຄວນສ້າງຄວາມ ເສື່ອມເສຍແກ່ສັງຄົມ, ບໍ່ສົນລະບຽບ ກົດໝາຍ ແລະ ຮີດຄອງປະເພນີອັນ ດີງາມຂອງຊາດລາວ, ບໍ່ຢາກໃຫ້ ຄິດແຕ່ໄດ້ເງິນຫລາຍ, ຢາກຂາຍ ສິນຄ້າ, ຢາກໄດ້ຍອດເບິ່ງ, ຍອດ ຕິດຕາມຫລາຍເທົ່ານັ້ນ. ຜູ້ຂຽນຍົກບັນຫານີ້ຂຶ້ນບໍ່ໄດ້ມີ ຈຸດປະສົງຖັບຖົມໂຈມຕີເຖິງເວລາ ແລ້ມບໍ່ ທີ່ພວກເຮົາຄວນຮ່ວມມືກັນ ຢຸດຕິພຶດຕິກຳສ້າງຄອນເທັ້ນທີ່ບໍ່ ສ້າງສັນ, ເຂົ້າຂ່າຍລາມົກອານາ ຈານ, ຂາດຄວາມຮັບຜິດຊອບຕໍ່ສັງ ຄົມ, ແລ້ວຫັນມາສ້າງສິ່ງທີ່ຖືກຕ້ອງ ເໝາະສົມ, ສາມາດເປັນແບບຢ່າງ ໃຫ້ແກ່ເຍົາວະຊົນ. ຂະນະດຽວກັນ ພາກສ່ວນກ່ຽວຂ້ອງຕ້ອງໄດ້ເຂັ້ມ ງວດໃນການກວດກາ ໃນກໍລະນີ ກະທຳຜິດຕໍ່ລະບຽບກົດໝາຍກໍໃຫ້ ດຳເນີນໄປຕາມຂັ້ນຕອນຢ່າງຖືກ ຕ້ອງ ເພື່ອແນໃສ່ໃຫ້ສັງຄົມມີຄວາມ ເປັນລະບຽບຮຽບຮ້ອຍຍິ່ງຂຶ້ນ. ນໍ້າທາ, ອຸດົມໄຊ, ຊຽງຂວາງ, ຄໍາ ມ່ວນ, ສະຫວັນນະເຂດ, ສາລະວັນ, ອັດຕະປື ໂດຍເກີດຕາມພື້ນທີ່ຄ້ອຍ ຊັນໃນລະດັບຄວາມສູງຈາກໜ້າ ນໍ້າທະເລແຕ່ 300-800 ແມັດ. ຜົນປະໂຫຍດທາງໂພສະນາການ ແລະ ການສ້າງລາຍຮັບ. ເຫັດແດງ ແມ່ນຜະຕະຜົນຈາກປ່າທີ່ໃຫ້ທາດ ໂປລຕິນແກ່ປະຊາຊົນໃນເຂດຊົນະ ບົດເປັນພື້ນຖານທີ່ດີ. ນອກນີ້, ຍັງມີ ຄຸນຄ່າທາງດ້ານຢາພື້ນເມືອງ ໂດຍ ສ່ວນໃຫຍ່ປະຊາຊົນເກັບກູ້ເຫັດແດງ ແລ້ວຢ້າງແຫ້ງ ຫລື ຂາຍດອກດິບ ເພື່ອເປັນລາຍຮັບເສີມແກ່ຄອບຄົວ. ເມື່ອພວກເຮົາຮູ້ແລ້ວວ່າ: ເຫັດ ແດງມີຄຸນປະໂຫຍດຫລາຍຕໍ່ພວກ ເຮົາ ຈຳເປັນຕ້ອງໄດ້ຮ່ວມກັນປົກ ປັກຮັກສາປ່າໄມ້ທຳມະຊາດ ເພື່ອ ຮອດໄລຍະລະດູເຫັດແດງ ອອກ ພວກເຮົາຈະໄດ້ເກັບເພື່ອເປັນອາ ຫານ ທັງຂາຍເປັນສິນຄ້າສ້າງລາຍ ຮັບເຂົ້າຄອບຄົວ. ສຳລັບເຕັກນິກ ແລະ ຂັ້ນຕອນການຄຸ້ມຄອງ ພວກ ເຮົາຕ້ອງຈັດສັນລະບຽບຂອງບ້ານ ໃນການປົກປັກຮັກສາແຕ່ລະປະ ເພດປ່າຂອງບ້ານ; ປົກປັກຮັກສາ ປ່າໄມ້ ເພື່ອເປັນແຫລ່ງກະຈາຍພັນ ຂອງເຫັດແດງ; ລະບຽບເກັບກູ້ຂອງ ປະຊາຊົນທີ່ວາງໄວ້ຄື: ເດືອນ 5-7; ຊ່ວງເລີ່ມຕົ້ນແມ່ນອອກເດືອນ 5 (ພຶດສະພາ); ຊ່ວງກາງແມ່ນເດືອນ 6 (ມິຖຸນາ); ຊ່ວງປາຍແມ່ນເດືອນ 7 (ກໍລະກົດ); ໃຊ້ສຽມ, ໃຊ້ມືຫລົກ ເອົາ ຄ່ອຍຂຸດດິນຕາມຮາກເຫັດໄວ້ ບ່ອນເກົ່າ ເພື່ອຮັກສາເຫັດແດງໃຫ້ ມີຄວາມຍືນຍົງຕະຫລອດໄປ. ໃນບັນດາຜົນຜະລິດ. ຊີ້ນສັດປ່າ ແລະ ປາ ແມ່ນແຫລ່ງໂປລເຕອິນ ທີ່ສໍາຄັນຂອງປະຊາຊົນ ໄດ້ມີການ ປະເມີນໄວ້ວ່າ: ອາຫານຈາກປ່າ ແມ່ນມີການປະກອບສ່ວນ ກໍ່ຍັງ ຂາດຄວາມເອົາໃຈໃສ່ຢ່າງພຽງພໍ. ການສຶກສາໄດ້ພົບພໍ້ວ່າ ການ ຂາຍເຄື່ອງປ່າຂອງດົງ ແມ່ນມີຄຸນ ຄ່າສະເລ່ຍ 11% ຂອງລາຍຮັບ ແລະ ເພີ່ມຂຶ້ນເຖິງ 55% ໃນເຂດປ່າ ທີ່ອຸດົມສົມບູນ. ແນວໃດກໍ່ຕາມສຳ ລັບການກະຈາຍພັນຢູ່ເຂດພາກເໜືອ ເຫັດແດງມີການກະຈາຍພັນ ເກີດຢູ່ ໃນປ່າກໍ່ເດືອຍ, ຢູ່ພາກກາງ ແລະ ຢູ່ພາກໃຕ້ ແມ່ນເກີດຢູ່ຕາມ ປ່າໂຄກ ເຊິ່ງສາມາດພົບເຫັນໃນບັນດາ ແຂວງຄື: ຜົ້ງສາລີ, ຫົວພັນ, ຫລວງ * ການປັບປຸງລັັດຖະທຳມະນູນ ສະບັບປີ 2015 ເພື່ອໃຫ້ສອດຄ່ອງ ກັບເນື້ອໃນພື້ນຖານ ຂອງໂຄງການການເມືອງຂອງພັກ ແລະ ມະຕິ ຕ່າງໆ ຂອງກອງປະຊຸມໃຫຍ່ ຂອງ ພັກ ໃນຕໍ່ໜ້າ, ທັງເປັນບ່ອນອີງພື້ນ ຖານຮັບປະກັນຕໍ່ການສ້າງ ແລະ ປັບປຸງກົດໝາຍ ໃນຕໍ່ໜ້າໃຫ້ເປັນ ລະບົບຄົບຊຸດ, ສອດຄ່ອງ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດ ໄດ້ ເຊິ່ງການປັບປຸງລັດຖະທຳມະນູນ ສະບັບ ດັ່ງກ່າວ, ຄາດວ່າຈະໃຫ້ ສຳເລັດໃນກາງປີ 2025 ແລະ ສາ ມາດນຳເຂົ້າພິຈາລະນາຮັບຮອງ ໃນກອງປະຊຸມສະໄໝສາມັນ ເທື່ອ ທີ 9 ຂອງສະພາແຫ່ງຊາດ ຊຸດທີ 9. ການປັບປຸງລັດຖະທຳມະນູນ ຄັ້ງນີ້, ແນໃສ່ສືບຕໍ່ຜັນຂະຫຍາຍ ແນວທາງປ່ຽນແປງໃໝ່ຢ່າງຮອບ ດ້ານ, ມີຫລັກການຂອງພັກ, ເປັນຂໍ້ ບັນຍັດ ຂອງລັດຖະທຳມະນູນສະ ບັບໃໝ່ ເປັນຕົ້ນ ມະຕິຂອງຄະນະ ບໍລິຫານງານສູນກາງພັກ ວ່າດ້ວຍ ການສືບຕໍ່ໍຍູ້ແຮງການຜັນຂະຫຍາຍ ແນວທາງການປ່ຽນແປງໃໝ່ ສູ່ ລວງເລິກ, ສ້າງການຫັນປ່ຽນທີ່ ແຂງແຮງ, ເລິກເຊິ່ງ, ຮອບດ້ານ ໃນການນຳພາຂອງພັກ ແລະ ມະຕິ ຂອງກົມການເມືອງສູນ ກາງພັກ ວ່າດ້ວຍການສ້າງເສດຖະກິດ ເອກ ກະລາດ ເປັນເຈົ້າຕົນເອງໃນໄລຍະ ໃໝ່ ໃຫ້ເປັນຮູບປະທຳ. ການປັບປຸງ ບາງບົດບັນຍັດ ກ່ຽວກັບລະບົບອຳ ນາດແຫ່ງລັດຂັ້ນຕ່າງໆ ເປັນຕົ້ນ ອົງການບໍລິຫານລັດ ຂັ້ນທ້ອງຖິ່ນ ໃຫ້ມີຄວາມສອດຄ່ອງກັບໜ້າທີ່ ການເມືອງຂອງ ພັກ, ລັດ ໃນໄລຍະ ໃໝ່ ສາມາດຕອບສະໜອງຄວາມ ຮຽກຮ້ອງຕ້ອງການ ໃນການຄຸ້ມ ຄອງລັດ, ຄຸ້ມຄອງເສດຖະກິດ-ສັງ ຄົມ ດ້ວຍກົດໝາຍໃຫ້ມີປະສິດທິ ພາບ, ປະສິດທິຜົນສູງຂຶ້ນ, ຮັບປະ ກັນການ ປະຕິບັດສອງໜ້າທີ່ຍຸດທະ ສາດ ຄື: ປົກປັກຮັກສາ ແລະ ສ້າງ ສາ ພັດທະນາປະເທດຊາດ ຂຶ້ນສູ່ ຈຸດໝາຍ ທີ່ພັກເຮົາໄດ້ກຳນົດໄວ້. ການປັບປຸງ ລັດຖະທຳມະນູນ ແມ່ນ ສຸມໃສ່ຄົ້ນຄວ້າ ແລະ ປັບປຸງບາງ ໝວດ, ບາງມາດຕາ ທີ່ຈຳເປັນ ເປັນ ຕົ້ນໝວດກ່ຽວກັບການປົກຄອງ ທ້ອງຖິ່ນ ແລະ ຈະຄົ້ນຄວ້າສະເໜີ ເພີ່ມບາງມາດຕາ, ບາງຂໍ້ບັນຍັດທີ່ ເຫັນວ່າມີຄວາມສຳຄັນ ແລະ ຈຳ ເປັນ, ພ້ອມທັງສຸມໃສ່ຄົ້ນຄວ້າ, ປັບ ປຸງເນື້ອໃນໃຫຍ່ ທີ່ສຳຄັນຈຳນວນ ໜຶ່ງ ຂອງລັດຖະທຳມະນູນ (ບໍ່ໄດ້ ປັບປຸງໝົດສະບັບ) ເພື່ອເຮັດໃຫ້ ເນື້ອໃນຂອງລັດຖະທຳມະນູນ ສະ ບັບໃໝ່ຖືກຕ້ອງ, ສອດຄ່ອງ, ຄົບ ຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງ ປະຕິບັດໄດ້. ລັດຖະທຳມະນູນ ແມ່ນ ແນວທາງຂອງ ພັກກຳອຳນາດທີ່ ຖືກຫັນເປັນກົດໝາຍພື້ນຖານຂອງ ຊາດ, ເປັນພາຫະນະທີ່ສຳຄັນພື້ນ ຖານ ໃນການປົກປ້ອງສິດ ແລະ ຜົນ ປະໂຫຍດຂອງຊົນຊັ້ນກຳອຳນາດ, ຄຸ້ມ ຄອງລັດ, ຄຸ້ມຄອງເສດຖະກິດສັງຄົມ ຂອງປະເທດ, ລັດຖະທຳມະ ນູນ ແຫ່ງ ສປປ ລາວ ສະບັບທຳອິດ ໄດ້ປະກາດ ໃຊ້ ໃນວັນທີ 15 ສິງຫາ 1991. ຜ່ານ ການຈັດຕັ້ງປະຕິບັດ ໄດ້ມີການປັັບປຸງ ມາແລ້ວ 2 ຄັ້ງ. ໃນນັ້ນ, ຄັ້ງທຳອິດ ປັບປຸງໃນປີ 2003, ຄັ້ງທີ2ປັບປຸງໃນປີ2015, ໃນຕະຫລອດໄລຍະດັ່ງກ່າວ, ລັດ ໄດ້ຜັນຂະຫຍາຍລັດຖະທຳມະນູນ ເປັນກົດໝາຍໃນຂົງເຂດຕ່າງໆ ມີ ຈຳນວນທັງໝົດ167ສະບັບ. ໃນນີ້, ຂົງເຂດເສດຖະກິດ 75 ສະບັບ, ຂົງ ເຂດວັດທະນາທຳ-ສັງຄົມ 42 ສະ ບັບ, ຂົງເຂດການປົກຄອງ ແລະ ນິຕິກຳ 32 ສະບັບ, ຂົງເຂດປ້ອງ ກັນຊາດປ້ອງ ກັນຄວາມສະຫງົບ 13 ສະບັບ, ຂົງເຂດການຕ່າງປະ ເທດ 5 ສະບັບ. ລັດ ຖະທຳມະນູນ ແລະ ກົດໝາຍ ເຫລົ່ານັ້ນ, ໄດ້ກາຍ ເປັນພາຫະນະອັນແຫລມຄົມ ໃນ ການດັດປັບການພົວພັນສັງຄົມ ຕາມແນວທາງປ່ຽນແປງໃໝ່ ຮອບ ດ້ານມີຫລັກການຂອງພັກ, ເຮັດໃຫ້ ການຄຸ້ມຄອງລັດ, ຄຸ້ມຄອງເສດຖະ ກິດ-ສັງຄົມ ດ້ວຍກົດໝາຍ ໄດ້ມີ ຄວາມເຂັ້ມງວດ ແລະ ສັກສິດເປັນ ກ້າວໆ, ສະຕິເຄົາລົບ ແລະ ປະຕິບັດ ລັດຖະທຳມະນູນ ແລະ ກົດໝາຍ ໃນທົ່ວສັງຄົມ ໄດ້ຮັບການຍົກສູງ ຂຶ້ນ ເຊິ່ງໄດ້ສ້າງເງື່ອນໄຂພື້ນຖານ ໃຫ້ແກ່ການສ້າງລັດ ເປັນລັດທີ່ປົກ ຄອງດ້ວຍກົດໝາຍ. ຜ່ານການຈັດ ຕັ້ງປະຕິບັດ ເຫັນວ່າມີ ບາງບົດບັນ ຍັດຈະໄດ້ຄົ້ນຄວ້າ, ປັບປຸງ ເພື່ອໃຫ້ ສອດຄ່ອງກັບສະພາບການປ່ຽນ ແປງໃໝ່ໃນປັດຈຸບັນ, ເພື່ອຈັດຕັ້ງປະ ຕິບັດມະຕິຂອງຄະນະບໍລິຫານງານ ສູນກາງພັກ ວ່າດ້ວຍການສືບຕໍ່ຍູ້ ແຮງການຜັນຂະຫຍາຍແນວທາງ ປ່ຽນແປງໃໝ່ເຂົ້າສູ່ລ່ວງເລິກ, ສ້າງ ການຫັນປ່ຽນທີ່ແຂງແຮງເລິກ ເຊິ່ງ, ຮອບດ້ານໃນການນຳພາຂອງ ພັກ ແລະ ມະຕິຂອງກົມການເມືອງ ສູນກາງພັກ ວ່າດ້ວຍການສ້າງເສດ ຖະກິດເອກກະລາດ ເປັນເຈົ້າຕົນ ເອງໃນໄລຍະໃໝ່ໃຫ້ເປັນຮູບປະທຳ. ສະນັ້ນ, ຈຶ່ງມີຄວາມຈຳເປັນທີ່ລັດ ຈະຕ້ອງໄດ້ຄົ້ນຄວ້າ ແລະ ປັບປຸງ ລັດຖະທຳມະນູນ ສະບັບປີ 2015 ໃຫ້ສອດຄ່ອງກັບຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ການເມືອງ ຂອງພັກ ແລະ ລັດ ໃນໄລຍະໃໝ່. ດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ປະຊາ ຊົນບັນດາເຜົ່າ, ບຸກຄົນ, ນິຕິບຸກ ຄົນ, ອົງການຈັດຕັ້ງພັກ-ລັດ ທີ່ປະ ຈຳຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງພ້ອມກັນຕື່ນຕົວປະກອບຄຳຄິດ ຄຳເຫັນຕໍ່ຮ່າງລັດຖະທໍາມະນູນ ສະບັບປັບປຸງໃໝ່ ຜ່ານຊ່ອງທາງທີ່ ກຳນົດໄວ້ ໂດຍສະເພາະແມ່ນຜ່ານ ທາງອີເມວ laocon@nalao.la ເພື່ອໃຫ້ລັດຖະທໍາມະນູນສະບັບປັບ ປຸງໃໝ່ ມີເນື້ອໃນຄົບຖ້ວນສົມບູນ ທັງເປັນການປະກອບສ່ວນໃນການ ປັບປຸງລະບົບອໍານາດແຫ່ງລັດ ໃຫ້ ມີປະສິດທິພາບສູງ, ສ້າງບາດ ລ້ຽວໃໝ່ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ການ ເຊືື່ອມໂຍງເສດຖະກິດ ກັບພາກພື້ນ ແລະ ສາກົນໃນໄລຍະໃໝ່; ເພື່ອ ຮ່ວມກັນສ້າງລັດ ຂອງ ສປປ ລາວ ເປັນລັດ ທີ່ປົກຄອງດ້ວຍກົດໝາຍ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນເທື່ອລະກ້າວ.

RkJQdWJsaXNoZXIy MTc3MTYxMQ==